5785

lh k'7;k,g0A ,c0'.odkora fmtok;y -k-u [76 c[[8+ gonj v' c9h 'dko0v'dt-;'dko8j k'xtgmf leg]a fdv'xt-5 ,7q [7tot[= ]y sko'ko ra dc0;' gxu fd;h k' 7A 'mu 13 ltw\mu IX 34 xu csj 'dkog8u [.spj 0tspkp8q ; 0v'vq 'dkowvptdkoxt-k-q ol6 'l5 f okpq d]a f4t,q o8u 1h P,0j eoa [ dkooe0A ol6 ' ll s;Pfok, lkoltcf'7;k,glQ klts]q f.9 gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 09.01.2024 ປີທີ 23 ສະບັບທີ 5.846 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມຮ່ວມກັບອົງ ການກາແດງລາວ ແລະ ອົງການ ອາຫານໂລກຈັດກອງປະຊຸມຖອດ ຖອນບົດຮຽນ ກ່ຽວກັບໂຄງການ ແຈກຢາຍເຂົ້າຊ່ວຍເຫລືອໃຫ້ແກ່ຜູ້ ດ້ອຍໂອກາດ ແລະ ປະສົບໄພພິບັດ ທີ່ບໍ່ສາມາດເຂົ້າເຖິງການຄໍ້າປະ ກັນສະບຽງອາຫານ ໃນວັນທີ 5 ມັງກອນ 2024 ເພື່ອທົບທວນ ຄືນ ຜົນສໍາເລັດຂອງການຕອບໂຕ້, ບົດຮຽນທີ່ຖອດຖອນໄດ້ ແລະ ໂອ ຂປລ. ໃນວັນທີ 5 ມັງກອນ 2024, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫລຸບຜົນງານ ການເຄື່ອນໄຫວວຽກງານ ປະຈໍາປີ 2023ແລະວາງທິດທາງແຜນການ ສຳລັບປີ 2024, ພາຍໃຕ້ການເປັນ ປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ, ມີບັນດາຄະນະພັກ-ຄະນະ ນຳກະຊວງ, ຄະນະກົມ, ຄະນະພະ ແນກ, ບັນດາພະນັກງານກະຊວງ ການຕ່າງປະເທດທີ່ຢູ່ພາຍໃນ ແລະ ບັນດາພະນັກງານນັກການທູດລາວ ທີ່ປະຈຳຢູ່ຕ່າງປະເທດກໍໄດ້ເຂົ້າ ຮ່ວມ ໂດຍຜ່ານລະບົບທາງໄກ. ຂປລ. ສູນພັດທະນາ ແລະ ບໍລິ ການດ້ານກະສິກຳຫ້ວຍຊອນ-ຫ້ວຍ ຊົ້ວ ເຊີນຊວນບັນດາພະນັກງານ, ລັດຖະກອນ, ທະຫານ, ຕໍາຫລວດ, ຊາວກະສິກອນ ແລະ ນັກທຸລະກິດ ເຂົ້າຮ່ວມສະເຫລີມສະຫລອງການ ສ້າງຕັ້ງສູນພັດທະນາ ແລະ ບໍລິການ ຂປລ. ໃນໂອກາດເດີນທາງໄປ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ລະຫວ່າງວັນທີ ຂປລ. ເພື່ອຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບ ຄົບຮອບ 75 ປີ ໃຫ້ມີຂະບວນການຟົດຟື້ນກົມ ອົບຮົມກົມໃຫຍ່ເສນາທິການກອງ ຂປລ. ຕະຫລອດໄລຍະ 34 ປີ ຜ່ານມາ, ອົງການໄອຍະການປະຊາ ຊົນສູງສຸດ ໄດ້ເຕີບໃຫຍ່ເຂັ້ມແຂງ ຂປລ. ໃນວັນທີ 4 ມັງກອນ 2024 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ສົ່ງສານ ສະແດງຄວາມເສົ້າສະຫລົດໃຈເຖິງ ທ່ານ ໂຮເຊນ ອາມິ ອັບໂດລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະ ລາມ ອີຣານ ຕໍ່ກັບເຫດການລະເບີດຮຸນແຮງສອງຄັ້ງ ທີ່ ແຂວງເກີແມນ. ເນື້ອໃນສານໄດ້ລະບຸວ່າ:ຂ້າພະເຈົ້າໄດ້ຮັບຂ່າວກ່ຽວກັບເຫດການລະ ເບີດຮຸນແຮງສອງຄັ້ງ ທີ່ແຂວງເກີແມນ, ພາກຕາເວັນອອກສ່ຽງໃຕ້ຂອງ ສາທາລະນະລັດ ອິດສະລາມ ອີຣານ ໃນວັນທີ 3 ມັງກອນ 2024 ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ເປັນ ຈໍານວນຫລວງຫລາຍ ແກ່ປະຊາຊົນ ອີຣານ. dt-;'dko8j k'xtgmf lts]5 [zq o'koxt9exu 2023 Iv'xtmkoltrkcsj '-kf]k; gIa f;PdIj ;,da [ lt4k[a o7Q o7;h koy 8y [a fpa fltrkcsj '-kf s;Pfok, g-u oIj ;,dy f9tdelts]v' 30 xu l6 ora fmtokdtly desh ;p-vo{sh ;p-Q ; mq [m;o7n ozq oleg]a f 37'dkoc9d1kpg0Q k.sh z6h fh vp3vdkf c]t xtlq [wrry [a f dtdP,7;k,rh v,Ia [8h vo ;a olh k'8A 'dv'ma [ 7q [Iv[ 75 xu ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ລາຊະ ອານາຈັກໄທ ຈະເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນອົງປະ ທານຮ່ວມໃນພິທີສະເຫລີມສະຫລອງ ຄົບຮອບ 30 ປີ ການສ້າງຕັ້ງສູນ ພັດທະນາ ແລະ ການບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ໃນວັນທີ 12 ມັງກອນ 2024 ເພື່ອສືບຕໍ່ຮັດແໜ້ນເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີ ມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ. ທ່ານ ພົງສະຫວັນ ສີສຸລາດ ຫົວໜ້າຫ້ອງການກະຊວງການຕ່າງ ປະເທດໄດ້ຜ່ານບົດລາຍງານສະ ຫລຸບຕີລາຄາໝາກຜົນຂອງການ ທ່ານ ສະເຫລີມໄຊ ກົມມະສິດ ສະຫາຍ ຈະເລີນ ເຍຍປາວເຮີ (ຊ້າຍ) 2-7 ມັງກອນ 2024, ສະຫາຍ ຈະເລີນ ເຍຍປາວເຮີ ກໍາມະການ ຂປລ. ກອງປະຊຸມຄົບຄະນະ ບໍລິຫານງານພັກ ແຂວງສະຫວັນ ນະເຂດ (ເປີດກວ້າງ) ຄັ້ງທີ 13 ສະໄໝທີ IX ໄດ້ເປີດຂຶ້ນເປັນທາງ ການ ໃນລະຫວ່າງວັນທີ 4-5 ມັງ ກອນ 2024 ຜ່ານມາ ໂດຍການ ເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງ ພັກ, ເລຂາພັກແຂວງ, ເຈົ້າແຂວງ ສະຫວັນນະເຂດ, ມີຄະນະປະຈຳ ພັກແຂວງ, ກຳມະການພັກແຂວງ ແລະ ພະນັກງານຫລັກແຫລ່ງອ້ອມ ຂ້າງແຂວງເຂົ້າຮ່ວມ. ໃນວາລະປະຊຸມ, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ຜ່ານບົດ ສະຫລຸບການຈັດຕັ້ງປະຕິບັດແຜນ ສະຫາຍ ບຸນໂຈມ ອຸບົນປະເສີດ ທັບໄດ້ເອົາໃຈໃສ່ເຮັດໜ້າທີ່ໃນ ການສ້າງແຜນອົບຮົມຫັດແອບສະ ແດງ ເພື່ອຮັບຕ້ອນວັນສຳຄັນດັ່ງ ດ້ານກະສິກຳຫ້ວຍຊອນ- ຫ້ວຍຊົ້ວ ຄົບຮອບ 30 ປີ ໃນວັນທີ 12-14 ມັງກອນ 2024 ຢູ່ທີ່ສູນດັ່ງກ່າວ, ພາຍໃນງານຈະມີກິດຈະກໍາການ ສໍາມະນາດ້ານວິຊາການຫລາຍຫົວ ຂໍ້ເຊັ່ນ: ການບໍລິຫານຈັດການກຸ່ມຜູ້ ຮອບດ້ານ, ສາມາດປະຕິບັດພາລະ ບົດບາດ, ສິດແລະໜ້າທີ່ຂອງຕົນໃນ ການຕິດຕາມກວດກາການປະຕິບັດ ກົດໝາຍຂອງທົ່ວສັງຄົມ ແລະ ສັ່ງ ຟ້ອງຜູ້ຖືກຫາຂຶ້ນສານ ຕາມລັດຖະ ທຳມະນູນ ແລະ ກົດໝາຍຢ່າງສັກ ສິດ, ປະກອບສ່ວນເຮັດໃຫ້ສັງຄົມ ມີຄວາມສະຫງົບ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍ, ສ້າງເງື່ອນ ໄຂໃຫ້ປະຊາຊົນ ໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງຜາສຸກ, ປະເທດ ຊາດ ໄດ້ຮັບການພັດທະນາທາງ ດ້ານເສດຖະກິດ-ສັງຄົມຂະຫຍາຍ ທ່ານ ຄຳເພັດ ສົມວໍລະຈິດ ສະຫາຍ ສອນໄຊ ສີພັນດອນ (ຊ້າຍ)

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 09/01/2024 xtgmf]k; ສານສະແດງ... ນາຍົກລັດຖະມົນຕີ.... ກະຊວງການຕ່າງປະເທດ... ເຊີນຮ່ວມກິດຈະກຳ... ເຄື່ອນໄຫວວຽກງານການຕ່າງປະ ເທດ ປະຈຳປີ 2023 ໂດຍໄດ້ຍົກ ໃຫ້ເຫັນສະພາບການພົ້ນເດັ່ນຂອງ ພາກພື້ນແລະສາກົນທີ່ມີການຜັນແປ ຢ່າງໄວວາ, ສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກເປັນຕົ້ນແມ່ນບັນ ຫາຄວາມຫຍຸ້ງຍາກດ້ານເສດຖະ ກິດໂລກ, ຂໍ້ຂັດແຍ່ງພາກພື້ນ ແລະ ສາກົນ, ອາຊະຍາກໍາຂ້າມຊາດ, ຜູ້ ອົບພະຍົບ, ໄພທໍາມະຊາດ, ພະຍາດ ລະບາດ, ຄວາມໝັ້ນຄົງດ້ານສະ ບຽງອາຫານ, ພະລັງງານ, ຄວາມ ປອດໄພທາງໄຊເບີ, ໄພເງິນເຟີ້ ເເລະ ບັນຫາອື່ນໆ. ເຖິງຢ່າງໃດກໍຕາມ, ພາຍໃຕ້ການນຳພາອັນສະຫລາດ ສ່ອງໄສ, ປີຊາສາມາດ, ມີຫົວຄິດປະ ດິດສ້າງ, ດ້ວຍຄວາມເອົາໃຈໃສ່ສູງ ແລະ ການຊີ້ນໍາ-ນຳພາຢ່າງໃກ້ຊິດ ຕິດແທດຈາກກົມການເມືອງສູນ ກາງພັກ-ລັດຖະບານ ກໍຄື ຄະນະພັກ ຄະນະນຳກະຊວງການຕ່າງປະເທດ ເຮັດໃຫ້ຂະແໜງການຕ່າງປະເທດ ສາມາດເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງຕະຫລອດໄລ ຍະ 1 ປີຜ່ານມາ, ສາມາດປັບຕົວ ເຂົ້າກັບສະພາບການປ່ຽນແປງໄດ້ ຢ່າງວ່ອງໄວທັນການ ແລະ ຢູ່ໃນ ທ່າບຸກຕະຫລອດມາ,ສາມາດຈັດຕັ້ງ ຜັນຂະຫຍາຍແນວທາງການຕ່າງ ປະເທດຂອງພັກ ຢ່າງມີປະສິດທິ ພາບ ແລະ ປະສິດທິຜົນສູງ, ສືບຕໍ່ ເພີ່ມທະວີການພົວພັນຮ່ວມມືກັບ ປະເທດເພື່ອນມິດອື່ນໆ ໃນໂລກທັງ ຢູ່ໃກ້ ແລະ ຢູ່ໄກ, ຍາດໄດ້ຜົນສຳ ເລັດພົ້ນເດັ່ນຫລາຍດ້ານຢ່າງໜ້າ ພາກພູມໃຈທັງໃນຂອບການຮ່ວມມື ສອງຝ່າຍ, ຫລາຍຝ່າຍ, ສາມາດຂົນ ຂວາຍຍາດແຍ່ງເອົາການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອ ຈາກປະເທດເພື່ອນມິດຍຸດທະສາດ, ປະເທດຄູ່ຮ່ວມພັດທະນາ ແລະ ຈາກສາກົນ ໄດ້ຢ່າງຫລວງຫລາຍ. ໃນນັ້ນ, ຜົນສໍາເລັດອັນພົ້ນເດັ່ນກໍ ແມ່ນການຕ້ອນຮັບບັນດາຜູ້ນໍາປະ ເທດເພື່ອນມິດໃນການເດີນທາງມາ ຢ້ຽມຢາມ ສປປ ລາວ ແລະ ຜູ້ນຳ ລາວ ກໍໄດ້ດຳເນີນການຢ້ຽມຢາມ ພົບປະ ແລະ ເຂົ້າຮ່ວມກອງປະຊຸມ ສາກົນຢູ່ຕ່າງປະເທດຫລາຍຄັ້ງ; ບັນດາສຳນັກງານຜູ້ຕາງໜ້າແຫ່ງ ສປປລາວ ປະຈຳຢູ່ຕ່າງປະເທດ ກໍຄື ບັນດານັກການທູດລາວ ກໍໄດ້ເຄື່ອນ ໄຫວວຽກງານການທູດການເມືອງ, ການທູດເສດຖະກິດ ແລະ ການທູດ ວັດທະນະທຳຢ່າງຕັ້ງໜ້າ ແລະ ມີ ຜົນສຳເລັດສູງ; ສາມາດຂົນຂວາຍ ຍາດແຍ່ງເອົາການຮ່ວມມືຈາກພາຍ ນອກ ແລະ ການສະໜັບສະໜູນ ຊ່ວຍເຫລືອຈາກສາກົນ ໄດ້ຢ່າງ ຫລວງຫລາຍ, ປົກປ້ອງໄດ້ສິດຜົນ ປະໂຫຍດອັນຊອບທໍາ ຂອງ ສປປ ລາວ ຢູ່ເວທີພາກພື້ນ ແລະ ສາກົນ; ສາມາດດຶງດູດເອົາການລົງທຶນ ຈາກຕ່າງປະເທດ, ການທ່ອງທ່ຽວ ແລະ ການຮ່ວມມືດ້ານເສດຖະກິດ ມາສູ່ປະເທດຊາດ, ລວມເຖິງການ ຂົນຂວາຍດຶງດູດຄົນເຊື້ອຊາດລາວ ຢູ່ປະເທດຕ່າງໆ, ປະກອບສ່ວນສໍາ ຄັນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ເປັນແຕ່ລະໄລະຍະ. ມາຮອດປັດຈຸບັນ, ສປປ ລາວ ໄດ້ມີ ການພົວພັນການທູດກັບ 149 ປະ ເທດໃນໂລກ (ຫລ້າສຸດແມ່ນກັບ ສາທາລະນະລັດ ບົດສະວານາ), ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 42ແຫ່ງ; ໃນນັ້ນ, ມີສະຖານເອກອັກ ຄະລັດຖະທູດ ຈໍານວນ 28 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນຈໍາ ນວນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ. ພ້ອມດຽວກັນນີ້, ບັນດາຜູ້ ເຂົ້າຮ່ວມກອງປະຊຸມ ກໍໄດ້ຮ່ວມກັນ ປະກອບຄຳຄິດເຫັນຕື່ມໃສ່ບົດລາຍ ງານສະຫລຸບຕີລາຄາການເຄື່ອນ ໄຫວວຽກງານການຕ່າງປະເທດ ໃນໄລຍະປີຜ່ານມາ ແລະ ວຽກຈຸດ ສຸມໃນຕໍ່ໜ້າ ເພື່ອໃຫ້ມີເນື້ອໃນຄົບ ຖ້ວນສົມບູນຍິ່ງຂຶ້ນ. ໃນໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ໃຫ້ ກຽດມີຄໍາເຫັນໂອ້ລົມ ແລະ ໃຫ້ທິດ ຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນງານການເຄື່ອນ ໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງ ພາກພື້ນ ແລະ ສາກົນ, ພ້ອມທັງທົບ ທວນຄືນຜົນການເຄື່ອນໄຫວວຽກ ງານການຕ່າງປະເທດ ໃນໄລຍະ 1 ປີຜ່ານມາ ແລະ ເຫັນດີເປັນເອກະ ພາບຕໍ່ບົດສະຫລຸບຕີລາຄາການ ເຄື່ອນໄຫວວຽກງານການຕ່າງປະ ເທດ ປະຈຳປີ 2023 ແລະ ທິດທາງ ວຽກງານຈຸດສຸມຂອງ ປີ 2024, ເຊິ່ງເຫັນວ່າໃນປີຜ່ານມາ ສປປ ລາວ ຍັງສືບຕໍ່ຕົກຢູ່ໃນສະພາບທີ່ຫຍຸ້ງ ຍາກ, ອັນເນື່ອງມາຈາກປັດໄຈພາຍ ໃນປະເທດທາງດ້ານເສດຖະກິດ ແຫ່ງຊາດ ສືບຕໍ່ໄດ້ຮັບຜົນກະທົບ ຈາກປັດໄຈພາຍນອກ, ບັນຫາ ຄວາມຂັດແຍ່ງຂອງພາກພື້ນ ແລະ ສາກົນ, ການລະບາດຂອງເຊື້ອພະ ຍາດໂຄວິດ-19 ຕະຫລອດໄລຍະ 3 ປີຜ່ານມາ ໄດ້ສືບຕໍ່ສົ່ງຜົນກະທົບ ດ້ານລົບຢ່າງໜັກໜ່ວງຕໍ່ການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ຢູ່ໃນທົ່ວໂລກ. ໃນຂະນະດຽວກັນ ກໍໄດ້ສ້າງຄວາມ ຫຍຸ້ງຍາກ ໃຫ້ແກ່ການເຄື່ອນໄຫວ ວຽກງານການຕ່າງປະເທດຂອງ ສປປ ລາວ ພໍສົມຄວນ. ແຕ່ດ້ວຍ ຄວາມຕັດສິນໃຈສູງ, ຄວາມເສຍສະ ຫລະ, ບຸກບືນ ແລະ ຍົກສູງຄວາມ ຮັບຜິດຊອບຂອງຄະນະພັກ-ຄະນະ ນໍາກະຊວງ ລວມເຖິງບັນດາພະນັກ ງານ-ລັດຖະກອນ ທັງພາຍໃນ ແລະ ປະຈໍາຢູ່ບັນດາສໍານັກງານການທູດ ຢູ່ຕ່າງປະເທດ ຈຶ່ງເຮັດໃຫ້ກະຊວງ ການຕ່າງປະເທດ ສາມາດຍາດໄດ້ ຜົນສໍາເລັດຫລາຍດ້ານ, ອັນໄດ້ປະ ກອບສ່ວນສໍາຄັນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ລວມທັງສາມາດ ເສີມສ້າງຖານະບົດບາດຂອງ ສປປ ລາວ ໃຫ້ເປັນທີ່ຮູ້ຈັກ ແລະ ສູງເດັ່ນ ຂຶ້ນຢູ່ໃນເວທີພາກພື້ນ ແລະ ສາກົນ, ນໍາເອົາຜົນປະໂຫຍດສູງສຸດມາ ສູ່ ປະຊາຊົນລາວບັນດາເຜົ່າ, ປະເທດ ຊາດ ນັບມື້ໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງຂຶ້ນ. ພ້ອມນີ້ ເພື່ອຮັບປະກັນການປະ ຕິບັດວຽກງານການຕ່າງປະເທດ ໃນປີ 2024 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮຽກ ຮ້ອງໃຫ້ຄະນະນໍາ ແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກ ຄົນທັງ ຢູ່ພາຍໃນ ແລະ ຕ່າງປະເທດຈົ່ງສືບ ຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດ ມາໄດ້, ທັງຍັງໄດ້ເນັ້ນໃສ່ບາງວຽກ ທີ່ສໍາຄັນ ໃຫ້ພ້ອມກັນສືບຕໍ່ເຄື່ອນ ໄຫວວຽກງານຢ່າງມີປະສິດທິຜົນ ແລະ ຢູ່ໃນທ່າບຸກ ໂດຍຍຶດໝັ້ນໃນ ແນວທາງການຕ່າງປະເທດ “ສັນ ຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ແລະ ປະຕິບັດ ຕາມຄໍາຂວັນຂອງກອງປະຊຸມວຽກ ງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກ ທະລຸ ເພື່ອປົກປັກຮັກສາ ແລະ ພັດ ທະນາປະເທດຊາດ ເພື່ອຮັບປະກັນ ການເຄື່ອນໄຫວວຽກງານການທູດ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ມີປະສິດທິຜົນສູງ, ຍາດແຍ່ງ ການຊ່ວຍເຫລືອ, ການສະໜັບສະ ໜູນ ແລະ ຄວາມເຫັນອົກເຫັນໃຈ ຈາກປະເທດເພື່ອນມິດຍຸດທະສາດ ແລະ ອື່ນໆ ເພື່ອສ້າງເງື່ອນໄຂອັນດີ ໃຫ້ແກ່ການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໃຫ້ປະ ສົບຜົນສໍາເລັດຢ່າງຈົບງາມ; ສືບຕໍ່ ເອົາໃຈໃສ່ວຽກງານສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ; ສືບຕໍ່ເອົາໃຈໃສ່ຂຶ້ນແຜນກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາ ມາດແກ່ພະນັກງານ-ລັດຖະກອນ ຢ່າງເປັນຮູບປະທຳ ເພື່ອແນໃສ່ ສ້າງພະນັກງານ-ລັດຖະກອນໃຫ້ ມີຄວາມຊ່ຽວຊານດ້ານພາສາຕ່າງ ປະເທດ ແລະ ດ້ານວິຊາສະເພາະ; ສືບຕໍ່ເອົາໃຈໃສ່ການປະຕິບັດວຽກ ງານວິຊາສະເພາະໃຫ້ມີປະສິດທິຜົນ ໃຫ້ໄດ້ຕາມລະດັບຄາດໝາຍ; ເອົາ ໃຈໃສ່ຕິດຕາມບັນດາໂຄງການ ແລະ ການຈັດຕັ້ງປະຕິບັດບັນດາ ໂຄງການຕ່າງໆຕາມ 6 ແຜນງານ ແລະ 38 ໂຄງການ ໃນໄລຍະປີ 2021-2025 ຂອງກະຊວງການ ຕ່າງປະເທດ; ສືບຕໍ່ປັບປຸງແລະສ້າງ ນິຕິກຳຂະແໜງການຕ່າງປະເທດ ໃຫ້ແທດເໝາະກັບສະພາບການ ປັດຈຸບັນ ເພື່ອເປັນບ່ອນອີງໃຫ້ແກ່ ການເຄື່ອນໄຫວວຽກງານການຕ່າງ ປະເທດໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນ; ສືບຕໍ່ຍົກສູງລະບົບ ການເຮັດວຽກ ຕາມຫລັກການຜ່ານ ປະຕູດຽວ ແລະ ຊຸກຍູ້ໃຫ້ທຸກພາກ ສ່ວນທັງສູນກາງ ແລະ ທ້ອງຖິ່ນ ເພີ່ມທະວີການຕິດຕາມ, ກວດກາ, ປະເມີນ, ການລາຍງານ ແລະ ຊຸກຍູ້ ການຮ່ວມມື ລະຫວ່າງ ສປປ ລາວ ກັບຕ່າງປະເທດ ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍຜົນການ ເຄື່ອນໄຫວຕ່າງປະເທດ ຂອງການ ນຳຂັ້ນຕ່າງໆ ຂອງ ສປປ ລາວ ກັບ ຕ່າງປະເທດ; ສືບຕໍ່ເອົາໃຈໃສ່ວຽກ ງານໂຄສະນາ ແລະ ເຜີຍແຜ່ບັນ ດາແນວທາງນະໂຍບາຍຂອງ ພັກລັດ, ນິຕິກໍາ ທີ່ພົວພັນກັບວຽກງານ ການຕ່າງປະເທດ, ການດຶງດູດ ການລົງທຶນ ກໍຄືວຽກງານການທູດ ເສດຖະກິດ, ການຂົນຂວາຍຄົນເຊື້ອ ຊາດລາວຢູ່ຕ່າງປະເທດ ແລະ ອື່ນໆ. ຂ່າວ-ພາບ: ກຕທ ໃນນາມລັດຖະບານ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ປະຊາຊົນລາວ ທຸກ ຖ້ວນໜ້າ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງມາ ຍັງທ່ານ, ລັດຖະບານ ແລະ ປະຊາ ຊົນສາທາລະນະລັດ ອິດສະລາມ ອີຣານ ໂດຍສະເພາະຕໍ່ຜູ້ໄດ້ຮັບເຄາະ ຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະ ທົບ ໃນຄັ້ງນີ້. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ ການນໍາພາ ຂອງລັດຖະບານແຫ່ງ ສາທາລະນະລັດອິດສະລາມອີຣານ, ອີຣານ ຈະສາມາດຜ່ານຜ່າຄວາມ ຫຍຸ້ງຍາກໃນຄັ້ງນີ້ແລະສາມາດຟື້ນ ຟູຊີວິດການເປັນຢູ່ຂອງຜູ້ປະສົບ ເຄາະຮ້າຍໃຫ້ກັບຄືນສູ່ສະພາບປົກ ກະຕິໂດຍໄວ. ສູນກາງພັກ, ຮອງປະທານສະພາ ແຫ່ງຊາດ, ປະທານກຳມາທິການ ກົດໝາຍ, ຫົວໜ້າຄະນະຮັບຜິດຊອບ ຄົ້ນຄວ້າ ແລະ ຮຽບຮຽງປະຫວັດ ຄວາມເປັນມາຂອງສະພາແຫ່ງ ຊາດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະ ແລະ ເຮັດວຽກຮ່ວມກັບ ສະຖາບັນຄົ້ນຄວ້ານິຕິບັນຍັດສະພາ ແຫ່ງຊາດຫວຽດນາມ ໃນຕອນບ່າຍ ວັນທີ3ມັງກອນທີ່ສຳນັກງານຫ້ອງ ວ່າການສະພາແຫ່ງຊາດ, ນະຄອນ ຫລວງຮ່າໂນ້ຍ. ໃນການພົບປະຄັ້ງນີ້, ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ສະແດງ ຄວາມຂອບໃຈມາຍັງບັນດາການ ນຳ, ພະນັກງານ-ລັດຖະກອນ ສະ ຖາບັນຄົ້ນຄວ້ານິຕິບັນຍັດ ທີ່ໄດ້ໃຫ້ ການຕ້ອນຮັບຄະນະຜູ້ແທນສະພາ ແຫ່ງຊາດລາວຢ່າງອົບອຸ່ນ, ພ້ອມ ທັງໄດ້ຕີລາຄາສູງ ແລະ ສະແດງ ຄວາມຊົມເຊີຍຕໍ່ບັນດາຜົນງານທີ່ ສະຖາບັນຄົ້ນຄວ້ານິຕິບັນຍັດບັນລຸ ໄດ້ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການປະຕິບັດວຽກງານຄົ້ນ ຄວ້າເພື່ອຮັບໃຊ້ວຽກງານນິຕິບັນຍັດ ຂອງສະພາແຫ່ງຊາດກໍຄືບັນດາອົງ ການຈັດຕັ້ງຂອງສະພາແຫ່ງຊາດ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມ ຫວັງວ່າ ສະຖາບັນຄົ້ນຄວ້ານິຕິບັນ ຍັດສະພາແຫ່ງຊາດຫວຽດນາມ ຈະແບ່ງປັນປະສົບການກັບສະຖາ ບັນຄົ້ນຄວ້ານິຕິກໍາຂອງສະພາແຫ່ງ ຊາດລາວ ໂດຍສະເພາະແມ່ນປະສົບ ການໃນການຄົ້ນຄວ້າ, ສ້າງ ແລະ ຮຽບຮຽງປະຫວັດຄວາມເປັນມາ ຂອງສະພາແຫ່ງຊາດລາວ ນັບແຕ່ ໄດ້ສ້າງຕັ້ງຈົນເຖິງປັດຈຸບັນ. ພ້ອມນີ້, ສະຫາຍ ຫງວຽນວັນ ຫ້ຽນ (NguyễnVănHiển) ຫົວ ໜ້າສະຖາບັນຄົ້ນຄວ້ານິຕິບັນຍັດ ສະພາແຫ່ງຊາດຫວຽດນາມ ກໍໄດ້ ສະແດງຄວາມຍິນດີ ແລະ ເປັນ ກຽດທີ່ໄດ້ຕ້ອນຮັບສະຫາຍ ຈະເລີນ ເຍຍປາວເຮີ ແລະ ຄະນະຜູ້ ແທນສະ ພາແຫ່ງຊາດລາວ ທີ່ມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ພ້ອມທັງ ລາຍງານໂດຍຫຍໍ້ວ່າ: ປັດຈຸບັນ, ສະຖາບັນຄົ້ນຄວ້ານິຕິບັນຍັດກໍາລັງ ຮັບຜິດຊອບຫົວຂໍ້ພິເສດຂັ້ນກະ ຊວງຄື: “ສະພາແຫ່ງຊາດຫວຽດ ນາມ-80 ປີ ແຫ່ງການສ້າງຕັ້ງ, ກ່າວໃຫ້ມີຄວາມຮັບປະກັນ100%. ສະຫາຍ ພັນໂທ ພົງສະຫວັດ ຄໍາຜຸຍ ຫົວໜ້າພະແນກຍຸດທະວິທີ ກົມອົບຮົມກົມໃຫຍ່ເສນາທິການ ກອງທັບ ໃນນາມຄະນະອະນຸກໍາມະ ການຊີ້ນໍາເນື້ອໃນພາກສະໜາມໄດ້ ໃຫ້ສຳພາດໃນເມື່ອບໍ່ດົນນີ້ວ່າ: ພາຍ ຫລັງໄດ້ຮັບໜ້າທີ່ໃຫ້ສ້າງສະໜາມ ສະແດງກຳນົດຈຸດພື້ນທີ່ຂອງແຕ່ລະ ເຫລົ່າຮົບທີ່ເຂົ້າຮ່ວມຍິງສະແດງ, ມາຮອດປັດຈຸບັນການສ້າງສະໜາມ ແມ່ນບັນລຸໄດ້ 90%. ນອກນັ້ນ, ຍັງ ໄດ້ກະກຽມເນື້ອໃນຄື: ຄໍາສັ່ງຫັນ ພາວະກຽມພ້ອມສູ້ຮົບສົ່ງໃຫ້ບັນດາ ກົມກອງຄໍາສັງເລກທີ01, 02, 03, 04 ແລະ ຄໍາສັ່ງເຄື່ອນທັບຢຶດ ແລະ ກໍ່ສ້າງສະໜາມເປັນແຕ່ລະໄລຍະ ນັບແຕ່ວັນທີ 13-28 ທັນວາ 2023 ແລະ ວັນທີ 2 ມັງກອນ 2024. ນອກຈາກນັ້ນ, ຍັງໄດ້ກະກຽມເນື້ອ ໃນພາກສະໜາມ ໃຫ້ແກ່ການຫັດ ແອບການສະແດງ, ແຜນຮ່າງຈັດ ວາງຂອບເຂດໃນຂອງແຕ່ລະເຫລົ່າ ຮົບ, ແຜນຮ່າງຮັບປະກັນຄວາມ ປອດໄພ ຢູ່ໃນການຝຶກອົບຮົມຫັດ ແອບໃນສະໜາມ, ແຜນປະສານ ແລະ ແຜນຄວບຄຸມໃນການສະແດງ ເພື່ອໃຫ້ມີຄວາມຮັບປະກັນ 100%. ສະຫາຍ ພັນໂທ ພົງສະຫວັດ ຄໍາຜຸຍ ຍັງໄດ້ສະແດງຄວາມຮູ້ສຶກ ຕໍ່ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 75 ປີ, ໃນນາມຕາງ ໜ້າພະນັກງານ-ນັກຮົບຂອງກອງ ທັບປະຊາຊົນລາວ ມີຄວາມຮູ້ສຶກ ພາກພູມໃຈຢ່າງຍິ່ງ ທີ່ໄດ້ປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຊິ່ງສະ ແດງໃຫ້ເຫັນວ່າ ຕະຫລອດໄລຍະ 75 ປີ ກອງທັບປະຊາຊົນລາວ ໄດ້ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງ ແຂງແຮງທາງດ້ານປະລິມານ ແລະ ຄຸນນະພາບ ເຊິ່ງໄດ້ສະແດງອອກໃນ ການຈັດຕັ້ງການປະກອບພະຫະນະ ອາວຸດຍຸດໂທປະກອນທີ່ທັນສະໄໝ, ພ້ອມທັງຖືໂອກາດນີ້, ອວຍພອນ ການນຳພັກ-ລັດ ໂດຍສະເພາະການ ນໍາກະຊວງປ້ອງກັນປະເທດຈົ່ງມີສຸ ຂະພາບແຂງແຮງສືບຕໍ່ຊີ້ນຳ-ນໍາ ພາກອງທັບປະຊາຊົນລາວໃຫ້ເຕີບ ໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວ. ກະກຽມຄວາມພ້ອມ... ນໍາໃຊ້ນໍ້າຊົນລະປະທານ, ວຽກ ງານພັດທະນາການລ້ຽງສັດ, ວຽກ ງານປະມົງ ແລະ ວຽກງານພັດທະ ນາທີ່ດິນ. ພ້ອມນີ້, ກໍຈະມີການວາງ ສະແດງ, ຈໍາໜ່າຍຜົນຜະລິດ ແລະ ຜະລິດຕະພັນກະສິກໍາລາວ ທີ່ຫລາກ ຫລາຍ ຈາກບັນດາກິດຈະກໍາການ ຜະລິດຂອງສູນ, ຄອບຄົວຕົວແບບ, ບັນດາທຸລະກິດດ້ານກະສິກໍາທີ່ມາ ຈາກບ້ານອ້ອມຂ້າງສູນ ແລະ ຜູ້ປະ ກອບການດ້ານກະສິກໍາຕ່າງໆໃຫ້ຜູ້ ເຂົ້າຮ່ວມໄດ້ຢ້ຽມຊົມ, ຮຽນຮູ້ ແລະ ເລືອກຊື້. ສູນພັດທະນາ ແລະ ບໍລິການ ດ້ານກະສິກຳຫ້ວຍຊອນ-ຫ້ວຍຊົ້ວ ໄດ້ສ້າງຂຶ້ນບົນເນື້ອໃນຈິດໃຈຂອງ ການນໍາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ລາ ຊະອານາຈັກໄທ ໃນວັນທີ 8 ເມສາ ປີ 1994, ມີສະຖານທີ່ຕັ້ງຢູ່ບ້ານນາ ຍາງ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ. ສູນດັ່ງກ່າວໄດ້ເປັນ ສັນຍະລັກແຫ່ງການຮ່ວມມືທາງ ດ້ານວິຊາການກ່ຽວກັບວຽກງານ ກະສິກໍາ ຂອງ 2 ຊາດ ລາວ-ໄທ ເຊິ່ງມີຈຸດປະສົງ ເພື່ອເສີມສ້າງສາຍ ພົວພັນການຮ່ວມມື, ແລກປ່ຽນວັດ ທະນະທໍາ ແລະ ຮີດຄອງປະເພນີອັນ ດີງາມຖານບ້ານໃກ້ເຮືອນຄຽງບ້ານ ພີ່ເມືອງນ້ອງ ທີ່ມີມາແຕ່ດົນນານນັ້ນ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ໂດຍ ສະເພາະແມ່ນການບໍລິການເຕັກນິກ ກະສິກຳ ດ້ວຍການນຳເອົາບົດຮຽນ ຜົນສຳເລັດຕົວຈິງໃນການພັດທະນາ ເຕັກນິກ, ເຕັກໂນໂລຊີດ້ານກະສິກຳ ຂອງລາຊະອານາຈັກໄທ ມາສາທິດ ຖ່າຍທອດທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງກັບທີ່ໃຫ້ນັກວິ ຊາການ, ກະສິກອນ, ຜູ້ປະກອບ ການ ແລະ ນັກຮຽນ-ນັກສຶກສາ ໃນ ສປປ ລາວ. ສໍາລັບວາລະການສໍາມະນາຈະ ຈັດຂຶ້ນໃນວັນທີ 13 ມັງກອນ2024 ເວລາ 8:30-16:30 ໂມງ, ຜູ້ທີ່ສົນ ໃຈສາມາດແຈ້ງລົງທະບຽນເຂົ້າ ຮ່ວມຮັບຟັງການສໍາມະນາໄດ້ທີ່ໜ້າ ງານຫລືລົງທະບຽນຜ່ານທາງອອນ ລາຍ https://forms.gle/kgK3bjTZXLEFs6tv8 ສອບຖາມ ເພີ່ມຕື່ມໄດ້ທີ່ເບີໂທ 020 5827 4699. ຂ່າວ: ພອນພຸດ ວົງມະນີ ຂປລ. ໃນໂອກາດເດີນທາງຢ້ຽມ ຢາມສສຫວຽດນາມຢ່າງເປັນທາງ ການ ໃນວັນທີ 06-07 ມັງກອນ 