5780

]a f4t,q o8u 4;m 8h voIa [ m6 f8u ,= {c]a fltg8 g0Q k1h P,ve]k lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 02/01/2024 xtgmf]k; ສຳເລັດການຍົກລະດັບ... ປະທານປະເທດ... ພະແນກອຸດສາຫະກຳ... ສະຫລຸບຄືນ... ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຕ້ອນຮັບທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ ເອກອັກຄະລັດຖະທູດວິສາ ມັນ ຜູ້ມີອຳນາດເຕັມແຫ່ງສາທາລະ ນະລັດ ປະຊາທິປະໄຕ ຕີມໍ-ແລັດສະ ເຕ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່າ ນັບອຳລາ ໃນວັນທີ 29 ທັນວາ 2023 ໃນໂອກາດສຳເລັດການປະ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໂອກາດນີ້, ທ່ານນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດດີ ເຈ ຊຸດທີ່ໄດ້ປະຕິບັດໜ້າທີ່ດ້ວຍຄວາມ ຫ້າວຫັນ ແລະ ສຸມທຸກກຳລັງແຮງ ຂອງຕົນເຂົ້າໃນການຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ, ການຮ່ວມ ມື ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນລະຫວ່າງ ສປປ ລາວ ແລະ ຕີມໍ-ແລັດສະເຕ ທີ່ມີມາແລ້ວນັ້ນໃຫ້ ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອງທັງໄດ້ອອຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດດ້ວຍ ຄວາມສະຫວັດດີພາບ ແລະ ປະສົບ ຜົນສຳເລັດໃນໜ້າທີ່ວຽກງານໃໝ່ ຂອງຕົນ. ທ່ານນາງ ມາເຣຍ ເຣນາຕ້າ ຄາ ດັດ ດີ ເຈຊຸດ ກໍໄດ້ສະແດງຄວາມ ຂອບໃຈຕໍ່ທ່ານລັດຖະມົນຕີກະຊວງ ຖວທ ທີ່ໄດ້ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ ແລະ ສະແດງຄວາມຂອບ ໃຈຕໍ່ລັດຖະບານ ແລະ ປະຊາຊົນ ລາວ ທີ່ໄດ້ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືເປັນຢ່າງດີ ຊຶ່ງໄດ້ເຮັດໃຫ້ການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ໄດ້ຮັບຜົນ ສຳເລັດເປັນຢ່າງດີ. ຂ່າວ-ພາບ: ວຽງສະຫວັນ ທ່ານ ນາງ ສວນສະຫວັນ ວິຍະເກດ (ຂວາ) ໃໝ່ ເຊິ່ງໄດ້ສ້າງເຊື່ອໝັ້ນໃຫ້ແກ່ປະຊາຊົນ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໄດ້ດີຂຶ້ນ. ລັດຖະບານໄດ້ຕີລາຄາສະພາບການຜະລິດ ແລະ ການບໍລິການຢູ່ ສປປ ລາວ ພວມໄດ້ຮັບການພັດທະນາ ແລະ ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ເສດຖະກິດ ຂອງ ສປປ ລາວ ມີທ່າອ່ຽງຂະຫຍາຍຕົວຂຶ້ນເລື້ອຍໆ ຫລາຍຂະແໜງການ ກໍໄດ້ມີການພັດ ທະນາ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ ເປັນຕົ້ນ: ຂະແໜງກະສິກຳຂະ ຫຍາຍຕົວ 3,8%, ກວມເອົາ 14,6% ຂອງ GDP (ມະຕິສະພາ: ໝົດ ປີໃຫ້ຂະຫຍາຍຕົວ 2,5% ແລະ ກວມເອົາ 17,2% ຂອງ GDP); ຂະ ແໜງອຸດສາຫະກຳ ຂະຫຍາຍຕົວ 4,7%, ກວມເອົາ 36,6% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍຕົວ 5,0% ແລະ ກວມເອົາ 34,2% ຂອງ GDP); ຂະແໜງບໍລິການ ຂະຫຍາຍຕົວ 5,6%, ກວມເອົາ 37,6% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍຕົວ 4,7% ແລະ ກວມເອົາ 37,5% ຂອງ GDP) ແລະ ພາສີ-ອາກອນຜະລິດຕະພັນຂະຫຍາຍຕົວ 3,7%, ກວມເອົາ 11,2% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍ ຕົວ 4,3% ແລະ ກວມເອົາ 11,1% ຂອງ GDP). ຕິດພັນກັບການສະເຫລີມສະຫລອງສົ່ງທ້າຍປີເກົ່າ ຄສ 2023 ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2024 ເຊິ່ງບາງບ່ອນກໍ່ແຜນຖືເອົາໂອກາດ ດັ່ງກ່າວເປີດປີທ່ອງທ່ຽວລາວ ເພື່ອສ້າງບັນຍາກາດຄຶກຄື້ນມ່ວນຊື່ນ ບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍນັ້ນ; ບັນດາຂະ ແໜງການຖືໂອກາດນີ້ດຳເນີນຊີວິດການເມືອງພາຍໃນສະຫລຸບປີ ເພື່ອ ພ້ອມກັນສຳຫລວດກວດກາຕີລາຄາຄືນການຈັດຕັ້ງປະຕິບັດໜ້າທີ່ການ ເມືອງກໍ່ຄືໜ້າທີ່ວິຊາສະເພາະທີ່ຢູ່ໃນຄວາມຮັບຜິດຊອບມີອັນໃດດີ, ອັນ ໃດຍັງອ່ອນ ແລະ ພ້ອມກັນຊອກໃຫ້ໄດ້ສາເຫດ-ປັດໄຈ ແລະ ມີວິທີແກ້ໄຂ ໃຫ້ຕົກໄປຂາດຕົວ ບັນດາຂໍ້ຄົງຄ້າງທີ່ເຫັນວ່າກົດໜ່ວງວຽກງານ. ອັນສຳ ຄັນແມ່ນທຸກຄົນພາຍໃນອົງກອນຕ້ອງກ້າຍົກຂຶ້ນບັນດາຂອດທີ່ເຫັນວ່າ ຄວນແກ້ໄຂ, ກ້າປະກອບຄຳເຫັນ, ກ້າຕໍາໜິຕິຊົມຕົນເອງ, ຕິຊົມ ເຊິ່ງກັນ ແລະ ກັນ ເພື່ອຄວາມກ້າວໜ້າ ແລະ ຜົນສຳເລັດລວມ, ຈຳກັດບັນດາຮູບ ການລາຍງານ-ປະກອບຄຳເຫັນທີ່ມີລັກສະນະດອກໄມ້, ມີແຕ່ອັນດີ ດ້ານດຽວ ໂດຍບໍ່ສາມາດຊອກເຫັນໄດ້ ຫລື ບໍ່ກ້າເວົ້າຮອດອັນທີ່ຍັງອ່ອນ ຂອງອົງກອນຕົນໃນປີຜ່ານມາ ເຊິ່ງສົມຄວນໄດ້ຮັບການແກ້ໄຂໃນປີໃໝ່ ຈະມາເຖິງໃຫ້ຕົກໄປໂດຍໄວ. ພ້ອມທັງຖືໂອກາດນີ້ສະຫລຸບທ້າຍປີ ເພື່ອສຳຫລວດກວດກາຄືນການ ຈັດຕັ້ງປະຕິບັດບັນດາວຽກງານໃນຄວາມຮັບຜິດຊອບໃຫ້ເຫັນໄດ້ຈຸດດີ ທີ່ຕ້ອງເສີມຂະຫຍາຍ ແລະ ຂໍ້ຄົງຄ້າງທີ່ຕ້ອງຕັ້ງໜ້າສູ້ຊົນແກ້ໄຂໃຫ້ຕົກ ໄປໂດຍໄວ. ປີໃໝ່ນີ້, ທົ່ວປວງຊົນລາວທັງຊາດ ພ້ອມກັນປຸ້ມລຸມສາມັກຄີ ເປັນຈິດໃຈດຽວກັນ ປະກອບສ່ວນຢ່າງຕັ້ງໜ້າສືບຕໍ່ຮັບປະກັນການຮັກສາ ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂເອື້ອອຳນວຍໃຫ້ພວກເຮົາໃນການສ້າງສາພັດທະນາຢ່າງ ຕໍ່ເນື່ອງ, ສຸມທຸກກໍາລັງແຮງເຂົ້າໃນການພັດທະນາທາງດ້ານເສດຖະກິດສັງຄົມ ຕາມທິດທາງ, ຄາດໝາຍສູ້ຊົນ, ນະໂຍບາຍ, ວຽກຈຸດສຸມ, ກົນໄກ ແລະ ມາດຕະການ ທີ່ໄດ້ກຳນົດໄວ້; ເສີມຂະຫຍາຍມານະຈິດບາກບັ່ນ, ບຸກ ບືນເຂົ້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາພັດທະນາ ເພື່ອ ສ້າງປະເທດລາວໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີ ຄວາມສາມັກຄີປອງດອງ ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຫລວດ, ຊາວຕ່າງປະເທດທີ່ດຳລົງ ຊີວິດ ຢູ່ ສປປ ລາວ ແລະ ພີ່ນ້ອງຄົນ ເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງ ປະເທດທຸກຖ້ວນໜ້າ. ພໍ່ແມ່ພີ່ນ້ອງ, ເພື່ອນມິດສະຫາຍ ທີ່ນັບຖືຮັກແພງ, ໃນປີຜ່ານມາ, ເຖິງ ວ່າສະພາບການພາກພື້ນ ແລະ ສາ ກົນ ສືບຕໍ່ຜັນແປຢ່າງສັບສົນ ແລະ ໄດ້ສົ່ງຜົນກະທົບໄປທົ່ວໂລກລວມ ທັງປະເທດຂອງພວກເຮົາກໍຕາມ, ແຕ່ຂ້າພະເຈົ້າ ກໍຂໍສະແດງຄວາມ ຍ້ອງຍໍຊົມເຊີຍມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວທົ່ວ ປະເທດ ທີ່ໄດ້ເສີມຂະຫຍາຍມູນເຊື້ອ ຮັກຊາດ, ມີຄວາມເສຍສະລະອັນສູງ ສົ່ງ ແລະ ມີຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວ ເພື່ອພ້ອມກັນຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ນາໆປະການສາມາດເຮັດໃຫ້ປະ ເທດເຮົາສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີ ຄວາມເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດສືບຕໍ່ມີບາດກ້າວຂະ ຫຍາຍຕົວໃນທ່ວງທ່າດີຂຶ້ນ. ພ້ອມ ກັນນີ້ຂໍສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ການສະໜັບສະໜູນ-ຊ່ວຍ ເຫລືອຂອງເພື່ອນມິດສາກົນ ທີ່ໄດ້ ປະກອບສ່ວນອັນສໍາຄັນເຂົ້າໃນບັນ ດາຜົນສຳເລັດດັ່ງກ່າວ ຢູ່ປະເທດ ພວກເຮົາ. ກ້າວເຂົ້າສູ່ປີໃໝ່ 2024, ຂ້າພະ ເຈົ້າ ຂໍຖືໂອກາດນີ້ຮຽກຮ້ອງມາຍັງ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ ແລະ ທົ່ວປວງຊົນລາວ ທັງ ຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນ ເຊື້ອສາມັກຄີເປັນປຶກແຜ່ນ, ພ້ອມ ກັນສຸມທຸກກໍາລັງແຮງ, ກໍາລັງໃຈ ແລະສະຕິປັນຍາເຂົ້າໃນການພັດທະ ນາປະເທດຊາດຂອງພວກເຮົາໃຫ້ ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງ ເຮືອງຍິ່ງໆຂຶ້ນ. ໃນໂອກາດອັນເປັນ ສິລິມຸງຄຸນນີ້, ຂ້າພະເຈົ້າຂໍອວຍພອນ ໃຫ້ພໍ່ແມ່ພີ່ນ້ອງ ແລະ ເພື່ອນມິດສະ ຫາຍທັງຫລາຍຈົ່ງມີໂຊກໃໝ່, ໄຊ ງາມ,ມີສຸຂະພາບເຂັ້ມແຂງ,ມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ. ຂໍສົ່ງຄວາມ ອວຍພອນປີໃໝ່ ຄ.ສ 2024 ໄປຍັງ ເພື່ອນມິດໃນທົ່ວໂລກ ຈົ່ງມີຄວາມ ສຸກ, ຄວາມຈະເລີນ ແລະ ຂໍໃຫ້ທຸກໆ ທ່ານ ຈົ່ງມີຊີວິດຢູ່ຮ່ວມກັນບົນໂລກ ນີ້ຢ່າງມີສັນຕິພາບ, ປາສະຈາກ ຄວາມວິຕົກກັງວົນໃດໆຕະຫລອດ ປີໃໝ່ດ້ວຍເທີ້ນ! ໂຊກດີປີໃໝ່! ຂປລ. ເພື່ອຮັບປະກັນຄາລາສິນ ຄ້າບໍ່ໃຫ້ມີການເໜັງຕີງ ຫລືສວຍໂອ ກາດຂຶ້ນລາຄາສິນຄ້າຕາມລຳພັງ ໃຈ ໃນໂອກາດສະເຫລີມສະຫລອງ ສົ່ງທ້າຍປີເກົ່າ ຄສ 2023 ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2024, ພະແນກອຸດສາຫະກຳ ແລະ ການ ຄ້ານະຄອນຫລວງວຽງຈັນ ໄດ້ວາງ ມາດຕະການຄວບຄຸມລາຄາສິນຄ້າ ຢ່າງເຂັ້ມງວດ ໂດຍໄດ້ແຕ່ງຕັ້ງ ໜ່ວຍງານລົງເຄື່ອນໄຫວຕິດຕາມ, ກວດກາເພື່ອຄຸ້ມຄອງລາຄາຢູ່ບັນ ດາຕະຫລາດ, ຮ້ານຂາຍເຄື່ອງຢູ່ 4 ເມືອງໃນຄື: ເມືອງສີສັດຕະນາກ, ໄຊເສດຖາ, ຈັນທະບູລີ ແລະ ສີໂຄດ ຕະບອງ ເຊິ່ງເລີ່ມຈັດຕັ້ງປະຕິບັດ ນັບແຕ່ມື້ວັນທີ 29 ທັນວາ 2023 ຈົນ ເຖິງວັນທີ 1 ມັງກອນ 2024. ທ່ານ ນັນຕາ ສານຸວົງ ຮອງຫົວ ໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ໃນວັນທີ 28 ທັນ ວາ 2023 ວ່າ: ພະແນກອຸດສາຫະ ກຳ ແລະ ການຄ້າ ນະຄອນຫລວງ ວຽງຈັນ ໄດ້ອອກແຈ້ງການໃຫ້ບັນ ດາຫົວໜ່ວຍຜູ້ປະກອບການ, ຊາວ ຄ້າຂາຍຫ້າມກັກຕຸນສິນຄ້າ ແລະ ສວຍໂອກາດຂຶ້ນລາຄາສິນຄ້າຕາມ ລຳພັງໃຈໃນໄລຍະສະຫລອງບຸນ ປີໃໝ່ສາກົນ ຄສ 2024 ຈົນຮອດ ບຸນປີໃໝ່ຂອງຊາວຫວຽດນາມ ແລະ ຊາວຈີນ. ນອກຈາກນີ້, ຍັງໄດ້ ເຮັດບົດບັນທຶກຮ່ວມກັບເຈົ້າຂອງ ຕະຫລາດແຫ່ງຕ່າງໆ ເພື່ອໃຫ້ລະ ດົມຊາວຄ້າຂາຍມາຂາຍເຄື່ອງເປັນ ປົກກະຕິ, ພ້ອມທັງຫ້າມບໍ່ໃຫ້ຂຶ້ນລາ ຄາສິນຄ້າ, ຫ້າມກັກຕຸນສິນຄ້າຢ່າງ ເດັດຂາດ ໂດຍສະເພາະປະເພດຊີ້ນ, ພືດຜັກ ແນໃສ່ຮັບປະກັນຄວາມພຽງ ພໍທາງດ້ານສະບຽງອາຫານ, ຮັບ ປະກັນຄຸນນະພາບ ແລະ ຂາຍເປັນ ປົກກະຕິ. ທ່ານ ນັນຕາ ສານຸວົງ ຍັງໃຫ້ຮູ້ ອີກວ່າ: ປັດຈຸບັນເຫັນວ່າມີຫາງ ສຽງຈົ່ມວ່າ ຂອງຜູ້ບໍລິໂພກກ່ຽວ ກັບບັນຫາຊື້ສິນຄ້າທີ່ຊັ່ງບໍ່ເຕັມຕາ ຊິງຂອງຕະຫລາດຈຳນວນໜຶ່ງໃນ ນະຄອນຫລວງວຽງຈັນ ຕໍ່ກັບບັນ ຫາດັ່ງກ່າວ, ໄດ້ແນະນຳໃຫ້ຜູ້ບໍລິ ໂພກ ຖ້າຫາກບໍ່ໝັ້ນໃຈໃນຜະລິດຕະ ພັນທີ່ຕົນເອງຊື້ ກ່ອນຈະອອກຈາກ ຕະຫລາດຄວນຊັ່ງຊິງກາງຂອງຕະ ຫລາດທີ່ຈັດສັນໃຫ້, ຖ້າພົບເຫັນມີສະ ພາບການຂາຍບໍ່ເຕັມຕາຊິງ ສະເໜີ ໃຫ້ຕິດຕໍ່ເຈົ້າໜ້າທີ່ກ່ຽວຂ້ອງໂດຍ ດ່ວນ. ຂະນະດຽວກັນ, ກໍໄດ້ຮຽກ ຮ້ອງໃຫ້ແມ່ຄ້າຊາວຂາຍໃຫ້ມີຈັນ ຍາບັນ, ຈັນຍາທຳ, ຂາຍເຄື່ອງດ້ວຍ ຄວາມບໍລິສຸດໃຈແລະ ຊື່ສັດບໍລິສຸດຕໍ່ ລູກຄ້າຂາຍຕາມລາຄາທີ່ຕະຫລາດ ກຳນົດໄວ້ຫ້າມສວຍໃຊ້ໂອກາດປັບ ຂຶ້ນລາຄາສິນຄ້າຕາມລຳພັງໃຈ. ນວ ສະຫລອງສົ່ງທ້າຍ... ມະການຄະນະພັກ, ຮອງຫົວໜ້າສະ ຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ຄຳພອນ ສຸວັນນະແສງ ກຳມະການຄະນະ ພັກ, ຫົວໜ້າກົມຈັດຈັດຕັ້ງ-ພະນັກ ງານໄດ້ຜ່ານບົດສະຫລຸບຊຸດຮຽນ ທິດສະດີການເມືອງ ໂດຍໄດ້ຍົກໃຫ້ ເຫັນຜົນສຳເລັດດ້ານດີ, ດ້ານອ່ອນ- ຂໍ້ຄົງຄ້າງ ແລະ ບົດຮຽນສາມາດ ຖອດຖອນໄດ້. ການຍົກລະດັບ ຄວາມຮູ້ທິດສະດີການເມືອງຂັ້ນຕົ້ນ ຄັ້ງນີ້, ແນໃສ່ເພື່ອສ້າງຄວາມຮັບຮູ້ ເຂົ້າໃຈຕໍ່ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ສ້າງທັດສະນະຫລັກໝັ້ນທາງດ້ານ ການເມືອງໃຫ້ສະມາຊິກພັກ, ມະ ຫາຊົນກໍຄືພະນັກງານ-ລັດຖະກອນ ໃຫ້ມີຄວາມຮູ້ພື້ນຖານທາງດ້ານ ການເມືອງ. ໂອກາດດຽວກັນ, ທ່ານ ຄຳຜາ ພິມມະສອນ ໄດ້ຍ້ອງຍໍຊົມ ເຊີຍນັກ ຝຶກອົບຮົມ ທີ່ໄດ້ເຫັນຄວາມສໍາຄັນ ໄດ້ເອົາໃຈໃສ່ບຸກບືນສູ້ຊົນໃນການ ຝຶກຝົນຫລໍ່ຫລອມຕົນເອງ, ມີຄວາມ ຕັ້ງໃຈຮໍ່າຮຽນ ພ້ອມທັງເນັ້ນໃຫ້ນັກ ຮຽນທິດສະດີການເມືອງຄັ້ງນີ້, ໃຫ້ ນໍາເອົາຄວາມຮູ້ແລະບົດຮຽນທີ່ບັນ ດາຄູ-ອາຈານສົ່ງໃຫ້ໄປໝູນໃຊ້ໃນ ວຽກງານຕົວຈິງຂອງຕົນເອງໃຫ້ ເກີດຜົນປະໂຫຍດຫລາຍທີ່ສຸດ. ນອກຈາກນັ້ນ, ຍັງເນັ້ນໃຫ້ສຳມະນາ ກອນເອົາໃຈໃສ່ສືບຕໍ່ຜັນຂະຫຍາຍ ຄວາມຮູ້, ຄວາມສາມາດທີ່ຕົນເອງ ໄດ້ຮຽນມາຈາກຄູ-ອາຈານໃຫ້ນໍາ ໃຊ້ໃນແນວທາງທີ່ຖືກຕ້ອງ, ສອດ ຄ່ອງຢ່າງປະດິດສ້າງ ແລະ ສາມາດ ມານຳໃຊ້ໃນການປະຕິບັດວຽກ ງານໃຫ້ປະກົດຜົນເປັນຈິງ. ໂຮງໝໍສູນກາງ 103... ຂປລ. ໃນລະຫວ່າງວັນທີ 1012 ທັນວາ 2023 ຜ່ານມາ, ໂຮງ ໝໍສູນກາງ 103 ກອງທັບປະຊາ ຊົນລາວໄດ້ສົມທົບກັບໂຮງໝໍ103/ ວິທະຍາຄານການແພດກອງທັບປະ ຊາຊົນຫວຽດນາມຜ່າຕັດປູກໄຂ່ ຫລັງໃຫ້3ຄູ່ກໍລະນີສໍາເລັດຜົນຢ່າງ ຈົບງາມ. ໃນນັ້ນ, ເພດຊາຍ 2 ແລະ ຍິງ 1 