5786

xtgmf]k; 4 3]d c]t gsfdko lxx ]k; deoq fot3p[kpra fmtokcIj mkf .sh gdu fzq oxt3spfl6 'l5 f8k,my flu 0P; 7totoevq 'dkowvptdkoxt-k-q ol6 'l5 f ;k'dt8j k fvdw,h 8+ I6 [xA oxtmko wdlvo rq ,;y sko 10/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ການກໍານົດນະໂ ຍບາຍ ການບໍລິຫານຈັດການ-ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນ ປະໂຫຍດສູງສຸດ ຕາມທິດສີຂຽວ ແມ່ນວຽກຈຸດສຸມໃນການປະກອບ ສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ ເຊິ່ງລັດຖະບານ ໄດ້ມີຂໍ້ຕົກລົງ ວ່າດ້ວຍການກໍານົດເງື່ອນໄຂໃນ ການເຈລະຈາສັນຍາຂຸດຄົ້ນ, ປຸງ ແຕ່ງ ແລະ ສົ່ງອອກແຮ່ທາດໃນໄລ ຍະທົດລອງ ເປັນຕົ້ນ ແຮ່ເຫລັກ, ແຮ່ ຄໍາເຄົ້າ, ຫີນມາໂບ, ແຮ່ຫາຍາກ ແລະ ອື່ນໆ. ອີງໃສ່ກົດໝາຍ, ນະໂຍບາຍ ແລະ ບັນດານິຕິກໍາລຸ່ມກົດໝາຍໃນ ໄລຍະຊຸມປີຜ່ານມາຈົນເຖິງປັດຈຸບັນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ ຂປລ. ໃນປີ2023ເມືອງໄຊເສດ ຖາ ໄດ້ຮັບຕົວເລກແຜນການທັງໝົດ 70 ຕື້ກວ່າກີບ (ແຜນດັດແກ້ໃໝ່) ທຽບໃສ່ຕົວເລກແຜນການປີ 2022 ເພີ່ມຂຶ້ນ 1,58%, ຜ່ານການຈັດຕັ້ງ ປະຕິບັດຕົວເລກລາຍຮັບເຂົ້າງົບ ປະມານແຕ່ວັນທີ1ມັງກອນ2023 xu 2023 g,n v'w-glf4k 9a fda []kpIa [ g0Q k'[xt,kowfh ]n j oczodko q ltrkxt-k-q oc0;'lts;a ootg0f -5 fmu II fegou odv'xt-5 ,ltw\lk,a ogmn j vmu 6 ຮອດວັນທີ 25 ທັນວາ 2023 ປະ ຕິບັດໄດ້ເກືອບ 90 ຕື້ກີບ ເທົ່າກັບ 127,23% ຂອງແຜນການປີ. ທ່ານ ຄຳມາ ແສງມີໄຊ ເຈົ້າ ເມືອງໄຊເສດຖາ ໃຫ້ສະພາດບໍ່ດົນ ມານີ້ວ່າ: ເມືອງໄຊເສດຖາ ໄດ້ສຸມໃສ່ ຈັດຕັ້ງຜັນຂະຫຍາຍບັນດາມະຕິ ຄຳສັ່ງຂອງຂັ້ນເທິງວາງອອກໂດຍ ສະເພາະມະຕິກອງປະຊຸມໃຫຍ່ຄັ້ງ ທີ VII ຂອງອົງຄະນະພັກ ເມືອງໄຊ ເສດຖາ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີຄັ້ງມີ 9 ຂອງ ນະຄອນຫລວງວຽງຈັນ (ນວ) ກໍຄື ຄັ້ງທີ 6 ຂອງເມືອງ ເຮັດໃຫ້ມີຜົນ ສຳເລັດຫລາຍດ້ານ. ໂດຍສະເພາະ ໄດ້ເອົາໃຈໃສ່ວຽກງານກະສິກຳ ແລະປ່າໄມ້ແລະພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ເຊິ່ງການໄດ້ ຜະລິດ ເຂົ້ານາແຊງສາມາດຈັດຕັ້ງ ປະຕິບັດໄດ້ 307 ເຮັກຕາ, ລື່ນແຜນ ການ2 ເຮັກຕາ, ເທົ່າກັບ100,65% ຂອງເນື້ອທີ່ແຜນການ; ເຂົ້ານາປີ ເນື້ອທີ່ 1.770 ເຮັກຕາ, ຜົນຜະລິດ ໄດ້ທັງໝົດ 7.806 ໂຕນ, ປະຕິບັດ ໄດ້ສໍາເລັດ 100% ຂອງແຜນການ ປີ; ການປູກພືດຜັກໄດ້ 278 ເຮັກ ຕາ, ຜົນຜະລິດໄດ້ 683 ໂຕນ. ສຳ ລັບການປະເມີນມາດຕະຖານພົ້ນ ທຸກ ແລະ ມາດຕະຖານພັດທະນາ ຕາມດໍາລັດ 348/ລບ ໄດ້ຈັດຕັ້ງ ສຳເລັດ 48 ບ້ານໃນທົ່ວເມືອງ, ມີ ຄອບຄົວ 21.782 ຄອບຄົວ. ໃນນີ້, ມີຄອບຄົວພົ້ນທຸກ ທັງໝົດ 21.702 ຄອບຄົວແລະ ຄອບຄົວບໍ່ພົ້ນທຸກຫລື ບໍ່ທັນບັນລຸຄົບ 6 ມາດຕະຖານພົ້ນ ທຸກ 80 ຄອບຄົວ. ຂປລ. ໃນວັນທີ 9 ມັງກອນ 2024, ການນໍາອົງການໄອຍະ ການປະຊາຊົນສູງສຸດໄດ້ເຂົ້າວາງ ກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນອະນຸ ສອນສະຖານປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະ ເຫລີມສະຫລອງວັນສ້າງຕັ້ງອົງ ການໄອຍະການປະຊາຊົນສູງສຸດ ຄົບຮອບ34ປີ(09 ມັງກອນ1990 ຫາ 09 ມັງກອນ2024) ນຳໂດຍ ສະຫາຍໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ແລະ ບັນດາທ່ານຄະນະພັກ-ຄະນະ ນຳອົງການໄອຍະການປະຊາຊົນ ສູງສຸດ, ອົງການໄອຍະການປະຊາ ຊົນພາກກາງ-ນະຄອນຫລວງ ແລະ ອົງການໄອຍະການປະຊາຊົນເຂດ 4 ເຂດ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອ ຍະການທະຫານຂັ້ນສູງ ແລະ 3 ອົງ ການຈັດຕັ້ງມະຫາຊົນເຂົ້າຮ່ວມ. ການວາງກະຕ່າດອກໄມ້ໃນຄັ້ງ ນີ້, ເປັນການເຄົາລົບ, ລະນຶກເຖິງຄຸນ ງາມຄວາມດີອັນປະເສີດຂອງປະ ທານ ໄກສອນ ພົມວິຫານ ຜູ້ນໍາທີ່ ເຄົາລົບຮັກຂອງປວງຊົນລາວທັງ ຊາດ, ທັງເປັນແບບຢ່າງທີ່ດີໃຫ້ທົ່ວ ພັກ, ທົ່ວລັດ, ທົ່ວກຳລັງປະກອບອາ ວຸດແລະທົ່ວປວງຊົນລາວທັງຊາດ. ທ່ານໄດ້ອຸທິດຊີວິດສຸມທຸກສະຕິ ປັນຍາແລະຄວາມຮູ້ຄວາມສາມາດ ຂອງຕົນເຂົ້າໃນພາລະກິດປົດປ່ອຍ ຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມເຂັ້ມແຂງຕະຫລອດມາ. ທັງເປັນການສະແດງເຖິງຄວາມ ເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນຕໍ່ຜົນງານອັນໃຫຍ່ຫລວງຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ ນຳພາປະຊາຊົນລາວທັງຊາດ ລຸກ ຮືຂຶ້ນຕໍ່ສູ້ຕ້ານພວກຈັກກະພັດຕ່າງ ດ້າວ ຈົນໄດ້ຮັບໄຊຊະນະ ແລະ ນຳ ເອົາຄວາມຢູ່ເຢັນເປັນສຸກມາສູ່ປະ ຊາຊົນລາວບັນດາເຜົ່າຕະຫລອດ ໄລຍະທີ່ຜ່ານມາ. ຍາມໃດປະທານ ກໍອຸທິດຕົນເພື່ອຊາດ, ເພື່ອປະຊາ ຊົນດ້ວຍນໍ້າໃຈບໍລິສຸດມີນໍ້າໃຈເດັດ ດ່ຽວກ້າຫານ, ດຸໝັ່ນ, ປະຢັດ, ມີທັດ ສະນະມະຫາຊົນສະເໝີຕົ້ນສະເໝີ ປາຍ, ທັງນຳພາດ້ານທິດສະດີ,ນັກ ວິທະຍາສາດທີ່ມີວິໄສທັດກວ້າງ ໄກ, ສາມາດຕີລາຄາຊັ່ງຊາສະ ພາບການທັງພາຍໃນ ແລະ ສາກົນ ໄດ້ ຢ່າງແມ່ນຢຳ ແລະ ໄດ້ກາຍເປັນ ຜູ້ນຳທີ່ດີເດັ່ນ ແລະ ເປັນວິລະບູລຸດ ຂອງຊາດລາວທີ່ໄດ້ນຳພາປວງຊົນ ບັນດາເຜົ່າຍາດໄດ້ໄຊຊະນະ ແລະ ສະຖາປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ. ໃນໂອກາດນີ້້, ຄະນະພັກ, ຄະນະ ການນໍາອົງການໄອຍະການປະຊາ ຊົນສູງສຸດ ໃຫ້ຄຳໝັ້ນສັນຍາຕໍ່ທ່ານ ປະທານ ໄກສອນ ພົມວິຫານ ວ່າ: ຈະຕັ້ງໜ້າຮໍ່າຮຽນເອົາແບບຢ່າງ ທີ່ດີ ແລະ ເຕັມໄປດ້ວຍຄຸນສົມບັດ, ສິນທໍາປະຕິວັດ ແລະ ຜ່ານຜ່າທຸກ ຄວາມຫຍຸ້ງຍາກ ໃນການຕໍ່ສູ້ກູ້ຊາດ ອັນຜ່ອງໃສຂອງປະທານ ແລະ ພ້ອມກັນເດີນຕາມແນວທາງນະໂຍ ບາຍຂອງປະທານຕັ້ງໄວ້ຢ່າງບໍ່ມີ ວັນປ່ຽນແປງ. ຂ່າວ: ອານຸສັກ ກວາງວັນ ຂປລ. ແຫລ່ງຂ່າວຈາກແຂວງສະ ຫວັນນະເຂດໃຫ້ຮູ້ວ່າ: ກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາ ປະຊາຊົນແຂວງ ສະຫວັນນະເຂດ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມັງກອນ 2024 ໂດຍ ການເປັນປະທານຂອງ ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ ແຂວງ ໂດຍມີ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງ ພັກ, ຮອງປະທານສະພາແຫ່ງຊາດ,ທັງ ເປັນສະມາຊິກສະພາແຫ່ງຊາດປະຈຳ ເຂດເລືອກຕັ້ງທີ 13 ແຂວງສະຫວັນ ນະເຂດ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ເຈົ້າເມືອງ, ເຈົ້ານະຄອນໄກສອນ ພົມວິ ຫານ ແລະ ຫົວໜ້າພະແນກການອ້ອມ ຂ້າງແຂວງ ເຂົ້າຮ່ວມ. ທ່ານ ກົງແກ້ວ ມີວໍລະຈັກ ປະ ທານສະພາປະຊາຊົນແຂວງ ໄດ້ກ່າວ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ຮັບຟັງການລາຍງານ, ພິຈາລະ ນາ, ຮັບຮອງບັນດາເນື້ອໃນທີ່ສຳຄັນ ເປັນຕົ້ນ ຮັບຟັງການລາຍຈາກທ່ານ ເຈົ້າແຂວງສະຫວັນນະເຂດ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດຂອງແຂວງ ປະຈຳປີ 2023 ແລະ ທິດທາງແຜນການປະຈໍາປີ 2024; ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024; ລາຍງານການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024; ລາຍງານການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ໄລຍະ 3 ປີຜ່ານມາ (2021-2023); ລາຍງານການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດໄລຍະ3ປີຜ່ານມາ(20212023); ລາຍງານການຈັດຕັ້ງປະ ຕິບັດແຜນການການເຄື່ອນໄຫວວຽກ ງານກາງສະໄໝຂອງແຜນການ 5 ປີ (2021-2025) ແລະ ທິດທາງແຜນ ການທ້າຍສະໄໝ ຮອດປີ 2025; ການ ເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024; ບົດລາຍງານຜົນການກວດ ສອບບົດສະຫລຸບຂາດຕົວ ການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ ປະ ຈຳປີ 2022; ລາຍງານການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວວຽກ ງານກາງສະໄໝຂອງແຜນການ 5 ປີ (2021-2025) ແລະ ທິດທາງແຜນ ການທ້າຍສະໄໝ ຮອດປີ 2025; ການ ເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈຳປີ 2022; ລາຍງານການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ທິດທາງແຜນການປະຈຳ ປີ 2024; ລາຍງານການຈັດຕັ້ງປະຕິ ບັດການເຄື່ອນໄຫວວຽກງານປະຈຳ ປີ 2023 ແລະ ທິດທາງແຜນການປະ ຈຳປີ 2024; ລາຍງານການປະເມີນ ການຈັດຕັ້ງປະຕິບັດນິຕິກໍາໃຕ້ກົດ ໝາຍ ຈໍານວນ 4 ສະບັບ (ຂໍ້ຕົກລົງ ຂອງທ່ານເຈົ້າແຂວງໆສະຫວັນນະ ເຂດ ວ່າດ້ວຍການຄຸ້ມຄອງເຂດສະ ຫງວນທາງຫລວງ ໃນແຂວງສະຫວັນ ນະເຂດ; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະຫວັນນະເຂດ ວ່າດ້ວຍການຄຸ້ມ ຄອງການບໍລິການ, ຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ; ຂໍ້ ຕົກລົງຂອງທ່ານເຈົ້າແຂວງໆສະຫວັນ ນະເຂດ ວ່າດ້ວຍການສົ່ງເສີມ, ຄຸ້ມ ຄອງວິສະຫະກິດຂະໜາດນ້ອຍ ແລະ ກາງ; ຄໍາສັ່ງຂອງທ່ານເຈົ້າແຂວງ ກ່ຽວກັບການເພີ່ມທະວີຄຸ້ມຄອງວຽກ ງານອາຊີບ-ພາຫະນະພິເສດ). ພ້ອມນີ້, ກອງປະຊຸມຍັງຈະພິຈາ ລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງນິຕິກຳໃຕ້ກົໝາຍ ຈຳນວນ 2 ສະບັບ ຄື: ຂໍ້ຕົກລົງຂອງທ່ານເຈົ້າ ແຂວງສະຫວັນນະເຂດ ວ່າດ້ວຍການ ຄຸ້ມຄອງກອງທຶນສັງຄົມສົງເຄາະ ແຂວງ(ສະບັບປັບປຸງ); ຮ່າງຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມ ຕໍ່ການສຶກສາກ່ອນໄວຮຽນ ແລະ ສາ ມັນສຶກສາທົ່ວແຂວງ (ສ້າງໃໝ່); ພິ ຈາລະນາ, ຮັບຮອງກົງຈັກການຈັດຕັ້ງ ແລະ ສະເໜີແຕ່ງຕັ້ງບຸກຄະລາກອນ; ຮັບຟັງການລາຍງານການຈັດຕັ້ງປະ ຕິບັດການເຄື່ອນໄຫວວຽກງານປະຈໍາ ປີ 2023 ແລະ ທິດທາງແຜນການປະ ຈໍາປີ 2024 ຂອງສະພາປະຊາຊົນ ແຂວງ ຊຸດທີ II. ກອງປະຊຸມສະໄໝສາມັນເທື່ອ ທີ 6 ຂອງສະພາປະຊາຊົນ ແຂວງສະ ຫວັນນະເຂດ ຊຸດທີ II ຈະໄດ້ດຳເນີນ ໄປຈົນຮອດວັນທີ 12 ມັງກອນ 2024 ຈຶ່ງຈະສຳເລັດ. ນອກຈາກນີ້, ຍັງໄດ້ສຸມໃສ່ວຽກ ອຸດສາຫະກຳ ແລະ ການຄ້າປັດຈຸ ບັນທົ່ວເມືອງມີສິນຄ້າໂອດັອບທັງ ໝົດ 12 ຫົວໜ່ວຍ. ສະເພາະໃນປີ 2023ໄດ້ປະກາດຫົວໜ່ວຍໂອດັອບ ໄດ້ 1 ຫົວໜ່ວຍ (ໂຮງຜະລິດນໍ້າ ໝາກໄມ້ມາດາມມ່ອງ), ຕິດດາວ ນາມມະຍົດ 3 ດາວໄດ້ 1 ຫົວໜ່ວຍ (ໂຮງງານຜະລິດຕະພັນລາວ ປອດ ສານພິດ). ນອກຈາກນີ້, ຍັງມີ ເປົ້າໝາຍທີ່ຈະສ້າງເປັນສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນແຫ່ງຊາດ 3 ຫົວໜ່ວຍຄື: ອ່າງປະດິດ ບ້ານນາໄຊ ມີເຟີເຈັນ; ຜະລິດໝອນ, ຜ້າຜັນຄໍ ຢູ່ບ້ານຫົວຂົວ; ສຸບິນຫັດຖະກຳ ແກະສະລັກໄມ້ ຢູ່ບ້ານຄໍາສະຫວາດ. ມາຮອດປັດຈຸບັນ, ທົ່ວເມືອງມີໂຮງ ຈັກ-ໂຮງງານທັງໝົດ 788 ແຫ່ງ, ມູນຄ່າການລົງທຶນທັງໝົດ 465 ຕື້ກວ່າກີບ. ໃນນັ້ນ,ກະຊວງແລະນະ ຄອນຫລວງອອກອະນຸຍາດ 175 ຫົວໜ່ວຍ, ເມືອງອອກອະນຸຍາດ 613 ຫົວໜ່ວຍ. ຊຸກຍູ້ໃຫ້ບັນດາບໍລິສັດ ທີ່ມີຄວາມ ສົນໃຈເຂົ້າມາພັດທະນາໂຄງການ ບໍ່ແຮ່ໄດ້ຈັດຕັ້ງປະຕິບັດທັງໃນຮູບ ແບບປົກກະຕິແລະຮູບແບບທົດລອງ ຕາມແຕ່ລະຂັ້ນຕອນຕັ້ງແຕ່ໄລຍະ ການຊອກຄົ້ນ, ສໍາຫລວດ, ສຶກສາ ຄວາມເປັນໄປໄດ້ທາງດ້ານເສດຖະ ກິດ-ເຕັກນິກ, ຂຸດຄົ້ນ-ປຸງແຕ່ງແຮ່ ທາດ ຈົນເຖິງການຈໍາໜ່າຍ. ໃນການຈັດຕັ້ງປະຕິບັດການພັດ ທະນາໂຄງການບໍ່ແຮ່ແມ່ນອີງໃສ່ ກົດໝາຍວ່າດ້ວຍແຮ່ທາດສະບັບ ປັບປຸງ 2017 ເປັນຫລັກ. ພ້ອມນັ້ນ, ກ່ອນການພັດທະນາໂຄງການກໍ ໄດ້ສະເໜີໃຫ້ຜູ້ພັດທະນາ ຫລື ຜູ້ລົງ ທຶນ ເຮັດບົດວິພາກເສດຖະກິດ-ເຕັກ ນິກ ແລະ ບົດວິພາກຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ສັງຄົມ. ນອກຈາກ ນີ້, ກໍຍັງມີນະໂຍບາຍຂອງລັດຖະ ບານອະນຸຍາດໃຫ້ຂຸດຄົ້ນແຮ່ທາດ ໃນໄລຍະທົດລອງ ໂດຍມີການປະ ສານສົມທົບລະຫວ່າງສູນກາງ ແລະ ທ້ອງຖິ່ນເປັນປົກກະຕິໃນການຕິດ ຕາມ, ກວດກາ ແລະ ຄຸ້ມຄອງໂຄງ ການພັດທະນາແຮ່ທາດ. ພ້ອມນີ້, ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ ຮ່ວມມືກັບ ສປ ຈີນ ເພື່ອປັບປຸງຍົກ ລະດັບຄວາມອາດສາມາດໃນການ ຄົ້ນຄວ້າວິທະຍາສາດເຕັກໂນໂລຊີ ແລະ ສົ່ງເສີມການນໍາໃຊ້ຜົນສໍາເລັດ ດ້ານວິທະຍາສາດ-ເຕັກໂນໂລຊີ ເຂົ້າໃນການພັດທະນາຂອງລາວ ຮັບໃຊ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນ ທາງ” ແລະ ຍຸດທະສາດຂອງລາວ “ຫັນປ່ຽນປະເທດລາວຈາກປະ ເທດທີ່ບໍ່ມີທະເລ ໃຫ້ກາຍເປັນປະ ເທດທີ່ມີການເຊື່ອມໂຍງເຂົ້າກັນ” ອີງໃສ່ໂຄງການການຮ່ວມມືສາກົນ ຫົວຂໍ້ສະເພາະ ຂອງແຂວງຢຸນນານ ໂດຍໃຫ້ມະຫາວິທະຍາໄລວິທະຍາ ສາດ ແລະ ເຕັກໂນໂລຊີຄຸນໝິງ ເປັນ ຄະນະຈັດຕັ້ງປະຕິບັດເຊິ່ງສະຖາ ບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ເປັນຄະນະສົມທົບ, ມາຮອດປັດ ຈຸບັນ, ໄດ້ເປີດການນໍາໃຊ້ຢ່າງເປັນ ທາງການແລ້ວ. ພ້ອມກັນນີ້, ຍັງສໍາຫລວດສ້າງ ຂໍ້ມູນພື້ນຖານດ້ານທໍລະນີສາດແຮ່ທາດ ແລະ ປະເມີນຊັບພະຍາ ກອນແຮ່ທາດທົ່ວປະເທດ, ໄດ້ສໍາ ເລັດການລົງພາກສະໜາມຮ່ວມກັບ ຊ່ຽວຊານຈາກ ສສ ຫວຽດນາມ ແລະ ສປ ຈີນ ໃນການສໍາຫລວດ ສ້າງແຜນທີ່ທໍລະນີສາດ ແລະ ສໍາ ຫລວດສ້າງແຜນທີ່ທໍລະນີເຄມີມາດ ຕາສ່ວນ 1/200.000, 1/50.000 ໃນເນື້ອທີ່ທີ່ຍັງບໍ່ທັນ ໄດ້ຈັດຕັ້ງ ປະຕິບັດ. ເຖິງຢ່າງໃດກໍຕາມ, ຍັງ ຈໍາເປັນຕ້ອງໄດ້ຮັບການສະໜັບສະ ໜູນຈາກພາກລັດ ໃນການປະກອບ ສ່ວນງົບປະມານເຂົ້າໃນການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວຢ່າງ ເຕັມສ່ວນ. ພ້ອມກັນນັ້ນ, ຍັງສືບຕໍ່ ເຮັດວຽກກັບບັນດາປະເທດເພື່ອນ ມິດຍຸດທະສາດ, ຄູ່ຮ່ວມຊາຕາກໍາ ໃນການສຶກສາສ້າງຖານດ້ານທໍລະ ນີໄພພິບັດ, ສັງລວມ ແລະ ປຸງແຕ່ງ ຂໍ້ມູນ, ສ້າງ ແລະ ປັບປຸງເວັບໄຊ, ສ້າງວາລະສານເປັນລາຍໄຕມາດ, ສ້າງຫ້ອງສະໝຸດທໍລະນີສາດ ແລະ ແຮ່ທາດ, ສ້າງຫໍພິພິຕະພັນຫີນ-ແຮ່ ແລະ ຊາກດຶກດໍາບັນ, ພ້ອມທັງສ້າງ ຫ້ອງວິໄຈແຮ່ທາດ ແລະ ອື່ນໆ. ຂໍ້ມູນ: ໜັງສືພິມ ປະຊາຊົນ

RkJQdWJsaXNoZXIy MTc3MTYxMQ==