5786

07 xtgmf]k; gsfdko{dkora fmtok 10/01/2024 g,n v'30' lts]5 [dkozt]y f]tf6 /q o c]t ;k'czol6 j dkozt]y f]tf6 c]h ' vq 'dko -u vkgva l xt9ec0;'7e,j ;o leg]a f/b dvq [Iq ,;Pdltda fdA o c]t 8h kova d7u wr 1 xu zj ko,k g,n v'g'y o ,u zq o'kogfa j os]kpfh ko ຂປລ. ແຫລ່ງຂ່າວຈາກ ເມືອງ ໂຂງແຂວງຈໍາປາສັກໃຫ້ຮູ້ວ່າ: ວັນ ທີ5ມັງກອນ2023ຜ່ານມາ, ຫ້ອງ ການກະສິກຳ-ປ່າໄມ້ເມືອງໂຂງ ຈັດກອງປະຊຸມສະຫລຸບວຽກງານ ການຜະລິດລະດູຝົນ ປີ 2023 ແລະ ວາງແຜນການຜະລິດລະດູແລ້ງ ປີ 2023-2024 ພາຍໃຕ້ການເປັນ ປະຂອງ ທ່ານ ບຸນເຮັງ ກົມປະເສີດ ຮອງເຈົ້າເມືອງໆໂຂງ, ທ່ານ ຄຳ ນີລະວົງ ຮອງຫົວໜ້າພະແນກ ກະສິກຳ-ປ່າໄມ້ແຂວງ, ມີຂະແໜງ ຊົນລະປະທານ, ຂະແໜງປູກຝັງ ພະແນກກະສິກຳ-ປ່າໄມ້ແຂວງ, ທະ ນາຄານນະໂຍບາຍປະຈຳ ແຂວງ, ຫ້ອງການອ້ອມຂ້າງເມືອງ, ນາຍ ບ້ານ-ຮອງນາຍບ້ານ ແລະ ກຸ່ມຊາວ ນາເຂົ້າຮ່ວມ. ທ່ານ ທອງໃສ ສິມຈະເລີນ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງ ໄດ້ຍົກໃຫ້ເຫັນວ່າ: ໃນທົ່ວ ເມືອງ ມີເນື້ອທີ່ແຜນການປູກເຂົ້າ ນາປີ ທັງໝົດ 16.179 ເຮັກຕາ. ໃນນີ້, ໄດ້ນໍາໃຊ້ແນວປູກທັງໝົດ 959.017 ກິໂລກຣາມ, ເປັນແນວ ພັນເຂົ້າປັບປຸງເກືອບ 100%, ການ ປັກດຳສາມາດປະຕິບັດໃນເນື້ອທີ່ ໄດ້ທັງໝົດ 15.693 ເຮັກຕາ, ທຽບ ໃສ່ແຜນການເທົ່າກັບ 97%. ມາ ເຖິງປັດຈຸບັນ, ສາມາດເກັບກ່ຽວ ເຂົ້າສຳເລັດ100%, ສະມັດຕະພາບ ເຂົ້ານາປີໄດ້ 4 ໂຕນ/ເຮັກຕາ, ສາ ມາດບັນລຸຜົນຜະລິດ ໄດ້ທັງໝົດ 62.931,245 ໂຕນ. ໃນນີ້ໄດ້ມີ ບໍລິສັດເຂົ້າມາຊຸກຍູ້ສົ່ງເສີມໃຫ້ ປະຊາຊົນຜະລິດເຂົ້າເປັນສິນຄ້າ ຄື: ບໍລິສັດ ໄອດີພີ ໂດຍໄດ້ແຈກ ຢາຍແນວພັນເຂົ້າໃຫ້ປະຊົນທົ່ວໄປ ແລະ ກຸ່ມຜະລິດ ເປັນຕົ້ນ ສົ່ງເສີມ ການຜະລິດເຂົ້າເປັນສິນຄ້າ 69 ບ້ານ, ເນື້ອທີ່ 1.624 ເຮັກຕາ, ແຈກ ຢາຍແນວເຂົ້າປູກມີ 5 ສາຍພັນຄື: ທ່າສະໂນ 12, ເຊບັ້ງໄຟ 4, ຫອມ ທ່າດອກຄຳ 16, ທ່າດອກຄຳ 8 ແລະ ຫອມມະລິ 105; ສົ່ງເສີມປູກ ເຂົ້າປອດສານພິດຢູ່ 3 ບ້ານຄື: ເສັດ ນ້ຳອ້ອມ, ໂສດ ແລະ ບ້ານບຸ່ງ ໃນ ເນື້ອທີ່ 381 ເຮັກຕາ; ສົ່ງເສີມປູກ ເຂົ້າແນວພັນ ຈຳນວນ 6 ບ້ານ ຄື: ບ້ານເດື່ອ, ພິມານໂພນ, ບ້ານຫ້ວຍ, ບ້ານນາ, ກະດັນ ແລະ ບ້ານເສັດ ນ້ຳອ້ອມ, ມີ 130 ຄອບຄົວ, ເນື້ອທີ່ 108 ເຮັກຕາ. ສຳລັບການປູກພືດສຳຮອງລະ ດູຝົນມີເນື້ອທີ່ແຜນການປູກພືດທັງ ໝົດ281 ເຮັກຕາ, ໃນນີ້ພືດທີ່ປະຊົນ ປູກເປັນສ່ວນໃຫຍ່ແມ່ນມັນຕົ້ນ, ພືດ ຕະກຸນຖົ່ວ ແລະ ພືດຜັກທົ່ວໄປ ເພື່ອ ຈຳໜ່າຍໃຫ້ຕະຫລາດພາຍໃນເມືອງ. ສຳລັບແຜນການຜະລິດລະດູ ແລ້ງປີ 2023-2024 ນີ້, ມີເນື້ອທີ່ ແຜນການປູກເຂົ້ານາແຊງ 2.999 ເຮັກຕາ ແລະ ແຜນປູກພືດສຳຮອງ ລະດູແລ້ງ ເກືອບ 400 ເຮັກຕາ. ໃນ ນີ້, ແຜນປູກເຂົ້ານາແຊງນອນໃນ ໂຄງການຊົນລະປະທານຂອງລັດມີ 24 ບ້ານ, ຈຳນວນ 29 ໂຄງການ, ມີເນື້ອທີ່ 1 ພັນກວ່າເຮັກຕາ; ນອກ ເຂດໂຄງການຊົນລະປະທານ ກໍຄື ຄອບຄົວຂອງປະຊາຊົນນຳໃຊ້ໂປມ ນ້ຳສ່ວນຕົວທຳການຜະລິດມີ 66 ບ້ານ, ມີເນື້ອທີ່ 1 ພັນກວ່າເຮັກຕາ. ນອກນັ້ນ ຍັງມີນາຢອດ, ນາຫວ່ານ ແລະ ນາຈຸດສຸມອີກ 200 ກວ່າ ເຮັກຕາ.ມາເຖິງປັດຈຸບັນ,ປະຊາຊົນ ບາງບ້ານໄດ້ຫ້າງຫາກະກຽມແຕ່ ຫົວປີລົງມືສູ່ການຜະລິດລະດູແລ້ງ, ໃນນີ້ທົ່ວເມືອງຕົກກ້າໄດ້ 43,08% ແລະ ບາງບ້ານກໍໄດ້ລົງມືປັກດຳໄປ ພ້ອມໆກັນ ເພື່ອໃຫ້ສຳເລັດໃນທ້າຍ ເດືອນມັງກອນນີ້. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ໄຊຊະນະ ສຸພົມ ຄົນເຊື້ອ ຊາດລາວ ຢູ່ສະຫະລັດອາເມລິກາ ໄດ້ມອບເຄື່ອງດົນຕີພື້ນເມືອງ ໃຫ້ ບ້ານຊ່ວຍເຫລືອເດັກນ້ອຍ SOS ຫລວງພະບາງ ປະກອບມີ: ແຄນ, ລະນາດເອກ, ລະນາດທຸ່ມ, ຊໍອີ້, ຊໍອູ້, ຂີມ, ກອງ, ກິຕ້າ, ໂທລະສັບ ມືຖືເທບເລດ (Tablet) ຄ່າອິນ ເຕີເນັດ 1 ປີ, ສາຍຟັງຫູ (Head phone) ແລະ ຄ່າບໍລິການອື່ນໆ ລວມມູນຄ່າທັງໝົດ 30 ລ້ານ ກວ່າກີບ. ໂອກາດນີ້, ທ່ານ ນາງ ດາວອນ ພະຜົນໄຊ ອຳນວຍການບ້ານຊ່ວຍ ເຫລືອ ເດັກນ້ອຍ SOS ຫລວງ ພະບາງ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ໄຊຊະນະ ສຸພົມ ທີ່ໄດ້ ສະລະຊັບສິນຂອງຕົນປະກອບ ສ່ວນເຂົ້າໃນການພັດທະນາເດັກ, ເຍົາວະຊົນ ແລະ ຊາວໜຸ່ມ ໃນ ບ້ານຊ່ວຍເຫລືອເດັກນ້ອຍ SOS ຫລວງພະບາງ, ໄດ້ສຶກສາ ແລະ ຮຽນຮູ້ ເປັນການອານຸລັກຮັກສາວັດ ທະນະທຳ-ຮີດຄອງປະເພນີອັນດີ ງາມຂອງຊາດ ໂດຍສະເພາະສິລະ ປະດົນຕີພື້ນເມືອງລາວ ໃຫ້ຍືນຍົງ ຄົງຄູ່ກັບຄົນລາວຕະຫລອດໄປ. ພ້ອມກັນນີ້, ທ່ານ ໄຊຊະນະ ສຸພົມ ຈະໄດ້ຖ່າຍທອດຄວາມຮູ້ ດ້ານຕົນຕີພື້ນເມືອງ ແລະ ສອນພາ ອັງກິດ ໃຫ້ເຍົາວະຊົນ-ຊາວໜຸ່ມ ເປັນເວລາ 1 ເດືອນ, ພ້ອມທັງຊ່ວຍ ຊຳລະຄ່າແຮງງານອາຈານ ມາ ສອນດົນຕີພື້ນເມືອງ ໃຫ້ບ້ານຊ່ວຍ ເຫລືອເດັກນ້ອຍ SOS ຫລວງ ພະບາງ ຕື່ມອີກ. ຂ່າວ: ແຫລ້ ສຸລິນພອນ [h ko-j ;pgs]n vgfa doh vp gva l3vgva l s];'rt[k' wfh Ia [g7nj v'fq o8u rN og,n v' ຂປລ. ແຫລ່ງຂ່າວຈາກ ແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຄຳມ່ວນ ສຳເລັດຝຶກອົົບຮົມວຽກງານສະ ກັດກັ້ນແລະຕ້ານອັກຄີໄພໃຫ້ພະນັກ ງານອົງການ CRS ປະຈຳແຂວງ ຄຳມ່ວນໂດຍການນຳພາຂອງທ່ານ ພັທ ອານຸສົງ ວັນນະຄຳຜົນ ຮອງ ຫົວໜ້າພະແນກຕຳຫລວດສະກັດ ກັ້ນແລະ ຕ້ານອັກຄີໄພປກສແຂວງ ຄຳມ່ວນ ພ້ອມຄະນະ. ໂອກາດນີ້, ທ່ານ ພັທ ອານຸສົງ ວັນນະຄຳຜົນ ຮອງຫົວໜ້າພະແນກ ຕຳຫລວດສະກັດກັ້ນ ແລະ ຕ້ານອັກ ຄີໄພ ປກສ ແຂວງ ໄດ້ນຳສະເໜີ ຄວາມຮູ້ພື້ນຖານຂອງວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ, ກົດໝາຍສະກັດກັ້ນ ແລະ ຕ້ານອັກ ຄີໄພ(ບາງມາດຕາ)ແລະ ແນະນຳ ວິທີອົບພະຍົບໜີໄຟພາຍໃນອາ ຄານ, ການນຳໃຊ້ອຸປະກອນມອດ ໄຟ, ການກວດກາ ແລະ ບຳລຸງຮັກ ສາ, ຍົກໃຫ້ເຫັນເຖິງສາເຫດ ແລະ ຜົນເສຍຫາຍຈາກການເກີດອັກຄີ ໄພ-ໄຟໄໝ້ທີ່ສ້າງຄວາມເສຍຫາຍ ຕໍ່ປະເທດຊາດ ກໍຄື ຄວາມເສຍຫາຍ ທາງດ້ານຊັບສິນ, ຊີວິດ ແລະ ສຸຂະ ພາບຂອງພໍ່-ແມ່ປະຊາຊົນ. ພ້ອມນີ້, ທ່ານ ຮຕ ເພືອງ ເທບ ພະລັກ ຮອງກອງໂຄສະນາ ກໍໄດ້ ນຳພານັກສຳມະນາກອນເຂົ້າຮ່ວມ ສາທິດການມອດໄຟໄໝ້ນ້ຳມັນ ແລະອາຍແກສດ້ວຍມືເປົ່າແລະນຳ ໃຊ້ບັ້ງມອດໄຟຕົວຈິງ. ທັງນີ້ກໍເພື່ອ ເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ ຮັບຮູ້, ເຂົ້າໃຈ ແລະ ປະຕິບັດຕາມ ກົດໝາຍຢ່າງຖືກຕ້ອງ, ເຂົ້າໃຈ ເຖິງຄວາມໝາຍຄວາມສຳຄັນຂອງ ວຽກງານສະກັດກັ້ນ ແລະ ຕ້ານອັກ ຄີໄພ, ຄວາມອັນຕະລາຍຂອງອັກ ຄີໄພ, ວິທີການໜີໄຟຢ່າງຖືກຕ້ອງ, ເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມມີ ສະຕິ, ມີພິບໄຫວໃນເວລາເກີດເຫດ ການໄຟໄໝ້, ສາມາດແກ້ໄຂສະ ຖານະການສຸກເສີນ ແລະ ທັນເຫດ ການເມື່ອເກີດອັກຄີໄພ. ຂ່າວ: ນີວອນ ຂປລ. ແຫລ່ງຂ່າວຈາກເມືອງເງິນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມ ອົງການປົກຄອງເມືອງເງິນ ປະຈຳປີ 2023 ຈັດຂຶ້ນໃນວັນທີ 8 ມັງກອນ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆ ເງິນ, ມີຫົວໜ້າຫ້ອງການ, ອົງການ, ກົມກອງອ້ອມຂ້າງເມືອງ ແລະ ນາຍ ບ້ານເທສະບານເມືອງ ເຂົ້້າຮ່ວມ ກອງປະຊຸມໄດ້ຮັບຟັງການລາຍ ງານການຈັດຕັ້ງປະຕິບັດວຽກງານທີ່ ພົ້ນເດັ່ນ ຂອງອົງການປົກຄອງເມືອງ ປະຈຳປີ 2023 ແລະ ທິດທາງແຜນ ວຽກຈຸດສຸມ ປະຈຳປີ 2024. ໃນໄລ ຍະ 1 ປີຜ່ານມາໄດ້ສຸມໃສ່ຈັດຕັ້ງປະຕິ ບັດບັນດາຄາດໝາຍສູ້ຊົນຢ່າງເປັນ ລະບົບຕໍ່ເນື່ອງ ດ້ວຍຈິດໃຈບຸກທະລຸ ເຊິ່ງເຮັດໃຫ້ເສດຖະກິດ ຂອງເມືອງໄດ້ ຂະຫຍາຍຕົວໃນລະດັບ 5,38%, ລວມ ຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 539,05ຕື້ກີບ, ສະເລ່ຍຕໍ່ຫົວຄົນ26,7 ລ້ານກີບ/ຄົນ/ປີ, ຈັດເກັບລາຍຮັບ ເຂົ້າງົບປະມານໄດ້ທັງໝົດ 9,03 ຕື້ ກີບ, ໄດ້ລື່ນແຜນ 40,85% ຂອງແຜນ ການ, ຄຸ້ມຄອງລາຍຈ່າຍໄດ້ທັງໝົດ 2,56ຕື້ກີບປະຕິບັດໄດ້99,60%ຂອງ ແຜນການປີ, ສາມາດເບີກຈ່າຍເງິນ ບໍລິຫານ ແລະ ອື່ນໆໄດ້ສໍາເລັດ, ອັນພົ້ນ ເດັ່ນແມ່ນໄດ້ນໍາໃຊ້ລະບົບທັນສະໄໝ (TaxRis) ເຂົ້າໃນການຄຸ້ມຄອງຈັດ ເກັບລາຍຮັບຢູ່ພາຍໃນເມືອງ ໄດ້ທັງ ໝົດ 219 ຫົວໜ່ວຍ, ສໍາຫລວດຂໍ້ມູນ ຕອນດິນເພື່ອເຂົ້າລະບົບທັນສະໄໝໄດ້ 3 ບ້ານ ມີ 313 ຕອນ. ການຜະລິດທາງ ດ້ານກະສິກຳ ເຫັນວ່າເປັນຂະບວນ ການດີ ສາມາດຄໍ້າປະກັນສະບຽງອາ ຫານໄດ້ຢ່າງພຽງພໍ ການຜະລິດສິນ ຄ້າກະສິກຳສົ່ງອອກມີປະລິມານເພີ່ມ ຂຶ້ນພືດທີ່ພົ້ນເດັ່ນແມ່ນມັນຕົ້ນມີເນື້ອທ່ີ 2.866,97 ເຮັກ​ຕາ. ປັດຈຸບັນພວມ ເກັບກູ້ຜົນຜະລິດ, ອັນພົ້ນເດັ່ນແມ່ນໄດ້ ຊຸກຍູ້ສົ່ງເສີມໃຫ້ສ້າງຕັ້ງໂຮງງານປຸງ ແຕ່ງຜົນຜະລິດກະສິກໍາຂັ້ນຕົ້ນ ເຊັ່ນ: ໂຮງອົບແຫ້ງສາລີ, ໝາກເດືອຍ ແລະ ອື່ນໆ; ການສົ່ງອອກ-ນໍາເຂົ້າສິນຄ້າ ຜ່ານດ່ານສາກົນນໍ້າເງິນ ມີມູນຄ່າທັງ ໝົດ1.073ລ້ານໂດລາ ເທົ່າກັບ98% ຂອງແຜນການປີ. ໃນນີ້, ມູນຄ່າການ ສົ່ງອອກ 96,160 ໂດລາ ແລະນໍາເຂົ້າ 977 ລ້ານໂດລາ, ອັນພົ້ນເດັ່ນແມ່ນ ພວກເຮົາໄດ້ສົມທົບກັບທະນາຄານໃນ ການຊຸກຍູ້ການນໍາໃຊ້ສະກຸນເງິນກີບ ແລະ ໄດ້ຜັນຂະຫຍາຍແຈ້ງການ ຂອງ ທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງ, ຈໍາກັດການນໍາເຂົ້າສິນຄ້າທີ່ສາມາດ ຜະລິດໄດ້ພາຍໃນເມືອງ, ອັນພົ້ນເດັ່ນ ໄດ້ຂະຫຍາຍໄຟຟ້າເຍືອງທາງລະບົບ ແສງຕາເວັນໄດ້ 4 ບ້ານ; ດ້ານພື້ນຖານ ໂຄງລ່າງໄດ້ຮັບການພັດທະນາ ແລະ ກໍ່ສ້າງ-ສ້ອມແປງເສັ້ນທາງຄົມມະນາ ຄົມເຊື່ອມຕໍ່ພາຍໃນເມືອງ ຫາ ບ້ານ, ເສັ້ນທາງຊອຍບັນດາບ້ານເທສະບານ ແລະ ເຂດຊົນນະບົດໄດ້ຮັບການປັບປຸງ ດີຂຶ້ນເປັນກ້າວໆ, ໄດ້ກໍ່ສ້າງຍົກລະດັບ ປູຢາງທາງຊອຍພາຍໃນເມືອງ ມີ 5 ບ້ານຄື: ບ້ານຂອນ, ແກ້ວດອນຄູນ, ນາຍາງຄໍາ, ນາງົວສໍາເລັດແລ້ວ55% ແລະ ລົງມືກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານທອງ. ຈາກນັ້ນ ແຕ່ລະຂະແໜງການຂອງ ເມືອງ-ບ້ານ ກໍໄດ້ພ້ອມກັນປະກອບຄຳ ຄິດເຫັນຢ່າງກົງໄປກົງມາເພື່ອຊອກ ໃຫ້ເຫັນບັນດາຈຸດອ່ອນຂໍ້ຄົງຄ້າງ ເພື່ອ ພ້ອມກັນແກ້ໄຂໃນຕໍ່ໜ້າ. ຂ່າວ-ພາບ: ອິນແປງ ແຫວນຄຳ

RkJQdWJsaXNoZXIy MTc3MTYxMQ==