ເນື່ອງໃນໂອກາດສ້າງຕັ້ງສາຍພົວ ພັນການທູດ ລະຫວ່າງ ລາວ-ຈີນ ຄົບ ຮອບ 62 ປີ ແລະ ການປະກາດຂໍ້ລິ ເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄົບ ຮອບ 10 ປີ, ບໍລິສັດ ນໍ້າ ແລະ ໄຟຟ້າ ສາກົນ ແຫ່ງປະເທດຈີນ (China International Water and Electric Corp ຫລື CWE) ແມ່ນເຄືອ ຄາຍຂອງກຸ່ມບໍລິສັດCCCGໄດ້ຈັດ ກິດຈະກໍາພາຍໃຕ້ຫົວຂໍ້ “ຮ່ວມກັນ ສ້າງອະນາຄົດ ການພັດທະ ນາແບບ ສີຂຽວ” ປະຈໍາ ສປປ ລາວ ໃນວັນ ທີ 26 ທັນວາ 2023 ໂດຍມີ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນ ຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ SHI YINTAO ຮອງປະ ທານສະພາບໍລິຫານ ບໍລິສັດ CWE ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ພາຍໃນງານ ຜູ້ເຂົ້າຮ່ວມໄດ້ຮັບ ຟັງບົດວິໄຈ ຄັງສະຕິປັນຍາໃນຫົວ ຂໍ້ “ເສີມສ້າງນະວັດຕະກຳໃໝ່, ເພື່ອ ຊັກຈູງການພັດທະນາ, ເອົາຄວາມ ປອດໄພມາກ່ອນ ແລະ ຢູ່ຮ່ວມກັນ ດ້ວຍຄວາມສັນຕິປອງດອງ ແລະ ຮັບຟັງບົດລາຍງານການພັດທະນາ ແບບຍືນຍົງ ຢູ່ປະເທດລາວຂອງກູ່ມ ບໍລິສັດCCCG(ປີ2013-2023) ເຊິ່ງໄດ້ນໍາໃຊ້ຂໍ້ມູນທີ່ມີລັກສະນະພາ ວະວິໄສແລະປະສົບການຕົວຈິງຈາກ ການຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນ ທາງ ພ້ອມທັງຂຽນບົດໃໝ່ ແຫ່ງ ການພັດທະນາດ້ວຍຄຸນນະພາບສູງ ເພື່ອເປັນທິດທາງໃນຕໍ່ໜ້າ, ເພື່ອ ເປັນການສົ່ງເສີມກໍ່ສ້າງບຸກຄະລະ ກອນແລະ ສຸກຍູ້ຊ່ວຍເຫລືອສະຖາບັນ ການສຶກສາດ້ານເຕັກນິກພະລັງງານ ໄຟຟ້າຢູ່ສປປລາວ, ບໍລິສັດໄຟຟ້ານໍ້າ ລີກ1-2ຈຳກັດແລະວິທະຍາໄລເຕັກ ນິກຊັບພະວິຊາໄດ້ມີການປຶກສາຫາລື ແລະ ຕົກລົງຮ່ວມກັນລົງນາມສັນຍາ ກຳນົດເອົາເຂື່ອນໄຟຟ້ານໍ້າລີກ 1-2 ເປັນຖານເຝິກງານໃຫ້ນັກສຶກສາ ຂະ ແໜງເຕັກນິກໄຟຟ້າພະລັງງານນໍ້າ. ນອກຈາກນີ້, ພາຍໃນງານ ຍັງ ໄດ້ຈັດກິດຈະກໍາການກຸສົນ “ຫໍສະ ໝຸດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” ໄລຍະ 3 ເຊິ່ງກິດຈະກໍາດັ່ງກ່າວ ແມ່ນສຳນັກພິມພາສາຕ່າງປະເທດ ແຫ່ງປະເທດຈີນແຫ່ງ ສປຈີນ, ມູນ ນິທິເພື່ອການກຸສົນຈົ່ງຕ້າວປັກກິ່ງ ແລະ ບໍລິສັດCWEຮ່ວມກັນດໍາເນີນ ການ, ໂດຍອີງຕາມຄວາມຮຽກຮ້ອງ ຕ້ອງການຂອງຝ່າຍໂຮງຮຽນ ມສ ປາກງວ້າ ເຊິ່ງພາຍໃຕ້ການຈັດຕັ້ງ ນໍາພາ ຂອງສໍານັກງານໃຫຍ່ ບໍລິ ສັດ CWE, ພະນັກງານຂອງບໍລິ ສັດໄດ້ບໍລິຈາກ ປື້ມແບບຮຽນລວມ ທັງໝົດ 2380 ຫົວ ແລະ ສະໜອງ ເຄື່ອງກັ່ນຕອງນໍ້າສະອາດ, ຕັ່ງອີ້, ກະ ດານດໍາ ແລະ ອື່ນໆ. ທ່ານ ສີນາວາ ສຸພານຸວົງ ໄດ້ກ່າວວ່າ: “ສອງປະ ເທດລາວ ແລະ ຈີນ ແມ່ນຄູ່ຮ່ວມ ຊາຕາກໍາດຽວກັນ ທີ່ມີການປະ ຕິບັດຕໍ່ກັນຢ່າງເທົ່າທຽມ, ມີການ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມີ ຄວາມໃກ້ຊິດສະໜິດສະໜົມ ເໝືອນ ຄົນໃນຄອບຄົວດຽວກັນ ຕະຫລອດ ໄລຍະ 20 ກວ່າປີ ບໍລິສັດCWE ໄດ້ດໍາເນີນການພັດທະນາ ຢູ່ປະ ເທດລາວ ໄດ້ສ້າງເຂື່ອນດ້ວຍຄວາມ ຊໍານານງານ, ມີການກໍ່ສ້າງທີ່ປາ ນີດ ແລະ ມີການຄຸ້ມຄອງທີ່ມີປະ ສິດທິພາບສູງ ເຊິ່ງເປັນການປະ ກອບສ່ວນອັນສໍາຄັນ ເຂົ້າໃນການ ພັດທະນາໃນຂະແໜງການເຂື່ອນໄຟ ຟ້າຂອງລາວ. ການເປີດງານ“ຮ່ວມກັນສ້າງອະ ນາຄົດ ການພັດທະນາແບບສີຂຽວ” ປະຈໍາສປປລາວຂອງບໍລິສັດCWE ຖືເປັນການສະຫລຸບຕີລາຄາບົດຮຽນ ແລະ ປະສົບການໃນການພັດທະນາ ຂອງບໍລິສັດ, ທັງເປັນການຊຶມຊັບເຂົ້າ ສູ່ທ້ອງຖິ່ນ ເພື່ອເປີດສາກການສ້າງ ອະນາຄົດ ແລະ ເປັນການເຕົ້າໂຮມ ກໍາລັງແຮງ ເພື່ອກະກຽມອອກເດີນ ທາງອີກຄັ້ງ. ໃນອະນາຄົດອັນໃກ້ ນີ້, ຫວັງວ່າ ບໍລິສັດ CWE ຈະສາ ມາດປະກອບສ່ວນຊ່ວຍເຫລືອເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງລາວ ໄດ້ຫລາຍຂື້ນ. ທ່ານ SHI YINTAO ໄດ້ກວ່າວ່າ: ບໍລິ ສັດ CWE ແມ່ນ ບໍລິສັດລູກໃນກຸ່ມ ບໍລິສັດ CCCG, ແມ່ນລັດວິສາຫະ ກິດ ໃນຂະແໜງຊົນລະປະທານ ແລະ ເຂື່ອນໄຟຟ້ານໍ້າຕົກຂອງຈີນ ໃນໄລ ຍະເວລາ 20 ກວ່າປີຜ່ານມາ ທີ່ໄດ້ ເຂົ້າມາສູ່ຕະຫລາດຂອງປະເທດ ລາວ, ໄດ້ສືບຕໍ່ເດີນໜ້າຂະຫຍາຍ ທຸລະກິດ ແລະ ປະກອບສ່ວນພະລັງ ງານໄຟຟ້າທີ່ສະອາດ, ເພີ່ມທະວີການ ກໍ່ສ້າງໂດຍການຫັນໄປສູ່ມາດ ຕະ ຖານຄວາມປອດໄພທີ່ມີຄຸນນະພາບ ສູງ ແລະ ໄດ້ປະຕິບັດໜ້າທີ່ທາງດ້ານ ສັງຄົມຢ່າງຕັ້ງໜ້າ.ໃນອະນາຄົດ,ບໍລິ ສັດ CWE ຈະສຸມໃສ່ການພັດທະ ນາເສດຖະກິດ-ສັງຄົມແລະ ຄວາມ ຕ້ອງການຊີວິດການເປັນຢູ່ ຂອງ ປະຊາຊົນລາວຢ່າງແໜ້ນແຟ້ນ, ລົງ ເລິກການຮ່ວມມືກັບພາກສ່ວນ ທີ່ ກ່ຽວຂ້ອງໃຫ້ຫລາຍຂຶ້ນ, ເພື່ອປະ ກອບສ່ວນທາງດ້ານສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການສ້າງຄູ່ ຮ່ວມຊາຕາກໍາລາວ-ຈີນ ຢ່າງ ເລິກເຊິ່ງ. 05 xtgmf]k; 37ltok c]t [= ]y = dy ko 28/12/2023 1 5 7 6 7 25 12 31 ແຫຫຫ ວ ມມມ າ ກກກມມ ງ 1 01 ປານມມ ອຍ 25 ທທທ ນວາ 2023 150 gxu f'ko Ij ;,da olh k'vtok7q fdkora fmtok c[[lu 0P; xt9e lxx ]k;
RkJQdWJsaXNoZXIy MTc3MTYxMQ==