3I'\= l6 odk' 103 dv'ma [ leg]a f dkozj k8a fxj Pow0j s]a ' 3 d= ]tou xtmkoxtgmf v;prvoxu .\j lkdq o [k'gsfdkole7a o c]t rQ ogfaj omuj gdu f0B o.oxu 2023 o; lts]v'lq j 'mh kpxu gdq j k8h voIa [xu .\j lkdq o 2024 leg]a fdkopq d]tfa [ 7;k,I6 h my fltfu dkog,n v'0A o8Q o-5 fmu II rtcodv5 flkstde c]t dko7h k o; ;k',kf8tdko7;[75 ,]k7kly o7h k lts]5 [7n oxu zj ko,k dP,,5 j '|h kl6 j xu .\j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 02.01.2024 ປີທີ 23 ສະບັບທີ 5.841 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf * ປີ ຄສ 2023 ຜ່ານພົ້ນໄປ, ປີໃໝ່ ຄສ 2024 ມາເຖິງ, ພວກເຮົາ ຖື ໂອກາດນີ້ສະຫລຸບຕີລາຄາຄືນການປະຕິບັດວຽກງານໃນໜຶ່ງປີຜ່ານ ມາ, ມີອັນໃດ ທີ່ຄວນສືບຕໍ່ເສີມຂະຫຍາຍໃຫ້ນັບມື້ດີ ແລະ ແຕກດອກ ອອກຜົນງອກງາມຍິ່ງຂຶ້ນອີກ ຫລື ຖອດຖອນໄວ້ເປັນບົດຮຽນອັນລ້ຳຄ່າ ສຳລັບວຽກງານ. ພ້ອມນັ້ນກໍ່ຄວນຊອກໃຫ້ເຫັນບັນດາຈຸດອ່ອນ-ຄົງ ຄ້າງ, ຂໍ້ຈຳກັດ ເພື່ອຫາວິທີແກ້ໄຂໃຫ້ຕົກໄປໂດຍໄວໃນປີໃໝ່ຈະມາເຖິງ. ສົກປີ 2023 ນີ້, ສະພາບລວມອັນພົ້ນເດັ່ນແມ່ນປະເທດສືບຕໍ່ມີສະ ຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍທາງສັງຄົມ, ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ແນວ ທາງນະໂຍບາຍ ແລະ ການນຳພາຂອງພັກ, ຕັ້ງໜ້າປະກອບ ສ່ວນເຂົ້າ ໃນການສ້າງສາພັດທະນາປະເທດຊາດ. ເສດຖະກິດຂອງປະເທດສືບ ຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຖິງວ່າງົບປະມານຈະພົບກັບຄວາມ ຫຍຸ້ງຍາກກໍ່ຕາມ, ແຕ່ໄລຍະຜ່ານມາລັດຖະບານ ກໍໄດ້ອອກນະໂຍບາຍທີ່ ສຳຄັນຫລາຍອັນ ເພື່ອສ້າງຄວາມເຊື່ອໝັ້ນຕໍ່ການພັດທະນາໃນໄລຍະ ຂປລ. ພິທີປິດຊຸດຮຽນທິດສະ ດີການເມືອງຂັ້ນຕົ້ນ ຊຸດທີ II ຂອງ ຫ້ອງວ່າການສູນກາງພັກ ຈັດຂຶ້ນ ໃນວັນທີ 29 ທັນວາ 2023 ພາຍ ໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳຜາ ພິມມະສອນ ຮອງເລ ຂາຄະນະພັກ, ຮອງຫົວໜ້າຫ້ອງວ່າ ການສູນກາງພັກ, ຫົວໜ້າຄະນະຮັບ ຜິດຊອບການຮຽນທິດສະດີການ ເມືອງຂັ້ນຕົ້ນ ຊຸດທີ II ແລະ ທ່ານ ນາງ ຄໍາຫລ້າ ແກ້ວອຸ່ນເຮືອນ ກໍາ ຂປລ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄຳອວຍ ພອນປີໃໝ່ສາກົນ ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ຄ.ສ 2023, ຕ້ອນ ຮັບປີໃໝ່ສາກົນ ຄ.ສ 2024 ເຖິງພີ່ ນ້ອງ ຮ່ວມຊາດ, ເພື່ອນມິດສະຫາຍ ທີ່ຢູ່ໃກ້ແລະ ໄກທີ່ນັບຖືຮັກແພງວ່າ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2023 ແລະ ຕ້ອນຮັບປີໃໝ່ ຄ.ສ 2024ທີ່ມາເຖິງນີ້, ຂ້າພະເຈົ້າ ຕາງໜ້າການນໍາພັກ-ລັດ ແລະໃນ ນາມສ່ວນຕົວ ຂໍຝາກຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນ, ຄວາມສາມັກ ຄີຮັກແພງ ແລະ ພອນໄຊອັນປະເສີດ ມາຍັງປະຊາຊົນລາວ ໃນທົ່ວປະ ເທດ, ພະນັກງານ, ທະຫານ, ຕຳ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ຂປລ. ໃນຕອນຄ່ຳວັນທີ 31 ທັນວາ 2023 ນີ້, ນະຄອນຫລວງ ວຽງຈັນ (ນວ) ໄດ້ຈັດງານສະ ເຫລີມສະຫລອງສົ່ງທ້າຍປີເກົ່າ 2023 ຕ້ອນຮັບປີໃໝ່ 2024 ຢູ່ ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ເປີດປີທ່ອງທ່ຽວລາວ 2024 ໃນໂອກາດບຸນນະມັດສະການ ພະທາດຫລວງວຽງຈັນ ປະຈຳປີ 2023 ເປີດນໍາໃຊ້ລະບົບຊອບແວ ປະຕິບັດການຄວາມປອດໄພໄຊເບີ
