5784

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 08/01/2024 xtgmf]k; ລາວ-ຫວຽດນາມ... ຫາລືສ້າງຕັ້ງອົງການ... ສປປ ລາວ ກຳນົດ.. ທູດລາວ ປະຈຳ... ຫວນຄືນການເຕີບໃຫຍ່... ກຽດ ໃນຕອນເຊົ້າຂອງວັນທີ 6 ມັງກອນ 2024, ທີ່ສໍານັກງານປະ ທານປະເທດ. ຫລັງຈາກນັ້ນ, ກໍມີ ກອງປະຊຸມພົບປະຄົບຄະນະສອງ ຝ່າຍຢ່າງເປັນທາງການທີ່ຫ້ອງວ່າ ການລັດຖະບານ ໂດຍການເປັນ ປະທານຮ່ວມຂອງສອງນາຍົກລັດ ຖະມົນຕີ ລາວ ແລະ ຫວຽດນາມ. ກອງປະຊຸມຄັ້ງນີ້, ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍໃນ ປີ 2023 ຜ່ານມາ ທີ່ເຫັນວ່າມີຫ ລາຍອັນປະຕິບັດໄດ້ສໍາເລັດຕາມ ແຜນການ ແລະ ລື່ນຄາດໝາຍ, ຫລາຍອັນກໍມີຄວາມຄືບໜ້າ ແລະ ຫລາຍອັນທີ່ຄົງຄ້າງກໍໄດ້ຮັບການ ແກ້ໄຂ ເຊິ່ງທັງສອງຝ່າຍເຫັນວ່າ ການຮ່ວມມືດ້ານການເມືອງສືບຕໍ່ ມີຄວາມໜັກແໜ້ນ, ໝັ້ນທ່ຽງ ແລະ ມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ໃນລະດັບສູງ ເຫັັນໄດ້ຈາກການ ນໍາຂັ້ນສູງສອງປະເທດ ໄດ້ມີການ ຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງ ເປັນປົກກະຕິ ເປັນພື້ນຖານອັນດີໃຫ້ ແກ່ການຮ່ວມມືດ້ານວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ອຸດສາຫະກໍາ, ພະລັງ ງານ, ສຶກສາ, ວັດທະນະທໍາ, ທ່ອງ ທ່ຽວ, ສາທາລະນະສຸກ ແລະ ການ ເຊື່ອມໂຍງເຊື່ອມຈອດທາງດ້ານ ຄົມມະນາຄົມຂົນສົ່ງ ແລະ ເສດຖະ ກິດ ໄດ້ສືບຕໍ່ຢູ່ໃນທ່ວງທ່າຂະຫຍາຍ ຕົວເປັນກ້າວໆ. ພ້ອມນີ້, ສອງຝ່າຍ ກໍໄດ້ປຶກສາຫາລືກ່ຽວກັບທິດທາງ ແຜນການຮ່ວມມືໃນຕໍ່ໜ້າ ໂດຍເຫັນ ດີຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງການນໍາຂັ້ນ ສູງສອງປະເທດ ກໍຄື ບັນດາເອກະ ສານຮ່ວມມືຕ່າງໆ ລະຫວ່າງ ສອງ ພັກ, ສອງລັດ ແລະ ບັນດາກະຊວງ ຂະແໜງການຕ່າງໆ ທັງຂັ້ນສູນ ກາງ ແລະ ທ້ອງຖິ່ນ. ໃນໂອກາດນີ້, ສະຫາຍນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວສະແດງຄວາມ ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມ ຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະ ບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນພາລະກິດແຫ່ງການປົກປັກຮັກ ສາ ແລະ ສ້າງສາປະເທດຊາດມາ ໂດຍຕະຫລອດ, ພ້ອມທັງໄດ້ຖືໂອ ກາດນີ້ ອວຍພອນປີໃໝ່ສາກົນປີ 2024 ກໍຄື ປີໃໝ່ຫວຽດນາມ ທີ່ຈະ ມາເຖິງນີ້. ໃນຂະນະດຽວກັນ, ສະຫາຍ ຟ້າມມິງຈິງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ກໍໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ການເດີນທາງຢ້ຽມຢາມທາງ ການທີ່ ສສ ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນຄັ້ງທໍາອິດພາຍຫລັງດໍາ ລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງສະແດງ ຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະໃນໄລຍະການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້. ພາຍຫລັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກ ຂີພິຍານ ໃນພິທີລົງນາມເອກະສານ ຮ່ວມກັນ 4 ສະບັບ ຄື: ອະນຸສັນຍາ ວ່າດ້ວຍການຮ່ວມມືຄຸ້ມຄອງ, ປ້ອງ ກັນຊາຍແດນ ລະຫວ່າງກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ; ບົດບັນທຶກ ຊ່ວຍຈໍາການຮ່ວມມື ລະຫວ່າງ ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ລາວ ແລະ ຫ້ອງວ່າການ ລັດຖະບານ ຫວຽດນາມ ໄລຍະ 2024-2025; ແຜນການຮ່ວມມື ປະຈໍາປີ 2024 ລະຫວ່າງ ກະຊວງ ສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ແລະ ບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການພັດທະນາ ແລະ ເຊື່ອມ ໂຍງພື້ນຖານໂຄງລ່າງການຄ້າ ຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ. ໃນວັນດຽວກັນ, ສະຫາຍນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ກໍໄດ້ໄປວາງພວງມາ ລາ ທີ່ອະນຸສາວະລີ ນັກຮົບນິລະ ນາມ ແລະ ທີ່ ສຸສານ ປະທານ ໂຮ່ຈີ ມິ່ງ ເພື່ອສະແດງຄວາມເຄົາລົບຕໍ່ ນັກຮົບປະຕິວັດຜູ້ເສຍສະລະຊີວິດ ເພື່ອປະເທດຊາດໃນປາງສົງຄາມ ແລະ ຕໍ່ຄຸນງາມຄວາມດີຂອງປະ ທານ ໂຮ່ຈີມິ່ງ; ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫວໍ້ ວັນ ເຖື່ອງ ປະທານປະ ເທດ ແຫ່ງ ສສ ຫວຽດນາມ; ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະ ຫາຍ ຫງວຽນ ດັກ ວິງ ຄະນະປະຈໍາ ສະພາແຫ່ງຊາດ, ປະທານກໍາມາທິ ການວັດທະນະທໍາ ແລະ ກິລາຂອງ ສະພາແຫ່ງຊາດ, ປະທານສະມາ ຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ແລະ ເຂົ້າຮ່ວມງານ ລ້ຽງອາຫານຄໍ່າ ຈັດໂດຍສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ນວ ປາຖະກະຖາ.... ສະພາບແວດລ້ອມ ກ່ອນການສ້າງ ຕັ້ງກອງທັບປະຊາຊົນລາວ, ຜົນ ງານໄຊຊະນະ, ການເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບປະຊາຊົນ ລາວ ແຕ່ລະໄລຍະ, ທາດແທ້ແລະ ມູນເຊື້ອອັນສະຫງ່າອົງອາດຂອງ ກອງທັບປະຊາຊົນລາວ. ເພື່ອເຮັດ ໃຫ້ສໍາເລັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້, ບັນ ດາພະນັກງານນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບຈົ່ງ ອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະ ຂອງກອງ ທັບ, ເດັດດ່ຽວປະຕິບັດແນວທາງ ປ່ຽນແປງໃໝ່ຮອບດ້ານຢ່າງມີ ຫລັກການຂອງພັກ, ເສີມຂະຫຍາຍ ບົດບາດເປັນກໍາລັງຫລັກແຫລ່ງ ແກ່ນສານໃນການຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດ, ປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ, ໃຫ້ສົມກັບຄໍາສັ່ງສອນ ຂອງປະທານ ໄກສອນ ພົມວິຫານ: “ເວລາໃດກອງທັບກໍນໍາໜ້າທຸກ ວຽກງານ, ເດັດດ່ຽວໜຽວແໜ້ນ ຜ່ານຜ່າອຸປະສັກ, ສໍາເລັດທຸກໜ້າ ທີ່, ສົມແລ້ວເປັນກໍາລັງແກ່ນສານ ທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນຄົມແຫລມຄົມ ຂອງພັກ”. ພ້ອມນີ້ ກໍໄດ້ຍົກໃຫ້ເຫັນ ຊີວິດເຍົາໄວ ແລະ ຈຸດເລີ່ມຕົ້ນການ ເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕສີພັນດອນ ເຊິ່ງແມ່ນຜູ້ໜຶ່ງໃນ ບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງປະຕິວັດຢູ່ ປະເທດເຮົາ, ເວລາໃດກໍໜັກແໜ້ນ ທາງດ້ານການເມືອງ, ມີສະຕິຕໍ່ການ ຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ ໜ້າທີ່ ທີ່ໄດ້ຮັບມອບໝາຍ; ເລີ່ມ ຈາກພະນັກງານທໍາມະດາກາຍ ເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະ ບວນການຕໍ່ສູ້ປົດປ່ອຍຊາດ, ຄຽງ ບ່າຄຽງໄຫລ່ກັບ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາຄົນອື່ນໆ ຂອງແນວລາວ ຮັກຊາດຈົນໄດ້ຮັບໄຊຊະນະ, ສະຖາ ປະນາ ສປປ ລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975. ຕໍ່ຈາກນັ້ນກໍໄດ້ປະກອບສ່ວນຄົ້ນ ຄວ້າ ແລະ ກໍານົດທິດທາງຍຸດທະ ສາດປົກປັກຮັກສາ ແລະສ້າງສາ ພັດທະນາປະເທດຊາດ ລວມທັງ ແນວທາງປ່ຽນແປງໃໝ່ອອກຢ່າງ ຖືກຕ້ອງ, ສອດຄ່ອງທັງໄດ້ນໍາພາຊີ້ນໍາການຈັດຕັ້ງປະຕິບັດໄດ້ຮັບ ຜົນສໍາເລັດໃນຫລາຍດ້ານ. ຂ່າວ ສົມຫວັງ, ພາບ ອ່າຍຄໍາ ຂປລ.