xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1*** *** ຕໍ່ຈາກໜ້າ 1*** *** ຕໍ່ຈາກໜ້າ 1*** *** ຕໍ່ຈາກໜ້າ 1*** *** ຕໍ່ຈາກໜ້າ 1*** m6 f]k; g0Q k1h P,0j eoa [g]0kmy dkol6 odk'ra d sq ;|h k7tot0q o0;kpl6 odk'ra ddv,,6 oy fs;Pfok, 15/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 3 ພາກສ່ວນ... ວາງສະແດງຜະລິດຕະພັນ... ທະຫານອາກາດ.... ກຸ່ມບໍລິສັດ ... ກອງທັບປົດປ່ອຍປະຊາຊົນ... ຂປລ. ໃນວັນທີ 11 ມັງກອນ 2024 ຜ່ານມາ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ໄດ້ຮັບເງິນປະ ກອບສ່ວນເຂົ້າໃນການສະເຫລີມສະ ຫລອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 75 ປີ ຈາກ 3 ພາກສ່ວນ ເຊິ່ງປະກອບມີ ບໍລິສັດ ສະຕາໂທລະຄົມ ຈໍາກັດ ມອບເງິນ ຈຳນວນ 1.000.000 ໂດລາສະຫະ ລັດ, ມອບໂດຍສະຫາຍ ພົນຈັດ ຕະວາ ບີມົວ ໄຟດາເຢຍຈ່າ ຮອງຜູ້ ຂປລ. ພິທີເປີດງານວາງສະ ແດງຜະລິດຕະພັນ-ສິນຄ້າ ເພື່ອສະ ເຫລີມສະຫລອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-2024) ຈັດຂຶ້ນໃນລະຫວ່າງວັນທີ 12-18 ມັງກອນ 2024 ທີ່ເດີ່ນພະທາດ ຫລວງວຽງຈັນ ໂດຍມີທ່ານ ພົຕ ວົງຄຳພົມມະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນ ຕີກະຊວງອຸດສາຫະກຳ ແລະ ການ ຄ້າ, ມີບັນດາການນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ທ່ານ ພົຈວ ຈັນດີ ສຸລິວົງ ຮອງ ຫົວໜ້າກົມໃຫຍ່ພະລາທິການກອງ ທັບ ໄດ້ກ່າວວ່າ: ງານວາງສະແດງ ຄັ້ງນີ້, ມີບັນດາຫົວໜ່ວຍການຜະ ລິດ, ໂຮງຈັກ, ໂຮງງານ, ບໍລິສັດ, ວິສາຫະກິດພາຍໃນກອງທັບ ຈຳ ນວນ 34 ຫົວໜ່ວຍເຂົ້າຮ່ວມປະ ກອບມີ:ປະເພດເຄື່ອງນຸ່ງຫົ່ມ, ເຄື່ອງ ຫັດຖະກຳ, ຢາປົວພະຍາດ-ບໍາລຸງ ສຸຂະພາບ, ຜະລິດຕະພັນກະສິກຳ ປະເພດ ພືດຜັກ, ຊີ້ນ, ປາ, ໄຂ່, ເບ້ຍ ໄມ້, ເຄື່ອງປະດັບຍົດ, ເຄື່ອງໃຊ້ ຄົວເຮືອນ, ເຟີນີເຈີ, ໂທລະຄົມ, ການບິນ, ການກໍ່ສ້າງ, ສິ່ງປະດິດ ຂປລ.ວັນທີ13ມັງກອນ2024 ນີ້, ສະຫາຍ ພັນເອກ ພິມມະຈັນ ວົງປັນຍາ ຮອງຜູ້ບັນຊາການທະ ຫານອາກາດ, ຫົວໜ້າຫ້ອງອົບຮົມ ການບິນ ພ້ອມຄະນະໄດ້ຕ້ອນຮັບ ສະຫາຍ ພົນຕີ ຢູ ເຫີ ເຈ ຜູ້ອຳນວຍ ການມະວິທະຍາໄລການບິນກອງ ທັບປົດປ່ອຍປະຊາຊົນຈີນ ພ້ອມຄະ ນີ້, ຈະມີທີມເຄື່ອງບິນກອງທັບອາ ກາດປະຊາຊົນຈີນ ນົກເຂົາແດງ ຈະ ມາຮ່ວມສ້າງບັນຍາກາດໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍຈະນໍາໃຊ້ເຄື່ອງບິນອາຍ ພົ່ນGL8ຈໍານວນ9ລໍາບິນສະແດງ ຢູ່ເທິງຟ້າໃຫ້ມວນຊົນໄດ້ຊົມ. ເຫລົ່າຮົບທະຫານອາກາດ ແມ່ນເຫລົ່າຮົບໜຶ່ງຂອງກອງທັບ ປະຊາຊົນລາວ ໃຕ້ການຊີ້ນໍາ-ນໍາ ພາ ໂດຍກົງຮອບດ້ານຂອງຄະນະ ພັກກະຊວງປ້ອງກັນປະເທດ ໄດ້ຮັບ ການສ້າງຕັ້ງຂຶ້ນ ໃນວັນທີ 4 ເມສາ 1970 ຢູ່ເຂດທີ່ໝັ້ນ ເມືອງວຽງໄຊ ແຂວງຫົວພັນ ໃນເວລານັ້ນມີພຽງ ແຕ່ 1 ກອງຮ້ອຍ ແລະ ຈໍານວນພົນ ມີແຕ່ປະມານ 100 ຄົນ, ນັບແຕ່ມື້ ສ້າງຕັ້ງມາປັດຈຸບັນ ໄດ້ມີການເຕີບ ກອງທັບປະຊາຊົນປະຕິວັດລາວ, ທັງເປັນການປະກອບສ່ວນຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ເຊິ່ງກ່າວມອບໂດຍ ທ່ານ ອຳພອນ ບຸນນະລາດ ປະທານ ບໍລິສັດ ກຸ່ມສາຍພູຫລວງ ແລະ ກ່າວ ຮັບທ່ານພັອສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດ ທະນະທຳຊົນເຜົ່າກອງທັບພ້ອມ ດ້ວຍຄະນະ, ມີບັນດາຫົວໜ້າ ແລະ ຮອງ ຈາກ 4 ຫ້ອງການເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ພັອ ສະແຫວງ ແດນນາມົນ ຕາງໜ້າໃຫ້ ຄະນະພັກ-ຄະນະອຳນວຍການ ໂຮງຮຽນສະແດງຄວາມຂອບ ອົກຂອບໃຈມາຍັງກຸ່ມບໍລິສັດ ສາຍພູຫລວງ ຈຳກັດ ທີ່ເຫັນໄດ້ເຖິງ ອໍານວຍການໃຫຍ່ຈັດຕັ້ງ-ບໍລິຫານ ບໍລິສັດ ສະຕາໂທລະຄົມ ຈໍາກັດ ພ້ອມດ້ວຍຄະນະ; ບໍລິສັດ ເບສ ເທ ເລຄອມ ຈໍາກັດ ມອບເງິນຈຳນວນ 12 ຕື້ກວ່າກີບ, ມອບໂດຍ ທ່ານ ລິດທິກອນ ພູມມະສັກ ຜູ້ອໍານວຍ ການໃຫຍ່ບໍລິ ສັດ ເບສ ເທ ເລຄອມ ຈໍາກັດ ແລະ ບໍລິສັດ ເອັດເອັມຈີ ກຣຸບຈໍາກັດຜູ້ດຽວ ມອບເງິນ 2 ຕື້ ກີບ, ກ່າວມອບ ໂດຍທ່ານ ເອກະພັນ ພະພິທັກ ປະທານ ບໍລິສັດ ເອັດເອັມ ຈີ ກຣຸບ ຈໍາກັດ ຜູ້ດຽວ. ໂອກາດນີ້, ທ່ານ ພົນເອກ ຈັນສະ ໝອນຈັນຍາລາດໄດ້ສະແດງຄວາມ ຂອບໃຈມາຍັງ 3 ພາກສ່ວນດັ່ງ ກ່າວທີ່ໄດ້ອຸປະຖໍາໃນຄັ້ງນີ້, ເງິນອຸ ປະຖໍາດັ່ງກ່າວ ເປັນການປະກອບ ສ່ວນຄັນເຂົ້າໃນການສະເຫລີມສະ ຫລອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 75 ປີ ໃຫ້ມີ ບັນຍາກາດຄືກຄື້ນ ແລະ ມີຜົນສຳ ເລັດສູງ. ຂ່າວ: ນົກ ບຸນມາເລີດ ຄວາມສຳຄັນຂອງການສ້າງພະນັກ ງານໜຸ່ມນ້ອຍໃຫ້ກາຍເປັນຮຸ່ນສືບ ທອດຂອງກອງທັບ. ພ້ອມນີ້, ທ່ານ ຫົວໜ້າການເມືອງ ແຈ້ງໃຫ້ຊາບ ກ່ຽວກັບສະພາບການຂອງໂຮງ ຮຽນທີ່ໄດ້ຮັບການສ້າງຕັ້ງໃໝ່ ແລະ ຍັງມີຫລາຍສິ່ງຫລາຍາຍຢ່າງທີ່ຍັງ ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງ ການຕາມໜ້າທີ່ວຽກງານຕົວຈິງ, ພ້ອມທັງຮຽກຮ້ອງໃຫ້ພາກສ່ວນທີ່ ມີຄວາມສາມາດຊ່ວຍກັນອຸປະຖຳ ບັນດາອຸປະກອນຮັບໃຊ້ເຂົ້າໃນ ວຽກງານການຮຽນ-ການສອນ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າ ໃນວຽກງານຕົວຈິງຂອງໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ. ແລະ ອື່ນໆ ທັງເປັນວັດຖຸພັນ, ຮູບ ພາບ, ວີດີໂອ ແລະ ສິ່ງພິມຕ່າງໆ ທີ່ ສ່ອງແສງໃຫ້ຜົນງານ, ການເຄື່ອນ ໄຫວຂອງບັນດາຫົວໜ່ວຍ, ກົມ ກອງຕ່າງໆທີ່ເຄີຍມີມູນເຊື້ອຮັບໃຊ້ ກອງທັບໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດ ຈຸບັນ. ນອກນັ້ນ, ຍັງມີບັນດາຫົວ ໜ່ວຍການຜະລິດ, ວິສາຫະກິດຂອງ ລັດ, ຫົວໜ່ວຍຜູ້ປະກອບການກຸ່ມ ຜະລິດຕົວແບບຂອງອົງການຈັດ ຕັ້ງຕ່າງໆ 13 ຫົວໜ່ວຍ ປະກອບມີ: ເຄື່ອງນຸ່ງຫົ່ມ, ເຄື່ອງຫັດຖະກຳ, ອາ ຫານ, ເຄື່ອງດື່ມ, ເຄື່ອງໃຊ້ທົ່ວໄປ ທັງວາງສະແດງ ແລະ ຈຳໜ່າຍທົ່ວ ໄປເປັນສິນຄ້າ. ພ້ອມນີ້, ຍັງມີຫົວ ໜ່ວຍການຜະລິດ, ທຸລະກິດຂອງ ຕ່າງປະເທດທີ່ດຳເນີນທຸລະກິດຢູ່ ລາວ 3 ຫົວໜ່ວຍ ຈັດວາງຜະລິດ ຕະພັນກະສິກຳ, ບໍ່ແຮ່, ໂທລະຄົມ, ການຄ້າ ແລະ ອາຫານ. ໃນໂອກາດນີ້, ທ່ານ ພົຕ ວົງຄຳ ພົມມະກອນ ໄດ້ມີຄຳເຫັນວ່າ: ມາ ຮອດປັດຈຸບັນ, ທົ່ວກອງທັບມີ ຫລາຍຫົວໜ່ວຍການຜະລິດ, ທຸລະ ກິດເປັນຂອງຕົນເອງ, ທຸລະກິດ ຮ່ວມມືພາຍໃນ ແລະ ຮ່ວມມືກັບ ຕ່າງປະເທດເປັນລັດວິສາຫະກິດ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ຄຸ້ມຄອງ ຊຶ່ງສະແດງໃຫ້ເຫັນເຖິງ ຜົນສຳເລັດຈຳນວນໜຶ່ງ ທີ່ໄດ້ຈັດ ເຂົ້າມາວາງສະແດງເປັນຜະລິດ ຕະພັນ ແລະ ສິນຄ້າໃນງານຄັ້ງນີ້ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງ ຂວາງ, ມີສີສັນ ແລະ ມີຫລາຍສິນ ຄ້າ, ທັງເປັນການສະແດງເຖິງ ຄວາມສາມັກຄີທາດແທ້ມູນເຊື້ອປະ ຕິວັດ, ຄວາມດຸໝັ່ນຂະຫຍັນພຽນ, ຄວາມອົດທົດ, ເປັນເຈົ້າການ ແລະ ຫົວຄິດປະສິດສ້າງຂອງກອງທັບ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ນະ 68 ສະຫາຍ, ນັກບິນ 18 ສະ ຫາຍ, ຍົນບິນ LJ-8 ຈໍານວນ 9 ລໍາ ທີ່ມາຢ້ຽມຢາມ ແລະ ສະແດງການ ບິນມິດຕະພາບ ຢູ່ ສປປ ລາວ ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 75 ປີ ໃນ ລະຫວ່າງວັນທີ 13-18 