5782

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 04/01/2024 xtgmf]k; ສານສະແດງຄວາມເສົ້າ... ກອງພັນ 586... ຫາລືກະກຽມຄວາມພ້ອມ... ກະຊວງຍຸຕິທຳ ສຳເລັດ.. ໄລຍະສົ່ງທ້າຍປີເກົ່າ... ຫ້້້ອງການກະຊວງ... ສານສະແດງຄວາມຊົມເຊີຍ ຕາງໜ້າໃຫ້ລັດຖະບານ ແລະ ປະຊາ ຊົນ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍຄືໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສະແດງ ຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດ ຊຶ້ງມາຍັງທ່ານແລະຜ່ານທ່ານໄປຍັງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນໂດຍ ສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າຈາກເຫດການ ໄພພິບັດທາງທຳມະຊາດໃນຄັ້ງນີ້. ຂ້າພະເຈົ້າ ເຊື່ອໝັ້ນວ່າດ້ວຍ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງ ລັດຖະບານຍີ່ປຸ່ນ, ປະຊາຊົນຍີ່ປຸ່ນ ຈະສາມາດຜ່ານຜ່າຄວາມຫຍຸ້ງ ຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການ ເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ. ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດ ກອງປະຊຸມປຶກສາຫາລື ແລະ ແລກ ປ່ຽນຄວາມຄິດເຫັນໃນການກະ ກຽມການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຂອງ ເສົາຄໍ້າວັດທະນະທໍາ-ສັງຄົມ ອາ ຊຽນ ໃນວັນທີ 3 ມັງກອນ 2024 ພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນວ່າ: ກອງປະ ຊຸມໃນຄັ້ງນີ້,ຈະໄດ້ຮັບຟັງການລາຍ ງານຄວາມຄືບໜ້າ ບັນດາໜ້າວຽກ ໃນການກະກຽມການເປັນປະທານ ອາຊຽນຂອງ ສປປ ລາວ. ສຳລັບ ການກະກຽມເປັນເຈົ້າພາບກອງ ປະຊຸມສະພາປະຊາຄົມວັດທະນະ ທຳສັງຄົມອາຊຽນ ໃນປີ 2024 ພວກເຮົາໄດ້ມີການປະຊຸມພາຍໃນ ຫລາຍຄັ້ງ ແລະ ໄດ້ມີແຜນການຈັດ ກອງປະຊຸມລັດຖະມົນຕີສະພາປະ ຊາຄົມວັດທະນະທຳ-ສັງຄົມອາ ຊຽນ ຈຳນວນ 2 ຄັ້ງ ຄື: ຄັ້ງທີ 31 ແລະຄັ້ງທີ32. ສ່ວນກອງປະຊຸມລັດ ຖະມົນຕີສະພາປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ ຄັ້ງທີ 31 ແລະ ກອງປະຊຸມປິ່ນອ້ອມແມ່ນຈະໄດ້ຈັດ ຂຶ້ນໃນວັນທີ 25-30 ມີນາ 2024 ຢູ່ແຂວງຫລວງພະບາງ. ສ່ວນກອງ ປະຊຸມລັດຖະມົນຕີສະພາປະຊາ ຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຄາດວ່າຈະຈັດຂຶ້ນ ໃນວັນ ທີ23-27ກັນຍາ 2024 ທີ່ນະຄອນ ຫລວງວຽງຈັນ. ພ້ອມນີ້, ທ່ານຍັງ ສະເໜີໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນ ສຸມສະຕິປັນຍາແລກຄວາມຄິດເຫັນ ເຊິ່ງກັນ ແລະ ກັນ ເພື່ອຮັບປະກັນ ຄວາມພ້ອມໃນທຸກດ້ານ. ໂອກາດນີ້,ທ່ານຄຳພູ ເພັຍສັກຂາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ, ເຈົ້າໜ້າທີ່ອາວຸ ໂສປະຊາຄົມວັດທະນະທຳ-ສັງຄົມ ອາຊຽນລາວ ໄດ້ລາຍງານບັນດາ ກົມກອງຍັງໄດ້ນຳພາພະນັກງານນັກຮົບຝຶກແອບຮ່ຳຮຽນປັບປຸງກໍ່ ສ້າງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງເປັນປະຈຳ ໂດຍຖືເອົາ ການສຶກສາອົບຮົມການເມືອງ-ນຳ ພາແນວຄິດເປັນປັດໄຈໜຶ່ງທີ່ສຳຄັນ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມ, ເຂົ້າໃຈແຈ້ງຕໍ່ໜ້າທີ່ການ ເມືອງຂອງຕົນ, ສ້າງທັດສະນະແນວ ຄິດໃຫ້ນາຍ ແລະ ພົນທະຫານມີນໍ້າ ໃຈປະຕິວັດບຸກ, ຫ້າວຫັນ ແລະ ປະ ກອບສ່ວນເຂົ້າຮ່ວມວຽກງານອົບ ຮົມຫັດແອບຢ່າງເປັນເຈົ້າການແນ ໃສ່ສ້າງໃຫ້ກົມກອງມີລະບຽບວິໄນ ເຂັ້ມງວດ, ກາຍເປັນກົມກອງທີ່ມີ ລະບຽບແບບແຜນ ແລະ ທັນສະໄໝ ຂຶ້ນເທື່ອລະກ້າວ. ຂ່າວ: ເຄນ ພົມສະຫວັດ ຫົວຂໍ້ບຸລິມະສິດ ຂອງເສົາຄໍ້າວັດທະ ນະທໍາ-ສັງຄົມອາຊຽນຄື: ບຸລິມະສິດ ທີ 1 ດ້ານວັດທະນະທຳ: ສົ່ງເສີມບົດ ບາດວັດທະນະທໍາ ແລະ ສິລະປະ ໃນ ອາຊຽນ ໃຫ້ກວມລວມ ແລະ ຍືນຍົງ ເຊິ່ງໄດ້ຮັບຮອງ ແລະ ເຫັນດີ ຢູ່ກອງປະຊຸມເຈົ້າໜ້າທີ່ອາວຸໂສວັດ ທະນະທໍາ ແລະ ສິລະປະອາຊຽນ ຄັ້ງທີ 19 ໃນວັນທີ 24 ຕຸລາ 2023 ທີ່ວັງວຽງ, ແຂວງວຽງຈັນ ແລ້ວ. ປັດຈຸບັນ, ພວມຢູ່ໃນຂັ້ນຕອນການຂໍ ການຮັບຮອງຈາກທ່ານລັດຖະມົນ ຕີວັດທະນະທໍາ ແລະ ສິລະປະ ຈາກ ບັນດາປະເທດສະມາຊິກອາຊຽນ ໂດຍຜ່ານທາງຈົດໝາຍເອເລັກໂຕຣ ນິກ ເຊິ່ງທ້າຍເດືອນມັງກອນນີ້ຈະ ສໍາເລັດ. ພ້ອມກັນນັ້ນ, ກໍເພື່ອສະເໜີ ໃຫ້ຜູ້ນຳອາຊຽນຮັບຮອງໃນກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ທີ່ນະຄອນຫລວງວຽງຈັນ ປີ 2024 ໂດຍຜ່ານການຮັບຮອງໃນກອງປະ ຊຸມລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ໃນວັນທີ 25-30 ມີນາ 2024 ທີ່ຫລວງພະບາງ ເຊິ່ງແນວຄວາມ ຄິດລິເລິ່ມ ຈາກຖະແຫລງການວັງ ວຽງ ວ່າດ້ວຍການສົ່ງເສີມຜະລິດ ຕະພັນ ວັດທະນະທຳຂະໜາດນ້ອຍ ແລະ ຂະໜາດກາງຄຽງຄູ່ກັບການ ເຕີບໂຕສີຂຽວ ແລະ ການພັດທະນາ ແບບຍືນຍົງ ເຊິ່ງກິດຈະກຳສະໜັບ ສະໜູນປະກອບມີ: ການສະແດງ ສິລະປະທີ່ດີເດັ່ນອາຊຽນ 2024: ເວທີໜຶ່ງດຽວ; ກິດຈະກຳຜະລິດ ຕະພັນວິຈິດສິນທີ່ສ້າງສັນຊາວໜຸ່ມ ອາຊຽນ-ຍີ່ປຸ່ນ; ບຸນມະໂຫລານດົນ ຕີອາຊຽນ-ສ ເກົາຫລີ 2024; ກິດ ຈະກຳແລກປ່ຽນເຄື່ອງດົນຕີສຳລັບ ນັກຮຽນອາຊຽນ; ສຳມະນາກ່ຽວ ກັບເຈ້ຍປໍສາ ເພື່ອສົ່ງເສີມການ ປອດປລາສຕິກ ໃນອາຊຽນ; ການ ເຜີຍແຜ່ມໍລະດົກວັດທະນະທຳຕາມ ແລວລົດໄຟ ເພື່ອຊຸກຍູ້ການເຊື່ອມ ໂຍງນຳໄປສູ່ຄວາມຫລາກຫລາຍ ຂອງອາຊຽນ. ສຳລັບບຸລິມະສິດທີ 2 ການສົ່ງ ເສີມການຮ່ວມມືດ້ານສິ່ງແວດ ລ້ອມ: ຄວາມທົນທານຕໍ່ການປ່ຽນ ແປງດິນຟ້າອາກາດເຊິ່ງແນວຄວາມ ຄິດລິເລິ່ມ ຈາກຖະແຫລງການຮ່ວມ ອາຊຽນ ວ່າດ້ວຍການປ່ຽນແປງດິນ ຟ້າອາກາດຕໍ່ກອງປະຊຸມລັດພາຄີ ສົນທິສັນຍາວ່າດ້ວຍການປ່ຽນ ແປງດິນຟ້າອາກາດຄັ້ງທີ 29, ການ ສ້າງແຜນງານກ່ຽວກັບການຈັດ ຕັ້ງປະຕິບັດແຜນແມ່ບົດດ້ານບັນ ຫາມົນລະພິດໝອກ ຄວັນຂ້າມຊາຍ ແດນ, ຂອບແຜນງານອາຊຽນກ່ຽວ ກັບມົນລະພິດຈາກປລາສຕິກ ແລະ ເສດຖະກິດໝູນວຽນ ແລະ ແຜນ ງານການສ້າງຄວາມສາມາດ ສໍາ ລັບອາຊຽນ ເພື່ອການເຂົ້າເຖິງການ ເງິນສີຂຽວ; ບຸລິມະສິດທີ 3 ແມ່ຍິງ ແລະ ເດັກນ້ອຍ: ການສົ່ງເສີມບົດ ບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອການຫັນປ່ຽນພຶດຕິກຳໃນອາ ຊຽນ ເຊິ່ງແນວຄວາມຄິດລິເລິ່ມ ຈາກຖະແຫລງການວ່າດ້ວຍການ ເສີມຂະຫຍາຍເສດຖະກິດການດູ ແລແລະຄວາມເຂັ້ມແຂງ ເພື່ອນໍາໄປ ສູ່ປະຊາຄົມອາຊຽນ ຫລັງປີ 2025 ໂດຍມີກິດຈະກຳສະໜັບສະໜູນ ກອງປະຊຸມສຸດຍອດການນໍາແມ່ ຍິງອາຊຽນ ຄັ້ງທີ 3: ເສີມຂະຫຍາຍ ເສດຖະກິດການດູແລ ແລະ ຄວາມ ເຂັ້ມແຂງ ເພື່ອນໍາໄປສູ່ປະຊາຄົມ ອາຊຽນ ຫລັງປີ 2025; ບຸລິມະສິດ ທີ4 ດ້ານສາທາລະນະສຸກ: ການຫັນ ປ່ຽນການປັບປຸງສຸຂະພາບຂອງອາ ຊຽນໃນສະພາບການໃໝ່ ເຊິ່ງແນວ ຄວາມຄິດລິເລິ່ມຈາກຖະແຫລງ ການຂອງຜູ້ນໍາອາຊຽນກ່ຽວກັບ ຄວາມປອດໄພ ແລະ ຄວາມໝັ້ນຄົງ ດ້ານຊີວະພາບ; ການສ້າງແຜນງານ ຈັດຕັ້ງປະຕິບັດຖະແຫລງການຂອງ ຜູ້ນໍາອາຊຽນ ກ່ຽວກັບການຢຸດຕິ ຄວາມບໍ່ເທົ່າທຽມກັນ ແລະ ກ້າວໄປ ເຖິງການຢຸດຕິການແພ່ລະບາດ ຂອງພະຍາດເອດ ພາຍໃນປີ 2030. ຂ່າວ: ກິດຕາ, ພາບ: ວັນເພັງ ຊາດ ໄດ້ຜ່ານບົດລາຍງານຜົນສໍາ ເລັດຝຶກອົບຮົມວຽກງານທະບຽນ ສານຂອງກະຊວງຍຸຕິທຳ ໂດຍການ ສົມທົບກັນລະຫວ່າງສະຖາບັນຍຸ ຕິທໍາແຫ່ງຊາດ ກັບກົມທະບຽນ ສານ, ມີຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາ ຈາກກົມທະບຽນສານ, ບັນດາພະ ແນກຍຸຕິທໍາແຂວງ, ຫ້ອງການຍຸຕິ ທໍາເມືອງ ໃນຂອບເຂດທົ່ວປະເທດ. ທັງນີ້, ກໍເພື່ອໃຫ້ພະນັກງານທະ ບຽນສານມີຄວາມຮັບຮູ້ເຂົ້າໃຈຕໍ່ ແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ມີທັດສະນະຫລັກ ໝັ້ນ, ມີຈັນຍາບັນວິຊາຊີບ ແລະ ມີ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກ ງານ, ເປັນການຍົກລະດັບໃຫ້ພະນັກ ງານທະບຽນສານຜູ້ທີ່ຍັງບໍ່ທັນໄດ້ ຜ່ານການຝຶກອົບຮົມເຂົ້າໃຈກ່ຽວ ກັບພາລະບົດບາດ ແລະ ໜ້າທີ່ຂອງ ຕົນ, ກາຍເປັນພະນັກງານທະບຽນ ສານ ທີ່ມີຄວາມໜັກແໜ້ນທາງດ້ານ ວິຊາການ ເປັນຕົ້ນ ແມ່ນເພີ່ມຄວາມ ຮັບຮູ້ແລະຄວາມເຂົ້າໃຈກ່ຽວກັບ ທັກສະການຄົ້ນຄວ້າ ແລະ ກວດກາ ສັນຍາ, ກວດກາເອກະສານໃຫ້ມີ ຄວາມຖືກຕ້ອງກັບຄວາມເປັນຈິງ ແລະ ສອດຄ່ອງກັບກົດໝາຍ ເຊິ່ງ ເປັນການປະກອບສ່ວນໂດຍກົງເຂົ້າ ໃນການສ້າງລັດທີ່ປົກຄອງດ້ວຍກົດ ໝາຍເທື່ອລະກ້າວ. ພ້ອມນີ້, ທ່ານ ເກດສະໜາ ພົມ ມະຈັນ ຮອງລັດຖະມົນຕີກະຊວງຍຸ ຕິທໍາກໍໄດ້ມີຄຳເຫັນຕໍ່ຜົນສຳເລັດ ຂອງການຝຶກອົບຮົມຄັ້ງນີ້ວ່າ: ຊຸດ ອົບຮົມຄັ້ງນີ້, ຈະເປັນການສ້າງ ເງື່ອນໄຂ ແລະ ບາດກ້າວການຫັນ ປ່ຽນໃໝ່ໃນວຽກງານທະບຽນສານ, ເປັນກຳລັງແຮງໃຫ້ພະນັກງານຂັ້ນ ສູນກາງ, ພະນັກງານຂັ້ນທ້ອງຖິ່ນ ໃນວຽກດັ່ງກ່າວ ແລະ ຜູ້ທີ່ສໍາເລັດ ການຝຶກອົບຮົມຈະໄດ້ນຳເອົາຄວາມ ຮູ້ທີ່ໄດ້ຮັບໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນການເຄື່ອນໄຫວໜ້າທີ່ວຽກ ງານໃຫ້ປາກົດຜົນເປັນຈິງ. ຂ່າວ: ໄຊຍະສິດ ບັນຍາວົງ ພາບ: ເຂັມເພັດ ແສງທອງຄໍາ ທ່ານຢ່າງໃກ້ຊິດ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີ ລະຫວ່າງ ສອງປະເທດ ພວກເຮົາທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ກໍຄື ເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນ ພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນໄຊອັນປະເສີດ ມາຍັງທ່ານຈົ່ງ ມີສຸຂະພາບແຂງແຮງ, ມີຄວາມຜາ ສຸກ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນສະວິດເພື່ອນມິດສືບຕໍ່ມີ ຄວາມຜາສຸກ ແລະ ວັດທະນະຖາ ວອນ. ມັງກອນ 2024 ນີ້ວ່າ: ແຂວງທີ່ ມີອຸບັດເຫດເກີດຂຶ້ນຫລາຍກວ່າ ໝູ່ແມ່ນ ນະຄອນຫລວງວຽງຈັນ ອຸບັດເຫດເກີດ 18 ລາຍ, ເສຍຊີວິດ 6 ຄົນ, ແຂວງຈຳປາສັກ 17 ລາຍ, ບໍ່ມີຜູ້ເສຍຊີວິດ, ວຽງຈັນ 16 ລາຍ, ເສຍຊີວິດ 3 ຄົນ, ສະຫວັນນະເຂດ 13 ລາຍ, ບໍ່ມີຜູ້ເສຍຊີວິດ, ຄຳມ່ວນ 11 ລາຍ, ເສຍຊີວິດ 3 ຄົນ, ອັດຕະ ປື 10 ລາຍ, ເສຍຊີວິດ1 ຄົນ, ບໍລິ ຄຳໄຊ 10 ລາຍ, ເສຍຊີວິດ 2 ຄົນ, ຫລວງພະບາງ 10 ລາຍ,ບໍ່ມີຜູ້ເສຍ ຊີວິດ, ຫລວງນ້ຳທາ 8 ລາຍ, ເສຍ ຊີວິດ 2 ຄົນ, ຫົວພັນ 7 ລາຍ, ບໍ່ມີຜູ້ ເສຍຊີວິດ, ສາລະວັນ 6 ລາຍ, ບໍ່ ສ່ວນເຂົ້າໃນການປັບປຸງການຄຸ້ມ ຄອງບໍລິຫານຫ້ອງການກະຊວງ ໃຫ້ມີການຫັນປ່ຽນໃນຕໍ່ໜ້າໃຫ້ດີ ຂຶ້ນກວ່າເກົ່າ. ກອງປະຊຸມດັ່ງກ່າວ, ຍັງໄດ້ຮັບ ຟັງການສະຫລຸບລາຍງານ, ຕີລາຄາ ແລະ ປະເມີນຄືນຜົນງານໃນການ ຈັດຕັ້ງປະຕິບັດວຽກງານໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ທົບທວນຄືນ ດ້ານຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຊອກ ຫາວິທີການໃນການປັບປຸງແກ້ໄຂ ໃນຊຸມປີຕໍ່ໜ້າໃຫ້ດີຂຶ້ນເປັນກ້າວໆ. ຕະຫລອດໄລຍະ 1 ປີ ຜ່ານມາ, ມີຜູ້ເສຍຊີວິດ, ບໍ່ແກ້ວ 5 ລາຍ, ບໍ່ມີ ຜູ້ເສຍຊີວິດ, ຊຽງຂວາງ 4 ລາຍ, ເສຍຊີວິດ 1 ຄົນ, ຜົ້ງສາລີ 4 ລາຍ, ເສຍຊີວິດ 1 ຄົນ, ໄຊຍະບູລີ 4 ລາຍ, ເສຍຊີວິດ 1 ຄົນ, ເຊກອງ 3 ລາຍ, ບໍ່ມີຜູ້ເສຍຊີວິດ, ໄຊສົມບູນ 1 ລາຍ, ບໍ່ມີຜູ້ເສຍຊີວິດ ແລະ ແຂວງ ອຸດົມໄຊ 1 ລາຍ ບໍ່ມີຜູ້ເສຍຊີວິດ. ສຳລັບ ສາເຫດທີ່ພາໃຫ້ເກີດອຸ ບັດເຫດ ຍ້ອນຜູ້ຂັບຂີ່ບໍ່ປະຕິບັດຕາມ ກົດລະບຽບຈະລາຈອນວາງອອກ ຢ່າງເຄັ່ງຄັດ ເປັນຕົ້ນດື່ມສິ່ງມຶນ ເມົາແລ້ວຂັບລົດ, ຂັບລົດໄວເກີນ ກຳ ນົດ, ປ່ຽນທິດທາງກະທັນຫັນ, ແຊງ ບໍ່ຮັບປະກັນ, ບໍ່ຮັກສາໄລຍະຫ່າງ ແລະ ອື່ນໆ. ຂ່າວ: ທະນູທອງ ຫ້ອງການກະຊວງ ຮສສ ໄດ້ເອົາໃຈ ໃສ່ແລະຖືສຳຄັນການສຶກສາອົບຮົມ ການເມືອງແນວຄິດ ໃຫ້ພະນັກງານລັດຖະກອນຢ່າງຕໍ່ເນື່ອງ, ໄດ້ປະ ກອບສ່ວນສໍາຄັນໃນການເຄື່ອນ ໄຫວວຽກງານຂອງກະຊວງເຮັດ ໜ້າທີ່ເປັນເສນາທິການໃຫ້ແກ່ຄະ ນະນໍາກະຊວງໃນການອໍານວຍ ຄວາມສະດວກ, ປະສານສົມທົບ ວຽກງານກັບບັນດາກົມ, ອົງການ, ສະຖາບັນ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງນະຄອນຫລວງກໍຄືພາກສ່ວນຕ່າງໆ ໃນການຕິດຕາມ, ສັງລວມ ແລະ ລາຍງານບັນຫາຕ່າງໆທີ່ຕິດພັນກັບ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານ,ການຊີ້ແຈງແລະປະກອບ ຄຳເຫັນຕໍ່ກອງປະຊຸມຕ່າງໆທີ່ຕິດ ພັນກັບວຽກງານຂອງກະຊວງ; ວຽກງານຂໍ້ມູນຂ່າວສານ ແລະ ເຕັກ ໂນໂລຊີ ກໍໄດ້ມີການເຄື່ອນໄຫວຢ່າງ ຕັ້ງໜ້າ ໂດຍສະເພາະແມ່ນການ ອອກຂ່າວຕ່າງໆ ທີ່ຕິດພັນການ ເຄື່ອນໄຫວຂອງກະຊວງ, ຄະນະນຳ ກະຊວງ, ບັນດາກົມອ້ອມຂ້າງກະ ຊວງການເປັນກະບອກສຽງໃຫ້ ແກ່ກະຊວງໃນເຜີຍແຜ່ພາລະບົດ ບາດ ແລະ ການເຄື່ອນໄຫວຂອງຕົນ ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈໄດ້ທັນ ກັບເວລາເປັນຢ່າງດີ; ພ້ອມທັງການ ຕອບສະໜອງວຽກຫັນເປັນທັນສະ ໄໝຂອງກະຊວງ ກໍໄດ້ມີການສ້າງ ລະບົບ E-office ແລະ ຈັດຝຶກອົບ ຮົມການນຳໃຊ້ໃຫ້ພາກສ່ວນຕ່າງໆ ສຳເລັດ ລວມທັງການສຶກສາຄວາມ ຕ້ອງການໃນການປັບປຸງພື້ນຖານ ໂຄງລ່າງດ້ານອິນເຕີເນັດເພື່ອຮອງ ຮັບລະບົບດັ່ງກ່າວ ຖ້າມີການປັບປຸງ ສຳເລັດ ກໍຈະໄດ້ເລີ່ມນຳໃຊ້ລະບົບ E-office ຢ່າງເປັນຮູບປະທຳຂຶ້ນ. ວຽກນິຕິກຳ, ວຽກສົ່ງເສີມຄວາມ ກ້າວໜ້າແມ່ຍິງ,ແມ່ແລະເດັກກໍເປັນ ເສນາທິການສຳຄັນໃຫ້ແກ່ກະຊວງ ໃນການຕິດຕາມ, ປະສານງານ, ສະ ຫລຸບລາຍງານວຽກງານດັ່ງກ່າວ ໃນແຕ່ໄລຍະຢ່າງເປັນປົກກະຕິຕໍ່ ເນື່ອງ ແລະ ອື່ນໆ ຂໍ້ມູນ-ພາບ: ຂ່າວສານ ຮສສ

RkJQdWJsaXNoZXIy MTc3MTYxMQ==