07 xtgmf]k; gsfdko{dkora fmtok 28/12/2023 c0;'[+ cdh ; 9a f[5 oxtgrou [a ofkgzq j k 8y fra oda [dkogxu fxu mj v'mj P;]k; 2024 [5 odv'g0Q k.spj ws;h rtmkfvy 'Ia ' gxu f0B o1j k'7b d7N o xu 2023 glf4tdy f c0;'w-pt[6 ]u 0tspkp8q ; 5% 7 sh v'dko g,n v'lk,a d7u w- gxu f0t[;o c0j '0a oIa d-kf c]t ra fmtok w]pt 5 xu ຂປລ. ແຫລ່ງຂ່າວຈາກ ແຂວງສະ ຫວັນນະເຂດ ໃຫ້ຮູ້ວ່າ: ບຸນກອງເຂົ້າ ໃຫຍ່ໄຫວ້ພະທາດອິງຮັງ ປະຈຳປີ 2023 ເປີດຂຶ້ນຢ່າງເປັນທາງການ ໃນຕອນບ່າຍວັນທີ 25 ທັນວາ 2023 ທີ່ເດີ່ນວັດພະທາດອິງຮັງ ນະຄອນໄກ ສອນ ພົມວິຫານ ແຂວງສະຫວັນນະ ເຂດ ໂດຍການກເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະ ຫວັນນະເຂດ, ມີຮອງເຈົ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ, ພ້ອມດ້ວຍບັນດາ ມວນຊົນ ເຂົ້າຮ່ວມຢ່າງຫລວງຫລາຍ. ໃນພິທີ ທ່ານ ປະສົງສິນ ຈະເລີນ ສຸກ ເຈົ້ານະຄອນໄກສອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ພະທາດອິງຮັງ ແມ່ນປູສະ ນິຍະສະຖານ ທີ່ເກົ່າແກ່ຍາວນານທາງ ດ້ານປະຫວັດສາດແຫ່ງໜຶ່ງ ຂອງ ແຂວງສະຫວັນນະເຂດ ເຊິ່ງເປັນບ່ອນ ສັກກະລະບູຊາຂອງຊາວພຸດ ໂດຍສະ ເພາະແມ່ນປະຊາຊົນພາຍໃນແຂວງ ສະຫວັນນະເຂດ, ຕາມຮີດຄອງປະເພ ນີທີ່ເຄີຍປະຕິບັດກັນມາ ພໍຮອດເດືອນ ຈຽງເພັງຂອງທຸກໆປີ ພວກເຮົາໄດ້ ພ້ອມພຽງກັນຈັດສະເຫລີມສະຫລອງ ບຸນນະມັດສະການພະທາດອີງຮັງ ປະຈໍາປີຂຶ້ນຢ່າງຄຶກຄື້ນແລະ ເບີກບານ ມ່ວນຊື່ນ ຕາມຮີດຄອງປະເພນີ ທີ່ເຄີຍ ປະຕິບັດກັນມາແຕ່ບູຮານນະການ ເຊິ່ງການຈັດງານປີນີ້, ແມ່ນຕິດພັນ ກັບການເປີດໂຄສະນາປີທ່ອງທ່ຽວ ລາວ 2024 ຂອງນະຄອນ ໄກສອນ ພົມວິຫານ ກໍຄື ແຂວງສະຫວັນນະເຂດ ໃຫ້ອອກສູ່ສາຍຕາຂອງພີ່ນ້ອງນັກ ທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ບຸນນະມັດສະການພະທາດອິງຮັງ ປີນີ້,ຈັດຂຶ້ນເພື່ອສືບຕໍ່ເສີມສ້າງອະນຸ ລັກຮັກສາ ວັດທະນະທຳຮີດຄອງປະ ເພນີອັນດີງາມຂອງແຂວງສະຫວັນ ນະເຂດ, ທັງເປັນການສົ່ງເສີມອະນຸ ລັກຮີດຄອງປະເພນີ, ວັດທະນະທຳ ອັນດີງາມຂອງຊາດ ຕິດພັນກັບການ ກຽມຄວາມພ້ອມໃຫ້ແກ່ການເປີດປະ ຕູສູ່ປີທ່ອງທ່ຽວລາວ 2024 ໂດຍຄະ ນະກໍາມະການຮັບຜິດຊອບ ໄດ້ຫ້າງ ຫາກະກຽມບັນດາກິດຈະກໍາຕ່າງໆ ມາແຕ່ກາງເດືອນທັນວາ ເປັນຕົ້ນມາ, ພາຍໃນງານມີກິດຈະກໍາຕ່າງໆເຊັ່ນ: ຮ້ານວາງສະແດງສິນຄ້າໂອດັອບ ພາຍ ໃນແຂວງ, ຕ່າງແຂວງ ລວມ30ຮ້ານ, ຮ້ານວາງສະແດງຈໍາໜ່າຍສິນຄ້າ ຈາກບໍລິສັດຫ້າງຮ້ານ379ກວ່າຮ້ານ, ບໍລິສັດ 19 ຫ້ອງວາງສະແດງ, ອາ ຫານ 26 ຮ້ານ ແລະ ວາງສະແດງທົ່ວ ໄປ 304 ຫ້ອງ ມີຂະບວນສວນສະ ໜາມແລະ ຂະບວນຟ້ອນເສື້ອສີປະເພນີ ຂອງ ກຸ່ມບ້ານທີ 10 ເຊິິ່ງປະກອບມີ: ຂະບວນຖືຂັນໝາກເບັງ, ຂະບວນປະ ເພນີບ້ານທາດອິງຮັງ, ບ້ານໂພນສິມ, ຂະບວນໃສ່ຊຸດຊົນເຜົ່າຂອງແຂວງ ສະຫວັນນະເຂດ, ຂະບວນຟ້ອນຈາກ ໂຮງຮຽນມັດທະຍົມຕົ້ນທາດອິງຮັງ, ຂະບວນຟ້ອນຈາກໂຮງຮຽນ ມສ ໂພນ ສີມ ແລະ ຂະບວນຟ້ອນຈາກ 4 ຕົວ ເມືອງຄື: ຂະບວນຟ້ອນຈາກເມືອງໄຊ ບູລີ, ໄຊພູທອງ, ອຸທຸມພອນ ແລະ ຂະ ບວນຟ້ອມຈາກເມືອງຈຳພອນ. ນອກ ນັ້ນ, ຍັງມີພິທີທາງສາສະໜາ, ມີພິທີແຫ່ ຜາສາດເຜິ້ງ, ໃນຕອນບ່ອຍວັນທີ 26 ທັນວາ 2023 ແລະ ຕອນເຊົ້າ ຂອງ ວັນທີ 27 ທັນວາ 2023 ກໍຈັດໃຫ້ມີພິທີ ຕັກບາດຖວາຍສັງຄະທານຕອນກາງ ຄືນ ມີການວຽນທຽນ ຕາມຮີດຄອງປະ ເພນີ. ຂ່າວ-ພາບ: ນະຄອນ ໄກສອນ ພົມວິຫານ ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວໃຫ້ຮູ້ວ່າ: ພິທີເປີດບຸນປະເພນີ ບັນດາເຜົ່າ, ຕະຫລາດນັດວັດທະ ນະທໍາ ຕິດພັນກັບການເປີດປີທ່ອງ ທ່ຽວລາວ 2024 ຢູ່ແຂວງບໍ່ແກ້ວ ຈັດຂຶ້ນໃນວັນທີ 25-30 ທັນວາ 2023 ໂດຍມີຫລາຍກິດຈະກໍາເຊັ່ນ: ການແຂ່ງຂັນກິລາ, ການປະກວດ ສິລະປະ-ວັນນະຄະດີບັນດາເຜົ່າ, ມີສິລະປະມາຈາກສູນກາງ, ມີການ ປະກວດນາງສາວຊົນເຜົ່າ, ພິທີບູຊາ ຫໍຫລັກເມືອງ, ຕະຫລາດນັດຈໍາ ໜ່າຍສິນຄ້າ ຢ່າງເປັນຂະບວນຄືກ ຄື້ນ ແລະ ມີຄວາມໝາຍຄວາມສໍາ ຄັນໂດຍມີ ທ່ານ ຄໍາຜະຫຍາ ພົມປັນ ຍາ ຮອງເຈົ້າແຂວງບໍ່ແກ້ວ, ມີການ ນໍາພັກ-ລັດ ແລະ ມ່ວນຊົນເຂົ້າຮ່ວມ ໃນພິທີເປີດຢ່າງຄືກຄື້ນ. ການຈັດງານດັ່ງກ່າວ, ນອກ ຈາກເປັນການສົ່ງເສີມການທ່ອງ ທ່ຽວແລ້ວຍັງເປັນການອະນຸລັກຮັກ ສາວັດທະນະທໍາ, ຮີດຄອງປະເພນີ ອັນດີງາມ, ການເຜີຍເເຜ່ວັດທະນະ ທໍາບັນດາເຜົ່າ, ການປົກປັກຮັກສາ ທຳມະຊາດໃຫ້ມີຄວາມຍືນຍົງ ຂອງ ສປປ ລາວ. ສະເພາະແຂວງບໍ່ ແກ້ວ ໄດ້ກໍານົດເອົາກິດຈະກໍາການ ທ່ອງທ່ຽວລະດັບຊາດ, ລະດັບ ແຂວງ ແລະ ເມືອງ ທັງໝົດ 14 ກິດຈະກໍາ. ໃນນີ້, ລະດັບຊາດມີ 2 ກິດຈະກໍາ, ລະດັບແຂວງມີ 1 ກິດ ຈະກໍາ, ລະດັບເມືອງມີ 11 ກິດຈະ ກໍາ ເຊິ່ງປະກອບມີ: ພິທີໄຫວບູຊາ ຫໍຫລັກເມືອງ, ບຸນປະເພນີບັນດາ ເຜົ່າ, ບຸນກິນຈຽງເຜົ່າມົ້ງ, ເທສະ ການດອກງິ້ວບານ ເຂດເສດຖະກິດ ພິເສດ 3 ຫລ່ຽມຄໍາ, ເທສະການພາ ຂວັນໃຫຍ່ ເມືອງປາກທາ, ເທສະ ການພືດກະສິກໍາ ເມືອງຫ້ວຍຊາຍ, ບຸນປ່າຫວາຍຫລວງເມືອງເມິງ,ບຸນ ຢຸນກຼະ ຂອງເຜົ່າກຶມມຸ ເມືອງຜາອຸ ດົມ, ເທສະການທ່ອງທ່ຽວດອນ ເຜິ້ງຄໍາ ເມືອງຕົ້ນເຜິ້ງ, ບຸນປີໃໝ່ ລາວ ເມືອງຫ້ວຍຊາຍ, ບຸນບັ້ງໄຟ ເຜົ່າໄຕລື້ ເມືອງຫ້ວຍຊາຍ, ແລ່ນມາ ລາທອນລະດັບຊາດ ເຂດເສດຖະ ກິດພິເສດ 3 ຫລ່ຽມຄໍາ, ບຸນຊ່ວງ ເຮືອ-ໄຫລເຮືອໄຟ ເມືອງຫ້ວຍຊາຍ, ບຸນນະມັດສະການພະທາດສຸວັນ ນະຜາຄໍາ ເມືອງຫ້ວຍຊາຍ. ນອກ ຈາກນີ້, ຍັງມີບຸນສໍາຄັນຂອງບັນດາ ເຜົ່າຫລາຍຢ່າງທີ່ໜ້າທ່ຽວຊົມ. ສໍາລັບ ບຸນປະເພນີບັນດາເຜົ່າ, ຕະຫລາດນັດວັດທະນະທໍາ ຕິດ ພັນກັບການເປີດປີທ່ອງທ່ຽວລາວ 2024 ນີ້, ມີການວ່າງຈໍາໜາຍສິນ ຄ້າທຸກປະເພດເປັນຕົ້ນ ຜະລິດຕະ ພັນຂອງແຂວງບໍ່ແກ້ວ, ເສື້ອຜ້າອາ ພອນ ແລະ ອື່ນໆ. ຂ່າວ: ຄໍາເພັງ ຂປລ. ຕາມການລາຍງານຈາກ ທ່ານນາງ ຄໍາມີ ຈັນທີບ ຫົວໜ້າພະ ແນກແຜນການ ແລະ ການລົງທຶນ ແຂວງໄຊຍະບູລີ ກ່ຽວກັບການຈັດ ຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມປີ 2023 ແລະ ທິດທາງ ແຜນການປີ 2024 ໃນກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີຄັ້ງທີ10ສະໄໝທີVII ວັນ ທີ 25 ທັນວາ 2023 ນີ້ວ່າ: ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມປີ 2023 ເຖິງວ່າຈະພົບ ຄວາມຫຍຸ້ງຍາກ, ມີຫລາຍດ້ານທີ່ບໍ່ ເອື້ອອໍານວຍໃຫ້ແກ່ການພັດທະນາ ແຕ່ແຂວງພວກເຮົາໄດ້ສຸມໃສ່ຈັດຕັ້ງ ປະຕິບັດດ້ວຍຈິດໃຈບຸກທະລຸ ຈຶ່ງ ເຮັດໃຫ້ເສດຖະກິດຂອງແຂວງສືບຕໍ່ ຂະຫຍາຍຕົວໃນລະດັບ 5% ຊຶ່ງປະ ຕິບັດໄດ້ຕາມແຜນການທີ່ວາງໄວ້. ໃນປີ 2023 ລວມຍອດຜະລິດ ຕະພັນພາຍໃນ ບັນລຸໄດ້ 14.935 ຕື້ ກີບ, ສະເລ່ຍຕໍ່ຫົວຄົນ 35,6 ລ້ານ ກີບ. ໃນນີ້, ກະສິກຳຂະຫຍາຍຕົວ 3,1%ກວມ 28%ຂອງລວມຍອດ ມູນຄ່າຜົນຜະລິດພາຍໃນ(GDP), ອຸດສາຫະກຳຂະ ຫຍາຍຕົວ 8,7% ກວມ 38% ຂອງ GDP, ການບໍລິ ການຂະຫຍາຍຕົວ 4,5% ກວມ 34% ຂອງ GDP, ໄດ້ເອົາໃຈໃສ່ ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປືໃຫ້ຮູ້ວ່າ:7ຫ້ອງການທີ່ຂຶ້ນ ກັບ ເມືອງສາມັກຄີໄຊ ແຂວງອັດຕະ ປື ປະກອບມີ: ຫ້ອງການຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ຍຸຕິທຳ, ເຕັກໂນໂລຊີ ແລະ ການສື່ສານ, ສະຫະພັນແມ່ຍິງ, ຄະ ນະບໍລິຫານງານຊາວໜຸ່ມ, ສະຫະ ພັນກຳມະບານ ແລະ ສະຫະພັນນັກ ຮົບເກົ່າເມືອງເປີດຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ ຢ່າງເປັນທາງການໃນ ວັນທີ 25 ທັນວາ 2023 ພາຍ ໃຕ້ການເປັນ ປະທານຂອງ ທ່ານ ຄຳໝັ້ນ ສີສະໝຸດ ຮອງເລຂາພັກ ເມືອງ, ມີບັນດາຫົວໜ້າ-ຮອງຫົວ ໜ້າຫ້ອງການ, ພະນັກງານລັດຖະ ກອນພາຍໃນ 7 ຫ້ອງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນວາລະພິທີ, ຕາງໜ້າແຕ່ລະ ຫ້ອງການໄດ້ຜ່ານແຜນການປະຕິ ບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະ ນາ, ຜ່ານຂໍ້ຕົກລົງວ່າດ້ວຍການຮັບ ຮອງເອົາແຜນການ ແລະ ເນື້ອໃນຂໍ້ ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງຕົນ ໄລຍະ 5 ປີ ໂດຍໄດ້ຍົກໃຫ້ ເຫັນສະພາບລວມ, ຜົນງານທີ່ພົ້ນ ໃນແຕ່ລະດ້ານຂອງບັນດາຫ້ອງ ການ, ລວມທັງບັນດາເນື້ອໃນຂໍ້ ແຂ່ງຂັນອັນສະເພາະທີ່ຕິດພັນກັບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງແຕ່ລະຫ້ອງ ການ. ພ້ອມນັ້ນ, ບັນດາຂະແໜງ ການທີ່ຂຶ້ນກັບແຕ່ລະຫ້ອງການໄດ້ ພ້ອມກັນຈັບມືແຂ່ງຂັນຈັດຕັັ້ງປະຕິ ບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະ ນາຂອງຕົນ ຢ່າງເປັນທາງການ. ທັງນີ້, ກໍເພື່ອເຮັດໃຫ້ການຈັດຕັ້ງປະ ຕິບັດວຽກງານ ທີ່ຕິດພັນກັບການ ເຄື່ອນໄຫວວຽກງານວິຊາສະເພາະ ຂອງ7ຫ້ອງການໄດ້ຮັບການຈັດຕັ້ງ ປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ທັງເປັນການປຸກ ລະດົມສະມາຊິກພັກ, ພະນັກງານ- ລັດຖະກອນພາຍໃນກົມກອງ ດັ່ງ ກ່າວ, ມີສະຕິຕື່ນຕົວ, ມີຄວາມບຸກ ບືນ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ, ຫ້າວ ຫັນປະຕິບັດໜ້າທີ່ວິຊາສະເພາະ ແບບມີຫົວຄິດປະດິດສ້າງ, ເຂົ້າຮ່ວມ ຂະບວນການແຂ່ງຂັນຢ່າງມີບັນ ຍາກາດຟົດຟື້ນ, ຮັບປະກັນການຈັດ ຕັ້ງປະຕິບັດແຕ່ລະຄຳຂວັນຂອງ ບັນດາຫ້ອງການໃຫ້ທົ່ວເຖິງ, ແກ້ ໄຂບັນຫາຖືກຕ້ອງ, ບັນລຸຕາມຈຸດ ປະສົງ ແລະ ຄາດໝາຍທີ່ວາງໄວ້. ໂອກາດດັ່ງກ່າວ, ທ່ານຮອງເລ ຂາພັກເມືອງສາມັກຄີໄຊໄດ້ເນັ້ນໃຫ້ ພາກສ່ວນຕ່າງໆເພີ່ມທະວີຄວາມ ເປັນເຈົ້າການ ໃນການສຶກສາອົບຮົມ ດ້ານການເມືອງ-ນຳພາແນວຄິດ, ນຳເອົາແນວທາງນະໂຍບາຍຂອງ ພັກ, ລະບຽບກົດໝາຍຂອງລັດ ໃຫ້ ດຳເນີນເປັນປົກກະຕິ, ເພື່ອສ້າງ ສະຕິຕື່ນຕົວ ແລະ ເປັນເຈົ້າການໃນ ການປະຕິບັດໜ້າທີ່ວິຊາສະເພາະ ທີ່ໄດ້ຮັບການມອບໝາຍມີຜົນສຳ ເລັດເປັນຢ່າງດີ, ຍົກສູງຄຸນນະພາບ ໃນການແຂ່ງຂັນ-ຍ້ອງຍໍໃນໄລຍະ ໃໝ່ ໃຫ້ຖືກຕ້ອງຕາມທິດນຳຂອງ ພັກດ້ວຍການປັບປຸງກົນໄກ, ວິທີ ການ, ຂັ້ນຕອນປະເມີນຜົນການ ແຂ່ງຂັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ການຍ້ອງຍໍຕ້ອງຕິດ ພັນກັບຜົນສຳເລັດຕົວຈິງ ໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນ ແຕ່ລະໄລຍະ. ຂ່າວ: ຂາວພອນ ຄຸ້ມຄອງການຈັດເກັບລາຍຮັບງົບ ປະມານດ້ວຍການຫັນເປັນທັນສະ ໄໝ ແລະ ສຸມໃສ່ຈັດເກັບຕາມທ່າ ແຮງຂອງແຂວງ ແລະ ຫົວໜ່ວຍງົບ ປະມານທີ່ລັດຖະບານມອບໃຫ້ ແຂວງຈັດເກັບເພີ່ມ, ເຮັດໃຫ້ສາ ມາດຈັດເກັບລາຍຮັບເຂົ້າງົບປະ ມານ ໄດ້ທັງໝົດ 1.674 ຕື້ກີບ, ລື່ນ ແຜນການ 8,7 %, ທຽບໃສ່ປີຜ່ານ ມາເພີ່ມຂຶ້ນ 39,84%, ໃນນັ້ນພູດ ສູນກາງປະຕິບັດໄດ້ 1.052 ຕື້ກີບ, ລື່ນແຜນ 4,2%, ພູດທ້ອງຖິ່ນ ປະຕິບັດໄດ້ 595 ຕື້ກີບ, ລື່ນແຜນ 17,89 %; ໄດ້ຄຸ້ມຄອງລາຍຈ່າຍ ຕາມແຜນ, ຖືກເປົ້າາໝາຍ, ປະຢັດ ແລະ ໂປ່ງໄສສາມາດປະຕິບັດໄດ້ 591,14 ຕື້ກີບ, ລື່ນແຜນການ 18,4%. ພ້ອມກັນນີ້, ສາມາດລະ ດົມການລົງທຶນທົ່ວສັງໄດ້ປະມານ 3.663 ຕື້ກີບ ເທົ່າກັບ 24,50% ຂອງ GDP ໃນນີ້, ທຶນຂອງລັດ ມູນຄ່າ 211,11 ຕື້ກີບກວມເອົາ 5,8% ຂອງທຶນທັງໝົດ, ທຶນຊ່ວຍ ເຫລືອທາງການ ເພື່ອການພັດທະ ນາ ມູນຄ່າ 226,45 ຕື້ກີບກວມ 6,2% ຂອງທຶນທັງໝົດ, ທຶນເອກະ ຊົນພາຍໃນ ແລະ ຕ່າງປະເທດ 2.107,52 ຕື້ກີບ ກວມ 57,5% ຂອງທຶນທັງໝົດ, ສິນເຊື່ອທະນາ ຄານໄດ້ 1.117,42 ຕື້ກວມ ເອົາ 30,5% ຂອງທຶນທັງໝົດ. ທ່ານນາງຄໍາມີຈັນທີບຍັງໃຫ້ຮູ້ ອີກວ່າ: ສໍາລັບແຜນການ ປີ 2024 ຈະສູ້ຊົນໃຫ້ລວມຍອດຜະລິດຕະ ພັນພາຍໃນຂະຫຍາຍຕົວ 5,5% ຂຶ້ນໄປ, ຄິດເປັນມູນຄ່າລາຄາໃນປີ 15,762 ຕື້ກີບ, ສະເລ່ຍຕໍ່ຄົນໃຫ້ ໄດ້ 36,93 ລ້ານກີບ, ລະດົມທຶນ ພັດທະນາທົ່ວສັງຄົມໃຫ້ໄດ້ 24% ຂອງ GDP ຫລື ເທົ່າກັບ 3.782 ຕື້ ກີບ ແລະ ສູ້ຊົນເກັບລາຍຮັບໃຫ້ໄດ້ 2.039,1 ຕື້ກີບ, ຄຸ້ມຄອງລາຍ ຈ່າຍໃຫ້ຢູ່ໃນລະດັບ 525,6 ຕື້ກີບ, ດູນໃຫ້ສູນກາງ 189 ຕື້ກີບ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
RkJQdWJsaXNoZXIy MTc3MTYxMQ==