5784

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1*** Iv']a f4t,q o8u dt-;'dko8j k'xtgmf g7n j vows;gIa f;Pd16 j ll s;Pfok, g-dv' gvq k.9.lj 75 h ,7v'cI''korkp.o{ 8j k'xtgmf c]t cdh w07j kcI''ko 08/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ໂດຍຕອບສະໜອງຕາມ ຄໍາເຊີນຂອງສະຫາຍ ນາງ ເລ ທິ ຖູ່ ຮັ່ງຮອງລັດຖະມົນຕີກະຊວງການ ຕ່າງປະເທດ, ປະທານຄະນະກຳມະ ການແຫ່ງລັດ ເພື່ອຊາວຫວຽດນາມ ຢູ່ຕ່າງປະເທດ ແຫ່ງ ສສ ຫວຽດ ນາມ, ສະຫາຍ ຕິ່ງ ສຸກສັນ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະຈາກກົມພົວພັນ ຄົນເຊື້ອຊາດລາວ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດໄດ້ເດີນ ທາງໄປຢ້ຽມຢາມ ສສ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມພົບປະ ສອງຝ່າຍ ລະຫວ່າງ ຄະນະກຳມະ ການແຫ່ງລັດ ເພື່ອຊາວຫວຽດນາມ ຢູ່ຕ່າງປະເທດ ແລະ ຄະນະກຳມະ ການພົວຄົນເຊື້ອຊາດລາວ ຢູ່ຕ່າງ ປະເທດ, ໃນລະຫວ່າງ ວັນທີ26- 30 ທັນວາ 2023 ຜ່ານມາ ເພື່ອສືບ ຕໍ່ຜັນຂະຫຍາຍ ແລະ ການຮ່ວມມື ໃນການຈັດຕັ້ງປະຕິບັດບົດບັນທຶກ ຄວາມເຂົ້າໃຈ(MOU) ຂອງສອງ ຄະນະກຳມະການດັ່ງກ່າວ ໃຫ້ໄດ້ ຮັບໝາກຜົນສູງຂຶ້ນກວ່າເກົ່າ. ໃນໂອກາດດັ່ງກ່າວ, ສະຫາຍ ຕິ່ງ ສຸກສັນ ໄດ້ນໍາເອົາຄວາມຢ້ຽມ ຢາມຖາມຂ່າວອັນອົບອຸ່ນຂອງສະ ຫາຍສະເຫລີມໄຊກົມມະສິດກໍາມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ, ປະ ທານຄະນະກໍາມະການພົວພັນຄົນ ເຊື້ອຊາດລາວ ຢູ່ຕ່າງປະເທດ (ຄພ ລຕ) ມາຍັງສະຫາຍ ນາງ ເລ ທິ ຖູ່ ຮັ່ງ, ພ້ອມທັງສະແດງຄວາມຂອບ ໃຈຢ່າງສູງຕໍ່ການເຊື້ອເຊີນ ແລະ ຕ້ອນຮັບອັນອົບອຸ່ນທັງອຳນວຍ ຄວາມສະດວກໃຫ້ແກ່ຄະນະຜູ້ແທນ ຂອງ ສປປ ລາວ. ກອງປະຊຸມປຶກສາຫາລືລະ ຫວ່າງ ຄະນະກຳມະການແຫ່ງລັດ ເພື່ອຊາວຫວຽດນາມ ຢູ່ຕ່າງປະ ເທດ ແລະ ຄະນະກຳມະການພົວພັນ ຄົນເຊື້ອຊາດລາວຢູ່ຕ່າງປະເທດປະ ຈຳປີ 2023, ໄດ້ມີການປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນແລະຖອດ ຖອນບົດຮຽນຮ່ວມກັນຢ່າງກົງໄປ ກົງມາ ໃນຫລາຍບັນຫາທີ່ສຳຄັນ ໂດຍສະເພາະແມ່ນວຽກງານການ ໂຄສະນາ ແລະ ເຜີຍແຜ່, ວຽກງານ ການຂົນຂວາຍ ແລະ ຍາດແຍ່ງ, ວຽກງານດ້ານນິຕິກຳ ແລະ ວຽກ ງານອື່ນ ທີ່ຕິດພັນກັບຄົນເຊື້ອຊາດ ຫວຽດນາມແລະ ຄົນເຊື້ອຊາດລາວ ຢູ່ຕ່າງປະເທດ, ພ້ອມທັງທົບທວນ ຄືນການຈັດຕັ້ງປະຕິບັດ MOU ຂອງສອງຄະນະກໍາມະການ ເພື່ອ ແນ ໃສ່ຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ຄວາມສາມັກຄີພິເສດ ຂອງສອງຄະນະກຳມະການດັ່ງ ກ່າວ. ກອງປະຊຸມຄັ້ງນີ້, ໄດ້ດຳເນີນ ໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍ ໄມຕິຈິດມິດຕະພາບ ແລະ ສະໜິດ ສະໜົມຖານອ້າຍນ້ອງ, ເປັນການ ເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດແລະການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດກໍຄືສອງຄະ ນະກຳມະການແຫ່ງລັດ ເພື່ອຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນຄົນເຊື້ອ ຊາດລາວ ຢູ່ຕ່າງປະເທດ. ໃນໂອກາດ ທີ່ເດີນທາງມາຢ້ຽມ ຢາມສສຫວຽດນາມຄັ້ງນີ້,ສະຫາຍ ຕິ່ງ ສຸກສັນ ພ້ອມດ້ວຍຄະນະຍັງໄດ້ ເຂົ້າຢ້ຽມຂ່ຳນັບສະຫາຍ ບຸຍ ແທັງ ເຊິນ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສສຫວຽດນາມ, ເຂົ້າ ຢ້ຽມຂ່ຳນັບສະຫາຍ ຮວ່າງມິງ ເກືອງ ຮອງປະທານສະພາປະຊາ ຊົນແຂວງຫາຍຟອງແລະ ເຂົ້າຮ່ວມ ພິທີເປີດກອງປະຊຸມພາຍໃຕ້ຫົວຂໍ້ “ເສີມຂະຫຍາຍແຫລ່ງກຳລັງແຮງ ຂອງຊາວ ຫວຽດນາມ ຢູ່ຕ່າງປະ ເທດ, ເຊື່ອມຕໍ່ທ້ອງຖິ່ນ ແລະ ວິສາ ຫະກິດ” ອີກດ້ວຍ. ຂ່າວ-ພາບ: ກຕທ ແນວຄິດຊີ້ນຳ... ສອນຫຍໍ້“ສອຈ”ເພື່ອໃຫ້ບັນດານັກ ເສດຖະສາດ, ນັກຄົ້ນຄວ້າເສດຖະ ກິດມະຫາພາກ, ນັກການເງິນ, ນັກ ທະນາຄານ...ສະຖາບັນ, ມະຫາວິ ທະຍາໄລ, ສູນຄົ້ນຄວ້າວິໄຈຕ່າງໆ ໄດ້ນຳໄປສືບຕໍ່ວິໄຈ, ສະຫລຸບ, ສັງ ລວມອອກມາຢ່າງມີພື້ນຖານຕາມ ຫລັກວິທະຍາສາດທີ່ແທດເໝາະ ກັບສະພາບຄວາມເປັນຈິງຂອງ ປະເທດເຮົາ.“ສອຈ”ໝາຍເຖິງ ເສດຖະກິດ ຂອງປະເທດໜຶ່ງທີ່ມີ ຄວາມ ພະຍາຍາມອອກຈາກລະ ບົບ, ລະບອບເສດຖະກິດເພິ່ງພາ ແລະ ເອື່ອຍອີງໃຫ້ກາຍເປັນເຈົ້າຕົນ ເອງ ຢ່າງມີບາດກ້າວເດີນທີ່ໜັກ ແໜ້ນ...ຢາກເຮັດໄດ້ແນວນັ້ນ,ປະ ເທດເອກະລາດໜຶ່ງ ໂດຍສະເພາະ ສປປ ລາວ ຕ້ອງສ້າງຄວາມເປັນ ເຈົ້າຂອງຄວາມຮັບຮູ້ ໃນສິ່ງທີ່ເຮົາ ມີ, ໃນສິ່ງທີ່ເຮົາເຮັດໄດ້, ຮູ້ອີງໃສ່ທ່າ ແຮງບົ່ມຊ້ອນຂອງປະເທດ, ຮູ້ໃຊ້ ຊັບພະຍາກອນທີ່ເຮົາມີຢ່າງກຸ້ມຄ່າ ແລະ ຮູ້ວາງແຜນໃນການຂຸດຄົ້ນຊັບ ພະຍາກອນຂອງຊາດ, ໃຫ້ຄົນລາວ ເປັນເຈົ້າຫລາຍຂຶ້ນ, ໄດ້ເງິນມາຕ້ອງ ຮູ້ປະຢັດ, ຮູ້ອົດອອມ, ຮູ້ໃຊ້ຈ່າຍຢ່າງ ກຸ້ມຄ່າ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າ ເພີ່ມອອກາເລື້ອຍໆ.“ສອຈ”ບໍ່ໝາຍ ຄວາວ່າອັນໃດກໍ່ເຮັດເອງ, ອັນໃດກໍ່ ຕ້ອງໃຫ້ມີເປັນຂອງຕົນເອງ...ໃຜຜະ ລິດຫຍັງຂຶ້ນ, ເຮົາກໍ່ຕ້ອງຜະລິດໃຫ້ ມີຄືເຂົາທັງໝົດ, ຈະມີຄຸນນະພາບ ຫລື ຈະໃຫ້ກາຍເປັນສິນຄ້າ ຫລື ບໍ... ບໍ່ກ່ຽວ, ຄິດແນວນັ້ນແມ່ນຜິດ. “ສອຈ” ຕ້ອງຮູ້ເຂົາ-ຮູ້ເຮົາດີ ແລະ ເລິກເຊິ່ງຄື: ຕ້ອງຮູ້ຈັກຕະຫລາດ ພາຍໃນ ແລະ ຕ້ອງຮູ້ການແບ່ງປັນ ຈາກຕະຫລາດສາກົນ; ຮູ້ຈັກເຂົ້າ ເຖິງຕະຫລາດ ແລະ ເຂົ້າເຖິງເຕັກໂນ ໂລຊີໃໝ່ທີ່ທັນສະໄໝຈາກໂລກແລະ ນຳໃຊ້ສິ່ງທີ່ເຂົາມີ ແຕ່ເຮົາບໍ່ມີໃຫ້ ໄດ້ ຢ່າງເໝາະສົມ ແລະ ມີການເລືອກ ເຟັ້ນ; ຕ້ອງເດັດດ່ຽວເອົາເສດຖະ ກິດເຮົາ ເຂົ້າສູ່ການເປັນໂລກາພິວັດ, ເອົາສິນຄ້າພາຍໃນອອກສູ່ໂລກ; ໃຊ້ຊັບພະຍາກອນຂອງຊາດ ໃຫ້ ອອກມາເປັນສິນຄ້າ ເພື່ອໃຫ້ອອກສູ່ ຕະຫລາດໂລກ ແລະ ເປັນເຈົ້າການ ນຳເອົາຈາກໂລກ (ພາຍນອກ) ມາ ໃຊ້ພາຍໃນ ຢ່າງມີການຄິດໄລ່-ໄຕ່ ຕອງ; ເອົາສິ່ງທີ່ເຮົາມີຢູ່ນີ້ ກະທົບໃສ່ ໂລກພາຍນອກໃຫ້ເກີດອອກມາເປັນ ເງິນ, ເປັນທຶນທີ່ຈັບຕ້ອງໄດ້; ຮູ້ຈັກ ເອົາທຶນ, ເອົາຄວາມຮູ້, ເຕັກໂນໂລຊີ ຈາກພາຍນອກມາກະທົບໃສ່ຊັບພະ ຍາກອນຂອງປະເທດເຮົາ ໃຫ້ເກີດ ເປັນມູນຄ່າເພີ່ມຢ່າງມີຄວາມເປັນ ເຈົ້າ ແລະ ອື່ນໆ... ສະຫາຍເລຂາທິການມໃຫຍ່ຍັງ ເນັ້ນຕື່ມວ່າ: ທັງໝົດເຫລົ່ານີ້ໝາຍ ເຖິງພວກເຮົາ ຮູ້ຫາເງິນດ້ວຍມັນສະ ໝອງຂອງພວກເຮົາ; ຮູ້ຫາເງິນດ້ວຍ ການນຳໃຊ້ຊັບພະຍາກອນຢ່າງກຸ້ມ ຄ່າ; ຫາເງິນໄດ້ ແຕ່ຮັກສາໄດ້ຊັບພະ ຍາກອນທີ່ສາມາດນໍາໃຊ້ໄດ້ຍາວ ນານ ແລະ ຍືນຍົງ; ຖ້າເຮັດໄດ້ດີ,ຖ້າ ເຮົາໃຊ້ມັນສະໝອງ ແລະ ສະຕິປັນ ຍາໃນການຫາເງິນ, ຊັບພະຍາກອນ ທີ່ເຮົາມີ ຈະເພີ່ມມູນຄ່າຂຶ້ນ, ບໍ່ສູນ ເສຍໄປໃສ ແຕ່ພັດໄດ້ເງິນມາ; ຍ້ອນ ວ່າເຮົາໄດ້ເງິນມາຈາກສິ່ງໜຶ່ງຈະ ໄປພັດທະນາສິ່ງອື່ນ ໃຫ້ກັບມາມີ ຄຸນຄ່າໃຫຍ່ກວ່າເກົ່າ, ເປັນປະໂຫຍດ ໃຫ້ການພັດທະນາກວ່າເກົ່າ ແລະ ສ້າງສິ່ງຕອບແທນທີ່ດີກວ່າເກົ່າ... ນີ້ຄືເປົ້າໝາຍສຳຄັນຂອງ “ສອຈ”. ທັງໝົດນັ້ນ ແມ່ນຄົນລາວເປັນເຈົ້າ ຕົນເອງແຫ່ງຄວາມຄິດ, ເຮັດໃຫ້ ເກີດມີທຶນຮອນ, ເປັນເຈົ້າຂອງສິ່ງ ທີ່ໄດ້ມາ, ເປັນເຈົ້າແຫ່ງການໃຊ້ ຈ່າຍຕາມການວາງແຜນໄວ້ ເພື່ອ ຄວາມເຕີບໃຫຍ່ຂະຫຍາຍຕົວຂອງ ປະເທດຊາດ... ຜົນສຸດທ້າຍແມ່ນຄົນ ລາວທຸກໆຄົນ ຈະໄດ້ຮັບຜົນປະ ໂຫຍດຈາກການພັດທະນາຢ່າງ ຍືນຍົງ. ກ່ຽວກັບລະບົບການເງິນ-ເງິນ ຕາຂອງ “ສອຈ”ແລະຮູບຮ່າງ ຂອງລະບົບນີ້ອາດຈະເປັນການວາ ດອອກໃຫ້ເຫັນພາບລວມໃນເບື້ອງ ຕົ້ນດັ່ງນີ້: ສົມທຽບໃສ່ຮ່າງກາຍ ຂອງຄົນຜູ້ໜຶ່ງທີ່ປະກອບໄປດ້ວຍອະ ໄວຍະວະສຳຄັນຕ່າງໆ ເພື່ອໃຫ້ກາຍ ເປັນຄົນທີ່ມີຄວາມສົມບູນແບບ ແລະ ມີຊີວິດຢູ່ດ້ວຍສຸຂະພາບທີ່ແຂງ ແຮງ, ແຕ່ລະອະໄວຍະວະໃນຮ່າງ ກາຍຂອງຄົນນັ້ນ ມີຄວາມສຳຄັນ ແລະ ຈຳເປັນ, ແຕ່ວ່າອະໄວຍະວະ ທີ່ສຳຄັນຍິ່ງແມ່ນ “ໝາກຫົວໃຈ” ເພາະໝາກຫົວໃຈເປັນສ່ວນປະກອບ ສຳຄັນທີ່ຕັດສິນກວ່າໝູ່, ໝາກຫົວ ໃຈຈະເຮັດວຽກຕະຫລອດ 24 ຊົ່ວ ໂມງຕໍ່ມື້, ຈາກມື້ເປັນເດືອນ, ຈາກ ເດືອນເປັນປີ, ຈາກປີເປັນຕະຫລອດ ຊີວິດຈົນເຖິງມື້ສິ້ນລົມຫາຍໃຈ (ໝາກຫົວໃຈບໍ່ມີເວລາພັກຜ່ອນບໍ່ ຢຸດເຕັ້ນໄດ້ແມ່ນແຕ່ນາທີດຽວ). ລະບົບຮ່າງກາຍຂອງຄົນເຮົາສົມ ທຽບໄດ້ກັບລະບົບເສດຖະກິດຂອງ ລັດໜຶ່ງ, ຂອງປະເທດໜຶ່ງຄື: ການ ເງິນແມ່ນປຽບສະເໝືອນໝາກຫົວ ໃຈຂອງລະບົບເສດຖະກິດຂອງ ປະເທດ... ມື້ໃດໝາກຫົວໃຈຢຸດເຕັ້ນ ຄົນກໍ່ຕາຍ, ແຕ່ສຳລັບລະບົບເສດ ຖະກິດຖ້າການເງິນຢຸດເຮັດວຽກ ຫລື ຫລົ້ມເຫລວ ລະບົບເສດຖະກິດ ຂອງປະເທດ ຈະຢຸດເຮັດວຽກ ແລະ ຫລົ້ມເຫລວກ້າວໄປເຖິງການລົ້ມ ລະລາຍ, ແຕ່ວ່າຄວາມເປັນຊາດ ແລະ ຄວາມເປັນປະເທດ ຈະບໍ່ຕາຍ ຈັກເທື່ອ... (ສົມທຽບແບບນີ້ຈະ ແທດເໝາະ ຫລື ບໍ່, ຂໍໃຫ້ພິຈາລະນາ ຮ່ວມກັນ). ຖ້າເວົ້າເຖິງເສດຖະກິດເອກະ ລາດ, ເປັນເຈົ້າຕົນເອງແລ້ວ, ລະ ບົບການເງິນ-ເງິນຕາຂອງປະເທດ ຍິ່ງເກີດມີການຕີລາຄາ ແລະ ສົມ ທຽບໄດ້ໃນຫລາຍແງ່ຫລາຍມຸມ, ໃນນັ້ນ ອາດສົມທຽບໄດ້ວ່າເປັນ ໝາກຫົວໃຈ ຫລື ສາຍເລືອດຂອງ ລະບົບເສດຖະກິດ. ດັ່ງນັ້ນ, ການ ເງິນຕ້ອງ: ເຮັດທຸກສິ່ງ, ທຸກຢ່າງ ໃຫ້ໄດ້ເງິນມາເຂົ້າຄັງ, ເຂົ້າງົບປະ ມານ (ໃຫ້ຫລາຍເທົ່າທີ່ຈະຫລາຍ ໄດ້); ການເງິນຕ້ອງເອົາເງິນຈາກ ບ່ອນທີ່ມີຄວາມສາມາດເອົາໄດ້ ແລະ ເກັບໄດ້ຕາມລະບຽບການຢ່າງ ມີການປັບປຸງ ແລະ ພັດທະນາຢ່າງ ເປັນປົກກະຕິ ຕາມຫລັກວິທະຍາ ສາດທີ່ປ່ຽນແປງໄດ້ຕາມສະຖານະ ການ; ເກັບເງິນມາໄດ້ຕ້ອງຮູ້ວາງ ແຜນໃຊ້ຈ່າຍ (ມີຫລາຍຄົນເວົ້າວ່າ ການເກັບເງິນມາໄດ້ແມ່ນຍາກແຕ່ກໍ່ ພໍມີທາງເກັບໄດ້, ສາມາດເຮັດໄດ້. ແຕ່ການຈ່າຍເງິນ ໃຫ້ມີປະສິດທິຜົນ, ຈ່າຍອອກໄປໃຫ້ເກີດດອກອອກ ຜົນຍິ່ງຍາກກວ່ານັ້ນຫລາຍເທົ່າ. ອັນນີ້ແມ່ນຄວາມເວົ້າ, ຄວາມຄິດ ແລະ ຄວາມຮູ້ສຶກທີ່ອອກມາຈາກພຶດ ຕິກຳຕົວຈິງ ຂອງນັກເສດຖະສາດ, ນັກການເງິນ ແລະ ນັກປະກອບ ການທີ່ເປັນຂອງແທ້...); ຄວາມ ເປັນເຈົ້າທາງດ້ານວຽກງານການ ເງິນ, ວຽກງານເງິນຕານັ້ນແຫລະ ແມ່ນຄວາມເປັນເຈົ້າທີ່ແທ້ຈິງຂອງ “ສອຈ”. ໃນທີ່ນີ້ ຢາກເວົ້າວ່າ: ຄວາມເປັນເຈົ້າດ້ານການເກັບລາຍ ຮັບ, ຄຸ້ມຄອງລາຍຈ່າຍ; ຄວາມ ເປັນເຈົ້າດ້ານການສະສົມໃຫ້ຄັງ ເງິນ, ໃຫ້ງົບປະມານເຕີບໃຫຍ່ຂະ ຫຍາຍຕົວ ແລະ ເຂົ້ມແຂງ;ຄວາມ ເປັນເຈົ້າໃນການຕໍ່ຍອດອອກສູ່ການ ພັດທະນາ; ຄວາມເປັນເຈົ້າໃນການ ສ້າງມູນຄ່າເພີ່ມໃນສິ່ງທີ່ພວກເຮົາ ມີໄວ້ ແລະ ນຳໃຊ້ໃຫ້ຖືກເປົ້າໝາຍ; ຄວາມເປັນເຈົ້າໃນຄວາມເປັນເອກະ ລາດຂອງຕະກຸນເງິນຂອງຊາດ; ຄວາມເປັນເຈົ້າໃນການເຂົ້າສູ່ຕະ ຫລາດການເງິນຂອງໂລກ, ການກະ ຈາຍຄວາມສ່ຽງ, ການບໍ່ໃຫ້ສະກຸນ ເງິນໃດຜູກມັດ, ຜູກຂາດ...; ຄວາມເປັນເຈົ້າໃນການສະກັດ ກັ້ນ ບໍ່ໃຫ້ມີໜີ້ສິນເກີນການຄວບຄຸມ ແລະ ຄວາມເປັນເຈົ້າ ໃນການດຸນ ດ່ຽງໜີ້ສິນຢ່າງມີວິທະຍາສາດ, ຖືກຕາມຫລັກເສດຖະສາດ (ບໍ່ ແມ່ນມີໜີ້ພັດໄປຊອກຢືມເງິນມາໃຊ້ ໜີ້ເປັນວັນໆໄປ ຫລື ບໍ່ ກໍ່ຊອກແຕ່ ວິທີຂາຍພັນທະບັດມາໃຊ້ໜີ້ “ແບບ ງູກິນຫາງ”, ສິ່ງນີ້ຈະນຳໄປສູ່ການ ເພີ່ມໜີ້ແລະ ຈະກາຍເປັນຄວາມຫາ ຍະນະ ໃນເວລາຕໍ່ໄປ...); ສິ່ງທີ່ກ່າວມາຂ້າງເທິງນັ້ນແມ່ນ ບາງແນວຄິດຊີ້ນໍາ ຂອງສະຫາຍ ທອງລຸນ ສີສຸລິດ ເພື່ອໃຫ້ມີການສືບ ຕໍ່ຄົ້ນຄວ້າ ກ້າວໄປສູ່ການສ້າງໃຫ້ ເສດຖະກິດຂອງປະເທດເຮົາ ເປັນ ເສດຖະກິດເອກະລາດເປັນເຈົ້າຕົນ ເອງ; ເຮັດໃຫ້ລະບົບການເງິນ-ເງິນ ຕາຂອງປະເທດເຮົາກາຍເປັນການ ເງິນເອກະລາດເປັນເຈົ້າຕົນເອງ ແລະ ເຮັດໃຫ້ລະບົບທະນາຄານ ຂອງພວກເຮົາສືບຕໍ່ເປັນແຫລ່ງຫາ ເງິນອີກແຫລ່ງໜຶ່ງ ເພື່ອຄໍ້າຈູນລະ ບົບເສດຖະກິດ-ການເງິນຂອງປະ ເທດເຮົາໃຫ້ກາຍເປັນ “ສອຈ” ທີ່ ແທ້ຈິງ. ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນວາລະດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໃນວັນ ທີ 4 ມັງກອນ 2024, ທ່ານ ແກດ ດາລາແພງ ຫົວໜ້າພະແນກແຮງ ງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງເຊກອງ ໄດ້ຂຶ້ນຊີ້ ແຈງຕໍ່ຄໍາຖາມເຈາະຈີ້ມຂອງສະ ພາປະຊາຊົນແຂວງ ແລະ ຄໍາຊັກ ຖາມຂອງສະມາຊິກສະພາປະຊາ ຊົນແຂວງ (ສສຂ) ໂດຍສະເພາະ ແມ່ນການຄຸ້ມຄອງແຮງງານຢູ່ບັນ ດາໂຮງຈັກ-ໂຮງງານ, ຫົວໜ່ວຍ ທຸລະກິດການຜະລິດ, ການແກ້ໄຂ ຄ່າແຮງງານ ແລະ ການຈັດຫາ ວຽກເຮັດງານທໍາໃຫ້ນັກຮຽນທີ່ ຮຽນຈົບວິຊາຊີບຕ່າງໆ. ຕໍ່ບັນຫາດັ່ງກ່າວ, ທ່ານ ແກດ ດາລາແພງ ໄດ້ໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາພະແນກ ຮສສ ແຂວງ ໄດ້ ເອົາໃຈໃສ່ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ, ມີຄວາມຊໍານານ ງານແລະມີລະບຽບວິໄນການອອກ ແຮງງານ; ສົ່ງເສີມການສ້າງວຽກ ເຮັດງານທໍາໃຫ້ມີຄວາມໝັ້ນຄົງ ແລະ ຫລາກຫລາຍອາຊີບ, ຍົກສູງ ຜະລິດຕະພາບແຮງງານໃຫ້ສູງຂຶ້ນ ແລະ ປະຊາຊົນມີລາຍໄດ້ທີ່ເໝາະ ສົມ; ສ້າງຄວາມເຂັ້ມແຂງສາຍພົວ ພັນແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ ເພື່ອປົກປ້ອງ ສິດ ແລະ ຜົນປະໂຫຍດຂອງຜູ້ ອອກ-ຜູ້ໃຊ້ແຮງງານ. ພ້ອມທັງເອົາ ໃຈໃສ່ຕິດຕາມກວດກາຄຸ້ມຄອງ ການນໍາເຂົ້າ ແລະ ນໍາໃຊ້ແຮງງານ ຕ່າງປະເທດ, ການຈັດສົ່ງແຮງງານ ໄປເຮັດວຽກຢູ່ຕ່າງປະເທດ, ການ ຈັດຕັ້ງປະຕິບັດລະບຽບກົດໝາຍ ຂອງຫົວໜ່ວຍແຮງງານ, ຫົວໜ່ວຍ ບໍລິການແລະໂຄງການລົງທຶນພາຍ ໃນ-ຕ່າງປະເທດ. ປັດຈຸບັນ, ມີຫົວໜ່ວຍແຮງງານ ທີ່ເຄື່ອນໄຫວປະກອບກິດຈະການ ພາຍໃນແຂວງຈໍານວນ 334 ຫົວ ໜ່ວຍ, ມີແຮງງານທັງໝົດ 1.201 ຄົນ, ຍິງ 250 ຄົນ. ໃນນີ້, ຂົງເຂດ ກະສິກໍາ 583 ຄົນ, ຍິງ 144 ຄົນ; ຂົງເຂດອຸດສາຫະກໍາ 507 ຄົນ, ຍິງ 72 ຄົນ ແລະ ຂົງເຂດບໍລິການ 35 ຄົນ, ຍິງ 20 ຄົນ. ທ່ານ ແກດ ດາລາແພງ ຍັງໃຫ້ ຮູ້ອີກວ່າ: ສ່ວນການປະຕິບັດຄ່າ ແຮງງານຂັ້ນຕໍ່າຂະແໜງແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ເອົາໃຈໃສ່ຜັນຂະຫຍາຍລົງແນະ ນໍາຫົວໜ່ວຍແຮງງານ, ຫົວໜ່ວຍ ບໍລິການ, ໂຄງການລົງທຶນພາຍໃນຕ່າງປະເທດຮັບຮູ້ ແລະ ຈັດຕັ້ງປະ ຕິບັດ ເລີ່ມແຕ່ 1.300.000 ກີບ1.600.000 ກີບ/ເດືອນ ແລະ ຫລາຍ ຫົວໜ່ວຍແຮງງານມີການ ຈ້າງງານ(ໃຫ້ເງິນເດືອນ)ສູງກວ່າ ທີ່ລັດປະກາດ; ລົງເຄື່ອນໄຫວເກັບ ກໍາຂໍ້ມູນຕໍາແໜ່ງງານຫວ່າງຂອງ ຫົວໜ່ວຍແຮງງານໄດ້ 27 ຕໍາແໜ່ງ ງານ, ມີຄວາມຕ້ອງການແຮງ ງານ 2.053 ຄົນ ແລະ ໄດ້ຈັດຫາ ງານຕາມຕໍາແໜງເຫລົ່ານີ້ໄດ້ 51 ຄົນ, ຍິງ 22 ຄົນ. ພ້ອມນີ້, ປະສານ ສົມທົບກັບຂະແໜງການກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນຮ່ວມ ກັນພັດທະນາສີມືແຮງງານຕາມ ສາຂາອາຊີບຕ່າງໆເພື່ອຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງຕະຫລາດແຮງງານ. ຂ່າວ: ສັນຍາ,ພາບ: ບູ້ສຸວັນ

RkJQdWJsaXNoZXIy MTc3MTYxMQ==