5787

xtgmf]k; 3 11/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ gruj ,mt;u lh k'dv'ma [xt-k-q o]k; .sh ,u c[[czoma oltw\ * ກອງທັບປະຊາຊົນລາວ ເປັນກອງທັບທີ່ມີຄວາມເຂັ້ມແຂງ ແລະ ນຳໜ້າໃນທຸກຂະບວນການ ປະຕິວັດຂອງຊາດລາວ, ນັບແຕ່ມື້ ສ້າງຕັ້ງຈົນເຖິງປັດຈຸບັນ ຍາມໃດ ກອງທັບກໍເອົາໃຈໃສ່ພັດທະນາ ກຳລັງຂອງຕົນໃຫ້ມີຄວາມເຂັ້ມ ແຂງຮອບດ້ານ ເພື່ອປົກປ້ອງເຂດ ນຳແດນດິນ, ອຳນາດອະທະປະໄຕ ຂອງປະເທດຊາດ ແລະ ມີຄວາມ ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນຜູ້ອອກແຮງງານ ບັນດາເຜົ່າຢ່າງໜັກແໜ້ນ. ສະ ແດງອອກຕະຫລອດໄລຍະ 75 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ກອງທັບປະຊາຊົນລາວ ໄດ້ສືບຕໍ່ ຕະຫລອດໄລຍະຜ່ານມາ, ກອງ ທັບປະຊາຊົນລາວ ໄດ້ເປັນເຈົ້າການ ເອົາໃຈໃສ່ປັບປຸງກົມກອງໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງທາງ ດ້ານການເມືອງ, ເຝິກແອບຍົກລະ ດັບສິລະປະຍຸດ, ຍຸດທະວິທີສູ້ຮົບໃຫ້ ເຂັ້ມແຂງຮອບດ້ານ, ພ້ອມທັງປະ ສານງານຮ່ວມມືກັບບັນດາປະເທດ ເພື່ອນມິດ ແລະ ສາກົນ ເພື່ອຖອດ ຖອນບົດຮຽນດ້ານວິຊາການໃຫ້ ເຂັ້ມແຂງ ແລະ ທັນສະໄໝ ພ້ອມທັງ ປະກອບພາຫະນະຍຸດໂທປະກອນ ທີ່ທັນສະໄໝຈຳນວນໜຶ່ງໃຫ້ກົມ ກອງ ແລະ ເຫລົາຮົບຕ່າງໆ. ສິ່ງສຳ ຄັນໄດ້ສືບຕໍ່ການເຮັດວຽກງານພາ ລາທິການກັບທີ່ ຊຶ່ງນອກຈາກເຮັດ ວຽກງານວິຊາສະເພາະແລ້ວໄດ້ ສຸມໃສ່ການເພີ່ມພູນຜະລິດຜົນຮັບ ປະກັນໃຫ້ກົມກອງມີຄວາມເຂັ້ມ ແຂງທາງດ້ານວິຊາສະເພາະ ທັງ ສາມາດກຸ້ມຕົນເອງ ແລະ ເພິ່ງຕົນ ເອງທາງດ້ານສະບຽງອາຫານ. ຍ້ອນແນວນັ້ນໃນໄລຍະຜ່ານມາ ກອງທັບພວກເຮົາຈຶ່ງມີຄວາມກຽມ ພ້ອມສູ້ຮົບທີ່ສູງຂຶ້ນ ແລະ ເປັນພາກ ສ່ວນທີ່ສຳຄັນຮັບປະກັນຄວາມມີ ສະຖຽນລະພາບທາງດ້ານການ ເມືອງ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ. ຜົນສຳເລັດທີ່ກອງທັບປະຊາ ຊົນລາວຍາດມາໄດ້ໃນໄລຍະຜ່ານ ມາ ແມ່ນຜົນມາຈາກການຈັດຕັ້ງປະ ຕິບັດແນວທາງນະໂຍບາຍຂອງ ພັກ ແລະ ລະບຽບກົດໝາຍຂອງ ລັດຢ່າງຖືກທິດ ພ້ອມທັງສອດຄ່ອງ ກັບສະພາບເງື່ອນໄຂຈຸດພິເສດ ຂອງກອງທັບ, ເປັນໝາກຜົນຂອງ ການບຸກບືນຜ່ານຜ່າດ້ວຍຄວາມ ມານະອົດທົນ, ເດັດດ່ຽວໜຽວ ແໜ້ນດ້ວຍຄວາມສາມັກຄີເປັນປຶກ ແຜ່ນຂອງຄະນະພັກ, ຄະນະບັນ ຊາ, ສະມາຊິກພັກ, ພະນັກງານນັກ ຮົບໃນທົ່ວກອງທັບ ທີ່ຕັ້ງໜ້າທຸມ ເທເຫື່ອແຮງ, ສະຕິປັນຍາ ເຂົ້າໃນ ການຈັດຕັ້ງປະຕິບັດແນວທາງນະ ໂຍບາຍປ່ຽນແປງໃໝ່ຮອບດ້ານທີ່ ມີຫລັກ ການຂອງພັກເຮົາ. ພາບປະກອບ ພາບປະກອບ ພາບປະກອບ ໂດຍ: ຄ້ອງໃໝ່ cdh lP'-;j kc-;mk'vy og8u goa fL * ບົດກ່ອນຍົກຂຶ້ນມາທົບທວນ ນໍາກັນແລ້ວຈໍານວນໜຶ່ງ, ບົດນີ້ເອົາ ເປັນບົດສຸດທ້າຍ, ແຕ່ບໍ່ໝາຍວ່າຄໍາ ສັບກ່ຽວຂ້ອງໝົດເທົ່ານີ້, ພຽງແຕ່ ໃຫ້ໄປຕາມແຜນບົດແລະ ຕາມການ ເກັບກໍາເຫັນຜູ້ອ່ານທີ່ຕ້ອງການໃຫ້ ສະເໜີບາງຄໍາສັບທີ່ມີຄວາມສົນ ໃຈ. ບົດນີ້ ມີຄໍາ: ຟາງ, ຝາດ, ມົວ, ຕໍ້, ເຫລ່ວ ແລະ ຫລິ່ວ ມາທົບທວນ ກັນອີກ. ຄໍາ: “ຟາງ” ເປັນຄໍາຄຸນນາມ ໝາຍເຖິງ ເຫັນບໍ່ຄັກ, ມືດມົວ, ມົວ ຕາ, ຕາທີ່ເຫັນບໍ່ຄັກ ເອີ້ນ ຕາຟາງ. “ຕາຟາງ”ໝາຍເຖິງ ອາການຂອງ ຕາທີ່ບໍ່ເຫັນຮຸ່ງຄັກ, ພະຍາດແນວ ໜຶ່ງ ເຮັດໃຫ້ຕາບໍ່ເຫັນຮຸ່ງຄັກ. ນອກນັ້ນຍັງມີການສົມທຽບ ຄວາມ ປະພຶດຂອງຄົນທີ່ຫລົງໄຫລນໍາສິ່ງ ໃດໜຶ່ງຈົນລືມເນື້ອລືມຕົວ ເອີ້ນວ່າ * ເວົ້າເຖິງຫາງສຽງສັງຄົມ ທີ່ ເນືອງນັນຊວ່າແຊວທາງອິນ ເຕີເນັດ ກໍ່ມີຫລາຍທັດສະນະແຕກຕ່າງ ກັນໄປ, ພ່ອງກໍ່ບອກວ່າຢ່າຫົວຊາ ໃສ່ໃຈ, ພ່ອງກໍ່ວ່າຄວນເອົາໃຈໃສ່ ຕິດຕາມ ເພື່ອຊອກຮູ້ບັນຫາ ແຕ່ຟັງ ຫູໄວ້ຫູ, ພ່ອງກໍ່ວ່າຕ້ອງກໍາກັບ, ພ່ອງກໍ່ວ່າບາງບັນຫາຄວນປ່ອຍແຕ່ ບາງບັນຫາກໍ່ຕ້ອງຮີບຮ້ອນຈັດການ (ຫລາຍຮູບແບບ-ວິທີ), ພ່ອງກໍ່ ຖືເປັນເລື່ອງໃຫຍ່ທີ່ຕ້ອງກໍາໃຫ້ໄດ້ ທຸກບັນຫາ ແລະ ເຫັນເປັນປະເດັນທີ່ ຕ້ອງບໍລິຫານຈັດການຂໍ້ມູນຂ່າວ ສານທີ່ຊວ່າແຊວໃນທາງບໍ່ປະໂຫຍດ ນັ້ນໄວວາທັນການ ແລະ ອື່ນໆ. ກ່ຽວກັບຫາງສຽງສັງຄົມ ບົນ ອິນເຕີເນັດ ຄົນສົນໃຈໃນປະເທດ ເຮົາມີລັກສະນະຂະບວນກໍ່ບໍ່ເທົ່າໃດ ປີມານີ້ ເພາະໃນຄວາມເປັນຈິງທີ່ບໍ່ ອາດປະຕິເສດນັ້ນ ພວກເຮົາໃຊ້ສື່ ສັງຄົມນໍາຫລັງໝູ່ໃນປະເທດພາກ ພື້ນ, ຍ້ອນປັດໄຈຕ່າງໆທີ່ຍັງບໍ່ທັນ ອໍານວຍຄວາມສະດວກ ຫລື ອື່ນໆ ໃນເວລາທີ່ຫລາຍປະເທດໃຊ້ສື່ສັງ ຄົມຢ່າງກວ້າງຂວາງ ເຊິ່ງໃນຊຸມປີ 2000 ພວກເຮົາກໍ່ໃຊ້ແຕ່ບໍ່ຫລາຍ g;Q kg4y '7erq ;ra o da [ 8k (2) ຫລົງຕົວຄືຕາຟາງ. “ຝາດ” ເປັນຄໍາຄຸນນາມ ໝາຍ ເຖິງ ລົດ ຫລື ລົດຊາດຢ່າງໜຶ່ງເຮັດ ໃຫ້ເຟື່ອນລີ້ນ, ກືນຝືດຄໍ, ກືນລົງ ຢາກ. ນອກນັ້ນ ຍັງໝາຍເຖິງ ມົວ ເຊັ່ນ “ຕາຝາດ” ເປັນອາການຂອງ ຕາ ທີ່ບໍ່ເຫັນຮຸ່ງ ຄັກ ຫລື ການເຫັນ ສິ່ງໃດໜຶ່ງແປກປະຫລາດ ຫລື ບໍ່ຄຶດ ມາກ່ອນວ່າຈະເຫັນ ຫລື ພົບໂດຍ ບັງເອີນ ຈົນຕື່ນເຕັ້ນ ຫລື ໝູ່ເກົ່າ ຄາວ ຍັງນ້ອຍ ມາແວ່ຢາມ ໂດຍບໍ່ ບອກລ່ວງໜ້າ ເມື່ອເຫັນຍ້ອນ ຕື່ນ ເຕັ້ນ ກໍ່ມັກວ່າ ເຮົາຕາຝາດຫລືບໍ່, ຄ້າຍຄືຢາກບອກວ່າ ບໍ່ຢາກເຊື່ອ ສາຍຕາຕົນເອງ. “ມົວ” ເປັນຄໍາຄຸນນາມ ໝາຍ ເຖິງ ຫລົງໄຫລ, ເມົາມົວ, ຕິດໄພ ສັງຄົມດັ່ງວ່າ “ຢ່າໄດ້ມົວເມົາຫລິ້ນ ການພະນັນເບ້ຍໂບກ”. ຕາມົວ ໝາຍເຖິງ ອາການຂອງຕາທີ່ເບິ່ງ ບໍ່ເຫັນຮຸ່ງແຈ້ງດີ. “ຕໍ້” ຕາຕໍ້ ເປັນອາການເຈັບທີ່ ຕາແນວໜຶ່ງ ຫລືພະຍາດຕາແນວ ໜຶ່ງ ເປັນຕຸ່ມຢູ່ໜັງຂອງຕາ “ເຫລ່ວ”ເປັນຄໍາຄຸນນາມໝາຍ ເຖິງ ບໍ່ສະເໝີ ດັ່ງ ຕາເຫລ່ວ ໝາຍ ເຖິງລັກສະນະຂອງຕາທີ່ບໍ່ສະເໝີ ກັນ, ເວລາແນມ ຜູ້ອື່ນສັງເກດເຫັນ ຈະແຈ້ງລັກສະນະຂອງຕາເຫລ່ວ ທີ່ໄປຄົນລະຂ້າງກັບການແນມ ຕົວຈິງ. “ຫລິ່ວ” ເປັນຄໍາກໍາມະ ໝາຍ ເຖິງບໍ່ສະເໝີ, ຫລັບຕາລົງຂ້າງໜຶ່ງ. ຕາຫລິ່ວ ເປັນຄຸນລັກສະນະຂອງຕາ ໝາຍເຖິງ ຕາເຂ ຫລື ຕາເຫລ່ເລັກ ນ້ອຍ, ມີຕາບອດຂ້າງໜຶ່ງ ຫລືມີຕາ ເສຍ-ເຫລ່ຂ້າງໜຶ່ງ. ອາການເບິ່ງ ທີ່ເຮັດຕານ້ອຍ ຫລື ຫລັບຂ້າງໜຶ່ງ ເອີ້ນ ຫລິ່ວຕາ. ສຸພາສິດລາວເຮົາ ມີຄໍາວ່າ ເຂົ້າເມືອງຕາຫລິ່ວ ໃຫ້ ຫລິ່ວຕາຕາມ... ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ. ມີລັກສະນະເປັນຂະບວນຢ່າງ ກວ້າງຂວາງດັ່ງປັດຈຸບັນ ຍ້ອນວ່າ ການເຂົ້າເຖິງລະບົບເຄືອຂ່າຍອິນ ເຕີເນັດນັບມື້ງ່າຍ, ລາຄາບໍ່ແພງ, ລວມທັງເຄື່ອງຮັບສັນຍານອິນເຕີ ເນັດໄດ້ກໍ່ຫລາກຫລາຍ ໃນນັ້ນສໍາ ຄັນແມ່ນໂທລະສັບມືຖື ທີ່ລາຄາ ມີຫລາຍທາງເລືອກຕາມສະພາບ ຖົງເງິນແຕ່ລະຄົນ. ເວົ້າເຖິງຫາງ ສຽງຊວ່າແຊວທາງອິນເຕີເນັດ ໃນ ສື່ອອນລາຍຕ່າງໆ ໂດຍສະເພາະ ເຟສບຸກ, ຢຸທູບ, ຕິກຕັອກ ທີ່ຄົນລາວ ເຮົາໃຊ້ຫລາຍ, ບັນຫາທີ່ມັກຖືກຕັ້ງ ຂຶ້ນສ່ວນໜຶ່ງ ເປັນພາສາປະເທດ ເພື່ອນບ້ານໃກ້ຄຽງ ທີ່ຄົນລາວສ່ວນ ຫລາຍເຂົ້າໃຈເກືອບທັງໝົດ. ປະ ເດັນທີ່ມັກຖືກຍົກຂຶ້ນ ແລະ ຄົນເຂົ້າ ເຫັນ ແລະ ເກີດສຽງຊວ່າແຊວ ທັງ ທີ່ບາງອັນບໍ່ທັນຮູ້ສາເຫດ ຫລື ບໍ່ທັນ ຮູ້ວ່າແມ່ນຄວາມຈິງສໍ່າໃດ ມັກຈະ ເປັນຫົວຂໍ້ ແລະ ເນື້ອໃນກະຕຸ້ນປະ ສາດ ໂດຍສະເພາະດ້ານລົບ, ກະປິດ ກະປີ່ ເຊິ່ງຖ້າພິຈາລະນາເບິ່ງຄັກ ແລ້ວ ສິ່ງທີ່ໄດ້ຈາກການສະເໜີບັນ ຫານັ້ນ ເປັນປະໂຫຍດອັນ ລວມບໍ່ມີ ພໍເທົ່້າໃດ ຫລື ສໍ່າເມັດງາຕາຮີ້ນ. ບາງປະເດັນກໍ່ມີພື້ນຖານແຫ່ງຄວາມ ເປັນຈິງສໍ່າເມັດງາຕາຮີ້ນ ແຕ່ແຕ່ງ ຕື່ມໃຫ້ສໍ່າຊ້າງສານ ໃສ່ຫົວຂໍ້ກະຕຸ້ນ ປະສາດດຶງຄົນອ່ານແລະມີຄໍາເຫັນ- ສົ່ງຕໍ່ ເພື່ອລ່າຄະແນນທາງສື່ອອນ ລາຍສະແຫວງຫາລາຍຮັບຈາກເຈົ້າ ຂອງຮ້ານຄ້າທີ່ຊື່ ເຟສບຸກ, ຢູທູບ... ຢ່າງໃດກໍ່ດີຕໍ່ກັບສຽງຊວ່າແຊວ ທາງອິນເຕີເນັດນີ້ວ່າໄປແລ້ວມັນກໍ່ຄື ຂ່າວລືປາກຕໍ່ປາກ, ບັງຄັ້ງກໍ່ເປັນ ເລື່ອງອຸປະໂຫລກ, ບາງຄັ້ງກໍ່ໃສ່ສີ ຕົບແຕ່ງ, ເວົ້າໂຍກໃຫ້ຄົນສົນໃຈ. ບາງກໍລະນີຄວາມຈິງອາດມີເລັກ ນ້ອຍແຕ່ຮອດຄົນເລົາຜູ້ທີ່ສີ່-ຫ້າ... ກໍ່ຍາວເປັນວາ ຫລື ຜູ້ຟັງມາບໍ່ຄັກ ພັດຢາກເລົ່າຕໍ່ກໍ່ເປັນເລື່ອງກາເຈັດ ສົບ (ຈາກການຟັງບໍ່ແຈ້ງ ກາເຊັດ ສົບ). ນະປັດຈຸບັນການເຄື່ອນໄຫວ ຂອງຂໍ້ມູນຂ່າວສານຮູບແບບຕ່າງໆ ມັນໄປກວ້າງ ແລະ ໄວເພາະໄດ້ ເຄື່ອງມືການຕິດຕໍ່ສື່ສານທັນສະໄໝ ໂດຍມີສັນຍານອິນເຕີເນັດນໍາທາງ ໃຫ້.ມັນໄວແບບວິນາທີຕໍ່ວິນາທີ,ພຸ່ງ ໄປໄກທົ່ວໂລກຖືວ່າໄວກວ່າແສງ. ໃນປະເດັນທີ່ຖືກຕັ້ງຂຶ້ນໃນບັນດາ ສຽງຊວ່າ ແຊວນີ້ ຜູ້ຮັບຄວນເລືອກ ເຟັ້ນເພື່ອບໍ່ເຈັບເສັ້ນຍ້ອນ. ບາງ ຄໍາເຫັນກໍ່ວ່າໃນປະເດັນກ່ຽວຂ້ອງ ທີ່ຕ້ອງປັບປຸງແກ້ໄຂເມື່ອເຫັນວ່າ ເປັນການສ່ອງແສງຕົວຈິງແທ້ຜູ້ ກ່ຽວຂ້ອງ, ພາກສ່ວນກ່ຽວຂ້ອງ ກໍ່ຄວນສະດຸ້ງໃຫ້ອ່າວໄວແດ່ໃນ ການອອກມາໃຫ້ຂໍ້ມູນຄວາມເປັນ ຈິງ ຫລື ໄດ້ມີການເອົາໃຈໃສ່ແກ້ໄຂ ແຕ່ຫົວທີແລ້ວໃຫ້ສັງຄົມຮູ້ນໍາ, ເປັນການຕັດທາງກະຈາຍຂໍ້ມູນທີ່ບໍ່ ປະໂຫຍດສັ້ນເທົ່າໃດຍິ່ງດີ. ໃນທາງ ອື່ນການສ່ອງແສງມາເຫັນວ່າມີ ສ່ວນທີ່ເຮົາຄວນປັບປຸງ, ກໍ່ຄວນ ເຮັດ, ທຸກວຽກງານຍ່ອມມີດ້ານ ບວກ ແລະ ລົບ, ຄວນໃຫ້ລົບໜ້ອຍ ທີ່ສຸດ, ວຽກພົວພັນກັບຫລາຍຄົນ ຍິ່ງບໍ່ອາດປາສະຈາກດ້ານລົບປົນ ມາພ້ອມກັບຜົນໄດ້ຮັບດ້ານດີ, ສະ ນັ້ນ ຈຶ່ງມີຂະບວນການຕິດຕາມ ກວດກາ ແລະ ສະຫລຸບຖອດຖອນ ບົດຮຽນຢ່າງເປັນປະຈໍາຄື ກັນກັບ ເຮົາກວດກາສຸຂະພາບຢ່າງເປັນ ປະຈໍາ ເພື່ອໃຫ້ສາມາດປິ່ນປົວປາບພະຍາດທັນ ຖ້າມັນມີ. ສະຫລຸບວ່າ ບັນດາສຽງຊວ່າ ແຊວທາງອິນເຕີເນັດ ທຸກປະເທດ ລ້ວນມີຄືກັນ, ສໍາຄັນວ່າເຮົາຈະໃສ່ ໃຈມັນຫລາຍໜ້ອຍສໍ່າໃດ, ເລືອກ ເຟັ້ນໃຫ້ໄດ້ອັນໃດເປັນອັນໃດ, ອັນ ໃດຄວນເອົາຫູໄປນາເອົາ ຕາໄປໄຮ່, ອັນໃດຄວນເອົາໃຈໃສ່ກໍາກັບແກ້ໄຂໄວ-ຊ້າ...ຖ້າອັນໃດເປັນປະ ສ້າງກຳລັງຂອງຕົນໃຫ້ມີຄວາມ ເຂັ້ມແຂງ, ໜັກແໜ້ນ ແລະ ທັນສະ ໄໝເປັນກ້າວໆ ໃຫ້ສົມເປັນກອງ ກຳລັງນຳໜ້າທີ່ເຂັ້ມແຂງເປັນກຳ ແພງເພັດ ຂອງຊາດ ຂອງພັກ ໂດຍ ການເພີ່ມທະວີການຈັດຕັ້ງປະຕິ ບັດຍຸດທະສາດແນວທາງປ້ອງກັນ ຊາດຂອງພັກໃຫ້ມີຜົນສຳເລັດ, ສືບຕໍ່ປັບປຸງກໍ່ສ້າງກອງທັບປະຊາ ຊົນລາວ ໃຫ້ກາຍເປັນກອງທັບປະຕິ ວັດທີ່ມີແບບແຜນ ແລະ ທັນສະໄໝ, ພ້ອມທັງປົກປັກຮັກສາເອກະລາດ, ອະທິປະໄຕຂອງຊາດ ໂດຍການ ຮ່ວມມືກັບພາກສ່ວນກ່ຽວຂ້ອງລົງ ກໍ່ສ້າງຮາກຖານແລະແກ້ໄຂຄວາມ ບໍ່ສະຫງົບໃນເຂດຊາຍແດນ. ໂຫຍດ ຍ້ອນບາງອັນເຮົາອາດຈະບໍ່ ໄດ້ຮັບລາຍງານມາ ເຊິ່ງອາດຍ້ອນ ວ່າເຮົາມັກລາຍງານດອກໄມ້ ຜູ້ໄປ ເບິ່ງມາກໍ່ລາຍງານສວຍງາມ, ແຕ່ ເມື່ອມີການສ່ອງແສງນອກລະບົບ ແລະ ໄປຊວ່າແຊວທາງອິນເຕີເນັດ ກໍ່ຄວນສະດຸ້ງຢ່າງໄວ ເພື່ອນໍາ ບັນຫາໃຫ້ທັນ ເພື່ອສະກັດກັ້ນທັງ ສອງສົ້ນ ຄື ຖ້າເປັນຈິງ ກໍ່ຮີບປັບປຸງ ຈຸດອ່ອນ ຫລື ຄວາມບົກພ່ອງນັ້ນ ທັນທີ, ຖ້າບິດເບືອນກໍ່ຕ້ອງຮີບຮ້ອນ ຈັດການ ນໍາຫາຕົ້ນເຫດທີ່ມາ ແລະ ວ່າກັນໄປຕາມລະບຽບກົດໝາຍ ບ້ານເມືອງ.

RkJQdWJsaXNoZXIy MTc3MTYxMQ==