5787

]k;3m]t7q , gxu f[= ]y dko 5G rkxtgmfl6j fu 9y 8vo ]k;{dex6 g9p sk]n lqj 'glu ,dkoIj ;,,n fh kodkomj v'mj P;c[[pn opq ' rk]tdy fxt8y ;a f 75 xu da [dko g8u [.spj 0tspkp8q ;0v'gs]q j kIq [g7,u lkf dq , 49 gxa og9Q kdkosa fcv[ -h v,Iq [16 j rkdlt|k, mtskoot7vos];' lts]5 [;Pd'ko Iv[fh koxu 2023 dv'xt-5 ,7q [7totgxu fd;h k' 7A 'mu 4 ltw\mu VI 0v'dt-;' Ill 7totz6 h cmo0A ol6 'ra d dv,,6 oy f9u o 1h P,1k,]k; gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 11.01.2024 ປີທີ 23 ສະບັບທີ 5.848 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 okpq d]a f4t,q o8u rq [xt3vh ]q ,okp c]t rq omtskodv'ra o.spj 605 ຂປລ.ທີ່ນະຄອນຫວງພະນົມ ເປັນ, ວັນທີ 9 ມັງກອນ 2024, ທ່ານ ສົກ ໂຊເກນ ລັດຖະມົນຕີກະ ຊວງທ່ອງທ່ຽວ ລາຊະອານາຈັກ ກຳປູເຈຍ ໄດ້ໃຫ້ການຕ້ອນຮັບທ່ານ ບົວແກ້ວ ພູວົງໄຊ ເອກອັກຄະລັດ ຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງສປປລາວປະຈຳລາຊະອານາ ຈັກກຳປູເຈຍ ເພື່ອປຶກສາຫາລືວຽກ ງານທ່ອງທ່ຽວກ່ຽວກັບກາລະໂອ ຂປລ. ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 75 ປີ(20/1/1949-20/1/ 2024),ໃນວັນທີ9ມັງກອນ2024, ສະຫາຍ ສອນໄຊ ສີພັນດອນ ກໍາ ມະການກົມການເມືອງສູນກາງພັກ ຂປລ. ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ສະຫາຍ ພົນຈັດ ຕະວາ ທຽມ ຫອມຊະນະ ຫົວໜ້າກົມເຄມີສາດ, ກົມໃຫຍ່ເສນາທິການກອງທັບ ໄດ້ ໃຫ້ສຳພາດວ່າ: ຕະຫລອດໄລຍະ 75 ປີ ແຫ່ງການກຳເນີດ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບປະ ຊາຊົນລາວ ພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດ ສອບອັນໃຫຍ່ຫລວງໃນການຕໍ່ສູ້ອັນ ຍືດເຍື້ອຍາວນານ ເພື່ອຍາດເອົາ ຄວາມເປັນເອກະລາດແຫ່ງຊາດບົນ ເສັ້ນທາງທີ່ລະອິດລະອ້ຽວ, ຫຍຸ້ງ ຍາກລຳບາກທີ່ສຸດນັ້ນ, ແຕ່ກໍປ່ຽມ ລົ້ນໄປດ້ວຍຜົນງານ ແລະ ໄຊຊະນະ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ ລົມນາຍ ແລະ ພົນທະຫານກອງ ພັນໃຫຍ່ 605 ໂດຍມີສະຫາຍພົນ ຕີ ວົງຄໍາ ພົມມະກອນ ກໍາມະການ ສູນກາງພັກ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ພ້ອມດ້ວຍຄະ ນະພັກ-ຄະນະບັນຊາກອງພັນໃຫຍ່ 605, ນາຍ ແລະ ພົນທະຫານ ໃຫ້ ການຕ້ອນຮັບ. ສະຫາຍ ພັນເອກ ປະເສີດ ທ່ຽງ ທໍາ ຫົວໜ້າການທະຫານກອງພັນ ໃຫຍ່ 605 ໄດ້ລາຍງານໃຫ້ຮູ້ວ່າ: ກົມກອງ ມີພາລະບົດບາດສໍາຄັນໃນ ການເປັນເສນາທິການໃຫ້ກະຊວງ ອັນສະຫງ່າລາສີພາຍໃຕ້ການນຳພາ ອັນສະຫລາດສ່ອງໃສຂອງພັກປະ ຊາຊົນ ປະຕິວັດລາວ. ກອງທັບເຮົາໄດ້ສາມັກຄີເປັນ ຈິດໜຶ່ງໃຈດຽວກັນ ສູ້ຮົບຢ່າງພິລະ ອາດຫານ, ອອກແຮງປັບປຸງກໍ່ສ້າງ ກໍາລັງຕົນເອງໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ ຂະຫຍາຍຕົວເປັນກ້າວໆ ມາ, ໃນໄລຍະຕໍ່ສູ້ປົດປ່ອຍຊາດກອງ ທັບປະຊາຊົນລາວ ໄດ້ປະເຊີນໜ້າ ກັບສັດຕູຜູ້ຮຸກຮານທີ່ເຂັ້ມແຂງ ຮ້າຍກາດ, ແຕ່ກອງທັບເຮົາກໍມີ ຄວາມເດັດດ່ຽວອາດຫານສູ້ຮົບ, ຍິ່ງ ຕີກໍຍິ່ງມີໄຊຊະນະ ແລະ ເຕີບໃຫຍ່ ເຂັ້ມແຂງເປັນກ້າວໆ ຈົນສາມາດ ປົດປ່ອຍປະເທດຊາດໄດ້ຢ່າງສົມ ຂປລ. ກອງປະຊຸມຄົບຄະນະ ເປີດກວ້າງຄັ້ງທີ 4 ສະໄໝທີ VI AIDC c]t d5 j ,[= ]y la f x8m g-a ola opkra fmtokl;odkg28Q oc[[  ອ່ານຕໍ່ໜ້າ 8 ຂປລ. ເນື່ອງໃນໂອກາດເຂົ້າ ຮ່ວມຊ້ອມຮົບສະເຫລີມສະຫລອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ຢູ່ວິທະຍາຄານນາຍ ທະຫານບົກ ກົມມະດຳ, ສະຫາຍ ພັນເອກ ທອງດຳ ດວງມາລາ ຮອງ ຫົວໜ້າກົມ 49 ກົມໃຫຍ່ເສນາທິ ສະຫາຍ ນາງ ໃບຄຳ ຂັດທິຍະ ຂອງອົງຄະນະພັກກະຊວງແຮງ ງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ປີ 2023 ຈັດຂຶ້ນໃນວັນ ທີ 9-10 ມັງກອນ 2024 ພາຍໃຕ້ ການເປັນປະທານຂອງ ສະຫາຍ ນາງ ໃບຄຳ ຂັດທິຍະ ເລຂາຄະນະ ພັກກະຊວງ, ລັດຖະມົນຕີກະຊວງ ຮສສ, ມີບັນດາຮອງເລຂາຄະນະ ພັກ, ຄະນະປະຈໍາ ແລະ ກໍາມະການ ຄະນະບໍລິຫານງານພັກກະຊວງ, ສະມາຊິກພັກ, ພະນັກງານນໍາພາ ຂປລ.ໃນຕອນເຊົ້າຂອງວັນທີ 09 ມັງກອນ 2024 ນີ້, ຫ້ອງເສ ນາທິການກອງບັນຊາການທະຫານ ນະຄອນຫລວງວຽງຈັນ ໄດ້ສະ ຫລຸບຕີລາຄາວຽກງານຮອບດ້ານ ປະຈຳປີ 2023 ແລະ ວາງທິດທາງ ແຜນການ ປີ 2024 ໂດຍການ ເປັນປະທານຂອງສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການ ທະຫານກອງບັນຊາການທະຫານ ນະຄອນຫລວງວຽງຈັນ, ມີຄະນະ ພັກ-ຄະນະບັນຊາ ອົງການ 05 ຫ້ອງ, ພ້ອມດ້ວຍພະນັກງານນັກຮົບ ພາຍໃນກົມກອງເຂົ້າຮ່ວມ.

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/01/2024 xtgmf]k; ລາວ-ກຳປູເຈຍ ຫາລື... ຄະນະຜູ້ແທນຂັ້ນສູງ... ນາຍົກລັດຖະມົນຕີ... ພາລະກິດປະຕິວັດ.... ລາວໂທລະຄົມ ເປີດບໍລິການ... ຂປລ. ໃນວັນທີ 10 ມັງກອນ ປີ 2024 ນີ້, ໄດ້ມີພິທີເປີດງານສັບປະ ດາດີຈິຕອນລາວ ປະຈໍາປີ 2024 ແລະ ໄດ້ປະກາດວັນທີ 10 ມັງກອນ ເປັນວັນດີຈິຕອນແຫ່ງຊາດ ພ້ອມທັງ ໄດ້ເປີດໃຊ້ບໍລິ ການ 5G ໃນສປປ ລາວ ຢ່າງເປັນທາງການ ໂດຍໃຫ້ ປ້ອງກັນປະເທດ ໃນການເຄື່ອນໄຫວ ຮັບປະກັນເຮັດໃຫ້ສະພາບມີຄວາມ ສະຫງົບ ພາຍໃຕ້ການຊີ້ນໍາ-ບັນ ຊາໂດຍກົງຮອບດ້ານຂອງຄະນະ ພັກກະຊວງປ້ອງກັນປະເທດ, ເປັນ ກຳລັງຫລັກແຫລ່ງ ໃນການຈັດຕັ້ງ ປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຊ່ວຍໜູນ ກົມກອງເຫລົ່າຮົບທະຫານຮາບ. ພ້ອມນັ້ນ ຍັງໄດ້ຈັດຕັ້ງກຳລັງຫັນລົງ ກໍ່ສ້າງຮາກຖານການເມືອງຕາມ ຂອບເຂດກົມກອງຕັ້ງທັບ,ແບບທາງ ກວ້າງ ແລະ ທາງເລິກ, ປະສານສົມ ທົບກັບກົມກອງອ້ອມຂ້າງ ແລະ ອໍາ ນາດການປົກຄອງທ້ອງຖິ່ນ ໃນ ການປົກປັກຮັກສາ ເຮັດໃຫ້ສະພາບ ມີຄວາມສະຫງົບໂດຍພື້ນຖານ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ສຸມໃສ່ອົບຮົມ-ຫັດແອບ ແລະ ປັບ ປຸງ ລະບຽບແບບແຜນວິທີເຮັດວຽກ ໃຫ້ມີຄວາມຮັດກຸມເປັນເອກະພາບ; ຊີ້ນໍາຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນ, ກົມກອງຮາກຖານສ້າງພະລາ ທິການກັບທີ່ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ໂດຍສຸມໃສ່ເພີ່ມ ພູນຜະລິດຜົນປູກຝັງ-ລ້ຽງສັດເພື່ອ ຮັບປະກັນແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບນັບມື້ດີຂຶ້ນ, ຄຸ້ມຄອງພາຫະນະເຕັກນິກການທະ ຫານ ໃຫ້ມີຄຸນນະພາບ ແລະ ນໍາໃຊ້ ໄດ້ຍາວນານ. ຄຽງຄູ່ກັນນັ້ນ, ກໍໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດຂົງເຂດ ວຽກງານຕ່າງໆ ທີ່ປິ່ນອ້ອມໜ້າທີ່ ການເມືອງຂອງຕົນໂດຍສາມາດ ຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານ ຫລາຍດ້ານ. ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມໂດຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການ ປະຕິວັດ ແລະ ມູນເຊື້ອອັນພິລະອາດ ຫານ ຂອງກອງທັບປະຊາຊົນລາວ ຕະຫລອດໄລຍະ 75 ປີ ເວົ້າລວມ, ເວົ້າສະເພາະຜົນສຳເລັດທີ່ນາຍ ແລະ ພົນທະຫານ ກອງພັນໃຫຍ່ 605 ຍາດມາໄດ້, ພ້ອມທັງຍົກໃຫ້ເຫັນ ສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ ພາຍ ໃນແລະ ຕ່າງປະເທດ, ສະພາບ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສະເພາະຄວາມພະ ຍາຍາມຂອງພັກ-ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງມີຜົນສຳ ເລັດ, ຂໍ້ສະດວກ-ຫຍຸ້ງຍາກ ແລະສິ່ງ ທ້າທາຍຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາໃນ ປັດຈຸບັນ. ຕໍ່ສະພາບການດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ ເນັ້ນໃຫ້ຄະນະພັກ-ຄະນະບັນຊາຕະ ຫລອດຮອດພະນັກງານ-ນັກຮົບທົ່ວ ກອງພັນໃຫຍ່ 605 ຕ້ອງຍົກສູງ ດ້ານຄຸນທາດການເມືອງໃຫ້ໜັແໜ້ນ ເຂັ້ມແຂງໃນການປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານຂອງ ພັກຕິດພັນກັບການຈັດຕັ້ງສອງວາ ລະແຫ່ງຊາດຂອງ ພັກ ແລະ ລັດຖະ ບານວ່າດ້ວຍການແກ້ໄຂເສດຖະ ກິດ-ການເງິນ ແລະ ບັນຫາຢາເສບ ຕິດໃຫ້ຂາດຕົວໄປສົມຄູ່ກັບການຫັນ ເອົາກໍາລັງລົງກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະບົດຮອບ ດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ສ້າງທ່າສະໜາມຕາໜ່າງປ້ອງກັນ ຊາດເຂັ້ມແຂງ, ກຸ່ມບ້ານປ້ອງກັນ ຄວາມສະຫງົບດີຕິດພັນກັບບ້ານ ພັດທະນາຕາມທິດ 3 ສ້າງຂອງພັກ ໃນການສ້າງແຂວງເປັນຫົວໜ່ວຍ ຍຸດທະສາດ, ສ້າງເມືອງເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຢ່າງແຂງແຮງ; ປັບປຸງແບບແຜນ ວິທີເຮັດວຽກ ໃຫ້ມີລັກສະນະປະຕິ ວັດບຸກ, ມີວິທະຍາສາດ, ແທດເໝາະ ກັບຕົວຈິງ ແລະ ໂປ່ງໃສ, ມີການ ແບ່ງວຽກ ແລະ ມອບໝາຍຄວາມ ຮັບຜິດຊອບຢ່າງຈະແຈ້ງ ແລະ ມີ ແບບແຜນນຳພາຢ່າງປະດິດສ້າງ, ກ້າຄິດ,ກ້າເຮັດແລະກ້າຮັບຜິດຊອບ ຕໍ່ຜົນໄດ້ຜົນເສຍ ໃນການຈັດຕັ້ງປະ ຕິບັດໜ້າທີ່ການເມືອງ ແລະ ວິຊາສະ ເພາະທີ່ນອນ ໃນຂອບເຂດຄວາມຮັບ ຜິດຊອບ ໂດຍຖືເອົາຜົນປະໂຫຍດ ລວມຂອງຊາດ, ຂອງປະຊາຊົນເປັນ ບ່ອນອີງ; ຕັ້ງໜ້າປັບປຸງກໍ່ສ້າງກຳ ລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມ ແຂງ, ເອົາໃຈໃສ່ປັບປຸງລະບອບຄຸ້ມ ຄອງນໍາພາ-ບັນຊາ, ປັບປຸງກຳລັງ ປະເພດຕ່າງໆ ໂດຍຖືເອົາຄຸນນະ ພາບເປັນກົກ, ສໍາຄັນແມ່ນຍົກສູງ ວຽກງານອົບຮົມ-ຫັດແອບການ ເມືອງ, ການທະຫານ, ພະລາທິການ, ເຕັກນິກການທະຫານ ແລະ ວິຊາ ສະເພາະເຫລົ່າຮົບເປັນປະຈໍາ. ພ້ອມ ນັ້ນ, ກໍສຸມທຸກເງື່ອນໄຂທ່າແຮງບົ່ມ ຊ້ອນຂອງຕົນ ໃນການສ້າງເສດຖະ ກິດແກ້ໄຂຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບ ເພື່ອກ້າວໄປເຖິງ ການກຸ້ມຕົນເອງ ຢ່າງຮອບດ້ານ; ເອົາໃຈໃສ່ວຽກງານຄຸ້ມຄອງພາຫະ ນະເຕັກນິກການທະຫານໃຫ້ມີຄຸນ ນະພາບກຽມພ້ອມສູ້ຮົບ ແລະ ສູ້ ຮົບມີໄຊ; ປະກອບສ່ວນສໍາຄັນເຂົ້າ ໃນການສ້າງເສດຖະກິດ, ວັດທະນາ ທໍາ-ສັງຄົມ ຢູ່ທ້ອງຖິ່ນຮາກຖານໃຫ້ ເຂັ້ມແຂງ ແລະ ຊ່ວຍເຫລືອປະຊາ ຊົນໃນການປັບປຸງຊີວິດການເປັນ ຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ນັບ ມື້ນັບດີຂຶ້ນ ດັ່ງຄໍາເວົ້າທີ່ວ່າ: (ກອງ ທັບກັບປະຊາຊົນຄືປາກັບນໍ້າ). ຍາດ ແຍ່ງເອົາການຮ່ວມມືຊ່ວຍເຫລືອ ກັບກອງທັບປະເທດເພື່ອນມິດຍຸດ ທະສາດ ແລະ ການຮ່ວມມືກັບບັນ ດາປະເທດສັງຄົມນິຍົມອ້າຍນ້ອງ ເພື່ອປັບປຸງກໍ່ສ້າງກອງທັບ ໂດຍສະ ເພາະກົມກອງໃຫ້ມີແບບແຜນ ແລະ ທັນສະໄໝ, ພ້ອມນັ້ນ ກໍຕ້ອງເສີມຂະ ຫຍາຍບົດບາດເປັນກໍາລັງຫລັກ ແຫລ່ງແກ່ນສານ ໃນການປະຕິບັດ ສອງໜ້າທີ່ຍຸດທະສາດ ຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ກອງທັບເວລາໃດກໍນໍາ ໜ້າທຸກຂົງເຂດວຽກງານ, ເດັດດ່ຽວ ໜຽວແໜ້ນຜ່ານຜ່າທຸກອຸປະສັກ ເຮັດສໍາເລັດທຸກໜ້າທີ່ສົມແລ້ວເປັນ ກໍາລັງແກ່ນສານຂອງການປະຕິວັດ ເປັນເຄື່ອງມືອັນແຫລມຄົມຂອງພັກ ຢ່າງແທ້ຈິງ. ພ້ອມນັ້ນ, ຍັງໄດ້ມອບ ວັດຖຸປັດໄຈຈໍານວນໜຶ່ງໃຫ້ກອງພັນ ໃຫຍ່ 605 ຕື່ມອີກ. ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປລາວ,ທ່ານບໍ່ວຽງຄໍາວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສຸພົນ ຈັນ ທະວີໄຊ ຜູ້ອໍານວຍໃຫ່ຍບໍລິສັດລາວ ໂທລະຄົມມະນາຄົມມະຫາຊົນພ້ອມ ດ້ວຍຄະນະນໍາ ກະຊວງ ຕສ ແລະ ຕົວແທນຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກໍໄດ້ຈັດພິທີເປີດໃຫ້ບໍລິ ການ 5G ພ້ອມດ້ວຍ 5G Data Package ພິເສດ ເຊິ່ງພາຍໃນງານກຸ່ມບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ໄດ້ຈັດໃຫ້ມີຫລາຍກິດຈະກໍາ ເພື່ອ ສາທິດການນໍາໃຊ້ເຕັກໂນໂລຊີ5G ບໍ່ວ່າຈະເປັນ Virtual Reality (VR)ທ່ອງທ່ຽວໂລກສະເໝືອນ ຈິງ, ເຕັກໂນໂລຊີສໍາຫລວດພື້ນທີ່ ໂດຍນໍາໃຊ້ Drone, iFarmSolution, Cyber Security, Cloud Computing, HR Platform, M-MoneyX, ການທົດລອງນໍາ ໃຊ້ອິນເຕີເນັດຄວາມໄວສູງ 5G ແລະ ອີກຫລາຍບໍລິການ ທີ່ໄດ້ມີ ການວາງສະແດງພາຍໃນງານ. ປັດຈຸບັນລາວໂທລະຄົມໄດ້ເປີດ ນໍາໃຊ້ລະບົບ 5G ໃນນະຄອນ ຫລວງວຽງຈັນ ຈໍານວນ 28 ຈຸດ ໂດຍກວມເອົາຂົງເຂດຕົວເມືອງ, ສະ ຖານທີ່ສໍາຄັນ, ແຫລ່ງທ່ອງທ່ຽວ ຕ່າງໆ ແລະ ມີແຜນຂະຫຍາຍໄປ ໃນທົ່ວປະເທດ ເຊິ່ງເຕັກໂນໂລຊີ 5G ແມ່ນເຕັກໂນໂລຊີທີ່ທັນສະໄໝ ນໍາຄວາມກ້າວໜ້າມາສູ່ສັງຄົມແລະ ໃນຂົງເຂດອາຊີແມ່ນໄດ້ນໍາໃຊ້ເຕັກ ໂນໂລຊີ 5G ໃນຫລາຍຂົງເຂດ ວຽກງານ ເຊັ່ນ: ທາງດ້ານທຸລະ ກິດ online, E-commerce, ນໍາ ໃຊ້ປັນຍາປະດິດ AI, IoT, Robotic ເຂົ້າໃນຫລາຍຂົງເຂດອຸດສາ ຫະກໍາ, ກະສິກໍາ, ວຽກງານສາທາ ນະສຸກ ເຊິ່ງລ້ວນແລ້ວແຕ່ເປັນການ ສ້າງເງື່ອນໄຂໃຫ້ສັງຄົມ ແລະ ຜູ້ ຊົມໃຊ້ໄດ້ມີວິຖີຊີວິດທີ່ນັບມື້ນັບສະ ດວກສະບາຍຂຶ້ນ, ວ່ອງໄວ, ມີຄວາມ ປອດໄພສູງ ແລະ ສອດຄ່ອງໃນການ ຈັດຕັ້ງຜັນຂະຫຍາຍແນວທາງ ຂອງພັກ, ນະໂຍບາຍຂອງລັດກໍຄື ວຽກງານຂອງ ກະຊວງ ຕສ ໃນ ການຫັນເປັນດີຈິຕອນ ຂອງ ສປປ ລາວ ໂດຍປະກອບມີ 3 ເສົາຄໍ້າຄື: ລັດຖະບານດີຈິຕອນ, ສັງຄົມດີຈິ ຕອນ ແລະ ເສດຖະກິດດີຈິຕອນ. ລາວໂທລະຄົມ ໄດ້ສຸ່ມໃສ່ໃນການ ນໍາເອົາເຕັກໂນໂລຊີໃໝ່ໆ ເຂົ້າມາ ພັດທະນາສິນຄ້າ ແລະ ບໍລິການ ເພື່ອຮອງຮັບກັບຄວາມຕ້ອງການ ຂອງລູກຄ້າ ແລະ ສັງຄົມ ພ້ອມທັງ ຮັບປະກັນຄຸນນະພາບການໃຫ້ບໍລິ ການແລະກຽມຄວາມພ້ອມການໃຫ້ ບໍລິການ ດ້ານໂທລະຄົມມະນາຄົມ ເພື່ອສະໜັບສະໜູນວຽກງານແຜນ ຍຸດທະສາດການພັດທະນາປະເທດ ຊາດ ແລະ ເພື່ອປະກອບສ່ວນເຂົ້າ ໃນວຽກງານການເປັນເຈົ້າພາບ ຈັດກອງປະຊຸມສໍາຄັນຕ່າງໆຂອງ ລັດຖະບານ ໃນປີ 2024 ເຊັ່ນ: ກອງປະຊຸມ ASEAN Summit, ASEAN Tourist Forum ແລະ ງານອື່ນໆ ໃນຕໍ່ໜ້າ. ລາວ ໂທລະຄົມ ຍັງສືບຕໍ່ມຸ່ງໝັ້ນ ໃນການພັດທະນານໍາເອົາເຕັກໂນ ໂລຊີ ແລະ ນະວັດຕະກໍາໃໝ່ໆເຂົ້າ ມາຮັບໃຊ້ສັງຄົມລາວ ເພື່ອເປັນ ການປະກອບສ່ວນໃນການສ້າງ ສາ ແລະ ພັດທະນາປະເທດຊາດ ໃຫ້ ມີຄວາມຮຸ່ງເຮືອງສີວິໄລ, ທັນສະ ໄໝ ໃນຍຸກດີຈິຕອນ ພ້ອມທັງຢູ່ຄຽງ ຂ້າງກັບສັງຄົມລາວດັ່ງຄໍາຂວັນ ທີ່ວ່າລາວໂທລະຄົມໂທລະຄົມຂອງ ຄົນລາວ ເພື່ອສັງຄົມລາວ. ບູນ ແລະ ສະຖາປະນາມາເປັນປະ ເທດສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ການປະຕິວັດຢູ່ປະເທດເຮົາ ໄດ້ກ້າວສູ່ໄລຍະໃໝ່, ໄລຍະແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ກອງທັບເຮົາ ໄດ້ກາຍເປັນກຳລັງຫລັກແຫລ່ງ ໃນ ການປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານຂອງພັກຕິດພັນ ກັບການພັດທະນາ ແລະ ວຽກງານ 3 ສ້າງ, ເດັດດ່ຽວ ປະຕິບັດແນວ ທາງປ່ຽ ນແປງໃໝ່ຂອງພັກ, ຮັກສາ ແລະ ເສີມຂະຫຍາຍທາດແທ້, ມູນ ເຊື້ອປະຕິວັດ, ຕັ້ງໜ້າປັບປຸງກໍ່ສ້າງ ກຳລັງໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ທຸກດ້ານ ແລະ ເຮັດສຳເລັດທຸກໜ້າ ທີ່ການເມືອງຂອງຕົນ. ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ໃຫ້ຮູ້ຕື່ມວ່າ: ເນື່ອງໃນ ໂອກາດກະກຽມສະເຫລີມສະຫລອງ ວັນສ້າງຕັ້ງກອງທັບຄົບຮອບ 75 ປີ, ຄະນະພັກ-ຄະນະນໍາແຕ່ລະຂັ້ນຂອງ ກົມເຄມີສາດ ຍັງຈະໄດ້ສືບຕໍ່ເອົາ ໃຈໃສ່ເຮັດວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດເປັນປົກ ກະຕິເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ອົດ ທົນຜ່ານຜ່າຄວາມຫຍຸ້ງຍາກ, ມີ ຄວາມບຸກບືນຫ້າວຫັນປະຕິບັດໜ້າ ທີ່ວຽກງານ ທີ່ໄດ້ຮັບມອບໝາຍເປັນ ຢ່າງດີ; ສືບຕໍ່ປັບປຸງກໍ່ສ້າງພັກໃຫ້ ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ໃນທຸກດ້ານ, ເອົາໃຈໃສ່ສ້າງກົມກອງ 3 ປອດ ໄປຄຽງຄູ່ກັບການສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງໜັກ ແໜ້ນ, ສ້າງນັກຮົບວັດທະນະທໍາກົມກອງວັດທະນະທໍາ, ຍົກສູງການ ອົບຮົມຫັດແອບວິຊາສະເພາະເຄມີ ໂດຍສຸມໃສ່ການອົບຮົມ-ຫັດແອບ ເຮັດໃຫ້ຄຸນນະພາບຂອງວຽກງານ ກຽມພ້ອມສູ້ຮົບດີຂຶ້ນເປັນກ້າວໆ. ນອກຈາກນັ້ນ, ຍັງໄດ້ຈັດຕັ້ງຫັດ ແອບເພີ່ມເຕີມ ໃນບັ້ນການຊ້ອມຮົບ ປະສານສະແດງກໍາລັງ ໃນງານສະ ເຫລີມສະຫລອງວັນສ້າງຕັ້ງກອງ ທັບ ຄົບຮອບ 75 ປີ ໃຫ້ມີປະສິດ ທິຜົນສູງ ແລະ ໄດ້ຊີ້ນໍາວຽກງານ ແກ້ໄຂຊີວິດການເປັນຢູ່ຂອງກົມ ກອງໃຫ້ດີຂຶ້ນດ້ວຍການສ້າງພະ ລາທິການກັບທີ່, ຂົງເຂດຂະແໜງ ເຕັກນິກ ແມ່ນໄດ້ເອົາໃຈໃສ່ວຽກ ງານຄຸ້ມຄອງ, ບົວລະບັດຜັດເຊັດ ພາຫະນະ, ເຕັກນິກຢ່າງເປັນປົກກະ ຕິ ເພື່ອຮັບປະກັນໃຫ້ແກ່ວຽກງານ ອົບຮົມ-ຫັດແອບ, ທໍາລາຍເຄມີກຽມ ພ້ອມສູ້ຮົບ ແລະ ສູ້ຮົບ ໃນສະເພາະ ໜ້າແລະຍາວນານ; ອອກແຮງແຂ່ງ ຂັນກັນສ້າງຜົນງານດ້ານຕ່າງໆ ເປັນຕົ້ນແມ່ນ ຂະບວນການສິລະ ປະ, ວັນນະຄະດີ, ຂະບວນການອະ ນາໄມ, ປະດັບປະດາສະຖານທີ່ຄ້າຍ ຄູ ແລະຂະບວນການແຂ່ງຂັນກິລາ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ. ໂດຍ: ເຊໂປນ ມະໂນກຸນ ກາດການຮ່ວມມືດ້ານການທ່ອງ ທ່ຽວແບບຍືນຍົງ ແລະ ຈຸດຢືນລະ ຫວ່າງ 2 ປະເທດ, ແນໃສ່ຊຸກຍູ້ການ ທ່ອງທ່ຽວ ເຊິ່ງກັນ ແລະ ກັນ, ພ້ອມ ທັງສົ່ງເສີມການຮ່ວມມືດ້ານການ ທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດ ນາມ (CLV) ຕາມທີ່ສາມປະເທດ ມີແຜນພັດທະນາດ້ານການທ່ອງ ທ່ຽວ ທັງຮັດແໜ້ນຄວາມສາມາດ ຂອງອະນຸພາກພື້ນ ດ້ວຍການພະຍາ ຍາມຮ່ວມກັນດ້ານການທ່ອງທ່ຽວ ໃນອະນາຄົດຂ້າງໜ້າ. ໃນການພົບປະ ຄັ້ງນີ້, ທ່ານ ລັດຖະມົນຕີ ແລະ ທ່ານເອກອັກຄະ ລັດຖະທູດຍັງໄດ້ປຶກສາຫາລືກ່ຽວ ກັບແຜນການ ໃຫ້ບັນດາເຈົ້າໜ້າທີ່ ວິຊາການຂອງສາມປະເທດ CLV ໃນການຜັນຂະຫຍາຍແຜນການ ເຄື່ອນໄຫວຮ່ວມຈຸດໝາຍປາຍທາງ ດຽວ ພ້ອມທັງກວດກາຄວາມເປັນ ໄປໄດ້ຂອງການຈັດຕັ້ງ, ການຮ່ວມ ມື ກຳປູເຈຍ-ລາວ-ຫວຽດນາມ ເຊິ່ງກອງປະຊຸມລັດຖະມົນຕີສາມ ຝ່າຍ ຈະໄດ້ປຶກສາຫາລືກັນໃນເວທີ ປາໄສການທ່ອງທ່ຽວອາຊຽນ 2024, ຄາດວ່າຈະຈັດຂຶ້ນຢູ່ນະຄອນ ຫລວງວຽງຈັນ ສປປ ລາວ ໃນຕົ້ນປີ 2024. ຂປລ. ໂດຍປະຕິບັດຕາມແຜນ ການຮ່ວມມື ລະຫວ່າງສອງພັກ ລາວ-ຈີນ ປະຈໍາປີ 2023, ຄະນະ ຜູ້ແທນຂັ້ນສູງຂອງພັກກອມມູນິດ ຈີນ ນໍາໂດຍ ສະຫາຍ ຫລີ ຊຸເຫລີຍ ກຳມະການກົມເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາສູນກາງພັກກອມ ມູນິດຈີນ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະ ຊຸມສຳມະນາທິດສະດີ ລະຫວ່າງ ສອງພັກ ລາວ-ຈີນ ຄັ້ງທີ 11 ແຕ່ ວັນທີ 9-10 ມັງກອນ 2024. ໃນຕອນເຊົ້າວັນທີ 10 ມັງກອນ 2024, ສະຫາຍ ຫລີ ຊູເຫລີຍໄດ້ ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ ຫ້ອງວ່າການສູນກາງພັກ. ສະຫາຍ ທອງລຸນ ສີສຸລິດ ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ການມາຢ້ຽມຢາມ ແລະ ເຂົ້າຮ່ວມ ກອງປະຊຸມສຳມະນາທິດສະດີສອງ ພັກ ລາວ-ຈີນ ຄັ້ງທີ 11 ຂອງສະ ຫາຍ ຫລີ ຊູເຫລີຍ ພ້ອມຄະນະໃນ ຄັ້ງນີ້, ເປັນການປະກອບສ່ວນສຳ ຄັນເຂົ້າໃນການສືບຕໍ່ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະ ສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ກໍຄືການສ້າງຄູ່ຮ່ວມ ຊະຕາກໍາ ລາວ-ຈີນ ໃຫ້ນັບ ມື້ແຕກ ດອກອອກຜົນ, ດ້ວຍມາດຕະຖານ ສູງ, ຄຸນນະພາບສູງ ແລະ ລະດັບ ສູງກວ່າເກົ່າ. ສະຫາຍຍັງໄດ້ສະແດງ ຄວາມຊົມ ເຊີຍຕໍ່ຜົນສຳເລັດຂອງ ການພົວພັນຮ່ວມມື ລະຫວ່າງຂະ ແໜງການໂຄສະນາອົບຮົມຂອງ 2 ພັກ ລາວ-ຈີນ ໃນໄລຍະຜ່ານມາ ແລະ ໄດ້ຊີ້ນຳໃຫ້ສອງອົງການສືບຕໍ່ ຮັດແໜ້ນການພົວພັນຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານນຳກັນ ໃນຕໍ່ໜ້າ. ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາ ສູງຕໍ່ການການຈັດກອງປະຊຸມສໍາ ມະນາທິດສະດີ 2 ພັກ ລາວ-ຈີນ ທີ່ເປັນໂອກາດອັນດີໃຫ້ສອງຝ່າຍ ໃນການແລກປ່ຽນບົດຮຽນດ້ານ ທິດສະດີ ແລະ ພຶດຕິກໍາ ເຊິ່ງກັນ ແລະ ກັນ ໃນການເພີ່ມທະວີການປົກ ປັກຮັກສາລະບົບນິເວດ ແລະ ສິ່ງ ແວດລ້ອມ ໃນຂະບວນການກໍ່ສ້າງ ຫັນເປັນທັນສະໄໝ ເພື່ອເສີມຂະ ຫຍາຍຄັງສາງທິດສະດີຂອງສອງ ພັກ ໃນການສ້າງສາພັດທະນາປະ ເທດສູ່ຈຸດໝາຍສັງຄົມນິຍົມຢູ່ສອງ ປະເທດ ລາວ-ຈີນ. ສະຫາຍ ຫລີ ຊູເຫລີຍ ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ ແລະ ສະໜິດສະໜົມຂອງ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ, ຕີລາຄາສູງຕໍ່ຜົນສໍາເລັດທີ່ ປະຊາຊົນລາວ ຍາດມາໄດ້ພາຍໃຕ້ ການນໍາພາຂອງພັກປະຊາຊົນປະຕິ ວັດລາວ, ຕີລາຄາສູງຜົນການພົບ ປະລະຫວ່າງ ສະຫາຍເລຂາທິການ ໃຫຍ່, ປະທານປະເທດ ສີຈິ້ນຜິງ ກັບສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ທີ່ນະຄອນຫລວງປັກກິ່ງ ສປ ຈີນ ໃນເດືອນຕຸລາ 2023 ຜ່ານມາທີ່ ໄດ້ ມີໝາກຜົນອັນອຸດົມສົມບູນ, ລວມ ທັງການລົງນາມ ແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ສະບັບໃໝ່ (20242028). ເຊື່ອໝັ້ນວ່າພາຍໃຕ້ການຊີ້ ນໍາຂອງການນໍາຂັ້ນສູງສຸດຂອງ 2 ພັກ ລາວ-ຈີນ ທີ່ໄດ້ເປັນເອກະພາບ ກັນນັ້ນ ຈະເປັນທິດທີ່ໜັກແໜ້ນແກ່ ການເສີມຂະຫຍາຍການພົວພັນ ຮ່ວມມື ລາວ-ຈີນ ທີ່ເປັນມູນເຊື້ອໃຫ້ ນັບມື້ມີປະສິດທິຜົນ, ເລິກເຊິ່ງ ແລະ ໜັກແໜ້ນຍິ່ງໆຂຶ້ນ. ກ່ອນນີ້ໃນຕອນບ່າຍຂອງວັນ ທີ 9 ມັງກອນ 2024, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມ ການເມືອງສູນກາງພັກ,ຮອງນາຍົກ ລັດຖະມົນຕີ ສປປ ລາວ ໄດ້ພົບປະ ກັບສະຫາຍ ຫລີ ຊູເຫລີຍ ພ້ອມດ້ວຍ ຄະນະ ເຊິ່ງສອງຝ່າຍໄດ້ແຈ້ງໃຫ້ ກັນຊາບກ່ຽວກັບສະພາບພົ້ນເດັ່ນ ພາຍໃນຂອງແຕ່ລະຝ່າຍ, ພ້ອມທັງ ຕີລາຄາສູງຕໍ່ການພົວພັນຮ່ວມມື ສອງພັກ, ສອງລັດ ໃນຕະຫລອດໄລ ຍະທີ່ຜ່ານມາ; ສອງຝ່າຍໄດ້ພ້ອມ ກັນເຂົ້າຮ່ວມເປັນປະທານກອງປະ ຊຸມສໍາມະນາທິດສະດີ 2 ພັກ ລາວຈີນ ຄັ້ງທີ 11 ທີ່ ພັກປະຊາຊົນປະ ຕິວັດລາວ ເປັນເຈົ້າພາບຈັດຂຶ້ນພາຍ ໃຕ້ຫົວຂໍ້ “ບົດຮຽນ ແລະ ພຶດຕິກຳ ໃນການເພີ່ມທະວີປົກປັກ ຮັກສາລະ ບົບນິເວດ ແລະ ສິ່ງແວດລ້ອມ ໃນ ຂະບວນການກໍ່ສ້າງຫັນເປັນທັນ ສະໄໝ” ເຊິ່ງໄດ້ມີການນໍາຂັ້ນສູງ, ນັກຄົ້ນຄວ້າ, ນັກວິທະຍາສາດ2ພັກ ລາວ-ຈີນ ເຂົ້າຮ່ວມ ແລະ ໄດ້ແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ກອງປະຊຸມໄດ້ດຳເນີນໄປເປັນເວ ລາ 2 ວັນ ແລະ ໄດ້ອັດລົງດ້ວຍຜົນ ສຳເລັດອັນຈົບງາມ ໃນຕອນເຊົ້າ ຂອງວັນທີ 10 ມັງກອນ 2024. ໃນຕອນເຊົ້າ ຂອງວັນທີ 09 ມັງກອນ 2024, ສະຫາຍ ຄໍາພັນ ເຜີຍຍະວົງເລຂາທິການສູນກາງ ພັກ, ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ປະທານສະພາທິດສະ ດີສູນກາງພັກ ປປ ລາວ ກໍໄດ້ພົບປະ ສອງຝ່າຍກັບສະຫາຍ ຫລີ ຊູ ເຫລີຍ ພ້ອມດ້ວຍຄະນະ ເຊິ່ງສອງຝ່າຍໄດ້ ປຶກສາຫາລື ແລະ ເອກະພາບກັນ ຢ່າງກວ້າງຂວາງ ໃນການເພີ່ມທະວີ ການພົວພັນຮ່ວມມື 2 ຂອງຄະນະ ໂຄສະນາອົບຮົມສູນກາງພັກ ລາວ- ຈີນ ໃນຕໍ່ໜ້າຕາມເນື້ອໃນຈິດໃຈທີ່ ການນໍາຂັ້ນສູງ ຂອງ 2 ພັກ ໄດ້ຕົກ ລົງເປັນເອກະພາບກັນ, ສອງຝ່າຍ ຍິນດີສືບຕໍ່ຮັດແໜ້ນການພົວພັນ ຮ່ວມມື, ແລກປ່ຽນບົດຮຽນແລະ ໄປ ມາຫາສູ່ກັນໃຫ້ຫລາຍຂຶ້ນ, ປະກອບ ສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນ ລາວ-ຈີນ ໃຫ້ງອກງາມ ຍິ່ງຂຶ້ນ. ພາບ: ຂັນໄຊ

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 11/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ໃນວັນທີ 8 ມັງກອນ 2024, ຄະນະບໍລິຫານງານພັກ ອົງ ການໄອຍະການປະຊາຊົນສູງສຸດ (ອອປສ) ສະໄໝທີ V ໄດ້ດໍາເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງຕົນ ໂດຍການເປັນປະທານ ຂອງສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ມີບັນດາສະຫາຍຄະນະປະຈຳພັກ, ບັນດາສະຫາຍ ກຳມະການຄະນະ ບໍລິຫານງານພັກ ເຂົ້າຮ່ວມ. ການປະຊຸມຄັ້ງນີ້, ແມ່ນໄດ້ສະ ຫລຸບຕີລາຄາຄືນການຊີ້ນຳ-ນຳ ພາວຽກງານຮອບດ້ານຂອງຄະ ນະບໍລິຫານງານພັກ ອົງການໄອຍະ ການປະຊາຊົນສູງສຸດ ໂດຍສະ ເພາະບັນດາຄາດໝາຍ ແລະ ວຽກ ງານຈຸດສຸມຂອງກອງປະຊຸມສະ ໄໝສາມັນ ເທື່ອທີ 6 ຜ່ານມາ. ພ້ອມ ນັ້ນ, ບັນດາສະຫາຍຄະນະບໍລິຫານ ງານພັກ ກໍໄດ້ເອກະພາບກັນປະ ກອບຄຳເຫັນວາງທິດທາງ 4 ວຽກ ງານຈຸດສຸມປະຈຳໄຕມາດ I ຂອງປີ 2024 ຄື: ກະກຽມສ້າງແຜນການ ຫັນລົງທ້ອງຖິ່ນເພື່ອຊີ້ນຳ-ນຳພາ ບັນດາອົງການໄອຍະການປະຊາ ຊົນພາກ, ແຂວງ ແລະ ເຂດຢ່າງໃກ້ ຊິດ; ສຸມໃສ່ປັບປຸງແບບແຜນການ ຊີ້ນຳ-ນຳພາ ໃຫ້ມີຮູບປະທຳ ແລະ ເຂັ້ມແຂງກ່ອນເກົ່າ; ກະກຽມຄວາມ ພ້ອມຮອບດ້ານໃນການດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ປັບປຸງລະບົບກົງຈັກຂອງອົງ ການໄອຍະການປະຊາຊົນໃຫ້ມີ 7tot[= ]y sko'kora d vvxl deoq f;Pd'ko95 fl5 ,8qQ oxu 2024 ຄວາມໜັກແໜ້ນ ແລະ ເຂັ້ມແຂງ. ໂອກາດດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ເນັ້ນໃຫ້ ຄະນະນຳແຕ່ລະຂັ້ນຕ້ອງໄດ້ເພີ່ມ ທະວີໃນການຊີ້ນຳ-ນຳພາ ຢ່າງໃກ້ ຊິດຕິດແທດ, ປັບປຸງແບບແຜນວິທີ ເຮັດວຽກໃຫ້ສອດຄ່ອງກັບແຕ່ລະ ໄລຍະ ແລະ ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃນຄັ້ງນີ້ໄປຈັດ ຕັ້ງປະຕິບັດໃຫ້ມີຜົນສຳເລັດ ເພື່ອ ເຮັດໃຫ້ອົງການໄອຍະການປະຊາ ຊົນ ນັບມື້ເຕີບໃຫຍ່ເຂັ້ມແຂງ, ໄດ້ ຮັບການພັດທະນາຮອບດ້ານແລະ ຮັບປະກັນການປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງອົງການ ໄອຍະການປະຊາຊົນ ຕາມທີ່ໄດ້ກຳ ນົດໃນກົດໝາຍ, ເຮັດໃຫ້ກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກ ຕ້ອງແລະ ເປັນເອກະພາບແນໃສ່ປົກ ປ້ອງຜົນປະໂຫຍດຂອງລັດ, ສັງ ຄົມ, ສິດ ແລະ ຜົນປະໂຫຍດອັນຊອບ ທໍາຂອງພົນລະເມືອງ, ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດແລະ ຫັນເປັນທັນສະໄໝເທື່ອລະກ້າວ. ຂ່າວ: ອອປສ ທະຫານນະຄອນຫລວງ... ກົມ 49 ເປັນເຈົ້າ..... ກອງປະຊຸມຄົບຄະນະ.... ໃນກອງປະຊຸມສະຫາຍ ພັນໂທ ຄໍາພູ ຄໍາພະຈັນ ຮອງຫົວໜ້າຫ້ອງ ເສນາທິການ ໄດ້ຊີ້ໃຫ້ເຫັນການຈັດ ຕັ້ງປະຕິບັດວຽກງານໃນ 01 ປີ ຜ່ານມາ, ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດ ແທດກັບບັນດາພະແນກການ ແລະ ກົມກອງທີ່ຂຶ້ນກັບເຮັດໜ້າທີ່ວຽກ ງານຂອງຕົນ ໃຫ້ມີຜົນສໍາເລັດຕາມ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໂດຍຕິດພັນກັບ 04 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະ ເທດວາງອອກ ເປັນຕົ້ນ: ໄດ້ຍົກສູງ ວຽກງານການສຶກສາອົບຮົມການ ເມືອງ ນໍາພາແນວຄິດເປັນກົກ ດ້ວຍ ການນໍາເອົາເອກະສານມູນເຊື້ອສໍາ ຄັນຕ່າງໆ ແລະ ມະຕິຄໍາສັ່ງຂອງ ຊາດ, ຂອງພັກ, ຂອງກອງທັບມາ ຈັດຕັ້ງເຜີຍແຜ່ໃຫ້ພະນັກງານນັກຮົບພາຍໃນກົມກອງໄດ້ຮັບຮູ້ ເຊື່ອມຊຶມຢ່າງເລິກເຊິ່ງທົ່ວເຖິງ, ເອົາໃຈໃສ່ລົງກໍ່ສ້າງຮາກຖານການ ເມືອງແບບມູນເຊື້ອ ໂດຍປະສານ ສົມທົບກັບກຳລັງທ້ອງຖິ່ນເຮັດໜ້າ ທີ່ຕິດຕາມສະພາບປະກົດການຫຍໍ້ ທໍ້ ແລະ ແກ້ໄຂໃຫ້ທັນເວລາ. ພ້ອມ ນັ້ນ ຍັງໄດ້ສ້າງບ້ານແຮກສ່ຽວໄດ້ 2 ການກອງທັບ ໄດ້ໃຫ້ຮູ້ວ່າ: ເຫລົ່າ ຮົບຕີພິເສດແມ່ນເຫລົ່າຮົບ ໜຶ່ງທີ່ມີ ຄວາມສຳຄັນມີໜ້າທີ່ເຄື່ອນໄຫວສູ້ ຮົບດັບສູນບັ້ນທອນກຳລັງຂອງສັດ ຕູ ເພື່່ອສ້າງເງື່ອນໄຂໃຫ້ເຫລົ່າຮົບ ອື່ນບຸກຕີສັດຕູ. ພາຍຫລັງໄດ້ຮັບ ຄຳສັ່ງຈາກກົມໃຫຍ່ເສນາທິການ ກອງທັບ, ຄະນະຮັບຜິດຊອບກໍໄດ້ ຮີບຮ້ອນເຕົ້າໂຮມພະນັກງານ-ນັກ ຮົບ ເພື່ອຈັດຕັ້ງເຜີຍແຜ່ຄຳສັ່ງ ແລະ ສ້າງແຜນການ, ແຜນງານຢ່າງລະ ອຽດແລ້ວ ເຄື່ອນກຳລັງເຂົ້າຢຶດສະ ໜາມ ແລະ ສ້າງສະໜາມຝຶກຊ້ອມ ສຳເລັດ. ສະຫາຍພັນເອກ ທອງດຳ ດວງ ມາລາ ໃຫ້ຮູ້ຕື່ມວ່າ: ການເຂົ້າຮ່ວມ ຊ້ອມຮົບຄັ້ງນີ້ເຫລົ່າຮົບຕີພິເສດ ຫລັກແຫລ່ງ ເຂົ້າຮ່ວມ. ສະຫາຍ ນາງ ໃບຄຳ ຂັດທິຍະ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນ ການທົບທວນຄືນຜົນສໍາເລັດໃນ ການຈັດຕັ້ງປະຕິບັດບັນດາຄາດ ໝາຍສູ້ຊົນ ແລະ ວຽກຈຸດສຸມຂອງ ອົງຄະນະພັກກະຊວງ ຮສສ ໃນ 1 ປີຜ່ານມາ, ພ້ອມກັນຕີລາຄາດ້ານດີ, ດ້ານຕັ້ງໜ້າ, ສິ່ງທ້າທາຍ ແລະ ບາງບົດຮຽນທີ່ຖອດຖອນໄດ້ ແລະ ເບິ່ງຄືນບັນດາແຜນການຄາດໝາຍ ສູ້ຊົນໃນ 1 ປີຕໍ່ໜ້າ ເພື່ອກ້າວສູ່ການ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ບ້ານ ຄື ບ້ານຕາດທອງ ແລະ ບ້ານ ໜອງດາ, ມີການເຄື່ອນໄຫວປະສານ ສົມທົບບ້ານພົວພັນ ໄດ້ຈໍານວນ 2 ບ້ານ ຄື ບ້ານໜອງແຕ່ງເໜືອ ແລະ ບ້ານຈັນສະຫວ່າງ; ເອົາໃຈໃສ່ຈັດ ຕັ້ງລະບົບປະຈຳການຕະຫລອດ 24 ຊົ່ວໂມງ ໂດຍສະເພາະ ແມ່ນປະຈຳ ການບັນຊາ, ປະຈຳການສູ້ຮົບ, ປະ ຈຳການບໍລິຫານ, ສິດປະຈຳການ, ກຳລັງປະຈຳການ ແລະ ພາຫະນະ ປະຈຳການ; ປະຕິບັດລະບອບສ່ອງ ແສງລາຍງານເປັນປົກກະຕິ, ນຳໃຊ້ ກຳລັງສືບຂ່າວ ແບບຍຸດທະສາດ, ຍຸດທະວິທີອອກເຄື່ອນໄຫວຕິດຕາມ ສະພາບຂອບເຂດຮັບຜິດຊອບ ເພື່ອ ສະກັດກັ້ນ ແກ້ໄຂປະກົດການຫຍໍ້ ທໍ້ໃຫ້ທັນເວລາ ເຮັດໃຫ້ສະພາບທົ່ວ ສັງຄົມ ມີຄວາມສະຫງົບປອດໄພ ໂດຍພື້ນຖານ; ຈັດຕັ້ງນຳໃຊ້ກຳລັງ, ພາຫະນະແລະອຸປະກອນກຽມພ້ອມ ກອບກູ້ໄພພິບັດ ເພື່ອຊ່ວຍເຫລືອ ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພທໍາມະຊາດ ໃຫ້ມີຄວາມ ປອດໄພ ເຊິ່ງຜ່ານມາໄດ້ນໍາໃຊ້ກຳ ລັງເຄື່ອນໄຫວມອດໄຟໄໝ້ລາມປ່າ ຈໍານວນ 93 ຄັ້ງ ມີ 2.896 ເທື່ອສະ ຫາຍເຂົ້າຮ່ວມ, ນໍາໃຊ້ກໍາລັງຊ່ວຍ ເຫລືອປະຊາຊົນທີ່ຖືກຜົນກະທົບ ຈາກພາຍຸ 01 ຄັ້ງ ມີຈໍານວນພົນ 08 ສະຫາຍເຂົ້າຮ່ວມ ແລະ ນໍາໃຊ້ພາ ຫະນະຂົນສົ່ງກໍາລັງ ຈໍານວນ 25 ເທື່ອຄັນ. ພ້ອມນັ້ນ ຍັງຈັດຕັ້ງອົບຮົມຫັດ ແອບການທະຫານ, ການເມືອງ, ພະ ລາທິການ-ເຕັກນິກ ໃຫ້ພະນັກງານ- ນັກຮົບຢ່າງເປັນປົກກະຕິເພື່ອແນ ໃສ່ເຮັດໃຫ້ມີຄວາມຊໍານິຊໍານານ, ມີຄວາມຄ່ອງແຄ້ວສາມາດຮັບປະ ກັນເປັນກຳລັງກຽມພ້ອມສູ້ຮົບໄດ້ ທຸກເມື່ອ.ນອກນັ້ນຫ້ອງເສນາທິການ ທະຫານນະຄອນຫລວງວຽງຈັນ ຍັງໄດ້ສຸມໃສ່ເຮັດວຽກງານຮັບປະ ກັນແກ້ໄຂຊີວິດການເປັນຢູ່ຂອງ ກົມກອງໃຫ້ດີຂຶ້ນເປັນກ້າວໆ ໂດຍ ໄດ້ຊີ້ນໍາຊຸກຍູ້ໃຫ້ພະນັກງານ-ນັກຮົບ ແລະ ບັນດາກົມກອງທີ່ຂຶ້ນກັບສຸມ ໃສ່ເຮັດວຽກງານ 04 ປູກ 04 ລ້ຽງເປັນຕົ້ນຕໍ ເຊິ່ງໃນໄລຍະ 01 ປີຜ່ານມາ ສາມາດສ້າງລາຍໄດ້ ຈາກການປູກພືດຜັກຊະນິດຕ່າງໆ 32.935.000ກີບ,ໄດ້ຮັບຈາກການ ລ້ຽງ 70.057.000 ກີບ ລວມລາຍ ຮັບທັງໝົດ 102.992.000 ກີບ. ກອງປະຊຸມຍັງໄດ້ຜ່ານທິດທາງ ແຜນການ ປີ 2024 ພ້ອມທັງໄດ້ຜັດ ປ່ຽນກັນປະກອບຄໍາຄິດຄໍາເຫັນ ແລະ ຮັບຟັງການໂອ້ລົມ ຈາກປະ ທານກອງປະຊຸມຢ່າງກົງໄປກົງມາ ຕື່ມອີກ. ຂ່າວ-ພາບ: ຮ້ອຍເອກ ແສງດາລາ ໄຊຍະລາດ *** ຕໍ່ຈາກໜ້າ 1 *** ໄດ້ນຳໃຊ້ກຳລັງກອງ ພັນໃຫຍ່ 497 ກໍຄືກອງພັນເຄື່ອນທີ່ໄວ 428ເຂົ້າ ຮ່ວມຊ້ອມຮົບປະສານເຫລົ່າ, ມີໜ້າ ທີ່ປິດລັບຫລອນຕີທຳລາຍສູນສຳ ນັກບັນຊາຂອງສັດຕູ. ມາຮອດປັດຈຸ ບັນຄະນະພັກ-ຄະບັນຊາ, ພະນັກ ງານ-ນັກຮົບ ກໍໄດ້ສຸມໃສ່ການຫັດ ແອບຊ້ອມຮົບດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ, ສາ ມາດຮັບຮູ້ເຂົ້າໃຈ ແລະ ເປັນເອກະ ພາບຕໍ່ເນື້ອໃນບົດຝຶກແອບໄດ້ດີ, ມີ ຄວາມຄ່ອງແຄ້ວ, ຊຳນິຊຳນານ, ທາງດ້ານສິລະປະຍຸດ-ຍຸດທະວິທີ, ກໍຄືວິຊາສະເພາະຂອງເຫລົ່າຮົບ ທັງຮັບປະກັນໃນການຊ້ອມຮົບປະ ສານເຫລົ່າ ໃຫ້ມີປະສິດທິຜົນສູງ ແລະ ມີຄວາມປອດໄພ. ໂດຍ: ລຸນທອງ ສອນມະນີ ໃນ1ປີຜ່ານມາ, ພວກເຮົາໄດ້ສຸມໃສ່ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ໂດຍສະເພາະມະຕິ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງ ຄະນະພັກ, ແຜນພັດທະນາວຽກງານ ຮສສ 5 ປີ ຄັ້ງທີ V ດ້ວຍຄວາມຮັບ ຜິດຊອບສູງ. ພ້ອມກັນຈັດຕັ້ງປະຕິ ບັດ ແລະ ມີຜົນສຳເລັດຫລາຍຢ່າງທີ່ ເປັນໜ້າພໍໃຈ, ຕົວເລກວຽກຈຸດສຸມ, ຫລາຍຕົວເລກຄາດໝາຍສູ້ຊົນມີ ຜົນສໍາເລັດຕາມແຜນການຄາດ ໝາຍທີ່ກຳນົດໄວ້. ກອງປະຊຸມຄັ້ງນີ້, ຈະໄດ້ລົງເລິກ ຕໍ່ບັນດາເອກະສານທີ່ສໍາຄັນເປັນ ຕົ້ນ ບົດສະຫລຸບຕີລາຄາການເຄື່ອນ ໄຫວນໍາພາ-ຊີ້ນໍາວຽກງານຂອງ ອົງຄະນະພັກ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024; ບົດສໍາຫລວດການນໍາພາລວມຂອງ ຄະນະບໍລິຫານງານພັກກະຊວງ ປະຈໍາປີ 2023; ແຜນການເຄື່ອນ ໄຫວດໍາເນີນງານຂອງຄະນະບໍລິ ຫານງານພັກກະຊວງທ້າຍສະໄໝ; ແຜນການເຄື່ອນໄຫວດໍາເນີນງານ ຂອງຄະນະບໍລິຫານງານພັກກະ ຊວງ ປະຈໍາປີ 2024; ບັນດາເອກະ ສານແນະນໍາການກະກຽມ ແລະ ດໍາ ເນີນກອງປະຊຸມໃຫຍ່ 3 ຂັ້ນທົ່ວອົງ ຄະນະພັກກະຊວງ ຮສສ. ຂ່າວ: ຂ່າວສານ ຮສສ

RkJQdWJsaXNoZXIy MTc3MTYxMQ==