xtgmf]k; 3 28/12/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ xu gdqj k{xu .\j .sh 4n lt8y Ia [0= h ,6 o0j k;lkozj kolnj vvo]kp ,6 og-N vdkodegou f c]t dko0tspkp8q ; 0v'dv'ma [xt-k-q o]k; ma [{|u [ c]t g8a ' ໂດຍ: ບກ * ບົດສົ່ງທ້າຍປີ 2023 ນໍາເອົາ ບາງຄໍາສັບມາສຶກສານໍາກັນອີກ ຄື ຄໍາ: ທັບ, ໜີບ ແລະ ເຕັງ. ຄໍາ: “ທັບ” ເປັນຄໍາ ຄໍາກິລິຍາ (ກໍາມະ ກໍ່ວ່າ) ໝາຍເຖິງ ເຕັງລົງ, ເຕັງ, ຕີໃຫ້ແຕກ, ຕີລົງໃຫ້ແຕກ. ຄໍາ ນີ້, ເວົ້າໄດ້ອີກວ່າ ເປັນຄໍາທີ່ສະແດງ ເຖິງອາການຂອງຄົນທີ່ໃຊ້ມືຈັບສິ່ງ ຂອງໃດໜຶ່ງວາງລົງໃສ່ສິ່ງໃດໜຶ່ງ ຢ່າງແຮງ ດ້ວຍຈຸດປະສົງໃຫ້ກະ ທົບໃສ່ສິ່ງທີ່ວາງໄວ້ນັ້ນແຕກ ຫລື ປ່ຽນຮູບຮ່າງຕາມເປົ້າໝາຍຂອງຜູ້ ກະທໍາ ຫລື ເຮັດໃຫ້ສິ່ງທີ່ຖືກທັບນັ້ນ ມີຮອຍ, ຖືກກົດໄວ້ໃຫ້ຢູ່ທີ່ເກົ່າ. ເຖິງຢ່າງໃດກໍ່ດີໃນພຶດຕິກໍາການ ໃຊ້ຈໍານວນໜຶ່ງ ຊຶ່ງຜູ້ຄົ້ນຄວ້າດ້ານ ພາສາສາດ ເຫັນວ່າມີການໃຊ້ບໍ່ຖືກ ຄວາມໝາຍ ເຊັ່ນ ກະດູກທັບເສັ້ນ, ອັນໝາຍເຖິງອາການ ເຈັບທາງ ຮ່າງກາຍຄົນ ອັນເກີດຈາກເສັ້ນປະ ສາດກັບກະດູກ ມີລັກສະນະ ໜີບ ກັນແລະກັນ. ເຖິງຢ່າງໃດກໍ່ດີໂດຍ ທົ່ວໄປກໍ່ເຫັນວ່າສາມາດຟັງເຂົ້າ ໃຈໄດ້ເຖິງອາການຈະເປັນການໃຊ້ ຄໍາ ໜີບ ຫລື ທັບ ກໍ່ໄດ້, ແຕ່ບໍ່ຄ່ອຍ ພົບໃຊ້ຄໍາ “ເຕັງ”. ຄໍາ: “ໜີບ” ເຮັດໜ້າທີ່ເປັນຄໍາ ສະແດງອາການ ຫລື ກິລິຍາ ໝາຍ ເຖິງບີບເຂົ້າດ້ວຍຂອງ ເປັນງ່າມ ເຊັ່ນງ່າມມື, ງ່າມກະປູ ເປັນຕົ້ນ. ຄໍາ ທີ່ມີຄວາມໝາຍໃກ້ຄຽງ ເຊັ່ນ ໜາບ ເປັນຄໍາກິລິຍາ ໝາຍເຖິງ...ໜາບ ປາ ຫລື ຂະໜາບ ກໍ່ວ່າ. ສ່ວນຄໍາ: “ເຕັງ” ເປັນຄໍາກິລິ ຍາ ໝາຍເຖິງ ບັງຄັບ, ຂົ່ມເຫັງ, ໃຊ້ອໍານາດຂົ່ມຂູ່ບັງຄັບ, ໜີບເຕັງ, ຂົ່ມເຫງ ເຕັງເຕັກ ກໍ່ວ່າ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ບົດນີ້ຖືເປັນບົດສົ່ງທ້າຍປີເກົ່າ 2023 ສໍາລັບຄໍລໍາ ແລກປ່ຽນຄໍາ ເຫັນ. ປີ 2023 ຜ່ານມາ ເຖິງວ່າສະ ພາບພາຍນອກ ແລະ ພາຍໃນ ມີ ຄວາມຫຍຸ້ງຍາກກະທົບໜັກໜ່ວງ ບໍ່ສົມຄວນ, ອັນທີ່ບໍ່ຄຶດວ່າມັນຈະ ເກີດກໍ່ເກີດຂຶ້ນໄດ້ ໂດຍສະເພາະ ຄວາມຂັດແຍ້ງເຖິງຂັ້ນໃຊ້ອາວຸດ ຍຸດໂທປະກອນ ເຮັດໃຫ້ເກີດຄວາມ ເສຍຫາຍທັງຊີວິດ ແລະ ຊັບສິນ ຫລວງຫລາຍໃນປະເທດເຂດຕາ ເວັນອອກກາງ, ພາຍຫລັງເກີດການ ສູ້ຮົບຕົບຕີກັນຢູ່ເອີຣົບຕາເວັນອອກ ແກ່ຍາວມາປີກວ່າ, ຫລາຍປະເທດ ວ່າສະພາບການໂລກຜັນແປໄປຢ່າງ ສັບສົນຄາດເດົາຍາກກໍ່ຫາກແມ່ນ ແນວນັ້ນແທ້. ພ້ອມດຽວກັນກະແສ ໂລກອອນລາຍ ກໍ່ບໍ່ແມ່ນງ່າຍ, ຫລາຍກໍລະນີຄືສົງຄາມຂໍ້ມູນຂ່າວ ສານ, ແຕ່ກ່ອນມີແຕ່ສົງຄາມນໍ້າ ລາຍ, ດຽວນີ້ ມີຫຍັງກໍ່ຕໍ່ສູ້-ຕອບໂຕ້ ກັນຢ່າງບໍ່ຖອຍ ໃນບັນຫາຕ່າງໆ. ດັ່ງນັ້ນ ປີໃໝ່ທ່າອ່ຽງທີ່ຈະມີທັງກາ ລະໂອກາດເອື້ອອໍານວຍ ແລະ ສິ່ງ ທ້າທາຍຫລາຍອັນຍັງຈະມີຢູ່, ໃນ ນັ້ນ ອັນທ້າທາຍໜຶ່ງກໍ່ຍັງຈະແມ່ນ ການສູ້ຢັນກັນກ່ຽວກັບຂໍ້ສູນຂ່າວ ສານຜ່ານສື່ສັງຄົມ ເຊິ່ງຜູ້ຮັບຂໍ້ມູນ ຂ່າວສານ ຕ້ອງຕັ້ງສະຕິ, ບໍ່ຮູ້ວ່າປີ ໜ້າຈະມີແພລດຟອມໃດເກີດຂຶ້ນມາ ໃໝ່ອີກໃນໂລກອອນລາຍ. ປີ 2024, ລາວເຮົາເຮັດໜ້າທີ່ ປະທານໝູນວຽນອາຊຽນ. ເຫດ ການໃຫຍ່ໃນໄລຍະຕົ້ນປີ ນອກຈາກ ການສະເຫລີມສະຫລອງວັນສໍາຄັນ ພາຍໃນເຮົາແລ້ວ, ຍັງຈະມີກອງປະ ຊຸມທ່ອງທ່ຽວ ອາຊຽນ ແລະ ມະຫະ ກໍາທ່ອງທ່ຽວອາຊຽນ ເຊິ່ງຈະຈັດ ຂຶ້ນຢ່າງຍິ່ງໃຫຍ່. ສໍາຄັນໜຶ່ງກໍ່ແມ່ນ ປີທ່ອງທ່ຽວລາວ ທີ່ຈະມີຫລາຍກິດ ຈະກໍານັບແຕ່ຕົ້ນປີທັງງານ, ບຸນລະ ດັບຊາດແລະລະດັບແຂວງ. ປີທ່ຽວ ທ່ຽວລາວ 2024 ໄດ້ເປີດຢ່າງເປັນ ທາງການ ໃນໂອກາດບຸນນະມັດ ສະການພະທາດຫລວງວຽງຈັນ ໃນເດືອນພະຈິກຜ່ານມາ. ຫລັງ ຈາກນັ້ນ, ລາວເຮົາກໍ່ໄດ້ປິຕິດີໃຈກັນ ຖ້ວນໜ້າ ເມື່ອລາຍນາກຂອງລາວ ໄດ້ຖືກຮັບຮອງເປັນມໍລະດົກໂລກ ດ້ານວັດທະນະທໍານາມມະທໍາ ຈາກ ອຸຍນີເຊບ. ທ່າມກາງບັນຍາກາດ ແຫ່ງຄວາມຕື່ນເຕັ້ນດີໃຈ, ມາໃນເວ ລາບໍ່ດົນ ກໍ່ມີພວກຄົນບໍ່ຫວັງດີ ຢູ່ປະ ເທດເພື່ອນບ້ານ, ຫວັງສ້າງກະແສ ລ່າຄະແນນທາງໂລກອອນລາຍ ປ່າວຂ່າວບິດເບືອນວ່າອຸຍເນສໂກ ຈະຖອດນະຄອນຫລວງພະບາງ ອອກຈາກມໍລະດົກໂລກ, ເຮັດໃຫ້ ຄົນລາວສ່ວນຫລາຍບໍ່ພໍໃຈຕໍ່ການ ປັ້ນຂ່າວບິດເບືອນຂໍ້ມູນ ເກືອບກາຍ ເປັນເສິກຂີ້ໝາ. ກ່ຽວກັບການປ່າວຂ່າວບຶດ ເບືອນຄວາມຈິງ ບໍ່ແມ່ນຫາກໍ່ມີມື້ນີ້ ມື້ວານ, ມັນເກີດຂຶ້ນມາພ້ອມສັງຄົມ ມະນຸດ ເມື່ອມີພາສາຕິດຕໍ່ພົວພັນ ກັນ. ການອຸປະໂຫລກ ເລື່ອງໃຫ້ຄົນ ເຊື່ອ-ຢ້ານ... ເພື່ອຈຸດປະສົງຂອງ ບຸກຄົນ, ກຸ່ມຄົນໃດໜຶ່ງມີມາຕະ ຫລອດ, ຈາກການເວົ້າປາກຕໍ່ປາກ ກໍ່ມາເປັນໃບປິວ...ແຕ່ກ່ອນໃບປິວ ບາງອັນ ມີເນື້ອໃນລັກສະນະບັງຄັບ ໃຫ້ຜູ້ທີ່ໄດ້ຮັບໃບປິວນັ້ນ ຕ້ອງພິມ ແຈກຢາຍຕໍ່ຈໍານວນເທົ່ານັ້ນເທົ່າ ນີ້ ບໍ່ດັ່ງນັ້ນຈະມີອັນເປັນໄປແນວບໍ່ ດີ. ຜູ້ຫູເບົາເອົາຄວາມງ່າຍ ກໍ່ກາຍ ເປັນໄມ້ມືຂອງພວກຄົນບໍ່ດີ. ດຽວນີ້ ໂລກມະນຸດມີຄວາມກ້າວໜ້າ, ເຕັກ ໂນໂລຊີຂໍ້ມູນຂ່າວສານແລະການສື່ ສານທັນສະໄໝ ໄວກວ່າຈະຫລວດ ຂ້າມທະວີບຫລາຍພັນເທົ່າ. ສື່ອອນ ລາຍເກີດຂຶ້ນກໍ່ມີທັງດ້ານບວກແລະ ລົບ. ບັນດາບໍລິສັດດໍາເນີນທຸລະກິດ ເປັນເຈົ້າຂອງແພລດຟອມຕ່າງໆ ທັງເຟສບຸກ, ຢູທູບ...ເປົ້າໝາຍ ເຂົາກໍ່ຫາກິນນໍາອັນນີ້, ມັນຄືກັບ ການສ້າງຮ້ານຄ້າ ດຶງເອົາຄົນເຂົ້າ ມາຫລາຍ ເຮັດໃຫ້ເກີດລາຍຮັບ, ການຊື້-ຂາຍ-ໂຄສະນາ...ສໍາມະປິ ຈົນເຈົ້າຂອງແພລດຟອມອອກລະ ບຽບຄຸມນໍາບໍ່ທັນ ຈຶ່ງເກີດການລໍ້າ ສິດກັນເກີດຂຶ້ນ ວຸ້ນວາຍກໍ່ມີຫລາຍ. ແຕ່ອັນດີກໍ່ມີ, ພວກເຮົາສາມາດ ຊອກບົດຮຽນ, ຄວາມຮູ້ ກໍ່ຄືຂໍ້ມູນ ຂ່າວສານອັນເປັນປະໂຫຍດນໍາສື່ ອອນລາຍ. ສ່ວນຂໍ້ມູນຂ່າວສານມີ ລັກສະນະຕົວະຕົວະຫລອກລວງ, ອຸປະໂຫລກເລື່ອງນັ້ນເລື່ອງນີ້, ບິດ ເບືອນຄວາມຈິງ, ເວົ້າຕື່ມ-ໃສ່ຮ້າຍ ປ້າຍສີ...ມີບາງທ່ານສົມທຽບວ່າ ສໍ່າຢິບມືໜຶ່ງ ທີ່ມັກຕັ້ງໜ້າສ້າງຫົວ ຂໍ້-ເນື້ອໃນບຽດແຫຍ້ມາໃສ່ ລາວ ເຮົາ ຈາກປະເທດໃກ້ຄຽງດ້ານຕາ ເວັນຕົກເຮົານີ້ ເພາະພວກເຂົາອາ ໄສເກັບຄະແນນທັງຄົນເຂົາແດ່ ແລະ ຄົນລາວແດ່ຍ້ອນວ່າພໍເຂົ້າໃຈ ພາສາກັນ. ຫົວຂໍ້ດີໆ ຄົນກໍ່ບໍ່ຄ່ອຍ ໄລ-ແຊ...ແຕ່ຖ້າເປັນຫົວຂໍ້-ເນື້ອໃນ ລັກສະນະສຽດສີ, ເວົ້າດ້ານລົບ... ຈັກແມ່ນບໍ່ແມ່ນ,ຜູ້ສໍານຶກຕື້ນຫລືປະ ສາຊາວບ້ານວ່າຫູເບົາເອົາຄວາມ ງ່າຍ ກໍ່ຫລົງເຊື່ອ ກົດໄລ-ແຊ ແລະ ມີຄໍາເຫັນແບບຂາດສະຕິ-ຄວາມ ຮັບຜິດຊອບ, ລືມໄປວ່າຕົນຢືນຢູ່ໃສ, ລະເມີເຟີ້ຝັນໄປນໍາພວກໃສ່ຮ້າຍ ປ້າຍສີຊາດຕົນ, ສໍ່າກັບວ່າຈ້າງໃຫ້ ຄົນອື່ນມາຮ້າຍດ່າ-ດູຖູກໝິ່ນປະ ໝາດພໍ່ແມ່ຍາດພີ່ນ້ອງເຊື້ອຊາດ ເຜົ່າພັນຂອງຕົນເອງ, ມາທຸບໝໍ້ເຂົ້າ ໝໍ້ແກງຂອງຕົນເອງ. ໃນສື່ອອນລາຍ, ຖ້າສົນໃຈສໍາ ຄັນຄວນອ່ານໃຫ້ສຸດ ແລະ ພິຈາລະ ນາ ຊັ່ງຊາວ່າບັນຫາທີ່ຖືກຍົກຂຶ້ນ ຈະມີຄວາມເປັນໄປໄດ້ໃນຄວາມ ເປັນຈິງສໍ່າໃດ, ເຮົາຈະໄດ້ຫຍັງ ຈາກມັນ ຖ້າກົດໄລ-ແຊ. ແມ່ນຢູ່ວ່າ ມີບາງປະເດັນອາດມີສ່ວນທີ່ເປັນ ຄວາມຈິງໃດໜຶ່ງ, ແຕ່ຕ້ອງເຂົ້າໃຈ ວ່າພວກນັກລ່າຄະແນນໃນໂລກ ອອນລາຍ ເຂົາຈະຕື່ມນັ້ນນີ້ເພື່ອໃຫ້ ເກີດສີສັນທັນອາລົມຜູ້ອ່ານທີ່ສະມາ ທິສັ້ນ. ບັນຫານີ້ ພົວພັນເຖິງ ສະຕິ ໃນການຮັບຂໍ້ມູນຂ່າວສານ. ໃນອີກດ້ານ ເພື່ອຮັບມືກັບຂໍ້ມູນ ຂ່າວສານທີ່ມີລັກສະນະບິດເບືອນ ສ້າງຄວາມປັ່ນປ່ວນສັງຄົມ ໃນປີ ສໍາຄັນປີໜ້ານີ້, ພວກເຮົາຕ້ອງເພີ່ມ ທະວີໃນການສົ່ງຂໍ້ມູນຂ່າວສານທີ່ ເປັນປະໂຫຍດໃຫ້ຫລາຍຂຶ້ນ, ສ້າງ- ບໍາລຸງຍົກລະດັບ-ປັບປຸງສື່ລັດ ໃຫ້ ສາມາດຮັບມືບັນຫາໄດ້ໄວ ເຊິ່ງປະ ເດັນດັ່ງກ່າວມັນຕິດພັນທຸກພາກ ສ່ວນທັງລັດ ແລະ ທົ່ວສັງຄົມ ເພາະ ສື່ກໍ່ບໍ່ອາດຈະເວົ້າເອງໄດ້ ຫລື ເວົ້າ ເອງໄດ້ກໍ່ຈະບໍ່ໜັກແໜ້ນ ຄືກັບພາກ ສ່ວນກ່ຽວຂ້ອງກັບປະເດັນນັ້ນໆ ອອກມາສ້າງຄວາມເຂົ້າໃຈທີ່ຖືກ ຕ້ອງແຕ່ຫົວທີບັນດາໜ້າວຽກ-ຜົນ ສໍາເລັດຂອງຕົນ, ພ້ອມດຽວກັນ ເວ ລາມີການບິດເບືອນຂໍ້ມູນຄວາມຈິງ ກໍ່ຄວນອອກມາຊີ້ແຈງໃຫ້ເຫດຜົນ ຕາມສົມມາພາຄວນ ຕາມແຕ່ລະກໍ ລະນີ ຢ່າງທັນການ. ໃນເບື້ອງຜູ້ບໍລິ ໂພກໂດຍສ່ວນຫລາຍກໍ່ເຫັນວ່າໄດ້ ຖືສໍາຄັນສະຕິ ການຮັບຂ່າວຢູ່ແລ້ວ ຜ່ານມາ, ປີໃໝ່ກໍ່ສືບຕໍ່ຮັກສາໄວ້ຊຶ່ງ ຄວາມມີສະຕິ ບໍ່ໃຫ້ຕົກໃນເລ່ກົນ ຂອງຄົນບໍ່ດີ ທີ່ຍົວະໃຫ້ພວກເຮົາ ແຕກຄວາມສາມັກຄີ ຫລື ເຂົາໃສ່ ຮ້າຍປ້າຍສີເຮົາກໍ່ຍັງໄປໄລ-ແຊຂຶ້ນ ໝື້ຂຶ້ນເກຍໃນບັນຫາທີ່ເຂົາຍົກມາ ເພື່ອກະຕຸກເສັ້ນ. ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ຂໍໃຫ້ສຸຂະພາບແຂງແຮງ, ອາຍຸໝັ້ນ ຂວັນຍືນ, ມີຄວາມສຸກແລະ ສໍາເລັດ ຜົນໃນຊີວິດ-ວຽກງານ ທຸກທ່ານ ເດີ! *ພາຍຫລັງໄດ້ຮັບການສ້າງຕັ້ງ ໃນວັນທີ 20 ມັງກອນ 1949 ຊຶ່ງ ເປັນໄລຍະແຫ່ງການຕໍ່ສູ້ຕ້ານການ ຮຸກຮານຂອງພວກລ່າເມືອງຂຶ້ນ ແບບເກົ່າ; ກອງທັບເຮົາໄດ້ເປັນ ກອງນຳໜ້າໃນການໂຄສະນາປະ ກອບອາວຸດ, ເຮັດໜ້າທີ່ສູ້ຮົບຕີສັດ ຕູ, ທັງປຸກລະດົມຂົນຂວາຍໂຄສະ ນາ, ສ້າງຮາກຖານການເມືອງປະ ຕິວັດ. ໃນລະດູແລ້ງ ປີ 19521953, ກຳລັງປະກອບອາວຸດ ເຮົາ ພ້ອມກັບກຳລັງອາສາສະໝັກ ຫວຽດນາມໄດ້ເປີດບັ້ນຮົບປົດປ່ອຍ ຊຳເໜືອ ແລະ ເຄິ່ງໜຶ່ງຂອງແຂວງ ຊຽງຂວາງ. ໃນໄລຍະປີ 19531954, ເພື່ອສົມທົບກັບສະໜາມຮົບ ດຽນບຽນຟູ, ກອງທັບເຮົາພ້ອມກັບ ກອງທະຫານອາສາສະໝັກຫວຽດ ນາມກໍ່ໄດ້ເປີດບັ້ນຮົບຫລາຍແຫ່ງຢູ່ ພາກໃຕ້, ພາກກາງແລະ ພາກເໜືອ; ປົດປ່ອຍເຄິ່ງໜຶ່ງຂອງປະເທດ ແລະ ປັດປ່ອຍປະຊາຊົນໄດ້ສ່ວນຫລາຍ. ກອງທັບເຮົາ ໄດ້ສືບຕໍ່ເຕີບໃຫຍ່ຂະ ຫຍາຍຕົວຢ່າງໄວວາ, 3 ປະເພດ ກຳລັງ ກໍ່ໄດ້ກາຍເປັນຮູບຮ່າງຂຶ້ນ ຄື: ກຳລັງຫລວງ, ກຳລັງທ້ອງຖິ່ນ ແລະ ກຳລັງກອງຫລອນ ໄດ້ຮັບ ການສ້າງຕັ້ງຂຶ້ນຢ່າງຕໍ່ເນື່ອງ. ຕົກມາໃນສະໄໝຕໍ່ສູ້ປົດປ່ອຍ ຊາດຕ້ານຈັກກະພັດລ່າເມືອງຂຶ້ນ ແບບໃໝ່ ແລະ ພວກລູກແຫລ້ງຕີນ ມື ໃນໄລຍະແຕ່ປີ 1954-1975 ແມ່ນໄລຍະທົດສອບທີ່ດຸເດືອດທີ່ ສຸດ, ສັບສົນຮ້ອຍແປດພັນປະການ, ແຕ່ກອງທັບທີ່ໜຸ່ມນ້ອຍຂອງ ພວກ ເຮົາ ຊ້ຳພັດເຕັມໄປດ້ວຍຄວາມພິລະ ອາດຫານ, ຕໍ່ສູ້ເດັດດ່ຽວ ແລະ ຍາດ ເອົາໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ຍິ່ງໃຫຍ່ຂຶ້ນໄປເລື້ອຍ, ເປັນຕົ້ນແມ່ນ ໄດ້ຕໍ່ສູ້ປົກປັກຮັກສາສອງແຂວງ ເຕົ້າໂຮມ (ຫົວພັນ ແລະ ຜົ້ງສາລີ) ຢ່າງມີໄຊ. ພ້ອມກັນນັ້ນ ກໍ່ໄດ້ປັບປຸງ ກໍ່ສ້າງກຳລັງ ຢ່າງຮອບດ້ານ ເຊັ່ນ: ການເມືອງ, ວັດທະນະທຳ, ວິຊາສະ ເພາະ ແລະ ສຸຂະພາບ. ໄຊຊະນະ ສອງແຂວງເຕົ້າໂຮມ ບວກກັບການ ຕໍ່ສູ້ການເມືອງຂອງປະຊາຊົນໃນ ທົ່ວປະເທດ ບັງຄັບໃຫ້ສັດຕູຕ້ອງ ຍອມເຊັນສັນຍາວຽງຈັນ ປີ 1957 ແລະປະຕິບັດການລວມລາວຄັ້ງທີ1 ເພື່ອສະແດງເຈດຕະນາຂອງຝ່າຍ ປະຕິວັດ ແລະ ເພື່ອຜົນປະໂຫຍດ ອັນສູງສົ່ງຂອງປະເທດລາວ, ພັກ ໄດ້ຕົກລົງໃຫ້ 2 ກອງພັນ ຄື: ກອງ ພັນທີ1ຕັ້ງຢູ່ຊຽງເງິນແຂວງຫລວງ ພະບາງ ແລະ ກອງພັນທີ 2 ຕັ້ງຢູ່ ທົ່ງໄຫຫີນ ແຂວງຊຽງຂວາງ ເຂົ້າ ລວມກັບຝ່າຍລາຊະອານາຈັກ ທີ່ ປະກອບມີ1.500ຄົນ. ນອກນັ້ນລົງ ໄປທ້ອງຖິ່ນ ເພື່ອສືບຕໍ່ຂົນຂວາຍ ປະຊາຊົນກໍ່ສ້າງຮາກຖານ ແລະ ຕໍ່ສູ້ກັບສັດຕູທາງດ້ານກົດໝາຍ. ໃນໄລຍະລວມລາວຄັ້ງນີ້, ພວກ ປະຕິການຂວາຈັດນິຍົມອາເມລິກາ ໄດ້ລົງມືປາບປາມການເຄື່ອນໄຫວ ຂອງຜູ້ຮັກຊາດ ແລະ ພະນັກງານ ການປະຕິວັດ ທີ່ກັບຄືນທ້ອງຖິ່ນ ຢ່າງໂຫດຮ້າຍປ່າເຖື່ອນ. ຮ້າຍແຮງ ກວ່ານັ້ນພວກມັນໄດ້ໃຊ້ທະຫານ10 ກວ່າກອງພັນປິດລ້ອມຫວັງດັບສູນ 2 ກອງພັນຝ່າຍປະເທດລາວ ແລະ ຈັບບັນດາຜູ້ນຳຂອງແນວລາວ ຮັກ ຊາດ ເຂົ້າຄຸກທີ່ໂພນເຄັງ ເພື່ອປະຕິ ບັດຕາມແຜນການຫັນທິດຕໍ່ສູ້ຂອງ ສູນກາງ; ເວລາ 19 ໂມງຂອງວັນທີ 18 ພຶດສະພາ 1959, ກອງພັນທີ 2 ໄດ້ຜ່າວົງປິດລ້ອມຂອງສັດຕູ ໄປ ສູ່ເຂດທີ່ໝັ້ນ ດ້ວຍຄວາມປອດໄພ. ຕໍ່ຈາກນັ້ນ ກອງພັນທີ 1 ກໍ່ໄດ້ເລັດ ລອດອອກມາຫາ ເຂດທີ່ໝັ້ນ ປອດ ໄພເຊັ່ນດຽວກັນ. ພັກເຮົາໄດ້ຖືເອົາ 2 ກອງພັນດັ່ງກ່າວເພື່ອເປັນກຳ ລັງຫລັກແຫລ່ງ, ຂະຫຍາຍກຳລັງ ປະກອບອາວຸດ ເປັນຫລາຍກອງພັນ ໃນທົ່ວປະເທດ ສົມທົບກັບປະຊາຊົນ ສືບຕໍ່ບຸກໂຈມຕີສັດຕູຢູ່ທຸກແຫ່ງຫົນ. ຄືນວັນທີ 23-24 ພຶດສະ ພາ 1960, ຜູ້ນຳຂອງຝ່າຍແນວລາວ ຮັກຊາດ ກໍ່ໄດ້ໂຕນອອກຈາກຄຸກ ໂພນເຄັງ ກັບຄືນສູ່ເຂດທີ່ໝັ້ນ ດ້ວຍ ຄວາມປອດໄພ, ໂດຍມີສາລະວັດ ທີ່ຍາມຄຸກ ແລະ ການກະກຽມຂອງ ກອງທັບປະຕິວັດສົມທົບພາໂຕນ ອອກ ໂດຍພາຍໃຕ້ການຊີ້ນຳຂອງ ຂັ້ນເທິງ. ວັນທີ 9 ສິງຫາ 1960, ຍ້ອນມີຜົນສະທ້ອນຈາກອິດທິພົນ ຂອງການປະຕິວັດ, ໄດ້ເກີດມີການ ລັດຖະປະຫານ ຂອງກອງແລ ຢູ່ ວຽງຈັນ. ປະຕິບັດຕາມຄຳສັ່ງຂອງ ພັກ, ກອງທັບເຮົາໄດ້ສຳພັນກັບ ກຳລັງລັດຖະປະຫານ ຮັກສາຕົວ ເມືອງວຽງຈັນ ໃນໄລຍະໜຶ່ງ. ຕໍ່ມາ ໃນວັນທີ 21 ກຸມພາ 1962 ໄດ້ປົດ ປ່ອຍທົ່ງໄຫຫີນຊຽງຂວາງ. ໄລ ຍະນີ້ ອີງໃສ່ທ່າຖືກກົດໝາຍຂອງ ການປະຕິວັດ, ກອງທັບເຮົາໄດ້ຮັບ ການຊ່ວຍເຫລືອດ້ານອາວຸດ ທີ່ທັນ ສະໄໝຈາກບັນດາປະເທດສັງຄົມ ນິຍົມຈຳນວນໜຶ່ງ. ເລີ່ມແຕ່ນັ້ນມາ, ດ້ວຍບັນຍາ ກາດຟົດຟື້ນປະຕິວັດຢູ່ໃນທ່າແຮງ ໃໝ່, ກອງທັບເຮົາສາມາດປົດປ່ອຍ ດິນແດນ ໄດ້ 2 ສ່ວນ 3 ແລະ ພົນ ລະເມືອງ 1 ສ່ວນ 3 ຂອງປະເທດ. ກຳລັງປະຕິວັດ ໄດ້ເຕີບໃຫຍ່ຂະ ຫຍາຍຕົວຢ່າງກະໂດດຂັ້ນ, ຈາກ 2 ກອງພັນ ກ້າວຂຶ້ນເປັນຫລາຍ ສິບກອງພັນ, ພິເສດ ໃນລະດູແລ້ງ ປີ 1961-1962 ກອງທັບເຮົາ ໄດ້ບຸກໂຈມຕີສັດຕູ ຢູ່ສາລາພູຄູນ, ທາງເລກ 8,9,12; ບັ້ນຮົບປົດປ່ອຍ ຫລວງນ້ຳທາ (1962) ດັບສູນສັດ ຕູ ເກືອບສອງພັນຄົນ, ບັງຄັບໃຫ້ ພວກມັນຕ້ອງຍອມເຊັນສັນຍາເຊີ ແນວປີ 1962 ກ່ຽວກັບລາວ ແລະ ປະຕິບັດການລວມລາວຄັ້ງທີ 2. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==