5782

07 xtgmf]k; gsfdko{dkora fmtok 04/01/2024 g-dv' 9tl6 h -q ora fmtokglf4tdy f .sh 0tspkp8q ;.o]tfa [ 6% gxu fdv'xt-5 ,ltw\lk,a o gmnj vmu 6 0v'ltrkxt-k-q o c0;'sq ;ra o -5 fmu II /b dvq [Iq ,dq o]tp5 f dko37ltokdkomj v'mj P; xu zj ko,k wvptdkoxt-k-q oc0;';P'9a o wfh Ia [leo;o7tfu 982 g]nj v' ຂປລ. ແຫລ່ງຂ່າວຈາກ ແຂວງຫົວ ພັນ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ແຂວງ ຫົວພັນ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນ ທາງການ ໃນວັນທີ 2-4 ມັງກອນ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ປະທານສະພາປະຊາຊົນແຂວງຫົວ ພັນ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງຫົວພັນ, ທ່ານ ຄຳແພງ ວິລະພັນ ກຳມະການຄະນະ ປະຈຳສະພາແຫ່ງຊາດ, ປະທານກຳ ມາທິການຍຸຕິທໍາສະພາແຫ່ງຊາດ, ມີບັນດາການນຳແຂວງ, ສະມາຊິກສະ ພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະພາປະຊາຊົນແຂວງ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ນາງ ອຳໄພ ວອນ ລ້ອມບຸນແພງ ໄດ້ໃຫ້ຮູ້ວ່າ: ກອງ ປະຊຸມຄັ້ງນີ້, ຈະໄດ້ພິຈາລະນາ ແລະ ຕົກລົງ 11 ບັນຫາສໍາຄັນພື້ນຖານຂອງ ແຂວງເປັນຕົ້ນບົດລາຍງານຂອງທ່ານ ເຈົ້າແຂວງກ່ຽວກັບການເຄື່ອນໄຫວ ວຽກງານທີ່ພົ້ນເດັ່ນ ປະຈຳປີ 2023 ແລະ ທິດທາງຈຸດສຸມ ປະຈຳປີ 2024 ຂອງແຂວງຫົວພັນ; ບົດລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ2024;ບົດ ລາຍງານການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດຂອງແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳ ປີ 2024; ບົດລາຍງານການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ ໄລຍະ 3 ປີຜ່ານມາ (2021- 2023) ຢູ່ ແຂວງຫົວພັນ; ບົດສະຫລຸບການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວວຽກ ງານ ປະຈຳປີ 2023 ທິດທາງແຜນ ການເຄື່ອນໄຫວວຽກງານ ປະຈຳປີ 2024 ຂອງອົງການກວດສອບ ປະ ຈຳພາກເໜືອ ແລະ ບົດລາຍງານຜົນ ການກວດສອບ ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດປະຈໍາປີ2022; ບົດລາຍງານ ການຈັດຕັ້ງເຄື່ອນໄຫວວຽກງານ ປະ ຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງອົງການກວດກາ ລັດ ແລະ ຕ້ານການສໍ້ລາດບັງຫລວງ; ບົດລາຍງານການຈັດຕັ້ງປະຕິບັດວຽກ ງານ ປະຈຳປີ 2023 ແລະ ທິດທາງ ແຜນການ ປະຈຳປີ 2024 ຂອງອົງ ການໄອຍະການ ແລະ ສານປະຊາຊົນ ແຂວງຫົວພັນ; ບົດລາຍງານການ ເຄື່ອນໄຫວວຽກງານ ປະຈໍາປີ 2013 ແລະທິດທາງແຜນການປະຈຳປີ2020 ຂອງສະພາປະຊາຊົນ ແຂວງຫົວພັນ; ບົດປະກອບຄຳເຫັນຂອງແນວລາວ ສ້າງຊາດ ຕາງໜ້າສະຫະພັນນັກຮົບ ເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ ກອງປະຊຸມສະໄໝສາມັນເທື່ອທີ6ຂອງ ສະພາປະຊາຊົນແຂວງ ຊຸດທີ II. ນອກ ຈາກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງ, ອະທິບາຍ ຂອງພາກສ່ວນກ່ຽວ ຂ້ອງ ຈຳນວນໜຶ່ງຕໍ່ຄຳຊັກຖາມຂອງບັນ ດາສະມາຊິກສະພາປະຊາຊົນແຂວງ. ໂອກາດນີ້, ທ່ານປະທານສະພາ ປະຊາຊົນແຂວງຫົວພັນ ໄດ້ຮຽກຮ້ອງ ມາຍັງສະມາຊິກສະພາແຫ່ງຊາດ, ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຈົ່ງ ໄດ້ນຳໃຊ້ສິດປະຊາທິປະໄຕ ເສີມຂະ ຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູ ຄວາມຮັບຜິດຊອບທາງດ້ານການເມືອງ ຂອງຕົນ ສຸມສະຕິປັນຍາເຂົ້າໃນການ ຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄຳ ຄິດ, ຄຳເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ແທດເໝາະກັບຕົວຈິງ, ຮັດກຸມ ບົນພື້ນ ຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງ ດ້ານ ເສດຖະກິດ-ສັງຄົມ ຂອງແຂວງຫົວພັນ ໃນປັດຈຸບັນ. ພ້ອມກັນຊອກຫາວິທີ ທາງ, ມາດຕະການແກ້ໄຂບັນດາບັນ ຫາທີ່ຍັງໜ້າເປັນຫ່ວງ, ຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມໃນປັດຈຸບັນ ເພື່ອ ສ້າງຄວາມເປັນເອກະພາບສູງກັບເນື້ອ ໃນທີ່ນໍາມາພິຈາລະນາ, ຮັບຮອງໃນ ກອງປະຊຸມຄັ້ງນີ້ໃຫ້ມີຄຸນນະພາບແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງ ເປັນຮູບປະທຳຢ່າງແທ້ຈິງ. ພ້ອມນີ້, ທ່ານສາມາດສົ່ງຄຳຄິດ ເຫັນ ແລະ ຄໍາສະເໜີໄປຍັງກອງປະ ຊຸມໄດ້ ຜ່ານສາຍດ່ວນໂທລະສັບໝາຍ ເລກ 064 312 075 ຫລື 064 156, Facebook ສະພາປະຊາຊົນ ແຂວງ ຫົວພັນ ແລະ ສົ່ງອີເມວ: sapha8@ hotmail.com. ຂ່າວ-ພາບ: ໄອແກ້ວ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: 1 ປີຜ່ານມາ ອົງ ການໄອຍະການປະຊາຊົນແຂວງໄດ້ ຮັບສຳນວນຄະດີເຂົ້າມາທັງໝົດ 982 ເລື່ອງ. ໃນນັ້ນ, ສຳນວນຄະດີອາຍາ 773 ເລື່ອງ, ໄດ້ກວດກາແລ້ວ 675 ເລື່ອງ (ຖະແຫລ່ງສັ່ງຟ້ອງ 546 ເລື່ອງ, ສົ່ງອົງການໄອຍະການປະຊາ ຊົນເຂດ 21 ເລື່ອງ, ສົ່ງຄືນເຈົ້າໜ້າທີ່ 15 ເລື່ອງ ແລະ ຊັດມ້ຽນ 35 ເລື່ອງ), ຍັງຄ້າງກຳລັງກວດກາ98 ເລື່ອງແລະ ຮັບສໍານວນຄະດີແພ່ງທັງໝົດ 209 ເລື່ອງ, ກວດກາແລ້ວ 178 ເລື່ອງ, ຍັງ ຄ້າງ 31 ເລື່ອງ. ທ່ານ ບຸນຄໍ້າ ທຳມະວົງ ຫົວໜ້າ ອົງການໄອຍະການປະຊາຊົນແຂວງ ວຽງຈັນ ໄດ້ລາຍງານການຈັດຕັ້ງປະຕິ ບັດວຽກງານ ປະຈຳປີ 2023 ແລະ ແຜນການປີ 2024 ຂອງອົງການໄອ ຍະການປະຊາຊົນແຂວງວຽງຈັນ ຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ເມື່ອບໍ່ດົນນີ້ວ່າ: ໃນໄລຍະ 1 ປີ ຜ່ານມາ ໄດ້ຮັບສຳນວນຄະດີທັງໝົດ 982ເລື່ອງ,ໃນນັ້ນສຳນວນຄະດີອາຍາ ທັງໝົດ 773 ເລື່ອງ (ຂັ້ນຕົ້ນ 755, ຂັ້ນອຸທອນ 22 ເລື່ອງ), ໄດ້ກວດກາ ແລ້ວ 675 ເລື່ອງ (ຂັ້ນຕົ້ນ 656, ຂັ້ນ ອຸທອນ17 ເລື່ອງ), ເທົ່າກັບ 87,32% (ໃນນັ້ນຖະແຫລ່ງສັ່ງຟ້ອງ 546 ເລື່ອງ, ສົ່ງອົງການໄອຍະການປະຊາ ຊົນເຂດ 21 ເລື່ອງ, ສົ່ງຄືນເຈົ້າໜ້າທີ່ 15 ເລື່ອງ ແລະ ຊັດມ້ຽນ 35 ເລື່ອງ), ຍັງຄ້າງກຳລັງກວດກາ98ເລື່ອງ(ຂັ້ນ ຕົ້ນ 90, ຂັ້ນອຸທອນ 5 ເລື່ອງ) ເທົ່າກັບ 12,67%; ຮັບຄະດີແພ່ງ ທັງໝົດ 209 ເລື່ອງ (ຂັ້ນຕົ້ນ 14, ຂັ້ນອຸທອນ 55 ເລື່ອງ), ກວດກາແລ້ວ 178 ເລື່ອງ (ຂັ້ນຕົ້ນ129, ຂັ້ນອຸທອນ49 ເລື່ອງ), ເທົ່າກັບ 85,8%, ຍັງຄ້າງ 31 ເລື່ອງ (ຂັ້ນຕົ້ນ 25, ຂັ້ນອຸທອນ 06 ເລື່ອງ). ພ້ອມນີ້, ກໍໄດ້ຕິດຕາມກວດກາການປະ ຕິບັດໜ້າທີ່ຂອງພະນັກງານອົງການ ໄອຍະການຂັ້ນຂອງຕົ້ນ ແລະ ຂັ້ນເຂດ ຕາມຫາງສຽງຂອງສັງຄົມ ທີ່ມີຕໍ່ພະ ນັກງານຈຳນວນໜຶ່ງເປັນຕົ້ນແມ່ນຈັນ ຍາບັນ, ຈັນຍາທໍາ ແລະ ຄວາມບໍ່ໂປ່ງ ໄສໃນການປະຕິບັດໜ້າທີ່, ໄດ້ຮັບຄຳ ຮ້ອງຂອງປະຊາຊົນ, ອົງການຈັດຕັ້ງ ແລະ ພົນລະເມືອງ 171 ສະບັບ, ກວດ ກາແລ້ວ 86 ສະບັບເທົ່າກັບ 60,25%, ຍັງຄ້າງກຳລັງຄົ້ນຄວ້າ 86 ສະບັບ, ທຽບໃສ່ແຜນປີສຸດຄາດໝາຍ; ຕິດຕາມ ກວດກາການປະຕິບັດກົດໝາຍຂອງ ອົງການສືບສວນ-ສອບສວນ ໂດຍໄດ້ ອອກຄຳສັ່ງຈັບຕົວ 59 ສະບັບ, ອອກ ຄຳສັ່ງກັກຂັງພາງ 658 ສະບັບ, ອອກ ຄຳສັ່ງກວດຄົ້ນເຄຫະສະຖານ 85 ສະ ບັບ, ອອກຄຳສັ່ງປ່ອຍຕົວພາງ 63 ສະ ບັບ, ອອກຄຳສັ່ງເປີດການສືບສວນ- ສອບສວນ 40 ສະບັບ, ອອກຄຳສັ່ງ ຊັດມ້ຽນການດຳເນີນຄະດີ 24 ສະບັບ, ອອກຄຳສັ່ງປ່ອຍຕົວຜູ້ຖືກຫາ1ສະບັບ, ອອກຄຳສັ່ງທວງສຳນວນຄະດີ 11 ສະບັບ, ອອກຄຳສັ່ງຕໍ່ການສືບສວນສອບສວນ 513 ສະບັບ ແລະ ອອກຄຳ ແນະນຳອື່ນໆ ໃຫ້ເຈົ້າໜ້າທີ່ສືບສວນສອບສ່ວນ 157 ສະບັບ; ໄດ້ຕິດຕາມ ກວດກາການປະຕິບັດກົດໝາຍຢູ່ຄ້າຍ ຄຸມຂັງ-ດັດສ້າງຂອງພາກ, ແຂວງ ແລະ ເມືອງຢ່າງເປັນປົກກະຕິ, ປະສານ ສົມທົບກັບຄະນະກຳມະການອະໄພຍະ ໂທດຂັ້ນແຂວງຄົ້ນຄວ້າແລະນຳສະເໜີ ຄະນະກຳມະການອະໄພຍະໂທດລະ ດັບຊາດ ມີນັກໂທດທີ່ນໍາສະເໜີທັງໝົດ 105ຄົນ,ຍິງ7ຄົນ. ໃນນັ້ນ,ຫລຸດຜ່ອນ ໂທດ 90 ຄົນ, ຍິງ 7 ຄົນ, ປ່ອຍຕົວ 15 ຄົນ, ໄດ້ຖະແຫລງຕໍ່ສານຕັດສິນ ປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ ມີນັກໂທດຖືກປ່ອຍຕົວທັງໝົດ 95 ຄົນ, ຍິງ 5 ຄົນ; ໄດ້ຕິດຕາມກວດກາການ ປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ ຢ່າງເດັດຂາດແລ້ວ. ໃນນັ້ນ, ມີຄະດີອາ ຍາ4.201ເລື່ອງ,ປະຕິບັດສຳເລັດແລ້ວ 183ເລື່ອງ,ພວມຈັດຕັ້ງປະຕິບັດ3.844 ເລື່ອງ, ບໍ່ສາມາດຈັດຕັ້ງປະຕິບັດ 234 ເລື່ອງ, ຄະດີແພ່ງ ທັງໝົດ 822 ເລື່ອງ, ປະຕິບັດສຳເລັດແລ້ວ 23 ເລື່ອງ, ພວມ ຈັດຕັ້ງປະຕິບັດ 620 ເລື່ອງ, ບໍ່ສາມາດ ຈັດຕັ້ງປະຕິບັດໄດ້ 79 ເລື່ອງ. ສຳລັບ ການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດອົງການໄອຍະການ ປະຊາຊົນແຂວງວຽງຈັນ ໄດ້ເອົາໃຈ ໃສ່ປະຕິບັດຄຳສັ່ງຂອງຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ເລກ ທີ 021/ອອປທ, ລົງວັນທີ 8 ທັນວາ 2021 ເຊິ່ງຕົວເລກແກ້ໄຂຄະດີຢາເສບ ຕິດປີ2021 ມີ 129 ເລື່ອງ, ກວມເອົາ 23,85%, ປີ 2022 ມື້ 221 ເລື່ອງ, ກວມເອົາ 29,66%, ປີ 2023 ມີ 249 ເລື່ອງ, ກວມເອົາ 12,21%, ຄະ ດີທັງໝົດໄດ້ຖະແຫລງສັ່ງຟ້ອງຜູ້ຖືກ ຫາຂຶ້ນສານຕາມກົດໝາຍແລ້ວ. ທ່ານ ບຸນຄໍ້າ ທຳມະວົງ ຍັງໃຫ້ຮູ້ ອີກວ່າ: ໃນປີ 2024 ນີ້, ຈະສູ້ຊົນຄົ້ນ ຄວ້າ, ກວດກາ, ແກ້ໄຂຄະດີ ແລະ ຄຳ ຮ້ອງທຸກໃຫ້ໄດ້ 90% ຂຶ້ນໄປ ແລະ ແກ້ ໄຂບັນຫາການລະເມີດກົດໝາຍຂອງ ການດຳເນີນຄະດີໃຫ້ຫລຸດນ້ອຍລົງ. ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຢູ່ສູນຂໍ້ມູນຂ່າວສານການ ທ່ອງ ທ່ຽວແຂວງອຸດົມໄຊ ໄດ້ຈັດຝຶກອົບ ຮົມສ້າງຄວາມເຂັ້ມແຂງໃຫ້ບຸກ ຄະລາກອນຂັ້ນສູນກາງ ແລະ ທ້ອງ ຖິ່ນ ກ່ຽວກັບກົນລະຍຸດການໂຄສະ ນາການທ່ອງທ່ຽວ ໂດຍເປັນປະ ທານຂອງ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງ ທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີ ທ່ານ ບຸນທັນ ສຸລິຍະວົງ ຫົວໜ້າ ພະແນກ ຖວທ ແຂວງ, ພ້ອມດ້ວຍ ວິຊາການ ຈາກພະແນກ ຖວທ ແຂວງ, ເມືອງແບງ, ເມືງຮຸນ, ເມືອງ ງາ, ຖວທ ແຂວງຫລວງນ້ຳທາ ແລະ ຕາງໜ້າບໍລິສັດ ທ່ອງທ່ຽວ ເຂົ້າຮ່ວມ. ຈຸດປະສົງຂອງການຝຶກອົບຮົມ ເພື່ອເປັນການດຶງດູດໃຫ້ນັກທ່ອງ ທ່ຽວຕ່າງປະເທດ ເຂົ້າມາດຳເນີນ ທຸລະກິດການທ່ອງທ່ຽວ ຢູ່ປະເທດ ລາວ ໂດຍສະເພາະແມ່ນ ແຂວງອຸ ດົມໄຊ ແລະ ຝຶກໃຫ້ສຳມະນາກອນ ສາມາດນໍາໃຊ້ໂທສະສັບມືຖື ໂດຍ ໂຫລດໂປຣແກມແອັບ CapCut (ແຄັບຄັດ) ເພື່ອນໍາເອົາຂໍ້ມູນຮູບ ພາບມາຕັດຕໍ່ເປັນວິດີໂອ, ໂປສເຕີ ເພື່ອເປັນການໂຄສະນາ ແລະ ສ້າງ ສີສັນ ດຶງດູດໃຫ້ນັກທ່ອງທ່ຽວມີ ຄວາມສົນໃຈມາທ່ອງທ່ຽວ ແຂວງ ອຸດົມໄຊ ໃຫ້ຫລາຍຂຶ້ນ. ຂແລ. ຕາມການລາຍງານຈາກ ທ່ານ ເຫລັກໄຫລ ສີວິໄລ ເຈົ້າ ແຂວງເຊກອງ ໃນກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາ ປະຊາຊົນແຂວງເຊກອງ ຊຸດທີ II ວັນທີ 3 ມັງກອນ 2024 ວ່າ: ໃນປີ 2024 ແຂວງເຊກອງ ຈະສູ້ຊົນ ພັດທະນາເສດຖະກິດໃຫ້ຫຍາຍຕົວ ໃນລະດັບ 6%, ມູນຄ່າລວມຍອດ ຜະລິດຕະພັນພາຍໃນ ຫລື GDP ບັນລຸ 3.057 ຕື້ກີບ, ສະເລ່ຍໃສ່ຫົວ ຄົນໄດ້ 21,9 ລ້ານກີບ ແລະ ສູ້ຊົນ ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 298,42 ຕື້ກີບ ທຽບໃສ່ປີ 2023 ເພີ່ມຂຶ້ນ 48,33% ສາມາດກ້າວ ຂຶ້ນເປັນແຂວງກຸ້ມຕົນເອງທາງ ດ້ານລາຍຈ່າຍງົບປະມານຈຳນວນ ໜຶ່ງ. ໃນນີ້, ລາຍຮັບພູດສູນກາງ 77 ຕື້ກວ່າກີບ ເພີ່ມຂຶ້ນ 670% ແລະ ລາຍຮັບພູດທ້ອງຖີ່ນ 221,35 ຕື້ ກີບ ເພີ່ມຂຶ້ນ 15,78%. ທ່ານ ເຫລັກໄຫລ ສີວິໄລ ຍັງ ໃຫ້ຮູ້ອີກວ່າ: ສຳລັບທິດທາງແຜນ ການ ແລະ ແຜນວຽກຈຸດສຸມໃນປີ 2024 ແຂວງເຊກອງ ຈະສືບຕໍ່ ເຮັດໃຫ້ທົ່ວແຂວງມີສະຖຽນລະ ພາບທາງດ້ານການເມືອງ, ປະຕິ ບັດແນວທາງ ປກຊ-ປກສ ທົ່ວປວງ ຊົນຮອບດ້ານຢ່າງຕັ້ງໜ້າ, ສ້າງກຳ ລັງປະກອບອາວຸດ ໃຫ້ເຂັ້ມແຂງ, ປະຕິບັດໜ້າທີ່ພັນທະຕໍ່ປະເທດ ຊາດ ແລະ ປະຊາຊົນ, ເພີ່ມທະວີ ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດໃຫ້ເຂົ້າສູ່ ລວງເລິກ; ສືບຕໍ່ປະຕິບັດວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ໂດຍຖືເອົາວຽກ ງານຫັນລົງກໍ່ສ້າງຮາກຖານການ ເມືອງ, ສ້າງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ແລະ ວຽກ ງານ 3 ສ້າງ; ຊຸກຍູ້ການສ້າງຖານ ການຜະລິດໃໝ່ໃນຂົງເຂດອຸດສະ ຫະກຳ, ກະສິກຳ, ຫັດຖະກໍາ ແລະ ການບໍລິການ; ຊຸກຍູ້ສົ່ງເສີມການ ຜະລິດ ແລະ ສົ່ງເສີມການແປຮູບ ຜະລິດຕະພັນກະສິກໍາ, ສົ່ງເສີມວຽກ ງານຫັດຖະກໍາ ເຂົ້າໃນການພັດທະ ນາສິນຄ້າທ່າແຮງໃຫ້ກາຍ ເປັນສິນ ຄ້າໂອດັອບແຫ່ງຊາດ ຕາມພູມປັນ ຍາຊາວບ້ານ; ສູ້ຊົນເຮັດໃຫ້ມູນຄ່າ ຈໍລະຈອນສິນຄ້າ (ຂາຍຍົກ, ຂາຍ ຍ່ອຍ ແລະ ບໍລິການ) ເພີ່ມຂຶ້ນ; ສ້າງແຜນພັດທະນາການທ່ອງ ທ່ຽວ, ສົ່ງເສີມການສ້າງຕັ້ງ ແລະ ດໍາເນີນທຸລະກິດ SME, ພັດທະນາ ຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງໄປສູ່ຄຸນ ນະພາບໃໝ່. ພ້ອມທັງເອົາໃຈໃສ່ຈັດເກັບ ລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະ ມານ, ປະຕິບັດມາດຕະການປະຢັດ ຕ້ານການຟຸມເຟືອຍ, ອັດທຸກຊ່ອງ ຫວ່າງການຮົ່ວໄຫລຂອງລາຍຮັບ ດ້ວຍການນໍາໃຊ້ເຕັກໂນໂລຊີທີ່ທັນ ສະໄໝ ແລະ ປະຕິບັດມາດຕະການ ແກ້ໄຂບັນຫາຄວາມຫຍຸ້ງທາງດ້ານ ເສດຖະກິດ-ການເງິນ ເປັນຕົ້ນບັນ ຫາເງິນເຟີ້, ອັດຕາແລກປ່ຽນເງິນ ຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງ ປະເທດໃຫ້ແຂງແຮງ; ພັດທະນາ ຊັບພະຍາກອນມະນຸດໃຫ້ມີຄຸນນະ ພາບ, ປະຕິບັດບັນດາຄາດໝາຍຕົວ ຊີ້ວັດຂົງເຂດສຶກສາ, ສາທາລະນະ ສຸກ ແລະ ແຮງງານສະຫວັດດີ ການ-ສັງຄົມ ເພື່ອເປັນກໍາລັງແຮງ ຂັບເຄື່ອນການພັດທະນາແຂວງໃຫ້ ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ. ຂ່າວ: ສັນຍາ; ພາບ: ບູ້ສຸວັນ

RkJQdWJsaXNoZXIy MTc3MTYxMQ==