5786

xtgmf]k; 6 10/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ g0fglf4tdy fry glf[b 'mkfs];' 9tdkpgxa ocs]j 'mj v'mj P;.\j .ovk-Po ]k; 9t0kpw22h krt]a ''ko]q , .sh lt,k-y dvk-Po rkp.oxu 2025 ໂດຍ: ເກີດຂວັນໃຈ ມາລີຈັນສີ * ສປປລາວແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນທີ່ຖື ເອົາການພັດທະນາພະລັງງານໄຟ ຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມໂດຍ ສອດຄ່ອງກັບນະໂຍບາຍຂອງພັກລັດຖະບານລາວໄດ້ນໍາກົດໄວ້ໃນ ວາລະການພັດທະນາສີຂຽວຮອດ ປີ 2030. ການຜະລິດໄຟຟ້າຈາກພະລັງ ງານລົມແມ່ນໜຶ່ງໃນວິທີການຜະ ລິດສະອາດເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງທຸກໆປະເທດທົ່ວໂລກພວມພັດ ທະນາ ແລະ ໃຫ້ຄວາມສົນໃຈເພື່ອ ຫລຸດຜ່ອນພາວະໂລກຮ້ອນ ແລະ ຫລຸດຜ່ອນມົນລະພິດ. ຕາມຂໍ້ມູນຈາກເວັບໄຊ(www. gozetim.com) ໄດ້ລາຍງານ ຫວ່າງບໍ່ດົນມານີ້ວ່າ: ປັດຈຸບັນນີ້ ການຜະລິດພະລັງງານລົມແມ່ນມີ ຄວາມກ້າວໜ້າທີ່ສຸດໃນເຕັກໂນໂລ ຊີພະລັງງານທົດແທນ ເຊິ່ງມັນແມ່ນ ຊັບພະຍາກອນທຳມະຊາດສົມບູນ ແລະ ບໍ່ກໍ່ໃຫ້ເກີດມົນລະພິດຕໍ່ສິ່ງ ແວດລ້ອມແລະ ເປັນພະລັງງານລົມ ທີ່ບໍ່ໝົດ. ດ້ວຍຄຸນລັກສະນະເຫລົ່າ ນີ້, ພະລັງງານລົມແມ່ນແຫລ່ງພະ ລັງງານທີ່ເຕີບໃຫຍ່ໄວທີ່ສຸດໃນຊຸມ ປີທີ່ຜ່ານມາ ເຊິ່ງສາມາດຈໍາໜ່າຍ ກັງຫັນລົມບັນລຸໄດ້ປະມານ 40% ໃນທົ່ວໂລກ. ຕະຫລາດທີ່ປະສົບຜົນສຳເລັດ ທີ່ສຸດໃນຂະແໜງນີ້ແມ່ນ ສປ ຈີນ ແລະ ບັນດາປະເທດເອີຣົບ, ໂດຍ ສະເພາະແມ່ນດານມາກ, ເຢຍລະ ມັນ ແລະ ແອັດສະປາຍ. ດັ່ງທີ່ຮູ້ນໍາກັນ, ພະລັງງານລົມ ແມ່ນ ໜຶ່ງໃນແຫລ່ງພະລັງງານທົດ ແທນທີ່ປະຢັດທີ່ສຸດ ແລະ ສາມາດ ແຂ່ງຂັນກັບເຊື້ອໄຟ (ຖ່ານຫີນ ຫລື ຊັບພະຍາກອນທໍາມະຊາດ ໃຕ້ດິນ). ເຖິງແນວໃດກໍຕາມ ບັນດາ 10 ປະເທດສະມາຊິກອາຊຽນເຫັນວ່າ ສປປ ລາວ ຍັງຄົງສະຖານະຄວາມ ເປັນໝໍ້ໄຟແຫ່ງອາຊຽນເໝືອນເດີມ ເພາະລາວມີເນື້ອທີ່ກວ້າງໃຫຍ່ ຖ້າ ທຽບກັບປະຊາກອນພຽງ 7 ລ້ານ ກວ່າຄົນ ເຊິ່ງເປັນປະເທດທີ່ມີຊັບ ພະຍາກອນທໍາມະຊາດອຸດົມສົມ ບູນຫລາຍທີ່ສຸດ ໃນນັ້ນມີທັງບໍ່ແຮ່, ປ່າໄມ້ ແລະ ຫ້ວຍນໍ້າລຳເຊຫລາຍ ສາຍ ໄຫລ່ຜ່ານທົ່ວປະເທດ. ດັ່ງທີຮູ້ນໍາກັນ ພິທີວາງສີລາລຶກ ໂຄງການກໍ່ສ້າງໄຟຟ້າພະລັງງານ ລົມ 600 ເມກາວັດ ຂອງບໍລິສັດ ມອນຊູນ ວິນ ພາວເວີ ແລະ ບໍລິສັດ ພາວເວີໄຊນາ ຈຳກັດ ໄດ້ຈັດຂຶ້ນ ໃນວັນທີ 25 ເມສາ 2023 ທີ່ຜ່ານ ມາ ຢູ່ນະຄອນຫລວງວຽງຈັນ ໂດຍ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະ ເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ. ໂຄງການດັ່ງກ່າວ, ເປັນໂຄງການ ໄຟຟ້າພະລັງງານລົມແຫ່ງທຳອິດ ຂອງປະເທດລາວ, ທັງເປັນໂຄງການ ໄຟຟ້າພະລັງງານລົມທີ່ໃຫຍ່ທີ່ສຸດ ໃນຂົງເຂດອາຊີຕາເວັນອອກສຽງ ໃຕ້. ສະນັ້ນ, ການກໍ່ສ້າງໂຄງການ ນີ້ຈຶ່ງມີຄວາມໝາຍ,ຄວາມສໍາຄັນຕໍ່ ບາດກ້າວການພັດທະນາດ້ານໂຄງ ການພະລັງງານສະອາດຂອງລາວ ທັງເປັນຂີດໝາຍຜົນສໍາເລັດຂອງ ການຮ່ວມມືກັນອີກອັນໜຶ່ງທີ່ສໍາ ຄັນລະຫວ່າງຊາດລາວ, ໄທ,ຫວຽດ ນາມ ແລະ ຈີນ. ໂຄງການກໍາລັງກໍ່ສ້າງ ຄາດວ່າ ຈະສໍາເລັດຕາມແຜນທີ່ວາງໄວ້ໃນ ປີ 2025 ມີເປົ້າໝາຍສົ່ງໄຟຟ້າ ອອກຂາຍໃຫ້ປະເທດຫວຽດນາມ ເປັນຫລັກກັບໄລຍະສັນຍາເປັນເວລາ 25 ປີ. ໂຄງການນີ້, ເປັນໂຄງການ ພະລັງງານສະອາດຫລຸດຜ່ອນກາສ ຄາບອນ, ບໍ່ທໍາລາຍສິ່ງແວດລ້ອມ, ຊ່ວຍສ້າງຄວາມໝັ້ນຄົງ ແລະ ສະ ໜັບສະໜູນພາລະກິດສໍາຄັນລະດັບ ໂລກທີ່ມີເປົ້າໝາຍການປ່ອຍກາສ ຄາບອນເປັນສູນໃນປີ 2050. ການກໍ່ສ້າງພະລັງງານລົມໄດ້ ເລີ່ມກໍ່ສ້າງໃນເດືອນເມສາ 2023 ມີເປົ້າໝາຍສົ່ງໄຟຟ້າອອກຂາຍໃຫ້ ປະເທດຫວຽດນາມເປັນຫລັກ ກັບ ໄລຍະສັນຍາເປັນເວລາ 25 ປີ ແລະ ເລີ່ມຈໍາໜ່າຍໃນປີ 2025. ສະຖານທີ່ໂຄງການພະລັງງານ ລົມ ຕັ້ງຢູ່ເມືອງດາກຈຶງ ແຂວງເຊ ກອງແລະ ເມືອງສະໜາມໄຊແຂວງ ອັດຕະປື ຢູ່ພາກໃຕ້ຂອງລາວ ຕັ້ງຢູ່ ຫ່າງຈາກ ນະຄອນຫລວງວຽງຈັນ ໄປທາງທິດຕາເວັນອອກສຽງໃຕ້ 560 ກິໂລແມັດ ແລະ ຫ່າງຈາກ ຕົວເມືອງເຊກອງ 48 ກິໂລແມັດ. ເນື້ອທີ່ໂຄງການຈະກວມເອົາ 708.28ກິໂລແມັດມົນທົນ(70.828 ເຮັກຕາ) ແລະ ຕັ້ງຢູ່ຄວາມສູງຈາກ ໜ້ານ້ຳທະເລ 1.200-1.600 ແມັດ. ປັດຈຸບັນນີ້, ມີບໍລິສັດເອກກະຊົນ ຈາກ5ປະເທດເຂົ້າມາລົງທຶນພະລັງ ງານລົມໃນສປປລາວໂດຍຮ່ວມລົງ ທຶນຈັດຕັ້ງບໍລິສັດມອນຊູນວິນພາວ ເວີ (Monsoon Wind Power) ເພື່ອດຳເນີນໂຄງການໄຟຟ້າ ພະລັງ ງານລົມຂະໜາດ 600 ເມກາວັດ ຢູ່ ແຂວງເຊກອງ ແລະ ແຂວງອັດຕະປື ເພື່ອຂາຍໄຟຟ້າສົ່ງໃຫ້ຫວຽດນາມ. ໂຄງການໄຟຟ້າ ພະລັງງານລົມ ທີ່ກຳລັງຕິດຕັ້ງ 600 ເມກະວັດ ຈະ ມີກັງຫັນລົມທັງໝົດ 133 ຕົ້ນ, ມີ ມູນຄ່າການລົງທຶນ 950 ລ້ານໂດ ລາສະຫະລັດ. 10 ປະເທດສະມາຊິກອາຊຽນ ໂດຍສະເພາະຫວຽດນາມ, ໄທ, ມາເລເຊຍ ແລະ ສິງກະໂປ ກາຍ ເປັນປະເທດທີ່ຫອມຫວນ ໂດຍໄດ້ ຮັບຄວາມນິຍົມ, ຄວາມເຊື່ອໝັ້ນ ແລະ ຄວາມສົນໃຈຈາກນັກລົງທຶນ ປະເທດຕ່າງໆທົ່ວໂລກເຂົ້າໄປລົງ ທຶນສ້າງຕັ້ງໂຮງງານອຸດສາຫະກໍາ ໜັກ ແລະ ອຸດສາຫະກໍາເບົາ ເນື່ອງ ຈາກວ່າປະເທດເຫລົ່ານັ້ນມີທ່າແຮງ ບົ່ມຊ້ອນສູງຄ່າແຮງງານຖືກ, ແຮງ ງານມີທັກສະສູງ, ລະບົບກົດໝາຍ ທ່ຽງທໍາບໍ່ອ່ຽງ ຊ້າຍ-ບໍ່ອ່ຽງຂວາ, ຄວາມໂປ່ງໃສຂ້ອນຂ້າງດີ ແລະ ເອື້ອອໍານວຍຄວາມສະດວກຕ່າງໆ ໄດ້ດີ ຂະນະທີ່ພະລັງງານໄຟຟ້າ ແມ່ນປັດໄຈໜຶ່ງທີ່ສໍາຄັນໃນການ ຂັບເຄື່ອນລະບົບການຜະລິດ, ເສດ ຖະກິດ ແລະ ອຸດສາຫະກໍາອື່ນໆ ແຕ່ ທາງກົງກັນຂ້າມ ປະເທດທີ່ກ່າວ ມານັ້ນຍັງມີຄວາມຕ້ອງການພະລັງ ງານໄຟຟ້າສູງເພື່ອນໍາເຂົ້າ ເຊິ່ງ ສປປ ລາວ ແມ່ນໜຶ່ງໃນເປົ້າໝາຍ ຂອງແຫລ່ງຜະລິດໄຟຟ້າໃຫ້ສະມາ ຊິກອາຊຽນດ້ວຍກັນ. ໃນປີ1975ສປປລາວມີເຂື່ອນ ໄຟຟ້າພຽງ 1 ແຫ່ງ ແຕ່ມາເຖິງປີ 2024 ເພີ່ມຂຶ້ນບໍ່ຕໍ່າກວ່າ 80 ແຫ່ງ ໃນນັ້ນມີພະລັງງານໄຟຟ້າຈາກນໍ້າ, * ເຂດເສດຖະກິດພິເສດບຶງ ທາດຫລວງ ຈະກາຍເປັນແຫລ່ງ ທ່ອງທ່ຽວໃໝ່ທີ່ໜ້າສົນໃຈໃນອາ ຊຽນເພື່ອຮອງຮັບການເພີ່ມຂຶ້ນ ຂອງນັກທ່ອງທ່ຽວຈາກທຸກມູມ ໂລກເດີນທາງເຂົ້າມາ ສປປ ລາວ ໃນອະນາຄົດ. ຫລ້າສຸດພິທີວາງສີລາລຶກໂຄງ ການກໍ່ສ້າງສະໜາມກັອບບຶງທາດ ຫລວງທີ່ເຂດເສດຖະກິດພິເສດບຶງ ທາດຫລວງນະຄອນຫລວງວຽງ ຈັນຈັດຂຶ້ນວັນທີ 28 ທັນວາ 2023, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກ ລັດຖະມົນຕີ, ທ່ານນາງ ຄຳຈັນ ວົງ ແສນບູນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ທ່ານ ຮ່າ ສຽວຜິງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດກໍ່ສ້າງເລກ 8 ແຫ່ງຊາດ ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ທ່ານ ຫວງກົວປິ່ງ ປະທານ ບໍລິສັດ ລາວທາດຫລວງ ລົງທຶນ ພັດທະນາ ຈຳກັດ ຜູ້ພັດທະນາເຂດ ເສດຖະກິດພິເສດບຶງທາດຫລວງ ນະຄອນຫລວງວຽງຈັນ ໄດ້ກ່າວ ວ່າ: ການກໍ່ສ້າງສະໜາມກັອບ 18 ຂຸມ ຢູ່ໃນໃຈກາງເມືອງຂອງເຂດ ເສດຖະກິດພິເສດບຶງທາດຫລວງ ແມ່ນເປັນປັດໄຈສໍາຄັນໃນການພັດ ທະນາເຂດເສດຖະກິດພິເສດຂອງ ພວກເຮົາ ນີ້ບໍ່ພຽງແຕ່ເປັນສະຖານ ທີ່ໃນການເຄື່ອນໄຫວກິດຈະການ ກິລາເທົ່ານັ້ນ ແຕ່ຍັງເປັນອົງປະ ກອບໃນການພັດທະນາຕົວເມືອງ ແລະ ເປັນຈຸດເດັ່ນອັນໃໝ່ຂອງ ແຫລ່ງທ່ອງທ່ຽວໃນເຂດອ້ອມຂ້າງ ຂອງສະໜາມກັອບບຶງທາດຫລວງ ຈະປະກອບມີໂຮງແຮມຊົນຊັ້ນລະ ດັບສູງ ໂຮງແຮມບູຕິກ ສະຖານບັນ ເທີງ, ຮ້ານອາຫານ, ສູນການຄ້າ ການທ່ອງທ່ຽວລະດັບສາກົນ ແລະ ຮ້ານຄ້າປອດພາສີ ລວມທັງອົງປະ ກອບອື່ນໆ ມູນຄ່າໃນການລົງທຶນ ຄາດ ຄະເນປະມານ 400 ລ້ານໂດ ລາສະຫະລັດ ສະໜາມກັອບ ດັ່ງ ກ່າວຈະນໍາເອົາຄວາມເຂັ້ມແຂງ ດ້ານການທ່ອງທ່ຽວໃນອະນາຄົດ ໃຫ້ກາຍເປັນ Land mark ອັນໃໝ່ ຂອງແຫລ່ງທ່ອງທ່ຽວ ໃນນະຄອນ ຫລວງວຽງຈັນ. ນອກນີ້, ພວກເຮົາ ຍັງໄດ້ເຊື້ອເຊີນນັກກັອບ ທີ່ມີຊື່ສຽງ ຂອງໂລກ ທ່ານ ນິກ ໂຟໂດ້ ໃນການ ອອກແບບເຊິ່ງນຳເອົາມາດຕະ ຖານສາກົນ ຂອງສະໜາມກັອບ ໃຫ້ກາຍເປັນສະໜາມກັອບແຖວ ໜ້າ ໃນຕົວເມືອງນະຄອນຫລວງ ວຽງຈັນ ການກໍ່ ສ້າງສະໜາມກັອບ ດັ່ງກ່າວຈະເປັນການພັດທະນາ ເສດຖະກິດພາຍ ໃນເຂດອ້ອມຂ້າງ ພ້ອມນັ້ນ, ຍັງຈະເປັນການດຶງດູດ ນັກທ່ອງທ່ຽວທັງພາຍໃນແລະຕ່າງ ປະເທດ ເພື່ອເປັນມິຕິໃໝ່ໃນການ ພັດທະນາດ້ານອຸດສາຫະກຳການ ທ່ອງທ່ຽວໃນຕົວເມືອງອີກດ້ວຍ. ດັ່ງທີ່ຮູ້ນໍາ, ພາຍຫລັງ ສປປ ລາວ ໄດ້ເປີດໃຫ້ບໍລິການເສັ້ນທາງ ລົດໄຟລາວ-ຈີນ 2 ປີຜ່ານມາເຫັນ ວ່າບັນດານັກທ່ອງທ່ຽວຈາກພາກ ພື້ນ ແລະ ສາກົນໄດ້ມາໃຊ້ບໍລິການ ເສັ້ນທາງລົດໄຟດັ່ງກ່າວເພີ່ມຂຶ້ນ ແບບກະໂດດເພື່ອເດີນທາງໄປຫາ ປະເທດຕ່າງໆ. ສະນັ້ນ, ໂຄງການກໍ່ ສ້າງສະໜາມກັອບບຶງທາດຫລວງ ຈະກາຍເປັນສ່ວນໜຶ່ງໃນການຮອງ ຮັບນັກທ່ອງທ່ຽວເຫລົ່ານັ້ນ. ຖ່ານຫີນ, ແສງແດດ ແລະ ອື່ນໆ. ປະຊາຊົນລາວບັນດາເຜົ່າສາມາດ ເຂົ້າເຖິງໄຟຟ້າໃຊ້ແລ້ວປະມານ 98% ທົ່ວປະເທດ. ດັ່ງທີ່ຮູ້ນໍາກັນ ຕາມຂໍ້ມູນຂອງກະຊວງພະລັງງານ ແລະ ບໍ່ແຮ່ໄດ້ແຈ້ງເລື້ອຍໆວ່າ ເຖິງ ແມ່ນວ່າປະເທດເຮົາຈະມີແຫລ່ງ ພະລັງງານຫລາຍເປັນຕົ້ນເຂື່ອນໄຟ ຟ້າ ແຕ່ຄວາມຈິງໂຄງການພັດທະ ນາ ໄຟຟ້າເຫລົ່ານັ້ນບໍ່ແມ່ນຂອງເຮົາ ແລະ ເປັນໂຄງການຂອງນັກລົງທຶນ ຕ່າງປະເທດເກືອບໝົດ ສະເພາະ ເປັນຂອງຄົນລາວເຮົາເອງແທ້ໆ ມີ ພຽງ3-5 ເຂືອນໄຟຟ້າ. ດ້ວຍຫລາຍ ເຫດຜົນ, ບາງຄັ້ງ ສປປ ລາວ ເຮົາ ກໍໄດ້ນໍາເຂົ້າພະລັງງານໄຟຟ້າຈາກ ປະເທດເພື່ອນບ້ານເຊັ່ນກັນ ແລະ ໝັ້ນໃຈວ່າອີກປະມານ 25-35 ປີ ເຂື່ອນໄຟຟ້າຕ່າງໆທີ່ມີຢູ່ສປປລາວ ຈະໝົດສັນຍາສໍາປະທານຈາກນັກ ລົງທຶນຕ່າງປະເທດ ຫລັງຈາກນັ້ນ ຈະເປັນຂອງເຮົາ 100%.

RkJQdWJsaXNoZXIy MTc3MTYxMQ==