ກໍລະນີ, ອາຍຸແຕ່ 34-59 ປີ, ທັງ 3 ກໍລະນີ ລ້ວນແຕ່ເປັນພະຍາດ ໄຂ່ຫລັງຊຸດໂຊມຊໍາເຮື້ອໄລຍະທ້າຍ ຕ້ອງໄດ້ປີ່ນປົວດ້ວຍການຟອກ ເລືອດເປັນປະຈໍາມາ ຫລາຍປີ. ພາຍຫລັງໄດ້ກວດກາຢ່າງລະ ອຽດທາງດ້ານສຸຂະພາບຮ່າງ ກາຍ, ຄວາມເໝາະສົມດ້ານພູມຄຸມ ກັນລະຫວ່າງຜູ້ບໍລິຈາກ ແລະ ຜູ້ຮັບ. ໂຮງໝໍສູນກາງ 103 ກອງທັບ ປະຊາຊົນລາວໄດ້ເປີດກອງປະຊຸມ ປຶກສາຫາລືດ້ານວິຊາການ ເພື່ອ ຜ່ານແຜນການຜ່າຕັດໃນວັນທີ 8 ທັນວາ 2003. ກອງປະຊຸມໄດ້ຕົກ ລົງເປັນເອກະສັນ100%ເຫັນດີທັງ 3 ຄູ່ກໍລະນີ ແມ່ນມີຄວາມພ້ອມທາງ ດ້ານສຸຂະພາບ ແລະ ເອກະສານ ທຸກໆຢ່າງແມ່ນຄົບຖ້ວນຖືກຕ້ອງ ສະມາດດໍາເນີນການຜ່າຕັດໄດ້. ພາຍຫລັງຜ່າຕັດສໍາເລັດທັງ 3 ກໍລະນີ ໄດ້ຕິດຕາມຢ່າງໃກ້ຊິດຢູ່ ຫ້ອງພັກກຟື້ນທີ່ຮັບປະກັນການອະ ເຊື້ອ, ມີອຸປະກອນຕິດຕາມຄົບຖ້ວນ ທັນສະໄໝ ແລະ ມີທິມງານແພດໝໍ ຕິດຕາມທີ່ໄດ້ຝຶກອົບຮົມຢ່າງດີມາ ຈາກສູນຜ່າຕັດປ່ຽນຖ່າຍອະໄວຍະ ວະຂອງໂຮງໝໍ 103/ວິທະຍາ ຄານການແພດກອງທັບປະຊາ ຊົນຫວຽດນາມ. ປັດຈຸບັນ, ທັງ 3 ກໍລະນີ ມີສຸຂະພາບແຂງແຮງດີ ຂຶ້ນຕາມລໍາດັບ. ນັບແຕ່ວັນທີ 31 ທັນວາ 2022 ມາຮອດປັດຈຸບັນ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ ສົມທົບກັບໂຮງໝໍ 103 ວິທະຍາ ຄານການແພດກອງທັບປະຊາຊົນ ຫວຽດນາມສະມາດຜ່າຕັດປູກຖ່າຍ ໄຂ່ຫລັງສໍາເລັດ 9 ກໍລະນີ. ປັດຈຸ ສວນປະຕູໄຊ ນວ ໃຫ້ກຽດເຂົ້າ ຮ່ວມມີທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ພັນລະຍາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງ ວຽງຈັນ, ມີບັນດາລັດຖະມົນຕີ, ທູ ຕານຸທູດ, ຫົວໜ້າພະແນກການ ອ້ອມຂ້າງ ນວ, ພ້ອມດ້ວຍມວນຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າ ຮ່ວມ. ການຈັດງານສະເຫລີມສະ ຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ໃນຄັ້ງນີ້, ເປັນການສະຫລອງກ້າວ ເຂົ້າສູ່ປີທ່ອງທ່ຽວລາວ 2024 ແລະ ຕ້ອນຮັບການເປັນປະທານອາຊຽນ ຂອງສປປລາວພາຍໃນງານມີການ ສະແດງສິລະປະ ຈາກກົມສິລະປະ ວັດທະນະທຳ ກະຊວງຖະແຫລງ ຂ່າວ,ວັດທະນະທຳແລະ ທ່ອງທ່ຽວ, ຮ້ອງເພງ ລາວ-ສາກົນ ຈາກນັກ ຮ້ອງສິລະປະສູນກາງ, ພິເສດພາຍ ໃນງານຍັງໄດ້ຈົກສະຫລາກມອບ ລາງວັນໃຫ້ຜູ້ທີ່ລົງທະບຽນໃນການ ເຂົ້າມາຮ່ວມກ່ອນຈະມີການນັບ ຖ້ອຍຫລັງເພື່ອກ້າວເຂົ້າສູ່ປີໃໝ່ 2024 ແລະ ໄດ້ຮັບຊົມວິດີໂອອວຍ ພອນປີໃໝ່ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານ ປະເທດ ແຫ່ງ ສປປ ລາວ ເນື່ອງໃນ ໂອກາດສົ່ງທ້າຍປີເກົ່າ ຄສ 2023 ຕ້ອນຮັບປີໃໝ່ສາກົົນ ຄສ 2024. ຈຸດເດັ່ນຂອງງານໃນຄັ້ງນີ້, ໄດ້ມີ ການນັບຖອຍຫລັງຮ່ວມກັນ ເພື່ອ ກ້າວເຂົ້າສູ່ປີໃໝ່ ແລະ ການເປີດປີ ທ່ອງທ່ຽວລາວ ໂດຍມີການເປີດໄຟ ສີໃສ່ປະຕູໄຊ 4 ດ້ານ, ຈຸດພຸດອກໄມ້ ໄຟ ຈຳນວນ 60 ຊຸດ ທີ່ສວຍງາມ ປະມານ 15 ນາທີ, ຮ່ວມຮ້ອງເພງ ສະບາຍດີປີໃໝ່ແລະ ໄດ້ມີການສາຍ ຈໍ LED ໃສ່ 2 ຂ້າງ ເພື່ອໃຫ້ມວນຊົນ ທີ່ມາຮ່ວມງານໄດ້ເຫັນ ແລະ ໄດ້ມີ ການຖ່າຍທອດສົດ ເພື່ອໃຫ້ຜູ້ຊົມ ທາງບ້ານໄດ້ຊົມຜ່ານໂທລະພາບ ນວ ແລະ ໂທລະພາບແຫ່ງຊາດລາວ ເພື່ອນັບຖ້ອຍຫລັງກ້າວສູ່ປີໃໝ່ສາ ກົນ 2024 ໄປພ້ອມກັນທົ່ວປະເທດ. ນອກນີ້, ຍັງໄດ້ມີການຈັດງານ ຂາຍອາຫານ, ເຄື່ອງດື່ມ ຢູ່ເບື້ອງ ຕຶກກະຊວງຍຸຕິທຳເກົ່າ ແລະ ມີການ ຕົບແຕ່ງປະຕູໂຂງ, ຕົບແຕ່ງສະຖານ ທີ່ຮ້ານອາຫານ,ບ່ອນນັ່ງຊົມທິວທັດ, ມູມຖ່າຍຮູບ, ບ່ອນນັ່ງຮັບປະທານ ອາຫານ ໂດຍມີການຂາຍອາຫານ ແບບໃສ່ລົດ (food truck), ມີ ການວາງສະແດງຂາຍສິນຄ້າໂອ ດັອບ, ເຄື່ອງທີ່ລະນຶກຈຳນວນໜຶ່ງ ແລະ ມີເວທີເປີດເພງ ລາວ-ສາກົນ ເພື່ອສ້າງບັນຍາກາດຮັບໃຊ້ນັກທ່ອງ ທ່ຽວ ໄດ້ເຂົ້າມາຊົມ, ມາຊື້, ມາຊີມ ແລະ ສຳຜັດ ກັບບັນຍາກາດປະຕູໄຊ ໃນຍາມກາງເວັນ ແລະ ກາງຄືນ. ຂໍ້ມູນ-ພາບ: ວຽງຈັນໃໝ່ ບັນຜູ້ທີ່ໄດ້ຜ່າຕັດປູກຖ່າຍໄຂ່ຫລັງ ມີສຸຂະພາບແຂງແຮງດີ, ສະມາດ ກັບຄືນມາດຳລົງຊີວິດ-ເຮັດວຽກ ງານປະຈໍາວັນເປັນປົກກະຕິ ແລະ ສະມາດກິນດື່ມອາຫານໄດ້ເກືອບ ທຸກຢ່າງທີ່ອະນຸຍາດ.

RkJQdWJsaXNoZXIy MTc3MTYxMQ==