5789

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 15/01/2024 xtgmf]k; ຮອງນາຍົກລັດຖະມົນຕີ... ຫາລືຮ່າງລາຍງານ... ຮອງປະທານສະພາ.... ສົມເດັດພະເທບ... ລາຊະອານາຈັກໄທ ໃນວັນທີ 12 ມັງກອນ 2024 ໂດຍມີທ່ານ ສະ ເຫລີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນ ຕີກະຊວງ ການຕ່າງປະເທດ, ທັງເປັນລັດຖະ ມົນຕີກຽດຕິຍົດ ແລະ ຄະນະໃຫ້ ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມ ກຽດທີ່ສະໜາມບິນສາກົນວັດໄຕ. ໃນໂອກາດການສະເດັດຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້, ກົມສົມ ເດັດພະເທບ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເປັນປະທານຮ່ວມໃນພິ ທີສະເຫລີມສະຫລອງວັນສ້າງ ຕັ້ງສູນດັ່ງກ່າວ ໂດຍໄດ້ຮັບຟັງການ ລາຍງານຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບຄວາມໝາຍຄວາມ ສໍາຄັນຂອງໂຄງການ ຊຶ່ງເປັນໂຄງ ການ ການຮ່ວມມືແບບພິເສດ ລະ ຫວ່າງ ສອງປະມຸກລັດ ລາວ ແລະ ໄທ ກໍຄື ລະຫວ່າງ ພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິ ພົນອະດຸນ ຍະເດດມະຫາຣາດ ບໍຣົມມະນາດບໍພິດ ແລະ ປະທານ ໄກສອນ ພົມວິຫານ ທີ່ເປັນສັນຍະ ລັກ ໃນການພົວພັນ ແລະ ຮ່ວມມືລະ ຫວ່າງ ສອງປະເທດ ລາວ ແລະ ໄທ. ເປົ້າໝາຍຂອງສູນແຫ່ງນີ້ ແມ່ນເປັນ ສູນຮ່ວມມືດ້ານວິຊາການກ່ຽວກັບ ວຽກງານກະສິກໍາ ໂດຍມີການຖ່າຍ ທອດຄວາມຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ໃນການ ຂະຫຍາຍແນວພັນພືດ-ພັນສັດພາຍ ໃຕ້ຄວາມຮັບຜິດຊອບຂອງກະຊວງ ກະສິກໍາແລະປ່າໄມ້. ປັດຈຸບັນ, ສູນ ດັ່ງກາວໄດ້ກາຍເປັນສູນຕົວແບບ, ບ່ອນຖ່າຍທອດຄວາມຮູ້ ແລະ ເຕັກ ນິກ-ວິຊາການ ໃຫ້ແກ່ຊາວກະສິ ກອນ, ຜູ້ປະກອບການ, ນັກຮຽນນັກສຶກສາທັງເປັນບ່ອນຜະລິດ ແລະ ສະໜອງແນວພັນພືດ-ພັນສັດ ທີ່ດີ ໂດຍໄດ້ປະກອບສ່ວນອັນສໍາ ຄັນເຂົ້າໃນການສ້າງລາຍຮັບ ແລະ ອາຊີບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ ຫລຸດພົ້ນຈາກຄວາມທຸກຍາກ. ໃນພິທີດັ່ງກ່າວ, ກົມສົມເດັດພະ ເທບ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຮ່ວມກັນຕັດແຖບຜ້າພິທີສະ ເຫລີມສະຫລອງວັນສ້າງຕັ້ງສູນ ພັດທະນາ ແລະ ບໍລິການດ້ານກະສິ ກຳຫ້ວຍຊອນ-ຫ້ວຍຊົ້ວ ຄົບຮອບ 30 ປີ ແລະ ຢ້ຽມຊົມການວາງ ສະແດງຜະລິດຕະພັນຂອງສູນ, ອາຄານຮຽນຮູ້, ແຜນຜັງກໍ່ສ້າງຫໍ ປະຊຸມຫລັງໃໝ່, ພົບປະຄອບຄົວ ຕົວແບບຂອງສູນ ແລະ ຢ້ຽມຊົມ ຜົນຜະລິດກະສິກໍາຂອງເມືອງນາ ຊາຍທອງ ພ້ອມທັງປູກຕົ້ນໄມ້ເພື່ອ ເປັນສັນຍະລັກ. ໃນຕອນບ່າຍ, ກົມສົມເດັດພະ ເທບ ແລະ ຄະນະ ກໍ່ໄດ້ສະເດັດຢ້ຽມ ຢາມໂຮງຮຽນວັດທະນະທໍາ ຫລັກ 67, ເຊິ່ງໂຮງຮຽນໄດ້ຮັບການຊ່ວຍ ເຫລືອດ້ານຕ່າງໆ ຈາກໂຄງການ ອັນເນື່ອງມາຈາກພະຣາຊະດໍາຣິ ຂອງກົມສົມເດັດພະເທບ ນັບຕັ້ງ ແຕ່ປີ 1992 ເປັນຕົ້ນມາ. ໃນໂອ ກາດນີ້, ກົມສົມເດັດ ຍັງໄດ້ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ສ້າງຫ້ອງການຄູ 1 ຫລັງ, ຫໍພັກຍິງ 1 ຫລັງ ແລະ ມອບອຸປະກອນຮັບ ໃຊ້ການຮຽນ-ການສອນ ລວມມູນ ຄ່າ 2.735.300 ບາດ, ມອບຂອງ ຂວັນໃຫ້ແກ່ນັກຮຽນດີເດັ່ນຂອງ ໂຮງຮຽນ ຈໍານວນ 5 ຄົນ ແລະ ໄດ້ ຢ້ຽມຊົມຮູບພາບກ່ຽວກັບຄວາມ ເປັນມາຂອງໂຮງຮຽນ, ຫ້ອງສະ ໝຸດ, ອາຄານໝັ້ນມິດ (ຫ້ອງທົດ ລອງ) ແລະ ໄດ້ປູກຕົ້ນໄມ້ຢູ່ເດີ່ນ ໂຮງຮຽນ ເພື່ອເປັນສັນຍະລັກ. ໃນໂອກາດການສະເດັດຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້, ກົມສົມ ເດັດພະເທບ ໄດ້ເຂົ້າພົບປະກັບທ່ານ ປະທານປະເທດ ທອງລຸນ ສີສຸລິດ ຊຶ່ງທ່ານປະທານປະເທດ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງຕໍ່ການສະເດັດຢ້ຽມຢາມ ສປປ ລາວ ຄັ້ງນີ້ ອັນຈະເປັນນິມິດ ໝາຍສໍາຄັນອີກຄັ້ງໜຶ່ງໃນການ ເພີ່ມທະວີການພົວພັນ ແລະ ຮ່ວມມື ລາວ ແລະ ໄທ ພາຍຫລັງທີ່ສອງ ປະເທດ ໄດ້ຍົກລະດັບການພົວພັນ ເປັນຄູ່ຮ່ວມຍຸດທະສາດເພື່ອການ ຈະເລີນເຕີບໂຕແລະການພັດທະນາ ແບບຍືນຍົງ ແລະ ໄດ້ຝາກຄວາມຢື້ ຢາມຖາມຂ່າວໄປຍັງພະບາດສົມ ເດັດພະວະຊິຣະເກົ້າເຈົ້າຢູ່ຫົວ, ພະ ຣາຊີນີ ແລະ ພະບໍຣົມວົງສານຸວົງ ທຸກພະອົງ ພ້ອມທັງໄດ້ສົ່ງຄໍາເຊື້ອ ເຊີນພະບາດສົມເດັດ ພະວະຊິຣະ ເກົ້າເຈົ້າຢູ່ຫົວ ແລະ ພະຣາຊີນີ ສະ ເດັດຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ເພື່ອເປັນສິຣິມຸງຄຸນໃຫ້ ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ. ໃນໂອກາດດຽວກັນ ນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຕາງ ໜ້າໃຫ້ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ບັນດາໂຄງການອັນເນື່ອງ ມາຈາກພະຣາຊະດໍາຣິຂອງພະບໍ ຣົມວົງສານຸວົງ ແຫ່ງລາຊະອານາ ຈັກໄທ ໂດຍສະເພາະບັນດາໂຄງ ການຂອງກົມສົມເດັດພະເທບເປັນ ຕົ້ນແມ່ນດ້ານກະສິກໍາ, ການສຶກ ສາ, ສາທາລະນະສຸກ, ເຕັກໂນໂລຊີ ແລະ ໂຄງລ່າງພື້ນຖານຕ່າງໆ. ໃນຂະນະດຽວກັນ, ກົມສົມ ເດັດພະເທບ ກໍໄດ້ສະແດງຄວາມ ຍິນດີຕໍ່ການຕ້ອນຮັບອັນອົບອຸ່ນໃນ ຄັ້ງນີ້ ແລະ ຮູ້ສຶກດີໃຈເປັນຢ່າງຍິ່ງ ທີ່ໄດ້ສະເດັດຢ້ຽມຢາມ ສປປ ລາວ ອີກຄັ້ງໜຶ່ງ ພາຍຫລັງທີ່ບໍ່ໄດ້ສະ ເດັດຢ້ຽມຢາມເປັນເວລາ 6 ປີແລ້ວ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ເຫັນວ່າ ສປປ ລາວ ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ ແລະ ໄດ້ສະ ແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີ ລະຫວ່າງສອງປະເທດ ລາວໄທ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ໃນຕອນຄໍ່າຂອງວັນດຽວກັນ, ກົມສົມເດັດພະເທບ ແລະ ຄະນະ ກໍໄດ້ກັບຄືນປະເທດ ດ້ວຍຄວາມ ສະຫວັດດີພາບ. ພາບ: ເກດສະໜາ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີ ກະຊວງການຕ່າງປະເທດໄດ້ເນັ້ນ ໃຫ້ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ສືບຕໍ່ຍົກສູງບົດບາດການ ຄຸ້ມຄອງມະຫາພາກ ແລະ ພັດທະ ນານຳໃຊ້ພື້ນຖານໂຄງລ່າງຍຸດທະ ສາດໃຫ້ມີປະສິດທິຜົນ, ເອົາໃຈໃສ່ ການແບ່ງຂັ້ນຄຸ້ມຄອງວຽກງານ ເຕັກໂນໂລຊີ ແລະ ການສື່ສານ ລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ ຊັດເຈນ, ສ້າງແລະ ປັບປຸງກົດໝາຍ ແລະ ບັນດານິຕິກໍາລຸ່ມກົດໝາຍ ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ຄົບຖ້ວນທັນກັບ ສະພາບການໃໝ່, ເອົາໃຈໃສ່ສືບ ຕໍ່ສ້າງ ແລະ ປັບປຸງພື້ນຖານໂຄງ ລ່າງເຕັກນິກມີສະຖຽນລະພາບ, ຄວາມໄວສູງ ແລະ ປອດໄພ ເພື່ອ ຮອງຮັບເຕັກໂນໂລຊີໃໝ່ ເຊັ່ນ: ຖານຂໍ້ມູນໃຫຍ່ (Bigdata), ກຸ່ມຂໍ້ ມູນຜູກພັນ (Block Chain), ລະ ບົບສັນຍານ 5G. ພ້ອມນີ້, ຕ້ອງເລັ່ງພັດທະນາລະ ບົບເຊື່ອມໂຍງຂໍ້ມູນພາກລັດ ເພື່ອ ແລກປ່ຽນ ແລະ ລວມສູນຂໍ້ມູນພາກ ລັດໃຫ້ທຸກພາກສ່ວນສາມາດນຳໃຊ້ ເພື່ອພັດທະນາບໍລິການໃຫ້ປະຊາ ຊົນ, ເລັ່ງປັບປຸງພື້ນຖານໂຄງລ່າງ ທີ່ຈຳເປັນໃຫ້ສະຖາບັນເຕັກໂນໂລຊີ ແລະ ການສື່ສານ ມີຫລັກສູດ ແລະ ມີສິ່ງອໍານວຍຄວາມສະດວກໃຫ້ ແກ່ການຮຽນ-ການສອນເພື່ອສ້າງ ວິຊາການດີຈິຕອນ, ສືບຕໍ່ຊຸກຍູ້ບັນ ດາ ບໍລິສັດ ດ້ານໄປສະນີ, ໂທລະຄົມ ມະນາຄົມ ແລະ ອິນເຕີເນັດຍົກລະ ດັບ ແລະ ຂະຫຍາຍເຄືອຂ່າຍເຕັກ ນິກ ແລະ ລະບົບການບໍລິການທີ່ມີ ຄວາມສາມາດແຂ່ງຂັນກັນສູງຂຶ້ນ ແລະ ຂະຫຍາຍທຸລະກິດໄປຕ່າງປະ ເທດໃນອະນາຄົດ. ໜ້າທີ່ສຳຄັນ ຢ່າງໜຶ່ງ ຂອງບໍລິສັດ ແມ່ນການປະ ຕິບັດພັນທະໃນການປະກອບສ່ວນ ຢ່າງຕັ້ງໜ້າຕໍ່ພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວອີກວ່າ: ປັດຈຸບັນ, ລະບົບ ໄອຊີທີ ມີຄວາມຈຳເປັນສຳລັບທຸກ ກະຊວງ ແລະ ຂະແໜງການຢ່າງ ຫລີກລ່ຽງບໍ່ໄດ້. ດັ່ງນັ້ນ, ການຫັນ ເປັນດີຈິຕອນ ໃນຂະແໜງການຕົນ ຈະສະແດງໃຫ້ເຫັນຄວາມເອົາໃຈ ໃສ່ຢ່າງຈິງຈັງຂອງຄະນະພັກ, ຄະ ນະນຳທຸກຂັ້້ນ ເພື່ອຍົກສູງຄຸນນະ ພາບ ແລະ ຄວາມໂປ່ງໃສ ໂດຍສະ ເພາະ ຂະແໜງເສດຖະກິດ ເຊັ່ນ: ການຄ້າທາງເອເລັກໂຕຣນິກ (ecommerce), ລະບົບພາສີເອ ເລັກໂຕຣນິກ (e-tax), ລະບົບຊໍາ ລະເງິນເອເລັກໂຕຣນິກ (e-payment) ລວມທັງການສຶກສາຜ່ານ ເອເລັກໂຕຣນິກ (e-education); ບັນດາກະຊວງ ແລະ ຂະແໜງການ ຕ້ອງຮ່ວມມືກັບກະຊວງເຕັກໂນ ໂລຊີ ແລະ ການສື່ສານ ນຳໃຊ້ພື້ນ ຖານໂຄງລ່າງຮ່ວມກັນຫລີກລ່ຽງ ການລົງທຶນຊ້ຳຊ້ອນ ແລະ ເພື່ອ ປົກປ້ອງຂໍ້ມູນຂ່າວສານ ເປັນຕົ້ນ ສະກັດກັ້ນການທຳລາຍ, ການໂຈ ລະກຳຂໍ້ມູນຂ່າວສານ, ສະກັດກັ້ນຂໍ້ ມູນທີ່ເປັນໄພຕໍ່ຄວາມໝັ້ນຄົງຂອງ ຊາດ, ເອົາໃຈໃສ່ເປັນພິເສດໃນການ ສ້າງບຸກຄະລາກອນໃຫ້ມີຄວາມ ຮູ້ນໍາໃຊ້ອຸປະກອນເອເລັກໂຕຣນິກ ທັນກັບການຂະຫຍາຍຕົວຂອງເຕັກ ໂນໂລຊີດີຈິຕອນ, ບັນດາຜູ້ປະກອບ ການ (ບໍລິສັດ) ແລະ ບັນດາສະມາ ຄົມ ໄອຊີທີ ໂດຍສະເພາະບັນດາລັດ ວິສາຫະກິດຕ້ອງໄດ້ເອົາໃຈໃສ່ປະ ຕິບັດກົດໝາຍ ແລະ ລະບຽບການ ຕ່າງໆຢ່າງເຂັ້ມງວດ ເປັນຕົ້ນການ ປະຕິບັດພັນທະຕໍ່ລັດຖະບານ ແລະ ການຂະຫຍາຍເຄືອຂ່າຍໃຫ້ປົກ ຄຸມໄປສູ່ເຂດຊົນນະບົດຕາມທິດຊີ້ ນຳຂອງລັດຖະບານ, ຍົກສູງບົດ ບາດໃນການເຕົ້າໂຮມກຸ່ມທຸລະກິດ ໄອຊີທີ ເຂົ້າຮ່ວມຂະບວນການສົ່ງ ເສີມການມີສ່ວນຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນຮ່ວມກັນ ສ້າງສິ່ງອຳນວຍຄວາມສະດວກໃຫ້ ເກີດທຸລະກິດລິເລີ່ມທີ່ນໍາໃຊ້ນະວັດ ຕະກໍາ ຫລື ເອີ້ນວ່າ (Startup) ແລະ SME. ຂ່າວ: ກິດຕາ,ພາບ: ໜັງສືພິມປະຊາຊົນ ແນວຄວາມຄິດ ແລະ ຂະບວນການ ຮ່າງບົດລາຍງານແຫ່ງຊາດ ແບບ ສະໝັກໃຈ ສະບັບທີ 3 ຂອງ ສປປ ລາວ ນັບຕັ້ງແຕ່ໄລຍະນີ້ໄປຈົນເຖິງ ເດືອນກໍລະກົດ 2024. ກອງປະ ຊຸມໄດ້ຮັບຟັງການນໍາສະເໜີກ່ຽວ ກັບຄວາມເປັນມາ, ຂອບເຂດ ແລະ ຂັ້ນຕອນລວມເຖິງຮູບແບບ ແລະ ໂຄງປະກອບຂອງຮ່າງບົດລາຍ ງານແຫ່ງຊາດແບບສະໝັກໃຈ ສະ ບັບທີ 3 ຂອງ ສປປ ລາວ ທີ່ຈະໄດ້ ສຸມໃສ່ທົບທວນຄວາມຄືບໜ້າໃນ ຮູບແບບວິເຄາະ-ວິໄຈທ່າອ່ຽງ (Trend Analysis) ແລະ ວິ ເຄະ-ວິໄຈແບບລົງເລິກ (Track Analysis). ທ່ານ ດາວວີ ວົງໄຊ ໄດ້ໃຫ້ຮູ້ວ່າ: ມາຮອດໄລຍະເຄິ່ງສະໄໝຂອງວາ ລະ 2030, ສະພາບການຈັດຕັ້ງ ປະຕິບັດ ປພຍ ຢູ່ໃນໂລກທີ່ຍັງມີສິ່ງ ທ້າທາຍຫລາຍດ້ານ ໂດຍລວມ ແລ້ວ ມີພຽງແຕ່ 15% ຂອງເປົ້າ ໝາຍທັງໝົດເທົ່ານັ້ນ ທີ່ມີທ່ວງທ່າ ຈະບັນລຸໄດ້ໃນສະພາບປັດຈຸບັນ. ບັນດາປະເທດໃນທົ່ວໂລກລວມທັງ ສປປ ລາວ ໄດ້ຮຽກຮ້ອງໃຫ້ເພີ່ມ ການສະໜັບສະໜູນດ້ານທຶນຮອນ ໃຫ້ຫລາຍຂຶ້ນ ເຊິ່ງສອດຄ່ອງກັບຂໍ້ ລິເລີ່ມຂອງເລຂາທິການໃຫຍ່ ສປຊ ໃນການສ້າງແຜນງານສະໜັບສະ ໜູນ ປພຍ (SDG Stimulus) ເພື່ອຊ່ວຍລະດົມທຶນໃຫ້ໄດ້ຈໍານວນ 500 ຕື້ໂດລາສະຫະລັດຕໍ່ປີ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະ ຕິບັດບັນດາແຜນພັດທະນາຕ່າງໆ ຂອງສາກົນ. ພ້ອມກັນນີ້, ທ່ານ ນາງ ມາຕິນ ເທີເຣີ ກໍໄດ້ແຈ້ງຕໍ່ກອງປະຊຸມຊາບ ກ່ຽວກັບ 6 ວຽກງານຫລັກ ທີ່ຈະ ຊ່ວຍເລັ່ງການຈັດຕັ້ງປະຕິບັດ ປພຍ ຄື: ການປັບປຸງລະບົບສະບຽງອາ ຫານ; ການເຂົ້າເຖິງພະລັງງານ; ການເຊື່ອມຈອດທາງດ້ານດີຈິຕອນ; ການປັບປຸງຄຸນນະພາບຂອງລະບົບ ການສຶກສາ; ການສົ່ງເສີມວຽກເຮັດ ງານທໍາທີ່ດີ ແລະ ລະບົບປະກັນສັງ ຄົມ ແລະ ການຄຸ້ມຄອງບັນຫາການ ປ່ຽນແປງດິນຟ້າອາກາດ, ມົນລະ ພິດແລະການສູນເສຍຊີວະນາໆພັນ. ສໍາລັບ ສປປ ລາວ ແມ່ນໄດ້ສຸມ ໃສ່ການຈັດຕັ້ງປະຕິບັດ ປພຍ ຢ່າງ ຕັ້ງໜ້າໃນໄລຍະຜ່ານມາ ໂດຍຜ່ານ ການເຊື່ອມສານເຂົ້າໃນບັນດາບຸລິ ມະສິດ ແລະ ແຜນງານດ້ານການ ພັດທະນາແຫ່ງຊາດ ແລະ ຂະແໜງ ການຕ່າງໆ. ໃນນັ້ນ, ຂະບວນການ ຮ່າງບົດລາຍງານແຫ່ງຊາດ ແບບ ສະໝັກໃຈ ສະບັບທີ 3 ເຊິ່ງກົງກັບ ໄລຍະທົບທວນກາງສະໄໝການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຈຶ່ງຖືເປັນກາລະໂອກາດທີ່ສໍາ ຄັນ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການໃນລະດັບປະເທດ ກ່ຽວ ກັບການຈັດຕັ້ງປະຕິບັດວາລະ 2030 ຢູ່ ສປປ ລາວ ໂດຍສະເພາະ ແມ່ນບັນດາຜົນສໍາເລັດ, ຄວາມຄືບ ໜ້າ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນດ້ານຕ່າງໆ ລວມເຖິງຄວາມ ຮຽກຮ້ອງຕ້ອງການສະໜັບສະໜູນ ທີ່ຈະປະກອບສ່ວນເຂົ້າໃນການບັນ ລຸ ປພຍ ໃຫ້ໄດ້ຕາມກໍານົດໝາຍ. ສິ່ງທີ່ສໍາຄັນແມ່ນຂະບວນການຮ່າງ ບົດລາຍງານແຫ່ງຊາດ ແບບສະ ໝັກໃຈ ສະບັບທີ 3 ຕ້ອງດໍາເນີນບົນ ພື້ນຖານຄວາມເປັນເຈົ້າການຂອງ ພາກລັດຄຽງຄູ່ກັບການມີສ່ວນຮ່ວມ ຈາກຫລາຍພາກສ່ວນໃນສັງຄົມ. ກອງປະຊຸມຄັ້ງນີ້, ເປັນສ່ວນໜຶ່ງ ຂອງອີກຫລາຍໆກອງປະຊຸມທີ່ຈະ ດໍາເນີນໃນໄລຍະຕໍ່ໜ້າເພື່ອສືບຕໍ່ ຮ່າງບົດລາຍງານແຫ່ງຊາດແບບ ສະໝັກໃຈ ສະບັບທີ 3 ພ້ອມທັງ ເປັນເວທີໜຶ່ງ ໃນການສົ່ງເສີມ, ເປີດ ກວ້າງແລະດຶງດູດການມີສ່ວນຮ່ວມ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສອດຄ່ອງຕາມຫລັກການ ແລະ ຂໍ້ແນະນໍາຂອງສາກົນ ສໍາລັບ ຂະບວນການຮ່າງບົດລາຍງານ ແຫ່ງຊາດແບບສະໝັກໃຈ. ຜົນ ຂອງກອງປະຊຸມ ຈະປະກອບສ່ວນ ອັນສໍາຄັນເຂົ້າໃນຂະບວນການຮ່າງ ບົດລາຍງານແຫ່ງຊາດ ແບບສະ ໝັກໃຈ ສະບັບທີ 