xtgmf]k; 4 3]d c]t gsfdko 04/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lk]t;a o w0dv'xt-5 ,vq 'dko xq d7v'c0;'gxu fd;h k'7A 'mu 11 -5 fmu IX ຂປລ.ໃນວັນທີ3ມັງກອນ2024 ນີ້, ຄົນເຊື້ອຊາດລາວ 8 ຄອບຄົວ ອະດີດນັກສຶກສາອຸດົມວຽງຈັນ ຮຸ່ນ ປີ 1978 ທີ່ມາຈາກປະເທດສະຫະ ລັດ ອາເມລິກາ, ເຢຍລະມັນ, ກາ ນາດາ ແລະ ຝຣັ່ງ ໄດ້ນຳເງິນ 300 ການາດາ, 300 ໂດລາສະຫະລັດ ແລະ 4.000.000 ກີບ ມາມອບໃຫ້ ອົງກາແດງແຫ່ງຊາດລາວ ເພື່ອສະ ໜັບສະໜູນການເຄື່ອນໄຫວວຽກ ງານກາແດງ, ຕາງໜ້າມອບໂດຍ ທ່ານ ສີວິໄລ ທຳມະວົງ ແລະ ຮັບ ໂດຍທ່ານ ພູທອນ ເມືອງປາກ ປະ ທານອົງການກາແດງແຫ່ງຊາດ ລາວ. 7q og-N v-kf]k; 16j 8j k'xtgmf ,v[g'o-5 dp6h ;Pd'kodkcf' y ໂອກາດນີ້ ທ່ານ ພູທອນ ເມືອງ ປາກ ໄດ້ສະແດງຄວາມຂອບອົບ ຂອບໃຈມາຍັງພີ່ນ້ອງເຊື້ອຊາດ ລາວ ທີ່ຢູ່ຕ່າງປະເທດ ທີ່ໄດ້ພ້ອມກັນ ປຸກລະດົມຂວາຍຂົນທຶນຮອນມາ ປະກອບສ່ວນເຂົ້າໃນວຽກງານ ມະນຸດສະທຳ ຂອງອົງການກາ ແດງແຫ່ງຊາດລາວ. ພ້ອມທັງໄດ້ ແຈ້ງໃຫ້ຊາບ ກ່ຽວການຈັດຕັ້ງປະ ບັດວຽກງານກາແດງໃນຜ່ານມາ ເຊິ່ງອົງການກາແດງແຫ່ງຊາດລາວ ໄດ້ເອົາໃຈໃສ່ການຊ່ວຍເຫລືອປະ ຊາຊົນຜູ້ທຸກຍາກ, ຜູ້ປະສົບໄພນໍ້າ ຖ້ວມໄດ້ຢ່າງຫລວງຫລາຍລວມ ທັງຊ່ວຍເຫລືອເຂົ້າສານ, ອາຫານ ແຫ້ງ ແລະ ການຊ່ວຍເຫລືອເງິນສົດ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທີ່ແຂວງ ບໍລິຄຳໄຊ ແລະ ຄຳມ່ວນ. ນອກນັ້ນ, ຍັງໃຫ້ການຊ່ວຍເຫລືອບັນເທົາ ຄວາມທຸກຍາກຂາດເຂີນຂອງປະ ຊາຊົນໄດ້ຢ່າງຫລວງຫລາຍໃນ ຂອບທົ່ວປະເທດ, ພ້ອມທັງໄດ້ປຸກລະ ດົມສັງຄົມ, ບັນດາຊັ້ນຄົນເຂົ້າຮ່ວມ ບໍລິຈາກເລືອດແລະເຄື່ອນໄຫວວຽກ ງານກາແດງ. ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ກອງປະຊຸມອົງ ການປົກຄອງ ແຂວງສາລະວັນເປີດ ກວ້າງຄັ້ງທີ11ຊຸດທີ IXໄຂຂຶ້ນໃນ ວັນທີ3ມັງກອນ2024 ໄດ້ຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບ ດ້ານ ໃນໄລຍະ 1 ປີ ພາຍໃຕ້ການ ເປັນປະທານຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ມີຮອງເລຂາພັກແຂວງ, ຄະນະປະ ຈໍາພັກແຂວງ,ກໍາມະການພັກແຂວງ, ຫົວໜ້າພະແນກ-ຮອງພະແນກ ການອ້ອມຂ້າງ, ເຈົ້າເມືອງ, ຫົວໜ້າ ຫ້ອງວ່າການປົກຄອງເມືອງ, ຂະ ແໜງແຜນການ ແລະ ການເງິນ 8 ຕົວເມືອງ, ລັດວິສາຫະກິດ, ອົງ ການທຽບເທົ່າອ້ອມຂ້າງ ແຂວງ ເຂົ້າຮ່ວມ. ໃນກອງປະຊຸມ, ທ່ານເຈົ້າ ແຂວງສາລະວັນ ໄດ້ໃຫ້ຮູ້ວ່າ: ເພື່ອ ເປັນການຕີລາຜົນການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມ ໄລຍະ 1ປີຜ່ານມາ ຮ່ວມກັນ ຖອດຖອນບົດຮຽນ ແລະ ປັບປຸງ ຈຸດອ່ອນ, ຂໍ້ຄົງຄ້າງ ໃນປີ 2024 ແລະ 2025 ເຊິ່ງເປັນໄລຍະທ້າຍ ສະໄໝແຫ່ງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດໄລຍະ 5 ປີ 2021-2025 ແລະ ໄດ້ພ້ອມ ກັນຜັນຂະຫຍາຍບັນດາມະຕິ, ຄໍາ ສັ່ງ, ນະໂຍບາຍຂອງລັດຖະບານ ແລະ ແຜນພັດທະນາເສດຖະກິດສັງຄົມຂອງແຂວງ ໃຫ້ເຂົ້າສູ່ ລວງ ເລິກ, ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ກວ້າງ ຂວາງທົ່ວເຖິງຮອດທ້ອງຖິ່ນຮາກ ຖານ ເຊິ່ງເຫັນໄດ້ຍ້ອນຄວາມຮັບ ຜິດຊອບແລະຄວາມເອົາໃຈໃສ່ເປັນ ເຈົ້າການຂອງແຕ່ລະພາກສ່ວນ ເຮັດໃຫ້ບັນລຸຜົນສຳເລັດຫລາຍ ດ້ານ ເຊິ່ງເນື້ອໃນທີ່ນຳເຂົ້າຄົ້ນຄວ້າ ລ້ວນແລ້ວແຕ່ແມ່ນເອກະສານສຳ ຄັນ ຈຶ່ງຮຽກຮ້ອງໃຫ້ເອົາໃຈໃສ່ຕິດ ຕາມເນື້ອໃນ ແລະ ສຸມສະຕິປັນຍາ ຄົ້ນຄວ້າປະກອບຄຳເຫັນໃຫ້ເລິກ ເຊິ່ງ ໂດຍການສະເໜີທັດນະທີ່ສ້າງ ສັນ ຢ່າງກົງໄປກົງມາ, ກະທັດຮັດ, ມີ ຈຸດສຸມ ແລະ ຈະແຈ້ງເພື່ອໃຫ້ ກອງປະຊຸມຄັ້ງນີ້ ມີປະສິດທິຜົນ ສູງ ແລະ ບັນລຸຕາມຄາດໝາຍທີ່ ວາງໄວ້. ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ ການຄົ້ນຄວ້າຢ່າງເລິກເຊິ່ງຕໍ່ການ ຈັດຕັ້ງປະຕິບັດວຽກງານຂອງຂະ ແໜງການຕ່າງໆ, ຕີລາຄາຜົນໄດ້ ຮັບ, ທັງດ້ານດີ, ຂໍ້ຄົງຄ້າງ, ພ້ອມ ທັງວາງທິດທາງແຜນການ, ກໍານົດ ຈຸດສຸມຢ່າງລະອຽດຈະແຈ້ງຂອງ ແຜນການ, ສ່ອງແສງໃຫ້ເຫັນເຖິງ ດ້ານຕັ້ງໜ້າໃນການປະຕິບັດວຽກ ທີ່ສໍາຄັນຂອງແຂວງ, ວຽກອັນຮີບ ດ່ວນທີ່ໄດ້ສຸມໃສ່ປະຕິບັດ ເປັນຕົ້ນ ວາລະແຫ່ງຊາດວ່າດ້ວຍການແກ້ ໄຂບັນຫາຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ, ການ ແກ້ໄຂບັນຫາຢາເສບຕິດ ແລະ ບັນ ຫາວຽກອື່ນໆ. ພ້ອມກັນນັ້ນ, ກໍໄດ້ ມີການລາຍງານຂອງຂະແໜງ ການຕ່າງໆ, ຜ່ານຮ່າງບົດສະຫລຸບ, ຕີລາຄາ ແລະ ທິດທາງແຜນການປີ 2024 ເປັນຕົ້ນ ແຜນການພັດທະ ນາເສດຖະກິດ-ສັງຄົມ ປະຈໍາປີ 2023ແລະຄໍາແນະນໍາການຈັດຕັ້ງ ປະຕິບັດ, ທິດທາງແຜນການປີ 2024, ຄໍາແນະນໍາການປະຕິບັດ ໃນປີ 2024, ຂອງທິດທາງແຜນ ການແລະລາຍງານຜົນການຈັດຕັ້ງ ປະຕິບັດການຈັດເກັບລາຍຮັບຈາກ ການເກັບຊື້ ແລະ ເຄື່ອນຍ້າຍມັນຕົ້ນ ພາຍໃນ ແລະ ຕ່າງແຂວງໃນໄລຍະ ແຕ່ປີ 2023 ຈົນເຖິງເດືອນພຶດ ສະພາ ປີ 2024 ຕາມຂໍ້ຕົກລົງເລກ ທີ 758/ຈຂ.