]a f4t,q o8u 4;m 8h voIa [ m6 f8u ,= {c]a fltg8 g0Q k1h P,ve]k lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 02/01/2024 xtgmf]k; ສຳເລັດການຍົກລະດັບ... ປະທານປະເທດ... ພະແນກອຸດສາຫະກຳ... ສະຫລຸບຄືນ... ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຕ້ອນຮັບທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ ເອກອັກຄະລັດຖະທູດວິສາ ມັນ ຜູ້ມີອຳນາດເຕັມແຫ່ງສາທາລະ ນະລັດ ປະຊາທິປະໄຕ ຕີມໍ-ແລັດສະ ເຕ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່າ ນັບອຳລາ ໃນວັນທີ 29 ທັນວາ 2023 ໃນໂອກາດສຳເລັດການປະ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໂອກາດນີ້, ທ່ານນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດດີ ເຈ ຊຸດທີ່ໄດ້ປະຕິບັດໜ້າທີ່ດ້ວຍຄວາມ ຫ້າວຫັນ ແລະ ສຸມທຸກກຳລັງແຮງ ຂອງຕົນເຂົ້າໃນການຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ, ການຮ່ວມ ມື ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນລະຫວ່າງ ສປປ ລາວ ແລະ ຕີມໍ-ແລັດສະເຕ ທີ່ມີມາແລ້ວນັ້ນໃຫ້ ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອງທັງໄດ້ອອຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດດ້ວຍ ຄວາມສະຫວັດດີພາບ ແລະ ປະສົບ ຜົນສຳເລັດໃນໜ້າທີ່ວຽກງານໃໝ່ ຂອງຕົນ. ທ່ານນາງ ມາເຣຍ ເຣນາຕ້າ ຄາ ດັດ ດີ ເຈຊຸດ ກໍໄດ້ສະແດງຄວາມ ຂອບໃຈຕໍ່ທ່ານລັດຖະມົນຕີກະຊວງ ຖວທ ທີ່ໄດ້ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ ແລະ ສະແດງຄວາມຂອບ ໃຈຕໍ່ລັດຖະບານ ແລະ ປະຊາຊົນ ລາວ ທີ່ໄດ້ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືເປັນຢ່າງດີ ຊຶ່ງໄດ້ເຮັດໃຫ້ການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ໄດ້ຮັບຜົນ ສຳເລັດເປັນຢ່າງດີ. ຂ່າວ-ພາບ: ວຽງສະຫວັນ ທ່ານ ນາງ ສວນສະຫວັນ ວິຍະເກດ (ຂວາ) ໃໝ່ ເຊິ່ງໄດ້ສ້າງເຊື່ອໝັ້ນໃຫ້ແກ່ປະຊາຊົນ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໄດ້ດີຂຶ້ນ. ລັດຖະບານໄດ້ຕີລາຄາສະພາບການຜະລິດ ແລະ ການບໍລິການຢູ່ ສປປ ລາວ ພວມໄດ້ຮັບການພັດທະນາ ແລະ ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ເສດຖະກິດ ຂອງ ສປປ ລາວ ມີທ່າອ່ຽງຂະຫຍາຍຕົວຂຶ້ນເລື້ອຍໆ ຫລາຍຂະແໜງການ ກໍໄດ້ມີການພັດ ທະນາ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ ເປັນຕົ້ນ: ຂະແໜງກະສິກຳຂະ ຫຍາຍຕົວ 3,8%, ກວມເອົາ 14,6% ຂອງ GDP (ມະຕິສະພາ: ໝົດ ປີໃຫ້ຂະຫຍາຍຕົວ 2,5% ແລະ ກວມເອົາ 17,2% ຂອງ GDP); ຂະ ແໜງອຸດສາຫະກຳ ຂະຫຍາຍຕົວ 4,7%, ກວມເອົາ 36,6% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍຕົວ 5,0% ແລະ ກວມເອົາ 34,2% ຂອງ GDP); ຂະແໜງບໍລິການ ຂະຫຍາຍຕົວ 5,6%, ກວມເອົາ 37,6% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍຕົວ 4,7% ແລະ ກວມເອົາ 37,5% ຂອງ GDP) ແລະ ພາສີ-ອາກອນຜະລິດຕະພັນຂະຫຍາຍຕົວ 3,7%, ກວມເອົາ 11,2% ຂອງ GDP (ມະຕິສະພາ: ໝົດປີໃຫ້ຂະຫຍາຍ ຕົວ 4,3% ແລະ ກວມເອົາ 11,1% ຂອງ GDP). ຕິດພັນກັບການສະເຫລີມສະຫລອງສົ່ງທ້າຍປີເກົ່າ ຄສ 2023 ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2024 ເຊິ່ງບາງບ່ອນກໍ່ແຜນຖືເອົາໂອກາດ ດັ່ງກ່າວເປີດປີທ່ອງທ່ຽວລາວ ເພື່ອສ້າງບັນຍາກາດຄຶກຄື້ນມ່ວນຊື່ນ ບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍນັ້ນ; ບັນດາຂະ ແໜງການຖືໂອກາດນີ້ດຳເນີນຊີວິດການເມືອງພາຍໃນສະຫລຸບປີ ເພື່ອ ພ້ອມກັນສຳຫລວດກວດກາຕີລາຄາຄືນການຈັດຕັ້ງປະຕິບັດໜ້າທີ່ການ ເມືອງກໍ່ຄືໜ້າທີ່ວິຊາສະເພາະທີ່ຢູ່ໃນຄວາມຮັບຜິດຊອບມີອັນໃດດີ, ອັນ ໃດຍັງອ່ອນ ແລະ ພ້ອມກັນຊອກໃຫ້ໄດ້ສາເຫດ-ປັດໄຈ ແລະ ມີວິທີແກ້ໄຂ ໃຫ້ຕົກໄປຂາດຕົວ ບັນດາຂໍ້ຄົງຄ້າງທີ່ເຫັນວ່າກົດໜ່ວງວຽກງານ. ອັນສຳ ຄັນແມ່ນທຸກຄົນພາຍໃນອົງກອນຕ້ອງກ້າຍົກຂຶ້ນບັນດາຂອດທີ່ເຫັນວ່າ ຄວນແກ້ໄຂ, ກ້າປະກອບຄຳເຫັນ, ກ້າຕໍາໜິຕິຊົມຕົນເອງ, ຕິຊົມ ເຊິ່ງກັນ ແລະ ກັນ ເພື່ອຄວາມກ້າວໜ້າ ແລະ ຜົນສຳເລັດລວມ, ຈຳກັດບັນດາຮູບ ການລາຍງານ-ປະກອບຄຳເຫັນທີ່ມີລັກສະນະດອກໄມ້, ມີແຕ່ອັນດີ ດ້ານດຽວ ໂດຍບໍ່ສາມາດຊອກເຫັນໄດ້ ຫລື ບໍ່ກ້າເວົ້າຮອດອັນທີ່ຍັງອ່ອນ ຂອງອົງກອນຕົນໃນປີຜ່ານມາ ເຊິ່ງສົມຄວນໄດ້ຮັບການແກ້ໄຂໃນປີໃໝ່ ຈະມາເຖິງໃຫ້ຕົກໄປໂດຍໄວ. ພ້ອມທັງຖືໂອກາດນີ້ສະຫລຸບທ້າຍປີ ເພື່ອສຳຫລວດກວດກາຄືນການ ຈັດຕັ້ງປະຕິບັດບັນດາວຽກງານໃນຄວາມຮັບຜິດຊອບໃຫ້ເຫັນໄດ້ຈຸດດີ ທີ່ຕ້ອງເສີມຂະຫຍາຍ ແລະ ຂໍ້ຄົງຄ້າງທີ່ຕ້ອງຕັ້ງໜ້າສູ້ຊົນແກ້ໄຂໃຫ້ຕົກ ໄປໂດຍໄວ. ປີໃໝ່ນີ້, ທົ່ວປວງຊົນລາວທັງຊາດ ພ້ອມກັນປຸ້ມລຸມສາມັກຄີ ເປັນຈິດໃຈດຽວກັນ ປະກອບສ່ວນຢ່າງຕັ້ງໜ້າສືບຕໍ່ຮັບປະກັນການຮັກສາ ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂເອື້ອອຳນວຍໃຫ້ພວກເຮົາໃນການສ້າງສາພັດທະນາຢ່າງ ຕໍ່ເນື່ອງ, ສຸມທຸກກໍາລັງແຮງເຂົ້າໃນການພັດທະນາທາງດ້ານເສດຖະກິດສັງຄົມ ຕາມທິດທາງ, ຄາດໝາຍສູ້ຊົນ, ນະໂຍບາຍ, ວຽກຈຸດສຸມ, ກົນໄກ ແລະ ມາດຕະການ ທີ່ໄດ້ກຳນົດໄວ້; ເສີມຂະຫຍາຍມານະຈິດບາກບັ່ນ, ບຸກ ບືນເຂົ້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາພັດທະນາ ເພື່ອ ສ້າງປະເທດລາວໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີ ຄວາມສາມັກຄີປອງດອງ ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຫລວດ, ຊາວຕ່າງປະເທດທີ່ດຳລົງ ຊີວິດ ຢູ່ ສປປ ລາວ ແລະ ພີ່ນ້ອງຄົນ ເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງ ປະເທດທຸກຖ້ວນໜ້າ. ພໍ່ແມ່ພີ່ນ້ອງ, ເພື່ອນມິດສະຫາຍ ທີ່ນັບຖືຮັກແພງ, ໃນປີຜ່ານມາ, ເຖິງ ວ່າສະພາບການພາກພື້ນ ແລະ ສາ ກົນ ສືບຕໍ່ຜັນແປຢ່າງສັບສົນ ແລະ ໄດ້ສົ່ງຜົນກະທົບໄປທົ່ວໂລກລວມ ທັງປະເທດຂອງພວກເຮົາກໍຕາມ, ແຕ່ຂ້າພະເຈົ້າ ກໍຂໍສະແດງຄວາມ ຍ້ອງຍໍຊົມເຊີຍມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວທົ່ວ ປະເທດ ທີ່ໄດ້ເສີມຂະຫຍາຍມູນເຊື້ອ ຮັກຊາດ, ມີຄວາມເສຍສະລະອັນສູງ ສົ່ງ ແລະ ມີຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວ ເພື່ອພ້ອມກັນຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ນາໆປະການສາມາດເຮັດໃຫ້ປະ ເທດເຮົາສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີ ຄວາມເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດສືບຕໍ່ມີບາດກ້າວຂະ ຫຍາຍຕົວໃນທ່ວງທ່າດີຂຶ້ນ. ພ້ອມ ກັນນີ້ຂໍສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ການສະໜັບສະໜູນ-ຊ່ວຍ ເຫລືອຂອງເພື່ອນມິດສາກົນ ທີ່ໄດ້ ປະກອບສ່ວນອັນສໍາຄັນເຂົ້າໃນບັນ ດາຜົນສຳເລັດດັ່ງກ່າວ ຢູ່ປະເທດ ພວກເຮົາ. ກ້າວເຂົ້າສູ່ປີໃໝ່ 2024, ຂ້າພະ ເຈົ້າ ຂໍຖືໂອກາດນີ້ຮຽກຮ້ອງມາຍັງ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ ແລະ ທົ່ວປວງຊົນລາວ ທັງ ຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນ ເຊື້ອສາມັກຄີເປັນປຶກແຜ່ນ, ພ້ອມ ກັນສຸມທຸກກໍາລັງແຮງ, ກໍາລັງໃຈ ແລະສະຕິປັນຍາເຂົ້າໃນການພັດທະ ນາປະເທດຊາດຂອງພວກເຮົາໃຫ້ ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງ ເຮືອງຍິ່ງໆຂຶ້ນ. ໃນໂອກາດອັນເປັນ ສິລິມຸງຄຸນນີ້, ຂ້າພະເຈົ້າຂໍອວຍພອນ ໃຫ້ພໍ່ແມ່ພີ່ນ້ອງ ແລະ ເພື່ອນມິດສະ ຫາຍທັງຫລາຍຈົ່ງມີໂຊກໃໝ່, ໄຊ ງາມ,ມີສຸຂະພາບເຂັ້ມແຂງ,ມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ. ຂໍສົ່ງຄວາມ ອວຍພອນປີໃໝ່ ຄ.ສ 2024 ໄປຍັງ ເພື່ອນມິດໃນທົ່ວໂລກ ຈົ່ງມີຄວາມ ສຸກ, ຄວາມຈະເລີນ ແລະ ຂໍໃຫ້ທຸກໆ ທ່ານ ຈົ່ງມີຊີວິດຢູ່ຮ່ວມກັນບົນໂລກ ນີ້ຢ່າງມີສັນຕິພາບ, ປາສະຈາກ ຄວາມວິຕົກກັງວົນໃດໆຕະຫລອດ ປີໃໝ່ດ້ວຍເທີ້ນ! ໂຊກດີປີໃໝ່! ຂປລ. ເພື່ອຮັບປະກັນຄາລາສິນ ຄ້າບໍ່ໃຫ້ມີການເໜັງຕີງ ຫລືສວຍໂອ ກາດຂຶ້ນລາຄາສິນຄ້າຕາມລຳພັງ ໃຈ ໃນໂອກາດສະເຫລີມສະຫລອງ ສົ່ງທ້າຍປີເກົ່າ ຄສ 2023 ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2024, ພະແນກອຸດສາຫະກຳ ແລະ ການ ຄ້ານະຄອນຫລວງວຽງຈັນ ໄດ້ວາງ ມາດຕະການຄວບຄຸມລາຄາສິນຄ້າ ຢ່າງເຂັ້ມງວດ ໂດຍໄດ້ແຕ່ງຕັ້ງ ໜ່ວຍງານລົງເຄື່ອນໄຫວຕິດຕາມ, ກວດກາເພື່ອຄຸ້ມຄອງລາຄາຢູ່ບັນ ດາຕະຫລາດ, ຮ້ານຂາຍເຄື່ອງຢູ່ 4 ເມືອງໃນຄື: ເມືອງສີສັດຕະນາກ, ໄຊເສດຖາ, ຈັນທະບູລີ ແລະ ສີໂຄດ ຕະບອງ ເຊິ່ງເລີ່ມຈັດຕັ້ງປະຕິບັດ ນັບແຕ່ມື້ວັນທີ 29 ທັນວາ 2023 ຈົນ ເຖິງວັນທີ 1 ມັງກອນ 2024. ທ່ານ ນັນຕາ ສານຸວົງ ຮອງຫົວ ໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ໃນວັນທີ 28 ທັນ ວາ 2023 ວ່າ: ພະແນກອຸດສາຫະ ກຳ ແລະ ການຄ້າ ນະຄອນຫລວງ ວຽງຈັນ ໄດ້ອອກແຈ້ງການໃຫ້ບັນ ດາຫົວໜ່ວຍຜູ້ປະກອບການ, ຊາວ ຄ້າຂາຍຫ້າມກັກຕຸນສິນຄ້າ ແລະ ສວຍໂອກາດຂຶ້ນລາຄາສິນຄ້າຕາມ ລຳພັງໃຈໃນໄລຍະສະຫລອງບຸນ ປີໃໝ່ສາກົນ ຄສ 2024 ຈົນຮອດ ບຸນປີໃໝ່ຂອງຊາວຫວຽດນາມ ແລະ ຊາວຈີນ. ນອກຈາກນີ້, ຍັງໄດ້ ເຮັດບົດບັນທຶກຮ່ວມກັບເຈົ້າຂອງ ຕະຫລາດແຫ່ງຕ່າງໆ ເພື່ອໃຫ້ລະ ດົມຊາວຄ້າຂາຍມາຂາຍເຄື່ອງເປັນ ປົກກະຕິ, ພ້ອມທັງຫ້າມບໍ່ໃຫ້ຂຶ້ນລາ ຄາສິນຄ້າ, ຫ້າມກັກຕຸນສິນຄ້າຢ່າງ ເດັດຂາດ ໂດຍສະເພາະປະເພດຊີ້ນ, ພືດຜັກ ແນໃສ່ຮັບປະກັນຄວາມພຽງ ພໍທາງດ້ານສະບຽງອາຫານ, ຮັບ ປະກັນຄຸນນະພາບ ແລະ ຂາຍເປັນ ປົກກະຕິ. ທ່ານ ນັນຕາ ສານຸວົງ ຍັງໃຫ້ຮູ້ ອີກວ່າ: ປັດຈຸບັນເຫັນວ່າມີຫາງ ສຽງຈົ່ມວ່າ ຂອງຜູ້ບໍລິໂພກກ່ຽວ ກັບບັນຫາຊື້ສິນຄ້າທີ່ຊັ່ງບໍ່ເຕັມຕາ ຊິງຂອງຕະຫລາດຈຳນວນໜຶ່ງໃນ ນະຄອນຫລວງວຽງຈັນ ຕໍ່ກັບບັນ ຫາດັ່ງກ່າວ, ໄດ້ແນະນຳໃຫ້ຜູ້ບໍລິ ໂພກ ຖ້າຫາກບໍ່ໝັ້ນໃຈໃນຜະລິດຕະ ພັນທີ່ຕົນເອງຊື້ ກ່ອນຈະອອກຈາກ ຕະຫລາດຄວນຊັ່ງຊິງກາງຂອງຕະ ຫລາດທີ່ຈັດສັນໃຫ້, ຖ້າພົບເຫັນມີສະ ພາບການຂາຍບໍ່ເຕັມຕາຊິງ ສະເໜີ ໃຫ້ຕິດຕໍ່ເຈົ້າໜ້າທີ່ກ່ຽວຂ້ອງໂດຍ ດ່ວນ. ຂະນະດຽວກັນ, ກໍໄດ້ຮຽກ ຮ້ອງໃຫ້ແມ່ຄ້າຊາວຂາຍໃຫ້ມີຈັນ ຍາບັນ, ຈັນຍາທຳ, ຂາຍເຄື່ອງດ້ວຍ ຄວາມບໍລິສຸດໃຈແລະ ຊື່ສັດບໍລິສຸດຕໍ່ ລູກຄ້າຂາຍຕາມລາຄາທີ່ຕະຫລາດ ກຳນົດໄວ້ຫ້າມສວຍໃຊ້ໂອກາດປັບ ຂຶ້ນລາຄາສິນຄ້າຕາມລຳພັງໃຈ. ນວ ສະຫລອງສົ່ງທ້າຍ... ມະການຄະນະພັກ, ຮອງຫົວໜ້າສະ ຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ຄຳພອນ ສຸວັນນະແສງ ກຳມະການຄະນະ ພັກ, ຫົວໜ້າກົມຈັດຈັດຕັ້ງ-ພະນັກ ງານໄດ້ຜ່ານບົດສະຫລຸບຊຸດຮຽນ ທິດສະດີການເມືອງ ໂດຍໄດ້ຍົກໃຫ້ ເຫັນຜົນສຳເລັດດ້ານດີ, ດ້ານອ່ອນ- ຂໍ້ຄົງຄ້າງ ແລະ ບົດຮຽນສາມາດ ຖອດຖອນໄດ້. ການຍົກລະດັບ ຄວາມຮູ້ທິດສະດີການເມືອງຂັ້ນຕົ້ນ ຄັ້ງນີ້, ແນໃສ່ເພື່ອສ້າງຄວາມຮັບຮູ້ ເຂົ້າໃຈຕໍ່ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ສ້າງທັດສະນະຫລັກໝັ້ນທາງດ້ານ ການເມືອງໃຫ້ສະມາຊິກພັກ, ມະ ຫາຊົນກໍຄືພະນັກງານ-ລັດຖະກອນ ໃຫ້ມີຄວາມຮູ້ພື້ນຖານທາງດ້ານ ການເມືອງ. ໂອກາດດຽວກັນ, ທ່ານ ຄຳຜາ ພິມມະສອນ ໄດ້ຍ້ອງຍໍຊົມ ເຊີຍນັກ ຝຶກອົບຮົມ ທີ່ໄດ້ເຫັນຄວາມສໍາຄັນ ໄດ້ເອົາໃຈໃສ່ບຸກບືນສູ້ຊົນໃນການ ຝຶກຝົນຫລໍ່ຫລອມຕົນເອງ, ມີຄວາມ ຕັ້ງໃຈຮໍ່າຮຽນ ພ້ອມທັງເນັ້ນໃຫ້ນັກ ຮຽນທິດສະດີການເມືອງຄັ້ງນີ້, ໃຫ້ ນໍາເອົາຄວາມຮູ້ແລະບົດຮຽນທີ່ບັນ ດາຄູ-ອາຈານສົ່ງໃຫ້ໄປໝູນໃຊ້ໃນ ວຽກງານຕົວຈິງຂອງຕົນເອງໃຫ້ ເກີດຜົນປະໂຫຍດຫລາຍທີ່ສຸດ. ນອກຈາກນັ້ນ, ຍັງເນັ້ນໃຫ້ສຳມະນາ ກອນເອົາໃຈໃສ່ສືບຕໍ່ຜັນຂະຫຍາຍ ຄວາມຮູ້, ຄວາມສາມາດທີ່ຕົນເອງ ໄດ້ຮຽນມາຈາກຄູ-ອາຈານໃຫ້ນໍາ ໃຊ້ໃນແນວທາງທີ່ຖືກຕ້ອງ, ສອດ ຄ່ອງຢ່າງປະດິດສ້າງ ແລະ ສາມາດ ມານຳໃຊ້ໃນການປະຕິບັດວຽກ ງານໃຫ້ປະກົດຜົນເປັນຈິງ. ໂຮງໝໍສູນກາງ 103... ຂປລ. ໃນລະຫວ່າງວັນທີ 1012 ທັນວາ 2023 ຜ່ານມາ, ໂຮງ ໝໍສູນກາງ 103 ກອງທັບປະຊາ ຊົນລາວໄດ້ສົມທົບກັບໂຮງໝໍ103/ ວິທະຍາຄານການແພດກອງທັບປະ ຊາຊົນຫວຽດນາມຜ່າຕັດປູກໄຂ່ ຫລັງໃຫ້3ຄູ່ກໍລະນີສໍາເລັດຜົນຢ່າງ ຈົບງາມ. ໃນນັ້ນ, ເພດຊາຍ 2 ແລະ ຍິງ 1 ກໍລະນີ, ອາຍຸແຕ່ 34-59 ປີ, ທັງ 3 ກໍລະນີ ລ້ວນແຕ່ເປັນພະຍາດ ໄຂ່ຫລັງຊຸດໂຊມຊໍາເຮື້ອໄລຍະທ້າຍ ຕ້ອງໄດ້ປີ່ນປົວດ້ວຍການຟອກ ເລືອດເປັນປະຈໍາມາ ຫລາຍປີ. ພາຍຫລັງໄດ້ກວດກາຢ່າງລະ ອຽດທາງດ້ານສຸຂະພາບຮ່າງ ກາຍ, ຄວາມເໝາະສົມດ້ານພູມຄຸມ ກັນລະຫວ່າງຜູ້ບໍລິຈາກ ແລະ ຜູ້ຮັບ. ໂຮງໝໍສູນກາງ 103 ກອງທັບ ປະຊາຊົນລາວໄດ້ເປີດກອງປະຊຸມ ປຶກສາຫາລືດ້ານວິຊາການ ເພື່ອ ຜ່ານແຜນການຜ່າຕັດໃນວັນທີ 8 ທັນວາ 2003. ກອງປະຊຸມໄດ້ຕົກ ລົງເປັນເອກະສັນ100%ເຫັນດີທັງ 3 ຄູ່ກໍລະນີ ແມ່ນມີຄວາມພ້ອມທາງ ດ້ານສຸຂະພາບ ແລະ ເອກະສານ ທຸກໆຢ່າງແມ່ນຄົບຖ້ວນຖືກຕ້ອງ ສະມາດດໍາເນີນການຜ່າຕັດໄດ້. ພາຍຫລັງຜ່າຕັດສໍາເລັດທັງ 3 ກໍລະນີ ໄດ້ຕິດຕາມຢ່າງໃກ້ຊິດຢູ່ ຫ້ອງພັກກຟື້ນທີ່ຮັບປະກັນການອະ ເຊື້ອ, ມີອຸປະກອນຕິດຕາມຄົບຖ້ວນ ທັນສະໄໝ ແລະ ມີທິມງານແພດໝໍ ຕິດຕາມທີ່ໄດ້ຝຶກອົບຮົມຢ່າງດີມາ ຈາກສູນຜ່າຕັດປ່ຽນຖ່າຍອະໄວຍະ ວະຂອງໂຮງໝໍ 103/ວິທະຍາ ຄານການແພດກອງທັບປະຊາ ຊົນຫວຽດນາມ. ປັດຈຸບັນ, ທັງ 3 ກໍລະນີ ມີສຸຂະພາບແຂງແຮງດີ ຂຶ້ນຕາມລໍາດັບ. ນັບແຕ່ວັນທີ 31 ທັນວາ 2022 ມາຮອດປັດຈຸບັນ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ ສົມທົບກັບໂຮງໝໍ 103 ວິທະຍາ ຄານການແພດກອງທັບປະຊາຊົນ ຫວຽດນາມສະມາດຜ່າຕັດປູກຖ່າຍ ໄຂ່ຫລັງສໍາເລັດ 9 ກໍລະນີ. ປັດຈຸ ສວນປະຕູໄຊ ນວ ໃຫ້ກຽດເຂົ້າ ຮ່ວມມີທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ພັນລະຍາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງ ວຽງຈັນ, ມີບັນດາລັດຖະມົນຕີ, ທູ ຕານຸທູດ, ຫົວໜ້າພະແນກການ ອ້ອມຂ້າງ ນວ, ພ້ອມດ້ວຍມວນຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າ ຮ່ວມ. ການຈັດງານສະເຫລີມສະ ຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ໃນຄັ້ງນີ້, ເປັນການສະຫລອງກ້າວ ເຂົ້າສູ່ປີທ່ອງທ່ຽວລາວ 2024 ແລະ ຕ້ອນຮັບການເປັນປະທານອາຊຽນ ຂອງສປປລາວພາຍໃນງານມີການ ສະແດງສິລະປະ ຈາກກົມສິລະປະ ວັດທະນະທຳ ກະຊວງຖະແຫລງ ຂ່າວ,ວັດທະນະທຳແລະ ທ່ອງທ່ຽວ, ຮ້ອງເພງ ລາວ-ສາກົນ ຈາກນັກ ຮ້ອງສິລະປະສູນກາງ, ພິເສດພາຍ ໃນງານຍັງໄດ້ຈົກສະຫລາກມອບ ລາງວັນໃຫ້ຜູ້ທີ່ລົງທະບຽນໃນການ ເຂົ້າມາຮ່ວມກ່ອນຈະມີການນັບ ຖ້ອຍຫລັງເພື່ອກ້າວເຂົ້າສູ່ປີໃໝ່ 2024 ແລະ ໄດ້ຮັບຊົມວິດີໂອອວຍ ພອນປີໃໝ່ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານ ປະເທດ ແຫ່ງ ສປປ ລາວ ເນື່ອງໃນ ໂອກາດສົ່ງທ້າຍປີເກົ່າ ຄສ 2023 ຕ້ອນຮັບປີໃໝ່ສາກົົນ ຄສ 2024. ຈຸດເດັ່ນຂອງງານໃນຄັ້ງນີ້, ໄດ້ມີ ການນັບຖອຍຫລັງຮ່ວມກັນ ເພື່ອ ກ້າວເຂົ້າສູ່ປີໃໝ່ ແລະ ການເປີດປີ ທ່ອງທ່ຽວລາວ ໂດຍມີການເປີດໄຟ ສີໃສ່ປະຕູໄຊ 4 ດ້ານ, ຈຸດພຸດອກໄມ້ ໄຟ ຈຳນວນ 60 ຊຸດ ທີ່ສວຍງາມ ປະມານ 15 ນາທີ, ຮ່ວມຮ້ອງເພງ ສະບາຍດີປີໃໝ່ແລະ ໄດ້ມີການສາຍ ຈໍ LED ໃສ່ 2 ຂ້າງ ເພື່ອໃຫ້ມວນຊົນ ທີ່ມາຮ່ວມງານໄດ້ເຫັນ ແລະ ໄດ້ມີ ການຖ່າຍທອດສົດ ເພື່ອໃຫ້ຜູ້ຊົມ ທາງບ້ານໄດ້ຊົມຜ່ານໂທລະພາບ ນວ ແລະ ໂທລະພາບແຫ່ງຊາດລາວ ເພື່ອນັບຖ້ອຍຫລັງກ້າວສູ່ປີໃໝ່ສາ ກົນ 2024 ໄປພ້ອມກັນທົ່ວປະເທດ. ນອກນີ້, ຍັງໄດ້ມີການຈັດງານ ຂາຍອາຫານ, ເຄື່ອງດື່ມ ຢູ່ເບື້ອງ ຕຶກກະຊວງຍຸຕິທຳເກົ່າ ແລະ ມີການ ຕົບແຕ່ງປະຕູໂຂງ, ຕົບແຕ່ງສະຖານ ທີ່ຮ້ານອາຫານ,ບ່ອນນັ່ງຊົມທິວທັດ, ມູມຖ່າຍຮູບ, ບ່ອນນັ່ງຮັບປະທານ ອາຫານ ໂດຍມີການຂາຍອາຫານ ແບບໃສ່ລົດ (food truck), ມີ ການວາງສະແດງຂາຍສິນຄ້າໂອ ດັອບ, ເຄື່ອງທີ່ລະນຶກຈຳນວນໜຶ່ງ ແລະ ມີເວທີເປີດເພງ ລາວ-ສາກົນ ເພື່ອສ້າງບັນຍາກາດຮັບໃຊ້ນັກທ່ອງ ທ່ຽວ ໄດ້ເຂົ້າມາຊົມ, ມາຊື້, ມາຊີມ ແລະ ສຳຜັດ ກັບບັນຍາກາດປະຕູໄຊ ໃນຍາມກາງເວັນ ແລະ ກາງຄືນ. ຂໍ້ມູນ-ພາບ: ວຽງຈັນໃໝ່ ບັນຜູ້ທີ່ໄດ້ຜ່າຕັດປູກຖ່າຍໄຂ່ຫລັງ ມີສຸຂະພາບແຂງແຮງດີ, ສະມາດ ກັບຄືນມາດຳລົງຊີວິດ-ເຮັດວຽກ ງານປະຈໍາວັນເປັນປົກກະຕິ ແລະ ສະມາດກິນດື່ມອາຫານໄດ້ເກືອບ ທຸກຢ່າງທີ່ອະນຸຍາດ.