3 ຂອງ ສປປ ລາວ ໂດຍສະເພາະເປັນພື້ນຖານ ແລະ ແນວທາງ ໃນການລະດົມຂົນຂວາຍ ການສະໜັບສະໜັບຈາກທຸກພາກ ສ່ວນທັງພາຍໃນ ແລະ ສາກົນເຂົ້າ ໃນການຈັດຕັ້ງປະຕິບັດ ປພຍ ໃນ ໄລຍະທີ່ເຫລືອຕໍ່ໜ້າ. ຂ່າວ-ພາບ: ກຕທ ນາງຊຶຈິຢະຊິນະໂກະ(TSUCHIYA Shinako) ລັດຖະມົນຕີກະ ຊວງການຟື້ນຟູໄພພິບັດຍີ່ປຸ່ນ, ປະ ທານຄະນະມິດຕະພາບລັດຖະສະ ພາ ຍີ່ປຸ່ນ-ລາວ ພ້ອມຄະນະໃນໂອ ກາດມາຢ້ຽມຢາມແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາ ຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຂອງ ທ່ານ ນາງ ຊຶຈິຢະ ຊິນະໂກະ ເຊິ່ງ ເປັນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ອັນດີງາມທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດລະ ຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍ ສະເພາະ ລະຫວ່າງສອງອົງການ ນິຕິບັນຍັດໃຫ້ນັບມື້ນັບຂະຫຍາຍ ຕົວຍິ່ງໆຂຶ້ນ.ພ້ອມນີ້,ທ່ານຍັງໄດ້ສະ ແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນເຫດການ ແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ໃນ ຕົ້ນ ເດືອນມັງກອນທີ່ຜ່ານມາ, ອັນ ໄດ້ກໍໃຫ້ເກີດຄວາມເສຍຫາຍແກ່ຊີ ວິດ ແລະ ຊັບສິນຢ່າງຫລວງຫລາຍ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງລັດຖະ ບານຍີ່ປຸ່ນ, ປະຊາຊົນຍີ່ປຸ່ນ ຈະສາ ມາດຜ່ານຜ່າຄວາມຫຍຸ້ງຍາກໃນ ຄັ້ງນີ້ແລະ ຟື້ນຟູຊິວິດການເປັນຢູ່ໃຫ້ ກັບຄືນສູ່ສະພາບປົກກະຕິໂດຍໄວ. ທ່ານຮອງປະທານສະພາແຫ່ງ ຊາດ ຍັງໄດ້ຕີລາຄາສູງຕໍ່ການພົວ ພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະລະຫວ່າງ ສອງອົງການນິຕິບັນຍັດ ແລະ ຊົມ ເຊີຍຜົນການພົບປະລະຫວ່າງສອງ ຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃນຄັ້ງນີ້. ລວມທັງການພົວພັນຮ່ວມມືລະ ຫວ່າງສອງອົງການນິຕິບັນຍັດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາໄດ້ ຮັບການພັດທະນາຢ່າງຕໍ່ເນື່ອງ, ມີການແລກປ່ຽນຄະນະຜູ້ແທນຂັ້ນ ສູງ ແລະ ຂັ້ນຕ່າງໆນຳກັນເປັນປົກ ກະຕິ. ພ້ອມນັ້ນ, ທ່ານຍັງໄດ້ແຈ້ງ ສະພາບການກ່ຽວກັບ ສປປ ລາວ, ການເຄື່ອນໄຫວຂອງສະພາແຫ່ງ ຊາດລາວ ແລະ ແຈ້ງໃຫ້ຮັບຊາບ ໃນປີ 2024 ສປປ ລາວ ຈະເປັນປະ ທານອາຊຽນ, ສະພາແຫ່ງຊາດ ລາວ ກໍຈະເປັນປະທານໄອປາ ແລະ ອວຍພອນໄຊໃຫ້ທ່ານ ນາງ ຊຶຈິຢະ ຊິນະໂກະ ພ້ອມດ້ວຍຄະນະຈົ່ງປະ ສົບຜົນສໍາເລັດໃນການຢ້ຽມຢາມ ສປປ ລາວ ຄັ້ງນີ້ ແລະ ເດີນທາງກັບ ຄືນປະເທດດ້ວຍຄວາມສະຫວັດ ດີພາບ. ພ້ອມນີ້, ທ່ານ ນາງ ຊຶຈິຢະ ຊິນະໂກະ ກໍໄດ້ກ່າວສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບ ອຸ່ນ, ພ້ອມແຈ້ງໃຫ້ຊາບໃນການມາ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນເທື່ອນີ້ ແລະ ຜົນສຳເລັດໃນການ ພົບປະເຮັດວຽກກັບຄະນະມິດຕະ ພາບລັດຖະສະພາ ຍີ່ປຸ່ນ-ລາວ, ລາວ-ຍີ່ປຸ່ນ ພ້ອມໃຫ້ຄຳໝັ້ນວ່າ: ຈະສືບຕໍ່ຊຸກຍູ້ສົ່ງເສີມໃຫ້ການຊ່ວຍ ເຫລືອ ສປປ ລາວ ໃນການເປັນປະ ທານອາຊຽນ ແລະ ປະທານໄອປາ ກໍຄື ການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ. ອວຍ ພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາ ແຕ່ດົນນານ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ແລະ ການເປັນຄູ່ຮ່ວມ ຍຸດທະສາດຂອງສອງປະເທດ ຈົ່ງ ສືບຕໍ່ຂະຫຍາຍຕົວ ແລະ ແຕກ ດອກອອກຜົນຍິ່ງໆຂຶ້ນໄປ. ຂ່າວ-ພາບ: ສພຊ ກອງປະຊຸມຄັ້ງນີ້, ແນໃສ່ສ້າງ ຄວາມຮັບຮູ້ ແລະ ສົ່ງເສີມການມີ ສ່ວນຮ່ວມຂອງທຸກພາກສ່ວນທີ່ ກ່ຽວຂ້ອງ ທັງພາກລັດ, ຄູ່ຮ່ວມພັດ ທະນາ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ, ອົງການຈັດຕັ້ງທາງສັງ ຄົມ ແລະ ພາກເອກະຊົນ ໂດຍການ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ກົມສົມເດັດພະເທບ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ (ຂວາ) ຮ່ວມກັນຕັດແຖບ ຜ້າພິທີສະຫລອງວັນສ້າງຕັ້ງສູນພັດທະນາ ແລະ ບໍລິການດ້ານກະສິກຳຫ້ວຍຊອນ- ຫ້ວຍຊົ້ວ ຄົບຮອບ 30 ປີ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກົມສົມເດັດພະເທບ ພ້ອມຄະນະຢ້ຽມຊົມ ການວາງສະແດງ ຜະລິດຕະພັນຂອງສູນ

RkJQdWJsaXNoZXIy MTc3MTYxMQ==