5787

07 xtgmf]k; gsfdko{dkora fmtok a 11/01/2024 ຂ່າວ: ດອນ ຂຽວພະນາ່ າ ltrkxt-k-q oc0;'v5 fq ,w- -5 fmu II fegou odv'xt-5 ,ltw\lk,a ogmn j vmu j 6 xu 2024 c0;';P'9a o;k'7kf\kp fb 'f6 foa dmj v'mj P; 1 ]h ko7q o ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາປະ ຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ໄຂ ຂຶ້ນຢ່າງເປັນທາງການ ໃນວັນທີ 9 ມັງກອນ2024ພາຍໃຕ້ການເປັນປະ ທານຂອງທ່ານ ຄໍາດີ ວົງລ້ອມ ປະ ທານສະພາປະຊາຊົນແຂວງ ໂດຍມີ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າ ແຂວງອຸດົມໄຊ, ມີສະມາຊິກສະພາ ແຫ່ງຊາດຊຸດທີ IXປະຈໍາເຂດເລືອກ ຕັ້ງທີ 4, ສະມາຊິກສະພາປະຊາ ຊົນແຂວງຊຸດທີII,ມີຮອງເຈົ້າແຂວງ, ເຈົ້າເມືອງ7ເມືອງ,ຫົວໜ້າ-ຮອງຫົວ ໜ້າພະແນກ, ອົງການແນວລາວ ສ້າງຊາດແຂວງ, ສະຫະພັນນັກ ຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, 2 ກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ບັນດາທະນາຄານ ທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຄໍາດີ ວົງລ້ອມ ປະທານສະ ພາປະຊາຊົນແຂວງ ໄດ້ມີຄໍາເຫັນ ກ່າວໄຂກອງປະຊຸມວ່າ: ກອງປະ ຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາປະຊາຊົນແຂວງ ຊຸດທີ II ບັນ ດາສະມາຊິກສະພາປະຊາຊົນແຂວງ ຈະໄດ້ສຸມໃສ່ຄົ້ນຄວ້າພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານ ຂອງແຂວງດັ່ງນີ້: ບົດລາຍງານ ໂດຍສັງເຂບຂອງທ່ານເຈົ້າແຂວງ ກ່ຽວກັບວຽກງານການບໍລິຫານ ລັດ ປະຈຳປີ 2023 ແລະ ທິດທາງ ແຜນການ ປະຈໍາປີ 2024; ບົດ ລາຍງານການຈັດຕັ້ງປະຕິບັດ ແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2023 ແລະ ທິດທາງແຜນ ການປະຈໍາປີ2024;ການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ ໄລຍະຜ່ານ ມາ(2021-2023) ຂອງແຂວງ ອຸດົມໄຊ; ບົດລາຍງານສະພາບການ ເຄື່ອນໄຫວພົ້ນເດັ່ນ, ບັນຫາທີ່ເປັນ ຜົນກະທົບຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ ຂອງພະແນກການຈຳ ນວນໜຶ່ງຕາມຄຳຖາມເຈາະຈີ້ມ, ບົດລາຍງານການເຄື່ອນໄຫວວຽກ ງານ ຂອງອົງການກວດສອບປະ ຈໍາພາກເໜືອ II ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ແລະ ຜົນການກວດສອບ ບົດສະຫລຸບຂາດຕົວການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022; ບົດລາຍງານການ ເຄື່ອນໄຫວວຽກງານ ຂອງອົງການ ກວດກາລັດແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ແລະ ການກວດກາຕາມຜົນ ການກວດສອບປະຈໍາປີ2021, ບົດ ລາຍງານຂອງອົງການໄອຍະການ ປະຊາຊົນແຂວງ ແລະ ສານປະຊາ ຊົນແຂວງ ກ່ຽວກັບການເຄື່ອນໄຫວ ວຽກງານ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024, ບົດລາຍງານຂອງຄະນະປະຈໍາ ສະພາປະຊາຊົນແຂວງ ກ່ຽວກັບ ການເຄື່ອນ ໄຫວວຽກງານ ປະຈຳປີ 2023 ແລະ ທິດທາງແຜນການ ປະ ຈໍາປີ 2024 ຂອງສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ II, ພິຈາລະນາ, ຮັບຮອງເອົາການສ້າງນິຕິກຳໃຕ້ xu 2023 g,n v'-P'Ij v, ,u v5 [a fgsf8k,mh v'4t|q o 11 7A ' ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ກຳລັງກະກຽມຄວາມພ້ອມ 20 ກິດ ຈະກຳ ຕ້ອນຮັບເປີດປີທ່ອງທ່ຽວ ລາວ 2024 ໂດຍຄາດວ່າຈະສາ ມາດດຶງດູດນັກທ່ອງທ່ຽວ ເຂົ້າມາ ທ່ຽວແຂວງວຽງຈັນ ບໍ່ຕ່ຳກວ່າ 1 ລ້ານຄົນ. ໃນນັ້ນ, ນັກທ່ອງທ່ຽວ ພາຍໃນ 7 ແສນກວ່າຄົນ ແລະ ນັກ ທ່ອງທ່ຽວຕ່າງປະເທດ 2 ແສນ ກວ່າຄົນ. ໃນວັນທີ 9 ມັງກອນ 2024 ໄດ້ ມີກອງປະຊຸມປຶກສາຫາກະກຽມ ຄວາມພ້ອມໃຫ້ແກ່ງານດັ່ງກ່າວ ໂດຍມີ ທ່ານ ພູວົງ ບຸນຊູ ຮອງເຈົ້າ ແຂວງວຽງຈັນ, ຫົວໜ້າຄະນະຊີ້ ນຳລວມ ເປີດງານປີທ່ອງທ່ຽວລາວ 2024 ທີ່ແຂວງວຽງຈັນ, ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າ ພະແນກ ຖະແຫລງຂ່າວ, ວັດທະນະ ທຳແລະທ່ອງທ່ຽວ(ຖວທ)ແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າ ພະແນກການ, ຮອງເຈົ້າເມືອງ,ຫ້ອງ ການ ຖວທ 11 ເມືອງ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ແສງ ແກ້ວ ສູນທະວົງສາ ຮອງຫົວໜ້າ ພະແນກ ຖວທ ແຂວງໄດ້ຜ່ານແຜນ ກິດຈະກຳປີທ່ອງທ່ຽວລາວ 2024 ຂອງແຂວງວຽງຈັນ ເຊິ່ງໄດ້ກຳນົດ ເອົາ 20 ກິດຈະກຳທີ່ຕິດພັນກັບເທ ສະການ, ບຸນປະເພນີຂອງແຕ່ລະ ທ້ອງຖິ່ນ. ໃນນັ້ນ, ປະກອບມີ 2 ກິດ ຈະກຳລະດັບຊາດ, 6 ກິດຈະກຳລະ ດັບແຂວງ ແລະ 12 ກິດຈະກຳ ລະດັບເມືອງ, ຄາດວ່າຈະສາມາດ ດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວ ແຂວງວຽງຈັນ ບໍ່ຕ່ຳກວ່າ 1 ລ້ານ ຄົນ. ພ້ອມນີ້, ກໍໄດ້ສຸມໃສ່ການປັບ ປຸງໂຄງລ່າງພື້ນຖານ ແລະ ສິ່ງອຳ ນວຍຄວາມສະດວກໃນການເຂົ້າອອກສະຖານທີ່ທ່ອງທ່ຽວ, ປັບປຸງ ສະຖານທີ່ທ່ອງທ່ຽວ, ໂຄສະນາສົ່ງ ເສີມການທ່ອງທ່ຽວຜ່ານສື່ຕ່າງໆ ແລະ ວຽກງານອື່ນໆ. ໂອກາດນີ້, ທ່ານ ພູວົງ ບຸນຊູ ໄດ້ມີຄຳເຫັນສະຫລຸບກອງປະຊຸມ ຄັ້ງນີ້ວ່າ: ແຂວງວຽງຈັນ ຈະເປີດ ປີທ່ອງທ່ຽວລາວ 2024 ໃນລະ ຫວ່າງວັນທີ 12-16 ກຸມພາ 2024 ທີ່ເມືອງວັງວຽງ ເຊິ່ງພິທີເປີດເປັນ ທາງການ ຈະຈັດຂຶ້ນໃນວັນທີ 14 ກຸມພາ ພ້ອມກັບເທສະການໝາກ ກ້ຽງຫວານຂອງເມືອງ. ພ້ອມນີ້, ກໍໄດ້ກຳນົດບັນດາກິດຈະກຳໃນ ງານເປີດປີທ່ອງທ່ຽວລາວທີ່ແຂວງ ວຽງຈັນ ເປັນຕົ້ນ ງານຕະຫລາດ ນັດຂາຍຜົນຜະລິດກະສິກຳສະອາດ, ເຄື່ອງຫັດຖະກຳ-ຈັກສານ; ການ ວາງສະແດງສິນຄ້າໂອດັອບຂອງ ບັນດາເມືອງ; ການແຫ່ກ້ອນກຳລັງ ຂອງບັນດາເມືອງ; ການປະກວດ ນາງສາວ ແລະ ການສະແດງສິລະ ປະ-ວັນຄະດີ ແລະ ການສະແດງ ຟ້ອນລາຍງ້າວ. ກົດໝາຍ ຈຳນວນ 4 ສະບັບຄື: ຮ່າງ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງແລະ ນໍາໃຊ້ຊົນລະປະທານ ຢູ່ແຂວງອຸດົມ ໄຊ,ຮ່າງຂໍ້ຕົກລົງວ່າດ້ວຍລາຄາຫົວ ໜ່ວຍທົດແທນຄ່າເສຍຫາຍ ຈາກ ໂຄງການພັດທະນາ ຕາມແລວທາງ ເສດຖະກິດອາຊີ ຕາເວັນອອກສ່ຽງ ໃຕ້ ເພື່ອການເຊື່ມໂຍງ-ເຊື່ອມຈອດ ຢູ່ແຂວງອຸດົມໄຊ, ຮ່າງຂໍ້ຕົກລົງ ວ່າ ດ້ວຍລາຄາຫົວໜ່ວຍນ້ຳປະປາ ຢູ່ ແຂວງອຸດົມໄຊ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການມອບ ແລະ ຖອນສິດ ນໍາໃຊ້ທີດິນຂອງລັດ ຢູ່ແຂວງອຸດົມ ໄຊ ແລະ ຈະໄດ້ຮັບຟັງການປະກອບ ຄໍາເຫັນຈາກຄະນະປະຈໍາສະພາປະ ຊາຊົນແຂວງ, ປະທານແນວລາວ ສ້າງຊາດແຂວງ, ບັນດາສະມາຊິກ ສະພາປະຊາຊົນແຂວງ. ພ້ອມນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການ ຊີ້ແຈງຂອງພາກສ່ວນກ່ຽວ ຂ້ອງ ຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງ ບັນດາສະມາຊິກສະພາປະຊາຊົນ ແຂວງ ຕື່ມອີກ. ໂອກາດນີ້, ປະທານກອງປະຊຸມ, ໄດ້ຮຽກຮ້ອງມາຍັງບັນດາສະມາ ຊິກສະພາປະຊາຊົນແຂວງ ຊຸດທີ II ຈົ່ງໄດ້ຍົກສູງຄວາມຮັບຜິດຊອບ ທາງການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຄົ້ນຄວ້າ, ພິຈາລະ ນາປະກອບຄໍາເຫັນຢ່າງເລິກເຊິ່ງ ແລະ ມີຈຸດສຸມ ເຂົ້າໃສ່ແຕ່ລະເນື້ອໃນ ທີ່ນໍາມາພິຈາລະນາ, ຮັບປະກັນ ຄວາມຖືກຕ້ອງສອດຄ່ອງກັບແນວ ທາງນະໂຍບາຍຂອງພັກ-ລັດ, ລັດ ຖະທໍາມະນູນ,ກົດໝາຍແລະລະບຽບ ການຢ່າງສ້າງສັນ, ພາວະວິໄສ ແລະ ຄົບຖ້ວນ. Ij ;,,n dkolq j 'glu ,dko]h P'wdj rN og,n v' 16 j 4 g,n v'rkp.oc0;'lk]t;a o ຂປລ. ກອງປະຊຸມຮ່ວມມືສົ່ງເສີມ ການລ້ຽງໄກ່ພື້ນເມືອງ ຢູ່ເມືອງຄົງ ເຊໂດນ, ເມືອງລະຄອນເພັງ, ເມືອງ ຕຸ້ມລານ, ເມືອງວາປີແລະ ບໍລິສັດພັດ ທະນາ ແຫລ່ງທ່ອງທ່ຽວ ນໍ້າຕົກຕາດ ເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ ຈັດຂຶ້ນໃນວັນທີ 8 ມັງກອນ 2024 ຢູ່ເມືອງຄົງເຊໂດນ ໂດຍມີ ທ່ານ ສະໄໝ ໂພທິສານ ເຈົ້າເມືອງ ຄົງເຊໂດນ, ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ, ທ່ານ ບຸນຍູ້ ຈັນທະລັງສີ ເຈົ້າເມືອງວາປີ, ທ່ານ ນາງ ສອນທິດາ ອຸນາພົມ ປະທານ ບໍລິສັດ ພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫລັກ 40 ເມືອງ ປາກຊ່ອງຈໍາກັດ,ມີອຳນາດການປົກ ຄອງບ້ານາປົ່ງ, ຜູ້ປະກອບການ ຮ້ານປີ້ງໄກ່ນາປົ່ງ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ສະໄໝ ໂພທິສານ ເຈົ້າເມືອງຄົງເຊໂດນໄດ້ ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມສຳຄັນ ໂດຍການຫັນວຽກງານກະສິກຳ ຕິດພັນກັບການປຸງແຕ່ງ ເພື່ອຜະລິດ ສະໜອງພາຍໃນ ແລະ ສົ່ງອອກ ເນື່ອງຈາກ 4 ເມືອງດັ່ງກ່າວແມ່ນມີ ທ່າແຮງ ແລະ ເງື່ອນໄຂເໝາະສົມໃຫ້ ແກ່ການຜະລິດເປັນສິນຄ້າ. ສະເພາະແມ່ນສົ່ງເສີມການລ້ຽງ ໄກ່ພື້ນເມືອງ ໂດຍແມ່ນບໍລິສັດພັດ ທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດ ເຍືອງ ໄດ້ເຂົ້າມາມີສ່ວນຮ່ວມໃນ ການຮ່ວມມືສົ່ງເສີມ, ພັດທະນາແລະ ຍົກສູງຄຸນນະພາບປີ້ງໄກ່ນາປົ່ງໃຫ້ ມີຄຸນນະພາບໃໝ່ຕິດພັນກັບການຜະ ລິດ, ການປູກ-ການລ້ຽງ ເພື່ອສະ ໜອງໃຫ້ພຽງພໍກັບຄວາມຕ້ອງການ ຂອງຕະຫລາດ ເພື່ອສ້າງໃຫ້ເສດຖະ ກິດຢູ່ບັນດາເມືອງທີ່ມີເງື່ອນໄຂດັ່ງ ກ່າວ ມີການຂະຫຍາຍຕົວ ແລະ ມີ ລາຍຮັບສູງ. ທ່ານ ທອງດີ ຈັນທະວົງ ເຈົ້າ ເມືອງລະຄອນເພັງ ກໍໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ເຫັນວ່າຂະບວນການລ້ຽງ ໄກ່ພັນພື້ນເມືອງ ເພື່ອສະໜອງໃຫ້ ແກ່ປີ້ງໄກ່ນາປົ່ງ ເກີດເປັນຮູບປະທໍາ ແລະ ມີຄວາມຄືບໜ້າໄປເທື່ອລະ ກ້າວ, ເມືອງລະຄອນເພັງພວກເຮົາ ໄດ້ຖືເອົາການສົ່ງເສີມການລ້ຽງໄກ່ ພື້ນເມືອງ ເພື່ອສະໜອງໃຫ້ແກ່ຮ້ານ ປີ້ງໄກ່ນາປົ່ງ ເມືອງຄົງເຊໂດນ ເປັນ ວຽກໜຶ່ງທີ່ສຳຄັນ ເພື່ອສ້າງລາຍ ຮັບໃຫ້ແກ່ປະຊາຊົນ, ເຮັດໃຫ້ຂະ ບວນການລ້ຽງຕິດພັນກັບຕະຫລາດ ແລະ ມີການຈັດຕັ້ງເປັນກຸ່ມເພື່ອຊື້- ຂາຍ. ເມືອງລະຄອນເພັງ ຈະເປັນ ທ່າແຮງຫລັກໃນການລ້ຽງໄກ່ ເພື່ອ ສະໜອງໃຫ້ ຮ້ານປິ້ງໄກ່ນາປົ່ງ ໂດຍຈະເອົາໄກ່ແມ່ທີ່ມີລູກຫລາຍໆ ຈາກເມືອງຕຸ້ມລານ ມາເປັນແມ່ພັນ ໂດຍມີສູນເພາະພັນໄກ່(ຕູ້ຟັກໄຂ່) ເພື່ອແຈກຢາຍໃຫ້ກຸ່ມຜູ້ລ້ຽງ ແລ້ວ ສະໜອງໃຫ້ເມືອງຄົງເຊໂດນ. ທ່ານ ນາງ ສອນທິດາ ອຸນາພົມ ຍັງໃຫ້ຮູ້ອີກວ່າ: ບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວຕາດເຍືອງ ໄດ້ ເຂົ້າມາມີສ່ວນຮ່ວມ ເພື່ອສົ່ງເສີມຟື້ນ ຟູການລ້ຽງໄກ່ພື້ນເມືອງແບບຍືນ ຍົງຢູ່ 4 ເມືອງຂອງແຂວງສາລະ ວັນ ໂດຍປະຊາຊົນມີສ່ວນຮ່ວມ ນັ້ນ ກໍເພື່ອຢາກຟື້ນຟູຄືນຕົ້ນກໍາເນີດໄກ່ ພື້ນເມືອງທີ່ເປັນເອກະລັກ. ໃນນັ້ນ, ເມືອງວາປີ ຈະເປັນເມືອງທີ່ລ້ຽງໄກ່ ໃຫ້ເມືອງຄົງເຊໂດນ ເພື່ອສະໜອງ ໃຫ້ແກ່ຮ້ານອາຫານ, ເມືອງລະຄອນ ເພັງ ຈະເປັນເມືອງເພາະພັນແນວ ພັນໄກ່ ແລະລ້ຽງໄກ່ສະໜອງໃຫ້ 4 ເມືອງໃນສັນຍາ ແລະ ເມືອງ ໃກ້ຄຽງພາຍໃນແຂວງສາລະວັນ ເພື່ອສະໜອງໃຫ້ບ້ານນາປົ່ງ ເມືອງ ຄົງເຊໂດນ. ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ບັນຫາອຸບັດຕິ ເຫດຕາມທ້ອງຖະໜົນ ເປັນປະກົດ ການຫຍໍ້ທໍ້ໜຶ່ງ ທີ່ສ້າງຄວາມເສຍ ຫາຍທາງດ້ານຊີວິດ, ຊັບສິນຂອງ ພົນລະເມືອງ ແລະ ຂອງສ່ວນລວມ ຢ່າງມະຫາສານ ແລະ ກໍຍັງມີທ່າ ອ່ຽງເພີ່ມຂຶ້ນເລື້ອຍໆ. ສະເພາະປີ 2023 ຢູ່ເມືອງຊຽງຮ່ອນ ທົ່ວເມືອງ ມີອຸບັເຫດເກີດຂຶ້ນທັງໝົດ 11 ຄັ້ງ, ມີຜູ້ໄດ້ຮັບຄວາມເສຍຫາຍ 29 ຄົນ, ຍິງ 2 ຄົນ, ມີພາຫະນະເປ່ເພທັງໝົດ 17 ຄັນ, ພາຫະນະເປ່ເພສົມຄວນ 15 ຄັນ, ພາຫະນະເປ່ເພເລັກນ້ອຍ 2 ຄັນ, ມີຄົນໄດ້ຮັບບາດເຈັບ 17 ຄົນ, ຍິງ 2 ຄົນ, ບາດເຈັບສາຫັດ 9 ຄົນ ແລະ ເສຍຊີວິດ 4 ຄົນ. ສ່ວນສາເຫດທີ່ພາ ໃຫ້ເກີດອຸບັດເຫດສ່ວນໃຫຍ່ ຍ້ອນ ການຂັບຂີ່ລົດໄວ, ດື່ມສິ່ງຂອງມຶນ ເມົາແລ້ວຂັບຂີ່ ແລະ ບໍ່ປະຕິບັດກົດ ລະບຽບຂອງຈະລາຈອນ, ອຸບັດເຫດ ທີ່ເກີດຂຶ້ນສ່ວນຫລາຍແມ່ນເກີດ ອຸບັດເຫດເອງ, ລົດຈັກຕໍາລົດຈັກ, ລົດຈັກຕໍາລົດໃຫຍ່. ເພື່ອພ້ອມກັນເຮັດໃຫ້ຕົວເລກ ຄວາມເສຍຫາຍ ແລະ ການເສຍ ຊີວິດຍ້ອນອຸບັດເຫດຫລຸດລົງ ພວກ ເຮົາຕ້ອງໄດ້ປະຕິບັດກົດລະບຽບ ການສັນຈອນ ຢ່າງເຂັ້ມງວດ, ບໍ່ປະ ມາດ, ມີສະຕິ ໃຫ້ກຽດເຊິ່ງກັນ ແລະ ກັນໃນເວລາຂັບຂີ່, ບັນຫາສຳຄັນຜູ້ ປົກຄອງຕ້ອງໄດ້ສຶກສາອົບຮົມລູກ ຫລານ ຂອງຕົນກ່ຽວກັບມາລະຍາດ ໃນການສັນຈອນຢ່າງເຂັ້ມງວດ, ອຸບັດເຫດເກີດຂຶ້ນໄດ້ທຸກເມື່ອຖ້າປະ ມາດຂາດສະຕິ, ເມື່ອເກີດແລ້ວ ທຸກ ຢ່າງແມ່ນເອົາຄືນບໍ່ໄດ້ມີແຕ່ຄວາມ ສູນເສຍເທົ່ານັ້ນ.

RkJQdWJsaXNoZXIy MTc3MTYxMQ==