5785

xtgmf]k; 3 09/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ນັບແຕ່ປີ 2000 ເປັນຕົ້ນມາ, ສໍານັກຂ່າວສານປະເທດລາວ ກໍ ໄດ້ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການດໍາເນີນວຽກງານຕາມ ພາລະບົດບາດ ແລະ ໜ້າທີ່ຂອງຕົນ ຢູ່ໃນເງື່ອນໄຂພາຍໃນ ແລະ ສາກົນ ທີ່ຜັນແປໄປຢ່າງສັບສົນ ເຊິ່ງມີທັງ ກາລະໂອກາດເອື້ອອຳນວຍແລະ ສິ່ງທ້າທາຍຫລາຍຢ່າງ. ເຖິງຢ່າງ ໃດກໍຕາມ, ສໍານັກຂ່າວສານປະ ເທດລາວ ກໍໄດ້ຮັບການຊີ້ນໍາ-ນໍາ ພາຈາກພັກ ແລະ ລັດຢ່າງໃກ້ຊິດ leoa d0j k;lkoxtgmf]k; ,5j 'l6j dkora fmtok.ow]pt.\j (ເນື່ອງໃນໂອກາດວັນສ້າງຕັ້ງສຳນັກຂ່າວສານປະເທດລາວ ຄົບຮອບ 56 ປີ ວັນທີ 06/01/1968-06/01/2024) ດີຂຶ້ນເປັນກ້າວໆ. ນອກຈາກການປັບປຸງ ແລະ ຍົກ ລະດັບເນື້ອໃນແລ້ວ, ພວກເຮົາຍັງ ໄດ້ເພີ່ມຜະລິດຕະພັນໃໝ່ຕື່ມອີກ ໂດຍສະເພາະໃນວັນທີ 1 ທັນວາ ປີ 2001, ສໍານັກຂ່າວສານປະເທດ ລາວ ກໍໄດ້ສ້າງຕັ້ງ ແລະ ຈັດພິມໜັງ ສືພິມປະເທດລາວລາຍວັນ (ພາສາ ລາວ) ສະບັບທໍາອິດ ເປັນຂາວດໍາ ປະກອບມີ 8 ໜ້າ ແລະ ມີຍອດການ ພິມເບື້ອງຕົ້ນ 4.000 ສະບັບຕໍ່ມື້, ຂະນະທີ່ການຈັດສົ່ງຕົ້ນສະບັບເຂ້ົາ ໂຮງພິມກໍຍັງມີຄວາມຫຍຸ້ງຍາກ ຫລາຍ ເພາະວ່າຕ້ອງໄດ້ໃຫ້ພະນັກ ງານໄປສົ່ງເຂົ້າໂຮງພິມດ້ວຍຕົນ ເອງ, ແຕ່ໃນໄລຍະ 5-6 ປີຕໍ່ມາ ກໍໄດ້ສືບຕໍ່ພັດທະນາເນື້ອໃນ ຂອງ ໜັງສືພິມທີ່ອຸດົມສົມບູນ, ມີຫລາກ ຫລາຍຄໍລໍາ ກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ປກຊ-ປກສ ລວມແລ້ວ ມີຫລາຍ ກວ່າ 20 ຄໍລໍາ ແລະ ເພີ່ມການພິມ ເປັນ 12 ໜ້າ, ສອດສີໜ້າໜັງສືພິມ ກ້າວກະໂດດຂອງສ່ືສັງຄົມອອນ ລາຍ ເຊິ່ງໄດ້ເຮັດໃຫ້ໜັງສືພິມ ກໍຄື ສິ່ງພິມອັນເປັນສື່ແບບເກົ່າໃນທົ່ວ ໂລກຫລາຍສະບັບ ຈຳເປັນຕ້ອງຢຸດ ຕິການພິມ ແລະ ຫັນສູ່ການເຜີຍແຜ່ ຂໍ້ມູນຂ່າວສານຜ່ານສື່ໃໝ່, ສິ່ງພິມ ກໍຄືໜັງສືພິມໃນລາວເຮົາກໍໄດ້ຮັບ ຜົນສະທ້ອນຈາກສະພາບພາຍນອກ ດັ່ງກ່າວ ແລະ ອີງໃສ່ເງື່ອນໄຂຕົວ ຈິງຜູ້ອ່ານພາຍໃນ ກໍຫັນມາຮັບຂໍ້ ມູນຂ່າວສານຜ່ານສື່ແບບໃໝ່ ຫລື ສື່ອອນລາຍ, ດັ່ງນັ້ນມາຮອດປີ 2017 ຂປລ ກໍໄດ້ຢຸດຕິການພິມໜັງ ສືພິມພາສາຝຣັ່ງ ແລະ ພາສາອັງ ກິດ KPL News ມາສູ່ການກະ ຈາຍຂ່າວຜ່ານເວັບໄຊ ກໍຄືຜ່ານ ຊ່ອງທາງອອນລາຍແທນ ຈົນມາ ເຖິງປັດຈຸບັນ. ສັງລວມແລ້ວ, ນັບແຕ່ມື້ສ້າງ ຕັ້ງເປັນຕົ້ນມາ ສໍານັກຂ່າວສານ ປະ ເທດລາວ ໄດ້ດໍາເນີນການປັບປຸງ ແລະ ພັດທະນາຜະລິດຕະພັນມາ ໂດຍຕະຫລອດ ເຊິ່ງມີຜະລິດຕະພັນ ທັງໝົດຄື: ໃບຂ່າວລາຍວັນ, ໃບ ຂ່າວຄົ້ນຄວ້າລາຍວັນ, ໜັງສືພິມປະ ເທດລາວລາຍວັນ, ວາລະສານປະ ເທດລາວ, ໜັງສືພິມພາສາຕ່າງປະ ເທດ KPL News. ມາຮອດປັດຈຸ ບັນອີງໃສ່ສະພາບການໃໝ່ ເພື່ອ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງຜູ້ອ່ານ, ບັນດາຜະ ລິດຕະພັນສ່ິງພິມສ່ວນຫລາຍຂອງ ຂປລ ແມ່ນໄດ້ຫັນສູ່ການເຜີຍແຜ່ ຜ່ານຊ່ອງທາງອອນລາຍ, ເວັບໄຊ, ເຟສບຸກ, ຢູທູບ, ຍັງຮັກສາໄວ້ແຕ່ ໜັງສືພິມປະເທດລາວ ລາຍວັນ ພ້ອມນີ້, ຍັງມີວິດີໂອອອນລາຍ (ລາຍການເວທີມະຫາຊົນ ແລະ ລາຍການໄປຫາມາບອກ) ທີ່ເຜີຍ ແຜ່ຂໍ້ມູນຂ່າວສານທາງຢູທູບ, ເຟສ ບຸກ ປະເທດລາວ Pathedlao ແລະ ອື່ນໆ ບົນພື້ນຖານແຫ່ງການ ພັດທະນາຫັນເປັນທັນສະໄໝ ແລະ ການຂະຫຍາຍຕົວຂອງເຕັກໂນໂລ ຊີໃນຍຸກສະໄໝ ແຫ່ງໂລກາພິວັດ. ໜອງຂໍ້ມູນຂ່າວສານດ້ານ ເຕັກນິກວິທະຍາສາດ, ວິທະຍາການ ແລະ ອື່ນໆ ທັງຢູ່ພາຍໃນ ແລະ ສາກົນ ຢ່າງເໝາະສົມ, ຖືກຕ້ອງຕາມແນວ ທາງນະໂຍບາຍຂອງພັກ-ລັດ ໃນ ແຕ່ລະໄລຍະໃຫ້ແກ່ບັນດາສື່ຕ່າງໆ ແລະ ມວນຊົນ ຕາມພາລະບົດບາດ ຂອງສໍານັກຂ່າວສານປະເທດ ລາວ, ທັງສ້າງເງື່ອນໄຂໃຫ້ບັນດາ ແຂວງໃນທົ່ວປະເທດ ໄດ້ຮັບຂໍ້ມູນ ຂ່າວສານຕ່າງໆໃນແຕ່ລະວັນ. ນອກຈາກນັ້ນ, ສໍານັກຂ່າວສານປະ ເທດລາວ ຍັງໄດ້ມີການພັດທະນາ ຍົກລະດັບການພິມ ຈາກພິມເປັນ ໃບຂ່າວພາສາຕ່າງປະເທດ KPL News ມາເປັນໜັງສືພິມລາຍວັນ (ພາສາອັງກິດ ແລະ ຝຣັ່ງ) ດ້ວຍ ຍອດການພິມເບື້ອງຕົ້ນ300ສະບັບ ຕໍ່ມື້ ແລະ ຕໍ່ມາໃນປີ 2012 ກໍໄດ້ພັດ ທະນາຂຶ້ນດ້ວຍການເພີ່ມການພິມ ສອດສີໜ້າທໍາອິດ. ເຖິງຢ່າງໃດກໍດີໂດຍອີງໃສ່ກະ ແສຟອງຂອງການພັດທະນາທີ່ *** ຕໍ່ຈາກສະບັບກ່ອນ *** ໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ VII, VIII, IX, X ແລະ XI ຂອງພັກ, ມະຕິກົມ ການເມືອງສູນກາງພັກກ່ຽວກັບ ການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງລັດຕໍ່ສື່ມວນຊົນ ໃນໄລຍະໃໝ່ ແລະແຜນພັດທະນາ ເສດຖະກິດ-ສັງຄົມ ຂອງລັດຖະ ບານໃນແຕ່ລະໄລຍະ ກໍຄື ການນໍາ ໜ້າທໍາອິດດ້ວຍລະບົບໂປຣແກມ ຄອມພິວເຕີແລະ ການຈັດສົ່ງຕົ້ນສະ ບັບເຂົ້າໂຮງພິມດ້ວຍລະບົບເຕັກ ນິກ ການສື່ສານທີ່ທັນສະໄໝ. ມາ ຮອດປັດຈຸບັນ ເນື່ອງຈາກມີຄວາມ ຫຍຸ້ງຍາກດ້ານເສດຖະກິດ ແລະ ສື່ ສັງຄົມອອນລາຍ ມີການຂະຫຍາຍ ຕົວເຮັດໃຫ້ຈຳນວນໜ້າໜັງສືພິມ ຫລຸດລົງເປັນ 8 ໜ້າ ແຕ່ຍັງຮັກສາ ບັນດາຄໍລໍາ ແລະ ເນື້ອໃນສຳຄັນ ຕ່າງໆໄວ້ຄືເກົ່າ. ສໍາລັບວຽກງານຂ່າວ ກໍໄດ້ດໍາ ເນີນການປັບປຸງຜະລິດຕະພັນຂ່າວ ລາຍວັນດ້ວຍເນື້ອໃນທີ່ຫລາກ ຫລາຍແລະ ພັດທະນາໃຫ້ຂະຫຍາຍ ຕົວ ແລະ ກ້າວໄປສູ່ຄຸນນະ ພາບໃໝ່ ດ້ວຍການຍົກລະດັບປະລິມານແລະ ຄຸນນະພາບຂອງຂ່າວ ຂຶ້ນອີກບາດ ກ້າວໜຶ່ງ ເພື່ອສ່ອງແສງເຫດການ ຕ່າງໆທັງພາຍໃນແລະຕ່າງປະເທດ ໃຫ້ກວ້າງຂວາງເລິກເຊິ່ງມີເນື້ອ ໃນໜັກແໜ້ນ ແລະ ວ່ອງໄວ, ທັນ ເຫດການ ແລະ ຊັດເຈນ, ຕອບສະ ໂດຍ: ຄ້ອງໃໝ່ lh k'ltrk[c;f]h v,muj fu xu 2024 * ປີ 2024 ສປປ ລາວ ເປັນປະ ທານໝູນວຽນຂອງອາຊຽນ ແນ່ ນອນແລ້ວວຽກກໍ່ຕ້ອງຫລາຍຂຶ້ນ ຕື່ມ ເຊິ່ງມັນຮຽກຮ້ອງໃຫ້ທຸກພາກ ສ່ວນສາມັກຄີເປັນອັນໜຶ່ງອັນດຽວ ກັນ ເພື່ອເຮັດສໍາເລັດເປົ້າໝາຍ ຕ່າງໆທີ່ໄດ້ວາງເອົາໄວ້ ເປັນຕົ້ນ ການອຳນວຍຄວາມສະດວກ, ການ ຮັກສາຄວາມສະອາດ ແລະ ການ ບໍລິການຕ່າງໆ ເພື່ອສ້າງສະພາບ ແວດລ້ອມທີ່ດີ ໃຫ້ແກ່ຜູ້ແທນມາ ຮ່ວມກອງປະຊຸມຕ່າງໆ ທັງເປັນ ໂຄສະນາການທ່ອງທ່ຽວ. ຖ້າພວກເຮົາເບິ່ງຄືນຜົນຂອງ ກອງປະຊຸມເປີດກວ້າງຂອງລັດ ຖະບານຄັ້ງທີ 2 ປີ 2023, ຈັດຂຶ້ນ ໃນທ້າຍເດືອນທັນວາ 2023 ຜ່ານ ມາ, ນອນໃນຫລາຍແຜນວຽກທີ່ ຕ້ອງສຸມໃສ່ແມ່ນສືບຕໍ່ກະກຽມ ຄວາມພ້ອມຮອບດ້ານ ໃຫ້ແກ່ການ ເປັນປະທານກອງປະຊຸມອາຊຽນ ໃນປີ 2024; ໃນນັ້ນ ກອງປະຊຸມ ຍັງໄດ້ຊີ້ນໍາໃຫ້ສົມທົບກັນບັນດາ ພາກສ່ວນກ່ຽວຂ້ອງທັງຂົງເຂດ ວຽກງານການຕ່າງປະ ເ ທດ , ປກຊ- ປກສ...ໃນການອຳນວຍ ຄວາມສະດວກ, ການຮັກສາຄວາມ ສະອາດ ແລະ ການບໍລິການຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ຜູ້ແທນມາຮ່ວມກອງປະຊຸມ ຕ່າງໆ ທັງເປັນໂຄສະນາການທ່ອງ ທ່ຽວ. ເວົ້າເຖິງການສ້າງສະພາບແວດ ລ້ອມທີ່ດີ, ອໍານວຍຄວາມສະດວກ, ຮັກສາຄວາມສະອາດ...ມັນຕິດພັນ ຫລາຍວຽກງານກ່ຽວຂ້ອງກັນ, ໃນນັ້ນຍັງແມ່ນພັນທະໜ້າທີ່ຂອງ ທຸກຄົນທົ່ວສັງຄົມ ເພື່ອເຮັດໃຫ້ ແຂກທີ່ມາຮ່ວມກອງປະຊຸມ, ມາ ທ່ອງທ່ຽວຢ້ຽມຢາມ ຖືກອົກຖືກ ໃຈ ໃນຖານະເຈົ້າພາບ-ເຈົ້າບ້ານເຈົ້າ ເມືອງ ຄົນເຮົາຕ້ອງຮ່ວມກັນເຮັດ ໃຫ້ບັນຍາກາດໃນປີ 2024 ຟົດຟື້ນ ເປັນພິເສດ, ໃຫ້ມີພະລັງດຶງດູດຈິດ ໃຈໃຫ້ຜູ້ແທນກອງປະຊຸມ-ແຂກ ຕ່າງດ້າວທ້າວຕ່າງແດນຕິດໃຈ ໃນຄວາມເອົາໃຈໃສ່ຂອງ ຄົນລາວ ເຊິ່ງຈະເປັນເງື່ອນໄຂທີ່ດີໃນການ ຊຸກຍູ້ການຂັບເຄື່ອນບັນດາວຽກ ງານໃຫ້ບັນລຸຜົນຕາມຄາດໝາຍ ຫລື ລື່ນຄາດໝາຍ. ເລີ່ມແຕ່ຕົ້ນປີ ຄືທ້າຍເດືອນມັງ ກອນນີ້ ກໍ່ຈະກອງປະຊຸມລັດຖະມົນ ຕີທ່ອງທ່ຽວອາຊຽນ ແລະ ມະຫະ ກໍາການທ່ອງທ່ຽວອາຊຽນ 2024 ເຊິ່ງຈະມີຜູ້ແທນລະດັບການນໍາ ຂັ້ນສູງບັນດາປະເທດສະມາຊິກອາ ຊຽນ ແລະ ອາຊຽນບວກ ກັບຜູ້ຊື້- ຜູ້ຂາຍ ບໍລິການການທ່ຽວທ່ຽວ, ນັກຂ່າວ...