lq ,gfa frtgm[rtia fik-tl5 fk ltspk, [= iq ,ik-td5 ,kiu leg]a fdko1h P,1k,]k; Iv'okpq d]a f4t,q o8u goA o.sh dt-;' 8l gvq k.9.lj s]kp[a oskle7a o sk]n Ij k']kp'kodkoxt8y [a f;k]t 2030 grn j vdkora fmtokc[[pn opq '16 j ]k; d5 j ,[= ]y la flkpr6 s];' 9eda f ,v[3m]t37j '.sh 3I'IPo ;a fmtotme-q ogzq j kdv'ma [ dv'ma [xq fxj vpxt-k-q o9u o 1h P,1k, c]t ltcf' dko[y o,y f8trk[3vdkf;a olh k'8A 'dv'ma [ mtskovkdkf 9txt8y [a f|h kmu j [y oltcf'16 j gmy 'fj ko2h k .o;a olh k'8A 'dv'ma [ ;k'ltcf'zt]y f8tra o{ly o7h k lts]v' ;a olh k'8A 'dv'ma [xt-k-q o]k; 7q [Iv[ 75 xu Iv'xtmkoltrkcsj '-kf 8h voIa [ ]a f4t,q o8u dt-;'2N o26 wrry [a fpu j x5 j o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 15.01.2024 ປີທີ 23 ສະບັບທີ 5.850 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ໃນໂອກາດເຂົ້າຮ່ວມ ກອງ ປະຊຸມວຽກງານເຕັກໂນໂລຊີ ແລະ ການສື່ສານ(ຕສ) ປະຈໍາປີ 2023 ວັນທີ 11 ມັງກອນ 2024, ຂປລ. ກະຊວງການຕ່າງປະ ເທດ ໃນນາມກອງເລຂາຄະນະຊີ້ນໍາ ລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ຈັດກອງປະ ຊຸມປຶກສາຫາລືກ່ຽວກັບຂະບວນ ການຮ່າງບົດລາຍງານແຫ່ງຊາດ ແບບສະໝັກໃຈ ສະບັບທີ 3 ກ່ຽວ ກັບຄວາມຄືບໜ້າໃນການຈັດຕັ້ງ ປະຕິບັດວາລະ 2030 ເພື່ອການພັດ ທະນາແບບຍືນຍົງ ຢູ່ ສປປ ລາວ ໃນວັນທີ9ມັງກອນ2023ຜ່ານມາ ໂດຍການເປັນປະທານຮ່ວມຂອງ ທ່ານ ດາວວີ ວົງໄຊ ຫົວໜ້າກົມ ອົງການຈັດຕັ້ງສາກົນ, ຫົວໜ້າກອງ ເລຂາ ປພຍ ແຫ່ງຊາດ, ກະຊວງ ຂປລ. ໃນວັນທີ 11 ມັງກອນ 2024 ທີ່ສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະ ຂປລ. ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ສົມເດັດພະກະ ນິດຖາທິຣາດເຈົ້າກົມສົມເດັດພະ ເທບພະຣັດຣາຊະສຸດາ ສະຫຍາມ ຂປລ. ສະຫາຍ ພັນເອກ ພິມມະ ຈັນ ດວງປັນຍາ ຮອງບັນຊາການ ທະຫານອາກາດ, ຫົວໜ້າຫ້ອງອົບ ຮົມ, ຫົວໜ້າຄະນະຮັບຜິດຊອບການ ບິນສະແດງສວນສະໜາມຂອງ ເຫລົ່າຮົບອາກາດກອງທັບປະຊາ ຊົນລາວ ໄດ້ໃຫ້ສໍາພາດເມື່ອບໍ່ດົນ ນີ້ວ່າ: ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 75 ປີ, ເຫລົ່າ ຮົບທະຫານອາກາດ ກໍໄດ້ຮັບມອບ ໝາຍຈາກຂັ້ນເທິງໃຫ້ເອົາເຮືອບິນ ຈໍານວນໜຶ່ງເຂົ້າຮ່ວມການສະແດງ ບໍຣົມຣາຊະກຸມາຣີ ແຫ່ງ ລາຊະອາ ນາຈັກໄທ ໄດ້ຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມໃນພິທີສະ ເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສູນພັດທະນາ ແລະ ບໍລິການດ້ານກະສິກຳຫ້ວຍ ຊອນ-ຫ້ວຍຊົ້ວ ທັງປັນການສືບຕໍ່ ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ ຮ່ວມຍຸດທະສາດເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບ ຍືນຍົງ ລະຫວ່າງ ສປປ ລາວ ແລະ ທ່ານ ສະເຫລີມໄຊ ກົມມະສິດ ການຕ່າງປະເທດ ແລະ ທ່ານ ນາງ ມາຕິນ ເທີເຣີ ຮັກສາ ການຊົ່ວຄາວ ຜູ້ປະສານງານອົງການສປຊປະຈໍາ ສປປລາວ, ຜູ້ຕາງໜ້າອົງການສປຊ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ໂດຍມີຜູ້ຕາງໜ້າ ຈາກບັນດາກະຊວງ ແລະ ຂະແໜງ ການທີ່ກ່ຽວຂ້ອງ, ບັນດາສະຖານ ທູດ, ອົງການເຄືອຂ່າຍ ສປຊ, ຄະ ນະກໍາມາທິການເສດຖະກິດ-ສັງ ຄົມ ສປຊ ປະຈໍາພາກພື້ນອາຊີ-ປາ ຊິຟິກ ທີ່ບາງກອກ, ອົງການຈັດຕັ້ງ ສາກົນທີ່ບໍ່ສັງກັດລັດຖະບານ, ອົງ ການຈັດຕັ້ງສັງຄົມ ແລະ ພາກ ເອກະຊົນ ເຂົ້າຮ່ວມ. ທ່ານ ນາງ ສູນທອນ ໄຊຍະຈັກ (ຂວາ) ທານສະພາແຫ່ງຊາດ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງທ່ານ ສວນສະໜາມເພື່ອໃຫ້ມວນຊົນເຫັນ ການເຕີບໃຫຍ່ຂອງກອງທັບອາ ກາດ, ໃນການເຂົ້າຮ່ວມໃນຄັ້ງນີ້ມີ 4 ຝຸງບິນ ຄື: ຝຸງບິນຍົນຫັດແອບຂັ້ນ ຕົ້ນ, ຝຸງບິນຍົນຂຶ້ນຊື່, ຝຸງບິນອາຍ ພົນຫັດແອບ, ຍັກ 130 ເປັນເຄື່ອງ ບິນສູ້ຮົບ ທັງເປັນເຄື່ອງບິນຫັດແບບ ຂັ້ນສູງຫລັງຈາກບິນເປັນຝຸງແລ້ວ ຈະມີຍົນຍັກ 130 ໜຶ່ງຄັນປະຕິບັດ ບິນໂຊ ແລະ ສະແດງຢູ່ເທິງດ່ານຟ້າ. ສະຫາຍ ພັນເອກ ພິມມະຈັນ ດວງປັນຍາ ໃຫ້ຮູ້ຕື່ມວ່າ: ພິເສດປີ ອ່ານຕໍ່ໜ້າ 4 ຂປລ. ໃນວັນທີ 12 ມັງກອນ 2024 ທີ່ໂຮງຮຽນວັດທະະນະທຳ ຊົນເຜົ່າກອງທັບ(ຮວຜທ) ຈັດພິທີ ມອບ ໂທລະໂຄ່ງ 4 ໜ່ວຍ ແລະ ອຸ ປະກອນຈໍານວນໜຶ່ງລວມມູນຄ່າ 16ລ້ານກວ່າກີບ ເພື່ອຊຸກຍູ້ຂະບວນ ການວຽກງານຂ່າວສານ ໃຫ້ກັບ ນ້ອງນ້ອຍນັກຮຽນທີ່ກໍາລັງສຶກ ສາຢູ່ໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ ໄດ້ຮັບຮູ້ຂ່າວສານ ກ່ຽວກັບການປະຕິບັດໜ້າທີ່ວຽກ ງານຂອງລັດ ກໍຄື ວຽກງານຂອງ 3 rkdlj ;o v5 xt4e dt-;'xh v'da oxtgmf
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 15/01/2024 xtgmf]k; ຮອງນາຍົກລັດຖະມົນຕີ... ຫາລືຮ່າງລາຍງານ... ຮອງປະທານສະພາ.... ສົມເດັດພະເທບ... ລາຊະອານາຈັກໄທ ໃນວັນທີ 12 ມັງກອນ 2024 ໂດຍມີທ່ານ ສະ ເຫລີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນ ຕີກະຊວງ ການຕ່າງປະເທດ, ທັງເປັນລັດຖະ ມົນຕີກຽດຕິຍົດ ແລະ ຄະນະໃຫ້ ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມ ກຽດທີ່ສະໜາມບິນສາກົນວັດໄຕ. ໃນໂອກາດການສະເດັດຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້, ກົມສົມ ເດັດພະເທບ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເປັນປະທານຮ່ວມໃນພິ ທີສະເຫລີມສະຫລອງວັນສ້າງ ຕັ້ງສູນດັ່ງກ່າວ ໂດຍໄດ້ຮັບຟັງການ ລາຍງານຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບຄວາມໝາຍຄວາມ ສໍາຄັນຂອງໂຄງການ ຊຶ່ງເປັນໂຄງ ການ ການຮ່ວມມືແບບພິເສດ ລະ ຫວ່າງ ສອງປະມຸກລັດ ລາວ ແລະ ໄທ ກໍຄື ລະຫວ່າງ ພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິ ພົນອະດຸນ ຍະເດດມະຫາຣາດ ບໍຣົມມະນາດບໍພິດ ແລະ ປະທານ ໄກສອນ ພົມວິຫານ ທີ່ເປັນສັນຍະ ລັກ ໃນການພົວພັນ ແລະ ຮ່ວມມືລະ ຫວ່າງ ສອງປະເທດ ລາວ ແລະ ໄທ. ເປົ້າໝາຍຂອງສູນແຫ່ງນີ້ ແມ່ນເປັນ ສູນຮ່ວມມືດ້ານວິຊາການກ່ຽວກັບ ວຽກງານກະສິກໍາ ໂດຍມີການຖ່າຍ ທອດຄວາມຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ໃນການ ຂະຫຍາຍແນວພັນພືດ-ພັນສັດພາຍ ໃຕ້ຄວາມຮັບຜິດຊອບຂອງກະຊວງ ກະສິກໍາແລະປ່າໄມ້. ປັດຈຸບັນ, ສູນ ດັ່ງກາວໄດ້ກາຍເປັນສູນຕົວແບບ, ບ່ອນຖ່າຍທອດຄວາມຮູ້ ແລະ ເຕັກ ນິກ-ວິຊາການ ໃຫ້ແກ່ຊາວກະສິ ກອນ, ຜູ້ປະກອບການ, ນັກຮຽນນັກສຶກສາທັງເປັນບ່ອນຜະລິດ ແລະ ສະໜອງແນວພັນພືດ-ພັນສັດ ທີ່ດີ ໂດຍໄດ້ປະກອບສ່ວນອັນສໍາ ຄັນເຂົ້າໃນການສ້າງລາຍຮັບ ແລະ ອາຊີບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ ຫລຸດພົ້ນຈາກຄວາມທຸກຍາກ. ໃນພິທີດັ່ງກ່າວ, ກົມສົມເດັດພະ ເທບ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຮ່ວມກັນຕັດແຖບຜ້າພິທີສະ ເຫລີມສະຫລອງວັນສ້າງຕັ້ງສູນ ພັດທະນາ ແລະ ບໍລິການດ້ານກະສິ ກຳຫ້ວຍຊອນ-ຫ້ວຍຊົ້ວ ຄົບຮອບ 30 ປີ ແລະ ຢ້ຽມຊົມການວາງ ສະແດງຜະລິດຕະພັນຂອງສູນ, ອາຄານຮຽນຮູ້, ແຜນຜັງກໍ່ສ້າງຫໍ ປະຊຸມຫລັງໃໝ່, ພົບປະຄອບຄົວ ຕົວແບບຂອງສູນ ແລະ ຢ້ຽມຊົມ ຜົນຜະລິດກະສິກໍາຂອງເມືອງນາ ຊາຍທອງ ພ້ອມທັງປູກຕົ້ນໄມ້ເພື່ອ ເປັນສັນຍະລັກ. ໃນຕອນບ່າຍ, ກົມສົມເດັດພະ ເທບ ແລະ ຄະນະ ກໍ່ໄດ້ສະເດັດຢ້ຽມ ຢາມໂຮງຮຽນວັດທະນະທໍາ ຫລັກ 67, ເຊິ່ງໂຮງຮຽນໄດ້ຮັບການຊ່ວຍ ເຫລືອດ້ານຕ່າງໆ ຈາກໂຄງການ ອັນເນື່ອງມາຈາກພະຣາຊະດໍາຣິ ຂອງກົມສົມເດັດພະເທບ ນັບຕັ້ງ ແຕ່ປີ 1992 ເປັນຕົ້ນມາ. ໃນໂອ ກາດນີ້, ກົມສົມເດັດ ຍັງໄດ້ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ສ້າງຫ້ອງການຄູ 1 ຫລັງ, ຫໍພັກຍິງ 1 ຫລັງ ແລະ ມອບອຸປະກອນຮັບ ໃຊ້ການຮຽນ-ການສອນ ລວມມູນ ຄ່າ 2.735.300 ບາດ, ມອບຂອງ ຂວັນໃຫ້ແກ່ນັກຮຽນດີເດັ່ນຂອງ ໂຮງຮຽນ ຈໍານວນ 5 ຄົນ ແລະ ໄດ້ ຢ້ຽມຊົມຮູບພາບກ່ຽວກັບຄວາມ ເປັນມາຂອງໂຮງຮຽນ, ຫ້ອງສະ ໝຸດ, ອາຄານໝັ້ນມິດ (ຫ້ອງທົດ ລອງ) ແລະ ໄດ້ປູກຕົ້ນໄມ້ຢູ່ເດີ່ນ ໂຮງຮຽນ ເພື່ອເປັນສັນຍະລັກ. ໃນໂອກາດການສະເດັດຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້, ກົມສົມ ເດັດພະເທບ ໄດ້ເຂົ້າພົບປະກັບທ່ານ ປະທານປະເທດ ທອງລຸນ ສີສຸລິດ ຊຶ່ງທ່ານປະທານປະເທດ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງຕໍ່ການສະເດັດຢ້ຽມຢາມ ສປປ ລາວ ຄັ້ງນີ້ ອັນຈະເປັນນິມິດ ໝາຍສໍາຄັນອີກຄັ້ງໜຶ່ງໃນການ ເພີ່ມທະວີການພົວພັນ ແລະ ຮ່ວມມື ລາວ ແລະ ໄທ ພາຍຫລັງທີ່ສອງ ປະເທດ ໄດ້ຍົກລະດັບການພົວພັນ ເປັນຄູ່ຮ່ວມຍຸດທະສາດເພື່ອການ ຈະເລີນເຕີບໂຕແລະການພັດທະນາ ແບບຍືນຍົງ ແລະ ໄດ້ຝາກຄວາມຢື້ ຢາມຖາມຂ່າວໄປຍັງພະບາດສົມ ເດັດພະວະຊິຣະເກົ້າເຈົ້າຢູ່ຫົວ, ພະ ຣາຊີນີ ແລະ ພະບໍຣົມວົງສານຸວົງ ທຸກພະອົງ ພ້ອມທັງໄດ້ສົ່ງຄໍາເຊື້ອ ເຊີນພະບາດສົມເດັດ ພະວະຊິຣະ ເກົ້າເຈົ້າຢູ່ຫົວ ແລະ ພະຣາຊີນີ ສະ ເດັດຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ເພື່ອເປັນສິຣິມຸງຄຸນໃຫ້ ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ. ໃນໂອກາດດຽວກັນ ນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຕາງ ໜ້າໃຫ້ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ບັນດາໂຄງການອັນເນື່ອງ ມາຈາກພະຣາຊະດໍາຣິຂອງພະບໍ ຣົມວົງສານຸວົງ ແຫ່ງລາຊະອານາ ຈັກໄທ ໂດຍສະເພາະບັນດາໂຄງ ການຂອງກົມສົມເດັດພະເທບເປັນ ຕົ້ນແມ່ນດ້ານກະສິກໍາ, ການສຶກ ສາ, ສາທາລະນະສຸກ, ເຕັກໂນໂລຊີ ແລະ ໂຄງລ່າງພື້ນຖານຕ່າງໆ. ໃນຂະນະດຽວກັນ, ກົມສົມ ເດັດພະເທບ ກໍໄດ້ສະແດງຄວາມ ຍິນດີຕໍ່ການຕ້ອນຮັບອັນອົບອຸ່ນໃນ ຄັ້ງນີ້ ແລະ ຮູ້ສຶກດີໃຈເປັນຢ່າງຍິ່ງ ທີ່ໄດ້ສະເດັດຢ້ຽມຢາມ ສປປ ລາວ ອີກຄັ້ງໜຶ່ງ ພາຍຫລັງທີ່ບໍ່ໄດ້ສະ ເດັດຢ້ຽມຢາມເປັນເວລາ 6 ປີແລ້ວ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ເຫັນວ່າ ສປປ ລາວ ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ ແລະ ໄດ້ສະ ແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີ ລະຫວ່າງສອງປະເທດ ລາວໄທ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ໃນຕອນຄໍ່າຂອງວັນດຽວກັນ, ກົມສົມເດັດພະເທບ ແລະ ຄະນະ ກໍໄດ້ກັບຄືນປະເທດ ດ້ວຍຄວາມ ສະຫວັດດີພາບ. ພາບ: ເກດສະໜາ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີ ກະຊວງການຕ່າງປະເທດໄດ້ເນັ້ນ ໃຫ້ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ສືບຕໍ່ຍົກສູງບົດບາດການ ຄຸ້ມຄອງມະຫາພາກ ແລະ ພັດທະ ນານຳໃຊ້ພື້ນຖານໂຄງລ່າງຍຸດທະ ສາດໃຫ້ມີປະສິດທິຜົນ, ເອົາໃຈໃສ່ ການແບ່ງຂັ້ນຄຸ້ມຄອງວຽກງານ ເຕັກໂນໂລຊີ ແລະ ການສື່ສານ ລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ ຊັດເຈນ, ສ້າງແລະ ປັບປຸງກົດໝາຍ ແລະ ບັນດານິຕິກໍາລຸ່ມກົດໝາຍ ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ຄົບຖ້ວນທັນກັບ ສະພາບການໃໝ່, ເອົາໃຈໃສ່ສືບ ຕໍ່ສ້າງ ແລະ ປັບປຸງພື້ນຖານໂຄງ ລ່າງເຕັກນິກມີສະຖຽນລະພາບ, ຄວາມໄວສູງ ແລະ ປອດໄພ ເພື່ອ ຮອງຮັບເຕັກໂນໂລຊີໃໝ່ ເຊັ່ນ: ຖານຂໍ້ມູນໃຫຍ່ (Bigdata), ກຸ່ມຂໍ້ ມູນຜູກພັນ (Block Chain), ລະ ບົບສັນຍານ 5G. ພ້ອມນີ້, ຕ້ອງເລັ່ງພັດທະນາລະ ບົບເຊື່ອມໂຍງຂໍ້ມູນພາກລັດ ເພື່ອ ແລກປ່ຽນ ແລະ ລວມສູນຂໍ້ມູນພາກ ລັດໃຫ້ທຸກພາກສ່ວນສາມາດນຳໃຊ້ ເພື່ອພັດທະນາບໍລິການໃຫ້ປະຊາ ຊົນ, ເລັ່ງປັບປຸງພື້ນຖານໂຄງລ່າງ ທີ່ຈຳເປັນໃຫ້ສະຖາບັນເຕັກໂນໂລຊີ ແລະ ການສື່ສານ ມີຫລັກສູດ ແລະ ມີສິ່ງອໍານວຍຄວາມສະດວກໃຫ້ ແກ່ການຮຽນ-ການສອນເພື່ອສ້າງ ວິຊາການດີຈິຕອນ, ສືບຕໍ່ຊຸກຍູ້ບັນ ດາ ບໍລິສັດ ດ້ານໄປສະນີ, ໂທລະຄົມ ມະນາຄົມ ແລະ ອິນເຕີເນັດຍົກລະ ດັບ ແລະ ຂະຫຍາຍເຄືອຂ່າຍເຕັກ ນິກ ແລະ ລະບົບການບໍລິການທີ່ມີ ຄວາມສາມາດແຂ່ງຂັນກັນສູງຂຶ້ນ ແລະ ຂະຫຍາຍທຸລະກິດໄປຕ່າງປະ ເທດໃນອະນາຄົດ. ໜ້າທີ່ສຳຄັນ ຢ່າງໜຶ່ງ ຂອງບໍລິສັດ ແມ່ນການປະ ຕິບັດພັນທະໃນການປະກອບສ່ວນ ຢ່າງຕັ້ງໜ້າຕໍ່ພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວອີກວ່າ: ປັດຈຸບັນ, ລະບົບ ໄອຊີທີ ມີຄວາມຈຳເປັນສຳລັບທຸກ ກະຊວງ ແລະ ຂະແໜງການຢ່າງ ຫລີກລ່ຽງບໍ່ໄດ້. ດັ່ງນັ້ນ, ການຫັນ ເປັນດີຈິຕອນ ໃນຂະແໜງການຕົນ ຈະສະແດງໃຫ້ເຫັນຄວາມເອົາໃຈ ໃສ່ຢ່າງຈິງຈັງຂອງຄະນະພັກ, ຄະ ນະນຳທຸກຂັ້້ນ ເພື່ອຍົກສູງຄຸນນະ ພາບ ແລະ ຄວາມໂປ່ງໃສ ໂດຍສະ ເພາະ ຂະແໜງເສດຖະກິດ ເຊັ່ນ: ການຄ້າທາງເອເລັກໂຕຣນິກ (ecommerce), ລະບົບພາສີເອ ເລັກໂຕຣນິກ (e-tax), ລະບົບຊໍາ ລະເງິນເອເລັກໂຕຣນິກ (e-payment) ລວມທັງການສຶກສາຜ່ານ ເອເລັກໂຕຣນິກ (e-education); ບັນດາກະຊວງ ແລະ ຂະແໜງການ ຕ້ອງຮ່ວມມືກັບກະຊວງເຕັກໂນ ໂລຊີ ແລະ ການສື່ສານ ນຳໃຊ້ພື້ນ ຖານໂຄງລ່າງຮ່ວມກັນຫລີກລ່ຽງ ການລົງທຶນຊ້ຳຊ້ອນ ແລະ ເພື່ອ ປົກປ້ອງຂໍ້ມູນຂ່າວສານ ເປັນຕົ້ນ ສະກັດກັ້ນການທຳລາຍ, ການໂຈ ລະກຳຂໍ້ມູນຂ່າວສານ, ສະກັດກັ້ນຂໍ້ ມູນທີ່ເປັນໄພຕໍ່ຄວາມໝັ້ນຄົງຂອງ ຊາດ, ເອົາໃຈໃສ່ເປັນພິເສດໃນການ ສ້າງບຸກຄະລາກອນໃຫ້ມີຄວາມ ຮູ້ນໍາໃຊ້ອຸປະກອນເອເລັກໂຕຣນິກ ທັນກັບການຂະຫຍາຍຕົວຂອງເຕັກ ໂນໂລຊີດີຈິຕອນ, ບັນດາຜູ້ປະກອບ ການ (ບໍລິສັດ) ແລະ ບັນດາສະມາ ຄົມ ໄອຊີທີ ໂດຍສະເພາະບັນດາລັດ ວິສາຫະກິດຕ້ອງໄດ້ເອົາໃຈໃສ່ປະ ຕິບັດກົດໝາຍ ແລະ ລະບຽບການ ຕ່າງໆຢ່າງເຂັ້ມງວດ ເປັນຕົ້ນການ ປະຕິບັດພັນທະຕໍ່ລັດຖະບານ ແລະ ການຂະຫຍາຍເຄືອຂ່າຍໃຫ້ປົກ ຄຸມໄປສູ່ເຂດຊົນນະບົດຕາມທິດຊີ້ ນຳຂອງລັດຖະບານ, ຍົກສູງບົດ ບາດໃນການເຕົ້າໂຮມກຸ່ມທຸລະກິດ ໄອຊີທີ ເຂົ້າຮ່ວມຂະບວນການສົ່ງ ເສີມການມີສ່ວນຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນຮ່ວມກັນ ສ້າງສິ່ງອຳນວຍຄວາມສະດວກໃຫ້ ເກີດທຸລະກິດລິເລີ່ມທີ່ນໍາໃຊ້ນະວັດ ຕະກໍາ ຫລື ເອີ້ນວ່າ (Startup) ແລະ SME. ຂ່າວ: ກິດຕາ,ພາບ: ໜັງສືພິມປະຊາຊົນ ແນວຄວາມຄິດ ແລະ ຂະບວນການ ຮ່າງບົດລາຍງານແຫ່ງຊາດ ແບບ ສະໝັກໃຈ ສະບັບທີ 3 ຂອງ ສປປ ລາວ ນັບຕັ້ງແຕ່ໄລຍະນີ້ໄປຈົນເຖິງ ເດືອນກໍລະກົດ 2024. ກອງປະ ຊຸມໄດ້ຮັບຟັງການນໍາສະເໜີກ່ຽວ ກັບຄວາມເປັນມາ, ຂອບເຂດ ແລະ ຂັ້ນຕອນລວມເຖິງຮູບແບບ ແລະ ໂຄງປະກອບຂອງຮ່າງບົດລາຍ ງານແຫ່ງຊາດແບບສະໝັກໃຈ ສະ ບັບທີ 3 ຂອງ ສປປ ລາວ ທີ່ຈະໄດ້ ສຸມໃສ່ທົບທວນຄວາມຄືບໜ້າໃນ ຮູບແບບວິເຄາະ-ວິໄຈທ່າອ່ຽງ (Trend Analysis) ແລະ ວິ ເຄະ-ວິໄຈແບບລົງເລິກ (Track Analysis). ທ່ານ ດາວວີ ວົງໄຊ ໄດ້ໃຫ້ຮູ້ວ່າ: ມາຮອດໄລຍະເຄິ່ງສະໄໝຂອງວາ ລະ 2030, ສະພາບການຈັດຕັ້ງ ປະຕິບັດ ປພຍ ຢູ່ໃນໂລກທີ່ຍັງມີສິ່ງ ທ້າທາຍຫລາຍດ້ານ ໂດຍລວມ ແລ້ວ ມີພຽງແຕ່ 15% ຂອງເປົ້າ ໝາຍທັງໝົດເທົ່ານັ້ນ ທີ່ມີທ່ວງທ່າ ຈະບັນລຸໄດ້ໃນສະພາບປັດຈຸບັນ. ບັນດາປະເທດໃນທົ່ວໂລກລວມທັງ ສປປ ລາວ ໄດ້ຮຽກຮ້ອງໃຫ້ເພີ່ມ ການສະໜັບສະໜູນດ້ານທຶນຮອນ ໃຫ້ຫລາຍຂຶ້ນ ເຊິ່ງສອດຄ່ອງກັບຂໍ້ ລິເລີ່ມຂອງເລຂາທິການໃຫຍ່ ສປຊ ໃນການສ້າງແຜນງານສະໜັບສະ ໜູນ ປພຍ (SDG Stimulus) ເພື່ອຊ່ວຍລະດົມທຶນໃຫ້ໄດ້ຈໍານວນ 500 ຕື້ໂດລາສະຫະລັດຕໍ່ປີ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະ ຕິບັດບັນດາແຜນພັດທະນາຕ່າງໆ ຂອງສາກົນ. ພ້ອມກັນນີ້, ທ່ານ ນາງ ມາຕິນ ເທີເຣີ ກໍໄດ້ແຈ້ງຕໍ່ກອງປະຊຸມຊາບ ກ່ຽວກັບ 6 ວຽກງານຫລັກ ທີ່ຈະ ຊ່ວຍເລັ່ງການຈັດຕັ້ງປະຕິບັດ ປພຍ ຄື: ການປັບປຸງລະບົບສະບຽງອາ ຫານ; ການເຂົ້າເຖິງພະລັງງານ; ການເຊື່ອມຈອດທາງດ້ານດີຈິຕອນ; ການປັບປຸງຄຸນນະພາບຂອງລະບົບ ການສຶກສາ; ການສົ່ງເສີມວຽກເຮັດ ງານທໍາທີ່ດີ ແລະ ລະບົບປະກັນສັງ ຄົມ ແລະ ການຄຸ້ມຄອງບັນຫາການ ປ່ຽນແປງດິນຟ້າອາກາດ, ມົນລະ ພິດແລະການສູນເສຍຊີວະນາໆພັນ. ສໍາລັບ ສປປ ລາວ ແມ່ນໄດ້ສຸມ ໃສ່ການຈັດຕັ້ງປະຕິບັດ ປພຍ ຢ່າງ ຕັ້ງໜ້າໃນໄລຍະຜ່ານມາ ໂດຍຜ່ານ ການເຊື່ອມສານເຂົ້າໃນບັນດາບຸລິ ມະສິດ ແລະ ແຜນງານດ້ານການ ພັດທະນາແຫ່ງຊາດ ແລະ ຂະແໜງ ການຕ່າງໆ. ໃນນັ້ນ, ຂະບວນການ ຮ່າງບົດລາຍງານແຫ່ງຊາດ ແບບ ສະໝັກໃຈ ສະບັບທີ 3 ເຊິ່ງກົງກັບ ໄລຍະທົບທວນກາງສະໄໝການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຈຶ່ງຖືເປັນກາລະໂອກາດທີ່ສໍາ ຄັນ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການໃນລະດັບປະເທດ ກ່ຽວ ກັບການຈັດຕັ້ງປະຕິບັດວາລະ 2030 ຢູ່ ສປປ ລາວ ໂດຍສະເພາະ ແມ່ນບັນດາຜົນສໍາເລັດ, ຄວາມຄືບ ໜ້າ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນດ້ານຕ່າງໆ ລວມເຖິງຄວາມ ຮຽກຮ້ອງຕ້ອງການສະໜັບສະໜູນ ທີ່ຈະປະກອບສ່ວນເຂົ້າໃນການບັນ ລຸ ປພຍ ໃຫ້ໄດ້ຕາມກໍານົດໝາຍ. ສິ່ງທີ່ສໍາຄັນແມ່ນຂະບວນການຮ່າງ ບົດລາຍງານແຫ່ງຊາດ ແບບສະ ໝັກໃຈ ສະບັບທີ 3 ຕ້ອງດໍາເນີນບົນ ພື້ນຖານຄວາມເປັນເຈົ້າການຂອງ ພາກລັດຄຽງຄູ່ກັບການມີສ່ວນຮ່ວມ ຈາກຫລາຍພາກສ່ວນໃນສັງຄົມ. ກອງປະຊຸມຄັ້ງນີ້, ເປັນສ່ວນໜຶ່ງ ຂອງອີກຫລາຍໆກອງປະຊຸມທີ່ຈະ ດໍາເນີນໃນໄລຍະຕໍ່ໜ້າເພື່ອສືບຕໍ່ ຮ່າງບົດລາຍງານແຫ່ງຊາດແບບ ສະໝັກໃຈ ສະບັບທີ 3 ພ້ອມທັງ ເປັນເວທີໜຶ່ງ ໃນການສົ່ງເສີມ, ເປີດ ກວ້າງແລະດຶງດູດການມີສ່ວນຮ່ວມ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສອດຄ່ອງຕາມຫລັກການ ແລະ ຂໍ້ແນະນໍາຂອງສາກົນ ສໍາລັບ ຂະບວນການຮ່າງບົດລາຍງານ ແຫ່ງຊາດແບບສະໝັກໃຈ. ຜົນ ຂອງກອງປະຊຸມ ຈະປະກອບສ່ວນ ອັນສໍາຄັນເຂົ້າໃນຂະບວນການຮ່າງ ບົດລາຍງານແຫ່ງຊາດ ແບບສະ ໝັກໃຈ ສະບັບທີ 3 ຂອງ ສປປ ລາວ ໂດຍສະເພາະເປັນພື້ນຖານ ແລະ ແນວທາງ ໃນການລະດົມຂົນຂວາຍ ການສະໜັບສະໜັບຈາກທຸກພາກ ສ່ວນທັງພາຍໃນ ແລະ ສາກົນເຂົ້າ ໃນການຈັດຕັ້ງປະຕິບັດ ປພຍ ໃນ ໄລຍະທີ່ເຫລືອຕໍ່ໜ້າ. ຂ່າວ-ພາບ: ກຕທ ນາງຊຶຈິຢະຊິນະໂກະ(TSUCHIYA Shinako) ລັດຖະມົນຕີກະ ຊວງການຟື້ນຟູໄພພິບັດຍີ່ປຸ່ນ, ປະ ທານຄະນະມິດຕະພາບລັດຖະສະ ພາ ຍີ່ປຸ່ນ-ລາວ ພ້ອມຄະນະໃນໂອ ກາດມາຢ້ຽມຢາມແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາ ຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຂອງ ທ່ານ ນາງ ຊຶຈິຢະ ຊິນະໂກະ ເຊິ່ງ ເປັນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ອັນດີງາມທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດລະ ຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍ ສະເພາະ ລະຫວ່າງສອງອົງການ ນິຕິບັນຍັດໃຫ້ນັບມື້ນັບຂະຫຍາຍ ຕົວຍິ່ງໆຂຶ້ນ.ພ້ອມນີ້,ທ່ານຍັງໄດ້ສະ ແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນເຫດການ ແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ໃນ ຕົ້ນ ເດືອນມັງກອນທີ່ຜ່ານມາ, ອັນ ໄດ້ກໍໃຫ້ເກີດຄວາມເສຍຫາຍແກ່ຊີ ວິດ ແລະ ຊັບສິນຢ່າງຫລວງຫລາຍ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງລັດຖະ ບານຍີ່ປຸ່ນ, ປະຊາຊົນຍີ່ປຸ່ນ ຈະສາ ມາດຜ່ານຜ່າຄວາມຫຍຸ້ງຍາກໃນ ຄັ້ງນີ້ແລະ ຟື້ນຟູຊິວິດການເປັນຢູ່ໃຫ້ ກັບຄືນສູ່ສະພາບປົກກະຕິໂດຍໄວ. ທ່ານຮອງປະທານສະພາແຫ່ງ ຊາດ ຍັງໄດ້ຕີລາຄາສູງຕໍ່ການພົວ ພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະລະຫວ່າງ ສອງອົງການນິຕິບັນຍັດ ແລະ ຊົມ ເຊີຍຜົນການພົບປະລະຫວ່າງສອງ ຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃນຄັ້ງນີ້. ລວມທັງການພົວພັນຮ່ວມມືລະ ຫວ່າງສອງອົງການນິຕິບັນຍັດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາໄດ້ ຮັບການພັດທະນາຢ່າງຕໍ່ເນື່ອງ, ມີການແລກປ່ຽນຄະນະຜູ້ແທນຂັ້ນ ສູງ ແລະ ຂັ້ນຕ່າງໆນຳກັນເປັນປົກ ກະຕິ. ພ້ອມນັ້ນ, ທ່ານຍັງໄດ້ແຈ້ງ ສະພາບການກ່ຽວກັບ ສປປ ລາວ, ການເຄື່ອນໄຫວຂອງສະພາແຫ່ງ ຊາດລາວ ແລະ ແຈ້ງໃຫ້ຮັບຊາບ ໃນປີ 2024 ສປປ ລາວ ຈະເປັນປະ ທານອາຊຽນ, ສະພາແຫ່ງຊາດ ລາວ ກໍຈະເປັນປະທານໄອປາ ແລະ ອວຍພອນໄຊໃຫ້ທ່ານ ນາງ ຊຶຈິຢະ ຊິນະໂກະ ພ້ອມດ້ວຍຄະນະຈົ່ງປະ ສົບຜົນສໍາເລັດໃນການຢ້ຽມຢາມ ສປປ ລາວ ຄັ້ງນີ້ ແລະ ເດີນທາງກັບ ຄືນປະເທດດ້ວຍຄວາມສະຫວັດ ດີພາບ. ພ້ອມນີ້, ທ່ານ ນາງ ຊຶຈິຢະ ຊິນະໂກະ ກໍໄດ້ກ່າວສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບ ອຸ່ນ, ພ້ອມແຈ້ງໃຫ້ຊາບໃນການມາ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນເທື່ອນີ້ ແລະ ຜົນສຳເລັດໃນການ ພົບປະເຮັດວຽກກັບຄະນະມິດຕະ ພາບລັດຖະສະພາ ຍີ່ປຸ່ນ-ລາວ, ລາວ-ຍີ່ປຸ່ນ ພ້ອມໃຫ້ຄຳໝັ້ນວ່າ: ຈະສືບຕໍ່ຊຸກຍູ້ສົ່ງເສີມໃຫ້ການຊ່ວຍ ເຫລືອ ສປປ ລາວ ໃນການເປັນປະ ທານອາຊຽນ ແລະ ປະທານໄອປາ ກໍຄື ການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ. ອວຍ ພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາ ແຕ່ດົນນານ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ແລະ ການເປັນຄູ່ຮ່ວມ ຍຸດທະສາດຂອງສອງປະເທດ ຈົ່ງ ສືບຕໍ່ຂະຫຍາຍຕົວ ແລະ ແຕກ ດອກອອກຜົນຍິ່ງໆຂຶ້ນໄປ. ຂ່າວ-ພາບ: ສພຊ ກອງປະຊຸມຄັ້ງນີ້, ແນໃສ່ສ້າງ ຄວາມຮັບຮູ້ ແລະ ສົ່ງເສີມການມີ ສ່ວນຮ່ວມຂອງທຸກພາກສ່ວນທີ່ ກ່ຽວຂ້ອງ ທັງພາກລັດ, ຄູ່ຮ່ວມພັດ ທະນາ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ, ອົງການຈັດຕັ້ງທາງສັງ ຄົມ ແລະ ພາກເອກະຊົນ ໂດຍການ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ກົມສົມເດັດພະເທບ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ (ຂວາ) ຮ່ວມກັນຕັດແຖບ ຜ້າພິທີສະຫລອງວັນສ້າງຕັ້ງສູນພັດທະນາ ແລະ ບໍລິການດ້ານກະສິກຳຫ້ວຍຊອນ- ຫ້ວຍຊົ້ວ ຄົບຮອບ 30 ປີ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກົມສົມເດັດພະເທບ ພ້ອມຄະນະຢ້ຽມຊົມ ການວາງສະແດງ ຜະລິດຕະພັນຂອງສູນ
xtgmf]k; 3 15/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສົມພອນ ຂຸນດາວົງ l6 olqj 'glu ,sa f4tde gIn vos6 d ,y 45 ok -j ;plh k'vk-u [.sh xt-k-q o gs]q j kIq [ln j lko g8u [.spj g0A ,c0'gxa ode]a 's]a dcs]j '0v'ra d * ຕະຫລອດໄລຍະ 75 ປີຜ່ານ ມາພາຍໃຕ້ການຊີ້ນໍາ-ນໍາພາຂອງ ກະຊວງປ້ອງກັນປະເທດ ກໍຄືກົມ ໃຫຍ່ເສນາທິການກອງທັບເຫລົ່າ ຮົບສື່ສານ ກໍເປັນເຫລົ່າຮົບໜຶ່ງ ເຊິ່ງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ15 ທັນວາ 1954 ຢູ່ເຂດທີ່ໝັ້ນແຂວງ ຫົວພັນ ໃນເວລານັ້ນເອີ້ນວ່າຫ້ອງ ການສື່ສານ ກອງທັບປະຊາຊົນ ລາວ ມີໜ້າຮັບປະກັນວຽກງານຕິດ ສື່ສານ ໃນແຕ່ລະບັ້ນຮົບໃນການຕໍ່ສູ້ ກູ້ຊາດ. ພາຍຫລັງປະເທດຊາດ ໄດ້ * ອາທິດຜ່ານມາ ເຮືອນຫູກ ມິຖຸ ນາ ແຂວງຫລວງນໍ້າທາ, ໄດ້ຈັດຊຸດ ຝຶກອົບຮົມພາກທິດສະດີ ໃຫ້ແມ່ ຍິງ ແຂວງຫລວງນໍ້າທາ 22 ຄົນ ກ່ຽວກັບຂັ້ນຕອນການເຮັດກະເປົາ ແບບມີຫູຫິ້ວແລະ ກະເປົາ ແບບຈັບ, ການປະຕິບັດຕົວຈິງກ່ຽວກັບການ ອອກແບບ, ຕັດແບບກະເປົາ, ການ ຕັດຊິ້ນສ່ວນປະກອບ, ກະກຽມອຸປະ ກອນທັງໝົດ, ການນໍາໃຊ້ຈັກ, ການ ຫຍິບກະເປົາສານດ້ວຍມື, ຂັ້ນຕອນ ການທາກາວ ພ້ອມທັງໄດ້ທົບທວນ ຄືນແຕ່ລະຂັ້ນຕອນໃນການຜະລິດ ກະເປົາແບບມີຫູຫິ້ວ ແລະ ແບບຈັບ ທີ່ເຮັດດ້ວຍມືໃຫ້ສໍາມະນາກອນ ຕື່ມອີກ. ທ່ານນາງ ອານຸສອນ ແກ້ວບຸນ ມາ ເຈົ້າຂອງຮ້ານອານຸສອນ ຫັດ ຖະກໍາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຊຸດຝືກອົບຮົມຄັ້ງນີ້ຈັດ ໂດຍສູນສົ່ງເສີມຫັດຖະກໍາເຮືອນ ຫູກມິຖຸນາ ແຂວງຫລວງນໍ້າທາ ແລະ ໄດ້ຮັບການສະໜັບສະໜູນ ຈາກກອງທຶນສົ່ງເສີມຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະການຄ້າ. ທັງນີ້ກໍ່ເພື່ອເປັນການ ສົ່ງເສີມການຜະລິດເຄື່ອງຫັດຖະ ກໍາໃຫ້ມີຫລາກຫລາຍສີສັນ ແລະ ເປັນການພັດທະນາກຸ່ມຜະລິດ ເຄື່ອງ ຫັດຖະກໍາທີ່ມາຈາກ 5 ເມືອງ ຂອງ ແຂວງຫລວງນໍ້າທາ ໃຫ້ມີປະສົບ ການອັນໃໝ່ໃນການຜະລິດ ເຄື່ອງ ຫັດຖະກໍາທີ່ສ້າງວຽກເຮັດງານທໍາ ດ້ານສີໄມ້ລາຍມືອັນປານີດ ແລະ ສວຍງາມ ສາມາດສ້າງລາຍຮັບ ໃຫ້ແກ່ຕົນເອງ, ກຸ່ມຜູ້ຜະລິດພ້ອມ ທັງຕອບສະໜອງຕາມຄວາມຮຽກ ຮ້ອງຕ້ອງການຂອງຜູ້ຊົມໃຊ້ຜະ ລິດຕະພັນກະເປົາຫວາຍຕົວຈິງບໍ່ ວ່າຈະເປັນລູກຄ້າທັງພາຍໃນ ແລະ ຕ່າງປະເທດທີ່ມີຄວາມນິຍົມຮັກມັກ ໃນງານສີມືການເຮັດກະເປົາຫວາຍ ແບບປະສົມປະສານ ລະຫວ່າງ ຫວາຍ ແລະ ແພຝ້າຍລາວ ເຊິ່ງສາ ມາດຜະລິດອອກມາ ໄດ້ຫລາກ ຫລາຍສີສັນ ແລະສາມາດຕອບໂຈດ ໃຫ້ແກ່ເປົ້າໝາຍການຕະຫລາດ, ທັງເຫັນໄດ້ງານສີມືຫັດຖະກໍາຂອງ ຄົນລາວກໍ່ຄືຂອງຊາດລາວສາມາດ ນໍາມາປະດິດປະຍຸກໃຫ້ເປັນກະເປົາ ຫວາຍປະສົມຜ້າຝ້າຍລາວໄດ້. ຮັບການປົດປ່ອຍກະຊວງປ້ອງກັນ ປະເທດ ກໍໄດ້ປັບປຸງການຈັດຕັ້ງ ກັນວຽກງານສື່ສານພາກສະໜາມ ໄດ້ໃຫ້ສໍາພາດວ່າ: ພາຍຫລັງສໍາ ເລັດກອງປະຊຸມມອບໝາຍໜ້າທີ່ ຈາກຫົວໜ້າກົມໃຫຍ່ເສນາທິການ ກອງທັບ ພວກເຮົາກໍໄດ້ຫ້າງຫາກະ ກຽມບັນດາກໍາລັງ, ພາຫະນະ ແລະ ອຸປະກອນສື່ສານທີ່ກຽມເຂົ້າມາຮັບ ໃຊ້ໃນການຍິງສະແດງສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 75 ປີ ໃນຄັ້ງ ນີ້ເຫລົ່າຮົບສື່ສານມີໜ້າໃນການ ຮັບປະກັນການຕິດຕໍ່ສືສານພາກສະ ໜາມ, ໃນນີ້ແມ່ນ ໄດ້ນໍາເອົາອຸປະ ກອນສື່ສານ ພ້ອມທັງຄັດເລືອກເອົາ ອຸປະກອນທີ່ມີຄຸນນະພາບດີເຂົ້າ ມາຮັບໃຊ້ໃນວຽກງານຮັບປະກັນ ຄັ້ງນີ້, ພາຍຫລັງພວກເຮົາກະກຽມ ກໍາລັງ, ພາຫະນະ ແລະ ອຸປະກອນ ສໍາເລັດແລ້ວ ກໍໄດ້ຈັດຝຶກອົບ ຮົມ ໃຫ້ແກ່ພະນັກງານ-ນັກຮົບວິຊາ ສະເພາະເພື່ອໃຫ້ມີຄວາມຊໍານິຊໍາ ນານໃນການນໍາໃຊ້ອຸປະກອນສື່ ສານ, ຫລັງຈາກນັ້ນເມື່ອໄດ້ຮັບຄໍາ ສັ່ງເຄື່ອນທັບ ຈາກກົມໃຫຍ່ເສນາທິ ການກອງທັບ ພວກເຮົາກໍໄດ້ຈັດຕັ້ງ ກໍາລັງເຄື່ອນທັບເຂົ້າຢຶດສະໜາມ ເມື່ອມາຮອດຂອບເຂດເຕົ້າໂຮມ ພວກເຮົາກໍ ໄດ້ສ້າງສູນສື່ສານ ຢູ່ ພາກສະໜາມເຮັດໜ້າທີ່ຮັບປະກັນ ການຕິດຕໍ່ສື່ສານໃຫ້ຜູ້ບັນຊາບັນຊາ ກົມກອງເຫລົ່າຮົບທີ່ເຮັດໜ້າທີ່ຍິງ ສະແດງຄັ້ງນີ້, ສາມາດເຄື່ອນກໍາ ລັງໄດ້ທັນເວລາແລະບັນຊາໄດ້ຢ່າງ ຄ່ອງແຄ້ວ. ນອກຈາກວຽກງານ ຮັບປະກັນການຕິດຕໍ່ສືສານແລ້ວ ຍັງໄດ້ຮັບການມອບໝາຍຈາກຄະ ນະຊີ້ນໍາພາກສະໜາມໃຫ້ຮັບປະກັນ ໃນການຖ່າຍ ແລະ ບັນທຶກຮູບພາບ ຈາກຈໍ LED ໂດຍນໍາໃຊ້ກ້ອງ ວົງ ຈອນປິດແລະໂດນບິນຖ່າຍພາບທຸກ ການເຄື່ອນໄຫວຂອງແຕ່ລະເຫລົ່າ ຮົບທີ່ເຂົ້າຮ່ວມໃນການຍິງສະແດງ ໃນຄັ້ງນີ້. (ຂໍ້ມູນຈາກໜັງສືພິມກອງທັບ) ການຊີ້ນໍາ-ນໍາບັນຊາ ໃນເດືອນ 12 ປີ 1980 ຫ້ອງການສື່ສານກອງ ທັບກໍໄດ້ປ່ຽນມາເປັນກົມສື່ສານ ຂຶ້ນກັບກົມໃຫຍ່ເສນາທິການກອງ ທັບ. ຫລັງຈາກນັ້ນເຫລົ່າຮົບສື່ສານ ພວກເຮົາໄດ້ເອົາໃຈໃສ່ໃນການປັບ ປຸງກໍ່ສ້າງກົມກອງທາງດ້ານກໍາລັງ ແລະ ອຸປະກອນສື່ສານ ໄດ້ສ້າງຕັ້ງ ບັນດາກົມກອງສື່ສານຢູ່ໃນກໍາລັງ ຫລວງ ແລະ ກໍາລັງທ້ອງຖິ່ນໃນທົ່ວ ກອງທັບ. ສະຫາຍ ພັນໂທ ດອນສະຫວັນ ບົນຄໍາພັນ ຫົວໜ້າພະແນກເສນາ ກົມສື່ສານ ອະນຸກໍາມະການຮັບປະ
xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1*** *** ຕໍ່ຈາກໜ້າ 1*** *** ຕໍ່ຈາກໜ້າ 1*** *** ຕໍ່ຈາກໜ້າ 1*** *** ຕໍ່ຈາກໜ້າ 1*** m6 f]k; g0Q k1h P,0j eoa [g]0kmy dkol6 odk'ra d sq ;|h k7tot0q o0;kpl6 odk'ra ddv,,6 oy fs;Pfok, 15/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 3 ພາກສ່ວນ... ວາງສະແດງຜະລິດຕະພັນ... ທະຫານອາກາດ.... ກຸ່ມບໍລິສັດ ... ກອງທັບປົດປ່ອຍປະຊາຊົນ... ຂປລ. ໃນວັນທີ 11 ມັງກອນ 2024 ຜ່ານມາ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ໄດ້ຮັບເງິນປະ ກອບສ່ວນເຂົ້າໃນການສະເຫລີມສະ ຫລອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 75 ປີ ຈາກ 3 ພາກສ່ວນ ເຊິ່ງປະກອບມີ ບໍລິສັດ ສະຕາໂທລະຄົມ ຈໍາກັດ ມອບເງິນ ຈຳນວນ 1.000.000 ໂດລາສະຫະ ລັດ, ມອບໂດຍສະຫາຍ ພົນຈັດ ຕະວາ ບີມົວ ໄຟດາເຢຍຈ່າ ຮອງຜູ້ ຂປລ. ພິທີເປີດງານວາງສະ ແດງຜະລິດຕະພັນ-ສິນຄ້າ ເພື່ອສະ ເຫລີມສະຫລອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-2024) ຈັດຂຶ້ນໃນລະຫວ່າງວັນທີ 12-18 ມັງກອນ 2024 ທີ່ເດີ່ນພະທາດ ຫລວງວຽງຈັນ ໂດຍມີທ່ານ ພົຕ ວົງຄຳພົມມະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນ ຕີກະຊວງອຸດສາຫະກຳ ແລະ ການ ຄ້າ, ມີບັນດາການນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ທ່ານ ພົຈວ ຈັນດີ ສຸລິວົງ ຮອງ ຫົວໜ້າກົມໃຫຍ່ພະລາທິການກອງ ທັບ ໄດ້ກ່າວວ່າ: ງານວາງສະແດງ ຄັ້ງນີ້, ມີບັນດາຫົວໜ່ວຍການຜະ ລິດ, ໂຮງຈັກ, ໂຮງງານ, ບໍລິສັດ, ວິສາຫະກິດພາຍໃນກອງທັບ ຈຳ ນວນ 34 ຫົວໜ່ວຍເຂົ້າຮ່ວມປະ ກອບມີ:ປະເພດເຄື່ອງນຸ່ງຫົ່ມ, ເຄື່ອງ ຫັດຖະກຳ, ຢາປົວພະຍາດ-ບໍາລຸງ ສຸຂະພາບ, ຜະລິດຕະພັນກະສິກຳ ປະເພດ ພືດຜັກ, ຊີ້ນ, ປາ, ໄຂ່, ເບ້ຍ ໄມ້, ເຄື່ອງປະດັບຍົດ, ເຄື່ອງໃຊ້ ຄົວເຮືອນ, ເຟີນີເຈີ, ໂທລະຄົມ, ການບິນ, ການກໍ່ສ້າງ, ສິ່ງປະດິດ ຂປລ.ວັນທີ13ມັງກອນ2024 ນີ້, ສະຫາຍ ພັນເອກ ພິມມະຈັນ ວົງປັນຍາ ຮອງຜູ້ບັນຊາການທະ ຫານອາກາດ, ຫົວໜ້າຫ້ອງອົບຮົມ ການບິນ ພ້ອມຄະນະໄດ້ຕ້ອນຮັບ ສະຫາຍ ພົນຕີ ຢູ ເຫີ ເຈ ຜູ້ອຳນວຍ ການມະວິທະຍາໄລການບິນກອງ ທັບປົດປ່ອຍປະຊາຊົນຈີນ ພ້ອມຄະ ນີ້, ຈະມີທີມເຄື່ອງບິນກອງທັບອາ ກາດປະຊາຊົນຈີນ ນົກເຂົາແດງ ຈະ ມາຮ່ວມສ້າງບັນຍາກາດໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍຈະນໍາໃຊ້ເຄື່ອງບິນອາຍ ພົ່ນGL8ຈໍານວນ9ລໍາບິນສະແດງ ຢູ່ເທິງຟ້າໃຫ້ມວນຊົນໄດ້ຊົມ. ເຫລົ່າຮົບທະຫານອາກາດ ແມ່ນເຫລົ່າຮົບໜຶ່ງຂອງກອງທັບ ປະຊາຊົນລາວ ໃຕ້ການຊີ້ນໍາ-ນໍາ ພາ ໂດຍກົງຮອບດ້ານຂອງຄະນະ ພັກກະຊວງປ້ອງກັນປະເທດ ໄດ້ຮັບ ການສ້າງຕັ້ງຂຶ້ນ ໃນວັນທີ 4 ເມສາ 1970 ຢູ່ເຂດທີ່ໝັ້ນ ເມືອງວຽງໄຊ ແຂວງຫົວພັນ ໃນເວລານັ້ນມີພຽງ ແຕ່ 1 ກອງຮ້ອຍ ແລະ ຈໍານວນພົນ ມີແຕ່ປະມານ 100 ຄົນ, ນັບແຕ່ມື້ ສ້າງຕັ້ງມາປັດຈຸບັນ ໄດ້ມີການເຕີບ ກອງທັບປະຊາຊົນປະຕິວັດລາວ, ທັງເປັນການປະກອບສ່ວນຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ເຊິ່ງກ່າວມອບໂດຍ ທ່ານ ອຳພອນ ບຸນນະລາດ ປະທານ ບໍລິສັດ ກຸ່ມສາຍພູຫລວງ ແລະ ກ່າວ ຮັບທ່ານພັອສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດ ທະນະທຳຊົນເຜົ່າກອງທັບພ້ອມ ດ້ວຍຄະນະ, ມີບັນດາຫົວໜ້າ ແລະ ຮອງ ຈາກ 4 ຫ້ອງການເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ພັອ ສະແຫວງ ແດນນາມົນ ຕາງໜ້າໃຫ້ ຄະນະພັກ-ຄະນະອຳນວຍການ ໂຮງຮຽນສະແດງຄວາມຂອບ ອົກຂອບໃຈມາຍັງກຸ່ມບໍລິສັດ ສາຍພູຫລວງ ຈຳກັດ ທີ່ເຫັນໄດ້ເຖິງ ອໍານວຍການໃຫຍ່ຈັດຕັ້ງ-ບໍລິຫານ ບໍລິສັດ ສະຕາໂທລະຄົມ ຈໍາກັດ ພ້ອມດ້ວຍຄະນະ; ບໍລິສັດ ເບສ ເທ ເລຄອມ ຈໍາກັດ ມອບເງິນຈຳນວນ 12 ຕື້ກວ່າກີບ, ມອບໂດຍ ທ່ານ ລິດທິກອນ ພູມມະສັກ ຜູ້ອໍານວຍ ການໃຫຍ່ບໍລິ ສັດ ເບສ ເທ ເລຄອມ ຈໍາກັດ ແລະ ບໍລິສັດ ເອັດເອັມຈີ ກຣຸບຈໍາກັດຜູ້ດຽວ ມອບເງິນ 2 ຕື້ ກີບ, ກ່າວມອບ ໂດຍທ່ານ ເອກະພັນ ພະພິທັກ ປະທານ ບໍລິສັດ ເອັດເອັມ ຈີ ກຣຸບ ຈໍາກັດ ຜູ້ດຽວ. ໂອກາດນີ້, ທ່ານ ພົນເອກ ຈັນສະ ໝອນຈັນຍາລາດໄດ້ສະແດງຄວາມ ຂອບໃຈມາຍັງ 3 ພາກສ່ວນດັ່ງ ກ່າວທີ່ໄດ້ອຸປະຖໍາໃນຄັ້ງນີ້, ເງິນອຸ ປະຖໍາດັ່ງກ່າວ ເປັນການປະກອບ ສ່ວນຄັນເຂົ້າໃນການສະເຫລີມສະ ຫລອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 75 ປີ ໃຫ້ມີ ບັນຍາກາດຄືກຄື້ນ ແລະ ມີຜົນສຳ ເລັດສູງ. ຂ່າວ: ນົກ ບຸນມາເລີດ ຄວາມສຳຄັນຂອງການສ້າງພະນັກ ງານໜຸ່ມນ້ອຍໃຫ້ກາຍເປັນຮຸ່ນສືບ ທອດຂອງກອງທັບ. ພ້ອມນີ້, ທ່ານ ຫົວໜ້າການເມືອງ ແຈ້ງໃຫ້ຊາບ ກ່ຽວກັບສະພາບການຂອງໂຮງ ຮຽນທີ່ໄດ້ຮັບການສ້າງຕັ້ງໃໝ່ ແລະ ຍັງມີຫລາຍສິ່ງຫລາຍາຍຢ່າງທີ່ຍັງ ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງ ການຕາມໜ້າທີ່ວຽກງານຕົວຈິງ, ພ້ອມທັງຮຽກຮ້ອງໃຫ້ພາກສ່ວນທີ່ ມີຄວາມສາມາດຊ່ວຍກັນອຸປະຖຳ ບັນດາອຸປະກອນຮັບໃຊ້ເຂົ້າໃນ ວຽກງານການຮຽນ-ການສອນ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າ ໃນວຽກງານຕົວຈິງຂອງໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ. ແລະ ອື່ນໆ ທັງເປັນວັດຖຸພັນ, ຮູບ ພາບ, ວີດີໂອ ແລະ ສິ່ງພິມຕ່າງໆ ທີ່ ສ່ອງແສງໃຫ້ຜົນງານ, ການເຄື່ອນ ໄຫວຂອງບັນດາຫົວໜ່ວຍ, ກົມ ກອງຕ່າງໆທີ່ເຄີຍມີມູນເຊື້ອຮັບໃຊ້ ກອງທັບໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດ ຈຸບັນ. ນອກນັ້ນ, ຍັງມີບັນດາຫົວ ໜ່ວຍການຜະລິດ, ວິສາຫະກິດຂອງ ລັດ, ຫົວໜ່ວຍຜູ້ປະກອບການກຸ່ມ ຜະລິດຕົວແບບຂອງອົງການຈັດ ຕັ້ງຕ່າງໆ 13 ຫົວໜ່ວຍ ປະກອບມີ: ເຄື່ອງນຸ່ງຫົ່ມ, ເຄື່ອງຫັດຖະກຳ, ອາ ຫານ, ເຄື່ອງດື່ມ, ເຄື່ອງໃຊ້ທົ່ວໄປ ທັງວາງສະແດງ ແລະ ຈຳໜ່າຍທົ່ວ ໄປເປັນສິນຄ້າ. ພ້ອມນີ້, ຍັງມີຫົວ ໜ່ວຍການຜະລິດ, ທຸລະກິດຂອງ ຕ່າງປະເທດທີ່ດຳເນີນທຸລະກິດຢູ່ ລາວ 3 ຫົວໜ່ວຍ ຈັດວາງຜະລິດ ຕະພັນກະສິກຳ, ບໍ່ແຮ່, ໂທລະຄົມ, ການຄ້າ ແລະ ອາຫານ. ໃນໂອກາດນີ້, ທ່ານ ພົຕ ວົງຄຳ ພົມມະກອນ ໄດ້ມີຄຳເຫັນວ່າ: ມາ ຮອດປັດຈຸບັນ, ທົ່ວກອງທັບມີ ຫລາຍຫົວໜ່ວຍການຜະລິດ, ທຸລະ ກິດເປັນຂອງຕົນເອງ, ທຸລະກິດ ຮ່ວມມືພາຍໃນ ແລະ ຮ່ວມມືກັບ ຕ່າງປະເທດເປັນລັດວິສາຫະກິດ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ຄຸ້ມຄອງ ຊຶ່ງສະແດງໃຫ້ເຫັນເຖິງ ຜົນສຳເລັດຈຳນວນໜຶ່ງ ທີ່ໄດ້ຈັດ ເຂົ້າມາວາງສະແດງເປັນຜະລິດ ຕະພັນ ແລະ ສິນຄ້າໃນງານຄັ້ງນີ້ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງ ຂວາງ, ມີສີສັນ ແລະ ມີຫລາຍສິນ ຄ້າ, ທັງເປັນການສະແດງເຖິງ ຄວາມສາມັກຄີທາດແທ້ມູນເຊື້ອປະ ຕິວັດ, ຄວາມດຸໝັ່ນຂະຫຍັນພຽນ, ຄວາມອົດທົດ, ເປັນເຈົ້າການ ແລະ ຫົວຄິດປະສິດສ້າງຂອງກອງທັບ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ນະ 68 ສະຫາຍ, ນັກບິນ 18 ສະ ຫາຍ, ຍົນບິນ LJ-8 ຈໍານວນ 9 ລໍາ ທີ່ມາຢ້ຽມຢາມ ແລະ ສະແດງການ ບິນມິດຕະພາບ ຢູ່ ສປປ ລາວ ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 75 ປີ ໃນ ລະຫວ່າງວັນທີ 13-18 ມັງກອນ 2024 ນີ້. ສະຫາຍ ພັນເອກ ພິມມະຈັນ ວົງປັນຍາ ໄດ້ຕີລາຄາສູງ ແລະ ສະ ແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະດັ່ງກ່າວ ທີ່ມາເຄື່ອນໄຫວ ຢ້ຽມຢາມແລະສະແດງການບິນມິດ ຕະພາບ ຢູ່ ສປປ ລາວ ໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງ ກອງກັບປະຊາຊົນລາວ ຄົບຮອບ 75 ປີ ເຊິ່ງເປັນເຫດການທີ່ມີຄວາມ ໝາຍຄວາມສຳຄັນ ແລະ ເປັນການ ປະກອບສ່ວນຮັດແໜ້ນສາຍພົວພັນ ມິດຕະພາບ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຈີນ, ຈີນ-ລາວ ປະເທດບ້ານໃກ້ເຮືອນຄຽງ ມີສາຍ ພູ ແລະ ແມ່ນໍ້າຕິດຈອດກັນ ທີ່ມີມູນ ເຊື້ອສາມັກຄີຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາແຕ່ດົນນານ. ການເຄື່ອນໄຫວຢ້ຽມຢາມ ແລະ ສະ ແດງການບິນມິດຕະພາບຂອງຄະ ນະໃນຄັ້ງນີ້, ເປັນການສ້າງບັນຍາ ກາດຟົດຟື້ນມ່ວນຊື່ນ ແລະ ປຸກລະ ດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ ແກ່ພະນັກງານ-ນັກຮົບໃນກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ປະ ກອບສ່ວນເຂົ້າໃນການແຂ່ງຂັນກັນ ສ້າງຜົນງານຂໍ່ານັບຮັບຕ້ອນວັນ ສຳຄັນຕ່າງໆຂອງຊາດ, ຂອງກອງ ທັບ ແລະ ພ້ອມດຽວກັນນີ້, ຍັງ ເປັນການແລກປ່ຽນບົດຮຽນທາງ ດ້ານການບິນ ເຊິ່ງກັນ ແລະ ກັນ ອີກດ້ວຍ. ໂອກາດນີ້, ສະຫາຍ ພົນຕີ ຢູ ເຫີ ເຈ ກໍໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ຂອງສະຫາຍຮອງຜູ້ບັນຊາການທະ ຫານອາກາດ, ພ້ອມທັງສະແດງ ຄວາມດີໃຈທີ່ໄດ້ນຳພາຄະນະນັກ ບິນ ຈາກກອງທັບປົດປ່ອຍປະຊາ ຊົນ ຈີນ ມາເຄື່ອນໄຫວສະແດງ ການບິນມິດຕະພາບ ໃນໂອກາດສະ ເຫລີມສະຫລອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ ຢູ່ ສປປ ລາວ ໃນຄັ້ງນີ້. ຂ່າວ: ສຸເວດ ສີດາຄໍາ ໃຫຍ່ຂະຫຍາຍຕົວທາງດ້ານປະລິ ມານແລະຄຸນນະພາບ. ດັ່ງນັ້ນ, ການ ນໍາພັກ-ລັດຂັ້ນເທິງ ກໍໄດ້ເອົາໃຈ ໃສ່ຈັດຊື້ເຄື່ອງບິນປະກອບໃຫ້ກອງ ທັບອາກາດເຊັ່ນ: ເຮືອບິນຂັບໄລ່, ເຮືອບິນອາຍພົ່ນ, ເຮືອບິນຫັດແອບ ຂັ້ນກາງ, ຂັ້ນສູງ ແລະ ເຮືອບິນລໍາ ລຽງຂົນສົ່ງ, ໜ້າທີ່ຕົ້ນຕໍຂອງກອງ ທັບອາກາດແມ່ນບິນຫັດແອບກຽມ ພ້ອມສູ້ຮົບແລະເຮັດໜ້າທີ່ສູ້ຮົບໂດຍ ກົງ, ບິນຮັບໃຊ້ການນໍາຂັ້ນສູງພັກລັດ, ບິນຮັບປະກັນໃນເຂດຈຸດສຸມ ເຂດຊົນນະບົດ ຫລື ເຂດທຸລະກັນ ດານ. ນອກຈາກນັ້ນ, ຍັງໄດ້ບິນຂົນ ສົງລໍາລຽງກໍາລັງພົນ ແລະ ວັດຖຸ ຍຸດໂທປະກອນຢູ່ທຸກເຂດແຂວງໃນ ທົ່ວປະເທດ. ນັບມື້ສ້າງຕັ້ງມາຮອດ ປັດຈຸບັນ, ສາມາດເຮັດສໍາເລັດໜ້າ ທີ່ທີ່ຂັ້ນເທິງມອບໝາຍໃຫ້. ຂ່າວ: ລຸນທອງ ຂປລ. ວັນທີ 12 ມັງກອນ 2024 ນີ້, ສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມຄະນະຜູ້ແທນສະ ຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າ ຢ້ຽມຂ່ຳນັບສະຫາຍ ນາງບຸ່ຍຖິມິງ ຮວ່າຍເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍສູນກາງ ພັກກອມມູນິດຫວຽດນາມ ໃນໂອ ກາດທີ່ສະຫາຍດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິ ຍົມຫວຽດນາມ. ສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ການ ມາປະຕິບັດໜ້າທີ່ເປັນເອກອັກຄະ ລັດຖະທູດຜູ້ມີອໍານາດເຕັມປະຈໍາ ສາທາລະນະລັດສັງຄົມນິຍົມຫວຽດ ນາມ ຂອງສະຫາຍ ນາງ ຄຳເພົາ ເອີນທະວັນ. ພ້ອມທັງສະແດງຄວາມ ດີໃຈທີ່ເຫັນວ່າ ໃນໄລຍະຜ່ານມາ ສາຍພົວພັນມິດຕະພາບລະຫວ່າງ ສອງປະເທດໄດ້ຮັບການຂະຫຍາຍ ຕົວແລະ ເຂົ້າສູ່ລວງເລິກ,ປະກົດຜົນ ເປັນຈິງ ມີປະສິດທີ່ຜົນສູງໃນຫລາຍ ຂົງເຂດເປັນຕົ້ນຂົງເຂດການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ຊຶ່ງເປັນການປະກອບສ່ວນ ສໍາຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງແຕ່ລະປະເທດ. ພັກ, ລັດແລະປະຊາຊົນຫວຽດນາມ ຍາມໃດ ກໍຖືສຳຄັນຕໍ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອດ ດ້ານ ແລະ ສະແດງຄວາມຮູ້ບຸນຄຸນ ອັນເລິກເຊິ່ງຕໍ່ການສະໜັບສະໜູນ ຊ່ວຍເຫລືອອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນລາວ ໃນສະໄໝຕໍ່ສູ້ ກູ້ຊາດ ກໍຄື ໃນພາລະກິດປ່ຽນແປງ ໃໝ່ໃນປັດຈຸບັນ. ສຳລັບການພົວພັນ ຮ່ວມມືຂອງສອງຄະນະຂົນຂວາຍ ສູນກາງພັກກອມມູນິດ ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ໄລຍະຜ່ານມາ ໄດ້ມີຫລາຍບົດບັນ ທຶກໃນການຮ່ວມມືແລກປ່ຽນບົດ ຮຽນທັງທິດສະດີ ແລະ ພຶດຕິກຳຕົວ ຈິງມາໂດຍຕະຫລອດ. ພ້ອມນີ້, ສະ ຫາຍຍັງໄດ້ສະແດງຄວາມເຊື່ອໝັ້ນ ວ່າດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບປະການໃນວຽກງານ ການທູດຫລາຍປີຜ່ານມາ, ສະຫາຍ ເອກອັກຄະລັດຖະທູດຄົນໃໝ່ຈະປະ ຕິບັດໜ້າທີ່ໆພັກ ແລະ ລັດຖະບານ ມອບໃຫ້ເປັນຢ່າງຈົບງາມ, ສືບຕໍ່ ເປັນຂົວຕໍ່ອັນສຳຄັນໃຫ້ແກ່ການພົວ ພັນມິດຕະພາບອັນຍິ່ງໃຫຍ່ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດນີ້,ສະຫາຍນາງ ຄໍາເພົາ ເອີນທະວັນ ກໍໄດ້ສະແດງຄວາມ ຂອບໃຈຕໍ່ສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ ທີ່ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ, ສະໜິດສະໜົມ. ພ້ອມທັງ ຝາກຄຳຢື້ຢາມຖາມຂ່າວອັນອົບ ອຸ່ນ ແລະ ຄຳອວຍພອນອັນປະເສີດ ຈາກສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງ ພັກ, ປະທານສູນກາງແນວລາວ ສ້າງຊາດ ເຖິງສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ ເລຂາທິການສູນກາງ ພັກ, ຫົວໜ້າຄະນະຂົນຂວາຍສູນ ກາງພັກກອມມູນິດຫວຽດນາມ ແລະ ຄະນະ ເນື່ອງໃນໂອກາດປີໃໝ່ ສາກົນ 2024 ແລະ ປີໃໝ່ປະຈຳ ຊາດຫວຽດນາມ ໃກ້ຈະໝູນວຽນ ມາເຖິງນີ້. ສະຫາຍຍັງໄດ້ສະແດງ ຄວາມຍິນດີຕໍ່ໝາກຜົນສຳເລັດໃນ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມ ມູນິດຫວຽດນາມ ພາຍໃຕ້ການນຳ ພາອັນສະຫລາດສ່ອງໃສ ຂອງ ພັກກອມມູນິດຫວຽດນາມ ຊຶ່ງນຳ ໂດຍສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມໄດ້ເຮັດໃຫ້ປະເທດຊາດ ພັດທະນາຢ່າງຮອບດ້ານ ແລະ ກ້າວກະໂດດ, ການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດທີ່ ໄດ້ຮັບຜົນກະທົບຈາກພະຍາດໂຄ ວິດ-19 ໄດ້ຢ່າງວ່ອງໄວ, ຊີວິດ ການເປັນຢູ່ຂອງປະຊາຊົນດີຂຶ້ນ ຢ່າງຈະແຈ້ງ, ອິດທິພົນ, ບົດບາດ, ຊື່ສຽງຂອງຫວຽດນາມນັບມື້ນັບ ສູງເດັ່ນຂຶ້ນໃນພາກພື້ນແລະສາກົນ. ພ້ອມນີ້, ສະຫາຍຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະ ເທດໂດຍສະເພາະ ແມ່ນການພົວພັນ ຮ່ວມມືລະຫວ່າງສອງຄະນະພົວພັນ ຕ່າງປະເທດສູນກາງພັກຊຶ່ງສະແດງ ອອກໃນການກະກຽມການຢ້ຽມ ຢາມຂອງຜູ້ນຳຂັ້ນສູງສຸດຂອງສອງ ປະເທດໃນໄລຍະຜ່ານມາ. ສະຫາຍເອກອັກຄະລັດຖະທູດ ລາວ ຍັງໄດ້ຕາງໜ້າພັກ, ລັດຖະ ບານ ແລະ ປະຊາຊົນລາວ ສະແດງ ຄວາມຮູ້ບຸນຄຸນແລະ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດ ນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການ ຊ່ວຍເຫລືອອັນລ້ຳຄ່າສະແດງເຖິງ ນ້ຳໃຈຄວາມສາມັກຄີພິເສດລະ ຫວ່າງສອງພັກ, ສອງລັດ ແລະປະ ຊາຊົນ ສອງຊາດລາວ-ຫວຽດນາມ ຊຶ່ງມີໜຶ່ງດຽວໃນໂລກນີ້. ຂ່າວ-ພາບ: ສະຖານທູດລາວ ທີ່ຮ່າໂນ້ຍ
RkJQdWJsaXNoZXIy MTc3MTYxMQ==