2024, ສະຫາຍສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງຂອງລັດຖະບານ ສສ ຫວຽດນາມ ເປັນຕົ້ນ ເຂົ້າຢ້ຽມ ຂໍ່ານັບ ສະຫາຍ ຫວໍ້ ວັນ ເຖື່ອງ ປະ ທານປະເທດ ແລະ ສະຫາຍ ເວື່ອງ ດິ່ງ ເຫ້ວ ປະທານສະພາແຫ່ງຊາດ ສສ ຫວຽດນາມ. ໃນໂອກາດດັ່ງກ່າວ, ສະຫາຍນາ ຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມາຍັງ ສະຫາຍ ປະທານປະເທດ ຫວໍ້ ວັນ ເຖື່ອງ ແລະ ຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມແລະ ສະຫາຍ ປະທານສະພາແຫ່ງຊາດ ເວື່ອງ ດິ່ງ ເຫວ້ ແລະ ບັນດາສະຫາຍ ການນໍາສະພາແຫ່ງ ຊາດຫວຽດ ນາມ, ໄດ້ສະແດງຄວາມຊົມເຊີຍຕໍ່ ບັນດາຜົນສໍາເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ໃນການສ້າງສາພັດ ທະນາປະເທດຊາດ ໃນຕະຫລອດ ໄລຍະຜ່ານມາຂອງ ສສ ຫວຽດ ນາມ, ພ້ອມທັງໄດ້ແຈ້ງຜົນການພົບ ປະຢ່າງເປັນທາງການ ກັບສະຫາຍ ນາຍົກລັດຖະມົນຕີຟ້າມມິງຈິງ. ໃນ ໂອກາດນີ້, ສະຫາຍນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງ ຄວາມຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍ ນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນ ລໍ້າຄ່າ ແລະ ທັນການໃນຕະຫລອດ ໄລຍະຜ່ານມາ ແລະ ຫວັງວ່າລັດຖະ ບານ ສສ ຫວຽດນາມ ຈະສືບຕໍ່ໃຫ້ ການສະໜັບສະໜູນແລະຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະ ໃນໄລຍະການເປັນປະທານອາຊຽນ ໃນປີ 2024 ນີ້. ພ້ອມນັ້ນ, ກໍໄດ້ຖືໂອ ກາດນີ້ ອວຍພອນປີໃໝ່ສາກົນປີ 2024 ແລະ ປີໃໝ່ຫວຽດນາມທີ່ຈະ ມາເຖິງໃນມໍ່ໆນີ້ ແລະ ອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫລອດ ກາລະນານ. ໃນໂອກາດດຽວກັນ, ການນໍາ ຂັ້ນສູງຂອງ ສສ ຫວຽດນາມ ກໍໄດ້ ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຂອງສະຫາຍນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງ ນີ້ ເຊິ່ງເປັນຄັ້ງທໍາອິດພາຍຫລັງດໍາ ລົງຕໍາແໜ່ງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມທັງໃຫ້ຄໍາໝັ້ນສັນ ຍາວ່າ ຈະສືບຕໍ່ໃຫ້ການສະໜັບສະ ໜູນແລະຊ່ວຍເຫລືອສປປລາວໃນ ຕໍ່ໜ້າແລະອວຍພອນໃຫ້ສະຫາຍນາ ຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະປະສົບຜົນສໍາເລັດຕາມ ຄາດໝາຍ ໃນການຢ້ຽມຢາມທາງ ການຄັ້ງນີ້ ແລະ ສືບຕໍ່ເພີ່ມພູນຄູນ ສ້າງສາຍພົວພັນແບບພິເສດ ລາວຫວຽດນາມ ໃຫ້ໄດ້ຮັບໝາກຜົນ ຍິ່ງໆຂຶ້ນ. ປ່ຽນແປງໃໝ່ ແລະ ພັດທະນາ” ເພື່ອຮັບຮູ້, ຕີລາຄາບັນດາຜົນສໍາ ເລັດ ແລະເຫດການສໍາຄັນທີ່ພົ້ນເດັ່ນ ຂອງສະພາແຫ່ງຊາດ, ສະຫລຸບ ບັນດາບົດຮຽນ ແລະ ປະສົບການ ຂອງສະພາແຫ່ງຊາດຫວຽດນາມ ໃນຂະບວນການປະຫວັດສາດ. ໃນ ປີ 2016 ສະຖາບັນຄົ້ນຄວ້ານິຕິ ບັນຍັດໄດ້ຮັບຜິດຊອບຮຽບຮຽງ ປຶ້ມ “ສະພາແຫ່ງຊາດ ແຫ່ງສາ ທາລະນະລັດສັງຄົມນິຍົມຫວຽດ ນາມສືບທອດ, ປ່ຽນແປງໃໝ່ ແລະ ພັດ ທະນາ” ສະຫລຸບ ແລະ ຕີລາຄາ 70 ປີ ສະພາແຫ່ງຊາດຫວຽດນາມ ຜ່ານ13ຊຸດ;ສະພາແຫ່ງຊາດຫວຽດ ນາມ ຍັງໄດ້ຮຽບຮຽງ ແລະ ຈັດພິມ ບັນດາເອກະສານປະຫວັດສາດ ຂອງສະພາແຫ່ງຊາດເປັນປະຈຳ ແລະແຕ່ລະໄລຍະ ເຊັ່ນ: ເອກະສານ ກອງປະຊຸມສະພາແຫ່ງຊາດຄົບ ຊຸດ, ການດຳເນີນກອງປະຊຸມສະພາ ແຫ່ງຊາດ, ປຶ້ມປະຫວັດສາດຂອງ ສະພາແຫ່ງຊາດຫວຽດນາມລວມ ມີ 4 ເຫລັ້ມ (ໄລຍະປີ 19462011). ຂ່າວ-ພາບ: ສພຊ ຮອງປະທານສະພາ...

xtgmf]k; 3 09/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ນັບແຕ່ປີ 2000 ເປັນຕົ້ນມາ, ສໍານັກຂ່າວສານປະເທດລາວ ກໍ ໄດ້ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການດໍາເນີນວຽກງານຕາມ ພາລະບົດບາດ ແລະ ໜ້າທີ່ຂອງຕົນ ຢູ່ໃນເງື່ອນໄຂພາຍໃນ ແລະ ສາກົນ ທີ່ຜັນແປໄປຢ່າງສັບສົນ ເຊິ່ງມີທັງ ກາລະໂອກາດເອື້ອອຳນວຍແລະ ສິ່ງທ້າທາຍຫລາຍຢ່າງ. ເຖິງຢ່າງ ໃດກໍຕາມ, ສໍານັກຂ່າວສານປະ ເທດລາວ ກໍໄດ້ຮັບການຊີ້ນໍາ-ນໍາ ພາຈາກພັກ ແລະ ລັດຢ່າງໃກ້ຊິດ leoa d0j k;lkoxtgmf]k; ,5j 'l6j dkora fmtok.ow]pt.\j (ເນື່ອງໃນໂອກາດວັນສ້າງຕັ້ງສຳນັກຂ່າວສານປະເທດລາວ ຄົບຮອບ 56 ປີ ວັນທີ 06/01/1968-06/01/2024) ດີຂຶ້ນເປັນກ້າວໆ. ນອກຈາກການປັບປຸງ ແລະ ຍົກ ລະດັບເນື້ອໃນແລ້ວ, ພວກເຮົາຍັງ ໄດ້ເພີ່ມຜະລິດຕະພັນໃໝ່ຕື່ມອີກ ໂດຍສະເພາະໃນວັນທີ 1 ທັນວາ ປີ 2001, ສໍານັກຂ່າວສານປະເທດ ລາວ ກໍໄດ້ສ້າງຕັ້ງ ແລະ ຈັດພິມໜັງ ສືພິມປະເທດລາວລາຍວັນ (ພາສາ ລາວ) ສະບັບທໍາອິດ ເປັນຂາວດໍາ ປະກອບມີ 8 ໜ້າ ແລະ ມີຍອດການ ພິມເບື້ອງຕົ້ນ 4.000 ສະບັບຕໍ່ມື້, ຂະນະທີ່ການຈັດສົ່ງຕົ້ນສະບັບເຂ້ົາ ໂຮງພິມກໍຍັງມີຄວາມຫຍຸ້ງຍາກ ຫລາຍ ເພາະວ່າຕ້ອງໄດ້ໃຫ້ພະນັກ ງານໄປສົ່ງເຂົ້າໂຮງພິມດ້ວຍຕົນ ເອງ, ແຕ່ໃນໄລຍະ 5-6 ປີຕໍ່ມາ ກໍໄດ້ສືບຕໍ່ພັດທະນາເນື້ອໃນ ຂອງ ໜັງສືພິມທີ່ອຸດົມສົມບູນ, ມີຫລາກ ຫລາຍຄໍລໍາ ກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ປກຊ-ປກສ ລວມແລ້ວ ມີຫລາຍ ກວ່າ 20 ຄໍລໍາ ແລະ ເພີ່ມການພິມ ເປັນ 12 ໜ້າ, ສອດສີໜ້າໜັງສືພິມ ກ້າວກະໂດດຂອງສ່ືສັງຄົມອອນ ລາຍ ເຊິ່ງໄດ້ເຮັດໃຫ້ໜັງສືພິມ ກໍຄື ສິ່ງພິມອັນເປັນສື່ແບບເກົ່າໃນທົ່ວ ໂລກຫລາຍສະບັບ ຈຳເປັນຕ້ອງຢຸດ ຕິການພິມ ແລະ ຫັນສູ່ການເຜີຍແຜ່ ຂໍ້ມູນຂ່າວສານຜ່ານສື່ໃໝ່, ສິ່ງພິມ ກໍຄືໜັງສືພິມໃນລາວເຮົາກໍໄດ້ຮັບ ຜົນສະທ້ອນຈາກສະພາບພາຍນອກ ດັ່ງກ່າວ ແລະ ອີງໃສ່ເງື່ອນໄຂຕົວ ຈິງຜູ້ອ່ານພາຍໃນ ກໍຫັນມາຮັບຂໍ້ ມູນຂ່າວສານຜ່ານສື່ແບບໃໝ່ ຫລື ສື່ອອນລາຍ, ດັ່ງນັ້ນມາຮອດປີ 2017 ຂປລ ກໍໄດ້ຢຸດຕິການພິມໜັງ ສືພິມພາສາຝຣັ່ງ ແລະ ພາສາອັງ ກິດ KPL News ມາສູ່ການກະ ຈາຍຂ່າວຜ່ານເວັບໄຊ ກໍຄືຜ່ານ ຊ່ອງທາງອອນລາຍແທນ ຈົນມາ ເຖິງປັດຈຸບັນ. ສັງລວມແລ້ວ, ນັບແຕ່ມື້ສ້າງ ຕັ້ງເປັນຕົ້ນມາ ສໍານັກຂ່າວສານ ປະ ເທດລາວ ໄດ້ດໍາເນີນການປັບປຸງ ແລະ ພັດທະນາຜະລິດຕະພັນມາ ໂດຍຕະຫລອດ ເຊິ່ງມີຜະລິດຕະພັນ ທັງໝົດຄື: ໃບຂ່າວລາຍວັນ, ໃບ ຂ່າວຄົ້ນຄວ້າລາຍວັນ, ໜັງສືພິມປະ ເທດລາວລາຍວັນ, ວາລະສານປະ ເທດລາວ, ໜັງສືພິມພາສາຕ່າງປະ ເທດ KPL News. ມາຮອດປັດຈຸ ບັນອີງໃສ່ສະພາບການໃໝ່ ເພື່ອ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງຜູ້ອ່ານ, ບັນດາຜະ ລິດຕະພັນສ່ິງພິມສ່ວນຫລາຍຂອງ ຂປລ ແມ່ນໄດ້ຫັນສູ່ການເຜີຍແຜ່ ຜ່ານຊ່ອງທາງອອນລາຍ, ເວັບໄຊ, ເຟສບຸກ, ຢູທູບ, ຍັງຮັກສາໄວ້ແຕ່ ໜັງສືພິມປະເທດລາວ ລາຍວັນ ພ້ອມນີ້, ຍັງມີວິດີໂອອອນລາຍ (ລາຍການເວທີມະຫາຊົນ ແລະ ລາຍການໄປຫາມາບອກ) ທີ່ເຜີຍ ແຜ່ຂໍ້ມູນຂ່າວສານທາງຢູທູບ, ເຟສ ບຸກ ປະເທດລາວ Pathedlao ແລະ ອື່ນໆ ບົນພື້ນຖານແຫ່ງການ ພັດທະນາຫັນເປັນທັນສະໄໝ ແລະ ການຂະຫຍາຍຕົວຂອງເຕັກໂນໂລ ຊີໃນຍຸກສະໄໝ ແຫ່ງໂລກາພິວັດ. ໜອງຂໍ້ມູນຂ່າວສານດ້ານ ເຕັກນິກວິທະຍາສາດ, ວິທະຍາການ ແລະ ອື່ນໆ ທັງຢູ່ພາຍໃນ ແລະ ສາກົນ ຢ່າງເໝາະສົມ, ຖືກຕ້ອງຕາມແນວ ທາງນະໂຍບາຍຂອງພັກ-ລັດ ໃນ ແຕ່ລະໄລຍະໃຫ້ແກ່ບັນດາສື່ຕ່າງໆ ແລະ ມວນຊົນ ຕາມພາລະບົດບາດ ຂອງສໍານັກຂ່າວສານປະເທດ ລາວ, ທັງສ້າງເງື່ອນໄຂໃຫ້ບັນດາ ແຂວງໃນທົ່ວປະເທດ ໄດ້ຮັບຂໍ້ມູນ ຂ່າວສານຕ່າງໆໃນແຕ່ລະວັນ. ນອກຈາກນັ້ນ, ສໍານັກຂ່າວສານປະ ເທດລາວ ຍັງໄດ້ມີການພັດທະນາ ຍົກລະດັບການພິມ ຈາກພິມເປັນ ໃບຂ່າວພາສາຕ່າງປະເທດ KPL News ມາເປັນໜັງສືພິມລາຍວັນ (ພາສາອັງກິດ ແລະ ຝຣັ່ງ) ດ້ວຍ ຍອດການພິມເບື້ອງຕົ້ນ300ສະບັບ ຕໍ່ມື້ ແລະ ຕໍ່ມາໃນປີ 2012 ກໍໄດ້ພັດ ທະນາຂຶ້ນດ້ວຍການເພີ່ມການພິມ ສອດສີໜ້າທໍາອິດ. ເຖິງຢ່າງໃດກໍດີໂດຍອີງໃສ່ກະ ແສຟອງຂອງການພັດທະນາທີ່ *** ຕໍ່ຈາກສະບັບກ່ອນ *** ໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ VII, VIII, IX, X ແລະ XI ຂອງພັກ, ມະຕິກົມ ການເມືອງສູນກາງພັກກ່ຽວກັບ ການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງລັດຕໍ່ສື່ມວນຊົນ ໃນໄລຍະໃໝ່ ແລະແຜນພັດທະນາ ເສດຖະກິດ-ສັງຄົມ ຂອງລັດຖະ ບານໃນແຕ່ລະໄລຍະ ກໍຄື ການນໍາ ໜ້າທໍາອິດດ້ວຍລະບົບໂປຣແກມ ຄອມພິວເຕີແລະ ການຈັດສົ່ງຕົ້ນສະ ບັບເຂົ້າໂຮງພິມດ້ວຍລະບົບເຕັກ ນິກ ການສື່ສານທີ່ທັນສະໄໝ. ມາ ຮອດປັດຈຸບັນ ເນື່ອງຈາກມີຄວາມ ຫຍຸ້ງຍາກດ້ານເສດຖະກິດ ແລະ ສື່ ສັງຄົມອອນລາຍ ມີການຂະຫຍາຍ ຕົວເຮັດໃຫ້ຈຳນວນໜ້າໜັງສືພິມ ຫລຸດລົງເປັນ 8 ໜ້າ ແຕ່ຍັງຮັກສາ ບັນດາຄໍລໍາ ແລະ ເນື້ອໃນສຳຄັນ ຕ່າງໆໄວ້ຄືເກົ່າ. ສໍາລັບວຽກງານຂ່າວ ກໍໄດ້ດໍາ ເນີນການປັບປຸງຜະລິດຕະພັນຂ່າວ ລາຍວັນດ້ວຍເນື້ອໃນທີ່ຫລາກ ຫລາຍແລະ ພັດທະນາໃຫ້ຂະຫຍາຍ ຕົວ ແລະ ກ້າວໄປສູ່ຄຸນນະ ພາບໃໝ່ ດ້ວຍການຍົກລະດັບປະລິມານແລະ ຄຸນນະພາບຂອງຂ່າວ ຂຶ້ນອີກບາດ ກ້າວໜຶ່ງ ເພື່ອສ່ອງແສງເຫດການ ຕ່າງໆທັງພາຍໃນແລະຕ່າງປະເທດ ໃຫ້ກວ້າງຂວາງເລິກເຊິ່ງມີເນື້ອ ໃນໜັກແໜ້ນ ແລະ ວ່ອງໄວ, ທັນ ເຫດການ ແລະ ຊັດເຈນ, ຕອບສະ ໂດຍ: ຄ້ອງໃໝ່ lh k'ltrk[c;f]h v,muj fu xu 2024 * ປີ 2024 ສປປ ລາວ ເປັນປະ ທານໝູນວຽນຂອງອາຊຽນ ແນ່ ນອນແລ້ວວຽກກໍ່ຕ້ອງຫລາຍຂຶ້ນ ຕື່ມ ເຊິ່ງມັນຮຽກຮ້ອງໃຫ້ທຸກພາກ ສ່ວນສາມັກຄີເປັນອັນໜຶ່ງອັນດຽວ ກັນ ເພື່ອເຮັດສໍາເລັດເປົ້າໝາຍ ຕ່າງໆທີ່ໄດ້ວາງເອົາໄວ້ ເປັນຕົ້ນ ການອຳນວຍຄວາມສະດວກ, ການ ຮັກສາຄວາມສະອາດ ແລະ ການ ບໍລິການຕ່າງໆ ເພື່ອສ້າງສະພາບ ແວດລ້ອມທີ່ດີ ໃຫ້ແກ່ຜູ້ແທນມາ ຮ່ວມກອງປະຊຸມຕ່າງໆ ທັງເປັນ ໂຄສະນາການທ່ອງທ່ຽວ. ຖ້າພວກເຮົາເບິ່ງຄືນຜົນຂອງ ກອງປະຊຸມເປີດກວ້າງຂອງລັດ ຖະບານຄັ້ງທີ 2 ປີ 2023, ຈັດຂຶ້ນ ໃນທ້າຍເດືອນທັນວາ 2023 ຜ່ານ ມາ, ນອນໃນຫລາຍແຜນວຽກທີ່ ຕ້ອງສຸມໃສ່ແມ່ນສືບຕໍ່ກະກຽມ ຄວາມພ້ອມຮອບດ້ານ ໃຫ້ແກ່ການ ເປັນປະທານກອງປະຊຸມອາຊຽນ ໃນປີ 2024; ໃນນັ້ນ ກອງປະຊຸມ ຍັງໄດ້ຊີ້ນໍາໃຫ້ສົມທົບກັນບັນດາ ພາກສ່ວນກ່ຽວຂ້ອງທັງຂົງເຂດ ວຽກງານການຕ່າງປະ ເ ທດ , ປກຊ- ປກສ...ໃນການອຳນວຍ ຄວາມສະດວກ, ການຮັກສາຄວາມ ສະອາດ ແລະ ການບໍລິການຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ຜູ້ແທນມາຮ່ວມກອງປະຊຸມ ຕ່າງໆ ທັງເປັນໂຄສະນາການທ່ອງ ທ່ຽວ. ເວົ້າເຖິງການສ້າງສະພາບແວດ ລ້ອມທີ່ດີ, ອໍານວຍຄວາມສະດວກ, ຮັກສາຄວາມສະອາດ...ມັນຕິດພັນ ຫລາຍວຽກງານກ່ຽວຂ້ອງກັນ, ໃນນັ້ນຍັງແມ່ນພັນທະໜ້າທີ່ຂອງ ທຸກຄົນທົ່ວສັງຄົມ ເພື່ອເຮັດໃຫ້ ແຂກທີ່ມາຮ່ວມກອງປະຊຸມ, ມາ ທ່ອງທ່ຽວຢ້ຽມຢາມ ຖືກອົກຖືກ ໃຈ ໃນຖານະເຈົ້າພາບ-ເຈົ້າບ້ານເຈົ້າ ເມືອງ ຄົນເຮົາຕ້ອງຮ່ວມກັນເຮັດ ໃຫ້ບັນຍາກາດໃນປີ 2024 ຟົດຟື້ນ ເປັນພິເສດ, ໃຫ້ມີພະລັງດຶງດູດຈິດ ໃຈໃຫ້ຜູ້ແທນກອງປະຊຸມ-ແຂກ ຕ່າງດ້າວທ້າວຕ່າງແດນຕິດໃຈ ໃນຄວາມເອົາໃຈໃສ່ຂອງ ຄົນລາວ ເຊິ່ງຈະເປັນເງື່ອນໄຂທີ່ດີໃນການ ຊຸກຍູ້ການຂັບເຄື່ອນບັນດາວຽກ ງານໃຫ້ບັນລຸຜົນຕາມຄາດໝາຍ ຫລື ລື່ນຄາດໝາຍ. ເລີ່ມແຕ່ຕົ້ນປີ ຄືທ້າຍເດືອນມັງ ກອນນີ້ ກໍ່ຈະກອງປະຊຸມລັດຖະມົນ ຕີທ່ອງທ່ຽວອາຊຽນ ແລະ ມະຫະ ກໍາການທ່ອງທ່ຽວອາຊຽນ 2024 ເຊິ່ງຈະມີຜູ້ແທນລະດັບການນໍາ ຂັ້ນສູງບັນດາປະເທດສະມາຊິກອາ ຊຽນ ແລະ ອາຊຽນບວກ ກັບຜູ້ຊື້- ຜູ້ຂາຍ ບໍລິການການທ່ຽວທ່ຽວ, ນັກຂ່າວ...ບໍ່ຕໍ່າກວ່າໜຶ່ງພັນຄົນ. ຈະມີການວາງສະແດງຫລາຍຮ້ອຍ ຮ້ານຢູ່ໃນຈຸດຈັດງານຢູ່ນະຄອນ ຫລວງວຽງຈັນ ແລະ ກິດຈະກໍາ ອື່ນໆ ໃຫ້ເຕັມໄປດ້ວຍບັນຍາກາດ ແຫ່ງຄວາມເບີກບານມ່ວນຊື່ນ ເປັນ ການສົ່ງເສີມການທ່ອງທ່ຽວໃຫ້ ແຂງແຮງ, ກະຕຸ້ນການທ່ອງທ່ຽວ ໃນໂອກາດປີທ່ອງທ່ຽວລາວ ໃຫ້ມີ ຄວາມຄຶກຄື້ນອີກເທື່ອ, ຂັບເຄື່ອນ ເສດຖະກິດ, ການບໍລິການ, ການ ສ້າງວຽກເຮັດງານທໍາລົງສູ່ຂັ້ນ ຮາກຖານ ເຊິ່ງທັງໝົດທັງມວນ ແມ່ນລ້ວນແຕ່ອາໄສຄົນລາວທຸກ ຖ້ວນໜ້າຕ້ອງສາມັກຄີເປັນເຈົ້າ ພາບທີ່ດີ ດັ່ງກອງປະຊຸມເປີດກວ້າງ ລັດຖະບານໄດ້ມີທິດຊີ້ນໍາຄື: ອຳ ນວຍຄວາມສະດວກ, ການຮັກສາ ຄວາມສະອາດ ແລະ ການບໍລິການ ຕ່າງໆ ເພື່ອສ້າງສະພາບແວດລ້ອມ ທີ່ດີ ໃຫ້ແກ່ຜູ້ແທນມາຮ່ວມກອງ ປະຊຸມຕ່າງໆ ທັງເປັນໂຄສະນາ ການທ່ອງທ່ຽວ. ສະຫລຸບວ່າປີ 2024 ເປັນອີກປີ ທີ່ສໍາຄັນສໍາລັບລາວເຮົາ ທີ່ຕ້ອງ ຮ່ວມກັນທຸກພາກສ່ວນ ແລະ ທົ່ວ ສັງຄົມ ລະດົມກັນໃນການເປັນເຈົ້າ ພາບທີ່ດີ, ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີ, ວັດທະນະ ທໍາ-ຮີດຄອງປະເພນີອັນດີງາມ ໃນ ການຕ້ອບຮັບຂັບສູ່ແຂກ ດ້ວຍຮອຍ ຍິ້ມອັນມີສະເໜ ເປັນພະລັງດຶງດູດ ຈິດໃຈໃຫ້ແຂກມາແລ້ວຢາກມາຕື່ມ ອີກ, ພ້ອມທັງຮັກສາຄວາມສະ ຫງົບ, ຮັບປະກັນໃຫ້ມີຄວາມປອດ ໄພ, ຮັກສາໄດ້ຄວາມຍືນຍົງທໍາມະ ຊາດ-ສະພາບແວດລ້ອມ. ພາບປະກອບ ພາບປະກອບ ພາ-ຊີ້ນໍາຂອງຄະນະພັກ ແລະ ຄະ ນະນໍາກະຊວງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ເຊິ່ງ ໄດ້ກາຍເປັນແນວຄິດຊີ້ນໍາ, ເປັນທິດ ທາງ ແລະ ແຜນການສູ້ຊົນຂອງ ສໍານັກຂ່າວສານປະເທດລາວຕະ ຫລອດມາ, ອັນໄດ້ເຮັດໃຫ້ສໍານັກ ຂ່າວສານຄ່ອຍໆໄດ້ມີການປັບປຸງ, ຍົກສູງຄຸນນະພາບ ແລະ ພັດທະນາ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==