ໃນຕອນເຊົ້າຂອງວັນທີ 04 ມັງກອນ 2024, ສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມຄະນະ ໄດ້ ເຂົ້າຢ້ຽມຂ່ຳນັບສະຫາຍ ເລ ຮວ່າຍ ຈຸງ ເລຂາທິການສູນກາງພັກ, ຫົວ ໜ້າຄະນະພົວພັນຕ່າງປະເທດສູນ ກາງພັກກອມມູນິດຫວຽດນາມ ໃນໂອກາດທີ່ສະຫາຍມາດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດວິ ສາມັນຜູ້ມີອໍານາດເຕັມແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ທ່ານ ບຸນຂວາງ ທະວີສັກ ຮອງປະ ທານສານປະຊາຊົນສູງສຸດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການຈັດກອງປະຊຸມໃນຄັ້ງນີ້, ເພື່ອຈັດຕັ້ງປະຕິບັດດຳລັດຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກ ທີ 359/ນຍ, ລົງວັນທີ 22 ພະຈິກ 2023 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມ ຄອງ-ບໍລິຫານເສດຖະກິດສາມ ຫລ່ຽມຄຳ ແລະ ແຈ້ງການຂອງກະ ຊວງພາຍໃນ ສະບັບເລກທີ 356/ ພນ, ລົງວັນທີ 29 ທັນວາ 2023. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ແລກປ່ຽນ ແລະ ປະກອບຄຳຄິດຄຳ ເຫັນຢ່າງກົງໄປກົງມາ ແລະ ໄດ້ ເປັນເອກະພາບກັນທາງດ້ານຫລັກ ການໃນການສ້າງອົງການໄອຍະ ການປະຊາຊົນຢູ່ເສດຖະກິດພິເສດ ສາມຫລ່ຽມຄໍາ ແຂວງບໍ່ແກ້ວ ໂດຍ ອີງໃສ່ພາລະບົບບາດ, ສິດ ແລະ ໜ້າທີ່-ທີ່ກົດໝາຍກຳນົດໄວ້ ແລະ ເຫັນດີນຳເອົາບັນຫາດັ່ງກ່າວລາຍ ງານຕໍ່ຂັ້ນເທິງຕໍ່ໄປ. ຂ່າວ: ໄອຍະການປະຊາຊົນສູງສຸດ ສະຫາຍ ເລ ຮວ່າຍ ຈຸງ ໄດ້ກ່າວ ຕ້ອນຮັບ ແລະ ສະແດງຄວາມຊົມ ເຊີຍຕໍ່ການມາປະຕິບັດໜ້າທີ່ດຳ ລົງຕຳແໜ່ງເປັນ ເອກອັກຄະລັດຖະ ທູດຜູ້ມີອໍານາດເຕັມ ປະຈໍາ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ຂອງສະຫາຍ ນາງ ຄຳເພົາ ເອີນທະ ວັນ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ຫວຽດນາມ-ລາວ, ລາວ- ຫວຽດນາມ ທີ່ເປັນມູນເຊື້ອ ແລະ ໄດ້ຮັບການເພີ່ມພູນຄູນສ້າງຕະ ຫລອດມາ. ພ້ອມກັນນີ້, ສະຫາຍຍັງ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ໃນ ບົດບາດອັນສຳຄັນບວກໃສ່ຄວາມ ຮູ້ຄວາມສາມາດ ແລະ ປະສົບປະ ການຜ່ານມາ, ສະຫາຍເອກອັກຄະ ລັດຖະທູດລາວຄົນໃໝ່ຈະສືບຕໍ່ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ເພິ່ມທະວີສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ສອງປະເທດໃຫ້ຈະເລີນ ງອກງາມຂຶ້ນໄປເລື້ອຍໆ. ຄະນະ ພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ຍິນດີໃຫ້ ການສະໜັບສະໜູນ, ຊ່ວຍເຫລືອ ແລະອວຍພອນໃຫ້ສະຫາຍ ເອກອັກ ຄະລັດຖະທູດ ເຮັດສຳເລັດໜ້າທີ່ ການເມືອງທີ່ພັກ ແລະ ລັດຖະບານ ລາວ ມອບໝາຍໃຫ້ສຳເລັດຜົນເປັນ ຢ່າງດີ. ໂອກາດດຽວກັນ, ສະຫາຍ ນາງ ຄຳເພົາ ເອີນທະວັນ ກໍໄດ້ສະແດງ ຄວາມຂອບໃຈຕໍ່ສະຫາຍ ເລ ຮວ່າຍ ຈຸງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ, ພ້ອມທັງສະແດງ ຄວາມຍິນດີຕໍ່ຜົນສຳເລັດໃນການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສ ຂອງພັກ ກອມມູນິດຫວຽດນາມ ເຊິ່ງນຳໂດຍ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິ ການໃຫຍ່ພັກກອມມູນິດຫວຽດ ນາມ ໄດ້ເຮັດໃຫ້ປະເທດຊາດພັດທະ ນາຢ່າງຮອບດ້ານ ແລະ ກ້າວກະ ໂດດ, ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ທີ່ໄດ້ຮັບຜົນ ກະທົບຈາກພະຍາດໂຄວິດ 19 ໄດ້ ຢ່າງວ່ອງໄວ, ຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນຢ່າງຈະແຈ້ງ, ອິດທິ ພົນ, ບົດບາດ, ຊື່ສຽງຂອງຫວຽດ ນາມ ນັບມື້ນັບສູງເດັ່ນຂຶ້ນໃນພາກ ພື້ນແລະສາກົນ. ພ້ອມນັ້ນ, ສະຫາຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືຂອງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມ ມື ລະຫວ່າງສອງຄະນະພົວພັນຕ່າງ ປະເທດສູນກາງພັກ ເຊິ່ງສະແດງ ອອກ ໃນການກະກຽມການຢ້ຽມ ຢາມຂອງຜູ້ນຳຂັ້ນສູງສຸດຂອງ ສອງປະເທດ ໃນໄລຍະຜ່ານມາ. ສະຫາຍເອກອັກຄະລັດຖະທູດ ລາວ ຍັງໄດ້ຕາງໜ້າພັກ, ລັດຖະ ບານ ແລະ ປະຊາຊົນລາວສະແດງ ຄວາມຮູ້ບຸນຄຸນແລະ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດ ນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການ ຊ່ວຍເຫລືອອັນລ້ຳຄ່າອັນສະແດງ ເຖິງນ້ຳໃຈຄວາມສາມັກຄີພິເສດລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດລາວ-ຫວຽດນາມ ເຊິ່ງມີໜຶ່ງດຽວໃນໂລກນີ້. ຂ່າວ;ພາບ: ສະຖານທູດລາວທີ່ຮ່າໂນ້ຍ ພິລາພາ ໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາ, ມູນເຊື້ອແຫ່ງການ ເຕີບໃຫຍ່ຂະຫຍາຍຕົວ ຂອງສຳນັກ ຂ່າວສານປະເທດລາວເຊິ່ງຕະ ຫລອດໄລຍະ 56 ປີຜ່ານມາພາຍ ໃຕ້ການນໍາພາ-ຊີ້ນຳໂດຍກົງຂອງ ພັກ ແລະ ລັດຖະບານ ກໍຄືການນໍາ ພາ-ຊີ້ນໍາຂອງຄະນະພັກ-ຄະ ນະ ນໍາກະຊວງ ຖວທ, ສຳນັກຂ່າວສານ ປະເທດລາວໄດ້ຮັບການສ້າງຕັ້ງ ຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ ພ້ອມກັນກັບກະແສຟອງປະຕິວັດ ແຫ່ງຊາດ ບໍ່ພຽງແຕ່ສ່ອງແສງ ໃຫ້ເຫັນສະພາບການຕ່າງໆເທົ່າ ນັ້ນ, ແຕ່ຍັງໄດ້ເຂົ້າຮ່ວມໂດຍກົງໃນ ບັນດາເຫດການປະຫວັດສາດ ແລະ ປະກອບສ່ວນຊຸກຍູ້ປະຫວັດສາດ ໃຫ້ກ້າວໄປຂ້າງໜ້າອີກດ້ວຍ. ໃນໄລຍະແຫ່ງການປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫລັກການ ຂອງພັກ, ສຳນັກ ຂ່າວສານປະເທດລາວ ໄດ້ດຳເນີນ ການປັບປຸງໂຄງປະກອບການຈັດ ຕັ້ງທັງເປັນເຈົ້າການໃນການປັບ ປຸງເນື້ອຫາສາລະຂ່າວສານ, ຫັນ ຮູບການເຄື່ອນໄຫວ ແລະ ການນຳ ໃຊ້ອຸປະກອນເຕັກນິກ, ມີການສ້າງ ຫລາກຫລາຍຮູບແບບຂ່າວ ໃຫ້ອຸ ດົມສົມບູນເທື່ອລະກ້າວ ແລະ ໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ໂຄສະນາແນວທາງ, ແຜນນະໂຍ ບາຍຂອງພັກປະຊາຊົນ ປະຕິວັດ ລາວ ອອກສູ່ສັງຄົມ. ມາຮອດປັດຈຸ ບັນ, ສຳນັກຂ່າວສານປະເທດລາວ ໄດ້ກາຍເປັນສຳນັກຂ່າວ ຂອງປະ ເທດ ທີ່ມີການພັດທະນາເປັນ ແຕ່ລະ ບາດກ້າວ ໃນແຕ່ລະໄລຍະຂອງ ການປະຕິວັດ ແລະ ຫັນໄປສູ່ຄວາມ ທັນສະໄໝ ໄດ້ຮັບຄວາມເຊື່ອຖື ແລະ ໄວ້ວາງໃຈທັງພາຍໃນປະເທດ, ພາກພື້ນ ແລະ ສາກົນ. ພ້ອມນີ້, ຜະ ລິດຕະພັນ ຂອງສຳນັກຂ່າວສານປະ ເທດລາວ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວເປັນກ້າວໆເຊິ່ງມາ ຮອດປັດຈຸບັນໄດ້ມີເວັບໄຊ www. kpl.gov.la ເປັນ 3 ພາສາລາວ, ອັງກິດ ແລະ ຝຣັ່ງ; ໃບຂ່າວພາຍ ໃນປະເທດແລະຂ່າວໂລກທີ່ເປັນພາ ສາລາວລາຍວັນ, ຜ່ານທາງອອນ ລາຍ, ໃບຂ່າວຄົ້ນຄວ້າລາຍວັນ, ໜັງສືພິມປະເທດລາວ ລາຍວັນ, ໃບຂ່າວພາສາຝຣັ່ງລາຍວັນ. ສ່ວນ ໃບຂ່າວພາສາອັງກິດລາຍວັນ ໄດ້ ຢຸດພິມໃນປີ 2001 ເປັນຕົ້ນມາ ແລ້ວຫັນມາເປັນໜັງສືພິມ KPL News ແທນ (ໃນຕົ້ນປີ 2017 ໄດ້ຢຸດພິມໜັງສືພິມດັ່ງກ່າວ ແລະ ຫັນໄປກະຈາຍຜ່ານສື່ອອນລາຍ ຈົນມາເຖິງປັດຈຸບັນ). ພ້ອມນີ້, ຍັງ ມີວາລະສານປະເທດລາວລາຍໄຕ ມາດ ແລະ ຮູບພາບ-ສໍາເນົາສໍາລັບ ການໂຄສະນາ ແລະ ອື່ນໆ.ນອກ ນັ້ນ, ຍັງມີສື່ເອເລັກໂຕຣນິກ, ສື່ອອນ ລາຍປະເທດລາວ (Facebook), ຄລິບວີດີໂອຂ່າວພາສາລາວ ຜ່ານ ເຄືອຂ່າຍອິນເຕີເນັດ ແລະ ອື່ນໆ. ທ່ານ ຄຳເຜີຍ ພິລາພາ ຍັງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳ ເລັດ ໃນການປະຕິບັດວຽກງານ ຕ່າງໆປິ່ນອ້ອມ ຂອງພະນັກງານລັດຖະກອນ ພາຍໃນສຳນັກຂ່າວ ສານປະເທດລາວໃນໄລຍະຜ່ານ ມາ, ພ້ອມທັງເນັ້ນໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານ-ລັດຖະ ກອນທົ່ວສຳນັກຂ່າວສານປະເທດ ລາວ ໃຫ້ສືບຕໍ່ສ້າງແບບແຜນວິທີ ເຮັດວຽກແບບສີວິໄລ, ເຮັດວຽກ ໃຫ້ເປັນລະບົບ, ພັດທະນາເນື້ອໃນຂໍ້ ມູນຂ່າວສານຕ່າງໆ ໃຫ້ມີຄຸນນະ ພາບ, ເປັນແຫລ່ງຂໍ້ມູນຂ່າວສານທີ່ ທັນສະໄໝ ເຊື່ອຖືໄດ້, ວ່ອງໄວ, ຊັດ ເຈນ ແລະ ໃຫ້ມີຫລາຍຮູບແບບ ຫລາຍສີສັນດຶງດູດໃຈຜູ້ອ່ານ ແລະ ຜູ້ຊົມຫລາຍຂຶ້ນເລື້ອຍໆ, ນຳໃຊ້ສື່ ແບບໃໝ່ ກໍຄື ສື່ສັງຄົມອອນລາຍ ຢ່າງແທດເໝາະກັບຍຸກສະໄໝ; ສືບຕໍ່ປະສານສົມທົບກັບ ສື່ປະເທດ ເພື່ອນມິດ ເພື່ອຮັດແໜ້ນການພົວພັນ ຮ່ວມມືໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ສູ້ ຊົນຊອກແຫລ່ງລາຍຮັບວິຊາການ ຕາມເງື່ອນໄຂຕົວຈິງ ສອດຄ່ອງ ກັບການປະຕິບັດໜ້າທີ່ການເມືອງ ແລະ ລະບຽບກົດໝາຍ; ສ້າງບຸກຄະ ລາກອນທີ່ເປັນມືອາຊີບມີຄວາມຮູ້ ຄວາມສາມາດສົມຄູ່ກັບຄວາມ ຕ້ອງການຂອງວຽກງານ, ແນໃສ່ ສ້າງສໍານັກຂ່າວສານປະເທດລາວ ກ້າວໄປສູ່ຄຸນນະພາບໃໝ່, ເປັນ ເສນາທິການດ້ານການຖະແຫລງ ຂ່າວ ໃຫ້ແກ່ລັດຖະບານ, ຕອບສະ ໜອງຄວາມຮຽກຮ້ອງຕ້ອງການ ດ້ານຂ່າວສານກ່ຽວກັບສະຖານະ ການ, ສະພາບການ, ວຽກງານແລະ ຂໍ້ມູນຂ່າວສານຕ່າງໆ ໃຫ້ແກ່ສັງ ຄົມນັບມື້ນັບກວ້າງຂວາງ, ຊັດເຈນ ແລະ ວ່ອງໄວທັນການກວ່າເກົ່າພາຍ ໃຕ້ຄໍາຂວັນ “ຂ່າວສານຖືກຕ້ອງ ວ່ອງໄວ ກ້າວໄກ ທັນເຫດການ”. ຂ່າວ: ທະນູທອງ ພາບ: ເກດສະໜາ ການພັດທະນາໂຄງການບໍ່ແຮ່ແມ່ນ ອີງໃສ່ກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ 2017 ເປັນຫລັກ. ພ້ອມນັ້ນ, ກ່ອນການພັດທະນາໂຄງ ການກໍໄດ້ສະເໜີໃຫ້ຜູ້ພັດທະນາ ຫລື ຜູ້ລົງທຶນ ເຮັດບົດວິພາກເສດ ຖະກິດ-ເຕັກນິກ ແລະ ບົດວິພາກຜົນ ກະທົບຕໍ່ສິ່ງແວດລ້ອມແລະສັງຄົມ. ສ່ວນການຂຸດຄົ້ນແຮ່ທາດໃນໄລຍະ ທົດລອງລັດຖະບານ ໄດ້ມີນະໂຍ ບາຍໃຫ້ປະສານສົມທົບລະຫວ່າງ ສູນກາງ ແລະ ທ້ອງຖິ່ນເປັນປົກກະ ຕິໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງໂຄງການພັດທະນາແຮ່ ທາດ. ພ້ອມນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮ່ວມມືກັບ ສປ ຈີນ ເພື່ອປັບປຸງຍົກລະດັບຄວາມອາດ ສາມາດ ໃນການຄົ້ນຄວ້າວິທະຍາ ສາດ-ເຕັກໂນໂລຊີ ແລະ ສົ່ງເສີມ ການນໍາໃຊ້ຜົນສໍາເລັດດ້ານວິທະ ຍາສາດ ແລະ ເຕັກໂນໂລຊີເຂົ້າໃນ ການພັດທະນາຂອງລາວ ຮັບໃຊ້ຂໍ້ ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຍຸດທະສາດຂອງ ສປປ ລາວ: “ຫັນປ່ຽນປະເທດລາວຈາກປະ ເທດ ທີ່ບໍ່ມີທະເລ ໃຫ້ກາຍເປັນປະ ເທດທີ່ມີການເຊື່ອມໂຍງເຂົ້າກັນ” ອີງໃສ່ໂຄງການການຮ່ວມມືສາກົນ ຫົວຂໍ້ສະເພາະ ຂອງແຂວງຢຸນນານ ໂດຍໃຫ້ມະຫາວິທະຍາໄລ ວິທະຍາ ສາດ ແລະ ເຕັກໂນໂລຊີ ຄຸນໝິງເປັນ ຄະນະຈັດຕັ້ງປະຕິບັດເຊິ່ງສະຖາ ບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ເປັນຄະນະສົມທົບ, ມາຮອດປັດຈຸ ບັນໄດ້ເປີດການນໍາໃຊ້ຢ່າງເປັນ ທາງການແລ້ວ. ພ້ອມກັນນັ້ນ, ຍັງສໍາຫລວດ ສ້າງຂໍ້ມູນພື້ນຖານດ້ານທໍລະນີສາດ ແລະແຮ່ທາດ, ທັງປະເມີນຊັບພະຍາ ກອນແຮ່ທາດທົ່ວປະເທດ; ໄດ້ສໍາ ເລັດການລົງພາກສະໜາມຮ່ວມກັບ ຊ່ຽວຊານຈາກ ສສ ຫວຽດນາມ ແລະ ສປ ຈີນ ໃນການສໍາຫລວດ ສ້າງແຜນທີ່ທໍລະນີສາດ ແລະ ສໍາ ຫລວດສ້າງແຜນທີ່ທໍລະນີເຄມີມາດ ຕາສ່ວນ 1/200.000, 1/50.000 ໃນເນື້ອທີ່ທີ່ຍັງບໍ່ທັນໄດ້ຈັດຕັ້ງປະ ຕິບັດ. ເຖິງຢ່າງໃດກໍຕາມ, ຍັງຈໍາ ເປັນຕ້ອງໄດ້ຮັບການສະໜັບສະ ໜູນຈາກພາກລັດ ໃນການປະກອບ ສ່ວນງົບປະມານເຂົ້າໃນການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວຢ່າງ ເຕັມສ່ວນ. ພ້ອມກັນນັ້ນ, ຍັງສືບຕໍ່ ເຮັດວຽກກັບບັນດາປະເທດເພື່ອນ ມິດຍຸດທະສາດ, ຄູ່ຮ່ວມຊະຕາກໍາ ໃນການສຶກສາສ້າງຖານດ້ານທໍລະ ນີໄພພິບັດ, ສັງລວມ ແລະ ປຸງແຕ່ງ ຂໍ້ມູນ, ສ້າງ ແລະ ປັບປຸງເວັບໄຊ, ສ້າງວາລະສານ ເປັນລາຍໄຕມາດ, ສ້າງຫ້ອງສະໝຸດທໍລະນີສາດ ແລະ ແຮ່ທາດ, ສ້າງຫໍພິພິຕະພັນຫີນ-ແຮ່ ແລະ ຊາກດຶກດໍາບັນ, ສ້າງຫ້ອງວິ ໄຈແຮ່ທາດ ແລະ ອື່ນໆ. ຂໍ້ມູນ: ໜັງສືພິມປະຊາຊົນ

RkJQdWJsaXNoZXIy MTc3MTYxMQ==