5784

rP'c8j x6 dza d d+ lh k']kpIa [wfh 60 ]h kodu [8+ xu lxx ]k; deoq fot3p[kp ra fmtokcIj mkf8k,my flu 0P; s;o7n odkog8u [.spj 0tspkp8q ; leoa d0j k;lkoxtgmf]k; 7q [Iv[ 56 xu sk]n dkolh k'8A 'vq 'dkowvptdkoxt-k-q o xt9eg0fglf4tdy fry glflk,s]j P,7e c0;'[+ cdh ; m6 f]k; xt9e ll s;Pfok, g0Q k1h P,0j eoa [sq ;|h k 7totrq ;ra o8j k'xtgmfl6 odk'ra ddv,,6 oy fs;Pfok, ]k;{s;Pfok, ln [8+ Ia fc|h olkprq ;ra ory glf o; xk4tdt4k;a olh k'8A 'dv'ma [ c]t ;a ogdu fxtmko 7ew8 lu ra ofvo ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 08.01.2024 ປີທີ 23 ສະບັບທີ 5.845 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 3  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ໂດຍຕອບສະໜອງຕາມ ຄໍາເຊີນຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງສສຫວຽດ ນາມ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະ ນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ ເດີນທາງຢ້ຽມຢາມ ສສ ຫວຽດ ນາມ ຢ່າງເປັນທາງການ ໃນວັນທີ 6-7 ມັງກອນ 2024 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບທີ່ຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງສອງປະເທດ ລາວຫວຽດນາມ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມ ຂປລ. ໃນໂອກາດເຂົ້າຮ່ວມ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ວຽກງານການເງິນ ທົ່ວປະເທດປະ ຈໍາປີ 2023 ໃນວັນທີ 19 ທັນວາ 2023ທີ່ສູນປະຊຸມ ແລະ ຝຶກອົບຮົມ ສາກົນ (ICTC) ນະຄອນຫລວງ ວຽງຈັນ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະ ເທດ ໄດ້ໃຫ້ທິດຊີ້ນໍາຫລາຍບັນຫາທີ່ສໍາ ຄັນ, ໃນນັ້ນ ໄດ້ວາງແນວຄິດຊີ້ນໍາ ກ່ຽວກັບການສ້າງເສດຖະກິດ co;7y f-U oe0v'ltskpg]0kmy dko.spj 8+ da [;Pd'kodkog'o{g'o8k y y ເອກະລາດ ເປັນເຈົ້າຕົນເອງ. ໂດຍເນັ້ນວ່າ: ນັບແຕ່ນີ້ຕໍ່ໄປຄະ ນະບໍລິຫານງານສູນກາງພັກ, ກົມ ການເມືອງສູນກາງພັກ ຈະໄດ້ເລັ່ງ ລັດການວາງນະໂຍບາຍຫັນປະ ເທດເຮົາ, ລະບົບເສດຖະກິດຂອງ ຊາດເຮົາ ຈາກລະບອບເສດຖະກິດ ທີ່ເຕັມໄປດ້ວຍການເພິ່ງພາ, ເອື່ອຍ ອີງໃຫ້ກ້າວໄປສູ່ລະບົບ ແລະ ລະ ບອບເສດຖະກິດ “ເອກະລາດ, ເປັນ ເຈົ້າຕົນເອງ”ຫລື ອາດຈະໃຊ້ຕົວອັກ ຂປລ. ກອງປະຊຸມປຶກສາຫາ ລືກ່ຽວກັບການສ້າງຕັ້ງອົງການໄອ ຍະການປະຊາຊົນ ປະຈຳເຂດເສດ ຖະກິດພິເສດສາມຫລ່ຽມຄໍາແຂວງ ບໍ່ແກ້ວ ຈັດຂຶ້ນໃນວັນທີ 5 ມັງກອນ 2024 ຢູ່ອົງການໄອຍະການປະຊາ ຊົນໂດຍມີ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ,ທ່ານພົນຕີຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ, ຂປລ. ຄະນະພັກ, ຄະນະນຳນະຄອນຫລວງ ວຽງຈັນ (ນວ) ໄດ້ຈັດພິທີປາຖະກະຖາ 2 ວັນປະ ຫວັດສາດ ຄື: ວັນສ້າງຕັ້ງກອງທັບປະຊາຊົນລາວ ຂປລ.ການກໍານົດນະໂຍບາຍ ການບໍລິຫານຈັດການ-ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນ ປະໂຫຍດສູງສຸດ ຕາມທິດສີຂຽວ ແມ່ນວຽກຈຸດສຸມໃນການປະກອບ ສ່ວນເຂົ້າໃນການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ເຊິ່ງລັດຖະບານໄດ້ມີຂໍ້ ຕົກລົງວ່າດ້ວຍການກໍານົດເງື່ອນ ໄຂໃນການເຈລະຈາ ສັນຍາຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ທາດໃນ ໄລຍະທົດລອງ ເປັນຕົ້ນ ແຮ່ເຫລັກ, ແຮ່ຄໍາເຄົ້າ, ຫີນມາໂບ ແຮ່ຫາຍາກ ແລະ ອື່ນໆ. ອີງໃສ່ກົດໝາຍ, ນະໂຍບາຍ ສະຫາຍ ສອນໄຊ ສີພັນດອນ (ຂວາ) ສະຫາຍ ພົທ ແສງນວນ ໄຊຍະລາດ ຄົບຮອບ 75 ປີ (20/01/1949-20/01/2024) ແລະ ວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/ 02/1924-8/02/2024) ໃນວັນທີ 5 ມັງກອນ 2024 ນີ້. ເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ສະຫາຍ ພົທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ມີບັນດາຄະນະ ປະຈໍາພັກນະຄອນຫລວງວຽງຈັນ, ກໍາມະການພັກນະ ຄອນຫລວງ, ຄະນະປະຈໍາສະພາປະຊາຊົນນະຄອນ ຫລວງ, ເລຂາຄະນະພັກກອງບັນຊາການທະຫານນະ ຄອນຫລວງ, ກອງບັນຊາການປ້ອງກັນຄວາມສະຫງົບ, ຄະນະນໍານາຍທະຫານ ແລະ ຕໍາຫລວດເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ສະຫາຍ ພົທ ແສງນວນ ໄຊຍະ ລາດ ໄດ້ຍົກໃຫ້ເຫັນມູນເຊື້ອກອງທັບປະຊາຊົນລາວ 75 ປີ, ພາຍໃຕ້ການນໍາພາ ເດັດຂາດ ໂດຍກົງ ແລະ ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ, ປະຫວັດການກໍາເນີດ ຂອງກອງທັບປະຊາຊົນລາວ, ແລະ ບັນດານິຕິກໍາລຸ່ມກົດໝາຍ ໃນໄລຍະຊຸມປີຜ່ານມາຈົນເຖິງປັດ ຈຸບັນກະຊວງພະລັງງານ ແລະ ບໍ່ ແຮ່ ໄດ້ຊຸກຍູ້ໃຫ້ບັນດາບໍລິສັດທີ່ມີ ຄວາມສົນໃຈເຂົ້າມາພັດທະນາ ໂຄງການບໍ່ແຮ່ ໄດ້ຈັດຕັ້ງປະຕິບັດ ທັງໃນຮູບແບບປົກກະຕິ ແລະ ຮູບ ແບບທົດລອງ ຕາມແຕ່ລະຂັ້ນຕອນ ຕັ້ງແຕ່ໄລຍະການຊອກຄົ້ນ, ສໍາ ຫລວດ, ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ-ປຸງແຕ່ງແຮ່ທາດ ຈົນເຖິງ ການຈໍາໜ່າຍ. ສຳລັບການຈັດຕັ້ງປະຕິບັດ ຂປລ.ໃນວັນທີ5ມັງກອນ2024 ນີ້, ສຳນັກຂ່າວສານປະເທດລາວ, ກະຊວງຖະແຫລງຂ່າວ ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ ຈັດຕັ້ງການສະເຫລີມສະຫລອງ ແລະ ຫວນຄືນມູນເຊື້ອການເຕີບ ໃຫຍ່ຂະຫຍາຍຕົວຂອງຂ່າວສານ ປະ ເທດລາວ ຄົບຮອບ 56 ປີ(06/ 01/1968-06/01/2024) ໂດຍການເປັນປະທານຂອງທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການ ໃຫຍ່ສຳນັກຂ່າວສານປະເທດ ລາວ, ມີຄະນະພັກ, ຄະນະນຳ, ຮອງ ຜູ້ອຳນວຍການ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານລັດຖະກອນ ພາຍໃນສຳນັກຂ່າວ ສານປະເທດລາວ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຄຳເຜີຍ ທ່ານ ຄຳເຜີຍ ພິລາພາ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 08/01/2024 xtgmf]k; ລາວ-ຫວຽດນາມ... ຫາລືສ້າງຕັ້ງອົງການ... ສປປ ລາວ ກຳນົດ.. ທູດລາວ ປະຈຳ... ຫວນຄືນການເຕີບໃຫຍ່... ກຽດ ໃນຕອນເຊົ້າຂອງວັນທີ 6 ມັງກອນ 2024, ທີ່ສໍານັກງານປະ ທານປະເທດ. ຫລັງຈາກນັ້ນ, ກໍມີ ກອງປະຊຸມພົບປະຄົບຄະນະສອງ ຝ່າຍຢ່າງເປັນທາງການທີ່ຫ້ອງວ່າ ການລັດຖະບານ ໂດຍການເປັນ ປະທານຮ່ວມຂອງສອງນາຍົກລັດ ຖະມົນຕີ ລາວ ແລະ ຫວຽດນາມ. ກອງປະຊຸມຄັ້ງນີ້, ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍໃນ ປີ 2023 ຜ່ານມາ ທີ່ເຫັນວ່າມີຫ ລາຍອັນປະຕິບັດໄດ້ສໍາເລັດຕາມ ແຜນການ ແລະ ລື່ນຄາດໝາຍ, ຫລາຍອັນກໍມີຄວາມຄືບໜ້າ ແລະ ຫລາຍອັນທີ່ຄົງຄ້າງກໍໄດ້ຮັບການ ແກ້ໄຂ ເຊິ່ງທັງສອງຝ່າຍເຫັນວ່າ ການຮ່ວມມືດ້ານການເມືອງສືບຕໍ່ ມີຄວາມໜັກແໜ້ນ, ໝັ້ນທ່ຽງ ແລະ ມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ໃນລະດັບສູງ ເຫັັນໄດ້ຈາກການ ນໍາຂັ້ນສູງສອງປະເທດ ໄດ້ມີການ ຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງ ເປັນປົກກະຕິ ເປັນພື້ນຖານອັນດີໃຫ້ ແກ່ການຮ່ວມມືດ້ານວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ອຸດສາຫະກໍາ, ພະລັງ ງານ, ສຶກສາ, ວັດທະນະທໍາ, ທ່ອງ ທ່ຽວ, ສາທາລະນະສຸກ ແລະ ການ ເຊື່ອມໂຍງເຊື່ອມຈອດທາງດ້ານ ຄົມມະນາຄົມຂົນສົ່ງ ແລະ ເສດຖະ ກິດ ໄດ້ສືບຕໍ່ຢູ່ໃນທ່ວງທ່າຂະຫຍາຍ ຕົວເປັນກ້າວໆ. ພ້ອມນີ້, ສອງຝ່າຍ ກໍໄດ້ປຶກສາຫາລືກ່ຽວກັບທິດທາງ ແຜນການຮ່ວມມືໃນຕໍ່ໜ້າ ໂດຍເຫັນ ດີຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງການນໍາຂັ້ນ ສູງສອງປະເທດ ກໍຄື ບັນດາເອກະ ສານຮ່ວມມືຕ່າງໆ ລະຫວ່າງ ສອງ ພັກ, ສອງລັດ ແລະ ບັນດາກະຊວງ ຂະແໜງການຕ່າງໆ ທັງຂັ້ນສູນ ກາງ ແລະ ທ້ອງຖິ່ນ. ໃນໂອກາດນີ້, ສະຫາຍນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວສະແດງຄວາມ ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມ ຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະ ບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນພາລະກິດແຫ່ງການປົກປັກຮັກ ສາ ແລະ ສ້າງສາປະເທດຊາດມາ ໂດຍຕະຫລອດ, ພ້ອມທັງໄດ້ຖືໂອ ກາດນີ້ ອວຍພອນປີໃໝ່ສາກົນປີ 2024 ກໍຄື ປີໃໝ່ຫວຽດນາມ ທີ່ຈະ ມາເຖິງນີ້. ໃນຂະນະດຽວກັນ, ສະຫາຍ ຟ້າມມິງຈິງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ກໍໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ການເດີນທາງຢ້ຽມຢາມທາງ ການທີ່ ສສ ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນຄັ້ງທໍາອິດພາຍຫລັງດໍາ ລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງສະແດງ ຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະໃນໄລຍະການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້. ພາຍຫລັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກ ຂີພິຍານ ໃນພິທີລົງນາມເອກະສານ ຮ່ວມກັນ 4 ສະບັບ ຄື: ອະນຸສັນຍາ ວ່າດ້ວຍການຮ່ວມມືຄຸ້ມຄອງ, ປ້ອງ ກັນຊາຍແດນ ລະຫວ່າງກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ; ບົດບັນທຶກ ຊ່ວຍຈໍາການຮ່ວມມື ລະຫວ່າງ ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ລາວ ແລະ ຫ້ອງວ່າການ ລັດຖະບານ ຫວຽດນາມ ໄລຍະ 2024-2025; ແຜນການຮ່ວມມື ປະຈໍາປີ 2024 ລະຫວ່າງ ກະຊວງ ສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ແລະ ບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການພັດທະນາ ແລະ ເຊື່ອມ ໂຍງພື້ນຖານໂຄງລ່າງການຄ້າ ຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ. ໃນວັນດຽວກັນ, ສະຫາຍນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ກໍໄດ້ໄປວາງພວງມາ ລາ ທີ່ອະນຸສາວະລີ ນັກຮົບນິລະ ນາມ ແລະ ທີ່ ສຸສານ ປະທານ ໂຮ່ຈີ ມິ່ງ ເພື່ອສະແດງຄວາມເຄົາລົບຕໍ່ ນັກຮົບປະຕິວັດຜູ້ເສຍສະລະຊີວິດ ເພື່ອປະເທດຊາດໃນປາງສົງຄາມ ແລະ ຕໍ່ຄຸນງາມຄວາມດີຂອງປະ ທານ ໂຮ່ຈີມິ່ງ; ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫວໍ້ ວັນ ເຖື່ອງ ປະທານປະ ເທດ ແຫ່ງ ສສ ຫວຽດນາມ; ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະ ຫາຍ ຫງວຽນ ດັກ ວິງ ຄະນະປະຈໍາ ສະພາແຫ່ງຊາດ, ປະທານກໍາມາທິ ການວັດທະນະທໍາ ແລະ ກິລາຂອງ ສະພາແຫ່ງຊາດ, ປະທານສະມາ ຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ແລະ ເຂົ້າຮ່ວມງານ ລ້ຽງອາຫານຄໍ່າ ຈັດໂດຍສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ນວ ປາຖະກະຖາ.... ສະພາບແວດລ້ອມ ກ່ອນການສ້າງ ຕັ້ງກອງທັບປະຊາຊົນລາວ, ຜົນ ງານໄຊຊະນະ, ການເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບປະຊາຊົນ ລາວ ແຕ່ລະໄລຍະ, ທາດແທ້ແລະ ມູນເຊື້ອອັນສະຫງ່າອົງອາດຂອງ ກອງທັບປະຊາຊົນລາວ. ເພື່ອເຮັດ ໃຫ້ສໍາເລັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້, ບັນ ດາພະນັກງານນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບຈົ່ງ ອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະ ຂອງກອງ ທັບ, ເດັດດ່ຽວປະຕິບັດແນວທາງ ປ່ຽນແປງໃໝ່ຮອບດ້ານຢ່າງມີ ຫລັກການຂອງພັກ, ເສີມຂະຫຍາຍ ບົດບາດເປັນກໍາລັງຫລັກແຫລ່ງ ແກ່ນສານໃນການຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດ, ປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ, ໃຫ້ສົມກັບຄໍາສັ່ງສອນ ຂອງປະທານ ໄກສອນ ພົມວິຫານ: “ເວລາໃດກອງທັບກໍນໍາໜ້າທຸກ ວຽກງານ, ເດັດດ່ຽວໜຽວແໜ້ນ ຜ່ານຜ່າອຸປະສັກ, ສໍາເລັດທຸກໜ້າ ທີ່, ສົມແລ້ວເປັນກໍາລັງແກ່ນສານ ທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນຄົມແຫລມຄົມ ຂອງພັກ”. ພ້ອມນີ້ ກໍໄດ້ຍົກໃຫ້ເຫັນ ຊີວິດເຍົາໄວ ແລະ ຈຸດເລີ່ມຕົ້ນການ ເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕສີພັນດອນ ເຊິ່ງແມ່ນຜູ້ໜຶ່ງໃນ ບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງປະຕິວັດຢູ່ ປະເທດເຮົາ, ເວລາໃດກໍໜັກແໜ້ນ ທາງດ້ານການເມືອງ, ມີສະຕິຕໍ່ການ ຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ ໜ້າທີ່ ທີ່ໄດ້ຮັບມອບໝາຍ; ເລີ່ມ ຈາກພະນັກງານທໍາມະດາກາຍ ເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະ ບວນການຕໍ່ສູ້ປົດປ່ອຍຊາດ, ຄຽງ ບ່າຄຽງໄຫລ່ກັບ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາຄົນອື່ນໆ ຂອງແນວລາວ ຮັກຊາດຈົນໄດ້ຮັບໄຊຊະນະ, ສະຖາ ປະນາ ສປປ ລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975. ຕໍ່ຈາກນັ້ນກໍໄດ້ປະກອບສ່ວນຄົ້ນ ຄວ້າ ແລະ ກໍານົດທິດທາງຍຸດທະ ສາດປົກປັກຮັກສາ ແລະສ້າງສາ ພັດທະນາປະເທດຊາດ ລວມທັງ ແນວທາງປ່ຽນແປງໃໝ່ອອກຢ່າງ ຖືກຕ້ອງ, ສອດຄ່ອງທັງໄດ້ນໍາພາຊີ້ນໍາການຈັດຕັ້ງປະຕິບັດໄດ້ຮັບ ຜົນສໍາເລັດໃນຫລາຍດ້ານ. ຂ່າວ ສົມຫວັງ, ພາບ ອ່າຍຄໍາ ຂປລ.ໃນຕອນເຊົ້າຂອງວັນທີ 04 ມັງກອນ 2024, ສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມຄະນະ ໄດ້ ເຂົ້າຢ້ຽມຂ່ຳນັບສະຫາຍ ເລ ຮວ່າຍ ຈຸງ ເລຂາທິການສູນກາງພັກ, ຫົວ ໜ້າຄະນະພົວພັນຕ່າງປະເທດສູນ ກາງພັກກອມມູນິດຫວຽດນາມ ໃນໂອກາດທີ່ສະຫາຍມາດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດວິ ສາມັນຜູ້ມີອໍານາດເຕັມແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ທ່ານ ບຸນຂວາງ ທະວີສັກ ຮອງປະ ທານສານປະຊາຊົນສູງສຸດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການຈັດກອງປະຊຸມໃນຄັ້ງນີ້, ເພື່ອຈັດຕັ້ງປະຕິບັດດຳລັດຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກ ທີ 359/ນຍ, ລົງວັນທີ 22 ພະຈິກ 2023 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມ ຄອງ-ບໍລິຫານເສດຖະກິດສາມ ຫລ່ຽມຄຳ ແລະ ແຈ້ງການຂອງກະ ຊວງພາຍໃນ ສະບັບເລກທີ 356/ ພນ, ລົງວັນທີ 29 ທັນວາ 2023. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ແລກປ່ຽນ ແລະ ປະກອບຄຳຄິດຄຳ ເຫັນຢ່າງກົງໄປກົງມາ ແລະ ໄດ້ ເປັນເອກະພາບກັນທາງດ້ານຫລັກ ການໃນການສ້າງອົງການໄອຍະ ການປະຊາຊົນຢູ່ເສດຖະກິດພິເສດ ສາມຫລ່ຽມຄໍາ ແຂວງບໍ່ແກ້ວ ໂດຍ ອີງໃສ່ພາລະບົບບາດ, ສິດ ແລະ ໜ້າທີ່-ທີ່ກົດໝາຍກຳນົດໄວ້ ແລະ ເຫັນດີນຳເອົາບັນຫາດັ່ງກ່າວລາຍ ງານຕໍ່ຂັ້ນເທິງຕໍ່ໄປ. ຂ່າວ: ໄອຍະການປະຊາຊົນສູງສຸດ ສະຫາຍ ເລ ຮວ່າຍ ຈຸງ ໄດ້ກ່າວ ຕ້ອນຮັບ ແລະ ສະແດງຄວາມຊົມ ເຊີຍຕໍ່ການມາປະຕິບັດໜ້າທີ່ດຳ ລົງຕຳແໜ່ງເປັນ ເອກອັກຄະລັດຖະ ທູດຜູ້ມີອໍານາດເຕັມ ປະຈໍາ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ຂອງສະຫາຍ ນາງ ຄຳເພົາ ເອີນທະ ວັນ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ຫວຽດນາມ-ລາວ, ລາວ- ຫວຽດນາມ ທີ່ເປັນມູນເຊື້ອ ແລະ ໄດ້ຮັບການເພີ່ມພູນຄູນສ້າງຕະ ຫລອດມາ. ພ້ອມກັນນີ້, ສະຫາຍຍັງ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ໃນ ບົດບາດອັນສຳຄັນບວກໃສ່ຄວາມ ຮູ້ຄວາມສາມາດ ແລະ ປະສົບປະ ການຜ່ານມາ, ສະຫາຍເອກອັກຄະ ລັດຖະທູດລາວຄົນໃໝ່ຈະສືບຕໍ່ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ເພິ່ມທະວີສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ສອງປະເທດໃຫ້ຈະເລີນ ງອກງາມຂຶ້ນໄປເລື້ອຍໆ. ຄະນະ ພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ຍິນດີໃຫ້ ການສະໜັບສະໜູນ, ຊ່ວຍເຫລືອ ແລະອວຍພອນໃຫ້ສະຫາຍ ເອກອັກ ຄະລັດຖະທູດ ເຮັດສຳເລັດໜ້າທີ່ ການເມືອງທີ່ພັກ ແລະ ລັດຖະບານ ລາວ ມອບໝາຍໃຫ້ສຳເລັດຜົນເປັນ ຢ່າງດີ. ໂອກາດດຽວກັນ, ສະຫາຍ ນາງ ຄຳເພົາ ເອີນທະວັນ ກໍໄດ້ສະແດງ ຄວາມຂອບໃຈຕໍ່ສະຫາຍ ເລ ຮວ່າຍ ຈຸງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ, ພ້ອມທັງສະແດງ ຄວາມຍິນດີຕໍ່ຜົນສຳເລັດໃນການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສ ຂອງພັກ ກອມມູນິດຫວຽດນາມ ເຊິ່ງນຳໂດຍ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິ ການໃຫຍ່ພັກກອມມູນິດຫວຽດ ນາມ ໄດ້ເຮັດໃຫ້ປະເທດຊາດພັດທະ ນາຢ່າງຮອບດ້ານ ແລະ ກ້າວກະ ໂດດ, ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ທີ່ໄດ້ຮັບຜົນ ກະທົບຈາກພະຍາດໂຄວິດ 19 ໄດ້ ຢ່າງວ່ອງໄວ, ຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນຢ່າງຈະແຈ້ງ, ອິດທິ ພົນ, ບົດບາດ, ຊື່ສຽງຂອງຫວຽດ ນາມ ນັບມື້ນັບສູງເດັ່ນຂຶ້ນໃນພາກ ພື້ນແລະສາກົນ. ພ້ອມນັ້ນ, ສະຫາຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືຂອງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມ ມື ລະຫວ່າງສອງຄະນະພົວພັນຕ່າງ ປະເທດສູນກາງພັກ ເຊິ່ງສະແດງ ອອກ ໃນການກະກຽມການຢ້ຽມ ຢາມຂອງຜູ້ນຳຂັ້ນສູງສຸດຂອງ ສອງປະເທດ ໃນໄລຍະຜ່ານມາ. ສະຫາຍເອກອັກຄະລັດຖະທູດ ລາວ ຍັງໄດ້ຕາງໜ້າພັກ, ລັດຖະ ບານ ແລະ ປະຊາຊົນລາວສະແດງ ຄວາມຮູ້ບຸນຄຸນແລະ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດ ນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການ ຊ່ວຍເຫລືອອັນລ້ຳຄ່າອັນສະແດງ ເຖິງນ້ຳໃຈຄວາມສາມັກຄີພິເສດລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດລາວ-ຫວຽດນາມ ເຊິ່ງມີໜຶ່ງດຽວໃນໂລກນີ້. ຂ່າວ;ພາບ: ສະຖານທູດລາວທີ່ຮ່າໂນ້ຍ ພິລາພາ ໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາ, ມູນເຊື້ອແຫ່ງການ ເຕີບໃຫຍ່ຂະຫຍາຍຕົວ ຂອງສຳນັກ ຂ່າວສານປະເທດລາວເຊິ່ງຕະ ຫລອດໄລຍະ 56 ປີຜ່ານມາພາຍ ໃຕ້ການນໍາພາ-ຊີ້ນຳໂດຍກົງຂອງ ພັກ ແລະ ລັດຖະບານ ກໍຄືການນໍາ ພາ-ຊີ້ນໍາຂອງຄະນະພັກ-ຄະ ນະ ນໍາກະຊວງ ຖວທ, ສຳນັກຂ່າວສານ ປະເທດລາວໄດ້ຮັບການສ້າງຕັ້ງ ຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ ພ້ອມກັນກັບກະແສຟອງປະຕິວັດ ແຫ່ງຊາດ ບໍ່ພຽງແຕ່ສ່ອງແສງ ໃຫ້ເຫັນສະພາບການຕ່າງໆເທົ່າ ນັ້ນ, ແຕ່ຍັງໄດ້ເຂົ້າຮ່ວມໂດຍກົງໃນ ບັນດາເຫດການປະຫວັດສາດ ແລະ ປະກອບສ່ວນຊຸກຍູ້ປະຫວັດສາດ ໃຫ້ກ້າວໄປຂ້າງໜ້າອີກດ້ວຍ. ໃນໄລຍະແຫ່ງການປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫລັກການ ຂອງພັກ, ສຳນັກ ຂ່າວສານປະເທດລາວ ໄດ້ດຳເນີນ ການປັບປຸງໂຄງປະກອບການຈັດ ຕັ້ງທັງເປັນເຈົ້າການໃນການປັບ ປຸງເນື້ອຫາສາລະຂ່າວສານ, ຫັນ ຮູບການເຄື່ອນໄຫວ ແລະ ການນຳ ໃຊ້ອຸປະກອນເຕັກນິກ, ມີການສ້າງ ຫລາກຫລາຍຮູບແບບຂ່າວ ໃຫ້ອຸ ດົມສົມບູນເທື່ອລະກ້າວ ແລະ ໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ໂຄສະນາແນວທາງ, ແຜນນະໂຍ ບາຍຂອງພັກປະຊາຊົນ ປະຕິວັດ ລາວ ອອກສູ່ສັງຄົມ. ມາຮອດປັດຈຸ ບັນ, ສຳນັກຂ່າວສານປະເທດລາວ ໄດ້ກາຍເປັນສຳນັກຂ່າວ ຂອງປະ ເທດ ທີ່ມີການພັດທະນາເປັນ ແຕ່ລະ ບາດກ້າວ ໃນແຕ່ລະໄລຍະຂອງ ການປະຕິວັດ ແລະ ຫັນໄປສູ່ຄວາມ ທັນສະໄໝ ໄດ້ຮັບຄວາມເຊື່ອຖື ແລະ ໄວ້ວາງໃຈທັງພາຍໃນປະເທດ, ພາກພື້ນ ແລະ ສາກົນ. ພ້ອມນີ້, ຜະ ລິດຕະພັນ ຂອງສຳນັກຂ່າວສານປະ ເທດລາວ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວເປັນກ້າວໆເຊິ່ງມາ ຮອດປັດຈຸບັນໄດ້ມີເວັບໄຊ www. kpl.gov.la ເປັນ 3 ພາສາລາວ, ອັງກິດ ແລະ ຝຣັ່ງ; ໃບຂ່າວພາຍ ໃນປະເທດແລະຂ່າວໂລກທີ່ເປັນພາ ສາລາວລາຍວັນ, ຜ່ານທາງອອນ ລາຍ, ໃບຂ່າວຄົ້ນຄວ້າລາຍວັນ, ໜັງສືພິມປະເທດລາວ ລາຍວັນ, ໃບຂ່າວພາສາຝຣັ່ງລາຍວັນ. ສ່ວນ ໃບຂ່າວພາສາອັງກິດລາຍວັນ ໄດ້ ຢຸດພິມໃນປີ 2001 ເປັນຕົ້ນມາ ແລ້ວຫັນມາເປັນໜັງສືພິມ KPL News ແທນ (ໃນຕົ້ນປີ 2017 ໄດ້ຢຸດພິມໜັງສືພິມດັ່ງກ່າວ ແລະ ຫັນໄປກະຈາຍຜ່ານສື່ອອນລາຍ ຈົນມາເຖິງປັດຈຸບັນ). ພ້ອມນີ້, ຍັງ ມີວາລະສານປະເທດລາວລາຍໄຕ ມາດ ແລະ ຮູບພາບ-ສໍາເນົາສໍາລັບ ການໂຄສະນາ ແລະ ອື່ນໆ.