ມັງກອນ 2024 ນີ້. ສະຫາຍ ພັນເອກ ພິມມະຈັນ ວົງປັນຍາ ໄດ້ຕີລາຄາສູງ ແລະ ສະ ແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະດັ່ງກ່າວ ທີ່ມາເຄື່ອນໄຫວ ຢ້ຽມຢາມແລະສະແດງການບິນມິດ ຕະພາບ ຢູ່ ສປປ ລາວ ໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງ ກອງກັບປະຊາຊົນລາວ ຄົບຮອບ 75 ປີ ເຊິ່ງເປັນເຫດການທີ່ມີຄວາມ ໝາຍຄວາມສຳຄັນ ແລະ ເປັນການ ປະກອບສ່ວນຮັດແໜ້ນສາຍພົວພັນ ມິດຕະພາບ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຈີນ, ຈີນ-ລາວ ປະເທດບ້ານໃກ້ເຮືອນຄຽງ ມີສາຍ ພູ ແລະ ແມ່ນໍ້າຕິດຈອດກັນ ທີ່ມີມູນ ເຊື້ອສາມັກຄີຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາແຕ່ດົນນານ. ການເຄື່ອນໄຫວຢ້ຽມຢາມ ແລະ ສະ ແດງການບິນມິດຕະພາບຂອງຄະ ນະໃນຄັ້ງນີ້, ເປັນການສ້າງບັນຍາ ກາດຟົດຟື້ນມ່ວນຊື່ນ ແລະ ປຸກລະ ດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ ແກ່ພະນັກງານ-ນັກຮົບໃນກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ປະ ກອບສ່ວນເຂົ້າໃນການແຂ່ງຂັນກັນ ສ້າງຜົນງານຂໍ່ານັບຮັບຕ້ອນວັນ ສຳຄັນຕ່າງໆຂອງຊາດ, ຂອງກອງ ທັບ ແລະ ພ້ອມດຽວກັນນີ້, ຍັງ ເປັນການແລກປ່ຽນບົດຮຽນທາງ ດ້ານການບິນ ເຊິ່ງກັນ ແລະ ກັນ ອີກດ້ວຍ. ໂອກາດນີ້, ສະຫາຍ ພົນຕີ ຢູ ເຫີ ເຈ ກໍໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ຂອງສະຫາຍຮອງຜູ້ບັນຊາການທະ ຫານອາກາດ, ພ້ອມທັງສະແດງ ຄວາມດີໃຈທີ່ໄດ້ນຳພາຄະນະນັກ ບິນ ຈາກກອງທັບປົດປ່ອຍປະຊາ ຊົນ ຈີນ ມາເຄື່ອນໄຫວສະແດງ ການບິນມິດຕະພາບ ໃນໂອກາດສະ ເຫລີມສະຫລອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ ຢູ່ ສປປ ລາວ ໃນຄັ້ງນີ້. ຂ່າວ: ສຸເວດ ສີດາຄໍາ ໃຫຍ່ຂະຫຍາຍຕົວທາງດ້ານປະລິ ມານແລະຄຸນນະພາບ. ດັ່ງນັ້ນ, ການ ນໍາພັກ-ລັດຂັ້ນເທິງ ກໍໄດ້ເອົາໃຈ ໃສ່ຈັດຊື້ເຄື່ອງບິນປະກອບໃຫ້ກອງ ທັບອາກາດເຊັ່ນ: ເຮືອບິນຂັບໄລ່, ເຮືອບິນອາຍພົ່ນ, ເຮືອບິນຫັດແອບ ຂັ້ນກາງ, ຂັ້ນສູງ ແລະ ເຮືອບິນລໍາ ລຽງຂົນສົ່ງ, ໜ້າທີ່ຕົ້ນຕໍຂອງກອງ ທັບອາກາດແມ່ນບິນຫັດແອບກຽມ ພ້ອມສູ້ຮົບແລະເຮັດໜ້າທີ່ສູ້ຮົບໂດຍ ກົງ, ບິນຮັບໃຊ້ການນໍາຂັ້ນສູງພັກລັດ, ບິນຮັບປະກັນໃນເຂດຈຸດສຸມ ເຂດຊົນນະບົດ ຫລື ເຂດທຸລະກັນ ດານ. ນອກຈາກນັ້ນ, ຍັງໄດ້ບິນຂົນ ສົງລໍາລຽງກໍາລັງພົນ ແລະ ວັດຖຸ ຍຸດໂທປະກອນຢູ່ທຸກເຂດແຂວງໃນ ທົ່ວປະເທດ. ນັບມື້ສ້າງຕັ້ງມາຮອດ ປັດຈຸບັນ, ສາມາດເຮັດສໍາເລັດໜ້າ ທີ່ທີ່ຂັ້ນເທິງມອບໝາຍໃຫ້. ຂ່າວ: ລຸນທອງ ຂປລ. ວັນທີ 12 ມັງກອນ 2024 ນີ້, ສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມຄະນະຜູ້ແທນສະ ຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າ ຢ້ຽມຂ່ຳນັບສະຫາຍ ນາງບຸ່ຍຖິມິງ ຮວ່າຍເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍສູນກາງ ພັກກອມມູນິດຫວຽດນາມ ໃນໂອ ກາດທີ່ສະຫາຍດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິ ຍົມຫວຽດນາມ. ສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ການ ມາປະຕິບັດໜ້າທີ່ເປັນເອກອັກຄະ ລັດຖະທູດຜູ້ມີອໍານາດເຕັມປະຈໍາ ສາທາລະນະລັດສັງຄົມນິຍົມຫວຽດ ນາມ ຂອງສະຫາຍ ນາງ ຄຳເພົາ ເອີນທະວັນ. ພ້ອມທັງສະແດງຄວາມ ດີໃຈທີ່ເຫັນວ່າ ໃນໄລຍະຜ່ານມາ ສາຍພົວພັນມິດຕະພາບລະຫວ່າງ ສອງປະເທດໄດ້ຮັບການຂະຫຍາຍ ຕົວແລະ ເຂົ້າສູ່ລວງເລິກ,ປະກົດຜົນ ເປັນຈິງ ມີປະສິດທີ່ຜົນສູງໃນຫລາຍ ຂົງເຂດເປັນຕົ້ນຂົງເຂດການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ຊຶ່ງເປັນການປະກອບສ່ວນ ສໍາຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງແຕ່ລະປະເທດ. ພັກ, ລັດແລະປະຊາຊົນຫວຽດນາມ ຍາມໃດ ກໍຖືສຳຄັນຕໍ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອດ ດ້ານ ແລະ ສະແດງຄວາມຮູ້ບຸນຄຸນ ອັນເລິກເຊິ່ງຕໍ່ການສະໜັບສະໜູນ ຊ່ວຍເຫລືອອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນລາວ ໃນສະໄໝຕໍ່ສູ້ ກູ້ຊາດ ກໍຄື ໃນພາລະກິດປ່ຽນແປງ ໃໝ່ໃນປັດຈຸບັນ. ສຳລັບການພົວພັນ ຮ່ວມມືຂອງສອງຄະນະຂົນຂວາຍ ສູນກາງພັກກອມມູນິດ ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ໄລຍະຜ່ານມາ ໄດ້ມີຫລາຍບົດບັນ ທຶກໃນການຮ່ວມມືແລກປ່ຽນບົດ ຮຽນທັງທິດສະດີ ແລະ ພຶດຕິກຳຕົວ ຈິງມາໂດຍຕະຫລອດ. ພ້ອມນີ້, ສະ ຫາຍຍັງໄດ້ສະແດງຄວາມເຊື່ອໝັ້ນ ວ່າດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບປະການໃນວຽກງານ ການທູດຫລາຍປີຜ່ານມາ, ສະຫາຍ ເອກອັກຄະລັດຖະທູດຄົນໃໝ່ຈະປະ ຕິບັດໜ້າທີ່ໆພັກ ແລະ ລັດຖະບານ ມອບໃຫ້ເປັນຢ່າງຈົບງາມ, ສືບຕໍ່ ເປັນຂົວຕໍ່ອັນສຳຄັນໃຫ້ແກ່ການພົວ ພັນມິດຕະພາບອັນຍິ່ງໃຫຍ່ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດນີ້,ສະຫາຍນາງ ຄໍາເພົາ ເອີນທະວັນ ກໍໄດ້ສະແດງຄວາມ ຂອບໃຈຕໍ່ສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ ທີ່ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ, ສະໜິດສະໜົມ. ພ້ອມທັງ ຝາກຄຳຢື້ຢາມຖາມຂ່າວອັນອົບ ອຸ່ນ ແລະ ຄຳອວຍພອນອັນປະເສີດ ຈາກສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງ ພັກ, ປະທານສູນກາງແນວລາວ ສ້າງຊາດ ເຖິງສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ ເລຂາທິການສູນກາງ ພັກ, ຫົວໜ້າຄະນະຂົນຂວາຍສູນ ກາງພັກກອມມູນິດຫວຽດນາມ ແລະ ຄະນະ ເນື່ອງໃນໂອກາດປີໃໝ່ ສາກົນ 2024 ແລະ ປີໃໝ່ປະຈຳ ຊາດຫວຽດນາມ ໃກ້ຈະໝູນວຽນ ມາເຖິງນີ້. ສະຫາຍຍັງໄດ້ສະແດງ ຄວາມຍິນດີຕໍ່ໝາກຜົນສຳເລັດໃນ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມ ມູນິດຫວຽດນາມ ພາຍໃຕ້ການນຳ ພາອັນສະຫລາດສ່ອງໃສ ຂອງ ພັກກອມມູນິດຫວຽດນາມ ຊຶ່ງນຳ ໂດຍສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມໄດ້ເຮັດໃຫ້ປະເທດຊາດ ພັດທະນາຢ່າງຮອບດ້ານ ແລະ ກ້າວກະໂດດ, ການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດທີ່ ໄດ້ຮັບຜົນກະທົບຈາກພະຍາດໂຄ ວິດ-19 ໄດ້ຢ່າງວ່ອງໄວ, ຊີວິດ ການເປັນຢູ່ຂອງປະຊາຊົນດີຂຶ້ນ ຢ່າງຈະແຈ້ງ, ອິດທິພົນ, ບົດບາດ, ຊື່ສຽງຂອງຫວຽດນາມນັບມື້ນັບ ສູງເດັ່ນຂຶ້ນໃນພາກພື້ນແລະສາກົນ. ພ້ອມນີ້, ສະຫາຍຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະ ເທດໂດຍສະເພາະ ແມ່ນການພົວພັນ ຮ່ວມມືລະຫວ່າງສອງຄະນະພົວພັນ ຕ່າງປະເທດສູນກາງພັກຊຶ່ງສະແດງ ອອກໃນການກະກຽມການຢ້ຽມ ຢາມຂອງຜູ້ນຳຂັ້ນສູງສຸດຂອງສອງ ປະເທດໃນໄລຍະຜ່ານມາ. ສະຫາຍເອກອັກຄະລັດຖະທູດ ລາວ ຍັງໄດ້ຕາງໜ້າພັກ, ລັດຖະ ບານ ແລະ ປະຊາຊົນລາວ ສະແດງ ຄວາມຮູ້ບຸນຄຸນແລະ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດ ນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການ ຊ່ວຍເຫລືອອັນລ້ຳຄ່າສະແດງເຖິງ ນ້ຳໃຈຄວາມສາມັກຄີພິເສດລະ ຫວ່າງສອງພັກ, ສອງລັດ ແລະປະ ຊາຊົນ ສອງຊາດລາວ-ຫວຽດນາມ ຊຶ່ງມີໜຶ່ງດຽວໃນໂລກນີ້. ຂ່າວ-ພາບ: ສະຖານທູດລາວ ທີ່ຮ່າໂນ້ຍ
RkJQdWJsaXNoZXIy MTc3MTYxMQ==