5787

08 xtgmf]k; 37ltok c]t [= ]y = dy ko 11/01/2023 ຂປລ. ໃນວັນທີ 5 ມັງກອນ 2024 ທີ່ຜ່ານມາ ທ່ານ ພຶດສະພາ ພູມມະ ສັກ ປະທານບໍລິສັດເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ (AIDC) Asia Investment, Development and Construction Sole Co., Ltd. ໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ໂຄງການ ໃຊ້ລະບົບໜູນວຽນກະເສດ ໃນການ ພັດທະນາສວນກາເຟຕົ້ນແບບ ໃຫ້ແກ່ ຊາວກະສິກອນຜູ້ປູກກາເຟ ໃນ ສປປ ລາວ (Agroforestry Coffee Plantation) ກັບກຸ່ມບໍລິສັດ ປຕທ ປະກອບດ້ວຍ: ບໍລິສັດ ປຕທ ນໍ້າມັນ ແລະ ການຄ້າປີກ ຈໍາກັດ (ມະຫາຊົນ) ຫລືOR, ບໍລິສັດປຕທຈໍາກັດ (ມະຫາ ຊົນ) ຫລື PTT ແລະ ບໍລິສັດ ພີທີທີ AIDC c]t d5 j ,[= ]y la f x8m g-a ola opk ra fmtokl;o dkg28Q oc[[ .sh cdj -k;dtly dvoz6 h x6 ddkg2.o ]k; (ລາວ) ຈໍາກັດ ໂດຍມີ: ທ່ານ ລະຊາ ອຸ ໄທຈັນ ຮອງປະທານເຈົ້າໜ້າທີ່ບໍລິຫານ ທຸລະກິດຕ່າງປະເທດ OR ພ້ອມ ດ້ວຍ ທ່ານ ໄກພິດ ເປມມະນີ ຜູ້ຊ່ວຍ ກຳມະການຜູ້ຈັດການໃຫຍ່ກິດຈະການ ຕ່າງປະເທດ ແລະ ພັດທະນາທຸລະກິດ ບໍລິສັດ ປຕທ ຈໍາກັດ (ມະຫາຊົນ) ແລະ ທ່ານ ທິລະ ວີລະວົງ ກໍາມະການ ຜູ້ຈັດການ ບໍລິສັດ ພີທີທີ(ລາວ) ຈໍາກັດ ຮ່ວມລົງນາມ, ໂດຍມີ ທ່ານ ດິດສະທັດ ປັນຍາລະຊຸນ ປະທານເຈົ້າໜ້າທີ່ບໍລິ ຫານ OR ເປັນປະທານໃນພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ຄັ້ງ ນີ້ ທີ່ຫ້ອງປະຊຸມ Auditorium ຊັ້ນ 6 ເອັນເນີຈີ ຄອມເພັກ (ອາຄານ C) ທີ່ ບາງກອກ, ປະເທດໄທ. ປັດຈຸບັນ ບໍລິສັດ AIDC ມີພື້ນທີ່ ປູກກາເຟ ຈໍານວນ 356 ເຮັກຕາ ຕັ້ງ ຢູ່ໃນພູພຽງບໍລິເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ເຊິ່ງຢູ່ສູງກວ່າລະດັບ ນໍ້າທະເລ 1.200 ແມັດ, ເນື່ອງຈາກ ລັກສະນະພື້ນທີ່ທີ່ເປັນດິນພູເຂົາໄຟ ເຮັດ ໃຫ້ຜົນຜະລິດກາເຟຈາກບໍລິເວນນີ້ ມີ ຄຸນນະພາບ ແລະ ມີເອກະລັກສະເພາະ ຕົວ. ນອກຈາກນີ້ AIDC ຍັງມີການຜະ ລິດ ແລະ ໂຮງງານແປຮູບ ໂດຍສາມາດ ຄວບຄຸມຄຸນນະພາບໄດ້ຕັ້ງແຕ່ການປູກ ຈົນໄດ້ເປັນເມັດດິບ (Cherry) ແລະ ແປຮູບເປັນຜະລິດຕະພັນເມັດຂຽວ (Green Bean) ເພື່ອສົ່ງອອກໄປ ຍັງລູກຄ້າ ແລະ ໜຶ່ງໃນຄູ່ຄ້າທີ່ສໍາຄັນ ຂອງ AIDC ກໍ່ຄື ບໍລິສັດ ພີທີທີ (ລາວ) ຈໍາກັດ ເຊິ່ງເປັນຜູ້ບໍລິຫານ ແບຣນກາເຟ ອາເມຊອນ (ໃນ ສປປ ລາວ) ຈໍານວນ 89 ສາຂາ ແລະ ເປັນໜຶ່ງໃນ ບໍລິສັດ ລູກ ຂອງ ບໍລິສັດ ປຕທ ນໍ້າມັນ ແລະ ການຄ້າປີກ ຈໍາກັດ (ມະຫາຊົນ) ຜູ້ບໍລິ ຫານແບຣນ ຄາເຟ ອາເມຊອນ (ທັງໃນ ປະເທດໄທ ແລະ ຕ່າງປະເທດ) ກວ່າ 4.000 ສາຂາ. ການຮ່ວມມືຄັ້ງນີ້, ມີວັດຖຸປະສົງ ເພື່ອຮ່ວມສຶກສາ ແລະ ພັດທະນາ ໂຄງການ ການສ້າງຄວາມຍືນຍົງໃຫ້ ກັບການເພາະປູກກາເຟ ໃນໂຄງການ ຕົ້ນແບບໃນ ສປປ ລາວ ເຊິ່ງເປັນການ ໃຊ້ລະບົບໜູນວຽນກະເສດ (Agroforestry) ໂດຍເພີ່ມການເພາະປູກຕົ້ນ ໄມ້ໃຫ້ຮົ່ມເງົາ ໃນພື້ນທີ່ປູກກາເຟ ຂອງ AIDC, ໂດຍ AIDC ຈະເປັນຜູ້ລົງທຶນ ເຮັດລະບົບໝູນວຽນການກະເສດ ແລະ ເປັນຜູ້ບໍລິຫານຈັດການພື້ນທີ່ ເພື່ອໃຫ້ໄດ້ຜົນຜະລິດເມັດກາເຟ ທີີ່ມີ ຄຸນນະພາບ ແລະ ບໍລິສັດ ພີທີທີ (ລາວ) ຈໍາກັດ ຈະເປັນຜູ້ຮັບຊື້ເມັດກາເຟປຸງ ແຕ່ງ ຜ່ານການຜະລິດທີ່ເປັນໄປຕາມ ມາດຕະຖານຂອງ ຄາເຟ ອາເມຊອນ ຈາກໂຄງການນີ້. ນອກຈາກນີ້ ແມ່ນໄດ້ຮັບການຮ່ວມ ມືຈາກ PTT ເຊິ່ງເປັນຜູ້ຊ່ຽວຊານ ແລະ ມີປະສົບການ ໃນການຊື້-ຂາຍ ຄາບອນ ເຄດິດ (Carbon Credit) ທັງພາຍ ໃນ ແລະ ຕ່າງປະເທດ ໂດຍການຈົດທະ ບຽນຄາບອນເຄດິດ ເພື່ອເພີ່ມມູນຄ່າ ໃຫ້ກັບສວນກາເຟ ແລະ ຄາບອນເຄດິດ (Carbon Credit) ທີ່ເກີດຂຶ້ນຈາກ ໂຄງການ ຈະຊ່ວຍໃຫ້ແຕ່ລະບໍລິສັດ ສາມາດບັນລຸເປົ້າໝາຍ Carbon Neutrality ແລະ Net ZeroCarbon ລວມໄປເຖິງການນໍາໄປຕໍ່ຍອດສ້າງ ມູນຄ່າເພີ່ມ ໃນຕະຫລາດລະດັບສາກົນ. ໂດຍຄວາມສຳເລັດຈາກໂຄງການ ນີ້ ຈະເປັນຈຸດເລີ່ມຕົ້ນທີ່ສຳຄັນ ຂອງ ຄວາມຮ່ວມມື ກັບກຸ່ມ ບໍລິສັດ ປຕທ ເພື່ອຮ່ວມສຶກສາ ແລະ ພັດທະນາ ໂຄງການເພື່ອສ້າງຄວາມຍືນຍົງ ໃຫ້ ກັບການເພາະປູກກາເຟ ໃນພື້ນທີ່ພູພຽງ ບໍລິເວນໄດ້ເພີ່ມເຕີມ ເຊິ່ງມີພື້ນທີ່ປູກ ກາເຟຫລາຍກວ່າ 48.000 ເຮັກຕາ ແລະ ມີໂອກາດໃນການສ້າງຄາບອນ ເຄດິດ (Carbon Credit) ໄດ້ເພີ່ມອີກ ເປັນຈໍານວນຫລາຍ. ນອກຈາກນີ້ ໃນ ກອງປະຊຸມຍັງໄດ້ປຶກສາຫາລືເຖິງການ ຮ່ວມມືໃນດ້ານຕ່າງໆ ເຊັ່ນ: ນໍ້າມັນ, ຄາບອນເຄດິດ ຈາກປ່າໄມ້ ແລະ ການ ສົ່ງອອກກາເຟ ເພື່ອຮ່ວມເປັນສ່ວນໜຶ່ງ ໃນການພັດທະນາເສດຖະກິດ ຂອງ ສປປ ລາວ ໃຫ້ເຕີບໂຕຢ່າງຍືນຍົງ.

RkJQdWJsaXNoZXIy MTc3MTYxMQ==