5782

xtgmf]k; 6 04/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d c0;';P'9a o 9tfb 'f6 foa dmj v'mj P; .sh wfh 9 clod;j k7q o .oxu 2024 g0Q k|q ,3v3]lu [5 ogIn v' 7v'.9]6 d7h k,kpk;oko ໂດຍ: ເກີດຂວັນໃຈ ມາລີຈັນສີ * ແຂວງວຽງຈັນ ກາຍເປັນຈຸດ ໝາຍປາຍທາງຍອດນິຍົມຂອງນັກ ທ່ອງທ່ຽວພາຍໃນ-ຕ່າງປະເທດ ຍາວນານ ເຊິ່ງອໍານາດການປົກ ຄອງແຂວງວຽງຈັນ ໄດ້ກ່າວວ່າ ແຂວງຂອງຕົນເອງມີຈຸດພິດເສດ ພົ້ນເດັ່ນທີ່ສຸດຄື: ທ່ອງທ່ຽວ ແລະ ຜະລິດກະສິກໍາ ເນື່ອງຈາກພື້ນທີ່ ສ່ວນໃຫຍ່ມີທໍາມະຊາດອຸດົມສົມ ບູນເຕັມໄປດ້ວຍພູຜາປ່າດົງ, ຫ້ວຍ ນໍ້າລໍາຄອງ ແລະ ວິຖີຊີວິດຂອງປະ ຊາຊົນບັນດາເຜົ່າຕ່າງໆ. ນອກ ຈາກນັ້ນ, ຍັງມີເສັ້ນທາງລົດໄຟ ລາວ-ຈີນ ຜ່ານ ແລະ ມີເສັ້ນທາງ ດ່ວນເຊື່ອມຈອດ ເຖິງແຫລ່ງທ່ອງ ທ່ຽວອັນໄດ້ເອື້ອອໍານວຍຄວາມ ສະດວກສະບາຍທີ່ສຸດ. ທ່ານ ບຸນຈັນ ມາລາວົງ, ເຈົ້າ ເມືອງວັງວຽງ ໄດ້ໃຫ້ຮູ້ຜ່ານສື່ມວນ ຊົນໃນວັນທີ 2 ມັງກອນ 2023 ວ່າ: ພາຍຫລັງລັດຖະບານ ປະກາດ ເປີດປະເທດຢ່າງເປັນທາງການ ໃນທ້າຍປີ 2022 ເຫັນວ່າ ບັນຍາ ກາດການທ່ອງທ່ຽວຄຶກຄື້ນຫລາຍ ແລະ ເຮັດໃຫ້ປະຊາຊົນເລີ່ມມີຊີວິດ ໃໝ່ອີກຄັ້ງ. ສໍາລັບປີ 2023 ຜ່ານ ມາມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງ ທ່ຽວຢູ່ແຂວງວຽງຈັນ 800.000 ກວ່າຄົນ. ໃນນີ້, ສະເພາະໄປທ່ອງ ທ່ຽວຢູ່ເມືອງວັງວຽງ 600.000 ກວ່າຄົນ ແລະ ສ່ວນທີ່ເຫລືອແມ່ນ ຢູ່ເຂດທ່ອງທ່ຽວເມືອງເຟືອງອື່ນໆ ນັ້ນຖືວ່າລື່ນແຜນການທີ່ວາງໄວ້ ຫລາຍສົມຄວນ. ຢ່າງໃດກໍຕາມ ນັກທ່ອງທ່ຽວທີ່ ເຂົ້າໄປທ່ອງທ່ຽວເມືອງວັງວຽງ ສ່ວນໃຫຍ່ຍັງແມ່ນນັກທ່ອງທ່ຽວ ພາຍໃນປະເທດ ທີ່ນໍາໃຊ້ເສັ້ນທາງ ດ່ວນ ແລະ ລົດໄຟລາວ-ຈີນ, ບາງ ຄົນ ຫລື ບາງຄອບຄົວໄປທ່ອງທ່ຽວ ຕອນເຊົ້າແຕ່ກັບຕອນແລງ ຫລື ໄປທ່ອງທ່ຽວມື້ນີ້, ມື້ອື່ນໄປຕື່ມ ເຮັດ ໃຫ້ການທ່ອງທ່ຽວຍັງບໍ່ທັນເປັນ ວົງຈອນຂອງການທ່ອງທ່ຽວ ຫລື ການພັກຜ່ອນ. ສໍາລັບການສ້າງລາຍຮັບຈາກ ການທ່ອງທ່ຽວ, ຜ່ານມາຍັງເຫັນ ວ່າຕໍ່າໂດຍຕີລາຄາວ່າຜູ້ໜຶ່ງທີ່ໄປ ທ່ອງທ່ຽວຢູ່ແຂວງວຽງຈັນ ກໍຄື ເມືອງວັງວຽງແມ່ນ 7-8 ແສນກີບ ຕໍ່ຄົນ, ແຕ່ໃນຕົວຈິງການໃຊ້ຈ່າຍ ຂອງນັກທ່ອງທ່ຽວແມ່ນຫລາຍ ກວ່ານັ້ນ. ຢ່າງໃດກໍຕາມ ຕາມການ ຄາດຄະເນໃນປີ 2023 ຜ່ານມາ ແຂວງວຽງຈັນ ມີລາຍຮັບປະມານ 553 ຕື້ກີບຈາກນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດທີ່ເຂົ້າ ໄປທ່ອງທ່ຽວທັງໝົດ800.000 ກວ່າຄົນ. ປັດຈຸບັນ, ເມືອງວັງວຽງ ມີສະ ຖານທີ່ພັກເຊົາເພື່ອຮອງຮັບນັກ ທ່ອງທ່ຽວທັງໝົດ 150 ກວ່າແຫ່ງ, ໃນນັ້ນ ໂຮງແຮມ 43 ແຫ່ງ. ນອກ ຈາກນັ້ນ, ມີຣີສອດ, ເຮືອນພັກ, ບັງ ກາໂລ ແລະ ອື່ນໆ ສາມາດຮອງ ຮັບ ແຂກໄດ້ຢ່າງໜ ້ອຍ 13.000 ຄົນ/ ວັນ, ສ່ວນສະຖານທີ່ທ່ອງທ່ຽວທັງ ທາງທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ໄດ້ມີການປັບ ປຸງທັງທາງດ້ານການບໍລິການ, ຄວາມສະອາດ ແລະ ອື່ນໆ ເພື່ອ ສ້າງຄວາມປະທັບໃຈໃຫ້ແກ່ທັງ ທ່ອງທ່ຽວທີ່ເຂົ້າໄປທ່ອງທ່ຽວໃຫ້ ຫລາຍທີ່ສຸດ. ແຕ່ເຖິງແນວໃດກໍຕາມ ແຂວງ ວຽງຈັນ ຍັງເປັນແຂວງໜຶ່ງໃນ ສປປ ລາວ ທີ່ມີທ່າແຮງບົ່ມຊ້ອນ ຫລາຍໃນດ້ານອຸດສາຫະກໍາທ່ອງ ທ່ຽວໃນປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ, ສ້າງອາຊີບ ແລະ ແກ້ໄຂຄວາມທຸກ ຍາກໂດຍສະເພາະໃນ 2 ເມືອງໃຫຍ່ ເຊັ່ນ: ເມືອງວັງວຽງ ແລະ ເມືອງ ເຟືອງ ເຊິ່ງເປັນແຫລ່ງທ່ອງທ່ຽວ ທີ່ບໍ່ຫ່າງຈາກນະຄອນຫລວງວຽງ ຈັນ ໃນໄລຍະທາງ ພຽງ 90-100 ກິໂລແມັດ. ສະເພາະປີ 2024 ນີ້ ທາງແຂວງວຽງຈັນ ກໍໄດ້ວາງຄາດ ໝາຍສູ້ຊົນວ່າຈະດຶງດູດນັກທ່ອງ ທ່ຽວໃຫ້ປະມານ 9 ແສນກວ່າຄົນ. * ອາ​ຊີບຄ້າ​ຂາຍ ​ແມ່ນອາຊີບ ໜຶ່ງທີ່​ປະຊາຊົນ​ເລືອກເຮັດຫລາຍ​ ທີ່​ສຸດ ​ເພາະສ້າງ​ລາຍ​ຮັບເ​ຂົ້າ​ຄອບ ຄົວ​ໃນ​ທຸກໆມື້ ແລະ ມີເງິນໃຊ້ຈ່າຍ ບໍ່ຂາດມື ຕ່າງ​ຈາກ​ການ​ເຮັດ​ວຽກ​ ເປັນພ​ ະນັກງານ ຫລື ລູກຈ້າງອື່ນໆ ຈະໄ​ ດ້​ຮັບເ​ງິນ ​ເດືອນລະ​ເທື່ອ ​ເຊິ່ງ ບາງ​ຄອບຄົວອາດ ທີ່ມີ​ ​ຄ່າ​ໃຊ້ຈ່າຍ​ ຫລາຍ ກໍ​ບໍ່ພຽງພໍ​ກັບ​ຄວາມ​ຕ້ອງ ການ​ໃນ​ປັດຈຸບັນ. ສະ​ນັ້ນ, ປະຊາ ໄຊ​ ໃຫ້ຮູ້ວ່າ: ເລີ່ມຕົ້ນ​ເປີດຮ້ານ ຂາຍເຂົ້າໜົມໂອໂລ ມາແຕ່ປີ​2005​ ດ້ວຍສູດສະເພາະ ຂອງເຂົ້າໜົມທີ່ ມີຄວາມພົ້ນເດັ່ນ ບໍ່ຄືໃຜເພາະໄດ້ ຄິດສູດຂຶ້ນເອງ​ແລະ​ປັບສູດໃຫ້ແທດ ເໝາະກັບລົດຊາດທີ່ນິຍົມຂອງຄົນ​ ໃນ​ປັດຈຸບັນ ຫລື ​ເວົ້າ​ອີກຢ່າງໜຶ່ງ ວ່າການ​ປັບປຸງຮູບແບບ ​ແລະ ລົດ ຊາດຕາມກ​ ານຕິຊົມຂອງລູ​ ກຄ້າມາ​ ຢ່າງສ​ ະໝໍ່າສະເໜີຈົນໄ​ ດ້ລົດຊ​ າດທີ່​ ​ ຖືກໃ​ ຈ ແ​ ລະ ສ້າງຄວາມປະທັບໃຈ ໃຫ້ລູກຄ້າຫລາກຫລາຍກຸ່ມໃນສັງ ຄົມ. ໃນນີ້​, ແມ່ນມີ​ລູກຄ້າ​ຫລາຍ ທ່ານໄດ້ກາຍເປັນລູກຄ້າປະຈຳ​ ແລະ​ເກີດເປັນການຕະຫລາດແບບ ບອກຕໍ່ກັນລະຫວ່າງລູກຄ້າໄດ້ອຸດ ໜູນຮ້ານເຂົ້າໜົມໂອໂລແຊບສີບຸນ ເຮືອງ ຢ່າງສະເໝີຕົ້ນສະເໝີປາຍ​ ເຊິ່ງໃນປັດຈຸບັນ​ນີ້ຮ້ານ​ເຂົ້າໜົມ​ ໂອໂລແຊບສີບຸນເຮືອງ ແມ່ນມີຜະ ລິດຕະພັນເຂົ້າໜົມຫລາກຫລາຍ ລາຍການໃຫ້ລູກຄ້າໄດ້ເລືອກຮັບ ປະທານ.