08 xtgmf]k; 37ltok c]t [= ]y = dy ko 04/01/2024 ບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ລັດຖະບານລາວ ໄດ້ລົງນາ ໃນບົດບັນທຶກຄວາມເຂົ້າໃຈເພື່ອ ຮ່ວມມືໂຄງການພະລັງງານແບບ ປະສົມ, ສ້າງສູນພະລັງງານໃນ ພາກພື້ນ ແລະ ເສີມຄວາມສາມາດ ແກ່ການພັດທະນາເສດຖະກິດສັງຄົມ. ໃນວັນທີ27ທັນວາ2023ຜ່ານ ມາ, ບໍລິສັດອາຊີ-ໂປຕາສ ສາກົນ ແລະ ກະຊວງແຜນການ ແລະ ການ ລົງທຶນສປປລາວຮ່ວມລົງນາມໃນ ບົດບັນທຶກຄວາມເຂົ້າໃຈ ເພື່ອສຶກ ສາສໍາຫລວດຄວາມເປັນໄປໄດ້ໃນ ການພັດທະນາ “ໂຄງການໄຟຟ້າ ພະລັງງານຄູ່ຖ່ານຫີນ ແລະ ຊີວະ ມວນຂະໜາດ 300 ເມກາວັດ ແລະ ໂຄງການໄຟຟ້າພະລັງງານແສງ ຕາເວັນຂະໜາດ 30 ເມກາວັດ” ເຊິ່ງເປັນນິມິດໝາຍຂອງການຈັດ ຕັ້ງປະຕິບັດ ໂຄງການຮັບປະກັນ ຄວາມໝັ້ນຄົງດ້ານພະລັງງານທີ່ ສໍາຄັນຢ່າງເປັນທາງການ ພາຍໃຕ້ ຄວາມເອົາໃຈໃສ່ຂອງລັດຖະບານ ແລະ ວິສາຫະກິດ ເພື່ອຊຸກຍູ້ “ນິຄົມ ອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນຢູ່ແຂວງຄໍາ ມ່ວນ”. ອີງຕາມບົດບັນທຶກສະບັບ ນີ້, ບໍລິສັດ ຈະສ້າງໂຄງການພະ ລັງງານໄຟຟ້າ ແບບປະສົມຄົບວົງ ຈອນດຽວ ທີ່ປະກອບດ້ວຍຕາໜ່າງ ການໂຫລດ, ການຈັດເກັບພະລັງ ງານທີ່ສະອາດ, ກາກບອນຕໍ່າແລະ ເປັນມິດກັບສິ່ງແວດລ້ອມ ຢູ່ໃນ ນິຄົມອຸດສາຫະກຳໝູນວຽນອັດ ສະລິຍະອາຊີ-ໂປຕາສ ສາກົນຢູ່ ແຂວງຄໍາມ່ວນ ສປປ ລາວ ເພື່ອ lb dlkles];f7;k,gxa owxwfh 37'dko w22h krt]a ''ko76 j 4kosu o c]t -u ;t,;o ສະໜອງພະລັງງານໄຟຟ້າ ແລະ ພະລັງງານຄວາມຮ້ອນ ທີ່ໜ້າເຊື່ອຖື, ມີຄວາມສະຖຽນ ແລະ ພຽງພໍ ໃຫ້ ແກ່ການພັດທະນາອຸດສາຫະກຳ ທ້ອງຖິ່ນ. ນອກນີ້, ຍັງເປັນມາດ ຕະການທີ່ເຂັ້ມແຂງ ເພື່ອເສີມຂະ ຫຍາຍການສະໜອງໄຟຟ້າຢູ່ພາກ ກາງຂອງລາວ ຢ່າງມີປະສິດທິຜົນ ແລະ ເສີມຂະຫຍາຍຂໍ້ໄດ້ປຽບໃນ ການພັດທະນາຂອງລາວ. ຮ່ວມລົງນາມໃນຄັ້ງນີ້, ມີ ທ່ານ TongYongheng ຮອງຜູ້ອຳນວຍ ການໃຫຍ່ຂອງບໍລິສັດ ອາຊີ-ໂປ ຕາສສາກົນ, ຜູ້ຊີ້ນໍາລວມຂອງບໍລິ ສັດຊີໂນ-ອາກຣີໂປຕາສຈໍາກັດ ປະ ຈໍາລາວແລະທ່ານສະຖາບັນດິດອິນ ສີຊຽງໃໝ່ຮອງລັດຖະມົນຕີກະຊວງ ແຜນການແລະການລົງທຶນ, ມີທ່ານ ທອງພັດອິນທະວົງຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເດດສັກດາມະນີຄໍາຫົວໜ້າພະ ແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນແລະທ່ານAiYong- jun ຮອງຜູ້ອໍານວຍການໃຫຍ່ບໍລິ ສັດຊີໂນ-ອາກຣີໂປຕາສ ຈຳກັດ ລົງນາມເປັນສັກຂີພິຍານໃນບົດ ບັນທຶກຄວາມເຂົ້າໃຈ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄໍາມ່ວນ, ພ້ອມດ້ວຍການນໍາຂັ້ນສູງ ຈາກພາກສ່ວນກ່ຽວຂ້ອງຂອງລັດ ຖະບານ ເຂົ້າຮ່ວມ. ສັງຮວມຂໍ້ໄດ້ປຽບ ດ້ານພະລັງ ງານຂອງນິຄົມອຸດສາຫະກໍາແລະ ເສີມຄວາມສາມາດແກ່ການພັດທະ ນາເສດຖະກິດຂອງລາວ ດ້ວຍການ ດຶງດູດການລົງທຶນ. ໃນພິທີລົງນາມ, ທ່ານ Tong Yongheng ໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈມາຍັງລັດຖະ ບານລາວ ທີ່ໄດ້ໃຫ້ຄວາມໄວ້ເນື້ອ ເຊື່ອໃຈ ແລະ ສະໜັບສະໜູນ ບໍລິສັດ ອາຊີ-ໂປຕາສສາກົນ ກໍຄືບໍລິສັດຊີ ໂນ-ອາກຣີໂປຕາສຈໍາກັດ ມາເປັນ ເວລາດົນນານ ໂດຍທ່ານໄດ້ຍົກໃຫ້ ເຫັນວ່າ: ການສະໜອງພະລັງງານ ໄຟຟ້າ ແລະ ພະລັງງານຄວາມຮ້ອນ ທີ່ມີຄວາມໜ້າເຊື່ອຖື, ພຽງພໍ, ໝັ້ນ ຄົງ ແລະ ຕົ້ນທຶນຕ່ຳແມ່ນເປັນຫລັກ ຮັບປະກັນ ແລະ ສ່ວນປະກອບທີ່ ສຳຄັນໃນການຊຸກຍູ້ການລົງທຶນ ແລະ ພັດທະນາກໍ່ສ້າງນິຄົມອຸດສາ ຫະກໍາ. ການລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ໂຄງການຜະລິດ ໄຟຟ້າຮັບໃຊ້ພາຍໃນຄັ້ງນີ້ ຖືເປັນ ຄວາມຄືບໜ້າອັນສຳຄັນອີກບາດ ກ້າວໜຶ່ງ ໃນການກໍ່ສ້າງນິຄົມອຸດສາ ຫະກໍາ ອາຊີ-ໂປຕາສ. ໃນເດືອນ ມີນາຜ່ານມາ, ບໍລິສັດອາຊີ-ໂປ ຕາສສາກົນ ແລະ ລັດຖະບານລາວ ໄດ້ຮ່ວມກັນເປີດໂຄງການ “ນິຄົມ ອຸດສາຫະກຳໝູນວຽນອັດສະລິຍະ ອາຊີ-ໂປຕາສສາກົນ”. ໃນເດືອນ ກໍລະກົດຜ່ານມາໂຄງການນິຄົມອຸດ ສາຫະກໍາ ໄດ້ບັນລຸການລົງນາມຄັ້ງ ທຳອິດ 10 ໂຄງການ, ລວມມູນຄ່າ ການລົງທຶນທັງໝົດ 835 ລ້ານ ໂດລາ, ຕໍ່ມາໂຄງການໂບຣມີນ ແລະ ຄລໍ-ອັນຄາໄລ ໄລຍະທີໜຶ່ງໄດ້ກໍ່ສ້າງ ສໍາເລັດແລະເລີ່ມດຳເນີນການຜະລິດ ແລ້ວ, ລະບົບຕ່ອງໂສ້ອຸດສາຫະກຳ ໂບຣມີນ ແຫ່ງທຳອິດ ໄດ້ສ້າງຕັ້ງຂຶ້ນ ໃນເບື້ອງຕົ້ນ. ນິຄົມອຸດສາຫະກຳ ຖື ຊັບພະຍາກອນແຮ່ເກືອໂປຕາສເປັນ ແກນຫລັກ ໂດຍມີເປົ້າໝາຍໃນການ ສ້າງນິຄົມເປັນຕົວແບບລະດັບຊາດຢູ່ ລາວ. ບໍລິສັດ ໄດ້ທຸ້ມເທກໍາລັງແຮງ ໃຫຍ່ຫລວງເລັ່ງພັດທະນາອຸດສາຫະ ກຳຝຸ່ນໂປຕາສ, ສືບຕໍ່ຂະຫຍາຍກໍາ ລັງການຜະລິດຈາກ5ລ້ານໂຕນເປັນ 7ລ້ານໂຕນຫາ 10ລ້ານໂຕນ, ພ້ອມ ທັງສ້າງພື້ນຖານການຜະລິດຝຸ່ນ ໂປຕາສໃຫຍ່ທີ່ສຸດໃນອາຊີແລະສ້າງ ປະເທດລາວໃຫ້ກາຍເປັນຖານສະ ໜອງຝຸ່ນໂປຕາສ ທີ່ໃຫຍ່ເປັນອັນດັບ ສີ່ຂອງໂລກ. ໂດຍຜ່ານການນໍາໃຊ້ຮູບແບບ ການດຶງດູດການລົງທຶນ ແລະ ການ ພັດທະນາຮ່ວມກັນ, ພວກເຮົາສາ ມາດຂຸດຄົ້ນຫາຄຸນຄ່າຂອງແຫລ່ງ ຊັບພະຍາກອນແຮ່ ຕິດພັນຂອງບໍ່ ແຮ່ເກືອໂປຕາສ, ຮ່ວມມືພັດທະນາ ອຸດສາຫະກຳອະໂປຕາສ, ຂະຫຍາຍ ຕ່ອງໂສ້ອຸດສາຫະກຳໃຫ້ຍາວອອກ ຕື່ມ, ສ້າງຕາໜ່າງເມທຣິກອຸດສາ ຫະກຳ, ສ້າງກຸ່ມອຸດສາຫະກຳ, ຮ່ວມ ກັນຊຸກຍູ້ການພັດທະນາອຸດສາຫະ ກຳຂອງລາວ ແລະ ຫັນປ່ຽນຂໍ້ໄດ້ ປຽບຂອງຊັບພະຍາກອນໃຫ້ເປັນມູນ ຄ່າທາງດ້ານເສດຖະກິດ. ໃນຄັ້ງນີ້, ລັດຖະບານລາວ ໄດ້ສະໜັບສະໜູນ ອາຊີ-ໂປຕາສສາກົນ ຍົກລະດັບລະ ບົບພະລັງງານໄຟຟ້າ ຂອງນິຄົມອຸດ ສາຫະ ກຳ ເພື່ອສ້າງຂໍ້ໄດ້ປຽບດ້ານ ການສະໜອງພະລັງງານທີ່ມີຕົ້ນທຶນ ຕໍ່າ ໃນນິຄົມອຸດສາຫະກຳ, ນີ້ເປັນ ນິມິດໝາຍວ່າ ນິຄົມອຸດສາຫະກຳ ຈະບັນລຸການສະໜອງພະລັງງານ ໄຟຟ້າໃຫ້ແກ່ຕົນເອງ, ເປັນການຍົກ ປະສິດທິຜົນ ແລະ ສາມາດຄວບຄຸມ ຕົ້ນທຶນ. ພາຍຫລັງໂຄງການດັ່ງກ່າວ ກໍ່ສ້າງສຳເລັດ ຈະຮັບປະກັນໃຫ້ແກ່ ການກໍ່ສ້າງ, ການຜະລິດ ແລະ ການ ດໍາເນີນທຸລະກິດ ຂອງບັນດາວິສາ ຫະກິດໃນນິຄົມຢ່າງມີປະສິດທິຜົນ, ເປັນການເພີ່ມກໍາລັງຂັບເຄື່ອນແກ່ ການດຶງດູດການລົງທຶນ ແລະການ ພັດທະນານິຄົມ, ເສີມສ້າງຄວາມ ສາມາດແກ່ການພັດທະນາເສດຖະ ກິດຂອງລາວ. ຍົກສູງຄວາມສາມາດໃນການ ແຂ່ງຂັນສາກົນຂອງລາວ, ສະໜອງ ກໍາລັງຂັບເຄື່ອນທີ່ແຂງແຮງ ເພື່ອ ສ້າງເປັນປະເທດເຂັ້ມແຂງດ້ານອຸດ ສາຫະກຳໂດຍນໍາໃຊ້ນິຄົມອຸດສາ ຫະກໍາ ເປັນເວທີດຶງດູດ, ບໍລິສັດ ອາຊີ-ໂປຕາສສາກົນ ແລະ ລັດຖະ ບານລາວ ໄດ້ຮ່ວມກັນຄົ້ນຄວ້າເສັ້ນ ທາງໃໝ່ ເພື່ອເຊື່ອມໂຍງອຸດສາຫະ ກຳພະລັງງານ ແລະ ບໍ່ແຮ່ຢ່າງມີປະ ສິດທິພາບ ແລະ ກະຕຸ້ນທ່າແຮງ ການພັດທະນາເສດຖະກິດຢ່າງເຕັມ ສ່ວນ ເຊິ່ງສອດຄ່ອງທີ່ສຸດກັບແນວ ທາງການພັດທະນາຂອງລັດຖະ ບານກ່ຽວກັບ ຂະແໜງພະລັງງານ ແລະ ບໍ່ແຮ່ແມ່ນຜູ້ນໍາໜ້າ ເພື່ອບັນລຸ ຍຸດທະສາດການຫັນເປັນອຸດສາຫະ ກໍາແລະທັນສະໄໝຂອງລາວ,ຮັບປະ ກັນໝາກຜົນອັນໃຫຍ່ຫລວງທີ່ມີປະ ສິດທິພາບ ໃນການຈັດຕັ້ງປະຕິບັດ ແຜນພັດທະນາພະລັງງານ ແລະບໍ່ ແຮ່ 5 ປີ ຄັ້ງທີ IX ເປັນການເຄື່ອນ ໄຫວຢ່າງທັນການ ແລະ ເໝາະສົມ ເພື່ອຊ່ວຍໃຫ້ລາວຫັນເປັນອຸດສາ ຫະກຳ ແລະ ທັນສະໄໝ. ພາຍຫລັງ ໂຄງການກໍ່ສ້າງສຳເລັດ ບໍ່ພຽງແຕ່ ຈະເປັນສະຖານທີ່ສະໜອງພະລັງ ງານໄຟຟ້າ ທີ່ສຳຄັນຂອງນິຄົມ ອຸດສາຫະກຳເທົ່ານັ້ນ, ແຕ່ຍັງຈະ ກາຍເປັນສູນພະລັງງານໃນພາກພື້ນ ຂອງລາວ, ເຕີມເຕັມການສະໜອງ ໄຟຟ້າໃນພາກກາງຂອງລາວ, ຮັບ ປະກັນການສະໜອງພະລັງງານ ໄຟຟ້າ ແລະ ພະລັງ ງານຄວາມ ຮ້ອນ ເພື່ອພັດທະນາອຸດສາຫະກຳ, ເສີ່ມສ້າງຂໍ້ໄດ້ປຽບໃນການແຂ່ງຂັນ ດ້ານພະລັງງານ ແລະ ເປັນແຮງ ຊຸກຍູ້ທີ່ເຂັ້ມແຂງໃນການສ້າງປະ ເທດລາວ ໃຫ້ເປັນປະເທດທີ່ເຂັ້ມແຂງ ດ້ານອຸດສາຫະກຳ. ການລົງນາມຄັ້ງນີ້, ເປັນການ ເປີດໜ້າໃໝ່ຂອງການຮ່ວມມືລະ ຫວ່າງລັດຖະບານແລະ ວິສາຫະກິດ ເພື່ອຊຸກຍູ້ການພັດທະນາເສດຖະກິດ ທີ່ມີຄຸນນະພາບສູງຢູ່ລາວ ໃນໄລຍະ ທີ່ປະເທດລາວພວມເລັ່ງການເຊື່ອມ ໂຍງເຂົ້າກັບຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງ ໂລກ, ການປັບປຸງລະດັບການສະ ໜອງພະລັງງານຢ່າງບໍ່ຢຸດຢັ້ງ ແລະ ການຫລຸດຕົ້ນທຶນດ້ານພະລັງງານ ຈະເປັນຫົວຈັກຂັບເຄື່ອນອັນໃໝ່ໃຫ້ ແກ່ລາວ ໃນການດຶງດູດການລົງທຶນ ທີ່ມີຄຸນນະພາບສູງລະດັບໂລກ, ສ້າງ ກຸ່ມອຸດສາຫະກໍາທີ່ໄດ້ປຽບ ແລະ ເນັ້ນການຫັນເປັນອຸດສາຫະກໍາ ເພື່ອ ຊຸກຍູ້ການພັດທະນາເສດຖະກິດໃຫ້ມີ ຄຸນນະພາບສູງ. ພາຍໃຕ້ຂໍ້ໄດ້ປຽບ ດ້ານພະລັງງານ, ນິຄົມອຸດສາຫະກໍາ ອາຊີ-ໂປຕາສສາກົນ ຈະກາຍເປັນ ເຂດພື້ນທີ່ສູງທີ່ມີການພັດທະນາ ແບບກ້າວກະໂດດ ເຊິ່ງເຕົ້າໂຮມ ຜູ້ຄົນ, ໂລຈິສຕິກ ແລະ ການໜູນ ວຽນຂອງທຶນ, ຊ່ວຍໃຫ້ ສປປ ລາວ ສ້າງຮູບແບບອຸດສາຫະກຳທີ່ທົດ ແທນການນຳເຂົ້າ ແລະ ສົ່ງອອກ ເພື່ອສ້າງເງິນຕາ, ເພື່ອປະກອບສ່ວນ ກໍາລັງແຮງມະຫາສານໃນການສ້າງ ສປປ ລາວ ເປັນປະເທດທີ່ຈະເລີນຸຮ່ງ ເຮືອງ ແລະ ປະຊາຊົນເຂັ້ມແຂງ.
RkJQdWJsaXNoZXIy MTc3MTYxMQ==