07 xtgmf]k; gsfdko{dkora fmtok 09/01/2024 g]uj ,dkod+ lh k'mk'x6 1k' 2 -A o 16j [h kog,n v'sko g,n v'sq 'lk leg]a f37'dkod+ lh k' l;olkmk]tot ,y f8trk[ w-lq ,[6 o{g-u o]k ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ກອງປະຊຸມ ຄົບຄະນະ ເປີດກ້ວາງ ຄັ້ງທີ 14 ຂອງຄະນະບໍລິຫານງານພັກແຂວງ ຫລວງນໍ້າທາ ສະໄໝທີ VIII ຈັດຂຶ້ນ ໃນລະຫວ່າງວັນທີ 4 -5 ມັງກອນ 2024 ໂດຍການເຂົ້າຮ່ວມຂອງ ສະຫາຍ ວຽງສະຫັວດ ສີພັນດອນ ກຳມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກ ແຂວງເຈົ້າ ແຂວງໆຫລວງນໍ້າທາ, ມີຄະນະປະ ຈຳພັກແຂວງ, ກຳມະການພັກ ແຂວງ, ຄະນະບໍລິຫານງານພັກ ເມືອງ 5 ເມືອງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ສອງກອງບັນ ຊາ ປກຊ-ປກສ ແຂວງ ເຂົ້າຮ່ວມ. ສະຫາຍ ບຸນມາ ພັນດາວົງ ກຳ ມະການພັກແຂວງ ຫົວໜ້າຫ້ອງວ່າ ການແຂວງລາຍງານວ່າ: ຕະຫລອດ ໄລຍະ 1 ປີ ຜ່ານມາ ຄະນະພັກ, ອົງ ການປົກຄອງແຕ່ລະຂັ້ນໄດ້ເອົາໃຈ ໃສ່ນໍາພາ-ຊີ້ນຳແລະຈັດຕັ້ງປະຕິບັດ ໜ້າທີ່ວຽກງານດ້ວຍຄວາມຮັບຜິດ ຊອບສູງ, ພ້ອມທັງເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານລັດຖະກອນ, ທະ ຫານ, ຕຳຫລວດ ແລະ ປະຊາຊົນ ບັນດາເຜົ່າ ເຮັດໃຫ້ແຂວງຫລວງ ນໍ້າທາ ມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມສະ ຫງົບ ແລະ ປອດໄພ ປັດຈຸບັນທົ່ວ ແຂວງ ມີສະມາຊິກພັກທັງໜົດ 14.247 ສະຫາຍ, ຍິງ 4.061 ສະຫາຍ, ສະມາຊິກພັກສຳຮອງ 1.069 ສະຫາຍ, ອັນໄດ້ເຮັດໃຫ້ສະ ມາຊິກພັກ ມີຫລັກໝັ້ນທາງດ້ານ ການເມືອງ, ສັງຄົມມີຄວາມສະ ຫງົບ, ມີການພັດທະນາ ເຮັດໃຫ້ເສດ ຖະກິດໄດ້ຮັບການພັດທະນາ, ຂະ ຫຍາຍຕົວຕໍ່ເນື່່ອງ ສະເລ່ຍໃນລະ ດັບ 6,9% ຕໍ່ປີ, ລວມຍອດຜະລິດ ຕະພັນພາຍໃນ ບັນລຸໄດ້ 8.781 ຕື້ ກວ່າກີບໃນນີ້,ກະສິກໍາ-ປ່າໄມ້ແລະ ການປະມົງບັນລຸໄດ້4. 617ຕື້ກວ່າ ກີບ, ອຸດສະຫະກຳ ບັນລຸໄດ້ 2.600 ຕື້ກວ່າກີບ ແລະ ການບໍລິການບັນລຸ ໄດ້ 1.512 ຕື້ກວ່າກີບ, ພາສີຜະ ລິດຕະພັນ ບັນລຸໄດ້ 50,53 ຕື້ກີບ, ສະເລ່ຍໃສ່ຫົວຄົນ ປະຕິບັດໄດ້ 2.459 ກວ່າໂດລາສະຫະລັດ ເທົ່າ ກັບ 42 ລ້ານກວ່າກີບ/ຄົນ/ປີ ພ້ອມ ນີ້ຍັງໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ ການຜະລິດຂອງປະຊາຊົນ ເພື່ອຄໍ້າ ປະກັນສະບຽງອາຫານ, ສິນຄ້າ ແລະ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ເຂດຈຸດສຸມ. ສໍາລັບທິດທາງ ຄາດໝາຍສູ້ຊົນ ປີ 2024 ຮັບປະກັນເຮັດໃຫ້ແຂວງ ຫລວງນໍ້າທາ ຮັກສາໄດ້ສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບ ແລະ ປອດໄພ, ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍ 7tot[= ]y sko'kora dc0;'s];'oEmk w0dv'xt-5 ,7q [7totgxu fd;h k' 7A 'mu 14 ຕົວຢູ່ໃນລະດັບ 7,6%, ລວມຍອດ ຜະລິດຕະພັນພາຍໃນໃຫ້ບັນລຸໄດ້ 11.402 ຕື້ກວ່າກີບ, ສະເລ່ຍລາຍ ຮັບຕໍ່ຫົວຄົນ ໃຫ້ບັນລຸໄດ້ 2.946 ກວ່າໂດລາສະຫະລັດ, ສູ້ຊົນຂຸດຄົ້ນ ລາຍຮັບເຂົ້າງົບປະມານໃຫ້ໄດ້ 1.584 ຕື້ກວ່າກີບ. ໃນກອງປະຊຸມ ຜູ້ເຂົ້າຮ່ວມ ຍັງ ໄດ້ພ້ອມກັນຕີລາຄາ ການຈັດຕັ້ງ ປະຕິບັດວຽກງານຮອບດ້ານຂອງ ແຂວງ ປະຈຳປີ 2023 ທິດທາງ ແຜນການຄາດໝາຍສູ້ຊົນ ປະຈຳປີ 2024, ຜ່ານຮ່າງສຳຫລວດການ ນຳພາລວມ ຂອງຄະນະບໍລິຫານ ງານພັກແຂວງ ໃນການຈັດຕັ້ງປະ ຕິບັດໜ້າທີ່ວຽກງານທີ່ໄດ້ຮັບການ ມອບໝາຍ ຍົກໃຫ້ເຫັນດ້ານດີ-ຜົນ ງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ຊອກ ວິທີແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງ ໃນຕໍ່ໜ້າ. ຂ່າວ: ອຸ້ມ ສົມນໍ່ວັນ g,n v'w-lt4ko 9a f[5 ofvdcf' ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 7 ມັງກອນ 2024, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ເຂົ້າຮ່ວມບຸນປະເພນີຂອງເຜົ່າ ໄປຣ່(ບຸນດອກແດງ) ບ້ານປາກ ລອງ ເມືອງໄຊສະຖານ, ມີທ່ານ ສີສະໝອນ ນາມວົງ ເຈົ້າເມືອງໄຊ ສະຖານ, ມີຫົວໜ້າ, ຮອງຫົວໜ້າ ພະແນກການ, ກົມກອງ, ນັກທຸລະ ກິດອ້ອມຂ້າງແຂວງ, ມີເຈົ້າເມືອງ ຊຽງຮ່ອນ, ຫົງສາ, ໄຊຍະບູລີ ແລະ ເມືອງພຽງ, ພ້ອມດ້ວຍການນໍາ ເມືອງໄຊສະຖານ ແລະ ປະຊາຊົນ ພາຍໃນບ້ານປາກລອງ ເຂົ້າຮ່ວມ ຢ່າງຫລວງຫລາຍ. ທັງນີ້ກໍເພື່ອ ເປັນການລະນຶກເຖິງບັນພະບູລຸດຜູ້ ທີ່ລ່ວງລັບໄປ ແລະ ເປັນການສະ ເຫລີມສະຫລອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ຮັບໂຊກຮັບລາບ, ເປັນການຂັບສົ່ງສິ່ງບໍ່ດີໄປນໍາປີ ເກົ່າ, ຕ້ອນຮັບສິ່ງດີໆໃນປີໃໝ່, ທັງ ເປັນການສະຫລຸບການເກັບກ່ຽວ ຜົນຜະລິດ, ທັງເປັນການສົມມາຄາ ລະວະເຈົ້າກົກເຈົ້າເລົ່າ, ພໍ່ແມ່ ແລະ ຍາດພີ່ນ້ອງໃນຕະກຸນ. ໃນພິທີ,ທ່ານຊອງຊາຍຍະສານ ຮອງນາຍບ້ານປາກລອງ ໄດ້ຜ່ານ ປະຫວັດຄວາມເປັນມາ ຂອງບຸນ ດອກແດງ ຂອງເຜົ່າໄປຣ່ ວ່າ: ເຜົ່າ ໄປຣ່ ແມ່ນມີມູນເຊື້ອສາມັກຄີ, ມີນໍ້າ ໃຈຮັກຊາດ, ຮັກບ້ານເກີດເມືອງ ນອນຂອງຕົນ ເຊິ່ງສະແດງອອກໃນ ເມືອກ່ອນ ເຜົ່ານີ້ແມ່ນໄດ້ປຸກເຮືອນ ຫລັງຍາວສາມາດຢູ່ໄດ້ 50-60 ຄອບຄົວ, ເມື່ອຄອບຄົວໃດໄດ້ແນວ ກິນກໍແບ່ງໃຫ້ທຸກຄອບຄົວທີ່ຢູ່ໃນ ເຮືອນຫລັງດຽວກັນ, ເວລາເຈັບ ເປັນ ກໍເບິ່ງແຍງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເຜົ່າດັ່ງກ່າວມີຮີດຄອງ ແລະ ວັດທະນະທໍາທີ່ເປັນເອກະລັກ ສະເພາະຂອງຕົນ ເຊັ່ນ: ມີບຸນດອກ ແດງໃນກາງເດືອນ 1 ຂອງທຸກໆປີ, ພາຍໃນງານຈະມີຂັບສະເລາະແລະ ຕ່ອຍເກີ່ງ, ເຊື່ອຖືຜີບັນພະບູລຸດ, ການຈັດງານ ແຕ່ລະປີຖືວ່າເປັນ ປາງບຸນໃຫຍ່ທີ່ສໍາ ຄັນຂອງເຜົ່າ. ທ່ານ ຊອງ ຊາຍຍະສານ ຍັງໃຫ້ ຮູ້ອີກວ່າ: ກ່ອນຈະເກີດມີບຸນດອກ ແດງນີ້, ພາຍຫລັງທີ່ເກັບກ່ຽວຜົນຜະ ລິດ, ເອົາເຂົ້າຂຶ້ນເລົ້າ (ເຂົ້ານາປີ) ເປັນທີ່ຮຽບຮ້ອບແລ້ວ, ບັນດາເຖົ້າ ແກ່, ເຈົ້າກົົກເຈົ້າເລົ່າ ກໍໄດ້ປຶກສາຫາ ລື, ຫາມື້ຫາວັນເພື່ອເຮັດບຸນ ໂດຍໄດ້ ກະກຽມຄວາມພ້ອມດ້ານຕ່າງໆ ແລະໄດ້ມອບໃຫ້ແຕ່ລະຄອບຄົວເຮັດ ຮີດຢູ່ເຮືອນຂອງໃຜລາວກ່ອນ, ຫລັງຈາກນັ້ນຈຶ່ງເຮັດງານບຸນຮວມ ກັນ ໃຫ້ມີຄວາມຟົດຟື້ນ, ມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ ຂປລ. ແຫລ່ງຂ່າວຈາກ ເມືອງ ຫົງສາ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ໄດ້ພິທີເຊັນສັນຍາຮັບເໝົາ ໂຄງ ການກໍ່ສ້າງທາງປູຢາງ 2 ຊັ້ນ ຢູ່ ບ້ານເມືອງຫານ ເມືອງຫົງສາ ລະ ຫວ່າງ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຫົງສາ (ເຈົ້າ ຂອງໂຄງການ) ກັບ ບໍລິິສັດ ວິໄລ ພອນ 1818 ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ(ຜູ້ຮັບເໝົາ)ໂດຍໃຫ້ ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າ ເມືອງຫົງສາ ປະທານຄະນະກຳມະ ການຄຸ້ມຄອງການກໍ່ສ້າງຂັ້ນເມືອງ, ມີບັນດາທ່ານຄະນະກຳມະການຄຸ້ມ ຄອງການກໍ່ສ້າງຂັ້ນເມືອງ, ເຈົ້າ ຂອງໂຄງການ ແລະ ບໍລິສັດ ຜູ້ຮັບ ເໝົາເຂົ້າຮ່ວມ. ທ່ານ ໄຊຍະສິດ ພັນທະນະວົງ ຮອງຫົວໜ້າຫ້ອງການ ໂຍທາທິ ການ ແລະ ຂົນສົ່ງເມືອງຫົງສາ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວຕັ້ງຢູ່ ບ້ານ ເມືອງຫານ ເປັນໂຄງການກໍ່ ສ້າງທາງປູຢາງ 2 ຊັ້ນ ແຕ່ 4 ແຍກຮ່ອມ 10 ບ້ານເມືອງຫານ ຫາ 3 ແຍກທາງຫລວງແຫ່ງຊາດ 4A (ໜ້າໂຮງງານຫຍິບຊໍາ) ແລະ 4 ແຍກໃນບ້ານ ຫາໂຮງຮຽນປະຖົມ ບ້ານເມືອງຫານ, ຄວາມຍາວ ທັງ ໝົດ 1.200 ແມັດ ແລະ ລວງກວ້າງ ຂອງໜ້າທາງ 6 ແມັດ, ມີມູນຄ່າ ທັງໝົດ 2,3 ຕື້ກວ່າກີບ ໂດຍນໍາ ໃຊ້ແຫລ່ງທຶນງົບປະມານ ຈາກກິດ ຈະການຂາຍສິ່ງເສດເຫລືອຂອງ ໂຄງການໄຟຟ້າພະລັງງານຄວາມ ຮ້ອນຫົງສາ ໂດຍກໍານົດໄລຍະດໍາ ເນີນການ ກໍ່ສ້າງ 6 ເດືອນ (ເລີ່ມ ແຕ່ວັນທີ 5 ມັງກອນ ຫາ ວັນທີ 5 ກໍລະກົດ 2024) ໃຫ້ສຳເລັດ 100%. ຈາກນັ້ນ, ສອງຝ່າຍກໍໄດ້ຮ່ວມ ລົງນາມ ໃນສັນຍາ ລະຫວ່າງ ທ່ານ ອ່ອນຈັນ ບຸນຍາວົງ ຫົວໜ້າຫ້ອງ ການໂຍທາທິການແລະຂົນສົ່ງເມືອງ ຫົງສາ ໃນນາມເຈົ້າຂອງໂຄງການ ແລະ ທ່ານ ບຸນລໍ່າ ສຸນາເຄນ ບໍລິິສັດ ວິໄລພອນ 1818 ກໍ່ສ້າງຄົບວົງ ຈອນ ຈຳກັດຜູ້ດຽວ ໃນນາມຜູ້ຮັບ ເໝົາ ໂດຍມີຄະນະກຳມະການຄຸ້ມ ຄອງການກໍ່ສ້າງຂັ້ນເມືອງ ເປັນສັກ ຂີພິຍານ. ພາບ-ຂ່າວ: ກິດຕິສັກ ບົວໄລ ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ພິທີມອບ-ຮັບ ໂຄງການກໍ່ສ້າງສວນສາທາ ລະນະ ມິດຕະພາບ ໄຊສົມບູນ-ເຊີນລາ ຈັດຂຶ້ນວັນທີ 7 ມັງກອນ 2024 ຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ (ຫໍຫລັກເມືອງ), ເປັນໂຄງການຊ່ວຍເຫລືອລ້າ ຈາກ ການນຳແຂວງເຊີນລາ ສສ ຫວຽດ ນາມ ລວມມູນຄ່າ ທັງໝົດ 5 ຕື້ກວ່າ ກີບ ໂດຍເລີ່ມລົງມືກໍ່ສ້າງແຕ່ເດືອນ ຕຸລາ 2022 ເປັນຕົ້ນມາ ໂດຍແມ່ນ ບໍລິສັດ ພັດທະນາພູເບ້ຍ ຈໍາກັດ ແລະ ບໍລິສັດ ຫລັກໄຊ ກໍ່ສ້າງຂົວທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ກໍ່ສ້າງ. ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ໃຫ້ຮູ້ວ່າ: ໂຄງ ການດັ່ງກ່າວ ເລີ່ມລົງມືກໍ່ສ້າງ ແຕ່ ເດືອນຕຸລາ 2022 ເປັນຕົ້ນມາ ຊຶ່ງໄດ້ແບ່ງອອກເປັນ 3 ໂຊນ ຄື: ໂຊນ A, B ແລະ C ໂຊນ. ໃນນັ້ນ, ໂຊນ A ແລະ ໂຊນ C ແມ່ນບໍລິສັດ ພັດທະນາພູເບ້ຍ ຈຳກັດ ເປັນຜູຮັບ ເໝົາກໍ່ສ້າງ ມີ ເ ນື້ອທີ່ທັງໝົດ 2.400 ກວ່າຕາແມັດ, ກິດຈະກຳ ກໍ່ສ້າງປະກອບມີ: ວຽກດິນ, ວຽກ ປູກຫຍ້າ ແລະ ປູກຕົ້ນໄມ້ຕ່າງໆ, ວຽກງານຕົບແຕ່ງພື້ນ ແລະ ວຽກ ລະບາຍນ້ຳ, ວຽກລະບົບ, ກໍ່ສ້າງ ປ້າຍ, ຮ້ານກະເຟ, ຫ້ອງນ້ຳ, ວຽກ ສຸຂະພັນ ແລະ ວຽກຂຸມຊືມ. ສ່ວນ ໂຊນ B ແມ່ນບໍລິສັດ ຫລັກໄຊ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມີເນື້ອທີທັງ ໝົດ 3.300 ກວ່າຕາແມັດ ປະກອບ ມີ: ວຽກດິນ, ວຽກປູກຫຍ້າ ແລະ ຕົ້ນໄມ້ຕ່າງໆ, ວຽກຕົບແຕ່ງພື້ນ, ຮ່ອງລະບາຍນ້ຳ ແລະ ວຽກລະບົບ. ການສ້າງສ່ວນສາທາລະນະ ມິດຕະພາບໄຊສົມບູນ-ເຊີນລາ ກໍເພື່ອເປັນການສ່ອງແສງເຖິງມູນ ເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງປະເທດລາວ-ຫວຽດ ນາມໂດຍສະເພາະແຂວງໄຊສົມບູນ ກັບແຂວງເຊີນລາ ຈະນັບມື້ພັດທະ ນາສາຍສຳພັນອັນດີງາມ ແລະ ຈະ ສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ, ທັງເປັນການຢັ້ງຢືນ ການປະກອບ ສ່ວນອັນສຳຄັນ ໃນການພັດທະນາ ແຂວງໄຊສົມບູນ ເພື່ອໃຫ້ຄົນຮຸ້ນ ໜຸ່ມ ຂອງສອງປະເທດ ກໍຄືສອງ ແຂວງ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ສືບຕໍ່ຖະນຸທະໜອມ ສາຍພົວ ພັນທີ່ມີລັກ ສະນະພິເສດທີ່ມີໜຶ່ງ ດຽວໃນໂລກ ລະຫວ່າງ ແຂວງໄຊ ສົມບູນ ສປປ ລາວ ແລະ ແຂວງ ເຊີນລາ ສສ ຫວຽດນາມ ແລະ ເປັນ ສະຖານທີ່ທ່ອງທ່ຽວ ທາງດ້ານວັດ ທະນະທຳ ເພື່ອໃຫ້ບັນດາແຂກ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມາທ່ຽວຊົມມາ ກາບໄຫ້ວ, ສັກກະລະບູຊາ, ຂໍພອນ ຈາກຫໍຫລັກເມືອງ ຊຶ່ງຫໍຫລັກເມືອງ ແຫ່ງນີ້ ຈະກາຍເປັນປູສະນີຍະສະ ຖານ ເປັນມິ່ງຂວັນຂອງຂອງປະຊາ ຊົນແຂວງໄຊສົມບູນ ແລະ ເປັນມໍ ລະດົກສືບຕໍ່ໄປໃນອະນາຄົດຢູ່ຄູ່ກັບ ແຂວງໄຊສົມບູນຕະຫລອດໄປ. ໃນພິທີຄັ້ງນີ້, ມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມ ບູນ, ທ່ານ ຈ່າ ອາ ກົ່ວ ຮອງປະທານ ສະພາປະຊາຊົນ ແຂວງເຊິນລາ ສສ ຫວຽດນາມ, ມີການນຳແຂວງ ໄຊສົມບູນແລະ ການນຳແຂວງເຊີນ ລາ, ພ້ອມດ້ວຍ ຕາງໜ້າບໍລິສັດຜູ້ ຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ. ຂ່າວ-ພາບ: ພຸດທະສອນ ເວດສະວົງ
RkJQdWJsaXNoZXIy MTc3MTYxMQ==