5780

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1*** mtok7kom5 ]tdy f ]k;{s;Pf 9a f'ko]h P'rq [xt]6 d7h k lq j 'glu ,7;k,I6 h c]t 7;k,le7a o 0v'dkoIa dlkxB ,c[[IPo 02/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ (LVB) ຈັດ ງານລ້ຽງພົບປະລູກຄ້າ ເນື່ອງໃນ ໂອກາດສົ່ງທ້າຍປີເກົ່າ 2023 ແລະ ຕ້ອນຮັບປີໃໝ່ 2024 ໃນວັນທີ 26 ທັນວາ 2023 ທີ່ນະຄອນຫລວງ ວຽງຈັນ ໂດຍມີທ່ານ ຄຳວິໄລ ກາດອຸດົມ ຮອງກົມຄຸ້ມຄອງທະນາ ຄານທຸລະກິດ, ທະນາຄານ ແຫ່ງ ສປປ ລາວ, ມີຜູ້ອຳນວຍການ, ຮອງ ຜູ້ອຳນວຍການ, ບັນດາແຂກ, ລູກ ຄ້າ ແລະ ຄູ່ຮ່ວມທຸລະກິດ ພ້ອມດ້ວຍ ສື່ມວນຊົນເຂົ້າຮ່ວມ. ທ່ານ ຫງວຽນ ດຶກຫວູ ຜູ້ອໍາ ນວຍການໃຫຍ່ທະນາຄານຮ່ວມທຸ ລະກິດລາວ-ຫວຽດຈຳກັດໄດ້ກ່າວ ວ່າ: ໃນປີ 2023 ຍ້ອນໄດ້ຮັບການ ຊີ້ນຳ, ການອໍານວຍຄວາມສະດວກ ຂອງບັນດາການນຳທຸກຂັ້ນ; ທະນາ ຄານແຫ່ງ ສປປ ລາວ (ທຫລ); ການສະໜັບສະໜູນ ໂດຍກົງຈາກ ສອງທະນາຄານແມ່ BIDV ແລະ ທະນາຄານການຄ້າຕ່າງປະເທດ ຕ່າງປະເທດມະຫາຊົນ (BCEL), LVB ມີຄວາມພາກພູມໃຈທີ່ຈະສືບ ຕໍ່ເປັນໜຶ່ງໃນບັນດາຫົວໜ່ວຍນຳ ໜ້າໃນການປະຕິບັດນະໂຍບາຍ ເງິນຕາຂອງ ທຫລ, ນະໂຍບາຍງົບ ປະມານການເງິນຂອງລັດຖະບານ ແລະ ເຂົ້າຮ່ວມການສະໜັບສະໜູນ ທີ່ເປັນໜຶ່ງໃນບັນດາທະນາຄານທຸ ລະກິດທີ່ມີລະບົບເຕັກໂນໂລຊີທີ່ທັນ ສະໄໝທີ່ສຸດໃນລາວ ດ້ວຍຫລາຍ ລາງວັນລະດັບສາກົນດ້ານລະບົບ core banking/ດ້ານທະນາຄານ ດີຈິຕອນ/ດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ, ເປັນທະນາຄານແຫ່ງ ທຳອິດທີ່ນຳໃຊ້ລະບົບລາຍນິ້ວມື ໃນການຢືນຢັນການເຮັດທຸລະກໍາ ຂອງລູກຄ້າ. ຄຽງຄູ່ກັບບັນດາຜະ ລິດຕະພັນທະນາຄານແບບດັ້ງເດີມ, LVB ໄດ້ປະກາດນຳໃຊ້ຜະລິດຕະ ພັນ ແລະ ການບໍລິການທະນາຄານ ທີ່ທັນສະໄໝ ເຊັ່ນ: ທະນາຄານດີ ຈິຕອນ, eKYC, QRpay, ບັນດາ ບໍລິການຊຳລະອັດສະລິຍະ. ທ່ານ ຫງວຽນ ດຶກຫວູ ຍັງກ່າວ ຕື່ມວ່າ: ໃນປີ 2024, LVB ຈະສືບຕໍ່ ປະຕິບັດຕາມທິດທາງຍຸດທະສາດ, ເອົາລູກຄ້າເປັນໃຈກາງ, ສົ່ງເສີມ ຂະຫຍາຍສິນເຊື່ອ ແລະ ການລະດົມ ທຶນ, ຂະຫຍາຍຖານລູກຄ້າແບບ ຍືນຍົງ; ຊຸກຍູ້ການພັດທະນາຜະ ລິດຕະພັນບໍລິການໂດຍນໍາໃຊ້ເຕັກ ໂນໂລຊີເຂົ້າໃນການພັດທະນາ; ຍົກ ສູງຄຸນນະພາບການບໍລິການລູກຄ້າ ດ້ວຍເປົ້າໝາຍສູງສຸດແມ່ນການ ເຟັ້ນຫາຄວາມເພິ່ງພໍໃຈຂອງລູກ ຄ້າຕໍ່ກັບຜະລິດຕະພັນບໍລິການຂອງ LVB. ບັນດາວຽກງານສົ່ງເສີມການຄ້າ ແນໃສ່ເຮັດໃຫ້ເສດຖະກິດມີສະ ຖຽນລະພາບ, ຮັບໃຊ້ບັນດາເປົ້າ ໝາຍພັດທະນາເສດຖະກິດ-ສັງຄົມ ຂອງລາວ ຫລັງຈາກປະສົບກັບ ຄວາມຫຍຸ້ງຍາກໃນໄລຍະ 3-4 ປີ ທີ່ຜ່ານມາຍ້ອນຜົນກະທົບຈາກພະ ຍາດລະບາດ ແລະ ຄວາມບໍ່ໝັ້ນຄົງ ດ້ານການເມືອງທົ່ວໂລກ. ຄາດວ່າ ຮອດທ້າຍປີ 2023, ຍອດຊັບສິນ ທັງໝົດຂອງLVBຈະບັນລຸປະມານ 900 ລ້ານໂດລາສະຫະລັດ, ຍອດ ເງິນກູ້ລູກຄ້າຈະບັນລຸ ປະມານ 530 ລ້ານໂດລາສະຫະລັດ, ການລະດົມ ທຶນບຸກຄົນ ແລະ ອົງການຈັດຕັ້ງຈະ ບັນລຸ ປະມານ 800 ລ້ານໂດລາສະ ຫະລັດ, ສືບຕໍ່ເປັນໜຶ່ງໃນທະນາ ຄານທຸລະກິດທີ່ມີຂະໜາດໃຫຍ່ທີ່ ສຸດໃນລາວ. ຕານ່າງການເຄື່ອນ ໄຫວທຸລະກິດກວ້າງຂວາງ ແລະ ຄວບຄຸມດ້ວຍລະບົບສາຂາ, ໜ່ວຍ ບໍລິການ ທີ່ທັນສະໄໝເຊິ່ງປັດຈຸບັນ ມີຢູ່ 9/18 ແຂວງໃຫຍ່ໆຂອງລາວ, ສ້າງວຽກເຮັດງານທຳ ແລະ ຮັບປະ ກັນລາຍຮັບ, ຊີວິດການເປັນຢູ່ໃຫ້ ແກ່ພະນັກງານເກືອບ 500 ຄົນ. LVB ຍັງມີຄວາມພາກພູມໃຈ ຂປລ. ເມື່ອບໍ່ດົນມານີ້, ສູນໂຄສະ ນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບແຜນງານປັບ ປຸງຄຸນນະພາບ ແລະ ຂະຫຍາຍໂອ ກາດເຂົ້າເຖິງການສຶກສາຂັ້ນພື້ນ ຖານໃນ ສປປ ລາວ ຫລື ບີຄວາ ສະເໜີວິດີໂອໃໝ່ ເພື່ອປູກຈິດສຳນຶກ ໃນຮັກສາປຶ້ມແບບຮຽນ ຊຶ່ງໄດ້ບອກ ເຖິງສິ່ງທີ່ຄວນເຮັດ ແລະ ສິ່ງທີ່ບໍ່ ຄວນເຮັດແນໃສ່ໃຫ້ຄູສອນຊັ້ນປະ ຖົມສຶກສາ ໃຫ້ຄໍາແນະນໍາແກ່ນັກ ຮຽນກ່ຽວກັບບົດບາດຂອງພວກ ເຂົາໃນການຮັບຜິດຊອບການຮັກ ສາປຶ້ມແບບຮຽນຢ່າງຖືກຕ້ອງ, ພ້ອມທັງອະທິບາຍໃຫ້ນັກຮຽນ ແລະ ພໍ່ແມ່ນັກຂອງນັກຮຽນຮູ້ວິທີການ ຮັກສາປຶ້ມແບບຮຽນ ໂດຍນຳໃຊ້ ຢ່າງລະມັດລະວັງ ແລະ ເປັນເຈົ້າ ການໃນການເກັບຮັກສາ. ນັບແຕ່ປີ2019 ເປັນຕົ້ນມາ ເມື່ອ ໄດ້ເລີ່ມມີການນຳໃຊ້ຫລັກສູດສະ ບັບປັບປຸງໃໝ່, ທຸກໂຮງຮຽນທົ່ວປະ ເທດແມ່ນໄດ້ຮັບຊຸດປຶ້ມແບບຮຽນ ແລະ ຄູ່ມືຄູ ຊຶ່ງໄດ້ອອກຫລັກສູດ ໃໝ່ຂອງຊັ້ນຮຽນໃນແຕ່ລະປີ. ປຶ້ມ ແບບຮຽນແມ່ນມີຄຸນຄ່າ, ສະນັ້ນມັນ ຕ້ອງໄດ້ຮັບການຮັກສາເປັນຢ່າງດີ ເພື່ອໃຫ້ສາມາດເກັບໄວ້ໃຊ້ໄດ້ຍາວ ນານ ເພື່ອນ້ອງນັກຮຽນສົກຮຽນ ໃໝ່ໃນອະນາຄົດໄດ້ໃຊ້ຕໍ່ໄປ. ວິດີໂອນີ້, ໄດ້ຍົກໃຫ້ເຫັນຄໍາແນະ ນໍາທີ່ເຂົ້າໃຈງ່າຍ ເຊັ່ນ: ຄູໄດ້ສາທິດ ວິທີການຫໍ່ປຶ້ມແບບຮຽນໃນເວລາ ໄຂສົກຮຽນໃໝ່ ແລະ ສ້ອມແປງປຶ້ມ ທັນທີຖ້າຫາກເປ່ເພ, ຄູໄດ້ອະທິບາຍ ໃຫ້ນັກຮຽນບໍ່ໃຫ້ພັບປຶ້ມແບບຮຽນ, ຫ້າມຂຽນໃນປຶ້ມແບບຮຽນ ແລະ ຫ້າມກິນຫລືດື່ມໃນເວລາອ່ານໜັງສື ເພາະປຶ້ມແບບຮຽນຄວນເກັບຮັກສາ ໄວ້ຫ່າງຈາກນໍ້າ, ອາຫານແລະ ຝຸ່ນ, ນັກຮຽນຕ້ອງເອົາປຶ້ມແບບຮຽນ ກັບບ້ານ ເພື່ອໃຫ້ເຂົາເຈົ້າສາມາດ ເຮັດວຽກບ້ານ ແລະ ທົບທວນຄືນ ບົດຮຽນຂອງເຂົາເຈົ້າໄດ້. ສະນັ້ນ, ສິ່ງສຳຄັນແມ່ນຄູຄວນສາທິດໃຫ້ ນັກຮຽນເຫັນ ເພື່ອຮູ້ວິທີເກັບປຶ້ມ ເຂົ້າໄວ້ໃນຖົງຮຽນຂອງພວກເຂົາ ຢ່າງລະມັດລະວັງ, ຄູຍັງສາມາດ ຊ່ວຍນັກຮຽນ ແລະ ພໍ່ແມ່ໃຫ້ເອົາ ໃຈໃສ່ໃນການເກັບຮັກສາປຶ້ມແບບ ຮຽນໂດຍເກັບໄວ້ໃນບ່ອນທີ່ສະອາດ ແລະ ແຫ້ງ ເຊັ່ນ: ຕູ້ ຫລື ຊັ້ນວາງ ຢູ່ເຮືອນ. ວິດີໂອການຮັກສາປຶ້ມແບບ ຮຽນນີ້ ແມ່ນຈະອອກອາກາດທາງ ໂທລະພາບການສຶກສາ ແລະ ກິລາ (ຊ່ອງ Lao ESTV) ທາງດາວ ທຽມລາວແຊັດ ຊ່ອງ 8 ແລະທາງ ຊ່ອງYouTubeວິດີໂອສຳລັບການ ພັດທະນາຄູ Teacher Development Videos ແລະ ສາມາດ ຮັບຊົມໄດ້ທີ່ລິ້ງນີ້: https://youtu.be/3k-6Ac 19Dls?si= Q9d1O77NsnVHhp0m ຂປລ. ປີ 2023 ໃນປີຜ່ານມາ, ເຖິງວ່າສະພາບການພາກພື້ນ ແລະ ສາກົນ ສືບຕໍ່ຜັນແປຢ່າງສັບສົນ ແລະ ໄດ້ສົ່ງຜົນກະທົບໄປທົ່ວໂລກ ລວມທັງປະເທດ ຂອງພວກເຮົາກໍ ຕາມ, ແຕ່ສະມາຊິກພັກ, ພະນັກ ງານ-ລັດຖະກອນ, ທະຫານ, ຕຳ ຫລວດ ແລະ ປະຊາຊົນລາວທົ່ວປະ ເທດ ທີ່ໄດ້ເສີມຂະຫຍາຍມູນເຊື້ອຮັກ ຊາດ, ມີຄວາມເສຍສະລະອັນສູງ ສົ່ງ ແລະ ມີຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວ ເພື່ອພ້ອມກັນຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ນາໆປະການສາມາດເຮັດໃຫ້ປະ ເທດເຮົາສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີ ຄວາມເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດສືບຕໍ່ມີບາດກ້າວຂະ ຫຍາຍຕົວ ໃນທ່ວງທ່າດີຂຶ້ນ. ເຖິງວ່າຈະໄດ້ຮັບຜົນກະທົບ ຈາກບັນຫາລາຄານໍ້າມັນເຊື້ອໄຟ ແພງ, ຄ່າຄອງຊີບເພີ່ມສູງຂຶ້ນ, ໄພ ເງິນເຟີ້, ລວມທັງໄພທຳມະຊາດ ແລະ ອື່ນໆ ທີ່ເຮັດການດໍາລົງຊີວິດ ການເປັນຢູ່ຂອງປະຊາຊົນ, ການ ພັດທະນາເສດຖະກິດ-ສັງຄົມ ພົບ ຄວາມຫຍຸ້ງຍາກ ແຕ່ພາຍໃຕ້ການ ນຳພາຂອງພັກ-ລັດຖະບານ ກໍຍັງ ສາມາດຮັກສາໄດ້ສະຖຽນລະພາບ ທາງການເມືອງທີ່ໝັ້ນທ່ຽງ, ສັງຄົມ ມີຄວາມສະຫງົບ ໂດຍພື້ນຖານ ແລະ ເສດຖະກິດ-ສັງຄົມມີການຂະ ຫຍາຍຕົວຕາມຈັງຫວະຢ່າງໝັ້ນ ທ່ຽງ. ດ້ານການພົວພັນຮ່ວມມືກັບ ບັນດາປະເທດເພື່ອນມິດສາກົນ ສປປ ລາວ ກໍໄດ້ສືບຕໍ່ຮັດແໜ້ນການ ຮ່ວມມືກັບບັນດາປະເທດຄູ່ຮ່ວມມື ຍຸດທະສາດຢ່າງແໜ້ນແຟ້ນລວມ ທັງບັນດາປະເທດໃນພາກພື້ນ ໂດຍ ສະເພາະແມ່ນອາຊຽນ ອັນເປັນ ການຍົກຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວ ທີພາກ ພື້ນ ແລະ ການກົນ ສະແດງອອກໃນ ການທີ່ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບກອງປະຊຸມສຳຄັນ ຕ່າງໆ ເປັນຕົ້ນກອງປະຊຸມຄະນະ ກຳມະທິການທ່ອງທ່ຽວອາຊຽນ; ກອງປະຊຸມເຈົ້າໜ້າທີ່ອາວຸໂສວັດ ທະນະທຳ ແລະ ສິລະປະອາຊຽນຄັ້ງ ທີ 19, ກອງປະຊຸມລັດຖະມົນຕີ ໄອຊີທີອາຊຽນ ຄັ້ງທີ 19; ກອງ ປະຊຸມຫົວໜ້າຕໍາຫລວດອາຊຽນ ຄັ້ງທີ 41 ແລະ ກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ ຫວຽດນາມ(CLV)ຄັ້ງທີ 1. ພ້ອມນີ້, ເພື່ອເປັນການສົ່ງເສີມ ໃຫ້ວຽກງານການທ່ອງທ່ຽວໃຫ້ຂະ ຫຍາຍຕົວ ສປປ ລາວ ເປີດປີທ່ອງ ທ່ຽວລາວ 2024 ໂດຍພິທີເປີດປີ ທ່ອງທ່ຽວລາວ 2024 ໃນໂອກາດ ບຸນນະມັດສະການພະທາດຫລວງ ວຽງຈັນ ປະຈຳປີ 2023 ໃນວັນທີ 23 ພະຈິກ 2023 ໂດຍລັດຖະບານ ຖືເອົາການເປີດປີທ່ອງທ່ຽວລາວ ບາງເຫດການສຳຄັນ... /b dvq [Iq ,dkogxa o;y mtpkdvo .sh rtoa d'ko lol c]t 0r0 Iv[mu II ຂປລ. ຊຸດຝຶກອົບຮົມການເປັນຄູ ຝຶກທີ່ດີ ໃຫ້ແກ່ພະນັກງານເສນາ ທິການຂອງສະຖາບັນຄົ້ນຄວ້ານິຕິ ກໍາສະພາແຫ່ງຊາດ (ສນສ)ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ຮອບທີ II ຈັດນຶ້ນໃນວັນທີ 26-28 ທັນວາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ເພື່ອສ້າງໃຫ້ ສນສ ແລະ ສພຂ ມີທີມຄູຝຶກທີ່ໄດ້ ຕາມ ມາດຕະຖານ, ເງື່ອນໄຂ ແລະ ໃຫ້ມີ ຄວາມຮັບຮູ້ຢ່າງເລິກເຊິ່ຕໍ່ກັບການ ເປັນວິທະຍາກອນ, ມີຄວາມເຂັ້ມ ແຂງໃນການເປັນວິທະຍາກອນທີ່ ມີຄວາມຊໍານານ ໃນການສະເໜີ ເອກະສານ. ຊຸດອົບຮົມຄັ້ງນີ້, ສໍາມະນາກອນ ໄດ້ຮັບຟັງການສະເໜີບົດຮຽນກ່ຽວ ກັບບົດບາດຂອງວິທະຍາກອນ, ທັກສະໃນການກະກຽມແຜນການ ສອນແລະການຈັດຫ້ອງປະຊຸມ,ທັກ ສະໃນການເວົ້າ, ການນໍາໃຊ້ເຄື່ອງ ມື, ການຟັງ, ການສັງເກດແລະການ ສື່ສານໃນການຝຶກອົບຮົມ. ນອກ ຈາກການຮຽນທິດສະດີແລ້ວ, ສໍາ ມະນາກອນ ຍັງໄດ້ປະກອບສ່ວນ ແລກປ່ຽນຄໍາຄິດຄໍາເຫັນໃນແຕ່ລະ ຫົວຂໍ້ ພ້ອມທັງຝຶກແອບປະຕິບັດ ຕົວຈິງໃນການເປັນວິທະຍາກອນ. ໂອກາດນີ້, ທ່ານ ສິນທະລາ ຫລ້າສຸກສະໄໝໄດ້ຕີລາຄາສູງຕໍ່ຜົນ ສໍາເລັດໃນການສຳມະນາຄັ້ງນີ້, ສໍາ ມະນາກອນໄດ້ເອົາໃຈໃສ່ໃນການ ຄົ້ນຄວ້າ ແລະ ສົນທະນາແລກປ່ຽນ ບົດຮຽນດ້ວຍຄວາມຕັ້ງໜ້າ, ສາ ມາດຜ່ານການປະເມີນ ແລະ ໄດ້ຮັບ ໃບຢັ້ງຢືນໃນການເປັນວິທະຍາ ກອນຕາມມາດຕະຖານຂອງການ ເປັນວິທະຍາກອນ ເຊິ່ງເປັນຄັ້ງທຳ ອິດທີ່ສະຖາບັນຄົ້ນຄວ້ານິຕິກໍາກໍຄື ພະນັກງານຂອງພວກເຮົາ ໄດ້ຮັບ ໃບຢັ້ງຢືນໃນການເປັນວິທະຍາ ກອນ. ຜົນສໍາເລັດຂອງກອງປະຊຸມ ໃນຄັ້ງນີ້ ເປັນຜົນສໍາເລັດເບື້ອງຕົ້ນ ໃນຕໍ່ໜ້າພວກເຮົາຍັງຈະໄດ້ສືບຕໍ່ ເອົາໃຈໃສ່ຄົ້ນຄວ້າ ແລະ ຝຶກຊ້ອມ ເພື່ອໃຫ້ມີຄວາມຊຳນານງານຢ່າງ ເປັນມືອາຊີບ. ພ້ອມນີ້, ທ່ານຍັງເຊື່ອ ໝັ້ນວ່າ ບັນດາສໍາມະນາກອນທີ່ເຂົ້າ ຮ່ວມໃນຄັ້ງນີ້ຈະນໍາເອົາເນື້ອໃນ ແລະ ບົດຮຽນໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໃຫ້ມີຜົນເປັນຮູບປະ ທໍາໃນວຽກງານຕົວຈິງ ແລະ ເປັນ ປະໂຫຍດສູງສຸດຢູ່ໃນການປະຕິບັດ ໜ້າທີ່ຢູ່ໃນການຈັດຕັ້ງຂອງຕົນ. ຂ່າວ-ພາບ: ອານິຕາ ມ່ວນສະຫວັດ 2024ພາຍໃຕ້ຄຳຂວັນ“ທ່ອງທ່ຽວ ລາວ ປອດໄພ, ຊື່ນໃຈໃນວັດທະນະ ທໍາ, ທໍາມະຊາດ ແລະ ປະຫວັດ ສາດ” ແລະ ສັນຍະລັກ“ຊ້າງເຜືອກ ງວງກ້ຽວແຄນລາວ” ເປັນເຫດ ການໜຶ່ງທີ່ມີຄວາມໝາຍຄວາມ ສຳຄັນ ພາຍຫລັງທີ່ຊຸມປີຜ່ານມາຂະ ແໜງທ່ອງທ່ຽວໄດ້ຖືກຜົນກະທົບ ຢ່າງໜັກໜ່ວງ ຈາກການລະບາດ ຂອງພະຍາດໂຄວິດ-19. ຄຽງຄູ່ກັນນັ້ນ, ລັດຖະບານກໍຍັງ ສຸມໃສ່ການການປະຕິບັດ ວາລະ ແຫ່ງຊາດວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ ຊຶ່ງຕະຫລອດໄລຍະ ຜ່ານມາ, ລັດຖະບານໄດ້ຖືເອົາການ ແກ້ໄຂບັນຫາຢາເສບຕິດເປັນວຽກ ໜຶ່ງທີ່ສໍາຄັນ ແນໃສ່ເຮັດໃຫ້ປະຊາ ຊົນໃນທົ່ວສັງຄົມປອດໄພຈາກບັນ ຫາຢາເສບຕິດ ເພື່ອເຮັດໃຫ້ປະຊາຊົນ ລາວເຮົາ ມີຄວາມຜາສຸກຢູ່ດີກິນ ດີ. ຜ່ານການເຄື່ອນໄຫວຕົວຈິງ ແຕ່ເດືອນກໍລະກົດ 2021- ພະຈິກ 2023 ສາມາດແກ້ໄຂຄະດີຢາເສບ ຕິດ ໄດ້ທັງໝົດ 11.558 ເລື່ອງ, ຈັບຜູ້ຖືກຫາໄດ້ 17.074 ຄົນ, ຍິງ 1.913 ຄົນ ແລະ ຢຶດຢາເສບຕິດ ປະເພດຕ່າງໆໄດ້ເປັນຈຳນວນ ຫລວງຫລາຍ. ຂະນະດຽວກັນ ເພື່ອສ້າງພື້ນ ຖານໃນການຄຸ້ມຄອງລັດ ໄປສູ່ລະ ບົບດີຈິຕອນລັດຖະບານສປປລາວ ແລະ ລັດຖະບານສສຫວຽດນາມ ໄດ້ມອບ-ຮັບ ແລະ ເປີດນໍາໃຊ້ລະບົບ ຊອບແວ ປະຕິບັດການຄວາມປອດ ໄພໄຊເບີ ແລະ ລະບົບການຮຽນ ອອນລາຍແບບ ເປີດກວ້າງໂດຍຮັບ ການຊ່ວຍເຫລືອ ຈາກກະຊວງຖະ ແຫລ່ງຂ່າວ ແລະ ການສື່ສານກໍຄື ລັດຖະບານ ສສ ຫວຽດນາມ. ທັງ ສອງລະບົບນີ້, ມີຄຸນປະໂຫຍດຢ່າງ ໃຫຍ່ຫລວງ ມາສູ່ພັກ ແລະ ລັດຖະ ບານ ກໍຄື ປະຊາຊົນລາວ ບັນດາ ເຜົ່າ ໃນການເຝົ້າລະວັງຄວາມປອດ ໄພໃນລະບົບເຄືອຂ່າຍອິນເຕີເນັດຕະ ຫລອດ 24 ຊົ່ວໂມງ ແລະ ການ ເປີດກວ້າງໃຫ້ນັກຮຽນ, ນັກສຶກສາ, ພະນັກງານ ແລະ ປະຊາຊົນ ສາມາດ ຄົ້ນຄວ້າຂໍ້ມູນການຮຽນ ໂດຍຜ່ານ ລະບົບອອນລາຍ.

RkJQdWJsaXNoZXIy MTc3MTYxMQ==