5780

07 xtgmf]k; gsfdko{dkora fmtok 02/01/2024 g9Q kc0;'9exkla d 8h voIa [ dq 'l6 o dy f8y ,tla d csj ' lxx ]k; muj ok3d1k Ia [Iv'g,n v'85h ,]ko gxa og,n v'15 f8y dko4j kp-t-kp g,n v'mu 7 0v'c0;' ໂດຍ:ສຸພາສະຫວັນ w2w\h gIn voxt-k-q o[h kol5 my g,n v';kmu glpskpgdn v[ 1 8N du [ slop lh k'0t[;odkoc0j '0a ody ]k{ ly xt]t 8h voIa [;a ole7a o0v'-kf ຂປລ. ແຫລ່ງຂ່າວຈາກ ແຂວງ ຈໍາປະສັກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມາ ນີ້, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າ ແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ໂອຫາຣະ ຢາຊູຢູກິ (Yasuyuki OHARA) ກົງສູນກິດຕິມະສັກ ແຫ່ງ ສປປ ລາວ ທີ່ນາໂກຢາ ປະ ເທດຍີ່ປຸ່ນ ພ້ອມດ້ວຍຄະນະ, ໃນໂອ ກາດມາຢ້ຽມຢາມແຂວງຈຳປາສັກ. ໃນໂອກາດນິ້, ທ່ານ ວິໄລວົງ ບຸດດາຄໍາ ໄດ້ກ່າວຕ້ອນຮັບ ທ່ານ ໂອຫາຣະ ຢາຊູຢູກິ ກົງສູນກິດ ຕິມະສັກລາວ ທີ່ນາໂກຢາ ປະເທດ ຍີ່ປຸ່ນ ພ້ອມດ້ວຍຄະນະທີ່ມາຢ້ຽມ ຢາມ ແຂວງຈຳປາສັກ ໃນເທື່ອນີ້. ພ້ອມນັ້ນ, ກໍຊົມເຊີຍຕໍ່ການເຄື່ອນ ໄຫວຢ່າງຫ້າວຫັນຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືລະຫວ່າງລາວ ແລະ ຍີ່ປຸ່ນ ໂດຍສະເພາະການຮ່ວມມືລະຫວ່າງ ປະຊາຊົນຍີ່ປຸ່ນ ກໍຄືປະຊາຊົນນາ ໂກຢາ ແລະ ປະຊາຊົນລາວ ກໍຄື ປະຊາຊົນແຂວງຈໍາປາສັກ, ການ ຮ່ວມມື ແລະ ຊ່ວຍເຫລືອຜ່ານມາ ໄດ້ນຳເອົາວັດຖຸບູຮານລາວ ທີ່ເປັນ ຊັບສົມບັດອັນມີຄຸນຄ່າທາງດ້ານ ວັດທະນະທຳ ຂອງປະເທດລາວ (ສຽນພະພຸດທະຮູບເກົ່າແກ່) ທີ່ຖືກ ຂປລ. ແຫລ່ງຂ່າວ ຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເມືອງຕຸ້ມລານ ແຂວງສາລະວັນ ໄດ້ຮັບການປະກາດເປັນເມືອງຢຸດ ຕິການຖ່າຍຊະຊາຍ ເປັນເມືອງທີ 7 ຂອງແຂວງ ແລະ ເປັນເມືອງທີ 98 ໃນທົ່ວປະເທດ ພາຍຫລັງສຸມ ໃສ່ການຈັດຕັ້ງປະຕິບັດຄົບຕາມ ມາດຖານ, ເງື່ອນໄຂ, ຖືເປັນໝາກ ຜົນໆງານຂອງການສ້າງຄວາມ ເຂັ້ມແຂງໃຫ້ກັບຊຸມຊົນ ກໍຄືຄວາມ ເປັນເຈົ້າການຂອງພໍ່ແມ່ປະຊາຊົນ ຕໍ່ວຽກງານຊຸມຊົນເປັນເຈົ້າການ ດ້ານສຸຂະອະນາໄມ (ຊຈສ), ເປັນ ການເພີ່ມທະວີຄວາມຮັບຜິດຊອບ ຂອງປະຊາຊົນ, ຄອບຄົວ ແລະ ສັງ ຄົມ ລິເລີ່ມມີສ່ວນຮ່ວມຈົນກາຍເປັນ ຜົນສຳເລັດອັນລວມ, ພາຍໃຕ້ການ ຊຸກຍູ້, ສົ່ງເສີມຂອງອົງການປົກ ຄອງແຕ່ລະຂັ້ນ ແລະ ຂະແໜງການ ສາທາລະນະສຸກ ໃກ້ຊິດຕິດແທດ, ແນະນຳຂັ້ນຕອນ, ວິທີການແລະສະ ໜອງງົບປະມານໃນແຕ່ລະໄລຍະ ເຮັດໃຫ້ບັນລຸໄດ້ຕາມຄາດໝາຍ, ປະຊາຊົນພາຍໃນເມືອງ ໄດ້ຊົມໃຊ້ ວິດຖ່າຍເປັນຂອງຕົນເອງ ຈໍານວນ 4.528 ຫລັງ ກວມເອົາ 93,11% ແລະ ອີກ 335 ຫລັງ ແມ່ນຊົມໃຊ້ ຮ່ວມ ເຮັດໃຫ້ອັດຕາການຊົມໃຊ້ວິດ ຖ່າຍໃນທົ່ວເມືອງ ກວມເອົາ 100%. ເປັນກຽດມອບໃບຢັ້ງຢືນໂດຍ ທ່ານ ແຫວນເພັດ ລັດດາວົງ ຫົວໜ້າ ຄະນະຈັດຕັ້ງແຂວງ, ຜູ້ຊີ້ນຳວຽກ ງານຮອບດ້ານຂອງເມືອງແລະ ຮັບ ໂດຍ ທ່ານ ທອງໃສ ເພັດລາສີ ເຈົ້າ ເມືອງຕຸ້ມລານ. ພ້ອມນີ້, ກໍໄດ້ມອບ ໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານໃນການປະກອບຈັດຕັ້ງ ປະຕິບັດວຽກງານ ຊຈສ. ທ່ານ ແສງອາລຸນ ອຸ່ນຄໍາມະນີ ຮອງເຈົ້າເມືອງຕຸ້ມລານ, ຜູ້ຊີ້ນໍາ ວຽກງານວັດທະນະທໍາ-ສັງຄົມ ເມືອງ ໄດ້ລາຍງານການຈັດຕັ້ງປ ະຕິບັດວຽກງານດັ່ງກ່າວວ່າ: ຫລັງ ຈາກໄດ້ຮັບການຈັດຕັ້ງປະຕິບັດ ວຽກງານຫລາຍດ້ານ ແລະ ມີຜົນ ສຳເລັດໃນແຕ່ລະບາດກ້າວຄົບ ຕາມມາດຖານ, ເງື່ອນໄຂ ແລະ ປະ ຊາຊົນ ສາມາດເຂົ້າເຖິງການບໍລິ ການດ້ານສາທາລະນະສຸກ ໂດຍມີ ໂຮງໝໍຊຸມຊົນ 1 ແຫ່ງ, ໂຮງໝໍນ້ອຍ 7 ແຫ່ງ, ມີ ອສບ ທັງໝົດ 98 ຄົນ, ມີກອງທຶນປະກັນສຸຂະພາບຊຸມຊົນ ກວມ100%, ມີຮ້ານຂາຍຢາ ເອກະ * ໃນວັນທີ 29 ທັນວາ 2023 ນີ້, ຢູ່ສະຫາມກິລາສະຫະພັນບານ ເຕະແຫ່ງຊາດລາວ, ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫລວງ ວຽງຈັນ, ໄດ້ມີຂະບວນການແຂ່ງ ຂັນກິລາ ເຕະບານ ແລະ ສິລະປະ (ຮ້ອງເພງ) ຂອງພະນັກງານ-ລັດ ຖະກອນ ກົມກອງອ້ອມຂ້າງຫ້ອງ ວ່າການສໍານັກງານນາຍົກລັດຖະ ມົນ (ຫສນຍ) ເພື່ອຊີງຂັນທ່ານລັດ ຖະມົນຕີ, ຫົວໜ້າຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ. ໂດຍ ມີທ່ານ ອາລູນໄຊ ສູນນະລາດ ລັດ ຖະມົນຕີ, ຫົວຫນ້າຫ້ອງວ່າການ ຊົນ 3 ຮ້ານ, ມີໂຮງງານນໍ້າດື່ມ ບໍລິ ສຸດຈຳໜ່າຍ 1 ແຫ່ງ, ທັງໄດ້ມີການ ລິເລີ່ມ ມາແຕ່ປີ 2009 ເປັນຕົ້ນມາ ເຊິ່ງໄດ້ສ້າງບ້ານສາທາລະນະສຸກ ແບບຢ່າງໄດ້1ບ້ານກາຍເປັນແບບ ຢ່າງ, ບົດຮຽນໃນການເສີມຂະ ຫຍາຍ, ໃນປີ 2019 ກໍໄດ້ເລີ່ມປະ ຕິບັດວຽກງານ ຊຈສ ຢ່າງເປັນ ຂະບວນຟົດຟື້ນ, ຕໍ່ເນື່ອງຕາມຫລັກ ການແລະ ນະໂຍບາຍວຽກງານຮັກ ສາສຸຂະພາບຂັ້ນຕົ້ນ, ຊຸກຍູ້ພໍ່ແມ່ ປະຊາຊົນ ແລະ ປະເມີນຜົນໃນແຕ່ ລະໄລຍະ, ແຕ່ປີ 2009 - 2016 ສ້າງບ້ານ ຊຈສ ແລະ ບ້ານສາທາ ລະນະສຸກແບບຢ່າງ ໄດ້ 1 ບ້ານ, ປີ 2019 ສ້າງໄດ້ 4 ບ້ານ, ປີ 2021 ສ້າງໄດ້ 7 ບ້ານ, ປີ 2022-2023 ສ້າງໄດ້ 25 ບ້ານ ກວມເອົາ 100% ຂອງບ້ານທັງໝົດ37ບ້ານ ໂດຍອີງ ໃສ່ການປະເມີນຕາມມາດຕະຖານ 4 ດາວ ຄື: ນໍາໃຊ້ວິດຖ່າຍ ບັນລຸໄດ້ 100%, ລ້າງມືໃສ່ສະບູໄດ້64,78%, ນໍ້າດື່ມ-ນໍ້າໃຊ້ທີ່ສະອາດໄດ້76,56% ແລະ ດາວທີ 4 ແມ່ນການອະນາໄມ ສິ່ງແວດລ້ອມບັນລຸໄດ້ 80,33%. ຂ່າວ-ພາບ: ວິໄລວອນ ສິດທິໄຊ ຂປລ. ແຫລ່ງຂ່າວຈສກ ແຂວງ ສາລະວັນໃຫ້ຮູ້ວ່າ:ທານສົມໃຈອຸ່ນ ຈິດ ຮອງເຈົ້າແຂວງສາລະວັນ, ປະ ທານຄະນະກຳມະການປ້ອງກັນແລະ ຄວບຄຸມໄພພິບັດຂັ້ນແຂວງ, ທ່ານ ບຸນຍູ້ ຈັນທະລັງສີ ເຈົ້າເມືອງໆວາປີ ແລະ ຄະນະນໍາຈາກພະແນກການ ອ້ອມຂ້າງແຂວງ,ເມືອງແລະຂະແໜງ ການທີ່ກ່ຽວຂ້ອງໄດ້ລົງຢ້ຽມຢາມ, ຕິດຕາມແລະໃຫ້ກຳລັງໃຈຄອບຄົວ ທີ່ປະສົບອັກຄີໄພ (ໄຟໄໝ້ເຮືອນ) ໃນເວລາບ່າຍ 2 ໂມງ ຂອງວັນທີ 26 ທັນວາ 2023 ຈໍານວນ 3 ຫລັງ ຢູ່ບ້ານສຸທິ ເມືອງວາປີ ໄໝ້ໝົດ ກ້ຽງທັງ 3 ຫລັງ, ຄາດຄະເນມູນຄ່າ ເສຍເຫຍ 900 ລ້ານກວ່າກີບ. ເຫດອັກຄີໄພດັ່ງກ່າວ, ຍ້ອນໄຟ ຟ້າລັດວົງຈອນ ໄດ້ເກີດຂຶ້ນຢ່າງ ກະທັນຫັນ, ໄວວາຈົນບໍ່ສາມາດ ກອບກູ້ເອົາຊັບສິນ, ວັດຖຸມີຄ່າ ແລະ ອຸປະກອນເຄື່ອງໃຊ້ຕ່າງໆ ໄດ້ທັນ ຍ້ອນໄຟລຸກລາມໄໝ້ຢ່າງຮຸນແຮງ ແຕ່ຊັ້ນເທິງລົງລຸ່ມ, ແຕ່ກໍ່ໂຊກດີທີ່ ເຈົ້າຂອງເຮືອນ ທີ່ເຫັນເຫດການດັ່ງ ກ່າວ ແລະ ປະຊາຊົນພາຍ ໃນບ້ານ ກໍໄດ້ຊ່ວຍເຫລືອກັນສະກັດກັ້ນໄຟ ດ້ວຍການເອົານ້ຳສາດໃສ່ແລະອື່ນໆ ເພື່ອບໍ່ໃຫ້ລຸກລາມ ໄປເຮືອນຫລັງ ອື່ນ. ນອກນັ້ນ, ກໍໄດ້ແຈ້ງເຈົ້າໜ້າ ທີ່ດັບເພີງຂອງເມືອງວາປີ ແລະ ເມືອງຄົງເຊໂດນ ເຂົ້າຊ່ວຍມອດ ໄຟ ແລະ ສະກັດບໍ່ໃຫ້ລຸກລາມໄປ ເຮືອນຫລັງອື່ນ ເນື່ອງຈາກເຮືອນ ໃນບ້ານດັ່ງກ່າວ ແມ່ນຢູ່ໃກ້ກັນເປັນ ຈຳນວນຫລາຍແລະ ເຮືອນໃກ້ຄຽງ ກໍ່ເສຍ ຫາຍຈຳນວນໜຶ່ງ. ໂອກາດດຽວກັນ, ທ່ານ ສົມໃຈ ອຸ່ນຈິດ ກໍໄດ້ມີຄຳເຫັນໃຫ້ກຳລັງໃຈ ໂດຍສະແດງຊົມເຊີຍກຸ່ມບ້ານ ແລະ ປະຊາຊົນອ້ອມຂ້າງ ທີ່ໄດ້ພ້ອມ ໃຈກັນແກ້ໄຂບັນຫາທີ່ເກີດຂຶ້ນ, ພະຍາຍາມເອົາໃຈໃສ່ຊ່ວຍເຫລືອ ກັນຈົນສຸດຄວາມສາມາດ ແລະ ມີ ຄຳເຫັນໃຫ້ກໍາລັງໃຈ ຕໍ່ກັບຄອບຄົວ ທີ່ຖືກຜົນກະທົບ ແລະ ໃຫ້ມີຄວາ ມອຸ່ນອ່ຽງທຸ່ນທ່ຽງ, ໃຫ້ມີຈິດໃຈ ທີ່ເຂັ້ມແຂງ, ທັງໄດ້ເນັ້ນໃຫ້ອົງການ ປົກຄອງເມືອງ ສົມທົບກັບອໍານາດ ການປົກຄອງບ້ານ ແລະ ປະຊາຊົນ ຊ່ວຍເຫລືອກັນບົວລະບັດ, ອະນາ ໄມ ເພື່ອຟື້ນຟູຊີວິດການເປັນຢູ່, ທັງ ຕິດຕາມຄືນໃນການຊ່ວຍເຫລືອ ເບິ່ງແຍງ, ສິ່ງທີ່ມີຄວາມຈຳເປັນ ໂດຍສະເພາະອຸປະກອນການນໍາໃຊ້ ເພື່ອແກ້ໄຂຊີວິການເປັນຢູ່ໃນເບື້ອງ ຕົ້ນໃຫ້ດີຂຶ້ນໂດຍໄວ. ການລົງຢ້ຽມຢາມຄັ້ງນີ້, ທ່ານ ຮອງເຈົ້າແຂວງສາລະວັນ ຕາງໜ້າ ໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງກໍໄດ້ ນໍາເອົາເງິນສົດໄປມອບໃຫ້ມູນຄ່າ 6 ລ້ານກີບ ແລະ ເຄື່ອງອຸປະໂພກບໍລິໂພກຈຳນວນໜຶ່ງ ໄປຊ່ວຍ ເຫລືອໃນເບື້ອງຕົ້ນ ແລະ ມີຫລາຍ ພາກສ່ວນ ກໍໄດ້ມອບເງິນສົດ ແລະ ວັດຖຸຕ່າງໆ ເຊັ່ນ: ພະແນກສາທາ ລະນະສຸກ, ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກການເງິນ, ທະຫານແຂວງ, ພະແນກກະສິກຳ-ປ່າໄມ້ ສະຫະພັນ ກຳມະບານແຂວງ, ຊາວໜຸ່ມແຂວງ, ພະແນກ ຍທຂ, ພະແນກ ຖວທ, ພະ ແນກສຶກສາ ລວມເປັນເງິນສົດທັງ ໝົດ15ລ້ານກີບ.ສຳລັບວັດຖຸ,ອຸປະ ກອນເຄື່ອງ ໃຊ້ຄົວເຮືອນ, ເຄື່ອງ ນຸ່ງຫົ່ມ, ເຄື່ອງ ບໍລິໂພກ ແລະອື່ນໆ ມູນຄ່າ 25 ລ້ານກວ່າກີບ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ລັກໄປກັບຄືນປະເທດ ແລະ ນຳມາ ປະດິດສະຖານໄວ້ທີ່ຫໍພິພິທະພັນ ວັດພູຈຳປາສັກ. ພ້ອມນີ້, ທ່ານ ໂອຫາຣະ ຢາຊູຢູ ກິ ກົງສູນກິດຕິມະສັກລາວ ທີ່ນາ ໂກຢາ ປະເທດຍີ່ປຸ່ນ ກໍໄດ້ຮູ້ສຶກເປັນ ກຽດຢ່າງຍິ່ງທີ່ໄດ້ມາຢ້ຽມຢາມ ແຂວງຈຳປາສັກແລະການພົບປະນີ້ ແມ່ນໄດ້ມີການປຶກສາຫາລື ໂດຍສະ ເພາະ ແຜນການຮ່ວມມືໃນຕໍ່ໜ້າ ກ່ຽວກັບການ ປະດິດສະຖານວັດຖຸ ບູຮານລາວ(ສຽນພະພຸດທະຮູບເກົ່າ ແກ່) ຊຶ່ງຖືກຄົນບໍ່ດີ ລັກຈາກວັດພູ ຈຳປາສັກ ແລະ ຂາຍໄປປະເທດ ຍີ່ປຸ່ນ, ຊຶ່ງຄົນຍີ່ປຸ່ນ ໄດ້ຊື້ ແລະ ເກັບ ຮັກສາໄວ້ ໂດຍຫ້ອງການກົງສູນ ກິດ ຕິມະສັກ ທີ່ນາໂກຢາ ໄດ້ນໍາສົ່ງ ກັບຄືນ ໃຫ້ສປປລາວແຕ່ປີ2013, ປັດຈຸບັນ, ສຽນພະພຸດທະຮູບ ໄດ້ ເກັບຮັກສາໃວ້ທີ່ຫໍພິພິທະພັນ ວັດພູ ຈຳປາສັກ ເພື່ອສ້າງເປັນສະຖານທີ່ ທ່ຽວຊົມ, ສັກກະລະບູຊາ ແລະ ທັງ ເປັນສັນຍາລັກຂອງການຮ່ວມມື ຂອງ ຊາວພຸດລາວ ແລະ ຍີ່ປຸ່ນ ນຳອີກ. ຂ່າວ: ທັດຊະນະ ສໍານັກງານນາຍົກລັດຖະມົນຕີ, ມີ ບັນດາຮອງລັດຖະມົນຕີ, ຄະນະ ບໍລິຫານສະຫະພັນບານເຕະແຫ່ງ ຊາດ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງ ຫສນຍ ເຂົ້າຮ່ວມດ້ວຍ ບັນຍາກາດຟົດຟື້ນ. ທ່ານ ຄໍາລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ, ຜູ້ຊີ້ນໍາ 3 ອົງການຈັດ ຕັ້ງມະຫາຊົນກ່າວວ່າ: ກິດຈະກຳນີ້ ເປັນສ່ວນ ໜຶ່ງຂອງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ທັງເປັນການກະກຽມກອງປະຊຸມ ໃຫຍ່3ຂັ້ນພາຍໃນຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ ແລະ ສ້າງ ຂະບວນການຊົມເຊີຍ ວັນສ້າງ ຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 75 ປີ ທີ່ໃກ້ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນທັງເພື່ອຮັດ ແໜ້ນຄວາມສາມັກຄີລະຫວ່າງ ພະ ນັກງານພາຍໃນ ຫສນຍ ໃຫ້ນັບມື້ ນັບດີຂຶ້ນ, ສືບຕໍ່ຊ່ວຍເຫລືອ ຊຶ່ງກັນ ແລະກັນ ເພື່ອປະຕິບັດໜ້າທີ່ວິຊາສະ ເພາະທີ່ການຈັດຕັ້ງມອບໝາຍໃຫ້ ປະສົບຜົນສໍາເລັດ ຕາມຄໍາຂວັນ 3 ດີ ຂອງຫ້ອງວ່າການສໍານັກງານ ນາຍົກ ລັດຖະມົນຕີ ຄື: ເປັນເສນາທິ ການທີ່ດີ, ບໍລິການທີ່ດີແລະປະສານ ງານທີ່ດີ. ສໍາລັບການແຂ່ງຂັນເຕະບານ ຄັ້ງນີ້, ມີພະນັກງານແລະນັກກິລາທີ່ ສັງກັດຢູ່ຫ້ອງ ວ່າການສໍານັກງານ ນາຍົກລັດຖະມົນຕີທັງຫມົດ9ພາກ ສ່ວນ ເຂົ້າຮ່ວມແຂ່ງຂັນ ໂດຍແບ່ງ ອອກເປັນ4ທີມຊາຍແລະ2ທີມຍິງ ແລະ ມີກິດຈະກຳແຂ່ງຂັນຮ້ອງເພງ ນໍາອີກ.

RkJQdWJsaXNoZXIy MTc3MTYxMQ==