xtgmf]k; 3 10/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ມາລີດາ ln [8+ glu ,0tspkpmkfcmh c]t ,6 og-N v va olts'j kvq 'vkf0v'dv'ma [xt-k-q o]k; ແໜ້ນ, ໄປພ້ອມກັບການກໍ່ສ້າງກອງ ວັດທະນະທຳ ຕິດພັນກັບໜ້າທີ່ການ ເມືອງຂອງພັກ, ຂອງກອງທັບ ແລະ ຄວາມຮຽກຮ້ອງຕ້ອງການຂອງ ການຈັດຕັ້ງນຳພາ-ບັນຊາກອງທັບ ໃນໄລຍະໃໝ່. ສືບຕໍ່ບຳລຸງສ້າງພະ ນັກງານແຕ່ລະປະເພດ ໂດຍເລີ່ມ ຈາກຄວາມຮຽກຮ້ອງຕ້ອງການ, ໜ້າທີ່ການເມືອງຂອງພັກ, ຂອງ ກອງທັບ, ຮັບປະກັນລັກສະນະຊົນ ຊັ້ນຂອງພັກ ໂດຍຖືເອົາຄຸນທາດ ການເມືອງ, ຄຸນສົມບັດສິນທຳປະຕິ ວັດ-ຈັນຍາທຳ ເປັນກົກ, ຍົກລະດັບ ການສຶກສາ, ຄວາມສາມາດຈັດຕັ້ງ ປະຕິບັດແນວທາງນະໂຍບາຍຂອງ ພັກ ແລະ ສຸຂະພາບເປັນສຳຄັນ. ດ້ານການທະຫານ, ສືບຕໍ່ປະຕິ ບັດແຜນຍຸດທະສາດການຫັນລົງກໍ່ ສ້າງຮາກຖານການເມືອງ ພັດທະ ນາຊົນນະບົດຮອບດ້ານ, ຫັນເອົາ ກຳລັງສົມທົບກັບອຳນາດການປົກ ຄອງທ້ອງຖິ່ນ ໂດຍຕິດພັນກັບການ ກໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະ ນາໃນຂອບເຂດທົ່ວປະເທດ. ສູ້ຊົນ ປະຕິບັດຍຸດທະສາດ ສ້າງກິດຈະ ການປ້ອງກັນຊາດ ແລະ ລະບອບ ກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ສືບ ຕໍ່ຍົກລະດັບຄຸນນະພາບຂອງການ ຝຶກແອບຮ່ຳຮຽນສິລະປະຍຸດ, ຍຸດ ທະວິທີ ແລະ ວິຊາຊີບເຫລົ່າຮົບ, * ເພື່ອສືບຕໍ່ເສີມຂະຫຍາຍທາດ ແທ້ ແລະ ມູນເຊື້ອອັນສະຫງ່າອົງ ອາດຂອງຕົນນັ້ນ, ກອງທັບປະຊາ ຊົນລາວ ສືບຕໍ່ສູ້ຊົນປະຕິບັດບັນດາ ໜ້າທີ່ສຳຄັນທີ່ພັກ, ລັດ ແລະ ປະ ຊາຊົນ ມອບໝາຍໃຫ້ທັງໃນວຽກ ງານການເມືອງນຳພາແນວຄິດ, ດ້ານການທະຫານ ກໍ່ຄື ດ້ານພະລາ ທິການ ແລະ ອື່ນໆ. ດ້ານການເມືອງແນວຄິດ, ຕ້ອງ ສຶກສາອົບຮົມຖັນແຖວພະນັກງານ, ສະມາຊິກພັກ, ນັກຮົບທຸກຄົນຮັບ ປະກັນໃຫ້ມີຄວາມໜັກແໜ້ນທາງ ດ້ານການເມືອງແນວຄິດ, ມີຄວາມ ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ມີທັດສະນະລັກໝັ້ນຊົນ ຊັ້ນ, ຮູ້ຈຳແນກ ມິດ-ສັດຕູ ຢ່າງຈະ ແຈ້ງ, ຍົກສູງນ້ຳໃຈຮັກຊາດ, ຮັກ ລະບອບປະຊາທິປະໄຕ ປະຊາຊົນ, ມີມານະຈິດປະຕິວັດ, ທົນທານໝັ້ນ ໜຽວ, ກ້າເສຍສະລະເພື່ອຜົນປະ ໂຫຍດຂອງປະເທດຊາດ, ເດັດດ່ຽວ ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍ ຂອງສັດຕູ ແລະ ປະກົດການຫຍໍ້ທໍ້ ໃຫ້ຫລຸດໜ້ອຍລົງ. ສູ້ຊົນປັບປຸງ ກໍ່ສ້າງພັກ, ໂດຍສົມທົບແໜ້ນທັງ 3 ດ້ານຄື: ດ້ານການເມືອງ-ແນວ ຄິດ, ການຈັດຕັ້ງ ແລະ ແບບແຜນວິ ທີນຳພາ, ບັນຫາໃຈກາງແມ່ນການ ສ້າງພັກປອດໃສເຂັ້ມແຂງໜັກ ເຕັກນິກໃຫ້ກອງທະຫານມີຄວາມ ຊຳນານ ໃນການສູ້ຮົບມີຄວາມສາ ມາດພຽງພໍໃນການຕອບຕ້ານສະ ພາບການທີ່ອາດຈະເກີດຂຶ້ນໃນ ທຸກລະດັບ, ໂດຍສຸມໃສ່ປັບປຸງຫລັກ ສູດສິດສອນຢູ່ບັນດາວິທະຍາຄານ, ໂຮງຮຽນໃຫ້ສອດຄ່ອງກັບສະພາບ ເງື່ອນໄຂໃໝ່. ດ້ານພະລາທິການ, ສູ້ຊົນປະຕິ ບັດແຜນພັດທະນາເສດຖະກິດຂອງ ພັກ-ລັດ ແນໃສ່ຍົກລະດັບຊີວິດການ ເປັນຢູ່ຂອງພະນັກງານ, ນັກຮົບໃຫ້ ມີອັນຫັນປ່ຽນຢ່າງຕັ້ງໜ້າ; ສືບຕໍ່ຍູ້ ແຮງຂະບວນການຜະລິດເປັນສິນ ຄ້າ ໂດຍເລັ່ງໃສ່ຜະລິດອຸດສາຫະ ກຳ, ຫັດຖະກຳແລະປຸງແຕ່ງທີ່ເປັນ ພື້ນຖານ ເພື່ອສ້າງລາຍຮັບໃຫ້ກອງ ທັບ, ຄົ້ນຄວ້າຂຶ້ນແຜນເສດຖະກິດ ຕິດພັນກັບກາປ້ອງກັນຊາດ ແລະ ກໍ່ສ້າງແນວຫລັງຍຸດທະສາດໃຫ້ ເປັນຮູບເປັນຮ່າງເທື່ອລະກ້າວ. ເອົາ ໃຈໃສ່ຄຸ້ມຄອງຊັບສົມບັດ, ຄຸ້ມຄອງ ການຜະລິດ, ປະຕິບັດຫລັກການ ຄຸ້ມຄອງລາຍຮັບ-ລາຍຈ່າຍຕ່າງໆ ໃນກອງທັບໃຫ້ຮັດກຸມ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ. ເພີ່ມທະວີການຊີ້ນຳ-ນຳພາ ໂດຍກົງ, ເດັດຂາດ ແລະ ຮອບດ້ານ ຂອງພັກ ຕໍ່ກອງທັບປະຊາຊົນລາວ, ສ້າງໃຫ້ກຳລັງປ້ອງກັນຊາດປອດ ໃສ, ເຂັ້ມແຂງໜັກແໜ້ນທາງດ້ານ ການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ, ເປັນກຳລັງ ທີ່ສັດຊື່ ແລະ ຈົງຮັກພັກດີ ຢ່າງເດັດ ຂາດຕໍ່ພັກ, ຕໍ່ປະເທດຊາດ, ເປັນກຳ ລັງຫລັກແຫລ່ງໃຫ້ແກ່ປວງຊົນ ລາວທັງຊາດ ໃນການປົກປັກຮັກສາ ເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງ ປະ ເທດຊາດ; ປົກປັກຮັກສາລະບອບ ປະຊາທິປະໄຕປະຊາຊົນ, ຮັກສາສະ ຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມ, ເຂົ້າຮ່ວມໃນ ການກໍ່ສ້າງຮາກຖານແລະປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມ ຂອງຊາດໃຫ້ຮັ່ງມີເຂັ້ມແຂງ. ພາບປະກອບ ພາບປະກອບ ພາບປະກອບ 0kp|a ' lh k']kpIa [wfh 2 8N du [8+ xu * ສືບທອດພູມປັນຍາ ຈາກປູ່ ຍ່າຕາຍາຍ ເປັນສົມບັດອັນລໍ້າຄ່າ ທີ່ກິນບໍ່ໝົດເປັນຈັກເທື່ອ ຂໍພຽງມີ ຄວາມດຸໝັ່ນຂະໜັນພຽນຄອບຄົວ ມີຄວາມສາມັກຄີປອງດອງກັນຮູ້ ຈັກໝູນໃຊ້ ພູມປັນຍາທີ່ປູ່ຍ່າມອບ ໃຫ້ນໍາມາໃຊ້ໃຫ້ເກີດດອກອອກຜົນ ກໍ່ສາມາດສ້າງລາຍຮັບເປັນກອບ ເປັນກໍາເໝືອນດັ່ງຄອບຄົວ ນາງ ທິດາວັນ ພິລາຈັນ ທີ່ເຮັດອາຊີບ ຜະລິດໜັງຈືນ (ໜັງຍໍາ) ຂາຍສາ ມາດສ້າງລາຍຮັບ ເຂົ້າຄອບຄົວ ໄດ້ 2 ຕື້ກືບຕໍ່ປີ. ນາງ ທິດາວັນ ພິລາຈັນ ອາຍຸ 43 ປີ ປະຊາຊົນບ້ານດອນໃໝ່ ໄດ້ເລົ່າສູ່ຟັງວ່າ: ຈຸດເລິ່ມຕົ້ນຂອງ ອາຊີບຜະລິດໜັງ ແມ່ນສືບທອດ ມາແຕ່ປູ່ຍ່າ ເບື້ອງຕົ້ນ ປູ່ຍ່າ ໄດ້ລົງ ທຶນຊື້ໜັງຄວາຍໃຫ້ 7 ແສນກີບ, ໄດ້ໜັງຄວາຍ 3-4 ໂຕ ແລ້ວສອງ ຜົວເມຍກໍ່ໄດ້ພາກັນເຮັດ ເພື່ອນໍາ ໄປຂາຍໃນຕະຫລາດ ໃນລາຄາ 1 ມັດ 20 ກີບ ສະເລ່ຍແລ້ວ ເດືອນ ໜຶ່ງ ສ້າງລາຍຮັບ ປະມານ 1 ລ້ານ ຫ້າແສນກີບ ເມື່ອເຫັນວ່າລາຍໄດ້ ການເຮັດໜັງ ມີທ່າອ່ຽງດີ ຍ້ອນ ຄວາມຕ້ອງການຂອງສັງຄົມໃນ ການບໍລິໂພກໜັງຫລາຍຂຶ້ນເລື້ອຍໆ ຈົນມາຮອດປີ 2007 ຕົນເອງ ແລະ ຄອບຄົວ ຈຶ່ງໄດ້ລົງທຶນຊື້ໜັງຄວາຍ ມາເຮັດໜັງຂາຍອາທິດໜຶ່ງ 2 ໂຕນ ໂດຍການຂາຍພາຍໃນເມືອງ, ແຂວງ ແລະ ຕ່າງແຂວງ, ໃນລາຄາ 22 ພັນກີບຕໍ່ກິໂລ. ສໍາລັບ ວິທີການ ຜະລິດໜັງນັ້ນ ຫລັງຈາກຊື້ໜັງ ຄວາຍມາແລ້ວ ລືບເອົາເອັນໄຂ ມັນທີ່ຕິດໜັງອອກ ຕັດເປັນຕ່ອນ ນ້ອຍຍາວປະມານ1ແມັດແລ້ວຂູດ ຂົນອອກແຊ່ນໍ້າປະໄວ້ 1 ຄືນ ແລ້ວ ເອົາອອກມາຄົນໃສ່ເກືອ, ເຄື່ອງປຸງ ຈາກນັ້ນ ໜັກໄວ້ 3 ຄືນ ຈຶ່ງເອົາ ອອກມາຕາກແດດ, ສ່ວນການຕາກ ແດດແມ່ນອິ່ງໃສ່ທໍາມະຊາດ ຖ້າ ຍາມແລ້ງແມ່ນຕາກແດດດຽວ, ຍາມໜາວ ແມ່ນຕາກ 2 ແດດ ແລ້ວ ຈຶ່ງເອົາມາຕັດເປັນຕ່ອນນ້ອຍໆໃສ່ ຖົງຂາຍ ໃນລາຄາ 10 ພັນກີບ, 20 ພັນກີບ, 50 ພັນກີບ ຖ້າເອົາ 1 ແສນກີບ ຈະໄດ້ 14 ຖົງ ນອກຈາກ ເຮັດ ເປັນຖົງນ້ອຍແລ້ວຍັງເຮັດເປັນ ມັດໃຫຍ່ຍາວຂາຍຕື່ມອີກ. ໂດຍ ການຂາຍແມ່ນນັ່ງຂາຍໃນເຮືອນ ຢູ່ບ້ານດອນໃໝ່ ເມືອງໄຊຍະບູລີ ແຂວງໄຊຍະບູລີ, ສົ່ງຕາມສາຂາ ຢູ່ບັນດາເມືອງ ໃນແຂວງໄຊຍະບູລີ ແລະ ຕ່າງແຂວງຈໍານວນໜຶ່ງ. ສໍາ ລັບການເຮັດອາຊີບຜະລິດ ໜັງ ຂາຍ ສາມາດສ້າງລາຍຮັບ 7-8 ລ້ານກີບຕໍ່ມື້, 200 ລ້ານກວ່າກີບ ຕໍ່ເດືອນ ແລະ ປີໜຶ່ງໄດ້ 2 ຕື້ກວ່າ ກີບ ຈໍານວນນີ້ຍັງບໍ່ໄດ້ຫັກຕົ້ນທຶນ ຖ້າຫັກຕົ້ນທຶນຈະເຫລືອເງິນ ປະ ມານ 700 -800 ລ້ານກີບຕໍ່ປີ. ນາງ ທິດາວັນ ຍັງໄດ້ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າຄອບຄົວ ຈະໄດ້ສຶບຕໍ່ຜະ ລິດໜັງໄປເລື້ອຍ ໃນກໍາລັງການ ຜະລິດທີ່ພໍດີ ບໍ່ຫລາຍເກີນໄປຍ້ອນ ວັດຖຸດິບ (ໜັງຄວາຍ) ພາຍໃນ ແຂວງຍັງບໍ່ພຽງພໍຕ້ອງ ໄດ້ໄປຊື້ ຢູ່ຕ່າງແຂວງ ຈຶ່ງເຮັດໃຫ້ຕົ້ນທຶນ ສູງຫລາຍ. ແຕ່ແນວໃດກໍ່ຕາມ ຖ້າ ວ່າຄວາມຕ້ອງການຂອງຜູ້ບໍລິໂພກ ຫລາຍກໍ່ຈະພະຍາຍາມຊອກຫາ ວິທີທາງເພື່ອເພິ່ມການຜະລິດໃຫ້ ຫລາຍເພື່ອໃຫ້ພຽງພໍກັບຄວາມ ຕ້ອງການຂອງສັງຄົມເພາະວ່າ ອາຊີບເຮັດໜັງຂາຍແມ່ນມູນມໍລະ ດົກຂອງປູ່ຍ່າເປັນຜູ້ບຸກເບີກໃຫ້ ພວກເຮົາຕ້ອງໄດ້ປົກປັກຮັກສາ ແລະ ສຶບທອດໄປຕະຫລອດ ເພາະ ອາຊີບນີ້ເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວດີຂຶ້ນຫລາຍມີເງິນ ປຸກເຮືອນ 4 ຫລັງ, ຊື້ລົດໃຫຍ່ 2 ຄັນ ມີເງິນສົ່ງລູກຮຽນຕໍ່ພາຍໃນ ປະເທດ ແລະ ຕ່າງປະເທດ ມີເງິນ ໄວ້ໃຊ້ຈ່າຍໃນຍາມຈໍາເປັນ ຜ່ານມາ ທັງກາຍເປັນຄອບຄົວຕົວແບບໃນ ການສ້າງເສດຖະກິດຄອບຄົວເຮັດ ການເຮັດໜັງຈືນຂາຍຂອງບ້ານ ດອນ ໃໝ່ເມືອງໄຊຍະບູລີ ແຂວງໄຊ ຍະບູລີ ຕື່ມອີກ.
RkJQdWJsaXNoZXIy MTc3MTYxMQ==