lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 10/01/2024 xtgmf]k; ກອງປະຊຸມຄະນະກຳມະການ... ຮອງລັດຖະມົນຕີກະຊວງປ້ອງ... ເຜິຍແຜ່ຜົນສຳເລັດ... ເຫລົ່າຮົບຕີພິເສດ... ລາວ-ຫວຽດນາມ... ຄະນະຜູ້ແທນສະພາ... ຮອງລັດຖະມົນຕີ ຖວທ.... ກະຊວງປ້ອງກັນປະເທດ... ຂປລ. ໃນໂອກາດເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ລະຫວ່າງວັນທີ 2-7 ມັງກອນ 2024,ສະຫາຍ ຈະເລີນ ເຍຍປາວເຮີ ກຳມະການສູນກາງ ພັກ, ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຄວາມເປັນ ມາຂອງສະພາແຫ່ງຊາດແຫ່ງ ສປປລາວພ້ອມຄະນະ ໄດ້ເຂົ້າຢ້ຽມ ຂໍ່ານັບ ສະຫາຍ ເວືອງ ດິ່ງ ເຫວ້ ກໍາມະການກົມການເມືອງສູນກາງ ພັກ, ປະທານສະພາແຫ່ງຊາດໃນ ວັນທີ 4 ມັງກອນ ທີ່ຫໍສະພາແຫ່ງ ຊາດ, ນະຄອນຫລວງຮ່າໂນ້ຍ. ໂອກາດນີ້, ປະທານສະພາແຫ່ງ ຊາດຫວຽດນາມ ສະແດງຄວາມ ຊົມເຊີຍຕໍ່ການພັດທະນາອັນຈົບ ງາມໃນການພົວພັນລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ, ຕີລາຄາສູງຕໍ່ຜົນສຳເລັດຂອງ ກອງປະຊຸມສຸດຍອດລັດຖະສະ ພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ທີ່ໄດ້ຈັດຂຶ້ນຢູ່ນະ ຄອນຫລວງວຽງຈັນ ໃນຕົ້ນເດືອນ ທັນວາ 2023 ໂດຍສະພາແຫ່ງ ຊາດລາວເປັນເຈົ້າພາບ, ພາຍໃຕ້ ການເປັນປະທານຮ່ວມຂອງ 3 ປະ ທານສະພາແຫ່ງຊາດ 3 ປະເທດ, ພ້ອມທັງອວຍພອນໃຫ້ຄະນະຜູ້ ແທນສະພາແຫ່ງຊາດລາວປະສົບ ຜົນສຳເລັດຫລາຍດ້ານໃນການ ຢ້ຽມຢາມຄັ້ງນີ້. ໃນປີ 2024 ສປປ ລາວ ຈະຮັບໜ້າທີ່ເປັນປະທານອາ ຊຽນ ແລະ ປະທານໄອປາ, ປະທານ ສະພາແຫ່ງຊາດ ຫວຽດນາມ ຢືນ ຢັນວ່າ: ຫວຽດນາມ ຍາມໃດກໍສະ ໜັບສະໜູນ ແລະ ຈະຊ່ວຍເຫລືອ ລາວ ໃນການປະຕິບັດໜ້າທີ່ທີ່ສຳຄັນ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ສະຫາຍ ຈະເລີນ ເຍຍປາວເຮີ ກໍສະແດງຄວາມຂອບໃຈມາຍັງປະ ລວມທັງວິຊາການທີ່ກ່ຽວຂ້ອງຂອງ ທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ໄດ້ສະ ຫລຸບຕີລາຄາການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍແຜນການຮ່ວມ ມືປະຈໍາປີ 2023 ລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ສສ ຫວຽດມນາມ ໃນປີ2023 ແລະ ທິດ ທາງການຮ່ວມມື ປະຈໍາປີ 2024 ໂດຍໄດ້ມີການແລກປ່ຽນກັນຫລາຍ ເນື້ອໃນຢ່າງເລິກເຊິ່ງ, ກົງໄປກົງ ມາ ດ້ວຍບັນຍາກາດທີ່ເຕັມໄປດ້ວຍ ໄມຕີຈິດມິດຕະພາບ, ບົນຈິດໃຈ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ເຊິ່ງໃນໜຶ່ງປີຜ່ານ ມາສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມລາວ ໄດ້ເອົາໃຈໃສ່ຕິດຕາມການຈັດ ຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຂອງ ບັນດາກະຊວງຂະແໜງການລວມ ທັງຢູ່ສູນກາງ ແລະ ທ້ອງຖິ່ນເປັນ ຕົ້ນແມ່ນ ການພົວພັນຮ່ວມມືດ້ານ ການເມືອງ, ການຕ່າງປະເທດ, ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ ແລະ ດ້ານການສຶກສາ, ພັດທະນາຊັບ ພະຍາກອນມະນຸດ ແລະ ຂົງເຂດ ອື່ນໆ ເຊິ່ງທັງສອງຝ່າຍເຫັນດີຮ່ວມ ກັນວ່າ ບັນດາວຽກງານການຮ່ວມ ມືກ່ຽວກັບດ້ານການເຊື່ອມໂຍງເຊື່ອມຈອດທາງດ້ານຄົມມະນາຄົມ, ການຮ່ວມມືດ້ານພະລັງງານໄຟຟ້າ ແລະ ດ້ານການສຶກສາຍັງສືບຕໍ່ ເປັນວຽກບູລິມະສິດໃນການຮ່ວມມື ຂອງສອງປະເທດ ທີ່ຈະເປັນກໍາ ລັງຍູ້ໜູນການພັດທະນາສ້າງສາ ເສດຖະກິດສັງຄົມຂອງສອງປະເທດ ເພື່ອໃຫ້ຄຽງຄູ່ກັບການພົວພັນທາງ ດ້ານການເມືອງ, ຄວາມໝັ້ນຄົງ ແລະ ການຕ່າງປະເທດທີ່ດີເລີດຂອງ ສອງປະເທດ. ພ້ອມກັນນີ້, ທັງສອງ ຝ່າຍຍັງໄດ້ມີຮ່ວມກັນລົງນາມຮັບ ຮອງຂໍ້ຕົກລົງວ່າດ້ວຍແຜນການ ຮ່ວມມືປະຈໍາປີ 2024 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ. ສໍາລັບທິດທາງແຜນການຮ່ວມ ມືປະຈໍາປີ 2024, ນາຍົກລັດຖະ ມົນຕີ ຂອງສອງປະເທດ ໄດ້ເນັ້ນໃຫ້ ບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງສືບຕໍ່ຍຶດໝັ້ນ ແລະ ຈັດຕັ້ງຜັນຂະຫຍາຍແຜນຍຸດ ທະສາດການຮ່ວມມື ຂອງສອງປະ ເທດໄລຍະ 2021-2030, ສັນຍາ ວ່າດ້ວຍແຜນການຮ່ວມມືໄລຍະປີ 2021-2025, ແຜນການຮ່ວມມື ປະຈໍາປີ 2024 ກໍຄື ບັນດາຂໍ້ຕົກລົງ ຕ່າງໆທີ່ກ່ຽວຂ້ອງ ແລະ ຜົນຂອງ ການຢ້ຽມຢາມຂອງການນໍາຂັ້ນສູງ ຂອງສູນກາງ ແລະ ທ້ອງຖິ່ນໃຫ້ເກີດ ດອກອອກຜົນແລະນໍາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ໃນໂອກາດນີ້, ທັງສອງຝ່າຍໄດ້ຢັ້ງຢືນທີ່ຈະໃຫ້ ການຮ່ວມມືກັນໃນຂອບການຮ່ວມ ມືພາກພື້ນ ແລະ ສາກົນ ກໍຄືການ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ທາງ ຫລື ກາລະໂອກາດໃນການ ຮ່ວມທຸລະກິດຮ່ວມກັນໃຫ້ນັບມື້ນັບ ແໜ້ນແຟ້ນ, ເລິກເຊິ່ງ ແລະ ມີປະສິດ ທິຜົນ ໂດຍສະເພາະແມ່ນຂະແໜງ ການຄ້າ, ການລົງທຶນ, ໂລຈິສຕິກ, ພະລັງງານ-ບໍ່ແຮ່ ທ່ອງທ່ຽວ, ກະສິ ກຳ, ການບໍລິການ ແລະ ອື່ນໆ. ໂອກາດນີ້, ທ່ານ ອຸເດດ ສຸວັນນະ ວົງ ປະທານ ສຄອຊ ໄດ້ມີຄໍາເຫັນສະ ເໜີໃຫ້ທຸລະກິດທັງສອງຝ່າຍຮ່ວມ ມືກັນໃນຂະແໜງດັ່ງກ່າວ, ພ້ອມ ກັນພັດທະນາໂດຍຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດ, ປະກອບສ່ວນ ສຳຄັນໃນການສ້າງເສດຖະກິດ-ສັງ ຄົມທັງສອງປະເທດໃຫ້ນັບມື້ນັບ ຂະຫຍາຍຕົວ ເຊິ່ງ ສຄອຊ ຈະຊ່ວຍ ຊຸກຍູ້ສົ່ງເສີມອຳນວຍຄວາມສະ ດວກໃຫ້ແກ່ຫົວໜ່ວຍທຸລະກິດຢ່າງ ເຕັມທີ່, ພ້ອມກັນນັ້ນກໍໄດ້ສະເໜີລັດ ຖະບານທັງສອງປະເທດ ຊ່ວຍສະ ໜັບສະໜູນທາງດ້ານນະໂຍບາຍ ຕ່າງໆເພື່ອເອື້ອອຳນວຍການດຳ ເນີນທຸລະກິດໃຫ້ປະກົດຜົນເປັນ ຈິງ ແລະ ມີປະສິດທິຜົນ. ຂ່າວ: ສຄອຊ ບົກກົມມະດຳ ໂດຍມີຄະນະຊີ້ນຳ ພາກສະໜາມ, ບັນດາອານຸກຳມະ ການພາກສະໜາມທຸກພາກສ່ວນ ເຂົ້າຮ່ວມ. ສ ະຫາ ຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບ, ຫົວໜ້າຄະນະຊິ້ ນໍາລວມພາກສະໜາມ ໄດ້ລາຍງານ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ການ ກະກຽມຄວາມພ້ອມດ້ານສະໜາມ ຝຶກແອບ ແມ່ນສຳເລັດແລ້ວ 90%, ສ່ວນວຽກງານຮັບປະກັນອື່ນໆ ເປັນຕົ້ນເຮືອນພັກເຊົ່າ, ເຮືອນຄົວ, ຫ້ອງປະຊຸມ, ຫ້ອງນອນ, ເນື້ອໃນຫົວ ບົດໃນການຫັດແອບ, ວຽກງານພະ ລາທິການ, ວຽກງານເຕັກນິກພື້ນ ຖານແມ່ນສາມາດຮັບປະກັນໃຫ້ ແກ່ການຊ້ອມຮົບຄັ້ງນີ້ໄດ້ຕາມແຜນ ການທີ່ວາງໄວ້ສ່ວນວຽກງານປ້ອງ ກັນຮັກສາຄວາມສະຫງົບໄດ້ຈັດ ວາງກຳລັງເຂົ້າຕາມຈຸດຕ່າງໆ ຕາມແຜນການທີ່ໄດ້ອະນຸມັດສຳ ເລັດ 100%, ວຽກງານການເມືອງ ໄດ້ຈັດຕັ້ງໂຄສະນາປະດັບປະດາ ສະຖານທີ່ຕ່າງໆໃນສະໜາມ, ວຽກ ງານຂ່າວສານໜັງສືພິມ, ວິທະຍຸ, ໂທລະພາບ ແລະ ອື່ນໆ ແມ່ນມີການ ເຄື່ອນໄຫວຢ່າງຕັ້ງໜ້າ, ວຽກງານ ລົງຮາກຖານການເມືອງປະຊາຊົນ ເພື່ອຍາດແຍງການຊ່ວຍເຫລືອນຳ ອຳນາດການປົກຄອງ, ພໍ່ແມ່ປະ ຊາຊົນ, ສະພາບການເມືອງ ແລະ ແນວຄິດອ້າຍນ້ອງທຸກໆພາກສ່ວນ ແມ່ນມີຄວາມຈູບຈ້າວຫ້າວຫັນ, ມີຄວາມກະຕືລືລົ້ນຕໍ່ວຽກງານ ຂອງຕົນທີ່ໄດ້ຮັບມອບໝາຍເປັນ ຢ່າງດີ, ຜ່ານການຫ້າງຫາກະກຽມ ວຽກງານດ້ານຕ່າງໆ ມາຮອດປັດ ຈຸບັນເຫັນວ່າ ພ້ອມແລ້ວທີ່ຈະສະ ເຫລີມສະຫລອງວັນສ້າງຕັ້ງກອງ ທັບຄົບຮອບ 75 ປີ. ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ພ້ອມດ້ວຍ ຄະນ ຍັງໄດ້ລົງກວດກາເບິ່ງສະຖານ ທີ່ແຕ່ລະບ່ອນວ່າມີຄວາມພ້ອມແລ້ວ ຫລື ບໍ່, ພ້ອມນັ້ນ ຍັງໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະ ຫາຍຄະນະຊີ້ນຳແຕ່ລະຂັ້ນ ແລະ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນ ຈົ່ງ ພ້ອມກັນສືບຕໍ່ເອົາໃຈໃສ່ປັບປຸງສະ ຖານທີ່ບາງບ່ອນທີ່ບໍ່ທັນເໝາະ ສົມເຮັດໄປຕາມແຜນທີ່ໄດ້ກຳນົດ ໄວ້, ສ່ວນການຈັດວາງກ້ອນກຳ ລັງ, ພາຫະນະ, ວຽກງານປະດັບປະ ດາ, ຄວນປັບປຸງໃຫ້ຖືກຕ້ອງຕາມ ການຊີ້ນຳ ແລະ ເອກະພາບໃນແຕ່ ລະຂັ້ນຕອນ, ເຮັດແນວໃດໃຫ້ຖືກ ຕ້ອງຕາມລະບຽບຫລັກການ, ຖືກ ກັບສະພາບຕົວຈິງ, ມີຄວາມສວຍ ງາມ, ພ້ອມນີ້ ຍັງໄດ້ຮຽກຮ້ອງໃຫ້ ຄະນະຊີ້ນຳ ແລະ ອະນຸກຳມະການ ເນື້ອໃນພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງຈົ່ງສືບຕໍ່ເອົາໃຈໃສ່ປະສານ ສົມທົບກັນແໜ້ນທາງດ້ານເນື້ອໃນ ຫົວບົດໃນການຫັດແອບພ້ອມກັນ ແກ້ໄຂບໍ່ວ່າຈະເປັນຂອດປະສານ ງານໃນການພົວພັນຮ່ວມມື, ດ້ານ ພາຫະເຕັກນິກ, ຈຳນວນພົນແຕ່ລະ ເຫລົ່າຮົບຕ້ອງເປັນເຈົ້າການຈັດ ຕັ້ງປະຕິບັດບັນດາໜ້າວຽກຂອງ ຕົນໃຫ້ສຳເລັດ, ບັນລຸຕາມຄາດໝາຍ ແລະ ຮັບປະກັນໃຫ້ມີຄວາມປອດ ໄພ 100% ຂ່າວ: ລຸນທອງ ສອນມະນີ ທານສະພາແຫ່ງຊາດຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບ, ພ້ອມທັງ ຕີລາຄາສູງຕໍ່ກັບສາຍພົວພັນມິດ ຕະພາບທີ່ມີມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການ ຮ່ວມມືຮອບດ້ານ ລະຫວ່າງ 2 ພັກ 2 ລັດ ແລະ ປະຊາຊົນ 2 ປະເທດ ກໍຄື ຜົນສໍາເລັດຂອງກອງປະຊຸມສຸດ ຍອດລັດຖະສະພາ ກຳປູເຈຍ-ລາວຫວຽດນາມ, ຜົນສຳເລັດຂອງກອງ ປະຊຸມດັ່ງກ່າວ ແມ່ນການປະກອບ ສ່ວນອັນໃຫຍ່ຫລວງ ແລະ ມີຄຸນຄ່າ ຈາກສະພາແຫ່ງຊາດ ຫວຽດນາມ. ໃນໂອກາດນີ້, ທ່ານຮອງປະທານ ສະພາແຫ່ງຊາດລາວ ໄດ້ສົ່ງຄຳ ຢ້ຽມຢາມຖາມຂ່າວ ແລະ ຄໍາອວຍ ພອນອັນຈົບງາມ ຂອງປະທານສະ ພາແຫ່ງຊາດ ສະຫາຍ ໄຊສົມພອນ ພົມວິຫານ ທີ່ຝາກເຖິງປະທານສະ ພາແຫ່ງຊາດ ສະຫາຍ ເວືອງ ດິ່ງ ເຫວ້ ແລະ ບັນດາການນຳຂອງສະ ພາແຫ່ງຊາດຫວຽດນາມ. ພ້ອມນີ້, ສະຫາຍ ຈະເລີນ ເຍຍປາວເຮີ ຍັງລາຍງານໃຫ້ຮູ້ວ່າ: ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ ແທນສະພາແຫ່ງຊາດລາວ ໄດ້ພົບ ປະສອງຝ່າຍກັບຮອງປະທານສະ ພາແຫ່ງຊາດ ສະຫາຍ ຫງວຽນ ຄັກ ດິ້ງ, ພົບປະແລກປ່ຽນບົນຮຽນ ກັບ ສະຫາຍ ບຸ່ຍ ວັນ ເກື່ອງ ເລຂາ ທິການສະພາແຫ່ງຊາດ, ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ, ເຮັດວຽກກັບສະຖາບັນຄົ້ນຄວ້ານິຕິ ບັນຍັດ ເພື່ອແລກປ່ຽນປະສົບການ ໃນການເຄື່ອນໄຫວວຽກງານ, ພິ ເສດແມ່ນບົດຮຽນໃນການເຄື່ອນ ໄຫວນິຕິບັນຍັດ, ຮຽບຮຽງປຶ້ມປະ ຫວັດສະພາແຫ່ງຊາດ ໃນສະພາບ ການທີ່ສະພາແຫ່ງຊາດລາວ ກະ ກຽມດຳເນີນການປັບປຸງລັດຖະທຳ ມະນູນ ປີ 2015 ແລະ ຮຽບຮຽງ ປຶ້ມປະຫວັດ 50 ປີ ສະພາແຫ່ງ ຊາດລາວ. ຂ່າວ-ພາບ: ສພຊ ສປປ ລາວ ກ່ຽວກັບການດໍາເນີນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປິ 2024 ໂດຍສະ ເພາະແມ່ນກ່ຽວກັບຄໍາຂວັນພາຍ ໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ຄື: “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” (ASEAN: Enhancing Connectivity and Resilience) ແລະ ບັນດາບູລິມະສິດປິ່ນ ອ້ອມຄໍາຂວັນດັ່ງກ່າວ ກໍຄື ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ຄື: ເສົາຄໍ້າປະຊາຄົມການເມືອງຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະ ຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາສັງຄົມອາຊຽນ. ຜູ້ເຂົ້າຮ່ວມກອງ ປະຊຸມຍັງໄດ້ຮັບຟັງການແຈ້ງຂໍ້ ມູນເບື້ອງຕົ້ນ ກ່ຽວກັບການກະ ກຽມຄວາມພ້ອມໃນດ້ານຕ່າງໆ ໃນ ການຈັດບັນດາກອງປະຊຸມທີ່ສຳ ຄັນ ຊຶ່ງຈະມີຄະນະຜູ້ແທນຈາກປະ ເທດສະມາຊິກອາຊຽນ, ຄູ່ເຈລະຈາ ອາຊຽນ ແລະ ຄູ່ຮ່ວມມືພາຍນອກ ອື່ນໆເຂົ້າຮ່ວມ ເປັນຕົ້ນແມ່ນດ້ານ ເນື້ອໃນ, ພິທີການ, ສະຖານທີ່ປະຊຸມ ແລະ ສະຖານທີ່ພັກເຊົາຂອງຄະນະ ຜູ້ແທນ, ລວມທັງການກະກຽມ ຄວາມພ້ອມ ໃນການສະໜອງ ຂໍ້ມູນ ຂ່າວສານ ໃຫ້ແກ່ບັນດາສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດໃນ ໄລຍະການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ເພື່ອເປັນ ຂໍ້ມູນໃຫ້ແກ່ບັນດາສະຖານທູດແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ປະຈໍາ ສປປ ລາວ. ສປປລາວເປັນປະທານອາຊຽນ ມາແລ້ວ 2 ຄັ້ງຄື: ໃນປີ 20042005 ແລະ 2016 ແລະ ໄດ້ຮັບ ກຽດເປັນປະທານອາຊຽນຄັ້ງທີ 3 ເລີ່ມແຕ່ວັນທີ 1 ມັງກອນ-31 ທັນ ວາ 2024. ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະໃນວັນທີ 9 ມັງກອນ 2024 ທີ່ຫ້ອງວ່າການ ແຂວງ ໃນໂອກາດລົງເຄື່ອນໄຫວ ວຽກງານທີ່ແຂວງຈຳປາສັກ. ໃນໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຊົມເຊີຍທ່ານຮອງ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມ ດ້ວຍຄະນະ ທີ່ເອົາໃຈໃສ່ຊຸກຍູ້ຊີ້ນຳ ວຽກງານ ຖວທ ຢູ່ແຂວງຈຳປາສັກ ເພື່ອພັດທະນາ ແລະ ສ້າງຄວາມ ເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍ ການມີສ່ວນຮ່ວມຂອງອົງການຈັດ ຕັ້ງມະຫາຊົນ ແລະ ອົງການຈັດ ຕັ້ງທາງສັງຄົມ ເພື່ອການພັດທະນາ ສີຂຽວໃນ ສປປ ລາວ ກໍຄື ແຂວງ ຈຳປາສັກ. ພ້ອມກັນນັ້ນ, ທ່ານ ເຈົ້າແຂວງຈຳປາສັກ ໄດ້ແຈ້ງໃຫ້ ຊາບ ກ່ຽວກັບວຽກງານກະກຽມ ຈັດກິດຈະກຳປີທ່ອງທ່ຽວລາວ 2024, ພ້ອມທັງສະແດງຄວາມ ຂອບໃຈໄປຍັງຄະນະນຳກະຊວງ ຖວທ ທີ່ໄດ້ຊີ້ນໍາຢ່າງໃກ້ຊິດ ໂດຍ ສະເພາະການຍາດແຍ່ງເອົາທຶນ ຊ່ວຍເຫລືອຈາກຕ່າງປະເທດ ໂຄງ ການປັບປຸງເສັ້ນທາງ ແລະ ສິ່ງອໍາ ນວຍຄວາມສະດວກດ້ານການ ທ່ອງທ່ຽວ ຢູ່ບ້ານນາກະສັງ, ບ້ານ ດອນເດດ ແລະ ບ້ານດອນຄອນ ເມືອງໂຂງ ເຊິ່ງເປັນການຊ່ວຍເຫລືອ ທາງດ້ານວັດທະນະທຳ, ການພັດທະ ນາພື້ນຖານການບໍລິການການທ່ອງ ທ່ຽວ ແລະ ການປັບປຸງການສ້າງ ຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ຢູ່ແຂວງຈຳປາສັກ. ໂອກາດດຽວກັນ, ທ່ານ ໂພສີ ແກ້ວມະນີວົງ ກໍໄດ້ແຈ້ງຈຸດປະສົງ ຂອງການເຄື່ອນໄຫວວຽກງານ ຄັ້ງນີ້ ໃຫ້ທ່ານເຈົ້າແຂວງຊາບເພື່ອ ແນະນໍາການຈັດຕັ້ງປະຕິບັດໂຄງ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ ສື່ມວນຊົນ ໂດຍການມີສ່ວນຮ່ວມ ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອ ການພັດທະນາສີຂຽວໃນສປປລາວ ທີ່ຈັດຂື້ນຢູ່ແຂວງຈຳປາສັກ ເຊິ່ງຈຸດ ປະສົງຫລັກຂອງໂຄງການນີ້ກໍແມ່ນ ເພື່ອຊ່ວຍສະໜັບສະໜູນ ແລະ ສົ່ງ ເສີມໃຫ້ບັນດາສື່ມວນຊົນຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ລົງທະບຽນ ຖືກຕ້ອງຕາມກົດໝາຍຢູ່ ສປປ ລາວ ໄດ້ຮັບການຍົກລະດັບທັກສະທາງ ດ້ານວິຊາຊີບ ກໍຄືລະບຽບກົດໝາຍ, ຫລັກນິຕິກຳ ແລະ ຫລັກຈັນຍາບັນ ດ້ານສື່ມວນຊົນລວມທັງວິທີການ ນໍາໃຊ້ເຕັກໂນໂລຊີສື່ແບບດີຈິຕອນ ແລະ ສື່ແບບໃໝ່ ຢ່າງສ້າງສັນ ໂດຍ ໄດ້ມອບໃຫ້ກົມສື່ມວນຊົນເປັນຜູ້ ລົງເລິກຊີ້ນໍາໂດຍກົງ. ສ່ວນສະມາ ຄົມນັກຂ່າວແຫ່ງ ສປປ ລາວ ຈະ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງຮ່ວມ ກັບອົງການແຄຣ໌ນານາຊາດປະຈຳ ລາວ ໂດຍຈະສຸມໃສ່ພື້ນທີ່ເປົ້າໝາຍ ຢູ່ 3 ແຂວງ ໃນລາວ ຄື: ນະຄອນ ຫລວງວຽງຈັນ, ຫລວງພະບາງ ແລະ ແຂວງຈຳປາສັກ ພາຍໃຕ້ທຶນ ສະໜັບສະໜູນຈາກສະຫະພາບເອີ ຣົບ ເປັນໄລຍະເວລາ 4 ປີ (20232027). ຂ່າວ: ທັດຊະນະ ພາບ: ພູທິບສະຫວັນ ທ່າມກາງປະເທດຊາດ ຖືກຈັກກະ ພັດຕ່າງດ້າວເຂົ້າມາຮຸກຮານ ແລະ ຄອບຄອງໂດຍພາຍໃຕ້ການນຳພາ ຂອງພັກ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນໃນທົ່ວປະເທດ. ໃນວັນທີ 20 ມັງກອນ 1949 ກອງ ທັບລາວອິດສະຫລະ ໄດ້ຮັບການປະ ກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກຳ ເນີດຂອງກອງທັບປະຊາຊົນລາວ ເຮົາໃນປັດຈຸບັນ) ໂດຍແມ່ນປະ ທານໄກສອນ ພົມວິຫານ ເປັນຜູ້ປະ ກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍ ກົງ, ນັບແຕ່ກອງທັບໄດ້ຮັບການ ສ້າງຕັ້ງຂຶ້ນກໍໄດ້ຮັບພາລະອັນໜັກ ໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກ ຮານທັງແບບເກົ່າ ແລະ ໃໝ່ທີ່ມີອາ ວຸດ, ພາຫະນະສົງຄາມ ແລະ ກຳ ລັງພົນທີ່ເໜືອກວ່າ. ແຕ່ເພື່ອປົກປັກ ຮັກສາປະເທດຊາດ ດ້ວຍນ້ຳໃຈຮັກ ຊາດອັນເດັດດ່ຽວໜຽວແໜ້ນຕໍ່ສູ້ບໍ່ ຍອມຈໍານົນ, ກອງທັບໄດ້ຮ່ວມກັບ ປະຊາຊົນລາວບັນດາເຜົ່າ ສືບຕໍ່ດຳ ເນີນການຕໍ່ສູ້ຢ່າງອົງອາດກ້າຫານ ຍິ່ງຕີຍິ່ງໄດ້ຮັບໄຊຊະນະຍິ່ງຕີຍິ່ງ ເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດ ປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ສາທາລະ ນະລັດປະຊາທິປະໄຕ ປະຊາຊົນ ລາວຂຶ້ນ ໃນວັນທີ 2 ທັນວາ 1975. ພາຍຫລັງປະເທດຊາດ ໄດ້ຮັບ ການປົດປ່ອຍແລ້ວ, ກອງທັບກໍໄດ້ ປະຕິບັດສອງໜ້າທີ່ຍຸດທະ ສາດໄປ ພ້ອມໆກັນຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເປັນ ເຈົ້າການປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານເຮັດໃຫ້ປະ ເທດຊາດມີຄວາມສະຫງົບໂດຍພື້ນ ຖານ. ພ້ອມກັນນັ້ນກໍໄດ້ສຸມໃສ່ປັບ ປຸງກໍ່ສ້າງກຳລັງ ເພື່ອເປັນຫລັກ ແຫລ່ງແກ່ນສານໃຫ້ແກ່ການປົກ ປັກຮັກສາເອກະລາດ ອຳນາດອະ ທິປະໄຕ ແລະ ຜືນແຜ່ນດິນຄົບຖ້ວນ ຂອງຊາດ, ເອົາໃຈໃສ່ປະກອບສ່ວນ ປັບປຸງກໍ່ສ້າງພື້ນຖານການເມືອງ, ກໍ່ສ້າງທ່າສະໜາມສົງຄາມປະຊາ ຊົນ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງຢູ່ທ້ອງຖິ່ນຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ສືບທອດມູນເຊື້ອ ຄວາມສາມັກຄີກັບກອງທັບປະເທດ ເພື່ອນມິດສາກົນ, ປະຕິບັດນະໂຍ ບາຍເພີ່ມມິດຫລຸດຜ່ອນສັດຕູ, ຮັບ ປະກັນສະຖຽນລະພາບຂອງລະ ບອບການເມືອງຮັກສາຄວາມສະ ຫງົບປອດໄພ ຕາມຊາຍແດນ ແລະ ອື່ນໆ. ຂ່າວ ສົມຫວັງ, ພາບ ອ່າຍຄໍາ ທີ່ໄວ 428 ກອງພັນໃຫຍ່497 ເຂົ້າ ຮ່ວມຊ້ອມຮົບປະສານເຫລົ່າເພື່ອ ເຮັດໜ້າທີ່ປິດລັບຫລອນຕີທຳລາຍ ສູນສຳນັກບັນຊາຂອງສັດຕູ. ມາຮອດປັດຈຸບັນ, ຄະນະພັກຄະບັນຊາ, ພ້ອມດ້ວຍພະນັກງານນັກຮົບ ກໍໄດ້ສຸ່ມໃສ່ການຫັດແອບ ຊ້ອມຮົບດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ, ສາມາດ ຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບຕໍ່ ເນື້ອໃນບົດຝຶກແອບໄດ້ດີ, ມີຄວາມ ຄ່ອງແຄ້ວ,ຊຳນິຊຳນານ,ທາງດ້ານ ສິລະປະຍຸດ-ຍຸດທະວິທີ ກໍຄືວິຊາສະ ເພາະຂອງເຫລົ່າຮົບ. ທັງນີ້, ກໍເພື່ອ ຮັບປະກັນໃນການຊ້ອມຮົບປະສານ ເຫລົ່າ ໃຫ້ມີປະສິດທິຜົນສູງ ແລະ ມີ ຄວາມປອດໄພ 100%. ຂ່າວ: ເປີ້ນ ແສງຄຳມີ.
RkJQdWJsaXNoZXIy MTc3MTYxMQ==