5785

xtgmf]k; 6 09/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ cs]j 'mj v'mj P;r6 zk,j ko ,u dkora fmtokc[[pn opq ' c9j ;xk[Edh 5 ' 8h v']v' wfh Ia [7;k,oy pq ,9kd8j k'xtgmfgru j ,0B o * ການເດີນທາງໄປສະຖານທີ່ ທ່ອງທ່ຽວພູຜາມ່ານປັດຈຸບັນ ແມ່ນ ມີຄວາມສະດວກສະບາຍຫລາຍ ໂດຍໃຊ້ເສັ້ນທາງ13ໃຕ້ຜ່ານເມືອງ ປາກຊັນ, ເມືອງປາກກະດິງ ແຂວງ ບໍລິຄຳໄຊ ແວ່ເຂົ້າຫລັກ 20ເມືອງ ຄຳເກີດຫລືຖ້າມາແຕ່ບັນດາແຂວງ ພາກໃຕ້-ພາກກາງ ກໍແມ່ນແວ່ເຂົ້າ ຫລັກ 20 ໄດ້ເຊັ່ນດຽວກັນ, ແລ້ວ ເດີນ ທາງຕໍ່ປະມານ 30-40 ຫລັກ ກິໂລແມັດ ກໍເຖິງຈຸດໝາຍປາຍ ທາງ. ສະຖານທີ່ທ່ອງທ່ຽວພູຜາ ມ່ານ. ກ່ອນໜ້ານີ້, ເຂດພູຜາມ່ານ ເປັນພຽງເສັ້ນທາງຜ່ານໄປດ່ານ ຊາຍແດນລາວ-ຫວຽດຫລື ເປັນສາ ລາຊົມທິວທັດທຳມະຊາດຫີນໜາມ ໜໍ່ ແລະ ເປັນຈຸດຖີ້ມຂີ້ເຫຍື້ອຂອງຜູ້ ຄົນທີ່ເດີນທາງຜ່ານຈຸດດັ່ງກ່າວ. ພູຜາມ່ານໃນວັນນີ້ ໄດ້ມີການພັ ບົດ-ພາບໂດຍ: ມະນີລັດ ດທະນາເປັນສະຖານທີ່ທ່ອງທ່ຽວ ແບບຍືນຍົງແລະ ເປັນທີ່ສົນໃຈຂອງ ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ແວະວຽນມາ ທ່ຽວຊົມທິວທັດທຳມະຊາດ ແລະ ຫລີ້ນກິດຈະກຳຕ່າງໆ ໃນແຕ່ລະ ວັນ. ພິເສດສະຖານທີ່ດັ່ງກ່າວ, ແມ່ນ ໄປຫາມາແວ່ໄດ້ງ່າຍສະດວກສະ ບາຍມີຮ້ານອາຫານ, ທີ່ພັກ ແລະ ຫລິ້ນກິດຈະກຳໄດ້ຢ່າງສະດວກ ສະບາຍ ທີ່ສຳຄັນມີບຸກລະລາກອນ ພ້ອມ ເພື່ອກຽມຕ້ອນຮັບນັກທ່ອງ ທ່ຽວທີ່ມາຢ້ຽມມາຊົມ ແລະ ຮ່ວມ ຫລິ້ນກິດຈະກຳຕ່າງໆ ເຊັ່ນ: ກິດຈະ ກຳຂີ່ສະລິງ, ຊົມຖ້ຳ, ຢ່ອນຕົວລົງ ຖ້ຳ, ລ່ອງກົງເບັງ, ລອຍນ້ຳໃນຖ້ຳ, ຍ່າງປ່າ ແລະ ກິດຈະກໍາ ອື່ນໆ. ກິດ ຈະກຳຂີ່ສະລິງ ມີໄລຍະເວລາ 2 ຊົ່ວ ໂມງ, 4 ຊົ່ວໂມງ ແລະ 1 ວັນ, ທັງ ໝົດແມ່ນນັກທ່ອງທ່ຽວສາມາດ ເລືອກໄດ້ຕາມທີ່ຕ້ອງການ ແລະ ເໝາະສົມ ຫລື ຕາມເວລາຂອງນັກ ທ່ອງທ່ຽວວ່າມີຫລາຍໜ້ອຍຊ່ຳໃດ, ຖ້າຢາກຫລິ້ນຄົບຊຸດກິດຈະກຳ ກໍຈະ ໃຊ້ເວລາປະມານ 3-4 ວັນຈຶ່ງໝົດ. ທ່ານ ໂອລາໄຊ ໃສສຸພັນ ຫົວໜ້າ ພະແນກກິດຈະກຳພູຜາມ່ານ ເວົ້າສູ່ ຜູ້ຂຽນຟັງວ່າ: ກ່ອນຈະມາເປັນສະ ຖານທີ່ທ່ອງທ່ຽວພູຜາມ່ານ, ໂດຍ ກ່ອນໜ້ານີ້ 4 ປີ ສະຖານທີ່ດັ່ງກ່າວ ເປັນເຂດພູສູງຊັນ, ກັນດານ ແລະ ເປັນຄວາມພະຍາຍາມຂອງປະທານ ບໍລິສັດ ກໍຄືໜ່ວຍງານຂອງພວກ ເຮົາທີ່ຈະສ້າງພື້ນທີ່ດັ່ງກ່າວ ໃຫ້ກາຍ ເປັນແຫລ່ງທ່ອງທ່ຽວແບບຍືນຍົງ, ໂດຍປະຊາຊົນມີສ່ວນຮ່ວມ, ມີການ ພົວພັນປະສານງານກັບພາກລັດ ຫລາຍພາກສ່ວນ ແລະ ໃຊ້ເວລາ ເກືອບ 2 ປີ ຈຶ່ງຕັດສິນໃຈສ້າງສະ ຖານທີ່ທ່ອງທ່ຽວຂຶ້ນຄືດັ່ງທຸກມື້ນີ້. ປັດຈຸບັນສະຖານທີ່ທ່ອງທ່ຽວມີ ສິ່ງອຳນວຍຄວາມສະດວກຫລາຍ ຢ່າງ ເຊັ່ນ: ທີ່ພັກສາມາດຕ້ອນຮັບ ແຂກທີ່ມາພັກໄດ້ປະມານ 50-70 ຄົນຕໍ່ຄືນ, ມີເຮືອນແຄບຊຸນ, ເຮືອນ ຕົ້ນໄມ້ ແລະ ເຕັ້ນໃຫ້ການບໍລິການ ພ້ອມສິ່ງອຳນວຍສະດວກຕ່າງໆ ສາມາດເລືອກໃຊ້ບໍລິການໄດ້ທຸກ ເວລາ. ສະຖານທີ່ທ່ອງທ່ຽວເປີດບໍລິ ການແຕ່ 8 ໂມງ-20ໂມງ, ສ່ວນກິດ ຈະກຳແມ່ນເລີ່ມແຕ່ 8:00-17:00 ໂມງ, ສະເລ່ຍມື້ໝຶ່ງມີແຂກມາທ່ຽວ ຊົມ ແລະ ໃຊ້ບໍລິການ ມື້ປົກກະຕິປະ ມານ 50-80 ຄົນຕໍ່ມື້, ຖ້າວັນສຸກ, ເສົາ ແລະ ອາທິດ ກໍມີປະມານ 80120 ຄົນຕໍ່ມື້. ທ່ານ ໂອລາໄຊ ໃສສຸພັນ ເວົ້າສູ່ ຜູ້ຂຽນຟັງວ່າ: ການຮັກສາສິ່ງແວດ * ໄລຍະນີ້​ ຖ້າເ​ວົ້າ​ເຖິງແ​ ຈ່ວທີ່ກໍ​ າ ລັງມ​ າແ​ ຮງ ແ​ ລະ ໄ​ ດ້ຮັ​ ບຄ​ ວາມສົ​ ນ​ ໃ​ ຈ ຈາກຜູ້​ບໍລິ​ໂພ​ກທັງ​ພາຍ​ໃນ ​ແລະ ປະ​ ເທດ ກໍ​ຕ້ອງ​ແມ່ນ​ແຈ່ວປ​ າ​ບໍ້າກຸ້ງ​ຕ້ອງ​ ລອງ ຈາກ​ແຂວງ​ຫົວພັນ ດ້ວຍ​ເອກະ ລັກ ທີ່​ໂດດ​ເດັ່ນທາງ​ດ້ານ​ລົດ​ຊາດ​ ແລະ ຄຸນນ​ ະພາ​ບຂອງສິ​ ນຄ້າ ຈຶ່ງ​ເ​ຮັດ​ ໃຫ້ແ​ ຈ່ວ ປາບໍ້​ າກຸ້​ ງຕ້​ ອງລ​ ອງເ​ຂົ້າໄ​ ປຢູ່​ ​ ໃນ​ເຮືອນຄົວຂອງ​ຫລາຍໆທ່ານ ອີກ​ ຢ່າງໜຶ່ງ ໃ​ ນປັ​ ດຈຸບັນ ການຂ​ າຍສີ​ ນຄ້​ າ​ ໄດ້​ນໍາ​ໃຊ້​ສື່​ອອນ​ລາຍ ​ເປັນ​ຫລັກ ຈຶ່ງ​ ເຂົ້າ​ເຖິງ​ລູກ​ຄ້າ​ໄດ້​ຢ່າງ​ຫລວງຫລາຍ ທັງພ​ າຍ​ໃນ ​ແລະ ຕ່າງປະເ​ທດ . ທ່ານ ສຸທາກອນ ສອນວິໄຊ ປະຊາ ຊົນ ບ້ານພັນໄຊ ເມືອງຊໍາເໜືອ ແຂວງ ຫົວພັນ ເ​ຈົ້າຂ​ ອງຜ​ ະລິດຕ​ ະພັນແ​ ຈ່ວປ​ າ ບໍ້າ ກຸ້ງຕ້​ ອງລ​ ອງ ໃ​ ຫ້ຮູ້​ ວ່​ າ: ຈຸດເລີ່່ມຕົ້້ນ ຂອງການເຮັດແຈ່ວປາບໍ້າ ຊໍາເໜືອ ຍ້ອນແມ່ເປັນຜູ້ລິເລີ່ມປຸ່ງແຕ່ງ ແລະ ຂາຍແຈ່ວປາບໍ້າແຕ່ປີ 2004 ເປັນຕົ້ນ ມາໃ​ ນຊື້​ ແຈ່ວປາບໍ້າ ນາງໄມທີ່ໂດ່ງດັງ ໄປທົ່ວປະເທດຈົນ​ກາຍ​ເປັນຕໍານານ ຍ້ອນ​ແນວ​ນັ້ນ, ເມື່ອຄາວຍັງນ້ອຍໃນ​ ໄລຍະ 5 ໂມງເຊົ້າ ກໍມັກໄດ້ຍິນສຽງ ແມ່ຕຳແຈ່ວແຕ່ເຊົ້າໆ ​ເພື່ອກຽມໄປ ຂາຍຢູ່ຕະຫລາດ​ໃນ​ແຕ່​ລະ​ມື້ ດັ່ງ​ນັ້ນ, ມັນ​ຈຶ່ງ ​ໃຫ້ເຂົ້າໃຈ ວິທີການປຸງແຕ່ງ​ ແຈ່ວ​ປາ​ນໍ້າມາຈາກແມ່ແຕ່​ໃນ​ຕອນ ນັ້ນອາຍຸຍັງນ້ອຍ​ຈຶ່ງບໍ່ຄິດຈະຕ້ອງສືບ ທອດການປຸງແຕ່ງ​ແຈ່ວຈາກແມ່ ກໍ ເລີຍສືບຕໍ່ໃນການຮຽນຈົນຈົບມະຫາ ວິທະຍາໄລ ແຫ່ງຊາດ ສາຂາກົດໝາຍ ທຸລະກິດ ດອນນົກຂຸ້ມ ແລະ ຂຽນບົດ ຈົບຊັ້ນ ຫົວຂໍ້ “ການຜະລິດແຈ່ວປາບໍ້າ ຊໍາເໜືອເປັນສິນຄ້າ” ປີ 2021 ​ແລະ​ ເມື່ອ​ຮຽນຈົບ​ມາ​ແລ້ວຈຶ່ງ​ໄດ້​ມາ​ສ້າງ​ ຕັ້ງໂ​ ຮງຮຽນ ພາສາຕ່​ າງປະເ​ທດ ສອນ​ ໄຊ​ສອນ​ຈະ​ເລີ​ນ ​ເປັນ​ຂອງ​ໂຕ​ເອງ ​ເຊິ່ງ​ໄລຍະ​ນີ້​ເປັນ​ໄລຍະ​ໂຄວິດ-​19 ກໍາລະບາດ ການ​ຄ້າ-ຂາຍ ມີ​ຄວາມ​ ຫຍຸ້ງຍາກ ຈຶ່ງ​ໃຫ້​ແມ່ພັກຜ່ອນຈາກ ການຂາຍເຄື່ອງໃນຕະຫລາດມາຊ່ວຍ ເບິ່ງຄວາມເປັນລະບຽບຮຽບຮ້ອຍໃນ ໂຮງຮຽນແທນ. ແ​ ຕ່ແ​ ນວໃ​ ດກໍ​ ດີ​ ຍ້ອນ​ ບໍ່ຢ​ າກປ​ ະຖິ້​ ມອາຊີບທີ່​ ເ​ຄີຍເ​ຮັດມ​ າ​ແຕ່​ ຍັງ​ນ້ອຍອີກ​ຢ່າງໜຶ່ງ ເນື່ອງຈາກວ່າ ຕົນ​ເອງ ຮຽນກ່ຽວກັບກົດໝາຍທຸລະ ກິດ ແລະ ລົງເລິກເລື່ອງ ການສ້າງຕັ້ງ ວິສາຫະກິດ ຈຶ່ງ​ເຫັນ​ໂອກາດຂອງ​ ຕະຫລາດ ອອນລາຍ ໂດຍສະເພາະ Facebook ຫລື Tiktok ຂ້າພະເຈົ້າ ກໍເລີຍຢາກມີລາຍໄດ້ເສີມເປັນຊ່ອງ ທາງທີ 2 ຈາກການສອນພາສາອັງກິດ ຈຶ່ງຕັດສິນໃຈສ້າງແບຣນສິນຄ້າ“ແຈ່ວ ປາບໍ້າກຸ້ງຕ້ອງລອງ” ຂຶ້ນມາ ໃນກາງ ເດືອນຕຸລາປີ 2023 ເປັນຕົ້ນມາ ໂດຍ ໃສ່ຄວາມໝາຍດ້ານຫລັງວ່າ: (ຮຽນ ສູດຈາກແມ່ໄມ) ເພື່ອຂາຍໃນຕະຫລາດ ອອນລາຍສະເພາະ ເຊິ່ງສູດແຈ່ວກຸ້ງ ຕ້ອງລອງ ຈະເປັນສູດພິເສດທີ່ມີຄວາມ ເຂັ້ມຂຸ້ນ ແລະ ລົດຊ​ າດແຊບ ເ​ພາະຮຽນ ແບບຂະບວນການປຸ່ງແຕ່ງແບບດັ້ງເ​ດີ​ ມທີ່ເ​ຄີຍສື​ ບທ​ ອດກັ​ ນມ​ າແ​ ລະມາປັບລົດ ຊາດໃຫ້ເຂົ້າກັບຍຸກປັດຈຸບັນ ເພື່ອໃຫ້ ຖືກ​ໃຈ​ຜູ້​ບໍລິ​ໂພ​ກ. ສໍາລັບຄວາມໂດດ ເດັ່ນຂອງແຈ່ວປາບໍ້າຂອງພວກເຮົາ ກໍຄື ການປຸ່ງແຕ່ງທີ່ໄດ້ມາດຕະຖານ ຜ່ານໂຮງງານ ຮັບປະກັນຄວາມສະ ອາດ ແລະ ປອດໄພ ໃສ່ໃຈຜູ້ບໍລິໂພກ ແລະ ປຸ່ງແຕ່ງແບບເຄື່ອງຈັກທີ່ທັນສະ ໄໝບວກ​ກັບວັດຖຸດິບ (ໝາກ​ເຜັດ) ທີ່ນຳມາຜະລິດແຈ່ວປາບໍ້ານັ້ນ​ແມ່ນ ລົງຊຸກຍູ້ພໍ່ແມ່ປະຊາຊົນພາຍໃນແຂວງ ເຂດທີ່ສາມາດລ້ຽງປາໃນນາເຂົ້າ ປາ ບໍ້າ-ປາແຝກ ຫລື ເຂດທີ່ສາມາດປູກ ໝາກຜັດ, ກະທຽມ ໃຫ້ໄດ້ ແລ້ວທາງ ໂຮງງານໄດ້ເກັບຊື້ນຳຊາວກະຊິກອນ ເພື່ອທຳການຜະລິດ ຖືໄດ້ວ່າ ທີ່ຜ່ານມາ 85 ​ເປີເຊັນ ແມ່ນນໍາໃຊ້ວັດຖຸດິບພາຍ ໃນແຂວງຫົວພັນ ເພື່ອນຳໃຊ້ເຂົ້າໃນ ການຜະລິດ, ແຕ່ບາງທີ່ວັດຖຸດິບບໍ່ພຽງ ພໍແມ່ນມີການເກັບຊື້ຈາກແຂວງອື່ນ ເຊັ່ນ: ແຂວງຊຽງຂວາງ ແລະ ຫລວງ ພະບາງ ເປັນຕົ້ນ. ທ່ານ ສຸທາກອນ ເ​ວົ້າຕື່ມວ່​ າ: ປັດຈຸ ບັນນີ້ພວກເຮົາມີຕົວແທນຈຳໜ່າຍພາຍ ໃນແຂວງ ແລະ ທົ່ວປະເທດລາວ ເພື່ອ ກະຈາຍສິນຄ້າແກ່ຜູ້ບໍລິໂພກ ແລະ ທີ່ ຜ່ານມາກໍມີລູກຄ້າທີ່ຊື້ໄປຕ່າງປະເທດ ເຊັ່ນ: ຫວຽດນາມ, ໄທ, ເກົາຫລີ, ສິງ ກະໂປ ແລະ ຈີນ, ປັດຈຸບັນຍັງມີຕົວ ແທນຫລັກຢູ່ປະ​ເທດໄທ. ສໍາລັບແຜນ​ ໃນອະນາຄົດຈະສືບປຸ່ງແຕ່ງໃຫ້ດີກວ່າ ເກົ່າ ພ້ອມ​ທັງຮັກສາລົດຊາດຕາມສູດ ໃຫ້ຄົງທີ່ຄຽງຄູ່ກັນນັ້ນກໍຄືການກວດ ຜະລິດຕະພັນ ອຢ ແລະ ຈະສຸມເຂົ້າໃສ່ ການຫຸ້ມຫໍ່ໃຫ້ໄດ້ມາດຕະຖານກວ່າ ເກົ່າ ເພື່ອສາມາດເຂົ້າໄປຂາຍໃນຮ້ານ ຄ້າສະດວກຊື້ ເຊັ່ນ: Big c, Xokxay, J-mart ​ແລະ ໃຫ້ໄດ້ເຂົ້າໄປຂາຍໃນ ຕະຫລາດບັນດາປະເທດ ອາຊຽນ ນັ້ນຄືຄວາມຫວັງທີ່ຕັ້ງເອົາໄວ້. ເອົາ​ເປັນວ່າ ທ່ານໃ​ ດ ສົນໃ​ ຈ ຊີມ​ ແຈ່ວປ​ າ​ບໍ້າ​ແຊບໆ ​ອາຫານ​ເອກະລັກ ຈາກແ​ ຂວງຫົ​ ວພັນ ກໍ​ສາມ​ າດສັ່​ ງຊື້​ ໄ​ ດ້​ ທີ ເ​ບີ 020 56359514 ຫລື Tiktok ກຸ້ງຕ້ອງລອງ ລະຫັດ koung_177 , Facebook: Koung shrimp. ລ້ອມສະຖາທີ່ທ່ອງທ່ຽວພູຜາມ່ານ ຖືເປັນສິ່ງສຳຄັນຫລາຍເພາະນັກ ທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວ ແມ່ນມີຄວາມຕ້ອງການຢາກເຫັນ ທິວທັດທຳມະຊາດທີ່ສວຍສົດງົດ ງາມ ແລະ ທາງພວກເຮົາກໍມີລະບົບ ຈັດການຂີ້ເຫຍື້ອ ແລະ ເສດອາຫານ ດີພໍສົມຄວນ ໂດຍມີການຈັດຕັ້ງຄັກ ແນ່. ໂອກາດນີ້, ຄໍລຳທ່ອງທ່ຽວ ເມືອງລາວ ຂໍຝາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດທີ່ ເຂົ້າມາຊົມ ຫລື ມາທ່ອງທ່ຽວ ຂໍໃຫ້ ຊ່ວຍກັ ນຮັກສາຄວາມສະອາດ, ຮັກສາສິ່ງແວດລ້ອມ, ບໍ່ຖິ້ມຂີ້ເຫຍື້ອ ຊະຊາຍ ຫລື ຖ້າມີຄວາມຈຳເປັນ ຕ້ອງນຳໄປຖິ້ມຢູ່ຈຸດທີ່ທາງຄະນະ ຮັບຜິດຊອບຈັດສັນໄວ້ໃຫ້. ທັງນີ້, ກໍເພື່ອເຮັດໃຫ້ສະຖານທີ່ທ່ອງທ່ຽວ ດັ່ງກ່າວມີຄວາມສວຍສົດງົດງາມ, ບໍ່ທຳລາຍສະພາບແວດລ້ອມ ແລະ ຍືນຍົງຕະຫລອດໄປ. ດ້ວຍຄວາມ ປາດຖະໜາດີ ຈາກຄໍລໍາທ່ອງທ່ຽວ ເມືອງລາວ ກໍຄື ບໍລິສັດ ເບຍລາວ ເບຍຂອງຄົນລາວຄົນຈິງໃຈ.

RkJQdWJsaXNoZXIy MTc3MTYxMQ==