5778

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1*** *** ຕໍ່ຈາກສະບັບກ່ອນ*** ສະແດງມໍລະດົກວັດທະນະທຳ ແລະ ຄວາມງາມທາງທຳມະຊາດ ທີ່ອຸ ດົມສົມບູນເປັນສະຖານທີ່ສຳຄັນ ຂອງນັກທ່ອງທ່ຽວທີ່ມາຢ້ຽມຢາມ. ນອກຈາກສະຖານທີ່ທ່ອງທ່ຽວທີ່ມີ ຢູ່ແລ້ວ, ຄວນມີການຄົ້ນຄວ້າວາງ ແຜນບັນດາເຂດ ຫລື ກຸ່ມບ້ານອື່ນໆ ຂອງ ສປປ ລາວ ທີ່ມີລັກສະນະສະ ເພາະ ແລະ ມີທ່າເເຮງ ເພື່ອຫັນເປັນ ສະຖານທີ່ທ່ອງທ່ຽວທາງຊົນນະບົດ ໂດຍອີງໃສ່ການຖອດຖອນບົດ ຮຽນ, ວິທີການຄຸ້ມຄອງ ແລະ ນະໂຍ ບາຍການສົ່ງເສີມການທ່ອງທ່ຽວ ແບບຊົນນະບົດຈາກສປຈີນ ເພື່ອປັບ ປຸງຊີວິດການເປັນຢູ່ຂອງປະຊ ຊົນ ໃນເຂດດັ່ງກ່າວ ພ້ອມທັງສົ່ງເສີມ ເສດຖະກິດ. ສໍາລັບສປປລາວປັດຈຸ ບັນມີການປັບປຸງພື້ນຖານໂຄງລ່າງ ເປັນຕົ້ນ ການສ້າງຖະໜົນຫົນທາງ, ທາງດ່ວນ, ທາງລົດໄຟ ເຊິ່ງຈະປະ ກອບສ່ວນສໍາຄັນ ໃຫ້ແກ່ການພັດ ທະນາການທ່ອງທ່ຽວຊົນນະບົດ ຂອງລາວ ໃຫ້ສາມາດເກີດດອກ ອອກ ຜົນ ແລະ ຂະຫຍາຍຕົວໄດ້ໄວ ກວ່າເກົ່າ. 4vf4vo[q fIPo9kd lx 9u o .odkolq j 'glu , glf4tdy fdkomj v'mj P;c[[-q oot[q f16 j ]k; ຕໍ່ບົດຮຽນຂອງ ສປ ຈີນ ທີ່ໄດ້ ກ່າວມານັ້ນ, ສະເພາະ ສປປ ລາວ, ກົມພັດທະນາການທ່ອງທ່ຽວຂອງ ລາວ ໄດ້ເປີດເຜີຍລາຍງານເມື່ອບໍ່ ດົນມານີ້ວ່າ ມີນັກທ່ອງທ່ຽວສາກົນ ມາຢ້ຽມຢາມລາວເຖິງ 1,6 ລ້ານ ເທື່ອຄົນ, ນັບແຕ່ເດືອນມັງກອນຫາ ເດືອນມິຖຸນາ ປີ 2023,ຖ້າທຽບໃສ່ ປີ 2022 ແມ່ນມີພຽງ 644.756 ຄົນ. ໃນນັ້ນ, 5 ປະເທດທີ່ມີພົນລະ ເມືອງໄປຢ້ຽມຢາມປະເທດລາວ ລວມມີ: ໄທ,ຫວຽດນາມ,ສປຈີນ,ສ ເກົາຫລີແລະ ອາເມລິກາ. ສະຖານທີ່ ທີ່ໄດ້ຮັບຄວາມນິຍົມສໍາລັບນັກ ທ່ອງທ່ຽວ ກໍເເມ່ນສະຖານທີ່ທ່ອງ ທ່ຽວທາງທຳມະຊາດ ເປັນຕົ້ນເເມ່ນ ເມືອງວັງວຽງ ແຂວງວຽງຈັນ, ແຂວງຫລວງພະບາງ, ແລະ ເເຂວງ ຈໍາປາສັກ.ກິດຈະກໍາທີ່ໄດ້ຮັບຄວາມ ນິຍົມຊົມຊອບຈາກນັກທ່ອງທ່ຽວ ຂອງແຕ່ລະເເຂວງແມ່ນຄ້າຍຄື ຫລື ມີຄວາມແຕກຕ່າງກັນເຊັ່ນ: ການ ລ່ອງເຮືອຊົມທໍາມະຊາດ ແມ່ນໍ້າ ຂອງ, ພູຜາປ່າໄມ້, ຢ້ຽມຊົມວັດວາ ອາຮາມແລະວັດທະນະທໍາຮີດຄອງ ປະເພນີການໃສ່ບາດ. ຍ້ອນເຫັນໄດ້ ໂດຍ:ສະຖາບັນການຕ່າງປະເທດ 28/12/2023 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ໃຈຄວາມສໍາຄັນຂອງທ່າເເຮງດັ່ງ ກ່າວ, ສປປລາວຄວນສຸມໃສ່ພັດທະ ນາການທ່ອງທ່ຽວແບບຊົນນະບົດ ເພື່ອເປັນການສ້າງເສດຖະກິດຊົນ ນະບົດ ເນື່ອງຈາກ ສປປ ລາວ ຍັງ ມີເຂດຊົນນະບົດ ແລະ ພື້ນທີ່ສ່ວນ ໃຫຍ່ແມ່ນເປັນພື້ນທີ່ກະສິກໍາທີ່ ຕ້ອງການການພັດທະນາເປັນຈໍາ ນວນຫລາຍ ເຊິ່ງຄວນມີການຄົ້ນ ຄວ້າ ແລະ ວາງນະໂຍບາຍພັດທະ ນາການທ່ອງທ່ຽວພາຍໃນປະເທດ ເພື່ອເປົ້າໝາຍສົ່ງເສີມປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນຢູ່ເຂດຊົນ ນະບົດ ແລະ ສ້າງການປ່ຽນແປງໃນ ທາງສ້າງສັນ ໂດຍອີງໃສ່ຖອດຖອນ ບົດຮຽນຈາກ ສປ ຈີນ ທີ່ສາມາດ ພັດທະນາບ້ານຊົນນະບົດໃຫ້ກາຍ ເປັນເຂດເສດຖະກິດ. ໃນປີທ່ອງທ່ຽວລາວ 2024, ສປປ ລາວ ໄດ້ວາງຄາດໝາຍສູ້ ຊົນເພື່ອດຶງດູດນັກທ່ອງທ່ຽວໃຫ້ ໄດ້ 4 ລ້ານກວ່າຄົນ ເຊິ່ງລັດຖະ ບານ ໄດ້ມີການວາງແຜນລົງທຶນປັບ ປຸງພື້ນຖານໂຄງລ່າງ, ຜະລິດສື່ໂຄ ສະນາທ່ອງທ່ຽວ, ສ້າງ QR code ໃຫ້ແຫລ່ງທ່ອງທ່ຽວ, ສ້າງປຶ້ມຄູ່ມື ແຫລ່ງທ່ອງທ່ຽວຮອບດ້ານ ແນໃສ່ ຜົນກອງປະຊຸມ... ຮົບເກົ່າແຫ່ງຊາດລາວ, ບັນດາອົງ ການຈັດຕັ້ງມະຫາຊົນ, ອົງການກວດ ກາແຫ່ງລັດ ແລະ ອົງການກວດສອບ ແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບ ຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ 3 ວາລະສໍາຄັນ ດັ່ງນີ້: ວາລະທີ 1 ກອງປະຊຸມເຫັນດີດ້ານຫລັກການຮັບ ຮອງເອົາບົດລາຍງານສະຫລຸບການ ປະຕິບັດມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ແລະ ກໍານົດທິດ ທາງແຜນວຽກຈຸດສຸມຂອງລັດຖະ ບານ ປີ 2024. ໃນນັ້ນ, ກອງປະຊຸມ ໄດ້ເນັ້ນໜັກຕື່ມຕໍ່ວຽກງານຈຸດສຸມ ຂອງລັດຖະບານ ປີ 2024 ໃຫ້ສືບ ຕໍ່ສຸມໃສ່ຊີ້ນໍາ-ບັນຊາການຈັດຕັ້ງປະ ຕິບັດບັນດາມາດຕະການທີ່ໄດ້ກໍາ ນົດໃນມະຕິຂອງຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 6, ຄັ້ງທີ 7 ສະໄໝ ທີ XI ແລະ ມະຕິຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະ ພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດ ຕາມແຜນທີ່ກໍານົດໄວ້ ໂດຍສະເພາະ ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ກໍຄື ດໍາລັດຂອງນາຍົກລັດ ຖະມົນຕີ ສະບັບເລກທີ 381, ລົງ ວັນທີ 21 ທັນວາ 2023 ວ່າດ້ວຍ ການກໍານົດໜ້າວຽກ ແລະ ແບ່ງ ຄວາມຮັບຜິດຊອບໃນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍ ສະໄໝ ຮອດປີ 2025, ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນ ເງິນຕາ ປະຈຳປີ 2024; ແຜນການ ແກ້ໄຂຜົນການກວດສອບ ແລະ ມະ ຕິຂອງລັດຖະບານ ສະບັບເລກທີ 17, ລົງວັນທີ 12 ທັນວາ 2023 ວ່າ ດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິຂອງຄະ ນະບໍລິຫານງານສູນກາງພັກ ວ່າດ້ວຍ ສືບຕໍ່ຍູ້ແຮງການຜັນຂະຫຍາຍແນວ ທາງການປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານ ໃນການນຳພາ ຂອງພັກ ສະບັບເລກທີ 05, ລົງວັນ ທີ 05 ກັນຍາ 2023. ພ້ອມນັ້ນ, ກໍໃຫ້ ສືບຕໍ່ການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ ແລະ ການແກ້ໄຂບັນຫາ ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາ ຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ປະສົບຜົນສຳເລັດ ແລະ ເປັນຮູບ ປະທຳຕາມແຜນທີ່ກຳນົດໄວ້ ໂດຍໃຫ້ ເອົາໃຈໃສ່ຕໍ່ບັນດາວຽກງານຕົວຈິງ ໃນປີ 2024 ຈຳນວນໜຶ່ງດັ່ງນີ້: ດ້ານວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ: ສຸມໃສ່ຈັດ ຕັ້ງປະຕິບັດ 4 ໜ້າທີ່ໃຫຍ່, 26 ແຜນ ງານຂອງກະຊວງປ້ອງກັນປະເທດ ແລະ 4ແຜນງານ, 41 ໂຄງການຂອງ ກະຊວງປ້ອງກັນຄວາມສະຫງົບ, ເອົາ ໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນ ສັງຄົມ ເປັນຕົ້້ນ ລົງເລິກແກ້ໄຂບັນ ຫາຢາເສບຕິດໃຫ້ຫລຸດລົງຕິດພັນ ກັບການຄຸ້ມຄອງອາວຸດເຖື່ອນ ແລະ ອາວຸດດັດແປງດ້ວຍມາດຕະການ ແກ້ໄຂຮູບແບບໃໝ່; ຄຸ້ມຄອງສື່ສັງ ຄົມອອນລາຍ ແລະ ສ້າງແຜນການ ເຄື່ອນໄຫວວຽກງານຕ້ານແລະສະກັດ ກັ້ນການກໍ່ອາຊະຍາກໍາທາງໄຊເບີ. ດ້ານເສດຖະກິດ: ສຸມໃສ່ແກ້ໄຂ ບັນຫາຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ໂດຍສະເພາະ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາ ຄາສິນຄ້າ, ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະ ການທີ່ໄດ້ວາງອອກແລ້ວໃຫ້ປະກົດ ຜົນເປັນຈິງ ແລະ ເປັນຮູບປະທຳ ຫລາຍຂຶ້ນກ່ວາເກົ່າ; ສຸມໃສ່ການເກັບ ລາຍຮັບງົບປະມານ ປີ 2024 ໃຫ້ ໄດ້ຕາມແຜນ ຫລື ເກີນແຜນ. ໃນນັ້ນ, ສຸມໃສ່ຂະຫຍາຍຖານລາຍຮັບໃໝ່ໃຫ້ ເພີ່ມຂຶ້ນ, ເກັບລາຍຮັບຈາກຖານທີ່ມີ ຢູ່ແລ້ວ ໃຫ້ຄົບຖ້ວນ, ເລັ່ງການຫັນ ເປັນທັນສະໄໝ ໃນການເກັບລາຍຮັບ ໂດຍຂະຫຍາຍໃຫ້ກວມເອົາຫລາຍ ຂົງເຂດ ເຊັ່ນ: ການເກັບລາຍຮັບຢູ່ ດ່ານ, ການເກັບລາຍຮັບ ຈາກຄ່າທຳ ນຽມ, ຄ່າບໍລິການ ແລະ ອື່ນໆ; ສືບຕໍ່ ປະຕິບັດແຜນລາຍຈ່າຍງົບປະມານ ຢ່າງຮັດກຸມ,ປະຢັດມັດທະຍັດໂດຍໃຫ້ ບຸລິມະສິດການເບີກຈ່າຍເງິນເດືອນ, ເງິນອຸດໜູນ, ການຊຳລະໜີ້ສິນຕ່າງ ປະເທດ, ລາຍຈ່າຍສໍາລັບການເປັນ ປະທານອາຊຽນ, ສ່ວນການຈັດຊື້ ໃໝ່ ຖ້າບໍ່ຈຳເປັນແທ້ໆແມ່ນໃຫ້ໂຈະ ໄວ້ກ່ອນ; ສືບຕໍ່ປັບປຸງສະພາບແວດ ລ້ອມໃນການລົງທຶນ ແລະ ການດຳ ເນີນທຸລະກິດຢູ່ລາວ ໃຫ້ແຂງແຮງ ກວ່າເກົ່າ ແລະ ສາມາດຕັດຂັ້ນຂອດທີ່ ອັດຕັນອອກໃຫ້ໄດ້; ສຸມໃສ່ຕິດຕາມ ກວດກາບັນດາໂຄງການລົງທຶນທີ່ ໄດ້ຮັບອະນຸມັດຜ່ານມາ,ໂຄງການໃດ ທີ່ບໍ່ມີຄວາມຄືບໜ້າ ຫລື ມີຄວາມຄືບ ໜ້າຊ້າກໍໃຫ້ເຊີນບໍລິສັດມາແຈ້ງເຕືອນ ແລະ ເຮັດບົດບັນທຶກໄວ້ພ້ອມທັງ ກໍານົດເວລາໃຫ້ບໍລິສັດແກ້ໄຂ, ຖ້າ ແກ້ໄຂບໍ່ໄດ້ແມ່ນໃຫ້ກ້າວໄປສູ່ການ ຍົກເລີກ ຫລື ແຈ້ງສິ້ນສຸດສັນຍາ; ສຸມ ໃສ່ແກ້ໄຂບັນຫາການສະໜອງພະ ລັງງານໄຟຟ້າ ບໍ່ພຽງພໍກັບຄວາມ ຕ້ອງການ ດ້ວຍການເລັ່ງຊຸກຍູ້ບັນດາ ໂຄງການທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ດຳເນີນກໍ່ສ້າງສຳເລັດຕາມແຜນ ທີ່ໄດ້ກຳນົດໄວ້, ເລັ່ງພັດທະນາໂຄງ ການພະລັງງານລົມ, ພະລັງງານແສງ ຕາເວັນທີ່ສາມາດກໍ່ສ້າງໄວ. ພ້ອມກັນ ນັ້ນ, ກໍໃຫ້ເລັ່ງກໍ່ສ້າງສາຍສົ່ງໄຟຟ້າ ເພື່ອລໍາລຽງເອົາກະແສໄຟຟ້າຈາກ ບ່ອນທີ່ມີຫລາຍ ແລະ ເຫລືອນຳໃຊ້ໄປ ສູ່ບ່ອນຂາດເຂີນ; ສຸມໃສ່ການຈັດຕັ້ງ ປະຕິບັດນະໂຍບາຍສິນເຊື່ອເພື່ອກະ ຕຸ້ນເສດຖະກິດ ແລະ ກະຈາຍແຫລ່ງ ທຶນສູ່ທ້ອງຖິ່ນ ຕາມຂໍ້ຕົກລົງສະບັບ ເລກທີ 93/ນຍ ໃຫ້ເປັນຮູບປະທໍາ; ໃຫ້ຮີບຮ້ອນອອກ ເປັນນິຕິກຳກຳນົດ ເງື່ອນໄຂການຄັດເລືອກເອົາບໍລິສັດ ເພື່ອປະຕິບັດນະໂຍບາຍການສະໜອງ ທຶນເກັບຊື້ຜົນຜະລິດກະສິກຳ ແນໃສ່ ການສົ່ງອອກໄປຕ່າງປະເທດ ເຊິ່ງຈະ ນຳເງິນຕາຕ່າງປະເທດເຂົ້າສູ່ເສດ ຖະກິດລາວ; ເລັ່ງປະເມີນຄືນບັນດາ ໂຄງການບໍ່ແຮ່ ທີ່ໄດ້ອະນຸມັດຜ່ານມາ ທັງໝົດ, ພ້ອມທັງສະເໜີແຮ່ທາດອັນ ໃດຄວນສະຫງວນໄວ້ ແລະ ໂຈະການ ອະນຸມັດໃໝ່, ແຮ່ທາດອັນໃດສາມາດ ສືບຕໍ່ອະນຸມັດ. ສະເໜີວິທີແກ້ໄຂສໍາ ລັບໂຄງການທີ່ຖືກຈັດເປັນປະເພດ ອ່ອນ ເພື່ອລາຍງານຕໍ່ກອງປະຊຸມລັດ ຖະບານປະຈຳເດືອນມັງກອນ2024; ເລັ່ງປັບປຸງຂັ້ນຂອດການບໍລິການ ຂົນສົ່ງສິນຄ້າຜ່ານດ່ານຊາຍແດນ ແລະ ບັນດາທ່າບົກ ໃຫ້ສະດວກ, ວ່ອງ ໄວກວ່າເກົ່າ ແລະ ຫລຸດຄ່າໃຊ້ຈ່າຍທີ່ ບໍ່ຈຳເປັນ ເພື່ອສາມາດແຂ່ງຂັນໃນ ການເຊື່ອມຈອດ ແລະ ເຊື່ອມໂຍງກັບ ສາກົນ ໂດຍເລັ່ງຄົ້ນຄວ້າການເກັບ ຄ່າບໍລິການຜ່ານທ່າບົກ, ການຂົນສົ່ງ ສິນຄ້າຜ່ານທາງລົດໄຟ, ທາງລົດບັນ ທຸກຂົນສົ່ງສິນຄ້າ, ຄ່າທຳນຽມ, ຄ່າ ບໍລິການຜ່ານດ່ານໃຫ້ສົມເຫດສົມ ຜົນ ແລະ ເປັນເອກະພາບກັນ; ສຸມ ໃສ່ຍູ້ແຮງການສົ່ງເສີມການຜະລິດ ກະສິກໍາ ເພື່ອຄໍ້າປະກັນສະບຽງອາ ຫານ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ຫລາຍ; ສືບຕໍ່ ສົ່ງເສີມຈຸນລະວິສາຫະກິດ ແລະ ວິສາ ຫະກິດຂະໜາດນ້ອຍ ແລະ ຂະໜາດ ກາງ ໃຫ້ແຂງແຮງກວ່າເກົ່າ. ດ້ານວັດທະນະທໍາ-ສັງຄົມ: ຊຸກຍູ້ ວຽກງານສົ່ງເສີມການທ່ອງທ່ຽວໃນ ປີທ່ອງທ່ຽວລາວ ຕິດພັນກັບການເປັນ ປະທານກອງປະຊຸມອາຊຽນດ້ວຍ ການສຸມໃສ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງ, ສະຖານທີ່່ ທ່ອງທ່ຽວ ແລະ ສະຖານທີ່ບໍລິການ ນັກທ່ອງທ່ຽວ ໂດຍສົມທົບແໜ້ນກັບ ຜູ້ປະກອບການກໍຄື ທຸກພາກສ່ວນໃນ ສັງຄົມ ເພື່ອສ້າງສະພາບແວດລ້ອມ ທີ່ດີ, ບໍລິການນັກທ່ອງທ່ຽວ ໃຫ້ມີ ຄວາມປະທັບໃຈ; ສຸມໃສ່ປະຕິບັດນະ ໂຍບາຍ ແລະ ມາດຕະການ ໃນການ ແກ້ໄຂບັນຫາການຂາດເຂີນຄູ ແລະ ການປະລະການຮຽນ ຕາມມະຕິລັດ ຖະບານ ສະບັບເລກທີ 09 ໃຫ້ເປັນຮູບ ປະທໍາ. ໃນນັ້ນ ການປະຕິບັດເງິນອຸດ ໜູນຕໍ່ຄູສັນຍາຈ້າງ ໂດຍໃຫ້ໄດ້ເລີ່ມ ປະຕິບັດໃນເດືອນມັງກອນ 2024; ຮີບຮ້ອນຄົ້ນຄວ້າປັບປຸງກອງທຶນ ປະກັນສຸຂະພາບ ຕາມທິດກຸ້ມຕົນເອງ ເທື່ອລະກ້າວ. ພ້ອມນັ້ນ, ກໍໃຫ້ຮີບຮ້ອນ ແກ້ໄຂບັນຫາໜີ້ສິນກອງທຶນປະກັນ ສຸຂະພາບ ເພື່ອບໍ່ໃຫ້ເກີດສະພາບການ ຂາດເຂີນຢາປິ່ນປົວພະຍາດຢູ່ບາງ ແຂວງ ຍ້ອນຂາດສະພາບຄ່ອງທາງ ດ້ານການເງິນ ຄືຜ່ານມາ; ຮີບຮ້ອນ ຄົ້ນຄວ້າການເພີ່ມເງິນອຸດໜູນຄ່າ ຄອງຊີບໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ ໃຫ້ໄວ ແລະ ສາມາດໃຫ້ໄດ້ເລີ່ມປະຕິບັດຊ້າສຸດ ໃນໄຕມາດ 2 ປີ 2024; ຄົ້ນຄວ້ານະ ໂຍບາຍ ແລະ ມາດຕະການໃນການ ແກ້ໄຂບັນຫາຂາດເຂີນແຮງງານ ພາຍໃນປະເທດ ໂດຍໃຫ້ປະເມີນຄືນ ການປະຕິບັດນະໂຍບາຍທີ່ກຳນົດໃນ ບັນດານິຕິກຳທີ່ໄດ້ ອອກຜ່ານມາ, ນະ ໂຍບາຍໃດບໍ່ເໝາະສົມກໍໃຫ້ປັບປຸງ; ເພີ່ມທະວີຄຸ້ມຄອງແຮງງານລາວ ທີ່ ໄປເຮັດວຽກຢູ່ຕ່າງປະເທດ. ຂົງເຂດການປົກຄອງ, ການບໍລິ ຫານລັດແລະຍຸຕິທໍາ: ສຸມໃສ່ສ້າງແລະ ປັບປຸງກົດ ໝາຍ ທີ່ສະພາແຫ່ງຊາດ ໄດ້ຮັບຮອງແຜນແລ້ວນັ້ນ ຈໍານວນ 20ສະບັບ, ພ້ອມກັນນັ້ນກໍສຸມໃສ່ສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ ຈຳນວນໜຶ່ງ ໂດຍສະເພາະການອອກ ຄຳແນະນໍາການຈັດຕັ້ງປະຕິບັດບາງ ມາດຕາຂອງກົດໝາຍທີ່ຍັງບໍ່ແຈ້ງ; ສຸມໃສ່ການຈັດຕັ້ງປະຕິບັດຄຳຕັດ ສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ ໄວ ແລະ ໃຫ້ໄດ້ຫລາຍກ່ວາປີຜ່ານ ມາ; ສືບຕໍ່ສຸມໃສ່ຈັດຕັ້ງປະຕບັດການ ຫັນຫົວໜ່ວຍວິຊາການທີ່ມີລາຍຮັບ ແລະມີເງື່ອນໄຂ ໄປສູ່ການກຸ້ມຕົນເອງ ທາງດ້ານງົບປະມານເທື່ອລະກ້າວ; ຊຸກຍູ້ ແລະ ສົ່ງເສີມທຸກພາກສ່ວນໃນ ສັງຄົມ ປະກອບສ່ວນເຂົ້າໃນການພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ໂດຍການດຶງດູດການລົງທຶນ ຂອງພາກເອກະຊົນ ເພື່ອສ້າງວຽກ ເຮັດງານທໍາ ແລະ ລາຍໄດ້ໃຫ້ປະຊາ ຊົນກັບທີ່; ປັບປຸງການເຂົ້າເຖິງສິນ ເຊື່ອຂອງທະນາຄານທຸລະກິດ ພ້ອມ ທັງຊຸກຍູ້ການປ່ອຍເງິນກູ້ຈາກກອງ ທຶນພັດທະນາຕ່າງໆພາຍໃນຊຸມຊົນ ເພື່ອສົ່ງເສີມການຜະລິດຂອງປະຊາ ຊົນ; ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳ ຂອງກອງທຶນຫລຸດຜ່ອນຄວາມທຸກ ຍາກ ແລະ ກິດຈະກໍາຂອງແຜນງານ ແລະ ໂຄງການຈາກທຶນຊ່ວຍເຫລືອ ທາງການ ເພື່ອການພັດທະນາຕາມ ແຜນກຳນົດໄວ້; ສືບຕໍ່ຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ນິຕິກຳໃນ ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກໃຫ້ມີປະສິດທິຜົນ. ຂົງເຂດວຽກງານການຕ່າງປະ ເທດ: ສືບຕໍ່ກະກຽມຄວາມພ້ອມ ຮອບດ້ານ ໃຫ້ແກ່ການເປັນປະທານ ກອງປະຊຸມອາຊຽນ ໃນປີ 2024, ພ້ອມທັງສົມທົບກັບວຽກປ້ອງກັນ ຊາດ ແລະ ປ້ອງກັນຄວາມສະຫງົບ, ການອຳນວຍຄວາມສະດວກ, ການ ຮັກສາຄວາມສະອາດ ແລະ ການບໍລິ ການຕ່າງໆ ເພື່ອສ້າງສະພາບແວດ ລ້ອມທີ່ດີ ໃຫ້ແກ່ຜູ້ແທນມາຮ່ວມກອງ ປະຊຸມຕ່າງໆ ທັງເປັນໂຄສະນາການ ທ່ອງທ່ຽວ; ສຸມໃສ່ຈັດຕັ້ງປະຕິບັດບັນ ດາຂໍ້ຕົກລົງ, ສັນຍາ ແລະ ສົນທິສັນຍາ ທີ່ລາວເຮົາໄດ້ລົງນາມ ແລະ ເປັນພາ ຄີ ໂດຍໃຫ້ເຮັດເປັນຂໍ້ຕົກລົງມອບ ຄວາມຮັບຜິດຊອບ ແລະ ກໍານົດເວລາ ປະຕິບັດໃຫ້ລະອຽດ; ສືບຕໍ່ຕິດຕາມສະ ພາບການຢູ່ພາກພື້ນແລະສາກົນຢ່າງ ໃກ້ຊິດ ແລະ ທັນສະພາບການຕາມທິດ ການທູດປ້ອງກັນເຫດ ແລະ ບຸກທະ ລຸ ເພື່ອປົກປັກຮັກສາ ແລະ ພັດທະນາ ປະເທດ. ພ້ອມກັນນັ້ນການເຄື່ອນ ໄຫວວຽກງານຕ່າງປະເທດຕ້ອງບົນ ຈິດໃຈປະຢັດມັດທະຍັດອັນໃດບໍ່ຈຳ ເປັນກໍ່ໃຫ້ທູດຕາງໜ້າໄປຮ່ວມ. ວາລະທີ2: ກອງປະຊຸມໄດ້ປຶກສາ ຫາລືການແບ່ງຄວາມຮັບຜິດຊອບ ຕົວຈິງໃຫ້ທ້ອງຖິ່ນ ໃນວຽກງານຈໍາ ນວນໜຶ່ງ ແລະ ໄດ້ເຫັນດີດ້ານຫລັກ ການຮັບຮອງເອົາ: ການມອບຄວາມ ຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າ ການຕິດຕາມກວດກາ, ຊຸກຍູ້ ແລະ ຄຸ້ມຄອງໂຄງການລົງທຶນ ທີ່ສູນກາງ ອະນຸມັດ ໂດຍໃຫ້ເຮັດເປັນຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ແບ່ງຂັ້ນຄຸ້ມ ຄອງໂຄງການລົງທຶນພາກເອກະຊົນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ພ້ອມທັງ ໃຫ້ມີບັນຊີໂຄງການຕົວຈິງ ມອບໃຫ້ແຕ່ລະແຂວງ ແລະ ມອບງົບ ປະມານໃຫ້ພ້ອມ; ສໍາລັບການແບ່ງ ແລະ ມອບໂອນຫົວໜ່ວຍລາຍຮັບທີ່ ເປັນພູດຂອງສູນກາງ ໃຫ້ທ້ອງຖິ່ນ ເປັນຜູ້ເກັບຜ່ານການທົດລອງເຫັນວ່າ ມີປະສິດທິຜົນດີ ຈຶ່ງເຫັນດີໃຫ້ສືບຕໍ່ ຂະຫຍາຍ ໂດຍໃຫ້ກະຊວງການເງິນ ເຮັດເປັນບັນຊີຫົວໜ່ວຍລາຍຮັບມອບ ໃຫ້ແຕ່ລະແຂວງ ແລະ ແນະນຳວິທີ ປະຕິບັດໃຫ້ລະອຽດ. ວາລະທີ 