ນອກ ນັ້ນ, ຍັງມີສື່ເອເລັກໂຕຣນິກ, ສື່ອອນ ລາຍປະເທດລາວ (Facebook), ຄລິບວີດີໂອຂ່າວພາສາລາວ ຜ່ານ ເຄືອຂ່າຍອິນເຕີເນັດ ແລະ ອື່ນໆ. ທ່ານ ຄຳເຜີຍ ພິລາພາ ຍັງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳ ເລັດ ໃນການປະຕິບັດວຽກງານ ຕ່າງໆປິ່ນອ້ອມ ຂອງພະນັກງານລັດຖະກອນ ພາຍໃນສຳນັກຂ່າວ ສານປະເທດລາວໃນໄລຍະຜ່ານ ມາ, ພ້ອມທັງເນັ້ນໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານ-ລັດຖະ ກອນທົ່ວສຳນັກຂ່າວສານປະເທດ ລາວ ໃຫ້ສືບຕໍ່ສ້າງແບບແຜນວິທີ ເຮັດວຽກແບບສີວິໄລ, ເຮັດວຽກ ໃຫ້ເປັນລະບົບ, ພັດທະນາເນື້ອໃນຂໍ້ ມູນຂ່າວສານຕ່າງໆ ໃຫ້ມີຄຸນນະ ພາບ, ເປັນແຫລ່ງຂໍ້ມູນຂ່າວສານທີ່ ທັນສະໄໝ ເຊື່ອຖືໄດ້, ວ່ອງໄວ, ຊັດ ເຈນ ແລະ ໃຫ້ມີຫລາຍຮູບແບບ ຫລາຍສີສັນດຶງດູດໃຈຜູ້ອ່ານ ແລະ ຜູ້ຊົມຫລາຍຂຶ້ນເລື້ອຍໆ, ນຳໃຊ້ສື່ ແບບໃໝ່ ກໍຄື ສື່ສັງຄົມອອນລາຍ ຢ່າງແທດເໝາະກັບຍຸກສະໄໝ; ສືບຕໍ່ປະສານສົມທົບກັບ ສື່ປະເທດ ເພື່ອນມິດ ເພື່ອຮັດແໜ້ນການພົວພັນ ຮ່ວມມືໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ສູ້ ຊົນຊອກແຫລ່ງລາຍຮັບວິຊາການ ຕາມເງື່ອນໄຂຕົວຈິງ ສອດຄ່ອງ ກັບການປະຕິບັດໜ້າທີ່ການເມືອງ ແລະ ລະບຽບກົດໝາຍ; ສ້າງບຸກຄະ ລາກອນທີ່ເປັນມືອາຊີບມີຄວາມຮູ້ ຄວາມສາມາດສົມຄູ່ກັບຄວາມ ຕ້ອງການຂອງວຽກງານ, ແນໃສ່ ສ້າງສໍານັກຂ່າວສານປະເທດລາວ ກ້າວໄປສູ່ຄຸນນະພາບໃໝ່, ເປັນ ເສນາທິການດ້ານການຖະແຫລງ ຂ່າວ ໃຫ້ແກ່ລັດຖະບານ, ຕອບສະ ໜອງຄວາມຮຽກຮ້ອງຕ້ອງການ ດ້ານຂ່າວສານກ່ຽວກັບສະຖານະ ການ, ສະພາບການ, ວຽກງານແລະ ຂໍ້ມູນຂ່າວສານຕ່າງໆ ໃຫ້ແກ່ສັງ ຄົມນັບມື້ນັບກວ້າງຂວາງ, ຊັດເຈນ ແລະ ວ່ອງໄວທັນການກວ່າເກົ່າພາຍ ໃຕ້ຄໍາຂວັນ “ຂ່າວສານຖືກຕ້ອງ ວ່ອງໄວ ກ້າວໄກ ທັນເຫດການ”. ຂ່າວ: ທະນູທອງ ພາບ: ເກດສະໜາ ການພັດທະນາໂຄງການບໍ່ແຮ່ແມ່ນ ອີງໃສ່ກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ 2017 ເປັນຫລັກ. ພ້ອມນັ້ນ, ກ່ອນການພັດທະນາໂຄງ ການກໍໄດ້ສະເໜີໃຫ້ຜູ້ພັດທະນາ ຫລື ຜູ້ລົງທຶນ ເຮັດບົດວິພາກເສດ ຖະກິດ-ເຕັກນິກ ແລະ ບົດວິພາກຜົນ ກະທົບຕໍ່ສິ່ງແວດລ້ອມແລະສັງຄົມ. ສ່ວນການຂຸດຄົ້ນແຮ່ທາດໃນໄລຍະ ທົດລອງລັດຖະບານ ໄດ້ມີນະໂຍ ບາຍໃຫ້ປະສານສົມທົບລະຫວ່າງ ສູນກາງ ແລະ ທ້ອງຖິ່ນເປັນປົກກະ ຕິໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງໂຄງການພັດທະນາແຮ່ ທາດ. ພ້ອມນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮ່ວມມືກັບ ສປ ຈີນ ເພື່ອປັບປຸງຍົກລະດັບຄວາມອາດ ສາມາດ ໃນການຄົ້ນຄວ້າວິທະຍາ ສາດ-ເຕັກໂນໂລຊີ ແລະ ສົ່ງເສີມ ການນໍາໃຊ້ຜົນສໍາເລັດດ້ານວິທະ ຍາສາດ ແລະ ເຕັກໂນໂລຊີເຂົ້າໃນ ການພັດທະນາຂອງລາວ ຮັບໃຊ້ຂໍ້ ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຍຸດທະສາດຂອງ ສປປ ລາວ: “ຫັນປ່ຽນປະເທດລາວຈາກປະ ເທດ ທີ່ບໍ່ມີທະເລ ໃຫ້ກາຍເປັນປະ ເທດທີ່ມີການເຊື່ອມໂຍງເຂົ້າກັນ” ອີງໃສ່ໂຄງການການຮ່ວມມືສາກົນ ຫົວຂໍ້ສະເພາະ ຂອງແຂວງຢຸນນານ ໂດຍໃຫ້ມະຫາວິທະຍາໄລ ວິທະຍາ ສາດ ແລະ ເຕັກໂນໂລຊີ ຄຸນໝິງເປັນ ຄະນະຈັດຕັ້ງປະຕິບັດເຊິ່ງສະຖາ ບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ເປັນຄະນະສົມທົບ, ມາຮອດປັດຈຸ ບັນໄດ້ເປີດການນໍາໃຊ້ຢ່າງເປັນ ທາງການແລ້ວ. ພ້ອມກັນນັ້ນ, ຍັງສໍາຫລວດ ສ້າງຂໍ້ມູນພື້ນຖານດ້ານທໍລະນີສາດ ແລະແຮ່ທາດ, ທັງປະເມີນຊັບພະຍາ ກອນແຮ່ທາດທົ່ວປະເທດ; ໄດ້ສໍາ ເລັດການລົງພາກສະໜາມຮ່ວມກັບ ຊ່ຽວຊານຈາກ ສສ ຫວຽດນາມ ແລະ ສປ ຈີນ ໃນການສໍາຫລວດ ສ້າງແຜນທີ່ທໍລະນີສາດ ແລະ ສໍາ ຫລວດສ້າງແຜນທີ່ທໍລະນີເຄມີມາດ ຕາສ່ວນ 1/200.000, 1/50.000 ໃນເນື້ອທີ່ທີ່ຍັງບໍ່ທັນໄດ້ຈັດຕັ້ງປະ ຕິບັດ. ເຖິງຢ່າງໃດກໍຕາມ, ຍັງຈໍາ ເປັນຕ້ອງໄດ້ຮັບການສະໜັບສະ ໜູນຈາກພາກລັດ ໃນການປະກອບ ສ່ວນງົບປະມານເຂົ້າໃນການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວຢ່າງ ເຕັມສ່ວນ. ພ້ອມກັນນັ້ນ, ຍັງສືບຕໍ່ ເຮັດວຽກກັບບັນດາປະເທດເພື່ອນ ມິດຍຸດທະສາດ, ຄູ່ຮ່ວມຊະຕາກໍາ ໃນການສຶກສາສ້າງຖານດ້ານທໍລະ ນີໄພພິບັດ, ສັງລວມ ແລະ ປຸງແຕ່ງ ຂໍ້ມູນ, ສ້າງ ແລະ ປັບປຸງເວັບໄຊ, ສ້າງວາລະສານ ເປັນລາຍໄຕມາດ, ສ້າງຫ້ອງສະໝຸດທໍລະນີສາດ ແລະ ແຮ່ທາດ, ສ້າງຫໍພິພິຕະພັນຫີນ-ແຮ່ ແລະ ຊາກດຶກດໍາບັນ, ສ້າງຫ້ອງວິ ໄຈແຮ່ທາດ ແລະ ອື່ນໆ. ຂໍ້ມູນ: ໜັງສືພິມປະຊາຊົນ

xtgmf]k; 3 08/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຈັນ, ພຸດ rP'c8j x6 dza d d+ lh k']kpIa [ wfh 60 ]h kodu [8+ xu * ຖ້າຈ​ ະເ​ວົ້າເ​ຖິງອາຫານທີ່ຂາດ ​ບໍ່ໄດ້​ໃນ​ຊີວິດ​ປະ​ຈໍາ​ວັນ​ຂອງ​ຄົນ​ ເຮົາກໍ​ຕ້ອງ​ແມ່ນຜັກ​ຊະນິດຕ່າງໆ​ ເພາະວ່າກິນ​ງ່າຍ ​ແລະ ​ມີ​ຄຸນ​ປະ​ ໂຫຍດ​ ຕໍ່ຮ່າງກາຍຂ​ ອງຄົ​ ນເ​ຮົາ ຈຶ່ງ​ ເຮັດ​ໃຫ້​ຜັກ​ເປັນ​ທີ່​ຕ້ອງການ​ຂອງ​ ຕະຫລາດຢູ່ສະ​ເໜີ ບໍ່​ວ່າ​ປູກໃນລະ ດູການໃດ​ກໍ່​ໄດ້​ຂາຍດີ ຈຶ່ງ​ເຮັດ​ໃຫ້​ ປະຊາຊົນລາວ​ບັນດາເຜົ່າທົ່ວ​ປະ​ ເທດ ນິຍົມ​ປູກຜັກຂາຍ​ເປັນສິນຄ້າ​ ເພື່ອ​ພັດທະນາ​ເສດຖະກິດ​ຄອບ​ຄົວ​ ເໝືອນດັ່ງ ນາງ ກູດ ປະຊາຊົນ ບ້ານສີນໄຊ ເມືອງຂວາ ແຂວງຜົ້ງ ສາລີ ທີ່​ຫັນ​ມາ​ປູກ​ຜັກ​ຂາຍສ້າງ​ ລາຍ​ຮັບ 60 ລ້ານກີ​ ບ​ຕໍ່ປີ. ນາງ ກູດ ໃຫ້ຮູ້​ ວ່​ າ: ບ້ານສີນໄຊ ເມືອງຂວາ ແຂວງຜົ້ງສາລີ ເປັນ ບ້ານເປົ້າໝາຍ ຊຸດທີ 1 ຂອງໂຄງ ການຫລຸດຜ່ອນ​ຄວາມທຸກ​ຍາກ​ ຫລື ທລຍ 3 ທີ່ລົ​ ງມ​ າ​ຊຸກຍູ້ຊ່ວຍ ເຫລືອ​ປະຊາຊົນພາຍ​ໃນ​ບ້ານ ທີ່ບໍ່ ມີຕົ້​ ນທຶ​ ນແລະຄວາມຮູ້​ ດ້​ ານເຕັກນິກ ວິ​ ຊາກ​ ານໃ​ ນກ​ ານປູ​ ກຝັງ- ລ້ຽງສັດ ໃຫ້​ເຂົ້າ​ຮ່ວມ​ຮັບຟັງການເຜີຍແຜ່ ຈຸດປະສົງ​ຂອງໂຄງການ ທລຍ. ໃນ​ນັ້ນ, ຕົນເອງກໍ່ໄດ້ມີໂອກາດ ເຂົ້າຮ່ວມຮັບຟັງການແນະນຳ ກ່ຽວກັບໂຄງການ ທລຍ ໂດຍສະ ເພາະການສ້າງຕັ້ງກຸ່ມຊ່ວຍເຫລືອ ແກ້ໄຂຄວາມທຸກຍາກ (ກຊກ) ເພື່ອຊ່ວຍ​ເຫລືອຄອບຄົວທຸກຍາກ ພາຍໃນບ້ານ ໃຫ້ຫລຸດພົ້ນຈາກ ຄວາມທຸກຍາກພາຍຫລັງໄດ້​ຮັບ​ ຟັງຈຸດປະສົງຂ​ ອງໂ​ ຄງການ ​ແລ້ວ ຈຶ່ງ​ໄດ້​ປຶກສາ​ຫາລື ກັບຄອບຄົວ​ ແລະ ໄດ້ຕັດສິນໃຈສະມັກເປັນສະ ມາຊິກກຸ່ມ (ກຊກ) ນັບຕັ້ງແຕ່ ເດືອນມັງກອນ ປີ 2021 ​ແລະ ໄດ້ ເຂົ້າຮ່ວມການຝຶກອົບຮົມເຕັກນິກ ການປູກ - ການລ້ຽງ ຢ່າງເ​ປັນປັກ​ ກະຕິ ​ເພື່ອສຶກສາ, ຮຽນຮູ້​ເຕັກນິກ ວິຊາ​ການດ້ານ​ນີ້​ໃຫ້​ເລິກ​ເຊິ່ງ ​ເພື່ອ​ ນໍາ​ໄປ​ປະຕິບັດ​ໃຫ້​ເກີດປະໂຫຍ​ດ ສູງສຸດ ​ກໍ​ຄື ການປູ​ ກ​ຜັກ​ຂາຍສ້າງ​ ລາຍຮັ​ ບເ​ຂົ້າຄ​ ອບຄົວນັ້​ ນເ​ອງ ແ​ ລະ ພາຍຫລັງ​ໄດ້​ເຂົ້າ​ຮ່ວມຝຶກອົບຮົມ ກ່ຽວກັບ​ເຕັກນິກ​ການປູກຜັກມາ​ ໄລຍະໜຶ່ງ ແ​ ລະ ຄິດວ່​ າສ​ າມາດເ​ຮັດ​ ໄດ້​ແລ້ວ ຈຶ່ງ​ໄດ້ຢືມເງິນຈາກກອງ ທຶນ (ກຊກ) ຈໍານວນ 5 ລ້ານກີບ ເພື່ອລົງທຶນຊື້ແກ່ນຜັກ ຄື: ແກ່ນ ໝາກອື, ຜັກບົ້ງ, ຜັກກາດຂາວ, ກະລໍາປີ, ສາລີຫວານ, ຜັກກາດນາ, ຜັກສະລັດ ແລະ ຊື້ອຸປະກອນເຮັດ ນໍ້າຢາໄລ່ແມງໄມ້, ນໍ້າຢາບໍາລຸງ ພືດ, ນໍ້າຢາຂ້າເຊື່ອ, ກາກນໍ້າຕານ​ ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການ​ເຮັດຝຸ່ນບົ່ມ​ ບໍາລຸງຜັ​ ກ​ໃຫ້​ໃຫຍ່​ໄວ. ນາງກູດ ເ​ວົ້າຕື່​ ມວ່​ າ: ພາຍຫລັງ ທີ່​ຄອບຄົວ ​ໄດ້​ເຂົ້າ​ຮ່ວມ​ໂຄງການ ຫລຸດຜ່ອນ​ຄວາມທຸກ​ຍາກ​ເຮັດໃຫ້​ ເສດຖະກິດຄອບຄົວ​ດີຂຶ້ນ​ຫລາຍ ສາມາດລາຍຮັ​ ບ ຈາກກ​ ານຂາຍຜັກ ໄດ້ສະເລ່ຍ ​4-5 ລ້ານກີບຕໍ່ເດືອນ ຫລື ປະມານ 50-60 ລ້ານກີ​ ບ​ຕໍ່ປີ ໂດຍການຂ​ າຍ ແມ່ນສົ່ງຂາຍໃຫ້ຕະ ຫລາດປາກນໍ້ານ້ອຍແລະຕະຫລາດ ເມືອງຂວາ ຢ່າງ​ສະໝໍ່າສະ​ເໝີ ເພາະວ່າຜັກ ​ແມ່ນສິນຄ້າ​ທີ່​ຕະ ຫລາດ​ຕ້ອງການຫລາຍອີກ​ຢ່າງ ໜຶ່ງໄລຍະນີ້​ ການປູ​ ກຜັ​ ກກໍມີລາຄາ​ ສູງ​ ​ເນື່ອງ​ຈາກ​ວ່າ​ຕົ້ນ​ທຶນ​ໃນ​ການ​ ຜະລິດສູງກ​ ວ່າເ​ມື່ອກ່​ ອນຫ​ ລາຍສະ​ ນັ້ນ, ສິນຄ້າຕ​ າມທ້​ ອງຕ​ ະຫລາດຈຶ່ງ​ ມີ​ການ​ປັບ​ຂຶ້ນ​ຕາມ​ເສດຖະກິດ​ໃນ​ ປັດຈຸບັນ. ບົດສະເໜີ ເພື່ອກະກຽມໃຫ້ແກ່ການຢຶດ ອໍານາດໃນຂອບເຂດທົ່ວປະເທດ ສຳນັກຂ່າວສານປະເທດລາວ ກໍ ໄດ້ສົ່ງນັກຂ່າວລົງຕິດຕາມທຸກຂະ ບວນການຢຶດອໍານາດ ເຊັ່ນ: ຢູ່ສະ ຫວັນນະເຂດ, ຈຳປາສັກ, ຄຳມ່ວນ, ຫລວງພະບາງ ແລະ ບ່ອນອື່ນໆ. ສະເພາະຢູ່ວຽງຈັນ ແມ່ນໄດ້ອອກ ຂ່າວ ແລະ ບົດກ່ຽວກັບການຢຶດອໍາ ນາດ ຢູ່ໃນແຕ່ລະມືອງ, ກົມກອງ ແລະ ການໂຮມຊຸມນຸມຢືດອໍານາດ ຢູ່ນະຄອນຫລວງວຽງຈັນ ເມື່ອວັນ ທີ 23 ສິງຫາ 1975 ທີ່ເດີ່ນພະ ທາດຫລວງ. ມ້ວນທ້າຍກໍໄດ້ເກັບ ກຳຂ່າວ-ຮູບພາບ ກອງປະຊຸມຜູ້ ແທນປະຊາຊົນ ທົ່ວປະເທດປະກາດ ສ້າງຕັ້ງ ສປປ ລາວ ຂຶ້ນ ເມື່ອວັນທີ 1-2 ທັນວາ ປີ 1975 ອັນເປັນການ ສິ້ນສຸດລະບອບລາຊາທິປະໄຕ ແລະ ສິ້ນສຸດສົງຄາມຮຸກຮານຂອງຈັກກະ ພັດອາເມລິກາແລະພວກລູກແຫລ້ງ ຕີນມືປະຕິການຢູ່ປະເທດເຮົາ. ເມື່ອປະເທດຊາດໄດ້ຮັບການປົດ leoa d0j k;lkoxtgmf]k; ,5j 'l6j dkora fmtok.ow]pt.