g-dv' 9tl6h -q ora fmtok glf4tdy f.sh 0tspkp8q ;.o]tfa [ 6% lb dlkles];f7;k,gxa owxwfh 37'dko w22h krt]a ''ko76 j 4j kosu o c]t -u ;t,;o w]ptlqj 'mh kpxu gdqj k 8h voIa [xu .\j 2024 mq j ;xtgmf,u v5 [a fgsfgdu f0B o 148 ]kp lkoltcf'7;k,glQ klts]q f.9 lkoltcf'7;k,-q ,g-u p sh v'dkodt-;' Ill 8h v'sa oxj Po 1j k'g]y dg-y j ' Iv[fh ko 3xj '.lc[[,n vk-u [ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 04.01.2024 ປີທີ 23 ສະບັບທີ 5.843 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ ອ່ານຕໍ່ໜ້າ 7 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 c0;';P'9a o 9tfb 'f6 foa dmj v'mj P; .sh wfh 9 clod;j k7q o .oxu 2024 sk]n dtdP,7;k,rh v,dkogxa oxtmko glq k7E;a fmtotme{la '7q ,vk-Po ຂປລ. ໃນວັນທີ 2 ມັງກອນ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງ ທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ຕໍ່ເຫດການແຜ່ນດິນໄຫວຢູ່ ແຂວງອິຊິ ກາວະ ປະເທດຍີ່ປຸ່ນ ໃນວັນທີ 1 ມັງກອນ 2024 ຜ່ານມາ. ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າຮູ້ສຶກເສົ້າສະຫລົດໃຈທີ່ໄດ້ຮັບ ຊາບຂ່າວເຫດການແຜ່ນດິນໄຫວຮຸນແຮງຢູ່ເຂດພາກກາງ ແຄມຝັ່ງທະ ເລທາງພາກຕາເວັນຕົກສ່ຽງເໜືອຂອງປະເທດຍີ່ປຸ່ນ ໂດຍສະເພາະແມ່ນ ແຂວງອິຊິກາວະ ໃນວັນທີ1 ມັງກອນ 2024 ຜ່ານມາ ເຊິ່ງໄດ້ສ້າງຄວາມ ເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຍີ່ປຸ່ນ ຢູ່ເຂດດັ່ງກ່າວ. ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 8 dv'ra o 586 dP,7;k,rh v, lts]v';a olh k'8A 'dv'ma [ 7q [Iv[ 75 xu ຂປລ. ເພື່ອກະກຽມຄວາມພ້ອມ ຮັບປະກັນໃຫ້ແກ່ການສະເຫລີມສະ ຫລອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 75 ປີ ໃຫ້ມີບັນ ຍາກາດຄຶກຄື້ນ ແລະ ເຕັມໄປດ້ວຍ ຄວາມໝາຍຄວາມສຳຄັນຢ່າງເລິກ ເຊິ່ງ, ກອງພັນນ້ອຍເຄື່ອນທີ່ໄວ 586 ກອງພັນໃຫຍ່11 ກໍໄດ້ຫ້າງກະກຽມ ຄວາມພ້ອມຮອບດ້ານ ເພື່ອສະ ຫລອງວັນສຳຄັນດັ່ງກ່າວ. ສະຫາຍພັນຕີພອນສັກສິດທິເດດ ຮອງຫົວໜ້າການທະຫານກອງພັນ ນ້ອຍເຄື່ອນທີ່ໄວ 586 ໄດ້ໃຫ້ຮູ້ວ່າ: ອີງຕາມທິດຊີ້ນຳຂອງຄະນະພັກຄະນະບັນຊາກອງພັນໃຫຍ່ທີ11,ຄະ ນະພັກ-ຄະນະບັນຊາກອງພັນນ້ອຍ ເຄື່ອນທີ່ໄວ 586 ກໍໄດ້ເອົາໃຈໃສ່ ກະກຽມບັນດາແຜນການ, ກຳລັງ ພົນ, ພາຫະນະ-ອາວຸດ ແລະ ເອົາໃຈ ໃສ່ນຳພາ-ຊີ້ນຳພະນັກງານ-ນັກຮົບ ຝຶກແອບ-ຮ່ຳຮຽນຢ່າງຕໍ່ເນື່ອງ ເພື່ອ ເຮັດໃຫ້ກຳລັງມີຄວາມເປັນເອກະ ພາບ, ບັນດາທ່າ, ຈັງຫວະ, ບາດ ກ້າວ, ໃຫ້ມີຄວາມຊຳນິຊຳນານທາງ ດ້ານການນຳໃຊ້ພາຫະນະ-ອາວຸດ ແລະ ຮັກສາໄດ້ຄວາມປອດໄພ. ນອກຈາກການກະກຽມສະ ເຫລີມສະຫລອງວັັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ, ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 6 dt-;'p5 8y me leg]a f/b dvq [Iq , ;Pdmt[Polko ຂປລ. ເມື່ອບໍ່ດົນມານີ້, ກະຊວງ ຍຸຕິທຳ ໄດ້ສຳເລັດຊຸດຝຶກອົບຮົມ ວຽກງານທະບຽນສານ ໂດຍການ ເປັນປະທານຂອງ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງ ຍຸຕິທຳ, ມີຫົວໜ້າກົມ, ຮອງຫົວໜ້າ ກົມ, ຫົວໜ້າ, ຮອງຫົວໜ້າສະຖາ ບັນຍຸຕິທໍາແຫ່ງຊາດ, ຄະນະຮັບຜິດ ຊອບ, ຄູ-ອາຈານ ແລະ ສໍາມະນາ ກອນເຂົ້າຮ່ວມ. ໃນພິທີທ່ານ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງ ພາບປະກອບ ພາບປະກອບ ຂປລ. ໃນໂອກາດເຂົ້າຮ່ວມກອງ ປະຊຸມສະຫລຸບວຽກງານປະຈໍາປີ 2023 ຂອງຫ້ອງການກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ (ຮສສ) ເມື່ອບໍ່ດົນມານີ້, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ ໄດ້ເນັ້ນໃຫ້ຫ້ອງການກະຊວງ ເອົາໃຈໃສ່ເພີ່ມທະວີການເປັນເສນາ ທິການໃຫ້ບັນດາຄະນະນຳດ້ວຍ ຄວາມຮັບຜິດຊອບສູງ, ປັບປຸງແບບ ແຜນວິທີການເຮັດວຽກບົນຫລັກ ການນໍາພາແບບລວມສູນປະຊາທິ ປະໄຕ, ນໍາພາເປັນໝູ່ຄະນະ. ແບ່ງ ວຽກໃຫ້ບຸກຄົນຮັບຜິດຊອບ, ມີການ ຂປລ. ໄລຍະສະເຫລີມສະຫລອງ ສົ່ງທ້າຍປີເກົ່າ 2023 ຕ້ອນຮັບປີໃໝ່ 2024 ນັບແຕ່ວັນທີ 29 ທັນວາ 2023 ຫາວັນທີ 2 ມັງກອນ 2024 ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງ ໝົດ 148 ລາຍ, ເສຍຊີວິດ 21 ຄົນ, ໄດ້ຮັບບາດເຈັບ 227 ຄົນ, ທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ ອຸບັດເຫດຫລຸດຫລົງ 42 ລາຍ, ເສຍຊິວິດຫລຸດລົງ 5 ຄົນ. ທ່ານ ພັນໂທ ແກ້ວມາລາ ແສງ ທອງ ຮອງຫົວໜ້າກົມຕໍາຫລວດ ຈະລາຈອນ ໄດ້ໃຫ້ຮູ້ໃນວັນທີ 3 ຂປລ. ວັນທີ 1 ມັງກອນ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ນາງ ວີໂອລາ ອາມແອກ ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ ໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທາ ນາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ. ເນື້ອໃນສານໄດ້ລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນ ຕົວ, ຂ້າພະເຈົ້າຂໍສະແດງຄວາມຍິນດີ ແລະ ສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງທ່ານ ເນື່ອງໃນໂອກາດທີ່ທ່ານໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳ ແໜ່ງເປັນປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍບົດຮຽນ ແລະ ປະສົບ ການອັນອຸດົມສົມບູນແຫ່ງການນຳພາຂອງທ່ານ, ສະມາພັນທະລັດ ສະວິດຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ວັດທະນະ ຖາວອນຍິ່ງໆຂຶ້ນ. ຂ້າພະເຈົ້າ ມີຄວາມຍິນດີທີ່ຈະເຮັດວຽກຮ່ວມກັບ ຕິດຕາມ, ກວດກາ, ຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ, ແກ້ໄຂບັນຫາ ທີ່ຄົງຄ້າງ ຢ່າງເປັນລະບົບຄົບຊຸດ ເພື່ອເຮັດໃຫ້ທຸກໜ້າວຽກງານ ສາ ມາດຂັບເຄື່ອນໄປໄດ້ເປັນຢ່າງດີ, ພ້ອມທັງຕ້ອງຫັນປ່ຽນຢ່າງເລິກ ເຊິ່ງ, ຮອບດ້ານ, ໂປ່ງໃສແບບມືອາ ຊີບໂດຍຖືເອົາການບໍລິຫານບໍລິການ ດ້ວຍຄຳຂວັນທີວ່າ “ເຮັດວຽກດີມີ ລະບົບບໍລິການຄົບດ້ວຍນ້ຳໃຈ”. ພ້ອມນີ້, ທ່ານລັດຖະມົນຕີ ຮສສ ຍັງໄດ້ເນັ້ນໃຫ້ຫ້ອງການກະຊວງ ກໍຄືພະນັກງານ-ລັດຖະກອນທັງໝົດ ນຳເອົາໄປຄົ້ນຄວ້າຕື່ມ ເພື່ອປະກອບ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 04/01/2024 xtgmf]k; ສານສະແດງຄວາມເສົ້າ... ກອງພັນ 586... ຫາລືກະກຽມຄວາມພ້ອມ... ກະຊວງຍຸຕິທຳ ສຳເລັດ.. ໄລຍະສົ່ງທ້າຍປີເກົ່າ... ຫ້້້ອງການກະຊວງ... ສານສະແດງຄວາມຊົມເຊີຍ ຕາງໜ້າໃຫ້ລັດຖະບານ ແລະ ປະຊາ ຊົນ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍຄືໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສະແດງ ຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດ ຊຶ້ງມາຍັງທ່ານແລະຜ່ານທ່ານໄປຍັງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນໂດຍ ສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າຈາກເຫດການ ໄພພິບັດທາງທຳມະຊາດໃນຄັ້ງນີ້. ຂ້າພະເຈົ້າ ເຊື່ອໝັ້ນວ່າດ້ວຍ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງ ລັດຖະບານຍີ່ປຸ່ນ, ປະຊາຊົນຍີ່ປຸ່ນ ຈະສາມາດຜ່ານຜ່າຄວາມຫຍຸ້ງ ຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການ ເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ. ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດ ກອງປະຊຸມປຶກສາຫາລື ແລະ ແລກ ປ່ຽນຄວາມຄິດເຫັນໃນການກະ ກຽມການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຂອງ ເສົາຄໍ້າວັດທະນະທໍາ-ສັງຄົມ ອາ ຊຽນ ໃນວັນທີ 3 ມັງກອນ 2024 ພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນວ່າ: ກອງປະ ຊຸມໃນຄັ້ງນີ້,ຈະໄດ້ຮັບຟັງການລາຍ ງານຄວາມຄືບໜ້າ ບັນດາໜ້າວຽກ ໃນການກະກຽມການເປັນປະທານ ອາຊຽນຂອງ ສປປ ລາວ. ສຳລັບ ການກະກຽມເປັນເຈົ້າພາບກອງ ປະຊຸມສະພາປະຊາຄົມວັດທະນະ ທຳສັງຄົມອາຊຽນ ໃນປີ 2024 ພວກເຮົາໄດ້ມີການປະຊຸມພາຍໃນ ຫລາຍຄັ້ງ ແລະ ໄດ້ມີແຜນການຈັດ ກອງປະຊຸມລັດຖະມົນຕີສະພາປະ ຊາຄົມວັດທະນະທຳ-ສັງຄົມອາ ຊຽນ ຈຳນວນ 2 ຄັ້ງ ຄື: ຄັ້ງທີ 31 ແລະຄັ້ງທີ32. ສ່ວນກອງປະຊຸມລັດ ຖະມົນຕີສະພາປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ ຄັ້ງທີ 31 ແລະ ກອງປະຊຸມປິ່ນອ້ອມແມ່ນຈະໄດ້ຈັດ ຂຶ້ນໃນວັນທີ 25-30 ມີນາ 2024 ຢູ່ແຂວງຫລວງພະບາງ. ສ່ວນກອງ ປະຊຸມລັດຖະມົນຕີສະພາປະຊາ ຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຄາດວ່າຈະຈັດຂຶ້ນ ໃນວັນ ທີ23-27ກັນຍາ 2024 ທີ່ນະຄອນ ຫລວງວຽງຈັນ. ພ້ອມນີ້, ທ່ານຍັງ ສະເໜີໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນ ສຸມສະຕິປັນຍາແລກຄວາມຄິດເຫັນ ເຊິ່ງກັນ ແລະ ກັນ ເພື່ອຮັບປະກັນ ຄວາມພ້ອມໃນທຸກດ້ານ. ໂອກາດນີ້,ທ່ານຄຳພູ ເພັຍສັກຂາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ, ເຈົ້າໜ້າທີ່ອາວຸ ໂສປະຊາຄົມວັດທະນະທຳ-ສັງຄົມ ອາຊຽນລາວ ໄດ້ລາຍງານບັນດາ ກົມກອງຍັງໄດ້ນຳພາພະນັກງານນັກຮົບຝຶກແອບຮ່ຳຮຽນປັບປຸງກໍ່ ສ້າງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງເປັນປະຈຳ ໂດຍຖືເອົາ ການສຶກສາອົບຮົມການເມືອງ-ນຳ ພາແນວຄິດເປັນປັດໄຈໜຶ່ງທີ່ສຳຄັນ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມ, ເຂົ້າໃຈແຈ້ງຕໍ່ໜ້າທີ່ການ ເມືອງຂອງຕົນ, ສ້າງທັດສະນະແນວ ຄິດໃຫ້ນາຍ ແລະ ພົນທະຫານມີນໍ້າ ໃຈປະຕິວັດບຸກ, ຫ້າວຫັນ ແລະ ປະ ກອບສ່ວນເຂົ້າຮ່ວມວຽກງານອົບ ຮົມຫັດແອບຢ່າງເປັນເຈົ້າການແນ ໃສ່ສ້າງໃຫ້ກົມກອງມີລະບຽບວິໄນ ເຂັ້ມງວດ, ກາຍເປັນກົມກອງທີ່ມີ ລະບຽບແບບແຜນ ແລະ ທັນສະໄໝ ຂຶ້ນເທື່ອລະກ້າວ. ຂ່າວ: ເຄນ ພົມສະຫວັດ ຫົວຂໍ້ບຸລິມະສິດ ຂອງເສົາຄໍ້າວັດທະ ນະທໍາ-ສັງຄົມອາຊຽນຄື: ບຸລິມະສິດ ທີ 1 ດ້ານວັດທະນະທຳ: ສົ່ງເສີມບົດ ບາດວັດທະນະທໍາ ແລະ ສິລະປະ ໃນ ອາຊຽນ ໃຫ້ກວມລວມ ແລະ ຍືນຍົງ ເຊິ່ງໄດ້ຮັບຮອງ ແລະ ເຫັນດີ ຢູ່ກອງປະຊຸມເຈົ້າໜ້າທີ່ອາວຸໂສວັດ ທະນະທໍາ ແລະ ສິລະປະອາຊຽນ ຄັ້ງທີ 19 ໃນວັນທີ 24 ຕຸລາ 2023 ທີ່ວັງວຽງ, ແຂວງວຽງຈັນ ແລ້ວ. ປັດຈຸບັນ, ພວມຢູ່ໃນຂັ້ນຕອນການຂໍ ການຮັບຮອງຈາກທ່ານລັດຖະມົນ ຕີວັດທະນະທໍາ ແລະ ສິລະປະ ຈາກ ບັນດາປະເທດສະມາຊິກອາຊຽນ ໂດຍຜ່ານທາງຈົດໝາຍເອເລັກໂຕຣ ນິກ ເຊິ່ງທ້າຍເດືອນມັງກອນນີ້ຈະ ສໍາເລັດ. ພ້ອມກັນນັ້ນ, ກໍເພື່ອສະເໜີ ໃຫ້ຜູ້ນຳອາຊຽນຮັບຮອງໃນກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ທີ່ນະຄອນຫລວງວຽງຈັນ ປີ 2024 ໂດຍຜ່ານການຮັບຮອງໃນກອງປະ ຊຸມລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ໃນວັນທີ 25-30 ມີນາ 2024 ທີ່ຫລວງພະບາງ ເຊິ່ງແນວຄວາມ ຄິດລິເລິ່ມ ຈາກຖະແຫລງການວັງ ວຽງ ວ່າດ້ວຍການສົ່ງເສີມຜະລິດ ຕະພັນ ວັດທະນະທຳຂະໜາດນ້ອຍ ແລະ ຂະໜາດກາງຄຽງຄູ່ກັບການ ເຕີບໂຕສີຂຽວ ແລະ ການພັດທະນາ ແບບຍືນຍົງ ເຊິ່ງກິດຈະກຳສະໜັບ ສະໜູນປະກອບມີ: ການສະແດງ ສິລະປະທີ່ດີເດັ່ນອາຊຽນ 2024: ເວທີໜຶ່ງດຽວ; ກິດຈະກຳຜະລິດ ຕະພັນວິຈິດສິນທີ່ສ້າງສັນຊາວໜຸ່ມ ອາຊຽນ-ຍີ່ປຸ່ນ; ບຸນມະໂຫລານດົນ ຕີອາຊຽນ-ສ ເກົາຫລີ 2024; ກິດ ຈະກຳແລກປ່ຽນເຄື່ອງດົນຕີສຳລັບ ນັກຮຽນອາຊຽນ; ສຳມະນາກ່ຽວ ກັບເຈ້ຍປໍສາ ເພື່ອສົ່ງເສີມການ ປອດປລາສຕິກ ໃນອາຊຽນ; ການ ເຜີຍແຜ່ມໍລະດົກວັດທະນະທຳຕາມ ແລວລົດໄຟ ເພື່ອຊຸກຍູ້ການເຊື່ອມ ໂຍງນຳໄປສູ່ຄວາມຫລາກຫລາຍ ຂອງອາຊຽນ. ສຳລັບບຸລິມະສິດທີ 2 ການສົ່ງ ເສີມການຮ່ວມມືດ້ານສິ່ງແວດ ລ້ອມ: ຄວາມທົນທານຕໍ່ການປ່ຽນ ແປງດິນຟ້າອາກາດເຊິ່ງແນວຄວາມ ຄິດລິເລິ່ມ ຈາກຖະແຫລງການຮ່ວມ ອາຊຽນ ວ່າດ້ວຍການປ່ຽນແປງດິນ ຟ້າອາກາດຕໍ່ກອງປະຊຸມລັດພາຄີ ສົນທິສັນຍາວ່າດ້ວຍການປ່ຽນ ແປງດິນຟ້າອາກາດຄັ້ງທີ 29, ການ ສ້າງແຜນງານກ່ຽວກັບການຈັດ ຕັ້ງປະຕິບັດແຜນແມ່ບົດດ້ານບັນ ຫາມົນລະພິດໝອກ ຄວັນຂ້າມຊາຍ ແດນ, ຂອບແຜນງານອາຊຽນກ່ຽວ ກັບມົນລະພິດຈາກປລາສຕິກ ແລະ ເສດຖະກິດໝູນວຽນ ແລະ ແຜນ ງານການສ້າງຄວາມສາມາດ ສໍາ ລັບອາຊຽນ ເພື່ອການເຂົ້າເຖິງການ ເງິນສີຂຽວ; ບຸລິມະສິດທີ 3 ແມ່ຍິງ ແລະ ເດັກນ້ອຍ: ການສົ່ງເສີມບົດ ບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອການຫັນປ່ຽນພຶດຕິກຳໃນອາ ຊຽນ ເຊິ່ງແນວຄວາມຄິດລິເລິ່ມ ຈາກຖະແຫລງການວ່າດ້ວຍການ ເສີມຂະຫຍາຍເສດຖະກິດການດູ ແລແລະຄວາມເຂັ້ມແຂງ ເພື່ອນໍາໄປ ສູ່ປະຊາຄົມອາຊຽນ ຫລັງປີ 2025 ໂດຍມີກິດຈະກຳສະໜັບສະໜູນ ກອງປະຊຸມສຸດຍອດການນໍາແມ່ ຍິງອາຊຽນ ຄັ້ງທີ 3: ເສີມຂະຫຍາຍ ເສດຖະກິດການດູແລ ແລະ ຄວາມ ເຂັ້ມແຂງ ເພື່ອນໍາໄປສູ່ປະຊາຄົມ ອາຊຽນ ຫລັງປີ 2025; ບຸລິມະສິດ ທີ4 ດ້ານສາທາລະນະສຸກ: ການຫັນ ປ່ຽນການປັບປຸງສຸຂະພາບຂອງອາ ຊຽນໃນສະພາບການໃໝ່ ເຊິ່ງແນວ ຄວາມຄິດລິເລິ່ມຈາກຖະແຫລງ ການຂອງຜູ້ນໍາອາຊຽນກ່ຽວກັບ ຄວາມປອດໄພ ແລະ ຄວາມໝັ້ນຄົງ ດ້ານຊີວະພາບ; ການສ້າງແຜນງານ ຈັດຕັ້ງປະຕິບັດຖະແຫລງການຂອງ ຜູ້ນໍາອາຊຽນ ກ່ຽວກັບການຢຸດຕິ ຄວາມບໍ່ເທົ່າທຽມກັນ ແລະ ກ້າວໄປ ເຖິງການຢຸດຕິການແພ່ລະບາດ ຂອງພະຍາດເອດ ພາຍໃນປີ 2030. ຂ່າວ: ກິດຕາ, ພາບ: ວັນເພັງ ຊາດ ໄດ້ຜ່ານບົດລາຍງານຜົນສໍາ ເລັດຝຶກອົບຮົມວຽກງານທະບຽນ ສານຂອງກະຊວງຍຸຕິທຳ ໂດຍການ ສົມທົບກັນລະຫວ່າງສະຖາບັນຍຸ ຕິທໍາແຫ່ງຊາດ ກັບກົມທະບຽນ ສານ, ມີຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາ ຈາກກົມທະບຽນສານ, ບັນດາພະ ແນກຍຸຕິທໍາແຂວງ, ຫ້ອງການຍຸຕິ ທໍາເມືອງ ໃນຂອບເຂດທົ່ວປະເທດ. ທັງນີ້, ກໍເພື່ອໃຫ້ພະນັກງານທະ ບຽນສານມີຄວາມຮັບຮູ້ເຂົ້າໃຈຕໍ່ ແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ມີທັດສະນະຫລັກ ໝັ້ນ, ມີຈັນຍາບັນວິຊາຊີບ ແລະ ມີ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກ ງານ, ເປັນການຍົກລະດັບໃຫ້ພະນັກ ງານທະບຽນສານຜູ້ທີ່ຍັງບໍ່ທັນໄດ້ ຜ່ານການຝຶກອົບຮົມເຂົ້າໃຈກ່ຽວ ກັບພາລະບົດບາດ ແລະ ໜ້າທີ່ຂອງ ຕົນ, ກາຍເປັນພະນັກງານທະບຽນ ສານ ທີ່ມີຄວາມໜັກແໜ້ນທາງດ້ານ ວິຊາການ ເປັນຕົ້ນ ແມ່ນເພີ່ມຄວາມ ຮັບຮູ້ແລະຄວາມເຂົ້າໃຈກ່ຽວກັບ ທັກສະການຄົ້ນຄວ້າ ແລະ ກວດກາ ສັນຍາ, ກວດກາເອກະສານໃຫ້ມີ ຄວາມຖືກຕ້ອງກັບຄວາມເປັນຈິງ ແລະ ສອດຄ່ອງກັບກົດໝາຍ ເຊິ່ງ ເປັນການປະກອບສ່ວນໂດຍກົງເຂົ້າ ໃນການສ້າງລັດທີ່ປົກຄອງດ້ວຍກົດ ໝາຍເທື່ອລະກ້າວ. ພ້ອມນີ້, ທ່ານ ເກດສະໜາ ພົມ ມະຈັນ ຮອງລັດຖະມົນຕີກະຊວງຍຸ ຕິທໍາກໍໄດ້ມີຄຳເຫັນຕໍ່ຜົນສຳເລັດ ຂອງການຝຶກອົບຮົມຄັ້ງນີ້ວ່າ: ຊຸດ ອົບຮົມຄັ້ງນີ້, ຈະເປັນການສ້າງ ເງື່ອນໄຂ ແລະ ບາດກ້າວການຫັນ ປ່ຽນໃໝ່ໃນວຽກງານທະບຽນສານ, ເປັນກຳລັງແຮງໃຫ້ພະນັກງານຂັ້ນ ສູນກາງ, ພະນັກງານຂັ້ນທ້ອງຖິ່ນ ໃນວຽກດັ່ງກ່າວ ແລະ ຜູ້ທີ່ສໍາເລັດ ການຝຶກອົບຮົມຈະໄດ້ນຳເອົາຄວາມ ຮູ້ທີ່ໄດ້ຮັບໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນການເຄື່ອນໄຫວໜ້າທີ່ວຽກ ງານໃຫ້ປາກົດຜົນເປັນຈິງ. ຂ່າວ: ໄຊຍະສິດ ບັນຍາວົງ ພາບ: ເຂັມເພັດ ແສງທອງຄໍາ ທ່ານຢ່າງໃກ້ຊິດ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີ ລະຫວ່າງ ສອງປະເທດ ພວກເຮົາທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ກໍຄື ເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນ ພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນໄຊອັນປະເສີດ ມາຍັງທ່ານຈົ່ງ ມີສຸຂະພາບແຂງແຮງ, ມີຄວາມຜາ ສຸກ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນສະວິດເພື່ອນມິດສືບຕໍ່ມີ ຄວາມຜາສຸກ ແລະ ວັດທະນະຖາ ວອນ. ມັງກອນ 2024 ນີ້ວ່າ: ແຂວງທີ່ ມີອຸບັດເຫດເກີດຂຶ້ນຫລາຍກວ່າ ໝູ່ແມ່ນ ນະຄອນຫລວງວຽງຈັນ ອຸບັດເຫດເກີດ 18 ລາຍ, ເສຍຊີວິດ 6 ຄົນ, ແຂວງຈຳປາສັກ 17 ລາຍ, ບໍ່ມີຜູ້ເສຍຊີວິດ, ວຽງຈັນ 16 ລາຍ, ເສຍຊີວິດ 3 ຄົນ, ສະຫວັນນະເຂດ 13 ລາຍ, ບໍ່ມີຜູ້ເສຍຊີວິດ, ຄຳມ່ວນ 11 ລາຍ, ເສຍຊີວິດ 3 ຄົນ, ອັດຕະ ປື 10 ລາຍ, ເສຍຊີວິດ1 ຄົນ, ບໍລິ ຄຳໄຊ 10 ລາຍ, ເສຍຊີວິດ 2 ຄົນ, ຫລວງພະບາງ 10 ລາຍ,ບໍ່ມີຜູ້ເສຍ ຊີວິດ, ຫລວງນ້ຳທາ 8 ລາຍ, ເສຍ ຊີວິດ 2 ຄົນ, ຫົວພັນ 7 ລາຍ, ບໍ່ມີຜູ້ ເສຍຊີວິດ, ສາລະວັນ 6 ລາຍ, ບໍ່ ສ່ວນເຂົ້າໃນການປັບປຸງການຄຸ້ມ ຄອງບໍລິຫານຫ້ອງການກະຊວງ ໃຫ້ມີການຫັນປ່ຽນໃນຕໍ່ໜ້າໃຫ້ດີ ຂຶ້ນກວ່າເກົ່າ. ກອງປະຊຸມດັ່ງກ່າວ, ຍັງໄດ້ຮັບ ຟັງການສະຫລຸບລາຍງານ, ຕີລາຄາ ແລະ ປະເມີນຄືນຜົນງານໃນການ ຈັດຕັ້ງປະຕິບັດວຽກງານໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ທົບທວນຄືນ ດ້ານຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຊອກ ຫາວິທີການໃນການປັບປຸງແກ້ໄຂ ໃນຊຸມປີຕໍ່ໜ້າໃຫ້ດີຂຶ້ນເປັນກ້າວໆ. ຕະຫລອດໄລຍະ 1 ປີ ຜ່ານມາ, ມີຜູ້ເສຍຊີວິດ, ບໍ່ແກ້ວ 5 ລາຍ, ບໍ່ມີ ຜູ້ເສຍຊີວິດ, ຊຽງຂວາງ 4 ລາຍ, ເສຍຊີວິດ 1 ຄົນ, ຜົ້ງສາລີ 4 ລາຍ, ເສຍຊີວິດ 1 ຄົນ, ໄຊຍະບູລີ 4 ລາຍ, ເສຍຊີວິດ 1 ຄົນ, ເຊກອງ 3 ລາຍ, ບໍ່ມີຜູ້ເສຍຊີວິດ, ໄຊສົມບູນ 1 ລາຍ, ບໍ່ມີຜູ້ເສຍຊີວິດ ແລະ ແຂວງ ອຸດົມໄຊ 1 ລາຍ ບໍ່ມີຜູ້ເສຍຊີວິດ. ສຳລັບ ສາເຫດທີ່ພາໃຫ້ເກີດອຸ ບັດເຫດ ຍ້ອນຜູ້ຂັບຂີ່ບໍ່ປະຕິບັດຕາມ ກົດລະບຽບຈະລາຈອນວາງອອກ ຢ່າງເຄັ່ງຄັດ ເປັນຕົ້ນດື່ມສິ່ງມຶນ ເມົາແລ້ວຂັບລົດ, ຂັບລົດໄວເກີນ ກຳ ນົດ, ປ່ຽນທິດທາງກະທັນຫັນ, ແຊງ ບໍ່ຮັບປະກັນ, ບໍ່ຮັກສາໄລຍະຫ່າງ ແລະ ອື່ນໆ. ຂ່າວ: ທະນູທອງ ຫ້ອງການກະຊວງ ຮສສ ໄດ້ເອົາໃຈ ໃສ່ແລະຖືສຳຄັນການສຶກສາອົບຮົມ ການເມືອງແນວຄິດ ໃຫ້ພະນັກງານລັດຖະກອນຢ່າງຕໍ່ເນື່ອງ, ໄດ້ປະ ກອບສ່ວນສໍາຄັນໃນການເຄື່ອນ ໄຫວວຽກງານຂອງກະຊວງເຮັດ ໜ້າທີ່ເປັນເສນາທິການໃຫ້ແກ່ຄະ ນະນໍາກະຊວງໃນການອໍານວຍ ຄວາມສະດວກ, ປະສານສົມທົບ ວຽກງານກັບບັນດາກົມ, ອົງການ, ສະຖາບັນ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງນະຄອນຫລວງກໍຄືພາກສ່ວນຕ່າງໆ ໃນການຕິດຕາມ, ສັງລວມ ແລະ ລາຍງານບັນຫາຕ່າງໆທີ່ຕິດພັນກັບ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານ,ການຊີ້ແຈງແລະປະກອບ ຄຳເຫັນຕໍ່ກອງປະຊຸມຕ່າງໆທີ່ຕິດ ພັນກັບວຽກງານຂອງກະຊວງ; ວຽກງານຂໍ້ມູນຂ່າວສານ ແລະ ເຕັກ ໂນໂລຊີ ກໍໄດ້ມີການເຄື່ອນໄຫວຢ່າງ ຕັ້ງໜ້າ ໂດຍສະເພາະແມ່ນການ ອອກຂ່າວຕ່າງໆ ທີ່ຕິດພັນການ ເຄື່ອນໄຫວຂອງກະຊວງ, ຄະນະນຳ ກະຊວງ, ບັນດາກົມອ້ອມຂ້າງກະ ຊວງການເປັນກະບອກສຽງໃຫ້ ແກ່ກະຊວງໃນເຜີຍແຜ່ພາລະບົດ ບາດ ແລະ ການເຄື່ອນໄຫວຂອງຕົນ ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈໄດ້ທັນ ກັບເວລາເປັນຢ່າງດີ; ພ້ອມທັງການ ຕອບສະໜອງວຽກຫັນເປັນທັນສະ ໄໝຂອງກະຊວງ ກໍໄດ້ມີການສ້າງ ລະບົບ E-office ແລະ ຈັດຝຶກອົບ ຮົມການນຳໃຊ້ໃຫ້ພາກສ່ວນຕ່າງໆ ສຳເລັດ ລວມທັງການສຶກສາຄວາມ ຕ້ອງການໃນການປັບປຸງພື້ນຖານ ໂຄງລ່າງດ້ານອິນເຕີເນັດເພື່ອຮອງ ຮັບລະບົບດັ່ງກ່າວ ຖ້າມີການປັບປຸງ ສຳເລັດ ກໍຈະໄດ້ເລີ່ມນຳໃຊ້ລະບົບ E-office ຢ່າງເປັນຮູບປະທຳຂຶ້ນ. ວຽກນິຕິກຳ, ວຽກສົ່ງເສີມຄວາມ ກ້າວໜ້າແມ່ຍິງ,ແມ່ແລະເດັກກໍເປັນ ເສນາທິການສຳຄັນໃຫ້ແກ່ກະຊວງ ໃນການຕິດຕາມ, ປະສານງານ, ສະ ຫລຸບລາຍງານວຽກງານດັ່ງກ່າວ ໃນແຕ່ໄລຍະຢ່າງເປັນປົກກະຕິຕໍ່ ເນື່ອງ ແລະ ອື່ນໆ ຂໍ້ມູນ-ພາບ: ຂ່າວສານ ຮສສ
xtgmf]k; 3 04/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ g;Q kg4y '7erq ;ra o da [ 8k (2) cdh [a ofk0vf0h v'7k X4h k,u ? ໂດຍ: ຄ້ອງໃໝ່ mkfcmh c]t ,6 og-N v0v'dv'ma [xt-k-q o]k; * ຕາສໍາຄັນແນວໃດສໍາລັບຄົນສັດ ພວກເຮົາຮັບຮູ້ນໍາກັນ, ບົດວັນ ນີ້ນໍາເອົາຄໍາຈໍານວນໜຶ່ງທີ່ບອກ ອາການ, ຄຸນລັກສະນະ...ຂອງຕາ ມາທົບທວນນໍາກັນ ເລີ່ມຕົ້ນປີໃໝ່ 2024. ຄໍາ “ເສື້ອງ” ເປັນຄໍາກິລິຍາ ຫລື ກໍາມະ ໝາຍເຖິງອາການແນມ ຫລື ເບິ່ງແຕ່ພຽງເຄິ່ງຕາ; ເປັນຄໍາ ຄຸນນາມ ໝາຍເຖິງ ເຫລ່ວ, ບໍ່ສະເໝີ ດັ່ງ ຕາເສື້ອງ ໝາຍເຖິງ ຕາບໍ່ສະເໝີ ກັນ. ຄໍານີ້ປົກກະຕິນິຍົມໃຊ້ສະເພາະ ແຕ່ກັບຕາ. “ຄ້າງ” ເປັນກໍາມະ ໝາຍເຖິງ ຕິດ, ຄາຢູ່ເທິງ, ວາງຢູ່ຂ້າງເທິງ, ແຮມ, ຮັ້ງ, ຍັງບໍ່ແລ້ວ ເຊັ່ນ ເດືອນ ບໍ່ຕົກ ເອີ້ນ ເດືອນຄ້າງ, ຕາບໍ່ຫລັບ ຫລື ຫລັບບໍ່ລົງ ເອີ້ນ ຕາຄ້າງ. “ຈາວ” ເປັນຄໍານາມໝາຍເຖິງ ສິ່ງທີ່ພາໃຫ້ເກີດໜໍ່ ອັນທີ່ປົ່ງຢູ່ໃນ ໝາກໄມ້...ດັ່ງຈາວໝາກພ້າວ, ຈາວຕານ, ຈາວຖົ່ວ...ຄໍານີ້ ຍັງຖືກ ນໍາໄປເອີ້ນອາການຂອງຕາທີ່ບໍ່ ມີຕາດໍາ ຫລື ຕາບອດທີ່ເສຍແຕ່ຕາ ດໍາ, ສ່ວນຕາຂາວຍັງຢູ່ ເອີ້ນ “ຕາ ຈາວ”. ຄໍາວ່າ “ຈາວ” ຍັງມີອີກ ຫລາຍຄວາມໝາຍຕາມການເຮັດ * ປີ 2024 ຈະຫລາຍເຫດການ ສໍາຄັນ ສໍາລັບລາວເຮົາ, ໃນນັ້ນ ຄືການເປັນປະທານໝູນວຽນອາ ຊຽນ ຊຶ່ງໃນໄລຍະຕົ້ນປີ ຄືເດືອນ ມັງກອນນີ້ ກໍ່ຈະມີການຈັດຕັ້ງສະ ເຫລີມສະຫລອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ, ຖັດນັ້ນກໍຈະມີກອງປະຊຸມທ່ອງ ທ່ຽວອາຊຽນ ແລະ ບຸນມະໂຫລານ ທ່ອງທ່ຽວອາຊຽນ ຫລື ມະຫະກໍາ ທ່ອງທ່ຽວອາຊຽນ 2024. ຖືວ່າ ເລີ່ມແຕ່ຕົ້ນປີມີກິດຈະກໍາສໍາຄັນ ທີ່ພວກເຮົາຕ້ອງຮ່ວມແຮງຮ່ວມ ໃຈກັນບໍ່ວ່າພາກລັດ, ທຸລະກິດ-ເອ ກະຊົນ ແລະ ທົ່ວສັງຄົມ. ເພື່ອໃຫ້ບັນ ດາໜ້າວຽກທີ່ກ່າວມາບັນລຸຜົນ ຕາມເປົ້າໝາຍທີ່ວາງໄວ້, ກໍ່ມີບາງ ຄໍາເຫັນຢາກໃຫ້ບັນດາຂັ້ນຄວາມ ຮັບຜິດຊອບສໍາຫລວດກວດກາຄືນ ວ່າກ່ອນຈະເຂົ້າສູ່ການຈັດຕົວຈິງ ແຕ່ລະອັນນັ້ນ ໃນໄລຍະກະກຽມ ເຫັນອັນໃດຍັງເປັນຂອດຂ້ອງຄາ ບໍ່ສາມາດຂັບເຄື່ອນວຽກໄປໄວ ເທົ່າທີ່ຄວນນັ້ນໄດ້ ແລະ ຄວນແກ້ ຂອດນັ້ນ ບໍ່ເປັນຂອດຂັ້ນ ອັນເປັນ ອຸປະສັກນັ້ນໂດຍໄວ ດ້ວຍຄວາມ ຈິງໃຈຂອງທຸກພາກສ່ວນເຂົ້າ ຮ່ວມນໍາ. ເວົ້າສະເພາະ ວຽກງານທ່ອງ ທ່ຽວ, ປີນີ້ຍັງເປັນປີທ່ອງທ່ຽວລາວ ຊຶ່ງໄດ້ເປີດຢ່າງເປັນທາງການ * ກອງທັບປະຊາຊົນລາວ ໂດຍແມ່ນພັກເປັນຜູ້ສ້າງຕັ້ງ, ສຶກ ສາອົບຮົມ ແລະ ຝຶກຝົນຫລໍ່ຫລອມ, ແມ່ນກອງທັບປະຊາຊົນ, ເກີດຈາກ ປະຊາຊົນ, ສູ້ຮົບເພື່ອຜົນປະໂຫຍດ ຂອງປະຊາຊົນຜູ້ອອກແຮງງານ ລາວບັນດາເຜົ່າ, ແມ່ນພາຫະນະ ອັນແຫລມຄົມຂອງພັກ, ຂອງຊົນ ຊັ້ນກຳມະກອນລາວ. ດັ່ງນັ້ນ, ທາດ ແທ້ຂອງກອງທັບປະຊາຊົນລາວ ຈຶ່ງແມ່ນທາດແທ້ປະຕິວັດ, ມີທາດ ແທ້ຊົນຊັ້ນກຳມະກອນຢ່າງແທ້ ຈິງ, ມີຄວາມສັດຊື່ບໍລິສຸດຈົງຮັກ ພັກດີຕໍ່ປະເທດຊາດ ແລະ ມີລະບຽບ ແບບແຜນທີ່ເຂັ້ມງວດ. ກອງທັບປະຊາຊົນລາວ ມີມູນ ເຊື້ອອັນສະຫງ່າອົງອາດ, ສະແດງ ອອກ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນ ແລະ ຕໍ່ອຸດົມ ການສັງຄົມນິຍົມ. ມູນເຊື້ອດັ່ງ ກ່າວນີ້ ໄດ້ສະແດງອອກແຈ້ງໃນພຶດ ຕິກຳຕົວຈິງແຫ່ງການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານ ຊຶ່ງໄດ້ຢັ້ງຢືນ ຢ່າງຈະແຈ້ງແລ້ວວ່າກອງທັບປະ ໜ້າທີ່ຂອງມັນເຊັ່ນ ເປັນຄໍາຄຸນນາມ ໝາຍເຖິງເສຍ, ບໍ່ມີລົດຊາດເຊັ່ນ ອ້ອຍ, ໝາກແຕງ ແກ່ກາຍຍາມ ກິນ ຫລື ເສຍຄຸນ ເອີ້ນອ້ອຍຈາວ, ໝາກແຕງຈາວ. ເປັນກໍາມະ ໝາຍ ເຖິງ ທໍ່ກັນ ເຊັ່ນ ຫລິ້ນໄພ້ ເມື່ອແຕ້ມ ທໍ່ກັນ ເອີ້ນວ່າ ຈາວກັນ ດັ່ງນີ້ເປັນ ຕົ້ນ. “ຈື້ນ” ເປັນຄໍາຄຸນນາມ ໝາຍ ເຖິງຊຸ່ມດ້ວຍນໍ້າ, ປຽກ, ເປື້ອນດ້ວຍ ສິ່ງທີ່ເປັນນໍ້າ, ຊຸ່ມ, ອຶນ ເຊັ່ນ ຕາຈື້ນ ໝາຍເຖິງຕາທີ່ມີນໍ້າຕາໄຫລ-ຊຶມ ຢູ່ສະເໝີ, ພະຍາດແນວໜຶ່ງ ຊຶ່ງເຮັດ ໃຫ້ມີນໍ້າຕາສະເໝີ. “ເທີບ” ເປັນຄໍານາມ ໝາຍເຖິງ ຫລັງຄາທີ່ມີດ້ານດຽວ ເອີ້ນ ເທີບ, ກະເທີບ ຫລື ເງີບ ກໍ່ວ່າ. ເປັນຄໍາຄຸນ ນາມ ໝາຍເຖິງ ລັກສະນະຂອງ ຫລັງຄາທີ່ເນີນໆ, ລັກສະນະຂອງ ໜັງຕາທີ່ຢ່ອນ ຍານລົງ ເອີ້ນ ຕາ ເທີບ. ຕາທີ່ມືນບໍ່ເຕັມໜ່ວຍ, ພະຍາດ ແນວໜຶ່ງ ເຮັດໃຫ້ໜັງຕາຍານລົງມາ ເກືອບປົກໜ່ວຍຕາ ກໍ່ວ່າ ຕາເທີບ. ອາການງ້ວງນອນ ຫລື ຢາກນອນ ຈົນເຖິງຂັ້ນເຊືອບຫລັບ ຂະນະນັ່ງ ກໍ່ເອີ້ນຕາເທີບ, ມັກເວົ້າວ່າ ຢາກ ນອນຈົນຕາເທີບ. “ຕີ່” ເປັນຄໍາກໍາມະ ໝາຍເຖິງ ເຮັດໃຫ້ຈ່າງອອກ-ຮ່າງອອກ, ເຮັດ ຂອງສອງອັນ ທີ່ຕິດກັນຍະອອກ. ຕາຕີ່ ໝາຍເຖິງຕາທີ່ກວ້າງຜິດທໍາ ມະດາ, ອາການຂອງຄົນກຶ້ງຕາເບິ່ງ ອັນໃດອັນໜຶ່ງ ຢ່າງໃຈຈົດຈໍ່ຈົນບໍ່ ພັບຕາ ເອີ້ນ ຕາຕີ່ ຫລື ຕີ່ຕາເບິ່ງ... “ຕີບ” ເປັນຄໍາຄຸນນາມ ໝາຍ ເຖິງ ລີບ, ແຄບ, ເກືອບຕັນ, ເປັນ ຮູ ນ້ອຍ, ຮູແປ. ຕາຕີບ ໝາຍເຖິງຄຸນ ລັກສະນະຂອງຕາທີ່ມືນໄດ້ໜ້ອຍ ຫລື ແຄບ. “ຫິບ” ເປັນຄໍາຄຸນນາມ ໝາຍ ເຖິງ ລັກສະນະຂອງຕາທີ່ມືນ ໄດ້ ໜ້ອຍ ຫລື ວົງມືນຂອງຕາບໍ່ກວ້າງ, ດັ່ງ “ຕາຫິບ” ໝາຍເຖິງລັກສະນະ ຂອງຕາທີ່ມືນໄດ້ໜ້ອຍ, ມືນຕາໄດ້ ໜ້ອຍ ຫລື ມືນຕານ້ອຍໆ-ຮິບຮີ່. “ຊັງ” ເປັນຄໍາກໍາມະ ໝາຍເຖິງ ບໍ່ມັກ, ບໍ່ຍິນດີນໍາ. “ຕາຊັງ”ບໍ່ກ່ຽວ ກັບຕາ, ເປັນຄໍາກໍາມະໝາຍເຖິງ ໜ້າໜ່າຍ, ຕາໜ່າຍ, ບໍ່ມັກ- ບໍ່ຊອບ. ແຕ່ “ຫລັບຕາຊັງ” ແມ່ນກ່ຽວກັບ ຕາ ໝາຍເຖິງອາການສະແດງອອກ ທາງສາຍຕາ ເພື່ອສະທ້ອນອາການ ຊັງ ຫລື ເຮັດຕິ ຊັງ. ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ. ມາແຕ່ບຸນນະມັດສະການພະທາດ ຫລວງວຽງຈັນ ເດືອນພະຈິກປີ ກາຍ. ຄໍາຂວັນປີທ່ອງທ່ຽວລາວ ແມ່ນ “ທ່ອງທ່ຽວປອດໄພ ຊື່ນໃຈ ໃນວັດທະນະທໍາ ທໍາມະຊາດ ແລະ ປະຫວັດສາດ” ຖືວ່າມີເນື້ອໃນເລິກ ເຊິ່ງຫລາຍ. ບັນຫາທີ່ຖືກຕັ້ງຂຶ້ນ ກໍ່ແມ່ນເຮັດແນວໃດໃນຖານະເຈົ້າ ພາບ, ຄົນລາວທຸກຄົນ ຈະເຮັດໜ້າ ທີ່ສໍາເລັດຜົນໄດ້ ຊຶ່ງໃນບັນຫາທີ່ ຕັ້ງຂຶ້ນ ຜ່ານມາພວກເຮົາກໍ່ໄດ້ມີບົດ ຮຽນໃນການຈັດຕັ້ງປະຕິບັດຕົວ ຈິງມາແລ້ວ, ໝາຍວ່າ ທັງປະທານ ໝູນວຽນອາຊຽນ ແລະ ມະຫະກໍາ ທ່ອງທ່ຽວອາຊຽນ ແມ່ນພວກເຮົາ ເຄີຍເປັ ນເຈົ້າພາບຈັດ ແລະ ສໍາ ເລັດມາແລ້ວ. ແຕ່ເຖິງຢ່າງໃດກໍ່ດີ ດ້ວຍສະພາບເງື່ອນໄຂອັນໃໝ່, ຜົນກະທົບຈາກສະພາບພາກພື້ນສາກົນ ບວກໃສ່ຄວາມຫຍຸ້ງຍາກ ພາຍໃນພວກເຮົາ, ຫລາຍຄົນກໍ່ ເປັນຫ່ວງ ນັ້ນເປັນເລື່ອງຄວາມຮັກ ທີ່ມີຕໍ່ຊາດ ເມື່ອໄດ້ເຮັດຫຍັງກໍ່ຢາກ ໃຫ້ສໍາເລັດຜົນດ້ວຍດີ. ປີທ່ຽວທ່ຽວລາວ 2024 ໄດ້ກໍາ ນົດເອົາ 14 ເທສະການ-ບຸນປະເພ ນີ ລະດັບຊາດ ແລະ 65 ເທສະ ການ-ບຸນປະເພນີລະດັບແຂວງ ຊຶ່ງ ໃນແຕ່ລະເດືອນແມ່ນມີປາງບຸນທີ່ ຈະມີການຄົບງັນ ຢ່າງມ່ວນຊື່ນ ດ້ວຍຫລາຍສີສັນ ເປັນຕົ້ນ ບຸນປີ ໃໝ່ລາວ, ບຸນໄຫລເຮືອໄຟ, ບຸນ ກິນຈຽງ, ບຸນນະມັດສະນະການ ພະທາດສີໂຄດຕະບອງ, ບຸນນະມັດ ສະການພະທາດອີງຮັງ, ບຸນນະມັດ ສະການຜາສາດຫີນວັດພູຈໍາປາສັກ ມໍລະດົກໂລກ, ເທສະການທ່ຽວ ຊົມດອກຄາຍປ່າ ແລະ ດອກຊາ ກູຣະ, ບຸນນະມັດສະການພະທາດ ຫລວງວຽງຈັນ ແລະ ອື່ນໆ. ບັນຫາທີ່ຖືກຕັ້ງຂຶ້ນແມ່ນພວກ ເຮົາຕ້ອງພ້ອມກັນປ້ອງກັນບໍ່ໃຫ້ ມີປາກົດການບໍ່ດີ ທີ່ຈະເປັນການ ກະທົບບັນຍາກາດການທ່ອງທ່ຽວ ແລະ ເອົາໃຈໃສ່ຢ່າງຈິງຈັງໃນການ ແກ້ໄຂບັນດາຂອດຂ້ອງຄາທີ່ເຫັນ ແລ້ວໃນໄລຍະຜ່ານມາ ກໍ່ຄືໃນໄລ ຍະຕົ້ນຂອງການເຂົ້າສູ່ບັນຍາກາດ ປີທ່ອງທ່ຽວລາວ, ອັນໃດທີ່ຍັງເຫັນ ວ່າຂັດໆຂ້ອງໆ ຫລື ຄືກັບວ່າຍັງ ອັດຍັງຕັນ ບໍ່ທັນລຸໂລ່ງຕ່າງໆນັ້ນ ນັບແຕ່ຂັ້ນຕອນທໍາອິດ ຈົນແຂກ ເຂົ້າມາຮອດໜ້າປະຕູເຂົ້າເຮືອນ ເຮົາ, ເຂົ້າມາແລ້ວ ເຮັດແນວໃດ ໃຫ້ເຂົາເຈົ້າມ່ວນຊື່ນ, ຢາກຈົກເງິນ ໃຊ້ຈ່າຍ, ໃຊ້ຈ່າຍ-ຫລິ້ນມ່ວນ ຢ່າງ ເຕັມໃຈ ໄຮ້ສຽງຈົ່ມວ່າ. ຫລາຍຄໍາ ເຫັນກໍ່ວ່າ ໃນພຶດຕິກໍາຕົວຈິງຊີວິດ ສັງຄົມ ບໍ່ອາດປະຕິເສດຄໍາຈົ່ມວ່າ ຕິຕຽນ, ເຮົາຕ້ອງແຍກໃຫ້ອອກອັນ ໃດຕິຕຽນຢ່າງສ້າງສັນຈິງໃຈ, ອັນ ໃດເປັນການບິດເບືອນໃສ່ຮ້າຍປ້າຍ ສີ. ສະນັ້ນເມື່ອໄດ້ຮັບຄໍາຈົ່ມ-ຕິຕຽນ ເຮົາຕ້ອງຮີບຮ້ອນທົບທວນທັນທີ ແລະ ແກ້ໄຂໃຫ້ໄວ, ຄາຂອດເຮົາຍິ່ງ ຕ້ອງແກ້ໃຫ້ໄວ, ເປັນການໃສ່ຮ້າຍ ປ້າຍສີ ກໍ່ຍິ່ງຕ້ອງຕອບໂຕ້ໃຫ້ໄວ້ໃນ ຍຸກສະໄໝເຕັກໂນໂລຊີຂໍ້ມູນຂ່າວ ສານ-ການສື່ສານກ້າວໜ້າທັນສະ ໄໝນີ້. ຜູ້ກ່ຽວຂ້ອງ ຜູ້ຖືກກ່າວເຖິງ ຄວນສະດຸ້ງໄວຕໍ່ບັນຫາ, ອັນໃດ ເປັນຂອດຂ້ອງໆຄາໆກໍ່ຕ້ອງແກ້ ຕ້ອງມາຍໃຫ້ກະແສມັນໄຫລສະ ດວກໂລ່ງ່ລຽນດີ. ສໍາຄັນກໍ່ຍັງແມ່ນ ເລື່ອງການບໍລິການໃນທຸກສາຂາ ອາຊີບ ປິ່ນອ້ອມການທ່ອງທ່ຽວ ບໍ່ວ່າສະເພາະຜູ້ເຮັດວຽກກ່ຽວຂ້ອງ ໂດຍກົງ, ທັງນີ້ກໍ່ເພື່ອຮັບປະກັນ ຕາມຄໍາຂວັນປີທ່ອງທ່ຽວລາວ ທີ່ ຕັ້ງເອົາໄວ້ນັ້ນ, ປອດໄພ? ຊື່ນໃຈ? ຢາກສະຫລຸບວ່າໃນບັນຍາກາດ ທີ່ມີທັງຄວາມເອື້ອອໍານວຍ, ແນ່ ນອນກໍ່ຈະບໍ່ອາດປາສະຈາກສິ່ງທ້າ ທາຍໃນປະການຕ່າງໆທີ່ຈະມາ ພ້ອມກັບປີ 2024, ໃນຖານະເຮົາ ເປັນ ເຈົ້າພາບຫລາຍງານ. ໃນນັ້ນ ການສ້າງບັນຍາກາດທີ່ດີ ເພື່ອບັນ ລຸເປົ້າໝາຍພາຍໃຕ້ຄໍາຂວັນ “ທ່ອງ ທ່ຽວປອດໄພ ຊື່ນໃຈໃນວັດທະນະ ທໍາທໍາມະຊາດແລະປະຫວັດສາດ” ສໍາຄັນເປັນຢ່າງຍິ່ງອັນຈະເປັນ ການ ເພີ່ມບັນຍາກາດໃຫ້ການເປັນ ປະທານໝູນວຽນອາຊຽນ ຄຶກຄື້ນ ຍິ່ງຂຶ້ນ, ຈະເຮັດໃຫ້ຊື່ສຽງ, ບົດ ບາດອິດທິພົນຂອງລາວເຮົາພົ້ນ ເດັ່ນໃນເວທີພາກພື້ນ-ສາກົນ ຕື່ມ ອີກກ້າວໜຶ່ງ. ທັງໝົດແມ່ນອາໄສ ຄົນລາວເຮົາທຸກຖ້ວນໜ້າເດີ! ຊາຊົນລາວ ແມ່ນມາຈາກປະຊາ ຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ພາຍໃຕ້ການນຳພາ ແລະ ໄດ້ຮັບ ການຝຶກຝົນຫລໍ່ຫລອມຈາກພັກ ຍາມໃດກໍ່ມີຄວາມຈົງຮັກພັກດີ, ມີ ຄວາມບໍລິສຸດຜຸດຜ່ອງ, ເດັດດ່ຽວ ໜຽວແໜ້ນ, ມີລະບຽບແບບແຜນ ທີ່ເຂັ້ມງວດ, ມີຄວາມອົງອາດກ້າ ຫານ, ມີນ້ຳໃຈເສຍສະລະອັນສູງ ສົ່ງພ້ອມຈະເສຍສະລະ ເພື່ອຊາດ, ເພື່ອປະຊາຊົນ. ສິ່ງເຫລົ່ານັ້ນມັນ ໄດ້ກາຍເປັນມູນເຊື້ອອັນສະຫງ່າ ງາມຂອງກອງທັບ ແລະ ກຳລັງ ປະກອບອາວຸດປະຊາຊົນເຮົາ ຕະ ຫລອດມາ. ກອງທັບເຮົາ ໄດ້ສືບທອດມູນ ເຊື້ອພິລະອາດຫານຂອງວິລະບຸ ລຸດຂອງຊາດ ອັນເປັນການສະແດງ ອອກເຖິງທາດແທ້ຂອງກອງທັບ. ກອງທັບເຮົາ ນັບແຕ່ມື້ກໍ່ຕັ້ງມາ ເຊິ່ງມີກຳລັງບໍ່ເທົ່າໃດຄົນ, ປະກອບ ອາວຸດປະຖົມປະຖານ, ແຕ່ພາຍ ໃຕ້ການນຳພາອັນສະຫລາດສ່ອງ ໃສຂອງພັກ, ກອງທັບເຮົານັບມື້ໄດ້ ຮັບການປັບປຸງກໍ່ສ້າງເຕີບໃຫຍ່ຂະ ຫຍາຍຕົວດ້ານປະລິມານ ແລະ ຄຸນ ນະພາບຢ່າງບໍ່ຢຸດຢັ້ງ, ມີຄວາມ ອົງອາດກ້າຫານ ບໍ່ຫວັ່ນໄຫວຄອນ ແຄນຕໍ່ຄວາມຫຍຸ້ງຍາກ ແລະ ອຸປະ ສັກຕ່າງໆ, ຍິ່ງສູ້ຮົບຍິ່ງເຕີບໃຫຍ່ ເຂັ້ມແຂງຜ່ານພຶດຕິກຳແຫ່ງການ ຕໍ່ສູ້ກູ້ຊາດຍືດເຍື້ອຍາວນານໄດ້ເກີດ ມີນັກຮົບທີ່ດີເດັ່ນ, ນັກຮົບແຂ່ງຂັນ ແລະ ນັກຮົບວິລະຊົນ ນັບທັງກຳລັງ ຫລວງ, ທະຫານທ້ອງຖິ່ນ, ກອງ ຫລອນ ຊຶ່ງມີກຳລັງເພດຍິງ ແລະ ເພດຊາຍ ຢ່າງຫລວງຫລາຍ. ກອງທັບປະຊາຊົນລາວ ມີມູນ ເຊື້ອນ້ຳໃຈດຸໝັ່ນຂະຫຍັນພຽນໃນ ການອອກແຮງງານ ເພີ່ມພູນຜະລິດ ຜົນ ແລະ ປະຢັດສັດທ່ຽງ; ຍາມໃດ ກໍ່ມີຄວາມສາມັກຕີອັນແໜ້ນແຟ້ນ ກັບປະຊາຊົນບັນດາເຜົ່າ, ສາມັກຄີ ກັບກອງທັບປະເທດສັງຄົມນິຍົມ ອ້າຍນ້ອງ ແລະ ບັນດາປະເທດ ເພື່ອນມິດທີ່ກ້າວໜ້າໃນໂລກ, ໂດຍ ສະເພາະແມ່ນສາມັກຄີສຳພັນສູ້ຮົບ ແບບພິເສດກັບກອງທັບປະຊາຊົນ ຫວຽດນາມອ້າຍນ້ອງ; ເວລາໃດ ກໍ່ຮັກສາໄດ້ມູນເຊື້ອອັນດີງາມ, ມີ ປະຊາທິປະໄຕ, ມີລະບຽບວິໄນ.
RkJQdWJsaXNoZXIy MTc3MTYxMQ==