5787

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 11/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ໃນວັນທີ 8 ມັງກອນ 2024, ຄະນະບໍລິຫານງານພັກ ອົງ ການໄອຍະການປະຊາຊົນສູງສຸດ (ອອປສ) ສະໄໝທີ V ໄດ້ດໍາເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງຕົນ ໂດຍການເປັນປະທານ ຂອງສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ມີບັນດາສະຫາຍຄະນະປະຈຳພັກ, ບັນດາສະຫາຍ ກຳມະການຄະນະ ບໍລິຫານງານພັກ ເຂົ້າຮ່ວມ. ການປະຊຸມຄັ້ງນີ້, ແມ່ນໄດ້ສະ ຫລຸບຕີລາຄາຄືນການຊີ້ນຳ-ນຳ ພາວຽກງານຮອບດ້ານຂອງຄະ ນະບໍລິຫານງານພັກ ອົງການໄອຍະ ການປະຊາຊົນສູງສຸດ ໂດຍສະ ເພາະບັນດາຄາດໝາຍ ແລະ ວຽກ ງານຈຸດສຸມຂອງກອງປະຊຸມສະ ໄໝສາມັນ ເທື່ອທີ 6 ຜ່ານມາ. ພ້ອມ ນັ້ນ, ບັນດາສະຫາຍຄະນະບໍລິຫານ ງານພັກ ກໍໄດ້ເອກະພາບກັນປະ ກອບຄຳເຫັນວາງທິດທາງ 4 ວຽກ ງານຈຸດສຸມປະຈຳໄຕມາດ I ຂອງປີ 2024 ຄື: ກະກຽມສ້າງແຜນການ ຫັນລົງທ້ອງຖິ່ນເພື່ອຊີ້ນຳ-ນຳພາ ບັນດາອົງການໄອຍະການປະຊາ ຊົນພາກ, ແຂວງ ແລະ ເຂດຢ່າງໃກ້ ຊິດ; ສຸມໃສ່ປັບປຸງແບບແຜນການ ຊີ້ນຳ-ນຳພາ ໃຫ້ມີຮູບປະທຳ ແລະ ເຂັ້ມແຂງກ່ອນເກົ່າ; ກະກຽມຄວາມ ພ້ອມຮອບດ້ານໃນການດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ປັບປຸງລະບົບກົງຈັກຂອງອົງ ການໄອຍະການປະຊາຊົນໃຫ້ມີ 7tot[= ]y sko'kora d vvxl deoq f;Pd'ko95 fl5 ,8qQ oxu 2024 ຄວາມໜັກແໜ້ນ ແລະ ເຂັ້ມແຂງ. ໂອກາດດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ເນັ້ນໃຫ້ ຄະນະນຳແຕ່ລະຂັ້ນຕ້ອງໄດ້ເພີ່ມ ທະວີໃນການຊີ້ນຳ-ນຳພາ ຢ່າງໃກ້ ຊິດຕິດແທດ, ປັບປຸງແບບແຜນວິທີ ເຮັດວຽກໃຫ້ສອດຄ່ອງກັບແຕ່ລະ ໄລຍະ ແລະ ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃນຄັ້ງນີ້ໄປຈັດ ຕັ້ງປະຕິບັດໃຫ້ມີຜົນສຳເລັດ ເພື່ອ ເຮັດໃຫ້ອົງການໄອຍະການປະຊາ ຊົນ ນັບມື້ເຕີບໃຫຍ່ເຂັ້ມແຂງ, ໄດ້ ຮັບການພັດທະນາຮອບດ້ານແລະ ຮັບປະກັນການປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງອົງການ ໄອຍະການປະຊາຊົນ ຕາມທີ່ໄດ້ກຳ ນົດໃນກົດໝາຍ, ເຮັດໃຫ້ກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກ ຕ້ອງແລະ ເປັນເອກະພາບແນໃສ່ປົກ ປ້ອງຜົນປະໂຫຍດຂອງລັດ, ສັງ ຄົມ, ສິດ ແລະ ຜົນປະໂຫຍດອັນຊອບ ທໍາຂອງພົນລະເມືອງ, ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດແລະ ຫັນເປັນທັນສະໄໝເທື່ອລະກ້າວ. ຂ່າວ: ອອປສ ທະຫານນະຄອນຫລວງ... ກົມ 49 ເປັນເຈົ້າ..... ກອງປະຊຸມຄົບຄະນະ.... ໃນກອງປະຊຸມສະຫາຍ ພັນໂທ ຄໍາພູ ຄໍາພະຈັນ ຮອງຫົວໜ້າຫ້ອງ ເສນາທິການ ໄດ້ຊີ້ໃຫ້ເຫັນການຈັດ ຕັ້ງປະຕິບັດວຽກງານໃນ 01 ປີ ຜ່ານມາ, ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດ ແທດກັບບັນດາພະແນກການ ແລະ ກົມກອງທີ່ຂຶ້ນກັບເຮັດໜ້າທີ່ວຽກ ງານຂອງຕົນ ໃຫ້ມີຜົນສໍາເລັດຕາມ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໂດຍຕິດພັນກັບ 04 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະ ເທດວາງອອກ ເປັນຕົ້ນ: ໄດ້ຍົກສູງ ວຽກງານການສຶກສາອົບຮົມການ ເມືອງ ນໍາພາແນວຄິດເປັນກົກ ດ້ວຍ ການນໍາເອົາເອກະສານມູນເຊື້ອສໍາ ຄັນຕ່າງໆ ແລະ ມະຕິຄໍາສັ່ງຂອງ ຊາດ, ຂອງພັກ, ຂອງກອງທັບມາ ຈັດຕັ້ງເຜີຍແຜ່ໃຫ້ພະນັກງານນັກຮົບພາຍໃນກົມກອງໄດ້ຮັບຮູ້ ເຊື່ອມຊຶມຢ່າງເລິກເຊິ່ງທົ່ວເຖິງ, ເອົາໃຈໃສ່ລົງກໍ່ສ້າງຮາກຖານການ ເມືອງແບບມູນເຊື້ອ ໂດຍປະສານ ສົມທົບກັບກຳລັງທ້ອງຖິ່ນເຮັດໜ້າ ທີ່ຕິດຕາມສະພາບປະກົດການຫຍໍ້ ທໍ້ ແລະ ແກ້ໄຂໃຫ້ທັນເວລາ. ພ້ອມ ນັ້ນ ຍັງໄດ້ສ້າງບ້ານແຮກສ່ຽວໄດ້ 2 ການກອງທັບ ໄດ້ໃຫ້ຮູ້ວ່າ: ເຫລົ່າ ຮົບຕີພິເສດແມ່ນເຫລົ່າຮົບ ໜຶ່ງທີ່ມີ ຄວາມສຳຄັນມີໜ້າທີ່ເຄື່ອນໄຫວສູ້ ຮົບດັບສູນບັ້ນທອນກຳລັງຂອງສັດ ຕູ ເພື່່ອສ້າງເງື່ອນໄຂໃຫ້ເຫລົ່າຮົບ ອື່ນບຸກຕີສັດຕູ. ພາຍຫລັງໄດ້ຮັບ ຄຳສັ່ງຈາກກົມໃຫຍ່ເສນາທິການ ກອງທັບ, ຄະນະຮັບຜິດຊອບກໍໄດ້ ຮີບຮ້ອນເຕົ້າໂຮມພະນັກງານ-ນັກ ຮົບ ເພື່ອຈັດຕັ້ງເຜີຍແຜ່ຄຳສັ່ງ ແລະ ສ້າງແຜນການ, ແຜນງານຢ່າງລະ ອຽດແລ້ວ ເຄື່ອນກຳລັງເຂົ້າຢຶດສະ ໜາມ ແລະ ສ້າງສະໜາມຝຶກຊ້ອມ ສຳເລັດ. ສະຫາຍພັນເອກ ທອງດຳ ດວງ ມາລາ ໃຫ້ຮູ້ຕື່ມວ່າ: ການເຂົ້າຮ່ວມ ຊ້ອມຮົບຄັ້ງນີ້ເຫລົ່າຮົບຕີພິເສດ ຫລັກແຫລ່ງ ເຂົ້າຮ່ວມ. ສະຫາຍ ນາງ ໃບຄຳ ຂັດທິຍະ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນ ການທົບທວນຄືນຜົນສໍາເລັດໃນ ການຈັດຕັ້ງປະຕິບັດບັນດາຄາດ ໝາຍສູ້ຊົນ ແລະ ວຽກຈຸດສຸມຂອງ ອົງຄະນະພັກກະຊວງ ຮສສ ໃນ 1 ປີຜ່ານມາ, ພ້ອມກັນຕີລາຄາດ້ານດີ, ດ້ານຕັ້ງໜ້າ, ສິ່ງທ້າທາຍ ແລະ ບາງບົດຮຽນທີ່ຖອດຖອນໄດ້ ແລະ ເບິ່ງຄືນບັນດາແຜນການຄາດໝາຍ ສູ້ຊົນໃນ 1 ປີຕໍ່ໜ້າ ເພື່ອກ້າວສູ່ການ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ບ້ານ ຄື ບ້ານຕາດທອງ ແລະ ບ້ານ ໜອງດາ, ມີການເຄື່ອນໄຫວປະສານ ສົມທົບບ້ານພົວພັນ ໄດ້ຈໍານວນ 2 ບ້ານ ຄື ບ້ານໜອງແຕ່ງເໜືອ ແລະ ບ້ານຈັນສະຫວ່າງ; ເອົາໃຈໃສ່ຈັດ ຕັ້ງລະບົບປະຈຳການຕະຫລອດ 24 ຊົ່ວໂມງ ໂດຍສະເພາະ ແມ່ນປະຈຳ ການບັນຊາ, ປະຈຳການສູ້ຮົບ, ປະ ຈຳການບໍລິຫານ, ສິດປະຈຳການ, ກຳລັງປະຈຳການ ແລະ ພາຫະນະ ປະຈຳການ; ປະຕິບັດລະບອບສ່ອງ ແສງລາຍງານເປັນປົກກະຕິ, ນຳໃຊ້ ກຳລັງສືບຂ່າວ ແບບຍຸດທະສາດ, ຍຸດທະວິທີອອກເຄື່ອນໄຫວຕິດຕາມ ສະພາບຂອບເຂດຮັບຜິດຊອບ ເພື່ອ ສະກັດກັ້ນ ແກ້ໄຂປະກົດການຫຍໍ້ ທໍ້ໃຫ້ທັນເວລາ ເຮັດໃຫ້ສະພາບທົ່ວ ສັງຄົມ ມີຄວາມສະຫງົບປອດໄພ ໂດຍພື້ນຖານ; ຈັດຕັ້ງນຳໃຊ້ກຳລັງ, ພາຫະນະແລະອຸປະກອນກຽມພ້ອມ ກອບກູ້ໄພພິບັດ ເພື່ອຊ່ວຍເຫລືອ ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພທໍາມະຊາດ ໃຫ້ມີຄວາມ ປອດໄພ ເຊິ່ງຜ່ານມາໄດ້ນໍາໃຊ້ກຳ ລັງເຄື່ອນໄຫວມອດໄຟໄໝ້ລາມປ່າ ຈໍານວນ 93 ຄັ້ງ ມີ 2.896 ເທື່ອສະ ຫາຍເຂົ້າຮ່ວມ, ນໍາໃຊ້ກໍາລັງຊ່ວຍ ເຫລືອປະຊາຊົນທີ່ຖືກຜົນກະທົບ ຈາກພາຍຸ 01 ຄັ້ງ ມີຈໍານວນພົນ 08 ສະຫາຍເຂົ້າຮ່ວມ ແລະ ນໍາໃຊ້ພາ ຫະນະຂົນສົ່ງກໍາລັງ ຈໍານວນ 25 ເທື່ອຄັນ. ພ້ອມນັ້ນ ຍັງຈັດຕັ້ງອົບຮົມຫັດ ແອບການທະຫານ, ການເມືອງ, ພະ ລາທິການ-ເຕັກນິກ ໃຫ້ພະນັກງານ- ນັກຮົບຢ່າງເປັນປົກກະຕິເພື່ອແນ ໃສ່ເຮັດໃຫ້ມີຄວາມຊໍານິຊໍານານ, ມີຄວາມຄ່ອງແຄ້ວສາມາດຮັບປະ ກັນເປັນກຳລັງກຽມພ້ອມສູ້ຮົບໄດ້ ທຸກເມື່ອ.ນອກນັ້ນຫ້ອງເສນາທິການ ທະຫານນະຄອນຫລວງວຽງຈັນ ຍັງໄດ້ສຸມໃສ່ເຮັດວຽກງານຮັບປະ ກັນແກ້ໄຂຊີວິດການເປັນຢູ່ຂອງ ກົມກອງໃຫ້ດີຂຶ້ນເປັນກ້າວໆ ໂດຍ ໄດ້ຊີ້ນໍາຊຸກຍູ້ໃຫ້ພະນັກງານ-ນັກຮົບ ແລະ ບັນດາກົມກອງທີ່ຂຶ້ນກັບສຸມ ໃສ່ເຮັດວຽກງານ 04 ປູກ 04 ລ້ຽງເປັນຕົ້ນຕໍ ເຊິ່ງໃນໄລຍະ 01 ປີຜ່ານມາ ສາມາດສ້າງລາຍໄດ້ ຈາກການປູກພືດຜັກຊະນິດຕ່າງໆ 32.935.000ກີບ,ໄດ້ຮັບຈາກການ ລ້ຽງ 70.057.000 ກີບ ລວມລາຍ ຮັບທັງໝົດ 102.992.000 ກີບ. ກອງປະຊຸມຍັງໄດ້ຜ່ານທິດທາງ ແຜນການ ປີ 2024 ພ້ອມທັງໄດ້ຜັດ ປ່ຽນກັນປະກອບຄໍາຄິດຄໍາເຫັນ ແລະ ຮັບຟັງການໂອ້ລົມ ຈາກປະ ທານກອງປະຊຸມຢ່າງກົງໄປກົງມາ ຕື່ມອີກ. ຂ່າວ-ພາບ: ຮ້ອຍເອກ ແສງດາລາ ໄຊຍະລາດ *** ຕໍ່ຈາກໜ້າ 1 *** ໄດ້ນຳໃຊ້ກຳລັງກອງ ພັນໃຫຍ່ 497 ກໍຄືກອງພັນເຄື່ອນທີ່ໄວ 428ເຂົ້າ ຮ່ວມຊ້ອມຮົບປະສານເຫລົ່າ, ມີໜ້າ ທີ່ປິດລັບຫລອນຕີທຳລາຍສູນສຳ ນັກບັນຊາຂອງສັດຕູ. ມາຮອດປັດຈຸ ບັນຄະນະພັກ-ຄະບັນຊາ, ພະນັກ ງານ-ນັກຮົບ ກໍໄດ້ສຸມໃສ່ການຫັດ ແອບຊ້ອມຮົບດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ, ສາ ມາດຮັບຮູ້ເຂົ້າໃຈ ແລະ ເປັນເອກະ ພາບຕໍ່ເນື້ອໃນບົດຝຶກແອບໄດ້ດີ, ມີ ຄວາມຄ່ອງແຄ້ວ, ຊຳນິຊຳນານ, ທາງດ້ານສິລະປະຍຸດ-ຍຸດທະວິທີ, ກໍຄືວິຊາສະເພາະຂອງເຫລົ່າຮົບ ທັງຮັບປະກັນໃນການຊ້ອມຮົບປະ ສານເຫລົ່າ ໃຫ້ມີປະສິດທິຜົນສູງ ແລະ ມີຄວາມປອດໄພ. ໂດຍ: ລຸນທອງ ສອນມະນີ ໃນ1ປີຜ່ານມາ, ພວກເຮົາໄດ້ສຸມໃສ່ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ໂດຍສະເພາະມະຕິ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງ ຄະນະພັກ, ແຜນພັດທະນາວຽກງານ ຮສສ 5 ປີ ຄັ້ງທີ V ດ້ວຍຄວາມຮັບ ຜິດຊອບສູງ. ພ້ອມກັນຈັດຕັ້ງປະຕິ ບັດ ແລະ ມີຜົນສຳເລັດຫລາຍຢ່າງທີ່ ເປັນໜ້າພໍໃຈ, ຕົວເລກວຽກຈຸດສຸມ, ຫລາຍຕົວເລກຄາດໝາຍສູ້ຊົນມີ ຜົນສໍາເລັດຕາມແຜນການຄາດ ໝາຍທີ່ກຳນົດໄວ້. ກອງປະຊຸມຄັ້ງນີ້, ຈະໄດ້ລົງເລິກ ຕໍ່ບັນດາເອກະສານທີ່ສໍາຄັນເປັນ ຕົ້ນ ບົດສະຫລຸບຕີລາຄາການເຄື່ອນ ໄຫວນໍາພາ-ຊີ້ນໍາວຽກງານຂອງ ອົງຄະນະພັກ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024; ບົດສໍາຫລວດການນໍາພາລວມຂອງ ຄະນະບໍລິຫານງານພັກກະຊວງ ປະຈໍາປີ 2023; ແຜນການເຄື່ອນ ໄຫວດໍາເນີນງານຂອງຄະນະບໍລິ ຫານງານພັກກະຊວງທ້າຍສະໄໝ; ແຜນການເຄື່ອນໄຫວດໍາເນີນງານ ຂອງຄະນະບໍລິຫານງານພັກກະ ຊວງ ປະຈໍາປີ 2024; ບັນດາເອກະ ສານແນະນໍາການກະກຽມ ແລະ ດໍາ ເນີນກອງປະຊຸມໃຫຍ່ 3 ຂັ້ນທົ່ວອົງ ຄະນະພັກກະຊວງ ຮສສ. ຂ່າວ: ຂ່າວສານ ຮສສ

RkJQdWJsaXNoZXIy MTc3MTYxMQ==