xtgmf]k; 3 02/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me xu .\j .sh ,u va o.\j ໂດຍ: ຄ້ອງໃໝ່ sa odko75h ,7v'oE,a og-N vw2 g0Q kl6j c[[czoma oltw\ ໂດຍ:ຍ້ອມເພັດ ວິໄລພັນ * ກົມນໍ້າມັນເຊື້ອໄຟ ມີພາລະບົດ ບາດ ເປັນເສນາທິການໃຫ້ກົມໃຫຍ່ ພະລາທິການກອງທັບແລະກະຊວງ ປ້ອງກັນປະເທດກ່ຽວກັບວຽກງານ ນໍ້າມັນເຊື້ອໄຟ, ມີໜ້າທີ່ຈັດຕັ້ງຮັບ ປະກັນແລະ ຄຸ້ມຄອງນ້ຳມັນເຊື້ອໄຟ ໃຫ້ກອງທັບ ໄດ້ເຮັດສຳເລັດໜ້າທີ່ ໃນຍາມປົກກະຕິ ກໍຄືໃນຍາມເຄື່ອນ ໄຫວສູ້ຮົບ ພ້ອມກັນນັ້ນ, ກໍເຮັດໜ້າ ທີ່ກໍ່ສ້າງຂະແໜງການນ້ຳມັນເຊື້ອ ໄຟໃຫ້ໜັກແໜ້ນ, ເຂັ້ມແຂງແລະຫັນ ເປັນທັນສະໄໝ. ມາຮອດປັດຈຸບັນ ບັນດາກົມກອງກຳລັງຫລວງມີປໍ້າ ນໍ້າມັນເຊື້ອໄຟທັນສະໄໝໃຊ້ກວມ ເອົາ 85%. ສະຫາຍ ພົນຈັດຕະວາ ຈັນທະ ຈັກ ໄຊຍະວົງສາ ຫົວໜ້າກົມນ້ຳ ມັນເຊື້ອໄຟ ກົມໃຫຍ່ພະລາທິການ ກອງທັບ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມກອງທັບວ່າ: ນັບແຕ່ປີ 2007 ເປັນຕົ້ນມາ, ກົມນ້ຳມັນເຊື້ອ ໄຟໄດ້ມີຄວາມພະຍາຍາມ ແລະ ເປັນເຈົ້າການປັບປຸງຂະແໜງການ ນ້ຳມັນເຊື້ອໄຟ ໃນກອງທັບໃຫ້ຫັນ ເຂົ້າສູ່ລະບຽບແບບແຜນເທື່ອລະ ກ້າວ, ໂດຍເລີ່ມຈາກການກໍ່ສ້າງ ພື້ນຖານໂຄງລ່າງຮັບປະກັນນ້ຳມັນ ເຊື້ອໄຟ, ສຸມໃສ່ການກໍ່ສ້າງພະນັກ ງານວິຊາການຢູ່ພາຍໃນ ແລະ ຕ່າງ ປະເທດ, ສຸມທຶນຮອນເຂົ້າໃນການ ກໍ່ສ້າງລະບົບສາງນໍ້າມັນເຊື້ອໄຟ * ປີເກົ່າ 2023 ຜ່ານໄປແລ້ວ, ຫລາຍທ່ານຫລາຍຄົນປະສົບຜົນ ສໍາເລັດໃນຊີວິດສ່ວນຕົວ-ຄອບຄົວ ແລະ ໜ້າທີ່ວຽກງານ ໃນອາຊີບ ຕ່າງໆກັນໄປ. ແຕ່ເຖິງຢ່າງໃດກໍ່ເຊື່ອ ວ່າອາດຈະມີຈໍານວນບໍ່ໜ້ອຍທີ່ບໍ່ ຄ່ອຍສົມຫວັງສົມປາຖະໜາໃນ ການເຄື່ອນໄຫວຊີວິດ-ວຽກງານໃນ ປີຜ່ານມາ ເຊິ່ງມັນຮຽກຮ້ອງໃຫ້ຕ້ອງ ສູ້ຊົນຕໍ່ ເພື່ອຜົນສໍາເລັດຕາມເປົ້າ ໝາຍທີ່ວາງໄວ້ໃນປີໃໝ່ 2024. ປີໃໝ່ ອີງໃສ່ສະພາບທ່າອ່ຽງລວມ ທີ່ຈະມີທັງກາລະໂອກາດທີ່ເອື້ອ ອໍານວຍ ແລະ ສິ່ງທ້າທາຍທົດສອບ ນາໆປະການ, ດ້ວຍຄວາມຫວັງອັນ ສູງສົ່ງວ່າ ພວກເຮົາຈະພ້ອມກັນ ບຸກບືນສູ້ຊົນ ເພື່ອໃຫ້ມີອັນໃໝ່ ຈາກ ການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ໃນໜ້າທີ່ວຽກງານ ແລະ ການສ້າງ ຄອບຄົວ... ກ້າວສູ່ປີ 2024 ມາເປັນມື້ທີ ສອງແລ້ວ,ຫລາຍຄົນກັບຄືນສູ່ວຽກ ງານ ໃນສາຂາອາຊີບຕ່າງໆ ເພາະ ງານລ້ຽງຍ່ອມມີຍາມເລີກລາ, ແຕ່ ບາງທ່ານກໍ່ອາດຈະຍັງພັກຕໍ່ຕາມ ເງື່ອນໄຂອໍານວຍຂອງໃຜລາວ. ຄວາມຈິງເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນເທື່ອນີ້ມີເວລາ ໄດ້ພັກຫລາຍວັນຕໍ່ເນື່ອງສາມວັນ ເພາະຕິດຕໍ່ຈາກເສົາ-ອາທິດ ເຊິ່ງກໍ່ ພໍມີເວລາໄປທ່ອງທ່ຽວ-ຢ້ຽມຢາມ ຕາມເປົ້າໝາຍຂອງແຕ່ລະທ່ານ ແຕ່ລະຄົນ. ສໍາລັບບາງທ່ານກໍ່ອາດ ຈະບໍ່ໄດ້ພັກຕໍ່ວັນຫລາຍປານນັ້ນ ເພາະໜ້າທີ່ວຽກງານ ຕິດພັນກັບ ການບໍລິການສັງຄົມດ້ານຕ່າງໆ ເຊັ່ນ ແພດໝໍ, ກໍາລັງ ປກຊ-ປກສ, ນັກຂ່າວ-ສື່ມວນຊົນ, ທະນາຄານ... ຂໍຊົມເຊີຍການອຸທິດຕົນເພື່ອວຽກ ງານບໍລິການສັງຄົມຢ່າງໝົດຈິດ ໝົດໃຈ. ປີ 2023 ຜ່ານມາ, ຄວາມຫຍຸ້ງ ຍາກທາງເສດຖະກິດ ອັນມີຜົນສະ ທ້ອນຈາກສະພາບພາກພື້ນ-ສາກົນ ແລະ ຈາກເງື່ອນໄຂພາຍໃນພວກ ເຮົາທີ່ມີຜົນລັກສະນະແກ່ຍາວມາ ແຕ່ໂຄວິດລະບາດ, ໄພພິບັດທາງ ທໍາມະຊາດ...