3: ກອງປະຊຸມໄດ້ພິຈາ ລະນາ ແລະ ເຫັນດີດ້ານຫລັກການ ຮັບຮອງເອົາ: ການສະຫລຸບວຽກງານ ແຂ່ງຂັນຍ້ອງຍໍລະດັບຊາດ ປີ 2023 ແລະ ສະເໜີທິດທາງ ແລະ ຂໍ້ແຂ່ງ ຂັນຮັກຊາດ ແລະ ພັດທະນາປະຈຳ ປີ 2024; ລາຍງານຜົນການແກ້ໄຂ ບັນຫາເຂດແດນເຊື່ອມຕໍ່ລະຫວ່າງ ນະຄອນຫລວງວຽງຈັນ ກັບແຂວງ, ລະຫວ່າງແຂວງກັບແຂວງ ໃນທົ່ວປະ ເທດ; ການສະເໜີໂຄງການແຂ່ງ ຂັນ ຮັກຊາດ ແລະ ພັດທະນາຂອງຕົນ ໃນ ປີ 2024 ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ. ກອງປະຊຸມໄດ້ມອບໃຫ້ກະຊວງ ພາຍໃນເກັບກຳເອົາຄຳຄິດເຫັ ນຂອງ ຂະແໜງການ ແລະ ທ້ອງຖິ່ນ ແລະ ຕີລາຄາຖອດຖອນບົດຮຽນການ ປະຕິບັດວຽກງານແຂ່ງຂັນຍ້ອງຍໍ ຜ່ານມາ, ໃນນັ້ນ ການຍ້ອງຍໍໃນຕໍ່ໜ້າ ແມ່ນໃຫ້ຖືກເປົ້າໝາຍ, ຖືກຕາມຜົນ ງານຕົວຈິງ, ຍ້ອງຍໍວຽກດີ, ຄົນເດັ່ນ ແທ້ໆ (ຫລຸດຜ່ອນຮູບການ, ຫລີກ ລ່ຽງການຈັດລະດັບການຍ້ອງຍໍຕາມ ຕຳແໜ່ງສູງລົງຫາຕໍ່າ) ແລະ ການ ຍ້ອງຍໍໃຫ້ທັນການ. ຄຽງຄູ່ກັນນີ້, ໃຫ້ກະຊວງພາຍໃນ ຄົ້ນຄວ້າອອກ ລະບຽບການກ່ຽວກັບກັບການຍ້ອງ ຍໍ ທີ່ເຫັນວ່າຍັງບໍ່ທັນຄົບຖ້ວນ ແລະ ປັບປຸງຕື່ມບາງນິຕິກຳທີ່ເຫັນວ່າບໍ່ ຈະແຈ້ງ. ພ້ອມກັນນີ້, ກອງປະຊຸມຍັງ ເຫັນດີຮັບຮອງເອົາຂໍ້ແຂ່ງຂັນຍ້ອງຍໍ ຂອງບັນດາກະຊວງ, ອົງການຂັ້ນສູນ ກາງ ແລະ ອົງການປົກຄອງທ້ອງຖິ່ນ ໂດຍໃຫ້ອອກມະຕິຮັບຮອງເອົາ ເພື່ອ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ສະຫລຸບວຽກງານແຂ່ງຂັນ ຍ້ອງຍໍໃນປີ 2024 ໃຫ້ແທດກັບຕົວ ຈິງ. ສຳລັບແກ້ໄຂຈຸດເຊື່ອມຕໍ່ລະ ຫວ່າງແຂວງ ທີ່ໄດ້ແກ່ຍາວມາດົນ ແລ້ວ, ມອບໃຫ້ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີສົມທົບກັບ ກະຊວງພາຍໃນຮ່າງເປັນມະຕິຂອງ ລັດຖະບານ ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດ ໃຫ້ແກ່ບັນດາແຂວງ. ວາລະທີ 4: ກອງປະຊຸມໄດ້ຮັບ ຟັງການເຜີຍແຜ່ແຜນແມ່ບົດ “ວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ- ຈີນ ສະບັບປີ 2024-2028” ໂດຍໄດ້ເນັ້ນໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ແກ້ໄຂ ບັນດາຂໍ້ຄົງຄ້າງ ແລະ ປະກົດການ ຫຍໍ້ທໍ້ຕ່າງໆ ທີ່ຕິດພັນກັບໂຄງການ ຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ ໃຫ້ໄດ້ຮັບຜົນດີ, ພ້ອມທັງສືບຕໍ່ຊຸກຍູ້ ການພັດທະນາບັນດາໂຄງການຮ່ວມ ມື ລາວ-ຈີນ ໃຫ້ມີຄວາມຄືບໜ້າໄວ, ດຳເນີນຖືກຕ້ອງຕາມສັນຍາ, ກົດ ໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ບົນຈິດໃຈຍາດແຍ່ງເອົາການລົງທຶນ, ການສະໜັບສະໜູນຊ່ວຍເຫລືອທາງ ດ້ານຕ່າງໆ ໃຫ້ຫລາຍຂຶ້ນ. ພ້ອມນີ້, ໃຫ້ບັນດາຂະແໜງການ ແລະ ທ້ອງ ຖິ່ນ ໃຈ້ແຍກບັນດາໜ້າວຽກທີ່ກຳນົດ ໃນແຜນແມ່ບົດທີ່ຕິດພັນກັບຂົງເຂດ ຂອງຕົນ ໄປຈັດຕັ້ງຜັນຂະຫຍາຍເປັນ ແຜນການ, ແຜນງານ ແລະ ໂຄງການ ລະອຽດຕື່ມ ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດແຜນແມ່ບົດດັ່ງກ່າວ ມີປະ ສິດທິພາບ, ປະສິດທິຜົນ ແລະ ເປັນຮູບ ປະທຳຕົວຈິງຫລາຍຂຶ້ນ. ສະເໜີໃຫ້ ຄະນະພົວພັນຕ່າງປະເທດສູນກາງ ພັກ ເປັນໃຈກາງສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ ເພື່ອຊຸກຍູ້ຕິດຕາມການ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດດັ່ງ ກ່າວ. ໃນໂອກາດກ່າວປິດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງ ມາຍັງບັນດາທ່ານສະມາຊິກລັດຖະ ບານ, ເຈົ້າແຂວງ ແລະ ເຈົ້າຄອງນະ ຄອນຫລວງວຽງຈັນ ຕ້ອງໄດ້ຍົກສູງ ຄວາມຮັບຜິດຊອບ ແລະ ຄວາມເປັນ ເຈົ້າການໃນການຈັດຕັ້ງປະຕິບັດ ວຽກງານໃນຄວາມຮັບຜິດຊອບໃຫ້ ສູງກວ່າເກົ່າແທ້ໆ ໂດຍຫັນເປັນແຜນ ປະຕິບັດງານລະອຽດ, ມີຄາດໝາຍ ຊັດເຈນ, ມີການແບ່ງຄວາມຮັບຜິດ ຊອບໃຫ້ການຈັດຕັ້ງແລະບຸກຄົນຢູ່ແຕ່ ລະຂັ້ນ ໃນແຕ່ລະໄລຍະໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບ ຄວາມເປັນຈິງ ຂອງແຕ່ລະບ່ອນ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆ. ພ້ອມກັນນັ້ນ, ກໍໃຫ້ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນຈັດ ຕັ້ງເຜີຍແຜ່ບັນດານິຕິກຳທີ່ໄດ້ເນັ້ນ ໜັກໃນກອງປະຊຸມຄັ້ງນີ້ ໃຫ້ເຂົ້າໃຈ ເປັນເອກະພາບ ແລະ ທົ່ວເຖິງ, ພ້ອມ ທັງຕິດຕາມ, ຊຸກຍູ້ຂະແໜງການກ່ຽວ ຂ້ອງ ໂດຍສະເພາະກະຊວງທີ່ເປັນ ເຈົ້າການປະຕິບັດຕ້ອງໄດ້ມີການສົມ ທົບກົມກຽວກັບອົງການປົກຄອງ ທ້ອງຖິ່ນ ທີ່ຕິດພັນກັບໜ້າວຽກນັ້ນໆ ແຕ່ຫົວທີ ເພື່ອສາມາດແກ້ໄຂທັນສະ ພາບການ ໃນກໍລະນີມີບັນຫາຂໍ້ຫຍຸ້ງ ຍາກໃນການປະຕິບັດ; ຮຽກຮ້ອງ ອົງການແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າ ແລະ ອົງການຈັດ ຕັ້ງ ມະຫາຊົນແຕ່ລະຂັ້ນ ຈົ່ງສືບຕໍ່ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ແກ່ ສະມາຊິກພັກ-ພະນັກງານ ແລະ ສັງຄົມ ໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງສະພາບການຕົວຈິງ ແລະ ຄວາມ ພະຍາຍາມຂອງລັດຖະບານໃນການ ແກ້ໄຂບັນຫາເສດຖະກິດໃນແຕ່ລະ ໄລຍະ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RkJQdWJsaXNoZXIy MTc3MTYxMQ==