xtgmf]k; 6 15/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ oa dIh v'gdq ks]u -j ;pgs]n vgfa doh vp 16j ]k; ,;o-q oc0;'w-lq ,[6 o .lj [kf4;kpla '7tmkoskg9Q kvko5 ;q ' -u ;y f{;a fmtotme ໂດຍ: ບັງອອນ ເພັດມະນີ dko]q '3mf * ໂທດແມ່ນມາດຕະການບັງ ຄັບຂອງລັດ ທີ່ກຳນົດໄວ້ໃນກົດ ໝາຍອາຍາ, ນຳໃຊ້ເພື່ອຈຳກັດສິດ, ຕັດສິດ ແລະ ຜົນປະໂຫຍດຂອງຜູ້ ກະທຳຜິດ ຊຶ່ງໃນມາດຕາ 43 ຂອງ ປະມວນກົດໝາຍອາຍາໄດ້ກຳນົດ ວ່າ: ການລົງໂທດບໍ່ພຽງແຕ່ຈະມີ ຈຸດປະສົງລົງໂທດຜູ້ກະທຳຜິດເທົ່າ ນັ້ນ ແຕ່ຫາກຍັງມີຈຸດປະສົງເພື່ອ ດັດສ້າງ ແລະ ສຶກສາອົບຮົມຜູ້ຖືກ ລົງໂທດໃຫ້ມີຈິດໃຈບໍລິສຸດຕໍ່ການ ອອກແຮງງານ, ໃຫ້ປະຕິບັດກົດ ໝາຍຢ່າງຖືກຕ້ອງ ແລະ ເຄັ່ງຄັດ, ໃຫ້ເຄົາລົບລະບຽບການດຳລົງຊີ ວິດຂອງສັງຄົມພ້ອມທັງເປັນການ ປ້ອງກັນບໍ່ໃຫ້ການ ກະທຳຜິດເທື່ອ ໃໝ່ເກີດຂຶ້ນສຳລັບຜູ້ຖືກຕັດສີນລົງ ໂທດ ແລະ ບຸກຄົນອື່ນອີກດ້ວຍ. ການລົງໂທດບໍ່ມີຈຸດປະສົງຈະກໍ່ ຄວາມທຸກທໍລະມານແກ່ຮ່າງກາຍ ຫລືຢຽບຢ່ຳກຽດສັກສີຂອງມະນຸດ. ໃນມາດຕາ 44 ຂອງປະມວນ ກົດໝາຍອາຍາ ໄດ້ກຳນົດປະເພດ ຂອງ ໂທດປະກອບດ້ວຍ: ໂທດຕົ້ນ ຕໍ, ໂທດເພີ່ມ ແລະ ໂທດທາງເລືອກ. ໂທດຕົ້ນຕໍ ມີດັ່ງນີ້: ໂທດຕຳນິວິ ຈານ; ໂທດປັບໃໝ; ໂທດດັດສ້າງ ໂດຍບໍ່ຕັດອິດສະລະພາບ; ໂທດ ເນລະເທດ; ໂທດຕັດອິດສະລະພາບ ທີ່ມີກຳນົດ; ໂທດຕັດອິດສະລະພາບ ຕະຫລອດຊີວິດ; ໂທດປະຫານຊີວິດ. ໂທດເພີ່ມມີດັ່ງນີ້: ໂທດປັບໃໝໃນ ກໍລະນີທີ່ບໍ່ເປັນໂທດຕົ້ນຕໍ; ໂທດຮິບ ຊັບ; ໂທດຮິບວັດຖຸສິ່ງຂອງ; ໂທດ ປົດສິດເລືອກຕັ້ງ ແລະ ສະໝັກຮັບ ເລືອກຕັ້ງ; ໂທດຈຳກັດທີ່ຢູ່; ໂທດ ເນລະເທດ ໃນກໍລະນີທີ່ບໍ່ເປັນໂທດ ຕົ້ນຕໍ; ໂທດຟື້ນຟູຄືນ; ໂທດຖອນ ໃບອະນຸຍາດ; ໂທດຫ້າມດຳລົງຕຳ ແໜ່ງຫລືປະກອບອາຊີບໃດໜຶ່ງຫລື ຖອນຫລຽນ ຫລື ປົດນາມມະຍົດ. ສຳລັບການກະທຳຜິດຖານ ໂທສາ ນຸໂທດ ສານສາມາດລົງໂທດໜຶ່ງ ຫລືສອງໂທດເພີ່ມແທນ ໂທດຕົ້ນຕໍ. ໂທດທາງເລືອກມີດັ່ງນີ້: ໂທດອອກ ແຮງງານເພື່ອສາທາລະນະ; ໂທດ ຈຳກັດບໍລິເວນ. ສານອາດນຳໃຊ້ ໂທດທາງເລືອກແທນໂທດຕົ້ນຕໍ ຫລື ໂທດເພີ່ມ ຫລື ນຳໃຊ້ແທນທັງ ສອງໂທດນັ້ນກໍໄດ້. ມາດຕາ 45 ໂທດຕຳນິວິຈານ ແມ່ນ ການຕຳນິວິຈານຜູ້ກະທຳຜິດ ໃນທີ່ປະຊຸມສານ. ໃນກໍລະນີຈຳ ເປັນກໍອາດຈະ ເອົາຄຳຕັດສິນຂອງ ສານ ລົງໃນໜ້າໜັງສືພິມ ຫລື ນຳ ໃຊ້ວິທີການອື່ນກໍໄດ້. ມາດຕາ 46 ໂທດປັບໃໝ ແມ່ນໂທດທາງດ້ານ ການເງິນ ຊຶ່ງແມ່ນສານເປັນຜູ້ວາງ ຕາມກໍລະນີ ແລະ ຂອບເຂດທີ່ກົດ ໝາຍກຳນົດໄວ້. ສຳລັບຈຳນວນ ເງິນທີ່ຈະປັບໃໝນັ້ນ ສານຕ້ອງອີງ ໃສ່ລະດັບຄວາມເປັນອັນຕະລາຍ ຂອງການກະທຳຜິດ, ສະພາບທາງ ດ້ານຊັບສິນຂອງຜູ້ກະທຳຜິດ, ຄ່າ ຄອງຊີບໃນແຕ່ລະໄລຍະ. ເງິນທີ່ໄດ້ ຈາກການປັບໃໝ ຕ້ອງມອບເຂົາ ງົບປະມານແຫ່ງລັດ. ຄ່າປັບໃໝ ສາມາດຈ່າຍເທື່ອດຽວ ຫລື ຈ່າຍ ເປັນງວດພາຍໃນກຳນົດເວລາຕາມ ຄຳຕັດສິນຂອງສານ. ໃນກໍລະນີທີ່ຜູ້ ກະທຳຜິດຫາກບໍ່ສາມາດເສຍຄ່າ ປັບໃໝໄດ້ໃນເວລານັ້ນ ສານສາ ມາດປ່ຽນໂທດປັບ ໃໝມາເປັນໂທດ ອອກແຮງງານເພື່ອສາທາລະນະ ຫລື ໂທດດັດສ້າງໂດຍບໍ່ຕັດອິດສະ ລະພາບ. ໃນກໍລະນີທີ່ຜູ້ກະທຳຜິດ ຫາກບໍ່ສາມາດເສຍຄ່າປັບໃໝຕາມ ຄຳຕັດສີນຂອງສານ ພາຍຫລັງໄດ້ ປະຕິບັດໂທດຕັດອິດສະລະພາບ ສຳເລັດແລ້ວ ສານສາມາດປ່ຽນ ໂທດປັບໃໝນັ້ນ ມາເປັນໂທດອອກ ແຮງງານ ເພື່ອສາທາລະນະ ຫລື ໂທດດັດສ້າງໂດຍບໍ່ຕັດອິດສະລະ ພາບ. ຫ້າມເອົາ ໂທດປັບໃໝມາເປັນ ໂທດຕັດອິດສະລະພາບ ແລະ ຫ້າມ ເອົາໂທດຕັດອິດສະລະພາບມາ ເປັນ ໂທດປັບໃໝ ໃນກໍລະນີການກະທຳ ຜິດທີ່ກົດໝາຍກຳນົດໂທດຕັດອິດ ສະລະພາບເກີນກວ່າສາມປີຂຶ້ນໄປ. ສຳລັບການກະທຳຜິດກ່ຽວກັບເສດ ຖະກິດ ແລະ ການເງິນ ທີ່ກົດໝາຍ ກຳນົດໂທດຕັດອິດສະລະພາບຕ່ຳ ກວ່າສາມປີລົງມາ ຍົກເວັ້ນການກະ ທຳຜິດທີ່ບໍ່ເຂັດຫລາບ ຫລື ເປັນ ອາຈິນນັ້ນ ສາມາດລົງໂທດປັບໃໝ ເປັນ ໂທດຕົ້ນຕໍ; ແຕ່ຖ້າວ່າຜູ້ກະທຳ ຜິດຫາກບໍ່ສາມາດປະຕິບັດໂທດ ປັບໃໝໄດ້ສານກໍຈະຕັດສີນລົງໂທດ ຕັດອິດສະລະພາບແທນໂດຍຄິດໄລ່ ໂທດຕັດອິດສະລະພາບ ໜຶ່ງວັນ ເທົ່າກັບຄ່າແຮງງານຕ່ຳສຸດຕໍ່ ວັນ ຂອງຜູ້ອອກແຮງງານ. ມາດຕາ47 ໂທດດັດສ້າງໂດຍບໍ່ ຕັດອິດສະລະພາບ ແມ່ນໂທດທີ່ລົງ ໃສ່ຜູ້ກະທຳຜິດດ້ວຍການປະໃຫ້ຜູ້ ກ່ຽວສືບຕໍ່ອອກແຮງງານຢູ່ບ່ອນ ເຮັດວຽກເດີມ ຫລື ຢູ່ບ່ອນອື່ນ ໂດຍ ຫັກເອົາແຕ່ຫ້າ ຫາ ຊາວສ່ວນຮ້ອຍ ຂອງຄ່າແຮງງານທັງໝົດຂອງຜູ້ ກະທຳຜິດ ເຂົ້າເປັນລາຍຮັບຂອງລັດ ຕາມຄຳຕັດສີນຂອງສານ. ໂທດດັດ ສ້າງ ໂດຍບໍ່ຕັດອິດສະລະພາບທີ່ ຈະລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ເກີນ ໜຶ່ງປີ. * ໃນຕອນເຊົ້າຂອງວັນທີ 10 ມັງກອນ 2024 ນີ້ (ກົງກັບມື້ ແຮມ 14 ຄໍ່າ ເດືອນ 1 ລາວ ປີເຖາະ ພສ 2566) ໄດ້ມີພິທີໃສ່ບາດຖວາຍ ສັງຄະທານ ໃຫ້ແກ່ພະສົງ ຈຳນວນ 13 ອົງ ໂດຍມີພະສົງທີ່ມາຈາກສູນ ກາງອົງການພຸດທະສາດສະໜາ ສຳພັນລາວຮ່ວມກັບພະສົງ ທົ່ວ ແຂວງໄຊສົມບູນ ທີ່ເດີ່ນຖໍ້າເຈົ້າ ອານຸວົງ ເປັນກຽດເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າ ແຂວງໄຊສົມບູນ, ມີຮອງເຈົ້າ ແຂວງ, ຄອບຄົວການນຳຂັ້ນສູງ, ຄະນະພັກ-ຄະນະນຳແຂວງ, ພະ ແນກການອ້ອມຂ້າງແຂວງ, ການ ນຳບັນດາການເມືອງ5 ເມືອງພ້ອມ ດ້ວຍນັກທຸລະກິດ ແລະ ປະຊາຊົນ ຊາວແຂວງໄຊສົມບູນ ເຂົ້າຮ່ວມ ເປັນຈຳນວນຫລວງຫລາຍ. ການໃສ່ບາດຖວາຍສັງຄະທານ ໃນຄັ້ງນີ້ ກໍເພື່ອອຸທິດບຸນກຸສົນຫາ ເຈົ້າອະນຸວົງ, ເສນາອາມາດ ແລະ ການນຳພັກ-ລັດ ທີ່ໄດ້ອຸທິດຕົນໃນ ພາລະກິດຕໍ່ສູ້ກູ້ຊາດ ພ້ອມທັງສະ ແດງໃຫ້ເຫັນເຖິງຈິດໃຈເຫລື່ອມໃສ ສັດທາອັນແຮງກ້າ ຕໍ່ພະພຸດທະສາ ສະໜາ ທີ່ຄົນລາວເຮົາໄດ້ນັບຖືມາ ແຕ່ສະໄໝບູຮານນະການ ແລະ ສືບ ທອດເຖິງຍຸກປັດຈຸບັນ ຊຶ່ງການໃສ່ ບາດຢາດນໍ້າ ແມ່ນການໃຫ້ທານ ເພື່ອອຸທິດສ່ວນບຸນກຸສົນຫາຍາດຕິ ພີ່ນ້ອງ ນ້ອງຜູ້ທີ່ລ່ວງລັບໄປແລ້ວ ໃຫ້ຮັບຮູ້ ແລະ ມາຕ້ອນຮັບຈັບໂຈມ ເອົາ ຕາມຄວາມເຊື່ອທີ່ເຄີຍປະຕິບັດ ກັນມາຂະນະດຽວກັນກໍເພື່ອສະສົມ ບຸນປາລະມີ, ຄຸນງາມຄວາມດີ ແລະ ຄວາມເປັນສິລິມຸງຄຸນ ໃຫ້ແກ່ຕົນ ເອງ. ອີກຢ່າງໜຶ່ງ ກໍເພື່ອເປັນການ ທະນຸບຳລຸງພຸດທະສາສະໜາ ໃຫ້ມີ ຄວາມງອກງາມ, ຮຸ່ງເຮືອງເຫລືອງ ເຫລື້ອມຄຽງຄູ່ກັບຄົນລາວຊາວພຸດ ກໍຄືຊາວແຂວງໄຊສົມບູນ ຊົ່ວກາ ລະນານ ກາຍເປັນທີ່ເພິ່ງທາງໃຈໃຫ້ ແກ່ອອກຕົນຍາດໂຍມ-ພຸດທະສາ ສະນິກະຊົນທັງຫລາຍ ເພື່ອຢຶດໜ່ຽວ ຈິດໃຈໃຫ້ມີຄວາມໂອບເອື້ອອາລີ, ຮູ້ບາບບຸນຄຸນໂທດ, ຮູ້ຈັກໃຫ້ອະໄພ ຊຶ່ງກັນແລະ ກັນ ເຮັດໃຫ້ສັງຄົມເຕັມ ໄປດ້ວຍບຸກຄົນ ທີ່ຢຶດຖືສິລະທັມ ໃນ ການດຳລົງຊີວິດ ພ້ອມນີ້ກໍເພື່ອເປັນ ການປົກປັກຮັກສາ ແລະ ເສີມຂະ ຫຍາຍຮີດຄອງປະເພນີ ທີ່ເຄີຍສືບ ທອດກັນມາແຕ່ບູຮານນາການ ທັງ ເປັນການເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜ່ນຮັກສາໄດ້ວັດທະ ນະທຳ ຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາ ທີ່ເຄີຍສືບທອດ ກັນມາແຕ່ດຶກດຳບັນ ໃຫ້ຢູ່ຄຽງຄູ່ກັບ ຊາວລາວທີ່ເກີດໃໝ່ໃຫຍ່ລຸນໄດ້ສືບ ທອດແລະ ເສີມຂະຫາຍມູນເຊື້ອດັ່ງ ກ່າວ ໃຫ້ມີຄວາມຍືນຍົງຕະຫລອດ ໄປ ທັງສະແດງໃຫ້ເຫັນເຖິງເອກະ ລັກຮີດຄອງປະເພນີ ມູນເຊື້ອວັດທະ ນະທຳອັນດີງາມຂອງຊາດລາວເຮົາ ແລະ ໄດ້ກາຍເປັນສະຖານທີ່ທ່ອງ ທ່ຽວໃຫ້ແກ່ແຂກຄົນທີ່ເຂົ້າມາທ່ຽວ ຊົມແລະຢ້ຽມຢາມແຂວງໄຊສົມບູນ ຂອງພວກ ທັງເປັນສັງຄົມທີ່ໜ້າຢູ່ ແລະ ສະຫງົບສຸກຕະຫລອດໄປ. * ນ້ອງຟິລິກ ນັກຮ້ອງຂອງສະ ມາຊິກວົງ Stray Kids ຈາກຄ້າຍ ເຈວາຍພີ ເອັນເຕີເທັນເມັ້ນປະເທດ ເກົາຫລີໃຕ້ ໄດ້ສ້າງຄວາມພາກ ພູມໃຈໃ ຫ້ກັບແຟນເພງຊາວລາວ ທີ່ຄອຍຕິດຕາມຜົນງານເພງ ເພາະ ເມື່ອບໍ່ດົນມານີ້ ເວັບໄຊຂ່າວ ສານ ຂອງຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ເມື່ອ ວັນທີ 4 ມັງກອນ 2024 ທີ່ຜ່ານ ມາ, ຟິລິກ ນັກຮ້ອງສະມາຊິກ ວົງ ບອຍແບຣນ Stray Kids ໄດ້ບໍລິ ຈາກເງິນຈຳນວນ 100 ລ້ານວອນ ຫລື ປະມານ 1,5 ຕື້ກີບ ໃຫ້ກັບອົງ ກອນຢູນິເຊັບ ຖືວ່າເປັນສະມາຊິກ ຄົນທຳອິດໃນປີ 2024 ນີ້ທີ່ເຂົ້າ ຮ່ວມໂຄງການບໍລິຈາກເພື່ອຊ່ວຍ ເຫລືອເດັກນ້ອຍໃນ ສປປ ລາວ ທີ່ ປະສົບກັບບັນຫາດ້ານສຸຂະພາບ ເນື່ອງມາຈາກຂໍ້ຈຳກັດໃນການເຂົ້າ ເຖິງນໍ້າສະອາດ ແລະ ໄດ້ຮັບໂພຊະ ນາການອາຫານທີ່ບໍ່ພຽງພໍ. ສຳ ລັບການບໍລິຈາກໃນຄັ້ງນີ້, ຟິລິກ ໄດ້ກ່າວວ່າ: ຕົນເອງເຂົ້າຮ່ວມໂຄງ ການ ບໍລິຈາກນີ້ກໍເພາະຕ້ອງການ ແບ່ງປັນຄວາມຮັກທີ່ໄດ້ຮັບຈາກ ແຟນໆ, ຕົນຫວັງວ່າເດັກນ້ອຍ ຫລາຍຄົນໃນ ສປປ ລາວ ທີ່ປະ ເຊີນ ກັບຄວາມທຸກຍາກລຳບາກທາງໃນ ການເຂົ້າເຖິງນໍ້າດື່ມທີ່ສະອາດ ແລະ ບໍ່ໄດ້ຮັບໂພຊະນາການອາຫານ ຢ່າງພຽງພໍຕາມຄວາມຕ້ອງການ, ຫວັງວ່າເດັກນ້ອຍທຸກຄົນຈະເຕີບ ໃຫຍ່ຂຶ້ນມາຢ່າງມີສຸຂະພາບແຂງ ແຮງພ້ອມກັບສະພາບແວດລ້ອມທີ່ ເອື້ອອຳນວຍຍິ່ງຂຶ້ນໃນອະນາຄົດ. ວົງ Stray Kids ແມ່ນວົງບອຍ ແບຣນ ສະຕ າຍຮິ ດ ຮ໋ອບ ທີ່ມີ ສ ະມາ ຊິກທັງໝົດ 8 ຄົນຄື : ບັງຊ ານ, ລີ ໂນ, ຊາງມິນ, ຮະຢອງຈິນ, ຮັນ, ຟິລິກ, ຊຶງມິ ນ ແລະ ໄອເອັນ ໂດຍ Stray Kidsໄ ດ້ນໍ າສ ະເໜີຜົນງານ ທໍາອິດໃນປີ 2018 ທີ່ມີຊື້ວ່າເພງ “I am” ເຊິ່ງໄດ້ຮັບຄວາມສົນ ໃຈຈາກແຟງເພງທົ່ວໂລກລວມ ທັງປ ະເທດລາວເຮັດໃຫ້ ປັດຈຸບັນ Stray Kids ເປັນອີກ ດາວເດັ່ນ ໃນວົງການເພງ ເຄປ໋ອບ ຈາກປ ະ ເທດເກົາຫລີໃຕ້ ທີ່ບໍ່ວ່າຈະອອກ ຜົນງານໃດ ກໍ່ມີແຟນເພງທົ່ວທຸກ ມູນໂ ລກສະໜັບ, ສະໜູນຕະຫລອດ ມາຈົນເຮັດໃຫ້ໄດ້ຮັບລາງວັນທັງ ພາຍໃ ນ ແ ລະ ຕ່າງປະເທດມ າແ ລ້ວ. *** ອ່ານຕໍ່ສະບັບໜ້າ ***
RkJQdWJsaXNoZXIy MTc3MTYxMQ==