5780

xtgmf]k; 3 02/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me xu .\j .sh ,u va o.\j ໂດຍ: ຄ້ອງໃໝ່ sa odko75h ,7v'oE,a og-N vw2 g0Q kl6j c[[czoma oltw\ ໂດຍ:ຍ້ອມເພັດ ວິໄລພັນ * ກົມນໍ້າມັນເຊື້ອໄຟ ມີພາລະບົດ ບາດ ເປັນເສນາທິການໃຫ້ກົມໃຫຍ່ ພະລາທິການກອງທັບແລະກະຊວງ ປ້ອງກັນປະເທດກ່ຽວກັບວຽກງານ ນໍ້າມັນເຊື້ອໄຟ, ມີໜ້າທີ່ຈັດຕັ້ງຮັບ ປະກັນແລະ ຄຸ້ມຄອງນ້ຳມັນເຊື້ອໄຟ ໃຫ້ກອງທັບ ໄດ້ເຮັດສຳເລັດໜ້າທີ່ ໃນຍາມປົກກະຕິ ກໍຄືໃນຍາມເຄື່ອນ ໄຫວສູ້ຮົບ ພ້ອມກັນນັ້ນ, ກໍເຮັດໜ້າ ທີ່ກໍ່ສ້າງຂະແໜງການນ້ຳມັນເຊື້ອ ໄຟໃຫ້ໜັກແໜ້ນ, ເຂັ້ມແຂງແລະຫັນ ເປັນທັນສະໄໝ. ມາຮອດປັດຈຸບັນ ບັນດາກົມກອງກຳລັງຫລວງມີປໍ້າ ນໍ້າມັນເຊື້ອໄຟທັນສະໄໝໃຊ້ກວມ ເອົາ 85%. ສະຫາຍ ພົນຈັດຕະວາ ຈັນທະ ຈັກ ໄຊຍະວົງສາ ຫົວໜ້າກົມນ້ຳ ມັນເຊື້ອໄຟ ກົມໃຫຍ່ພະລາທິການ ກອງທັບ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມກອງທັບວ່າ: ນັບແຕ່ປີ 2007 ເປັນຕົ້ນມາ, ກົມນ້ຳມັນເຊື້ອ ໄຟໄດ້ມີຄວາມພະຍາຍາມ ແລະ ເປັນເຈົ້າການປັບປຸງຂະແໜງການ ນ້ຳມັນເຊື້ອໄຟ ໃນກອງທັບໃຫ້ຫັນ ເຂົ້າສູ່ລະບຽບແບບແຜນເທື່ອລະ ກ້າວ, ໂດຍເລີ່ມຈາກການກໍ່ສ້າງ ພື້ນຖານໂຄງລ່າງຮັບປະກັນນ້ຳມັນ ເຊື້ອໄຟ, ສຸມໃສ່ການກໍ່ສ້າງພະນັກ ງານວິຊາການຢູ່ພາຍໃນ ແລະ ຕ່າງ ປະເທດ, ສຸມທຶນຮອນເຂົ້າໃນການ ກໍ່ສ້າງລະບົບສາງນໍ້າມັນເຊື້ອໄຟ * ປີເກົ່າ 2023 ຜ່ານໄປແລ້ວ, ຫລາຍທ່ານຫລາຍຄົນປະສົບຜົນ ສໍາເລັດໃນຊີວິດສ່ວນຕົວ-ຄອບຄົວ ແລະ ໜ້າທີ່ວຽກງານ ໃນອາຊີບ ຕ່າງໆກັນໄປ. ແຕ່ເຖິງຢ່າງໃດກໍ່ເຊື່ອ ວ່າອາດຈະມີຈໍານວນບໍ່ໜ້ອຍທີ່ບໍ່ ຄ່ອຍສົມຫວັງສົມປາຖະໜາໃນ ການເຄື່ອນໄຫວຊີວິດ-ວຽກງານໃນ ປີຜ່ານມາ ເຊິ່ງມັນຮຽກຮ້ອງໃຫ້ຕ້ອງ ສູ້ຊົນຕໍ່ ເພື່ອຜົນສໍາເລັດຕາມເປົ້າ ໝາຍທີ່ວາງໄວ້ໃນປີໃໝ່ 2024. ປີໃໝ່ ອີງໃສ່ສະພາບທ່າອ່ຽງລວມ ທີ່ຈະມີທັງກາລະໂອກາດທີ່ເອື້ອ ອໍານວຍ ແລະ ສິ່ງທ້າທາຍທົດສອບ ນາໆປະການ, ດ້ວຍຄວາມຫວັງອັນ ສູງສົ່ງວ່າ ພວກເຮົາຈະພ້ອມກັນ ບຸກບືນສູ້ຊົນ ເພື່ອໃຫ້ມີອັນໃໝ່ ຈາກ ການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ໃນໜ້າທີ່ວຽກງານ ແລະ ການສ້າງ ຄອບຄົວ... ກ້າວສູ່ປີ 2024 ມາເປັນມື້ທີ ສອງແລ້ວ,ຫລາຍຄົນກັບຄືນສູ່ວຽກ ງານ ໃນສາຂາອາຊີບຕ່າງໆ ເພາະ ງານລ້ຽງຍ່ອມມີຍາມເລີກລາ, ແຕ່ ບາງທ່ານກໍ່ອາດຈະຍັງພັກຕໍ່ຕາມ ເງື່ອນໄຂອໍານວຍຂອງໃຜລາວ. ຄວາມຈິງເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນເທື່ອນີ້ມີເວລາ ໄດ້ພັກຫລາຍວັນຕໍ່ເນື່ອງສາມວັນ ເພາະຕິດຕໍ່ຈາກເສົາ-ອາທິດ ເຊິ່ງກໍ່ ພໍມີເວລາໄປທ່ອງທ່ຽວ-ຢ້ຽມຢາມ ຕາມເປົ້າໝາຍຂອງແຕ່ລະທ່ານ ແຕ່ລະຄົນ. ສໍາລັບບາງທ່ານກໍ່ອາດ ຈະບໍ່ໄດ້ພັກຕໍ່ວັນຫລາຍປານນັ້ນ ເພາະໜ້າທີ່ວຽກງານ ຕິດພັນກັບ ການບໍລິການສັງຄົມດ້ານຕ່າງໆ ເຊັ່ນ ແພດໝໍ, ກໍາລັງ ປກຊ-ປກສ, ນັກຂ່າວ-ສື່ມວນຊົນ, ທະນາຄານ... ຂໍຊົມເຊີຍການອຸທິດຕົນເພື່ອວຽກ ງານບໍລິການສັງຄົມຢ່າງໝົດຈິດ ໝົດໃຈ. ປີ 2023 ຜ່ານມາ, ຄວາມຫຍຸ້ງ ຍາກທາງເສດຖະກິດ ອັນມີຜົນສະ ທ້ອນຈາກສະພາບພາກພື້ນ-ສາກົນ ແລະ ຈາກເງື່ອນໄຂພາຍໃນພວກ ເຮົາທີ່ມີຜົນລັກສະນະແກ່ຍາວມາ ແຕ່ໂຄວິດລະບາດ, ໄພພິບັດທາງ ທໍາມະຊາດ...ມາຮອດປີກາຍ ຄືຈັ່ງ ວ່າຮ້າຍແຮງໜັກໜ່ວງພໍສົມຄວນ ສໍາລັບພວກເຮົາ ໂດຍສະເພາະຜົນ ກະທົບຈາກສະພາບອັດຕາແລກ ປ່ຽນເງິນຕາ, ສິນຄ້າລາຄາແພງຂຶ້ນ ກະທົບບໍ່ໜ້ອຍຊີວິດການເປັນຢູ່ ເຊິ່ງພັກ-ລັດ ກໍ່ບໍ່ໄດ້ນິ່ງນອນໃຈ, ໄດ້ນໍາພາ-ຊີ້ນໍາ ແກ້ໄຂຢ່າງໄວວາ ໃນຫລາຍຮູບແບບ-ວິທີການນັບແຕ່ ສູນກາງ-ທ້ອງຖິ່ນ. ສະພາບຫຍຸ້ງ ຍາກປີຜ່ານມາຫລາຍຄົນກໍ່ມີຄໍາ ເຫັນວ່າ ຜົນກະທົບຂອງມັນກໍ່ຄືກັບ ເວລາເຮົາ ປະເຊີນໜ້າພະຍາດໂຄ ວິດ, ສະພາບໄດ້ຮຽກຮ້ອງໃຫ້ພວກ ເຮົາຫັນປ່ຽນໃໝ່ຫລາຍອັນ ເຊິ່ງເວ ລານັ້ນພວກເຮົາເວົ້າກັນວ່ານິວນໍມໍ. ມາຮອດເວລານີ້ ເຫັນວ່າຫລາຍອັນ ກໍ່ໄດ້ມີການຫັນປ່ຽນໃໝ່ໃນພຶດຕິ ກໍາຕົວຈິງວຽກງານ ແລະ ການ ເຄື່ອນໄຫວໃນສັງຄົມພວກເຮົາ. ບັນ ຫາທີ່ຖືກຕັ້ງຂຶ້ນກໍ່ຍັງແມ່ນເລື່ອງ ຄວາມຫຍຸ້ງຍາກຍ້ອນລາຍຮັບບໍ່ ສົມຄູ່ກັບລາຍຈ່າຍ ເຊິ່ງໃນປີຜ່ານ ມາກະທົບແຮງ, ການແກ້ໄຂຂອງ ຫລາຍຄົນພະຍາຍາມປະຢັດສຸດ ຂີດ, ຕ້ອງຊອກຫາແຫລ່ງລາຍຮັບ ອື່ນຕື່ມ ຕາມທ່າແຮງຂອງໃຜລາວ. ປີໃໝ່ນີ້ວິທີການຜ່ານຜ່າຄວາມຫຍຸ້ງ ຍາກຍ້ອນລາຍຮັບບໍ່ສົມຄູ່ກັບລາຍ ຈ່າຍສໍາລັບບຸກຄົນ ແລະ ຄອບຄົວ ຈະເຮັດແນວໃດ ຖືເປັນບັ້ງເລກທີ່ ແກ້ບໍ່ງ່າຍສໍາລັບຫລາຍຄົນທີ່ມີຂໍ້ ຈໍາກັດດ້ານທ່າແຮງບົ່ມຊ້ອນ. ສະ ນັ້ນການປະຢັດຍັງຖືເປັນອັນພື້ນ ຖານໃຫ້ເອົາຕົວລອດໃນສະພາບ ຫຍຸ້ງຍາກ, ພະຍາຍາມຫັນເປັນຄົນ ຢູ່ງ່າຍ, ກິນ-ດື່ມງ່າຍ, ສູ້ຊົນດຸໝັ່ນ ເພື່ອຊອກແຫລ່ງລາຍຮັບອື່ນເຂົ້າ ມາຕື່ມ(ຖ້າພໍມີເງື່ອນໄຂອໍານວຍ). ບັນຫາທີ່ຖືກຕັ້ງຂຶ້ນ ເພື່ອຫັນປ່ຽນ ໃໝ່ ສອດຄ່ອງສະພາບອັນໜຶ່ງຍັງ ແມ່ນເລື່ອງງານສັງຄົມ ທີ່ຕິດພັນ ຄວາມສາມັກຄີຮັກແພງ ອັນເປັນ ມູນເຊື້ອໜຶ່ງຂອງສັງຄົມລາວ ເປັນ ຕົ້ນແຕ່ງດອງ ຫລື ແຕ່ງງານ, ບຸນ ຕ່າງໆ, ເຮືອນດີ ແລະ ອື່ນໆ. ນັ້ນຍັງ ເປັນສິ່ງທ້າທາຍສໍາລັບຜູ້ມີລາຍຮັບ ບໍ່ສົມຄູ່ການຈ່າຍຕົວຈິງອັນເປັນ ຄວາມຕ້ອງການໃນການດໍາລົງຊີ ວິດ-ເຄື່ອນໄຫວສັງຄົມ. ຖ້າພວກເຮົາ ພະຍາຍາມໄດ້ ໃຫ້ງານມີລັກສະນະ ກະທັດຮັດລົງ, ເນັ້ນສືບທອດປະເພນີ ອັນດີງາມ ຖືເນື້ອໃນສໍາຄັນ ເພື່ອຈໍາ ກັດການຈ່າຍລົງຕື່ມຫລາຍຄົນກໍ່ ວ່າຈະດີບໍ່ໜ້ອຍໃນສະພາບເວລານີ້. ສະຫລຸບວ່າ ປີໃໝ່ ພະຍາຍາມສູ້ ຊົນໃຫ້ມີອັນໃໝ່ ທີ່ມີລັກສະນະຕັ້ງ ໜ້າກວ່າເກົ່າ ໃນການຫັນປ່ຽນດ້ານ ຕ່າງໆທັງສ່ວນຕົວ, ຄອບຄົວ ແລະ ສັງຄົມຕ້ອງໄດ້ຊ່ວຍກັນ, ມີການ ແລກປ່ຽນຄໍາເຫັນຢ່າງສ້າງສັນ, ເຫັນໄດ້ບັນຫາ, ບໍ່ປະຖິ້ມກັນ, ບໍ່ຖິ້ມ ໂທດໃສ່ຜູ້ໃດ, ສູ້ຊົນເຮັດທຸກສິ່ງຢ່າງ ເພື່ອສ້າງຄວາມເຂັ້ມແຂງດ້ວຍ ພວກເຮົາເອງ, ຈໍາກັດການນໍາ ເຂົ້າ ທີ່ບໍ່ຈໍາເປັນ. ການໃຊ້ຈ່າຍອັນໃດນັບ ແຕ່ໜ້ອຍ-ຫລາຍໃຫ້ຄໍານຶງເຖິງ ຄວາມຈໍາເປັນ, ຫລີກເວັ້ນການຟຸມ ເຟືອຍ, ຫັນປ່ຽນຈາກພຶດຕິກໍາສັງ ຄົມບໍລິໂພກ ໃຫ້ເປັນສັງຄົມການຜະ ລິດໃຫ້ເຂັ້ມແຂງຂຶ້ນໄປ. ປີໃໝ່ພ້ອມ ກັນສູ້ຊົນໃຫ້ມີການຫັນປ່ຽນໃໝ່ທີ່ ຕັ້ງໜ້າກວ່າເກົ່າ, ມີຜົນສໍາເລັດໃໝ່ ດ້ວຍຄຸນນະພາບອັນໃໝ່. ຢູ່ຕາມເຂດຍຸດທະສາດປ້ອງກັນ ຊາດ ພ້ອມກັນນັ້ນ, ບັນ ດາກົມກອງ ກຳລັງຫລວງ-ກຳລັງທ້ອງຖິ່ນ ກໍມີ ສາງ ແລະ ປໍ້າ ເບີກຈ່າຍນໍ້າມັນ ສາ ມາດຮັບປະກັນນ້ຳມັນເຊື້ອໄຟໃຫ້ ແກ່ວຽກງານກຽມພ້ອມສູ້ຮົບ, ຝຶກ ແອບຮ່ຳຮຽນ, ເຄື່ອນໄຫວເຮັດໃຫ້ ສະພາບມີຄວາມສະຫງົບ ແລະ ກໍ່ສ້າງເສດຖະກິດ, ອັນພົ້ນເດັ່ນໃນ ຊຸມປີຜ່ານມາ ໄດ້ປັບປຸງຂະແໜງ ການໃຫ້ເຂັ້ມແຂງ ແລະ ຫັນເປັນທັນ ສະໄໝ. ມາຮອດປັດຈຸບັນນີ້, ບັນ ດາວຽກງານດັ່ງກ່າວໄດ້ຈັດຕັ້ງເປັນ ຮູບປະທຳຫລາຍດ້ານເປັນຕົ້ນ: ມີ ກົງຈັກການຈັດຕັ້ງນ້ຳມັນເຊື້ອໄຟ ທີ່ເປັນເອກະພາບແຕ່ເທິງລົງລຸ່ມ, ມີພະນັກງານວິຊາສະເພາະທີ່ມີ ຄວາມຮູ້ຄວາມສາມາດ, ມີພື້ນຖານ ນິຕິກຳທີ່ເປັນລະບົບຄົບຊຸດ ແລະ ໄດ້ປະກອບເຄື່ອງມືທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງນ້ຳມັນເຊື້ອໄຟ ຢ່າງຮັດກຸມ. ກ່ຽວກັບວຽກງານສະ ໜອງ(ເບີກຈ່າຍ)ແລະຄຸ້ມຄອງນໍ້າ ມັນເຊື້ອໄຟ ໄດ້ເປັນເຈົ້າການຈັດຕັ້ງ ເບີກຈ່າຍ, ສະໜອງນໍ້າມັນເຊື້ອໄຟ ໃຫ້ບັນດາກົມກອງແລະບັນດາແຜນ ການວຽກງານລວມຂອງກະຊວງ ຕາມແຜນການທີ່ຂັ້ນເທິງອະນຸມັດ ໃນນີ້, ຮ່ວງທີ່ແບ່ງປັນໃຫ້ບັນດາກົມ ກອງໄດ້ຈັດຕັ້ງຮັບປະກັນ ໃຫ້ເປັນ ເດືອນ, ເປັນງວດ ຫລື ໝົດປີບາດ ດຽວ, ສ່ວນຮ່ວງແຮຂອງກະຊວງ ແມ່ນຄິດໄລ່ເບີກຈ່າຍຕາມແຜນ ການວຽກງານຕົວຈິງ ແລະ ຄວາມ ສາມາດຂອງວັດຖຸ, ມີຫລາຍໂຄງ ການຂອງກະຊວງ ໄດ້ຈັດຕັ້ງພະນັກ ງານວິຊາການໄປຮັບປະກັນໂດຍ ກົງເຊັ່ນ: ໂຄງການ 01728, ບັ້ນ ຊ້ອມຮົບຂັ້ນຍຸດທະສາດ, ກອບກູ້ໄພ ພິບັດ, ສະເຫລີມສະຫລອງວັນສຳ ຄັນຂອງຊາດ, ການແກ້ໄຂຄວາມບໍ່ ສະຫງົບຢູ່ເຂດໃຈກາງ, ໂຄງການ ເກັບກູ້ລະເບີດ ແລະ ອື່ນໆ ເຊິ່ງເຫັນ ວ່າຄົບຖ້ວນ,ທັນເວລາ,ຄົບຊຸດແລະ ຊັດເຈນ, ບັນດາປະກົດການຫຍໍ້ທໍ້ ກ່ຽວກັບວິຊາສະເພາະໄດ້ຫລຸດ ໜ້ອຍຖອຍລົງ. ວຽກງານຮັບປະ ກັນເຕັກນິກນໍ້າມັນເຊື້ອໄຟ: ໄດ້ຈັດ ຕັ້ງຄຸ້ມຄອງ-ປົກປັກຮັກສາພື້ນຖານ ຮັບປະກັນນໍ້າມັນເຊື້ອໄຟໃນທົ່ວ ກອງທັບ, ສຳເລັດການຂຶ້ນບັນຊີພາ ຫະນະເຕັກນິກ, ອຸປະກອນນໍ້າມັນ ເຊື້ອໄຟ, ລະບົບສາງນໍ້າມັນແຕ່ລະ ຂັ້ນ, ໄດ້ກຳນົດຮູບແບບສາງນໍ້າມັນ ແຕ່ລະຂັ້ນ, ສະໜອງອຸປະກອນນໍ້າ ມັນ ໃຫ້ບັນດາກົມກອງຢ່າງທົ່ວເຖິງ ພ້ອມກັນນັ້ນ, ກໍບົວລະບັດ, ສ້ອມ ແປງສາງນ້ຳມັນ ແລະ ກໍ່ສ້າງຖັງ ໃໝ່. ວຽກງານກໍ່ສ້າງຂະແໜງ ການກົມນ້ຳມັນເຊື້ອໄຟ ໄດ້ເປັນເຈົ້າ ການວາງ7ວຽກງານໃຫຍ່ເຊິ່ງເປັນ ວິໄສທັດໃນການປັບປຸງ-ກໍ່ສ້າງຂະ ແໜງການໃຫ້ເຂັ້ມແຂງຮອບດ້ານ ແລະ ຫັນເປັນທັນສະໄໝມາຮອດ ປັດຈຸບັນ, ບັນດາແຜນການວຽກ ງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະ ຕິບັດເປັນຮູບປະທຳຕົວຈິງ. ພ້ອມ ກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ ສ້າງອົງການກົມ ກໍຄືອົງການນ້ຳ ມັນແຕ່ລະຂັ້ນ ມີຄວາມໜັກແໜ້ນ ເຂັ້ມແຂງ, ແບບແຜນວິທີ ເຮັດວຽກ ຂອງຄະນະກົມ, ບັນດາພະແນກ ການ ແລະ ອົງການນໍ້າມັນເຊື້ອໄຟ ແຕ່ລະຂັ້ນໄດ້ຮັບການປັບປຸງຫັນ ເຂົ້າສູ່ລະບຽບແບບແຜນທີ່ດີຂຶ້ນ. ໂດຍສັງລວມແລ້ວ ເຫັນວ່າສາມາດ ຈັດຕັ້ງຮັບປະກັນ ແລະ ຄຸ້ມຄອງນໍ້າ ມັນເຊື້ອໄຟໃຫ້ ທຸກວຽກງານໄດ້ຄົບ ຖ້ວນ, ທັນເວລາ, ຊັດເຈນ ແລະ ຍັງ ມີສ່ວນແຮໄວ້, ຮັບປະກັນໃຫ້ທຸກ ການເຄື່ອນໄຫວຂອງກອງທັບ ໄດ້ ເຮັດສຳເລັດໜ້າທີ່, ທົ່ວຂະແໜງ ການມີ ຄວາມສະຫງົບ, ໜັກແໜ້ນ, ຂະຫຍາຍຕົວ ແລະ ຫັນເປັນທັນສະ ໄໝຢ່າງກ້າວກະໂດດ, ສາມາດຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ໃນຂະແໜງການ ໄດ້ດີສົມຄວນ. ສະຫາຍຫົວໜ້າກົມນ້ຳມັນເຊື້ອ ໄຟ ຍັງໄດ້ກ່າວຕື່ມວ່າ: ການເຄື່ອນ ໄຫວວຽກງານນໍ້າມັນເຊື້ອໄຟໃນໄລ ຍະຜ່ານມາ ເຖິງຈະພົບຂໍ້ຫຍຸ້ງຍາກ ຫລາຍດ້ານອັນເນື່ອງມາຈາກກອງ ທັບພວກເຮົາ ມີການປະກອບພາຫະ ນະເຕັກນິກ, ອາວຸດ-ກະສຸນຫລາຍຊະ ນິດ, ຄວາມຕ້ອງການນຳໃຊ້ນໍ້າມັນ ຫລາຍຊະນິດແຕກຕ່າງກັນ, ນໍ້າມັນ ເຊື້ອໄຟແມ່ນໄດ້ ນຳເຂົ້າຈາກຕ່າງ ປະເທດ, ມີບາງຊະນິດຕ້ອງໄດ້ນຳ ເຂົ້າຈາກປະເທດ ຜູ້ຜະລິດພາຫະ ນະເຕັກນິກແຕ່ພວກ ເຮົາກໍສາມາດ ຜ່ານຜາມາໄດ້. ໝາກຜົນດັ່ງກ່າວກໍ ຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດ ຕິດແທດຈາກຄະນະພັກກະຊວງ ປ້ອງກັນປະເທດ ກໍຄືກົມໃຫຍ່ພະລາ ທິການກອງທັບ, ສຸມທຶນຮອນເຂົ້າ ໃນການກໍ່ສ້າງພະນັກງານວິຊາສະ ເພາະ, ກໍ່ສ້າງພື້ນຖານວັດຖຸເຕັກນິກ ນ້ຳມັນເຊື້ອໄຟ, ພ້ອມທັງຍາດແຍ່ງ ເອົາການຊ່ວຍ ເຫລືອອັນລ້ຳຄ່າຈາກ ປະເທດເພື່ອນ ມິດຍຸດທະສາດເຮັດ ໃຫ້ຂະແໜງການນ້ຳມັນເຊື້ອໄຟ ເຕີບໃຫຍ່ຂະຫຍາຍຕົວ, ມີຄວາມ ເຂັ້ມແຂງ, ໜັກແໜ້ນ ແລະ ໄດ້ຫັນ ເປັນທັນສະໄໝເທື່ອລະກ້າວ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==