ມາຮອດປີກາຍ ຄືຈັ່ງ ວ່າຮ້າຍແຮງໜັກໜ່ວງພໍສົມຄວນ ສໍາລັບພວກເຮົາ ໂດຍສະເພາະຜົນ ກະທົບຈາກສະພາບອັດຕາແລກ ປ່ຽນເງິນຕາ, ສິນຄ້າລາຄາແພງຂຶ້ນ ກະທົບບໍ່ໜ້ອຍຊີວິດການເປັນຢູ່ ເຊິ່ງພັກ-ລັດ ກໍ່ບໍ່ໄດ້ນິ່ງນອນໃຈ, ໄດ້ນໍາພາ-ຊີ້ນໍາ ແກ້ໄຂຢ່າງໄວວາ ໃນຫລາຍຮູບແບບ-ວິທີການນັບແຕ່ ສູນກາງ-ທ້ອງຖິ່ນ. ສະພາບຫຍຸ້ງ ຍາກປີຜ່ານມາຫລາຍຄົນກໍ່ມີຄໍາ ເຫັນວ່າ ຜົນກະທົບຂອງມັນກໍ່ຄືກັບ ເວລາເຮົາ ປະເຊີນໜ້າພະຍາດໂຄ ວິດ, ສະພາບໄດ້ຮຽກຮ້ອງໃຫ້ພວກ ເຮົາຫັນປ່ຽນໃໝ່ຫລາຍອັນ ເຊິ່ງເວ ລານັ້ນພວກເຮົາເວົ້າກັນວ່ານິວນໍມໍ. ມາຮອດເວລານີ້ ເຫັນວ່າຫລາຍອັນ ກໍ່ໄດ້ມີການຫັນປ່ຽນໃໝ່ໃນພຶດຕິ ກໍາຕົວຈິງວຽກງານ ແລະ ການ ເຄື່ອນໄຫວໃນສັງຄົມພວກເຮົາ. ບັນ ຫາທີ່ຖືກຕັ້ງຂຶ້ນກໍ່ຍັງແມ່ນເລື່ອງ ຄວາມຫຍຸ້ງຍາກຍ້ອນລາຍຮັບບໍ່ ສົມຄູ່ກັບລາຍຈ່າຍ ເຊິ່ງໃນປີຜ່ານ ມາກະທົບແຮງ, ການແກ້ໄຂຂອງ ຫລາຍຄົນພະຍາຍາມປະຢັດສຸດ ຂີດ, ຕ້ອງຊອກຫາແຫລ່ງລາຍຮັບ ອື່ນຕື່ມ ຕາມທ່າແຮງຂອງໃຜລາວ. ປີໃໝ່ນີ້ວິທີການຜ່ານຜ່າຄວາມຫຍຸ້ງ ຍາກຍ້ອນລາຍຮັບບໍ່ສົມຄູ່ກັບລາຍ ຈ່າຍສໍາລັບບຸກຄົນ ແລະ ຄອບຄົວ ຈະເຮັດແນວໃດ ຖືເປັນບັ້ງເລກທີ່ ແກ້ບໍ່ງ່າຍສໍາລັບຫລາຍຄົນທີ່ມີຂໍ້ ຈໍາກັດດ້ານທ່າແຮງບົ່ມຊ້ອນ. ສະ ນັ້ນການປະຢັດຍັງຖືເປັນອັນພື້ນ ຖານໃຫ້ເອົາຕົວລອດໃນສະພາບ ຫຍຸ້ງຍາກ, ພະຍາຍາມຫັນເປັນຄົນ ຢູ່ງ່າຍ, ກິນ-ດື່ມງ່າຍ, ສູ້ຊົນດຸໝັ່ນ ເພື່ອຊອກແຫລ່ງລາຍຮັບອື່ນເຂົ້າ ມາຕື່ມ(ຖ້າພໍມີເງື່ອນໄຂອໍານວຍ). ບັນຫາທີ່ຖືກຕັ້ງຂຶ້ນ ເພື່ອຫັນປ່ຽນ ໃໝ່ ສອດຄ່ອງສະພາບອັນໜຶ່ງຍັງ ແມ່ນເລື່ອງງານສັງຄົມ ທີ່ຕິດພັນ ຄວາມສາມັກຄີຮັກແພງ ອັນເປັນ ມູນເຊື້ອໜຶ່ງຂອງສັງຄົມລາວ ເປັນ ຕົ້ນແຕ່ງດອງ ຫລື ແຕ່ງງານ, ບຸນ ຕ່າງໆ, ເຮືອນດີ ແລະ ອື່ນໆ. ນັ້ນຍັງ ເປັນສິ່ງທ້າທາຍສໍາລັບຜູ້ມີລາຍຮັບ ບໍ່ສົມຄູ່ການຈ່າຍຕົວຈິງອັນເປັນ ຄວາມຕ້ອງການໃນການດໍາລົງຊີ ວິດ-ເຄື່ອນໄຫວສັງຄົມ. ຖ້າພວກເຮົາ ພະຍາຍາມໄດ້ ໃຫ້ງານມີລັກສະນະ ກະທັດຮັດລົງ, ເນັ້ນສືບທອດປະເພນີ ອັນດີງາມ ຖືເນື້ອໃນສໍາຄັນ ເພື່ອຈໍາ ກັດການຈ່າຍລົງຕື່ມຫລາຍຄົນກໍ່ ວ່າຈະດີບໍ່ໜ້ອຍໃນສະພາບເວລານີ້. ສະຫລຸບວ່າ ປີໃໝ່ ພະຍາຍາມສູ້ ຊົນໃຫ້ມີອັນໃໝ່ ທີ່ມີລັກສະນະຕັ້ງ ໜ້າກວ່າເກົ່າ ໃນການຫັນປ່ຽນດ້ານ ຕ່າງໆທັງສ່ວນຕົວ, ຄອບຄົວ ແລະ ສັງຄົມຕ້ອງໄດ້ຊ່ວຍກັນ, ມີການ ແລກປ່ຽນຄໍາເຫັນຢ່າງສ້າງສັນ, ເຫັນໄດ້ບັນຫາ, ບໍ່ປະຖິ້ມກັນ, ບໍ່ຖິ້ມ ໂທດໃສ່ຜູ້ໃດ, ສູ້ຊົນເຮັດທຸກສິ່ງຢ່າງ ເພື່ອສ້າງຄວາມເຂັ້ມແຂງດ້ວຍ ພວກເຮົາເອງ, ຈໍາກັດການນໍາ ເຂົ້າ ທີ່ບໍ່ຈໍາເປັນ. ການໃຊ້ຈ່າຍອັນໃດນັບ ແຕ່ໜ້ອຍ-ຫລາຍໃຫ້ຄໍານຶງເຖິງ ຄວາມຈໍາເປັນ, ຫລີກເວັ້ນການຟຸມ ເຟືອຍ, ຫັນປ່ຽນຈາກພຶດຕິກໍາສັງ ຄົມບໍລິໂພກ ໃຫ້ເປັນສັງຄົມການຜະ ລິດໃຫ້ເຂັ້ມແຂງຂຶ້ນໄປ. ປີໃໝ່ພ້ອມ ກັນສູ້ຊົນໃຫ້ມີການຫັນປ່ຽນໃໝ່ທີ່ ຕັ້ງໜ້າກວ່າເກົ່າ, ມີຜົນສໍາເລັດໃໝ່ ດ້ວຍຄຸນນະພາບອັນໃໝ່. ຢູ່ຕາມເຂດຍຸດທະສາດປ້ອງກັນ ຊາດ ພ້ອມກັນນັ້ນ, ບັນ ດາກົມກອງ ກຳລັງຫລວງ-ກຳລັງທ້ອງຖິ່ນ ກໍມີ ສາງ ແລະ ປໍ້າ ເບີກຈ່າຍນໍ້າມັນ ສາ ມາດຮັບປະກັນນ້ຳມັນເຊື້ອໄຟໃຫ້ ແກ່ວຽກງານກຽມພ້ອມສູ້ຮົບ, ຝຶກ ແອບຮ່ຳຮຽນ, ເຄື່ອນໄຫວເຮັດໃຫ້ ສະພາບມີຄວາມສະຫງົບ ແລະ ກໍ່ສ້າງເສດຖະກິດ, ອັນພົ້ນເດັ່ນໃນ ຊຸມປີຜ່ານມາ ໄດ້ປັບປຸງຂະແໜງ ການໃຫ້ເຂັ້ມແຂງ ແລະ ຫັນເປັນທັນ ສະໄໝ. ມາຮອດປັດຈຸບັນນີ້, ບັນ ດາວຽກງານດັ່ງກ່າວໄດ້ຈັດຕັ້ງເປັນ ຮູບປະທຳຫລາຍດ້ານເປັນຕົ້ນ: ມີ ກົງຈັກການຈັດຕັ້ງນ້ຳມັນເຊື້ອໄຟ ທີ່ເປັນເອກະພາບແຕ່ເທິງລົງລຸ່ມ, ມີພະນັກງານວິຊາສະເພາະທີ່ມີ ຄວາມຮູ້ຄວາມສາມາດ, ມີພື້ນຖານ ນິຕິກຳທີ່ເປັນລະບົບຄົບຊຸດ ແລະ ໄດ້ປະກອບເຄື່ອງມືທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງນ້ຳມັນເຊື້ອໄຟ ຢ່າງຮັດກຸມ. ກ່ຽວກັບວຽກງານສະ ໜອງ(ເບີກຈ່າຍ)ແລະຄຸ້ມຄອງນໍ້າ ມັນເຊື້ອໄຟ ໄດ້ເປັນເຈົ້າການຈັດຕັ້ງ ເບີກຈ່າຍ, ສະໜອງນໍ້າມັນເຊື້ອໄຟ ໃຫ້ບັນດາກົມກອງແລະບັນດາແຜນ ການວຽກງານລວມຂອງກະຊວງ ຕາມແຜນການທີ່ຂັ້ນເທິງອະນຸມັດ ໃນນີ້, ຮ່ວງທີ່ແບ່ງປັນໃຫ້ບັນດາກົມ ກອງໄດ້ຈັດຕັ້ງຮັບປະກັນ ໃຫ້ເປັນ ເດືອນ, ເປັນງວດ ຫລື ໝົດປີບາດ ດຽວ, ສ່ວນຮ່ວງແຮຂອງກະຊວງ ແມ່ນຄິດໄລ່ເບີກຈ່າຍຕາມແຜນ ການວຽກງານຕົວຈິງ ແລະ ຄວາມ ສາມາດຂອງວັດຖຸ, ມີຫລາຍໂຄງ ການຂອງກະຊວງ ໄດ້ຈັດຕັ້ງພະນັກ ງານວິຊາການໄປຮັບປະກັນໂດຍ ກົງເຊັ່ນ: ໂຄງການ 01728, ບັ້ນ ຊ້ອມຮົບຂັ້ນຍຸດທະສາດ, ກອບກູ້ໄພ ພິບັດ, ສະເຫລີມສະຫລອງວັນສຳ ຄັນຂອງຊາດ, ການແກ້ໄຂຄວາມບໍ່ ສະຫງົບຢູ່ເຂດໃຈກາງ, ໂຄງການ ເກັບກູ້ລະເບີດ ແລະ ອື່ນໆ ເຊິ່ງເຫັນ ວ່າຄົບຖ້ວນ,ທັນເວລາ,ຄົບຊຸດແລະ ຊັດເຈນ, ບັນດາປະກົດການຫຍໍ້ທໍ້ ກ່ຽວກັບວິຊາສະເພາະໄດ້ຫລຸດ ໜ້ອຍຖອຍລົງ. ວຽກງານຮັບປະ ກັນເຕັກນິກນໍ້າມັນເຊື້ອໄຟ: ໄດ້ຈັດ ຕັ້ງຄຸ້ມຄອງ-ປົກປັກຮັກສາພື້ນຖານ ຮັບປະກັນນໍ້າມັນເຊື້ອໄຟໃນທົ່ວ ກອງທັບ, ສຳເລັດການຂຶ້ນບັນຊີພາ ຫະນະເຕັກນິກ, ອຸປະກອນນໍ້າມັນ ເຊື້ອໄຟ, ລະບົບສາງນໍ້າມັນແຕ່ລະ ຂັ້ນ, ໄດ້ກຳນົດຮູບແບບສາງນໍ້າມັນ ແຕ່ລະຂັ້ນ, ສະໜອງອຸປະກອນນໍ້າ ມັນ ໃຫ້ບັນດາກົມກອງຢ່າງທົ່ວເຖິງ ພ້ອມກັນນັ້ນ, ກໍບົວລະບັດ, ສ້ອມ ແປງສາງນ້ຳມັນ ແລະ ກໍ່ສ້າງຖັງ ໃໝ່. ວຽກງານກໍ່ສ້າງຂະແໜງ ການກົມນ້ຳມັນເຊື້ອໄຟ ໄດ້ເປັນເຈົ້າ ການວາງ7ວຽກງານໃຫຍ່ເຊິ່ງເປັນ ວິໄສທັດໃນການປັບປຸງ-ກໍ່ສ້າງຂະ ແໜງການໃຫ້ເຂັ້ມແຂງຮອບດ້ານ ແລະ ຫັນເປັນທັນສະໄໝມາຮອດ ປັດຈຸບັນ, ບັນດາແຜນການວຽກ ງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະ ຕິບັດເປັນຮູບປະທຳຕົວຈິງ. ພ້ອມ ກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ ສ້າງອົງການກົມ ກໍຄືອົງການນ້ຳ ມັນແຕ່ລະຂັ້ນ ມີຄວາມໜັກແໜ້ນ ເຂັ້ມແຂງ, ແບບແຜນວິທີ ເຮັດວຽກ ຂອງຄະນະກົມ, ບັນດາພະແນກ ການ ແລະ ອົງການນໍ້າມັນເຊື້ອໄຟ ແຕ່ລະຂັ້ນໄດ້ຮັບການປັບປຸງຫັນ ເຂົ້າສູ່ລະບຽບແບບແຜນທີ່ດີຂຶ້ນ. ໂດຍສັງລວມແລ້ວ ເຫັນວ່າສາມາດ ຈັດຕັ້ງຮັບປະກັນ ແລະ ຄຸ້ມຄອງນໍ້າ ມັນເຊື້ອໄຟໃຫ້ ທຸກວຽກງານໄດ້ຄົບ ຖ້ວນ, ທັນເວລາ, ຊັດເຈນ ແລະ ຍັງ ມີສ່ວນແຮໄວ້, ຮັບປະກັນໃຫ້ທຸກ ການເຄື່ອນໄຫວຂອງກອງທັບ ໄດ້ ເຮັດສຳເລັດໜ້າທີ່, ທົ່ວຂະແໜງ ການມີ ຄວາມສະຫງົບ, ໜັກແໜ້ນ, ຂະຫຍາຍຕົວ ແລະ ຫັນເປັນທັນສະ ໄໝຢ່າງກ້າວກະໂດດ, ສາມາດຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ໃນຂະແໜງການ ໄດ້ດີສົມຄວນ. ສະຫາຍຫົວໜ້າກົມນ້ຳມັນເຊື້ອ ໄຟ ຍັງໄດ້ກ່າວຕື່ມວ່າ: ການເຄື່ອນ ໄຫວວຽກງານນໍ້າມັນເຊື້ອໄຟໃນໄລ ຍະຜ່ານມາ ເຖິງຈະພົບຂໍ້ຫຍຸ້ງຍາກ ຫລາຍດ້ານອັນເນື່ອງມາຈາກກອງ ທັບພວກເຮົາ ມີການປະກອບພາຫະ ນະເຕັກນິກ, ອາວຸດ-ກະສຸນຫລາຍຊະ ນິດ, ຄວາມຕ້ອງການນຳໃຊ້ນໍ້າມັນ ຫລາຍຊະນິດແຕກຕ່າງກັນ, ນໍ້າມັນ ເຊື້ອໄຟແມ່ນໄດ້ ນຳເຂົ້າຈາກຕ່າງ ປະເທດ, ມີບາງຊະນິດຕ້ອງໄດ້ນຳ ເຂົ້າຈາກປະເທດ ຜູ້ຜະລິດພາຫະ ນະເຕັກນິກແຕ່ພວກ ເຮົາກໍສາມາດ ຜ່ານຜາມາໄດ້. ໝາກຜົນດັ່ງກ່າວກໍ ຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດ ຕິດແທດຈາກຄະນະພັກກະຊວງ ປ້ອງກັນປະເທດ ກໍຄືກົມໃຫຍ່ພະລາ ທິການກອງທັບ, ສຸມທຶນຮອນເຂົ້າ ໃນການກໍ່ສ້າງພະນັກງານວິຊາສະ ເພາະ, ກໍ່ສ້າງພື້ນຖານວັດຖຸເຕັກນິກ ນ້ຳມັນເຊື້ອໄຟ, ພ້ອມທັງຍາດແຍ່ງ ເອົາການຊ່ວຍ ເຫລືອອັນລ້ຳຄ່າຈາກ ປະເທດເພື່ອນ ມິດຍຸດທະສາດເຮັດ ໃຫ້ຂະແໜງການນ້ຳມັນເຊື້ອໄຟ ເຕີບໃຫຍ່ຂະຫຍາຍຕົວ, ມີຄວາມ ເຂັ້ມແຂງ, ໜັກແໜ້ນ ແລະ ໄດ້ຫັນ ເປັນທັນສະໄໝເທື່ອລະກ້າວ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==