ສວ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດ ເຫັນ, ລາຍງານ ແລະ ແລກປ່ຽນ ຂອດການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະດ້ານແຕ່ລະຂົງເຂດວຽກ ງານ ເພື່ອເຮັດໃຫ້ວຽກດັ່ງກ່າວ ສາ ມາດເຄື່ອນໄຫວໄດ້ຢ່າງມີປະສິດທິ ຜົນ ຄຽງຄູ່ກັບການຖອດຖອນບົດ ຮຽນເຊີ່ງກັນ ແລະ ກັນ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ຂປລ. ແຫລ່ງຂ່າວຈາກ ແຂວງ ຫົວພັນ ໃຫ້ຮູ້ວ່າ: ປີ2023ຜ່ານມາ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ພາຍໃນແຂວງຫົວພັນ ບັນລຸ4.753,15ຕື້ກີບ, ລາຍໄດ້ສະ ເລ່ຍຕໍ່ຫົວຄົນໄດ້ 15.381.677 ກີບ/ຄົນ/ປີ ຫລື ເທົ່າກັບ 892 ໂດ ລາສະຫະລັດ/ຄົນ/ປີ, ດ້ວຍອັດຕາ ການຂະຫຍາຍຕົວທາງດ້ານເສດ ຖະກິດຢູ່ໃນລະດັບ 4,16% ທຽບ ໃສ່ແຜນການປີ ຍັງບໍ່ທັນບັນລຸຄາດ ໝາຍ 0,47%, ໂຄງປະກອບເສດ ຖະກິດມີການຫັນປ່ຽນຄື: ຂະແໜງ ກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນ 4,35% ກວມເອົາ 56,59% ຂອງ GDP, ຂະແໜງອຸດສາຫະກຳ ເພີ່ມ ຂຶ້ນ 4,81% ກວມເອົາ 22,19% ຂອງ GDP, ຂະແໜງບໍລິການເພີ່ມ ຂຶ້ນ 3,36% ກວມເອົາ 21,22% ຂອງ GDP. ຂໍ້ມູນດັ່ງກ່າວ, ໄດ້ຮັບການລາຍ ງານຈາກທ່ານຄຳແພງໄຊສົມແພງ ເຈົ້າແຂວງຫົວພັນ ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະ ພາປະຊາຊົນແຂວງ ຊຸດທີ II ວັນທີ 2 ມັງກອນ 2024 ກ່ຽວກັບການ ຈັດຕັ້ງບັນດາຄາດໝາຍໃຫຍ່ທີ່ພົ້ນ xu 2023 glf4tdy fc0;'sq ;ra o 0tspkp8q ; 4,16% ເດັ່ນ, ສຳຄັນແລະເປັນລັກສະນະຈຸດ ສຸມເຄັ່ງຮ້ອນຂອງແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບສອງວາລະແຫ່ງຊາດ ໃນໄລຍະຜ່ານມາ ລວມທັງບັນຫາ ທີ່ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງວຽກງານຈຸດສຸມ ໃນປີ 2024. ພ້ອມນີ້, ທ່ານຍັງໄດ້ຊີ້ ໃຫ້ເຫັນເຖິງບາງບັນຫາທີ່ຄົງຄ້າງ ເປັນຕົ້ນ ການນຳພາ-ຊີ້ນຳຕໍ່ຂົງ ເຂດເສດຖະກິດ, ອັດຕາການເຕີບ ໂຕທາງດ້ານເສດຖະກິດ ບໍ່ສາມາດ ບັນລຸຕາມຄາດໝາຍ, ການແກ້ ໄຂວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ຍັງບໍ່ທັນໄດ້ດຳ ເນີນມາດຕະການຕ່າງໆ ຕໍ່ບັນຫາ ເຫລົ່ານັ້ນດີເທົ່າທີ່ຄວນ ແລະ ຍັງ ບໍ່ທັນມີການຫັນປ່ຽນທີ່ເປັນຮູບປະ ທຳ ເຊິ່ງສະແດງອອກຄື: ການຊຸກ ຍູ້ສົ່ງເສີມການປູກພືດ-ການລ້ຽງ ສັດ, ຫັດຖະກຳຕ່າງໆເປັນສິນຄ້າ ສົ່ງອອກ ເພື່ອທົດແທນການນໍາເຂົ້າ ຍັງເຮັດໄດ້ໜ້ອຍ, ບໍ່ທັນເປັນຂະ ບວນການຢ່າງຟົດຟື້ນ ແລະ ແຂງ ແຮງ; ການນໍາເຂົ້າສິນຄ້າປະເພດ ຕ່າງໆແລະການຄວບຄຸມລາຄາສິນ ຄ້າຕາມທ້ອງຕະຫລາດ ຍັງບໍ່ທັນ ໃຊ້ມາດຕະການປະຕິບັດເຂັ້ມງວດ ເທົ່າທີ່ຄວນ. ສຳລັບ ປີ 2024 ນີ້, ອົງການ ປົກຄອງແຂວງ ຈະໄດ້ສືບຕໍ່ສູ້ຊົນ ເຮັດໃຫ້ມີສະຖຽນລະພາບທາງ ການເມືອງ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍໜັກແໜ້ນ, ຍູ້ແຮງ ການຜະລິດກະສິກໍາ, ຫັດຖະກໍາ, ການບໍລິການໃຫ້ແຂງແຮງຂຶ້ນກວ່າ ເກົ່າ; ເອົາໃຈໃສ່ດຶງດູດການລົງ ທຶນຈາກທຸກພາກສ່ວນເສດຖະກິດ ໂດຍການສ້າງສິ່ງອໍານວຍຄວາມ ສະດວກ, ກາລະໂອກາດ, ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຕ່າງໆ ເພື່ອສ້າງລາຍຮັບ ແລະ ຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ ໂດຍຈະ ໄດ້ສືບຕໍ່ສຸມໃສ່ປັບປຸງປະສິດທິ ຜົນການລົງທຶນຂອງລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການ ໃໝ່ທີ່ບໍ່ມີປະສິດທິຜົນ ແລະ ບໍ່ມີ ຄວາມຈຳເປັນ, ສຸມໃສ່ໂຄງການລົງ ທຶນເພື່ອແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ເປັນບູລິມະສິດຕົ້ນຕໍ; ສືບ ຕໍ່ປັບປຸງກົນໄກອໍານວຍຄວາມສະ ດວກ ໃນການດຳເນີນທຸລະກິດແລະ ສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ດີຂຶ້ນ; ເອົາໃຈ ໃສ່ຊຸກຍູ້ປະຊາຊົນບັນດາເຜົ່າໃນ ແຕ່ລະເມືອງ ທີ່ມີທ່າແຮງທາງດ້ານ ການຜະລິດກະສິກຳເປັນສິນຄ້າ ການປູກຝັງ-ລ້ຽງສັດ, ຫັດຖະກຳ ໃຫ້ມີໜໍ່ແໜ່ງຫລາຍຂຶ້ນ ແລະ ປະ ສິດທິຜົນສູງກວ່າເກົ່າ, ຄາດຄະເນ ລວມຍອດຜະລິດຕະພັນພາຍໃນ (GDP) ປີ 2024 ຈະໃຫ້ບັນລຸ 4.954 ຕື້ກວ່າກີບ, ລາຍຮັບສະ ເລ່ຍຕໍ່ຫົວຄົນໃຫ້ໄດ້ 15.855.095 ກີບ/ຄົນ/ປີ ຫລື ເທົ່າກັບ 920 ໂດລາສະຫະລັດ/ຄົນ/ປີ, ດ້ວຍຈັງ ຫວະອັດຕາການຂະຫຍາຍຕົວທາງ ດ້ານເສດຖະກິດ ຈະຢູ່ໃນລະດັບ 4,67% ແລະ ໂຄງປະກອບເສດຖະ ກິດຈະມີການຫັນປ່ຽນໃນທ່າອຽງ ຄື: ຂະແໜງກະສິກຳ-ປ່າໄມ້ ເພີ່ມ ຂຶ້ນ 4,95% ກວມເອົາ 56,89% ຂອງ GDP, ຂະແໜງອຸດສາຫະ ກຳເພີ່ມຂຶ້ນ 4,91% ກວມເອົາ 21,30% ຂອງ GDP, ຂະແໜງ ບໍລິການເພີ່ມຂຶ້ນ 3,98%ກວມເອົາ 21,81% ຂອງ GDP ແນໃສ່ຮັບ ປະກັນ ໃຫ້ເສດຖະກິດຂອງແຂວງຢູ່ ໃນລະດັບປະຄັບປະຄອງດີຂຶ້ນ ແລະ ຮັບປະກັນການດຳລົງຊີວິດຂອງ ປະຊາຊົນຢູ່ໃນລະດັບປົກກະຕິ. ຂ່າວ-ພາບ: ໄອແກ້ວ
RkJQdWJsaXNoZXIy MTc3MTYxMQ==