\j (ເນື່ອງໃນໂອກາດວັນສ້າງຕັ້ງສຳນັກຂ່າວສານປະເທດລາວ ຄົບຮອບ 56 ປີ ວັນທີ 06/01/1968-06/01/2024) ພັກ (27-30/04/ 1982), ຕົ້ນ ປີ1983ໄດ້ມີມະຕິຂອງສູນກາງພັກ ໃຫ້ແຍກບັນດາອົງການສື່ມວນຊົນ ອອກຈາກ ກະຊວງໂຄສະນາ, ຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍໄດ້ແຍກອອກ ເປັນ 2 ການຈັດຕັ້ງ, ສ້າງຕັ້ງເປັນຄະນະ ກໍາມະການຂ່າວສານ, ໜັງສືພິມ, ວິ ທະຍຸກະຈາຍສຽງ ແລະ ໂທລະພາບ ແຫ່ງຊາດ ທຽບເທົ່າກະຊວງ, ຫລັງ ຈາກນັ້ນ ໃນປີຖັດມາສໍານັກຂ່າວ ສານປະເທດລາວ ແລະ ໜັງສືພິມ ສຽງປະຊາຊົນກໍໄດ້ແຍກອອກຈາກ ກັນກາຍມາເປັນ ສໍານັກຂ່າວສານ ປະເທດລາວ ໂດຍຈັດຕັ້ງຄະນະ ນໍາໜຶ່ງຂຶ້ນເອີ້ນວ່າ: ຄະນະອໍານວຍ ການໃຫຍ່ ຂ່າວສານປະເທດລາວ ຕາມດໍາລັດຂອງປະທານສະພາ ລັດຖະມົນຕີ ສະບັບ ເລກທີ 038/ ປສລ ລົງວັນທີ 31/03/84. ການພົວພັນຢູ່ພາຍໃນປະເທດ, (ອອນລາຍ) ແລະ ບໍລິການຜະລິດ ຕະພັນຂ່າວສານ ໂດຍລະບົບຖ່າຍ ໂອນຂໍ້ມູນຫລືFTP. ທັງນີ້ກໍເນື່ອງ ຈາກວ່າສຳນັກຂ່າວສານປະເທດ ລາວ ເປັນສູນກາງລວບລວມ ເກັບ ກຳຂໍ້ມູນຂ່າວສານ ເພື່ອສະໜອງ ຂໍ້ມູນເຫລົ່ານັ້ນໃຫ້ແກ່ສັງຄົມ ທັງ ພາຍໃນ ແລະ ຕ່າງປະເທດ ຈຶ່ງມີ ຄວາມຈຳເປັນທີ່ສຸດ ແລະ ໄດ້ສ້າງ ເຄືອຂ່າຍນີ້ຂຶ້ນມາ ເພື່ອເຊື່ອມຕໍ່ກັບ ທ້ອງຖິ່ນ ແລະ ສຳນັກງານ-ອົງ ການຕ່າງໆ ໃນທົ່ວປະເທດ ໄດ້ເປັນ ລະບົບຄົບຊຸດ ເພື່ອອຳນວຍຄວາມ ສະດວກຄວບຄຸມທັງຄຸ້ມຄອງຂ່າວ, ບົດ ແລະ ຮູບ ທີ່ສົ່ງຜ່ານລະບົບນີ້ໃຫ້ ມີຄວາມເປັນເອກະພາບ, ຊັດເຈນ, ວ່ອງໄວ ແລະ ທັນສະພາບ. ຈາກ ການນຳໃຊ້ລະບົບດັ່ງກ່າວໄດ້ເຮັດ ໃຫ້ການຕິດຕໍ່ພົວພັນ, ການສົ່ງຂໍ້ ມູນຂ່າວສານຕ່າງໆ ມີຄວາມສະ ດວກວ່ອງໄວຂຶ້ນ ແລະ ທັນເຫດ ການໃນຂອບເຂດທົ່ວປະເທດ. ຂໍ້ມູນຂ່າວສານໃຫ້ມີຄວາມວ່ອງໄວ ເນື້ອໃນການນຳສະເໜີຂ່າວມີຄວາມ ຫລາກຫລາຍຍິ່ງຂຶ້ນ. ນັບແຕ່ຕົ້ນ ຊຸມປີ 90 ມານີ້, ຂປລ ໄດ້ສືບຕໍ່ປັບ ປຸງພື້ນຖານວັດຖຸເຕັກນິກຄ່ອຍໆ ກ້າວເຂົ້າສູ່ບາດລ້ຽວໃໝ່ ຄື: ລົບ ລ້າງການນໍາໃຊ້ລະບົບການຮັບສົ່ງຂ່າວກັບທ້ອງຖິ່ນດ້ວຍເຄື່ອງໂທ ລະເລກ ມານໍາໃຊ້ເຄື່ອງໂຟນີ, ຄອມ ພິວເຕີ ແລະ ໂທລະສານ; ລົບລ້າງ ລະບົບການຮັບ ແລະ ສົ່ງຂ່າວ ກັບ ຕ່າງປະເທດ ດ້ວຍເຄື່ອງໂທລະພິມ ແລະການສົ່ງຂ່າວອອກອາກາດໃນ ລະບົບຄື້ນສັ້ນ ມາເປັນລະບົບເຄື່ອງ ຄອມພິວເຕີ ແລະ ເຄື່ອງຮັບຂ່າວ ຜ່ານດາວທຽມ. ເລີ່ມປີ 2009 ເປັນ ຕົ້ນມາ, ສໍານັກຂ່າວສານປະເທດ ລາວ ຈຶ່ງໄດ້ເປີດກວ້າງຕາໜ່າງ ການຮັບ-ສົ່ງຂ່າວ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍລະບົບສາຍກົງ *** ຕໍ່ຈາກສະບັບກ່ອນ *** ປ່ອຍ ພະນັກງານຂອງສຳນັກຂ່າວ ສານປະເທດລາວ ໄດ້ເພີ່ມຂຶ້ນຢ່າງ ຫລວງຫລາຍ, ຈຳນວນໜຶ່ງແມ່ນ ຍົກຍ້າຍມາແຕ່ເມືອງວຽງໄຊ, ຈຳ ນວນໜຶ່ງໄດ້ຮັບເອົານັກສຶກສາທີ່ ຮຽນຈົບສະຖາບັນກົດໝາຍ ແລະ ການປົກຄອງແລະອີກຈຳນວນໜຶ່ງ ແມ່ນຮັບໃຊ້ເອົາພະນັກງານທີ່ເຮັດ ວຽກຂ່າວສານ ໃນລະບອບເກົ່າ (Lao Press) ທີ່ມີຄວາມຕື່ນຕົວ ມາຮັບໃຊ້ພາລະກິດ ຂອງການປະ ຕິວັດ ໂດຍມາຕັ້ງສຳນັກງານໃໝ່ ຢູ່ ບ້ານຊຽງຍືນຖະໜົນເສດຖາທິລາດ ນະຄອນຫລວງວຽງຈັນ. ນັບແຕ່ປີ1976- 1982ສຳນັກ ຂ່າວສານປະເທດລາວຍັງຢູ່ຮ່ວມກັນ ກັບ ໜັງສືພິມສຽງປະຊາຊົນ ເອີ້ນ ວ່າ: ສຳນັກໜັງສືພິມສຽງປະຊາ ຊົນ-ຂ່າວສານປະເທດລາວ. ພາຍ ຫລັງກອງປະຊຸມໃຫຍ່ ຄັ້ງທີ III ຂອງ ຂປລ ໄດ້ມີເພື່ອນຮ່ວມງານຢູ່ບັນ ດາກະຊວງ ແລະ ບັນດາແຂວງທົ່ວ ປະເທດ ເພື່ອເຮັດໃຫ້ການ ຮັບ-ສົ່ງ *** ອ່ານຕໍ່ສະບັບໜ້າ *** ໂດຍ: ມາລີດາ

RkJQdWJsaXNoZXIy MTc3MTYxMQ==