xtgmf]k; 3 04/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ g;Q kg4y '7erq ;ra o da [ 8k (2) cdh [a ofk0vf0h v'7k X4h k,u ? ໂດຍ: ຄ້ອງໃໝ່ mkfcmh c]t ,6 og-N v0v'dv'ma [xt-k-q o]k; * ຕາສໍາຄັນແນວໃດສໍາລັບຄົນສັດ ພວກເຮົາຮັບຮູ້ນໍາກັນ, ບົດວັນ ນີ້ນໍາເອົາຄໍາຈໍານວນໜຶ່ງທີ່ບອກ ອາການ, ຄຸນລັກສະນະ...ຂອງຕາ ມາທົບທວນນໍາກັນ ເລີ່ມຕົ້ນປີໃໝ່ 2024. ຄໍາ “ເສື້ອງ” ເປັນຄໍາກິລິຍາ ຫລື ກໍາມະ ໝາຍເຖິງອາການແນມ ຫລື ເບິ່ງແຕ່ພຽງເຄິ່ງຕາ; ເປັນຄໍາ ຄຸນນາມ ໝາຍເຖິງ ເຫລ່ວ, ບໍ່ສະເໝີ ດັ່ງ ຕາເສື້ອງ ໝາຍເຖິງ ຕາບໍ່ສະເໝີ ກັນ. ຄໍານີ້ປົກກະຕິນິຍົມໃຊ້ສະເພາະ ແຕ່ກັບຕາ. “ຄ້າງ” ເປັນກໍາມະ ໝາຍເຖິງ ຕິດ, ຄາຢູ່ເທິງ, ວາງຢູ່ຂ້າງເທິງ, ແຮມ, ຮັ້ງ, ຍັງບໍ່ແລ້ວ ເຊັ່ນ ເດືອນ ບໍ່ຕົກ ເອີ້ນ ເດືອນຄ້າງ, ຕາບໍ່ຫລັບ ຫລື ຫລັບບໍ່ລົງ ເອີ້ນ ຕາຄ້າງ. “ຈາວ” ເປັນຄໍານາມໝາຍເຖິງ ສິ່ງທີ່ພາໃຫ້ເກີດໜໍ່ ອັນທີ່ປົ່ງຢູ່ໃນ ໝາກໄມ້...ດັ່ງຈາວໝາກພ້າວ, ຈາວຕານ, ຈາວຖົ່ວ...ຄໍານີ້ ຍັງຖືກ ນໍາໄປເອີ້ນອາການຂອງຕາທີ່ບໍ່ ມີຕາດໍາ ຫລື ຕາບອດທີ່ເສຍແຕ່ຕາ ດໍາ, ສ່ວນຕາຂາວຍັງຢູ່ ເອີ້ນ “ຕາ ຈາວ”. ຄໍາວ່າ “ຈາວ” ຍັງມີອີກ ຫລາຍຄວາມໝາຍຕາມການເຮັດ * ປີ 2024 ຈະຫລາຍເຫດການ ສໍາຄັນ ສໍາລັບລາວເຮົາ, ໃນນັ້ນ ຄືການເປັນປະທານໝູນວຽນອາ ຊຽນ ຊຶ່ງໃນໄລຍະຕົ້ນປີ ຄືເດືອນ ມັງກອນນີ້ ກໍ່ຈະມີການຈັດຕັ້ງສະ ເຫລີມສະຫລອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ, ຖັດນັ້ນກໍຈະມີກອງປະຊຸມທ່ອງ ທ່ຽວອາຊຽນ ແລະ ບຸນມະໂຫລານ ທ່ອງທ່ຽວອາຊຽນ ຫລື ມະຫະກໍາ ທ່ອງທ່ຽວອາຊຽນ 2024. ຖືວ່າ ເລີ່ມແຕ່ຕົ້ນປີມີກິດຈະກໍາສໍາຄັນ ທີ່ພວກເຮົາຕ້ອງຮ່ວມແຮງຮ່ວມ ໃຈກັນບໍ່ວ່າພາກລັດ, ທຸລະກິດ-ເອ ກະຊົນ ແລະ ທົ່ວສັງຄົມ. ເພື່ອໃຫ້ບັນ ດາໜ້າວຽກທີ່ກ່າວມາບັນລຸຜົນ ຕາມເປົ້າໝາຍທີ່ວາງໄວ້, ກໍ່ມີບາງ ຄໍາເຫັນຢາກໃຫ້ບັນດາຂັ້ນຄວາມ ຮັບຜິດຊອບສໍາຫລວດກວດກາຄືນ ວ່າກ່ອນຈະເຂົ້າສູ່ການຈັດຕົວຈິງ ແຕ່ລະອັນນັ້ນ ໃນໄລຍະກະກຽມ ເຫັນອັນໃດຍັງເປັນຂອດຂ້ອງຄາ ບໍ່ສາມາດຂັບເຄື່ອນວຽກໄປໄວ ເທົ່າທີ່ຄວນນັ້ນໄດ້ ແລະ ຄວນແກ້ ຂອດນັ້ນ ບໍ່ເປັນຂອດຂັ້ນ ອັນເປັນ ອຸປະສັກນັ້ນໂດຍໄວ ດ້ວຍຄວາມ ຈິງໃຈຂອງທຸກພາກສ່ວນເຂົ້າ ຮ່ວມນໍາ. ເວົ້າສະເພາະ ວຽກງານທ່ອງ ທ່ຽວ, ປີນີ້ຍັງເປັນປີທ່ອງທ່ຽວລາວ ຊຶ່ງໄດ້ເປີດຢ່າງເປັນທາງການ * ກອງທັບປະຊາຊົນລາວ ໂດຍແມ່ນພັກເປັນຜູ້ສ້າງຕັ້ງ, ສຶກ ສາອົບຮົມ ແລະ ຝຶກຝົນຫລໍ່ຫລອມ, ແມ່ນກອງທັບປະຊາຊົນ, ເກີດຈາກ ປະຊາຊົນ, ສູ້ຮົບເພື່ອຜົນປະໂຫຍດ ຂອງປະຊາຊົນຜູ້ອອກແຮງງານ ລາວບັນດາເຜົ່າ, ແມ່ນພາຫະນະ ອັນແຫລມຄົມຂອງພັກ, ຂອງຊົນ ຊັ້ນກຳມະກອນລາວ. ດັ່ງນັ້ນ, ທາດ ແທ້ຂອງກອງທັບປະຊາຊົນລາວ ຈຶ່ງແມ່ນທາດແທ້ປະຕິວັດ, ມີທາດ ແທ້ຊົນຊັ້ນກຳມະກອນຢ່າງແທ້ ຈິງ, ມີຄວາມສັດຊື່ບໍລິສຸດຈົງຮັກ ພັກດີຕໍ່ປະເທດຊາດ ແລະ ມີລະບຽບ ແບບແຜນທີ່ເຂັ້ມງວດ. ກອງທັບປະຊາຊົນລາວ ມີມູນ ເຊື້ອອັນສະຫງ່າອົງອາດ, ສະແດງ ອອກ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນ ແລະ ຕໍ່ອຸດົມ ການສັງຄົມນິຍົມ. ມູນເຊື້ອດັ່ງ ກ່າວນີ້ ໄດ້ສະແດງອອກແຈ້ງໃນພຶດ ຕິກຳຕົວຈິງແຫ່ງການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານ ຊຶ່ງໄດ້ຢັ້ງຢືນ ຢ່າງຈະແຈ້ງແລ້ວວ່າກອງທັບປະ ໜ້າທີ່ຂອງມັນເຊັ່ນ ເປັນຄໍາຄຸນນາມ ໝາຍເຖິງເສຍ, ບໍ່ມີລົດຊາດເຊັ່ນ ອ້ອຍ, ໝາກແຕງ ແກ່ກາຍຍາມ ກິນ ຫລື ເສຍຄຸນ ເອີ້ນອ້ອຍຈາວ, ໝາກແຕງຈາວ. ເປັນກໍາມະ ໝາຍ ເຖິງ ທໍ່ກັນ ເຊັ່ນ ຫລິ້ນໄພ້ ເມື່ອແຕ້ມ ທໍ່ກັນ ເອີ້ນວ່າ ຈາວກັນ ດັ່ງນີ້ເປັນ ຕົ້ນ. “ຈື້ນ” ເປັນຄໍາຄຸນນາມ ໝາຍ ເຖິງຊຸ່ມດ້ວຍນໍ້າ, ປຽກ, ເປື້ອນດ້ວຍ ສິ່ງທີ່ເປັນນໍ້າ, ຊຸ່ມ, ອຶນ ເຊັ່ນ ຕາຈື້ນ ໝາຍເຖິງຕາທີ່ມີນໍ້າຕາໄຫລ-ຊຶມ ຢູ່ສະເໝີ, ພະຍາດແນວໜຶ່ງ ຊຶ່ງເຮັດ ໃຫ້ມີນໍ້າຕາສະເໝີ. “ເທີບ” ເປັນຄໍານາມ ໝາຍເຖິງ ຫລັງຄາທີ່ມີດ້ານດຽວ ເອີ້ນ ເທີບ, ກະເທີບ ຫລື ເງີບ ກໍ່ວ່າ. ເປັນຄໍາຄຸນ ນາມ ໝາຍເຖິງ ລັກສະນະຂອງ ຫລັງຄາທີ່ເນີນໆ, ລັກສະນະຂອງ ໜັງຕາທີ່ຢ່ອນ ຍານລົງ ເອີ້ນ ຕາ ເທີບ. ຕາທີ່ມືນບໍ່ເຕັມໜ່ວຍ, ພະຍາດ ແນວໜຶ່ງ ເຮັດໃຫ້ໜັງຕາຍານລົງມາ ເກືອບປົກໜ່ວຍຕາ ກໍ່ວ່າ ຕາເທີບ. ອາການງ້ວງນອນ ຫລື ຢາກນອນ ຈົນເຖິງຂັ້ນເຊືອບຫລັບ ຂະນະນັ່ງ ກໍ່ເອີ້ນຕາເທີບ, ມັກເວົ້າວ່າ ຢາກ ນອນຈົນຕາເທີບ. “ຕີ່” ເປັນຄໍາກໍາມະ ໝາຍເຖິງ ເຮັດໃຫ້ຈ່າງອອກ-ຮ່າງອອກ, ເຮັດ ຂອງສອງອັນ ທີ່ຕິດກັນຍະອອກ. ຕາຕີ່ ໝາຍເຖິງຕາທີ່ກວ້າງຜິດທໍາ ມະດາ, ອາການຂອງຄົນກຶ້ງຕາເບິ່ງ ອັນໃດອັນໜຶ່ງ ຢ່າງໃຈຈົດຈໍ່ຈົນບໍ່ ພັບຕາ ເອີ້ນ ຕາຕີ່ ຫລື ຕີ່ຕາເບິ່ງ... “ຕີບ” ເປັນຄໍາຄຸນນາມ ໝາຍ ເຖິງ ລີບ, ແຄບ, ເກືອບຕັນ, ເປັນ ຮູ ນ້ອຍ, ຮູແປ. ຕາຕີບ ໝາຍເຖິງຄຸນ ລັກສະນະຂອງຕາທີ່ມືນໄດ້ໜ້ອຍ ຫລື ແຄບ. “ຫິບ” ເປັນຄໍາຄຸນນາມ ໝາຍ ເຖິງ ລັກສະນະຂອງຕາທີ່ມືນ ໄດ້ ໜ້ອຍ ຫລື ວົງມືນຂອງຕາບໍ່ກວ້າງ, ດັ່ງ “ຕາຫິບ” ໝາຍເຖິງລັກສະນະ ຂອງຕາທີ່ມືນໄດ້ໜ້ອຍ, ມືນຕາໄດ້ ໜ້ອຍ ຫລື ມືນຕານ້ອຍໆ-ຮິບຮີ່. “ຊັງ” ເປັນຄໍາກໍາມະ ໝາຍເຖິງ ບໍ່ມັກ, ບໍ່ຍິນດີນໍາ. “ຕາຊັງ”ບໍ່ກ່ຽວ ກັບຕາ, ເປັນຄໍາກໍາມະໝາຍເຖິງ ໜ້າໜ່າຍ, ຕາໜ່າຍ, ບໍ່ມັກ- ບໍ່ຊອບ. ແຕ່ “ຫລັບຕາຊັງ” ແມ່ນກ່ຽວກັບ ຕາ ໝາຍເຖິງອາການສະແດງອອກ ທາງສາຍຕາ ເພື່ອສະທ້ອນອາການ ຊັງ ຫລື ເຮັດຕິ ຊັງ. ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ. ມາແຕ່ບຸນນະມັດສະການພະທາດ ຫລວງວຽງຈັນ ເດືອນພະຈິກປີ ກາຍ. ຄໍາຂວັນປີທ່ອງທ່ຽວລາວ ແມ່ນ “ທ່ອງທ່ຽວປອດໄພ ຊື່ນໃຈ ໃນວັດທະນະທໍາ ທໍາມະຊາດ ແລະ ປະຫວັດສາດ” ຖືວ່າມີເນື້ອໃນເລິກ ເຊິ່ງຫລາຍ. ບັນຫາທີ່ຖືກຕັ້ງຂຶ້ນ ກໍ່ແມ່ນເຮັດແນວໃດໃນຖານະເຈົ້າ ພາບ, ຄົນລາວທຸກຄົນ ຈະເຮັດໜ້າ ທີ່ສໍາເລັດຜົນໄດ້ ຊຶ່ງໃນບັນຫາທີ່ ຕັ້ງຂຶ້ນ ຜ່ານມາພວກເຮົາກໍ່ໄດ້ມີບົດ ຮຽນໃນການຈັດຕັ້ງປະຕິບັດຕົວ ຈິງມາແລ້ວ, ໝາຍວ່າ ທັງປະທານ ໝູນວຽນອາຊຽນ ແລະ ມະຫະກໍາ ທ່ອງທ່ຽວອາຊຽນ ແມ່ນພວກເຮົາ ເຄີຍເປັ ນເຈົ້າພາບຈັດ ແລະ ສໍາ ເລັດມາແລ້ວ. ແຕ່ເຖິງຢ່າງໃດກໍ່ດີ ດ້ວຍສະພາບເງື່ອນໄຂອັນໃໝ່, ຜົນກະທົບຈາກສະພາບພາກພື້ນສາກົນ ບວກໃສ່ຄວາມຫຍຸ້ງຍາກ ພາຍໃນພວກເຮົາ, ຫລາຍຄົນກໍ່ ເປັນຫ່ວງ ນັ້ນເປັນເລື່ອງຄວາມຮັກ ທີ່ມີຕໍ່ຊາດ ເມື່ອໄດ້ເຮັດຫຍັງກໍ່ຢາກ ໃຫ້ສໍາເລັດຜົນດ້ວຍດີ. ປີທ່ຽວທ່ຽວລາວ 2024 ໄດ້ກໍາ ນົດເອົາ 14 ເທສະການ-ບຸນປະເພ ນີ ລະດັບຊາດ ແລະ 65 ເທສະ ການ-ບຸນປະເພນີລະດັບແຂວງ ຊຶ່ງ ໃນແຕ່ລະເດືອນແມ່ນມີປາງບຸນທີ່ ຈະມີການຄົບງັນ ຢ່າງມ່ວນຊື່ນ ດ້ວຍຫລາຍສີສັນ ເປັນຕົ້ນ ບຸນປີ ໃໝ່ລາວ, ບຸນໄຫລເຮືອໄຟ, ບຸນ ກິນຈຽງ, ບຸນນະມັດສະນະການ ພະທາດສີໂຄດຕະບອງ, ບຸນນະມັດ ສະການພະທາດອີງຮັງ, ບຸນນະມັດ ສະການຜາສາດຫີນວັດພູຈໍາປາສັກ ມໍລະດົກໂລກ, ເທສະການທ່ຽວ ຊົມດອກຄາຍປ່າ ແລະ ດອກຊາ ກູຣະ, ບຸນນະມັດສະການພະທາດ ຫລວງວຽງຈັນ ແລະ ອື່ນໆ. ບັນຫາທີ່ຖືກຕັ້ງຂຶ້ນແມ່ນພວກ ເຮົາຕ້ອງພ້ອມກັນປ້ອງກັນບໍ່ໃຫ້ ມີປາກົດການບໍ່ດີ ທີ່ຈະເປັນການ ກະທົບບັນຍາກາດການທ່ອງທ່ຽວ ແລະ ເອົາໃຈໃສ່ຢ່າງຈິງຈັງໃນການ ແກ້ໄຂບັນດາຂອດຂ້ອງຄາທີ່ເຫັນ ແລ້ວໃນໄລຍະຜ່ານມາ ກໍ່ຄືໃນໄລ ຍະຕົ້ນຂອງການເຂົ້າສູ່ບັນຍາກາດ ປີທ່ອງທ່ຽວລາວ, ອັນໃດທີ່ຍັງເຫັນ ວ່າຂັດໆຂ້ອງໆ ຫລື ຄືກັບວ່າຍັງ ອັດຍັງຕັນ ບໍ່ທັນລຸໂລ່ງຕ່າງໆນັ້ນ ນັບແຕ່ຂັ້ນຕອນທໍາອິດ ຈົນແຂກ ເຂົ້າມາຮອດໜ້າປະຕູເຂົ້າເຮືອນ ເຮົາ, ເຂົ້າມາແລ້ວ ເຮັດແນວໃດ ໃຫ້ເຂົາເຈົ້າມ່ວນຊື່ນ, ຢາກຈົກເງິນ ໃຊ້ຈ່າຍ, ໃຊ້ຈ່າຍ-ຫລິ້ນມ່ວນ ຢ່າງ ເຕັມໃຈ ໄຮ້ສຽງຈົ່ມວ່າ. ຫລາຍຄໍາ ເຫັນກໍ່ວ່າ ໃນພຶດຕິກໍາຕົວຈິງຊີວິດ ສັງຄົມ ບໍ່ອາດປະຕິເສດຄໍາຈົ່ມວ່າ ຕິຕຽນ, ເຮົາຕ້ອງແຍກໃຫ້ອອກອັນ ໃດຕິຕຽນຢ່າງສ້າງສັນຈິງໃຈ, ອັນ ໃດເປັນການບິດເບືອນໃສ່ຮ້າຍປ້າຍ ສີ. ສະນັ້ນເມື່ອໄດ້ຮັບຄໍາຈົ່ມ-ຕິຕຽນ ເຮົາຕ້ອງຮີບຮ້ອນທົບທວນທັນທີ ແລະ ແກ້ໄຂໃຫ້ໄວ, ຄາຂອດເຮົາຍິ່ງ ຕ້ອງແກ້ໃຫ້ໄວ, ເປັນການໃສ່ຮ້າຍ ປ້າຍສີ ກໍ່ຍິ່ງຕ້ອງຕອບໂຕ້ໃຫ້ໄວ້ໃນ ຍຸກສະໄໝເຕັກໂນໂລຊີຂໍ້ມູນຂ່າວ ສານ-ການສື່ສານກ້າວໜ້າທັນສະ ໄໝນີ້. ຜູ້ກ່ຽວຂ້ອງ ຜູ້ຖືກກ່າວເຖິງ ຄວນສະດຸ້ງໄວຕໍ່ບັນຫາ, ອັນໃດ ເປັນຂອດຂ້ອງໆຄາໆກໍ່ຕ້ອງແກ້ ຕ້ອງມາຍໃຫ້ກະແສມັນໄຫລສະ ດວກໂລ່ງ່ລຽນດີ. ສໍາຄັນກໍ່ຍັງແມ່ນ ເລື່ອງການບໍລິການໃນທຸກສາຂາ ອາຊີບ ປິ່ນອ້ອມການທ່ອງທ່ຽວ ບໍ່ວ່າສະເພາະຜູ້ເຮັດວຽກກ່ຽວຂ້ອງ ໂດຍກົງ, ທັງນີ້ກໍ່ເພື່ອຮັບປະກັນ ຕາມຄໍາຂວັນປີທ່ອງທ່ຽວລາວ ທີ່ ຕັ້ງເອົາໄວ້ນັ້ນ, ປອດໄພ? ຊື່ນໃຈ? ຢາກສະຫລຸບວ່າໃນບັນຍາກາດ ທີ່ມີທັງຄວາມເອື້ອອໍານວຍ, ແນ່ ນອນກໍ່ຈະບໍ່ອາດປາສະຈາກສິ່ງທ້າ ທາຍໃນປະການຕ່າງໆທີ່ຈະມາ ພ້ອມກັບປີ 2024, ໃນຖານະເຮົາ ເປັນ ເຈົ້າພາບຫລາຍງານ. ໃນນັ້ນ ການສ້າງບັນຍາກາດທີ່ດີ ເພື່ອບັນ ລຸເປົ້າໝາຍພາຍໃຕ້ຄໍາຂວັນ “ທ່ອງ ທ່ຽວປອດໄພ ຊື່ນໃຈໃນວັດທະນະ ທໍາທໍາມະຊາດແລະປະຫວັດສາດ” ສໍາຄັນເປັນຢ່າງຍິ່ງອັນຈະເປັນ ການ ເພີ່ມບັນຍາກາດໃຫ້ການເປັນ ປະທານໝູນວຽນອາຊຽນ ຄຶກຄື້ນ ຍິ່ງຂຶ້ນ, ຈະເຮັດໃຫ້ຊື່ສຽງ, ບົດ ບາດອິດທິພົນຂອງລາວເຮົາພົ້ນ ເດັ່ນໃນເວທີພາກພື້ນ-ສາກົນ ຕື່ມ ອີກກ້າວໜຶ່ງ. ທັງໝົດແມ່ນອາໄສ ຄົນລາວເຮົາທຸກຖ້ວນໜ້າເດີ! ຊາຊົນລາວ ແມ່ນມາຈາກປະຊາ ຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ພາຍໃຕ້ການນຳພາ ແລະ ໄດ້ຮັບ ການຝຶກຝົນຫລໍ່ຫລອມຈາກພັກ ຍາມໃດກໍ່ມີຄວາມຈົງຮັກພັກດີ, ມີ ຄວາມບໍລິສຸດຜຸດຜ່ອງ, ເດັດດ່ຽວ ໜຽວແໜ້ນ, ມີລະບຽບແບບແຜນ ທີ່ເຂັ້ມງວດ, ມີຄວາມອົງອາດກ້າ ຫານ, ມີນ້ຳໃຈເສຍສະລະອັນສູງ ສົ່ງພ້ອມຈະເສຍສະລະ ເພື່ອຊາດ, ເພື່ອປະຊາຊົນ. ສິ່ງເຫລົ່ານັ້ນມັນ ໄດ້ກາຍເປັນມູນເຊື້ອອັນສະຫງ່າ ງາມຂອງກອງທັບ ແລະ ກຳລັງ ປະກອບອາວຸດປະຊາຊົນເຮົາ ຕະ ຫລອດມາ. ກອງທັບເຮົາ ໄດ້ສືບທອດມູນ ເຊື້ອພິລະອາດຫານຂອງວິລະບຸ ລຸດຂອງຊາດ ອັນເປັນການສະແດງ ອອກເຖິງທາດແທ້ຂອງກອງທັບ. ກອງທັບເຮົາ ນັບແຕ່ມື້ກໍ່ຕັ້ງມາ ເຊິ່ງມີກຳລັງບໍ່ເທົ່າໃດຄົນ, ປະກອບ ອາວຸດປະຖົມປະຖານ, ແຕ່ພາຍ ໃຕ້ການນຳພາອັນສະຫລາດສ່ອງ ໃສຂອງພັກ, ກອງທັບເຮົານັບມື້ໄດ້ ຮັບການປັບປຸງກໍ່ສ້າງເຕີບໃຫຍ່ຂະ ຫຍາຍຕົວດ້ານປະລິມານ ແລະ ຄຸນ ນະພາບຢ່າງບໍ່ຢຸດຢັ້ງ, ມີຄວາມ ອົງອາດກ້າຫານ ບໍ່ຫວັ່ນໄຫວຄອນ ແຄນຕໍ່ຄວາມຫຍຸ້ງຍາກ ແລະ ອຸປະ ສັກຕ່າງໆ, ຍິ່ງສູ້ຮົບຍິ່ງເຕີບໃຫຍ່ ເຂັ້ມແຂງຜ່ານພຶດຕິກຳແຫ່ງການ ຕໍ່ສູ້ກູ້ຊາດຍືດເຍື້ອຍາວນານໄດ້ເກີດ ມີນັກຮົບທີ່ດີເດັ່ນ, ນັກຮົບແຂ່ງຂັນ ແລະ ນັກຮົບວິລະຊົນ ນັບທັງກຳລັງ ຫລວງ, ທະຫານທ້ອງຖິ່ນ, ກອງ ຫລອນ ຊຶ່ງມີກຳລັງເພດຍິງ ແລະ ເພດຊາຍ ຢ່າງຫລວງຫລາຍ. ກອງທັບປະຊາຊົນລາວ ມີມູນ ເຊື້ອນ້ຳໃຈດຸໝັ່ນຂະຫຍັນພຽນໃນ ການອອກແຮງງານ ເພີ່ມພູນຜະລິດ ຜົນ ແລະ ປະຢັດສັດທ່ຽງ; ຍາມໃດ ກໍ່ມີຄວາມສາມັກຕີອັນແໜ້ນແຟ້ນ ກັບປະຊາຊົນບັນດາເຜົ່າ, ສາມັກຄີ ກັບກອງທັບປະເທດສັງຄົມນິຍົມ ອ້າຍນ້ອງ ແລະ ບັນດາປະເທດ ເພື່ອນມິດທີ່ກ້າວໜ້າໃນໂລກ, ໂດຍ ສະເພາະແມ່ນສາມັກຄີສຳພັນສູ້ຮົບ ແບບພິເສດກັບກອງທັບປະຊາຊົນ ຫວຽດນາມອ້າຍນ້ອງ; ເວລາໃດ ກໍ່ຮັກສາໄດ້ມູນເຊື້ອອັນດີງາມ, ມີ ປະຊາທິປະໄຕ, ມີລະບຽບວິໄນ.
RkJQdWJsaXNoZXIy MTc3MTYxMQ==