ບໍ່ຕໍ່າກວ່າໜຶ່ງພັນຄົນ. ຈະມີການວາງສະແດງຫລາຍຮ້ອຍ ຮ້ານຢູ່ໃນຈຸດຈັດງານຢູ່ນະຄອນ ຫລວງວຽງຈັນ ແລະ ກິດຈະກໍາ ອື່ນໆ ໃຫ້ເຕັມໄປດ້ວຍບັນຍາກາດ ແຫ່ງຄວາມເບີກບານມ່ວນຊື່ນ ເປັນ ການສົ່ງເສີມການທ່ອງທ່ຽວໃຫ້ ແຂງແຮງ, ກະຕຸ້ນການທ່ອງທ່ຽວ ໃນໂອກາດປີທ່ອງທ່ຽວລາວ ໃຫ້ມີ ຄວາມຄຶກຄື້ນອີກເທື່ອ, ຂັບເຄື່ອນ ເສດຖະກິດ, ການບໍລິການ, ການ ສ້າງວຽກເຮັດງານທໍາລົງສູ່ຂັ້ນ ຮາກຖານ ເຊິ່ງທັງໝົດທັງມວນ ແມ່ນລ້ວນແຕ່ອາໄສຄົນລາວທຸກ ຖ້ວນໜ້າຕ້ອງສາມັກຄີເປັນເຈົ້າ ພາບທີ່ດີ ດັ່ງກອງປະຊຸມເປີດກວ້າງ ລັດຖະບານໄດ້ມີທິດຊີ້ນໍາຄື: ອຳ ນວຍຄວາມສະດວກ, ການຮັກສາ ຄວາມສະອາດ ແລະ ການບໍລິການ ຕ່າງໆ ເພື່ອສ້າງສະພາບແວດລ້ອມ ທີ່ດີ ໃຫ້ແກ່ຜູ້ແທນມາຮ່ວມກອງ ປະຊຸມຕ່າງໆ ທັງເປັນໂຄສະນາ ການທ່ອງທ່ຽວ. ສະຫລຸບວ່າປີ 2024 ເປັນອີກປີ ທີ່ສໍາຄັນສໍາລັບລາວເຮົາ ທີ່ຕ້ອງ ຮ່ວມກັນທຸກພາກສ່ວນ ແລະ ທົ່ວ ສັງຄົມ ລະດົມກັນໃນການເປັນເຈົ້າ ພາບທີ່ດີ, ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີ, ວັດທະນະ ທໍາ-ຮີດຄອງປະເພນີອັນດີງາມ ໃນ ການຕ້ອບຮັບຂັບສູ່ແຂກ ດ້ວຍຮອຍ ຍິ້ມອັນມີສະເໜ ເປັນພະລັງດຶງດູດ ຈິດໃຈໃຫ້ແຂກມາແລ້ວຢາກມາຕື່ມ ອີກ, ພ້ອມທັງຮັກສາຄວາມສະ ຫງົບ, ຮັບປະກັນໃຫ້ມີຄວາມປອດ ໄພ, ຮັກສາໄດ້ຄວາມຍືນຍົງທໍາມະ ຊາດ-ສະພາບແວດລ້ອມ. ພາບປະກອບ ພາບປະກອບ ພາ-ຊີ້ນໍາຂອງຄະນະພັກ ແລະ ຄະ ນະນໍາກະຊວງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ເຊິ່ງ ໄດ້ກາຍເປັນແນວຄິດຊີ້ນໍາ, ເປັນທິດ ທາງ ແລະ ແຜນການສູ້ຊົນຂອງ ສໍານັກຂ່າວສານປະເທດລາວຕະ ຫລອດມາ, ອັນໄດ້ເຮັດໃຫ້ສໍານັກ ຂ່າວສານຄ່ອຍໆໄດ້ມີການປັບປຸງ, ຍົກສູງຄຸນນະພາບ ແລະ ພັດທະນາ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==