5784

xtgmf]k; 6 08/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d vkp5 7;k,.odkoIh v'2h v'mk'vkpk c]t dkorQ o9kd7;k,Ia [zy f-v[mk'vkpk -u ;y f{;a fmtotme g,n v'rP' dP,7;k,rh v, gxu f[5 odv'g0Q k.spj xt9exu 2024 ກົດໝາຍສະບັບນີ້ ຍົກເວັ້ນການກະ ທຳຜິດ ໃນສະຖານການປອມແປງ ເງິນ ຫລື ການໃຊ້ເງິນປອມ ແລະ ການຟອກເງິນ. ສຳລັບສາເຫດທີ່ພາໃຫ້ພົ້ນຈາກ ຄວາມຮັບຜິດຊອບທາງອາຍາ ໃນ ມາດຕາ 33 ຂອງປະມວນກົດໝາຍ ອາຍາໄດ້ກຳນົດໄວ້ມີດັ່ງນີ້: 1. ການ ໝົດອາຍຸຄວາມໃນການຮ້ອງຟ້ອງ; 2.ການຖືກບັງຄັບແລະການຖືກຂົ່ມ ຂູ່; 3. ການປ້ອງກັນຕົວ; 4. ສະພາ ວະທີ່ຈຳເປັນ; 5. ການປະຕິບັດໜ້າ ທີ່ຕາມວິຊາຊີບ; 6. ການປະຕິບັດ ຕາມຄຳສັ່ງ; 7. ການຫລິ້ນກິລາ; 8. ການກະທຳຜິດຊຶ່ງຈຳເປັນຕ້ອງມີ ຄຳຮ້ອງຟ້ອງຂອງຜູ້ຖືກເສຍຫາຍ. ການໝົດອາຍຸຄວາມໃນການ ຮ້ອງຟ້ອງທາງອາຍາ ໃນມາດຕາ 34 ກຳນົດວ່າ: ແມ່ນການສິ້ນສຸດ ກຳນົດເວລາໃນການຮ້ອງຟ້ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 31 ຂອງປະມວນກົດໝາຍສະບັບນີ້. ການໝົດອາຍຸຄວາມໃນການຮ້ອງ ຟ້ອງທາງອາຍາ ເປັນສາເຫດທີ່ພາ ໃຫ້ຄວາມຮັບຜິດຊອບທາງອາຍາ ຕົກໄປ. ການຖືກບັງຄັບ ແລະ ການຖືກ ຂົ່ມຂູ່ ໃນມາດຕາ 35 ກຳນົດວ່າ: ບຸກຄົນໃດຫາກໄດ້ກະທຳຜິດ ດ້ວຍ ການຖືກບັງຄັບ ຫລື ການຖືກຂົ່ມຂູ່ ຊຶ່ງຕົນບໍ່ສາມາດຫລີກລຽງໄດ້ ຈະ ບໍ່ມີຄວາມຮັບຜິດຊອບທາງອາຍາ. ໃນກໍລະນີທີ່ການກະທຳນັ້ນ ຫາກ ເປັນການກະທຳຜິດຖານຄະຣຸໂທດ ການຖືກບັງຄັບ ຫລື ການຖືກ ຂົ່ມຂູ່ ເປັນພຽງແຕ່ສາເຫດທີ່ພາໃຫ້ມີ ການຫລຸດຜ່ອນຄວາມຮັບຜິດຊອບ ທາງອາຍາເທົ່ານັ້ນ. ການປ້ອງກັນຕົວ ໃນມາດຕາ 36 ກຳນົດວ່າ: ແມ່ນ ການກະທຳ ຂອງບຸກຄົນໃດໜຶ່ງ ທີ່ກໍ່ຂຶ້ນເພື່ອປົກ ປ້ອງຜົນປະໂຫຍດຂອງລັດ ຫລື ຂອງສັງຄົມ, ຊີວິດ, ສຸຂະພາບ, ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຕົນເອງ ຫລື ຂອງບຸກຄົນອື່ນ, ເພື່ອຕ້ານການບຸກລຸກທີ່ເປັນອັນຕະ ລາຍຕໍ່ສັງຄົມ ແຕ່ການບຸກລຸກນັ້ນ ຕ້ອງມີຈິງ ແລະ ເປັນອັນຕະລາຍ ແທ້. ການປ້ອງກັນຕົວ ຕ້ອງກະທຳ ໃນເວລາທີ່ມີການບຸກລຸກແລະ ບໍ່ໃຫ້ ເກີນຂອບເຂດຂອງການບຸກລຸກນັ້ນ. ສະພາວະທີ່ຈຳເປັນໃນມາດຕາ 37 ກຳນົດວ່າ: ແມ່ນການກະທຳ ດ້ວຍຄວາມຈຳເປັນຂອງບຸກຄົນໃດ ໜຶ່ງ ເພື່ອຫລີກເວັ້ນໄພອັນຕະລາຍ ທີ່ຂົ່ມຂູ່ຜົນປະໂຫຍດຂອງລັດ ຫລື ຂອງສັງຄົມ, ຊີວິດ, ສຸຂະພາບ, ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຕົນເອງ ຫລື ຂອງບຸກຄົນອື່ນ ແລະເມື່ອໄພອັນຕະລາຍດັ່ງກ່າວ ຫາກບໍ່ສາມາດຫລີກເວັ້ນໄດ້ດ້ວຍວິ ທີອື່ນ ແລະ ບໍ່ເກີດຈາກການກະທຳ ຂອງຕົນເອງ ແຕ່ຜົນເສຍຫາຍທີ່ ເກີດຈາກການກະທຳນັ້ນຕ້ອງໜ້ອຍ ກວ່າຜົນເສຍຫາຍທີ່ຈະເກີດຂຶ້ນຈາກ ໄພອັນຕະລາຍ. ການປະຕິບັດໜ້າທີ່ ໃນມາດຕາ 38ກຳນົດວ່າ: ຈະເປັນສາເຫດທີ່ພາ ໃຫ້ພົ້ນຈາກຄວາມຮັບຜິດຊອບທາງ ອາຍາໄດ້ ກໍຕໍ່ເມື່ອມີເງື່ອນໄຂຄົບ ຖ້ວນດັ່ງນີ້: 1. ການກະທຳຕ້ອງຢູ່ ໃນຂອບເຂດສິດ ແລະ ໜ້າທີ່ຂອງ ຕົນ; 2. ການກະທຳຕ້ອງຖືກຕ້ອງ ຕາມ ວິຊາສະເພາະ ແລະ ກົດໝາຍ. ການປະຕິບັດຕາມຄຳສັ່ງ ໃນ ມາດຕາ 39 ກຳນົດວ່າ: ຈະຖືເປັນ ສາເຫດທີ່ພາໃຫ້ພົ້ນຈາກຄວາມ ຮັບຜິດຊອບທາງອາຍາໄດ້ ກໍຕໍ່ ເມື່ອມີເງື່ອນໄຂຄົບຖ້ວນ ດັ່ງນີ້: 1. ຕ້ອງເປັນຄຳສັ່ງຈາກຜູ້ມີສິດ ແລະ ໜ້າທີ່ອອກຄຳສັ່ງນັ້ນ; 2. ຄຳສັ່ງນັ້ນ ຕ້ອງຖືກຕ້ອງຕາມກົດໝາຍ; 3. ຜູ້ປະຕິບັດຄຳສັ່ງ ຕ້ອງມີສິດ ແລະ ໜ້າທີ່ປະຕິບັດຄຳສັ່ງນັ້ນ; 4. ຜູ້ປະ ຕິບັດຄຳສັ່ງຕ້ອງປະຕິບັດໃນຂອບ ເຂດຂອງຄຳສັ່ງແລະ ຖືກຕ້ອງຕາມ ກົດໝາຍ. ການຫລິ້ນກິລາ ໃນມາດຕາ 40 ກຳນົດວ່າ: ຈະເປັນສາເຫດທີ່ພາໃຫ້ ພົ້ນຈາກຄວາມຮັບຜິດຊອບທາງ ອາຍາໄດ້ກໍຕໍ່ເມື່ອການຫຼິ້ນ ກິລານັ້ນ ຫາກຢູ່ໃນຂອບເຂດກະຕິກາຂອງ ກິລາດັ່ງກ່າວ. ໃນກໍລະນີທີ່ການກະທຳຜິດ ຫາກບໍ່ເປັນອັນຕະລາຍຮ້າຍແຮງ ຕໍ່ສັງຄົມ ຖ້າວ່າບໍ່ມີຄຳຮ້ອງຟ້ອງ ຂອງຜູ້ຖືກເສຍຫາຍກໍຈະດຳເນີນ ຄະດີບໍ່ໄດ້. ຖ້າການກະທຳຜິດທີ່ບໍ່ ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ ຊຶ່ງຈຳເປັນຕ້ອງມີຄຳຮ້ອງຟ້ອງ ຂອງຜູ້ຖືກເສຍຫາຍມີດັ່ງນີ້: 1. ກາ ນທຳຮ້າຍຮ່າງກາຍລະຫວ່າງຍາດ ໃກ້ຊິດ ທີ່ບໍ່ມີການບາດເຈັບສາຫັດ ຫລື ບໍ່ເສຍອົງຄະ ຍົກ ເວັ້ນການທຳ ຮ້າຍຮ່າງກາຍແມ່ຍິງ ແລະ ເດັກ, ຜູ້ ມີອາຍຸແຕ່ ຫົກສິບປີຂຶ້ນໄປ ຫລື ຜູ້ ເສຍອົງຄະ ຫລື ການກະທຳຜິດເປັນ ອາຈິນ ຫລື ການກະທຳຜິດບໍ່ເຂັດ ຫລາບ; 2. ການນິນທາ, ການໃສ່ ຮ້າຍ, ການປ້ອຍດ່າ, ການໝິ່ນປະ ໝາດຊາກສົບ ຫລື ຊື່ສຽງຂອງຜູ້ ຕາຍ; 3. ການທຳມິດສະຈານ; 4. ການກະທຳຜິດຕໍ່ກຳມະສິດສ່ວນ ຕົວຂອງຍາດໃກ້ຊິດ; 5. ການລ່ວງ ລະເມີດເຄຫະສະຖານ ແລະ ການ ລ່ວງລະເມີດຄວາມລັບສ່ວນຕົວ. * ໃນມາດຕາ 31 ຂອງປະມວນ ກົດໝຍອາຍາ ໄດ້ກຳອາຍຸຄວາມໃນ ການຮ້ອງຟ້ອງທາງອາຍາແມ່ນ ກຳນົດເວລາໃນການຮ້ອງຟ້ອງ ທາງອາຍາ ຊຶ່ງກຳນົດໄວ້ໃນປະ ມວນກົດໝາຍອາຍາ, ຖ້າຫາກກາຍ ກຳນົດເວລາດັ່ງກ່າວກໍຈະບໍ່ສາ ມາດຮ້ອງຟ້ອງທາງອາຍາ ຕໍ່ການ ກະທຳຜິດໄດ້. ອາຍຸຄວາມໃນການ ຮ້ອງຟ້ອງທາງອາຍາມີດັ່ງນີ້: 1. ໜຶ່ງປີ ສຳລັບການກະທຳຜິດໃນສະ ຖານ ລະຫຸໂທດ; 2. ເຈັດປີ ສຳລັບ ການກະທຳຜິດໃນສະຖານໂທສານຸ ໂທດ; 3. ສິບຫ້າປີ ສຳລັບການກະ ທຳຜິດໃນສະຖານຄະຣຸໂທດ. ອາຍຸຄວາມໃນການຮ້ອງຟ້ອງ ທາງອາຍາ ໃຫ້ນັບແຕ່ວັນໄດ້ກະທຳ ຜິດເປັນຕົ້ນໄປ. ໃນກໍລະນີທີ່ໄດ້ມີ ການກະທຳຜິດເທື່ອໃໝ່ ພາຍໃນກຳ ນົດອາຍຸຄວາມຂອງການກະທຳຜິດ ເທື່ອກ່ອນນັ້ນ ອາຍຸຄວາມໃນການ ຮ້ອງຟ້ອງດັ່ງກ່າວ ໃຫ້ນັບແຕ່ວັນ ກະທຳຜິດເທື່ອໃໝ່ນັ້ນ ເປັນຕົ້ນໄປ. ໃນກໍລະນີທີ່ໄດ້ຫລົບຫລົກຈາກ ການດຳເນີນຄະດີຈະນັບແຕ່ວັນຜູ້ ກະທຳຜິດໄດ້ເຂົ້າສະເໜີຕົວ ຫລື ຖືກຈັບຕົວເປັນຕົ້ນໄປ. ພ້ອມນີ້ໃນມາດຕາ 32 ຍັງກຳ ນົດການບໍ່ນຳໃຊ້ອາຍຸຄວາມໃນ ການຮ້ອງຟ້ອງທາງອາຍາ ອາຍຸ ຄວາມໃນການຮ້ອງຟ້ອງທາງອາ ຍາ ທີ່ໄດ້ກຳນົດໄວ້ໃນມາດຕາ 31 ຂອງປະມວນກົດໝາຍ ສະບັບນີ້ ຈະບໍ່ນຳໃຊ້ຕໍ່ການກະທຳຜິດໃນສະ ຖານການດັບສູນເຊື້ອຊາດ ແລະ ການກະທຳຜິດຕໍ່ຄວາມສະຫງົບ ຂອງຊາດ ຕາມທີ່ໄດ້ກຳນົດໄວ້ໃນ ໝວດທີ 1 ພາກທີ II ຂອງປະມວນ lq j 'glu ,7;k,I6 h c]t 7;k,le7a o 0v'dkoIa dlkxB ,c[[IPo * ເມື່ອບໍ່ດົນມານີ້, ສູນໂຄສະນາ ຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບແຜນງານປັບ ປຸງຄຸນນະພາບ ແລະ ຂະຫຍາຍໂອ ກາດເຂົ້າເຖິງການສຶກສາຂັ້ນພື້ນ ຖານ ໃນ ສປປ ລາວ ຫລື ບີຄວາ ສະເໜີວິດີໂອໃໝ່ ເພື່ອປູກຈິດສຳ ນຶກໃນຮັກສາປຶ້ມແບບຮຽນ ຊຶ່ງ ໄດ້ບອກເຖິງສິ່ງທີ່ຄວນເຮັດ ແລະ ສິ່ງທີ່ບໍ່ຄວນເຮັດແນໃສ່ໃຫ້ຄູສອນ ຊັ້ນປະຖົມສຶກສາ ໃຫ້ຄໍາແນະນໍາ ແກ່ນັກຮຽນກ່ຽວກັບບົດບາດຂອງ ພວກ ເຂົາໃນການຮັບຜິດຊອບການ ຮັກສາປື້ມແບບຮຽນຢ່າງຖືກຕ້ອງ, ພ້ອມທັງອະທິບາຍໃຫ້ນັກຮຽນ ແລະ ພໍ່ແມ່ນັກຂອງນັກຮຽນຮູ້ວິທີ ການຮັກສາປຶ້ມແບບຮຽນ ໂດຍນຳ ໃຊ້ຢ່າງລະມັດລະວັງ ແລະ ເປັນເຈົ້າ ການໃນການເກັບຮັກສາ. ນັບແຕ່ປີ 2019 ເປັນຕົ້ນມາ ເມື່ອໄດ້ເລີ່ມມີການນຳໃຊ້ຫລັກສູດ ສະບັບປັບປຸງໃໝ່, ທຸກໂຮງຮຽນທົ່ວ ປະເທດແມ່ນໄດ້ຮັບຊຸດປຶ້ມແບບ ຮຽນ ແລະ ຄູມືຄູ່ ຊຶ່ງໄດ້ອອກຫລັກ ສູດໃໝ່ຂອງຊັ້ນຮຽນໃນແຕ່ລະປີ. ປຶ້ມແບບຮຽນແມ່ນມີຄຸນຄ່າ, ສະນັ້ນ ມັນຕ້ອງໄດ້ຮັບການຮັກສາເປັນ ຢ່າງດີ ເພື່ອໃຫ້ສາມາດເກັບໄວ້ໃຊ້ ໄດ້ຍາວນານ ເພື່ອນ້ອງນັກຮຽນສົກ ຮຽນໃໝ່ໃນອະນາຄົດໄດ້ໃຊ້ຕໍ່ໄປ. ວິດີໂອນີ້, ໄດ້ຍົກໃຫ້ເຫັນຄໍາ ແນະນໍາທີ່ເຂົ້າໃຈງ່າຍ ເຊັ່ນ: ຄູໄດ້ ສາທິດວິທີການຫໍ່ປຶ້ມແບບຮຽນໃນ ເວລາໄຂສົກຮຽນໃໝ່ ແລະ ສ້ອມ ແປງປຶ້ມທັນທີຖ້າຫາກເປ່ເພ, ຄູໄດ້ ອະທິບາຍໃຫ້ນັກຮຽນບໍ່ໃຫ້ພັບປຶ້ມ ແບບຮຽນ, ຫ້າມຂຽນໃນປຶ້ມແບບ ຮຽນ ແລະ ຫ້າມກິນ ຫລື ດື່ມໃນເວ ລາອ່ານໜັງສື ເພາະປຶ້ມແບບຮຽນ ຄວນເກັບຮັກສາໄວ້ຫ່າງຈາກນໍ້າ, ອາຫານ ແລະ ຝຸ່ນ, ນັກຮຽນຕ້ອງ ເອົາປຶ້ມແບບຮຽນກັບບ້ານ ເພື່ອໃຫ້ ເຂົາເຈົ້າສາມາດເຮັດວຽກບ້ານ ແລະທົບທວນຄືນບົດຮຽນຂອງເຂົາ ເຈົ້າໄດ້. ສະນັ້ນ, ສິ່ງສຳຄັນແມ່ນຄູ ຄວນສາທິດໃຫ້ນັກຮຽນເຫັນ ເພື່ອ ຮູ້ວິທີເກັບປຶ້ມເຂົ້າໄວ້ໃນຖົງຮຽນ ຂອງພວກເຂົາຢ່າງລະມັດລະວັງ, ຄູຍັງສາມາດຊ່ວຍນັກຮຽນ ແລະ ພໍ່ແມ່ໃຫ້ເອົາໃຈໃສ່ໃນການເກັບ ຮັກສາປຶ້ມແບບຮຽນ ໂດຍເກັບໄວ້ ໃນບ່ອນທີ່ສະອາດ ແລະ ແຫ້ງ ເຊັ່ນ: ຕູ້ ຫລື ຊັ້ນວາງຢູ່ເຮືອນ. ວິດີໂອການຮັກສາປຶ້ມແບບ ຮຽນນີ້ ແມ່ນຈະອອກອາກາດທາງ ໂທລະພາບການສຶກສາ ແລະ ກິລາ (ຊ່ອງ Lao ESTV) ທາງດາວ ທຽມລາວແຊັດ ຊ່ອງ 8 ແລະ ທາງຊ່ອງ YouTube ວິດີໂອສຳ ລັບການພັດທະນາຄູ Teacher De v e l o pme n t V i d eo s ແລະ ສາມາດຮັບຊົມໄດ້ທີ່ລິ້ງນີ້: h t t p s : / / y o u t u . b e / 3 k - 6Ac19Dls?si=Q9d1O77 NsnVHhp0m. ໂດຍ: ບຸນທີ * ໃນວັນທີ 5 ມັງກອນ 2024 ທີ່ ເດີ່ນກອງເຂົ້າໃຫຍ່ ບ້ານສົມສະຫວັນ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຝຶກ ຊ້ອມຂະບວນກ້ອນກໍາລັງບ້ານຕ່າງໆ ຄັ້ງສຸດທ້າຍ ເພື່ອກຽມຄວາມພ້ອມໃນ ການເປີດເທສະການບຸນກອງເຂົ້າໃຫຍ່ ປະຈໍາປີ 2024 ນີ້ ເຂົ້າຮ່ວມໃນງານ ຄັ້ງນີ້ມີ ທ່ານ ເສີດ ແສງສຸລິນ ເຈົ້າ ເມືອງໆພຽງ, ມີບັນດາທ່ານຄະນະຮັບ ຜິດຊອບກ້ອນກໍາລັງຕ່າງໆເຂົ້າຮ່ວມ. ພິທີແມ່ນເລີ່ມຕົ້ນດ້ວຍກ້ອນກໍາລັງ ກອງເຍົາວະຊົນ ແລະ ກອງດຸລິຍາງ ຈາກນັ້ນ ກ້ອນແຫ່ຜະລິດຕະພັນເຫລົ້າ ຂາວ ແລະ ເຄື່ອງຕໍ່າ, ຈັກສານຟ້ອນ ລາຍລື້ ໃຊ້ຄົນປະມານ 100 ຄົນ ພາຍ ໃຕ້ຄໍາຂວັນ ບ້ານດົງເງິນ ບ້ານພັດທະ ນາ ສ້າງເປັນຕົວແບບດ້ານວັດທະນະ ທໍາເຜົ່າລື້ ສົ່ງເສີມຫັດຖະກໍາຕໍ່າຫູກ ປຸງ ແຕ່ງ ແລະ ລ້ຽງສັດເປັນສິນຄ້າ, ຕໍ່ດ້ວຍ ບ້ານກິ່ວແຄ່ມແຫ່ຜົນຜະລິດພືດຜັກ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ສ້າງ ບ້ານກິ່ວແຄ່ມໃຫ້ເປັນບ້ານພັດທະນາ ສົ່ງເສີມການປູກພືດເປັນສິນຄ້າຕິດພັນ ກັບການຕະຫລາດ, ຕໍ່ມາບ້ານໂພນໄຊ ແຫ່ຮວງເຂົ້າໃຫຍ່ ແລະ ພືດຜັກ ໃຊ້ຄົນ 100 ຄົນພາຍໃຕ້ຄໍາຂວັນ ບ້ານໂພນໄຊ ບ້ານພັດທະນາສືບຕໍ່ສ້າງຕົວແບບການ ເຮັດກະເສດສຸມປູກເຂົ້າ ແລະ ສົ່ງເສີມ ການປູກພືດຜັກເປັນສິນຄ້າຕິດພັນກັບ ການຕະຫລາດ, ບ້ານໜອງງົວ ແຫ່ພາ ຂວັນ ແລະ ຜະລິດຕະພັນເສັ້ນໝີ່ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານໜອງ ງົວ ບ້ານພັດທະນາສົ່ງເສີມການບໍລິ ການປຸງແຕ່ງເຂົ້າເປັນສິນຄ້າ ແລະ ອະ ນຸລັກວັດທະນະທໍາເຜົ່າລາວ, ບ້ານນາ ຊິງ ແຫ່ໂຮງສີເຂົ້າ ແລະ ຜະລິດລູກປາກົບ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານນາຊິງ ບ້ານພັດທະນາສຸມໃສ່ ການປຸງແຕ່ງເຂົ້າ ແລະ ບໍລິການເປັນ ສິນຄ້າ ຕິດພັນກັບການຕະຫລາດ ແລະ ການ ບໍລິການທາງຜ່ານ, ບ້ານຫົວນາ ແຫ່ເຄື່ອງ ຫັດຖະກໍາຈັກສານສາດລາຍ ອ່ອນໝ້ຽງ ໃຊ້ຄົນ100ຄົນພາຍໃຕ້ຄໍາ ຂວັນ ບ້ານຫົວນາ ບ້ານພັດທະນາສຸມ ໃສ່ການຜະລິດເຂົ້າ, ໝ້ຽງ ແລະ ຫັດຖະ ກໍາຈັກສານເປັນສິນຄ້າ ຕິດພັນກັບການ ຕະຫລາດ, ບ້ານນາແຄມແຫ່ຢາສູບພືດ ຜັກ ແລະ ເຂົ້າເປັນສິນຄ້າ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານນາແຄມບ້ານ ພັດທະນາສຸມໃສ່ການຜະລິດ ເຂົ້າພືດ ຜັກຢາສູບ ຕິດພັນກັບການບໍລິການ, ບ້ານນາບວມ ແຫ່ພາບວັດພະເຈົ້າໂອ້ຍ ໝາກແຕງ ພືດຜັກ ໃຊ້ຄົນ 150 ຄົນ ພາຍໃຕ້ຄໍາຂວັນ ບ້ານນາບວມບ້ານພັດ ທະນາສຶບຕໍ່ສ້າງບ້ານໃຫ້ເປັນບ້ານພັດ ທະນາຮອບດ້ານ ມີຕົວແບບໃນການ ປູກເຂົ້າ ພືດຜັກເປັນສິນຄ້າ ຕິດພັນກັບ ການຕະຫລາດ, ບ້ານວຽງຈະເລີນ ໃຊ້ ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານ ວຽງຈະເລີນ ບ້ານພັດທະນາສືບຕໍ່ຮັກ ສາວັດທະນະທໍາເຜົ່າກຶມມຸ ສົ່ງເສີມ ການປູກພືດອຸດສາຫະກໍາ ບໍລິການ ເຫລົ້າໄຫ ທີ່ເປັນເອກະລັກຕິດພັນກັບ ການທ່ອງທ່ຽວ, ບ້ານນໍ້າປຸຍ ແຫ່ເຮືອ ຊວງເປົ່າແຄນ ເຜົ່າມົ້ງ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານນໍ້າປຸຍບ້ານ ພັດທະນາສ້າງບ້ານນໍ້າປຸຍເປັນຕົວ ເມືອງສະອາດ ສີຂຽວ ສວຍງາມ ບໍລິ ການທາງຜ່ານ ແລະ ການທ່ອງທ່ຽວ; ສະເພາະບັນດາກ້ອນແຫ່ຂອງແຕ່ລະ ບ້ານທີ່ເຂົ້າຮ່ວມໃນເທສະການບຸນກອງ ເຂົ້າໃຫຍ່ ປີ 2024 ແມ່ນໄດ້ກໍານົດເອົາ 10ກ້ອນແລະ ກ້ອນຢືນ10ກ້ອນແລະ ການຊ້ອມໃຫຍ່ໃນຄັ້ງນີ້ໂດຍລວມ ແມ່ນໄດ້ຕາມແຜນທີ່ວາງໄວ້ ແຕ່ມີບາງ ກ້ອນບາງບ້ານໃນການຟ້ອນ, ການຍ່າງ ບໍ່ທັນໄດ້ດີເທົ່າທີ່ຄວນ ຕ້ອງໄດ້ເຝິກ ຊ້ອມໃໝ່ ຫວັງວ່າໃນວັນທີ 9 ມັງກອນ 2024 ເຊິ່ງເປັນມື້ເປີດເທສະການ ບຸນກອງເຂົ້າໃຫຍ່ເປັນທາງການບັນ ດາແຕ່ລະກ້ອນຄຈະໄດ້ດີ ແລະ ໄດ້ຮັບ ຄວາມຍ້ອງຍໍຊົມເຊີຍຈາກຜູ້ມາຊົມ ແລະ ມາຮ່ວມງານອີກດ້ວຍ.

RkJQdWJsaXNoZXIy MTc3MTYxMQ==