​ ໃນນີ້, ເຂົ້າໜົມທີ່ໄດ້​ຮັບ​ ຄວາມ​ນິຍົມ​ຫລາຍ​ທີ່​ສຸດແມ່ນ: ເຂົ້າ ໜົ​ ມໂອໂລ,​ປາຕິໂຊ, ຢົກມະນີ, ບົວລອຍ; ຊຶ່ງແຕ່ລະເມນູແມ່ນມີ ຄວາມພິຖີພິຖັນໃນຂັ້ນຕອນການ ປຸງທີ່ມີຄວາມສະອາດ,​ ຮັບປະກັນ ຄວາມແຊບ,​ມີຄວາມຫອມເປັນທຳ ມະຊາດ,​ຜະລິດສົ​ ດໃໝ່ແບບຮ້ອນໆ ຈາກເຕົາທຸກມື້​ ແລະ​ ມີປະລິມານ ຄຸ້ມຄ່າສົມກັບລາຄາ.​ ທ່ານນາງ​ຮຸ່ງອ​ າລຸນ​ ເວົ້າເ​ສີມ ວ່າ: ການ​ເລືອກ​ອາຊີບ​ຂາຍແມ່ນ​ ອາຊີບໜຶ່ງທີ່​ສ້າງ​ເສດຖະກິດ​ເຂົ້າ​ ຄອບຄົວໄດ້ຫລາຍລ້​ ານກີ​ ບຕໍ່​ ເດືອນ​ ຈຸດ​ນີ້​ແມ່ນຄວາມ​ພາກພູມ​ໃຈທີ່ ໄດ້ເຮັດ​ອາຊີບ​ທີ່​ມັກ​ເພື່ອ​ເບິ່ງແຍງ ຄອບຄົວໃຫ້ມີ​ ​ຢູ່​ມີ​ກິນ​. ຮ້ານເ​ຂົ້າໜົ​ ມໂອໂລສີບຸນເຮືອງ,​ ສະຖານທີ່​ຕັ້ງຢູ່ບ້ານສີບຸນເຮືອງ,​ ເມືອງ​ຈັນທະ​ບູລີ, ນະຄອນຫລວງ​ ວຽງຈັນ. ນອກຈາກຂາຍຜ່ານໜ້າ ຮ້ານແລ້ວ,​ ທາງຮ້ານແມ່ນໄດ້ຮັບ ອອກຈັດງານລ້ຽງງານສັງສັນຕື່ມ ອີກ ຊຶ່ງຜ່ານມາ​ກໍ່ໄດ້ຮັບຄວາມ ໄວ້ໃຈ​ແລະ​ມີຍອດສັ່ງຊື້ຈາກເຈົ້າ ພາບຫລາຍທ່ານໄດ້ ເອົາເຂົ້າໜົມ ຂອງຮ້ານເ​ປັນຂ​ ອງຫວານໃນງ​ ານ ພິເສດ ຕ່າງໆນຳດ້ວຍ. ສອບຖາມ​ຂໍ້ມູນ​ເພີ່ມຕື່ມໄດ້ທີ່ ເຂົ້າໜົມໂອໂລ້ແຊບໂທ​ສັ່ງ​ໄດ້ທີ່ ໝາຍເລກໂທລະສັບ : 020 5202 9954. ຂໍ້ມູນຈາກ: ວາລະສານເທວາ ຊົນບາງ​ສ່ວນ​ຈຶ່ງ​ເລືອກ​ອາຊີບ​ຄ້າ​ ຂາຍ​ເພື່ອ​ສ້າງ​ເສດຖະກິດ​ຄອບຄົວ​ ເໝືອນກັບ ນາງ ຮຸ່ງອ​ າລຸນ​ຈັນທະ ວີໄຊ​ ທີ່​ເຮັດ​ອາຊີບຂາຍ​ເຂົ້າໜົມ ໂອໂລ ຫລາຍກ​ ວ່າ 10 ປີຜ່ານມາ ຢູ່​ ເຂດ​ບ້ານສີ​ບຸນ​ເຮືອງ ເມືອງ​ຈັນທະ​ ບູລີ, ນະຄອນຫລວງວ​ ຽງຈັນ ​ເປັນ​ ຮ້ານທີ່​ມີ​ຊື້​ສຽງ ​ແລະ ຄອງໃ​ ຈລູ​ ກ​ ຄ້າມ​ າຍາວ​ ນານດ້ວຍລົ​ ດຊ​ າດ ແ​ ລະ ຄຸນ​ນະພາ​ບຂອງ​ສິນຄ້າ ຈຶ່ງ​ຄອງ​ ໃຈລູ​ ກ​ຄ້າ​ມາ​ຢ່າງ​ຍາວ​ນານ. ທ່ານນາງ​ຮຸ່ງອ​ າລຸນ​ຈັນທະວີ

RkJQdWJsaXNoZXIy MTc3MTYxMQ==