5778

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 28/12/2023 xtgmf]k; ຍີ່ປຸ່ນ ມອບລາງວັນ... ເລຂາທິການໃຫຍ່... ຮອງນາຍົກລັດຖະມົນຕີ... ສານຊົມເຊີຍ... ຫສນຍ ແລກປ່ຽນ... ກອງປະຊຸມສາມັນປະຈຳປີ... ໄດ້ຕີລາຄາຜົນການເຄື່ອນໄຫວໃນ ໄລຍະຜ່ານມາ, ຊີ້ໃຫ້ເຫັນດ້ານດີ, ດ້ານຄົງຄ້າງ, ສິ່ງທ້າທາຍ ແລະສະ ຫລຸບຖອດຖອນໄດ້ 5 ບົດຮຽນທີ່ ເປັນມູນເຊື້ອ, ເປັນອຸດົມການ, ຄະຕິ ເຕືອນໃຈໃຫ້ສະມາຊິກພັກ-ພະນັກ ງານທົ່ວຫ້ອງວ່າການສູນກາງພັກ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ລາຍ ງານກ່ຽວກັບທິດທາງແຜນວຽກ ຈຸດສຸມຂອງຫ້ອງວ່າການສູນກາງ ພັກໃນຕໍ່ໜ້າ. ໃນໂອກາດນີ້, ສະຫາຍ ເລຂາທິ ການໃຫຍ່ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງຕໍ່ການນໍາ ພາຊີ້ນໍາ ແລະ ການເຄື່ອນໄຫວວຽກ ງານຂອງຄະນະພັກ, ຄະນະນຳ, ບັນ ດາສະຫາຍການນຳຫລັກແຫລ່ງ ແລະ ພະນັກງານທັງໝົດຂອງຫ້ອງ ວ່າການສູນກາງພັກ; ຍົກໃຫ້ເຫັນ ມູນເຊື້ອຂອງຫ້ອງວ່າການສູນກາງ ພັກ, ພ້ອມທັງໄດ້ໃຫ້ທິດຊີ້ນຳຕໍ່ການ ປັບປຸງ ແລະ ຍົກລະດັບຄຸນນະພາບ ໃນການປະຕິບັດພາລະບົດບາດ, ໜ້າທີ່ ຂອງຫ້ອງວ່າການສູນກາງ ພັກ ທີ່ເປັນເສນາທິການໃກ້ຊິດໃຫ້ ແກ່ສູນກາງພັກ ໂດຍໄດ້ເນັ້ນບາງ ເນື້ອໃນສຳຄັນຄື: ຕ້ອງສືບຕໍ່ເສີມຂະ ຫຍາຍທາດແທ້, ມູນເຊື້ອປະຕິວັດ ຂອງຫ້ອງວ່າການສູນກາງພັກ ທັງ 5 ດ້ານ ຄື: ຄວາມຈົງຮັກພັກດີຕໍ່ ພັກ, ຕໍ່ພາລະກິດປະຕິວັດ ຂອງພັກ, ຕໍ່ອຸດົມການ, ເສັ້ນທາງກ້າວເດີນ ແລະຈຸດໝາຍກ້າວຂຶ້ນຂອງປະເທດ ຊາດ; ເປັນນໍ້າໜຶ່ງໃຈດຽວກັນ, ສາ ມັກຄີປຸ້ມລຸມຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຖານສະຫາຍ ອ້າຍນ້ອງ ຮ່ວມອຸດົມການດຽວກັນ; ເປັນແບບ ຢ່າງນໍາໜ້າ ດ້ານຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິວັດ; ເປັນເສນາທິການຊ່ວຍການນໍາ ຂອງພັກດ້ວຍຄວາມຊື່ສັດບໍລິສຸດ, ຮັບປະກັນຄວາມລັບຂອງພັກ, ຂອງ ຊາດ ແລະ ເປັນເບົ້າຫລໍ່ຝຶກຝົນ, ກໍ່ ສ້າງບຸກຄະລາກອນທີ່ສໍາຄັຂອງ ພັກ; ຕ້ອງຍົກສູງບົດບາດ ເປັນເສນາ ທິການຊ່ວຍສູນກາງພັກ ແລະ ການ ນໍາຂອງພັກໃຫ້ສູງຂຶ້ນຕື່ມ, ຮັບປະ ກັນປະສິດທິຜົນ, ຕ້ອງເປັນເສນາ ທິການທີ່ປຽບເໝືອນ “ແຂນ, ຂາ ແລະ ມັນສະໝອງ” ທີ່ເຂັ້ມແຂງໃຫ້ ແກ່ສູນກາງພັກ; ສືບຕໍ່ຍົກສູງບົດ ບາດ ໃນການຕິດຕາມ, ຊຸກຍູ້ການ ຜັນຂະຫຍາຍ, ຈັດຕັ້ງປະຕິບັດມະ ຕິ, ຄໍາສັ່ງ ແລະ ທິດຊີ້ນຳຂອງສູນ ກາງພັກ; ສືບຕໍ່ປັບປຸງກົງຈັກການ ຈັດຕັ້ງຂອງຫ້ອງວ່າການສູນກາງ ພັກ ໃຫ້ກະທັດຮັດ, ເຂັ້ມແຂງ,ໜັກ ແໜ້ນແລະ ປອດໃສ; ເອົາໃຈໃສ່ຍົກ ສູງຄຸນນະພາບຂອງຖັນແຖວບຸກ ຄະລາກອນ ໂດຍສະເພາະໃນຂົງ ເຂດຄົ້ນຄວ້າ, ວິເຄາະ, ວິໄຈ, ສະ ຫລຸບສັງລວມ; ເກັບກໍາ, ຄຸ້ມຄອງ, ນໍາໃຊ້ແລະ ເຜີຍແຜ່ເອກະສານຂອງ ພັກ ຕາມທິດຫັນໄປ ສູ່ດີຈິຕອນ; ສືບ ຕໍ່ເພີ່ມທະວີການຍົກລະດັບການພົວ ພັນຮ່ວມມືກັບຫ້ອງວ່າການສູນ ກາງພັກ ຂອງບັນດາປະເທດເພື່ອນ ມິດຍຸດທະສາດໃຫ້ນັບມື້້ເຂົ້າສູ່ ລວງເລິກ. ນອກຈາກນັ້ນ, ສະຫາຍເລຂາ ທິການໃຫຍ່ຍັງໄດ້ໃຫ້ທິດຊີ້ນຳ ແລະ ແບ່ງປັນບົດຮຽນຕົວຈິງໃນ ການຊ່ວຍການນຳໃນການກະກຽມ ເອກະສານຕ່າງໆໃຫ້ມີຄຸນນະພາບ ສູງ,ມີເນື້ອໃນເລິກເຊິ່ງແລະສະແດງ ຄວາມເຊື່ອໝັ້ນວ່າຫ້ອງວ່າການ ສູນກາງພັກ ຈະສືບຈັດຕັ້ງປະຕິບັດ ພາລະບົດບາດ ແລະ ມະຕິກອງປະ ຊຸມໃຫຍ່ຄັ້ງທີVII ຂອງຕົນດ້ວຍຜົນ ສຳເລັດ ແລະ ຍົກສູງບົດບາດການ ເປັນເສນາທິການໃຫ້ສູນກາງພັກ ໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສ້າງພື້້ນຖານອັນໜັກແໜ້ນ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອ ກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ດ້ວຍຜົນສໍາເລັດໃໝ່. ພາບ: ເກດສະໜາ ຢ້ຽມອຳລາຂອງ ທ່ານ ນາງມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ (Maria Renata Caldes De Jesus), ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ, ໃນ ໂອກາດທີ່ທ່ານ ໄດ້ສໍາເລັດການປະ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເປັນໄລຍະເວລາ 3 ປີ 6 ເດືອນ (26 ມິຖຸນາ 2020-26 ທັນວາ 2023). ໃນໂອກາດນີ້,ທ່ານສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ທ່ານນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ ທີ່ ໄດ້ປະຕິບັດໜ້າທີ່ດ້ວຍຄວາມຫ້າວ ຫັນແລະສຸມທຸກກໍາລັງແຮງຂອງຕົນ ເຂົ້າໃນການຊຸກຍູ້ສົ່ງເສີມສາຍພົວ ພັນມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ສປປ ລາວ ແລະ ຕີມໍ-ແລັດ ສະເຕ ຕະຫລອດໄລຍະການປະຕິບັດ ໜ້າທີ່ການທູດ ຢູ່ ສປປ ລາວ ເຊິ່ງຄະ ນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ມີການພົບປະແລກປ່ຽນເຊິ່ງກັນ ແລະ ກັນ ເປັນແຕ່ລະໄລຍະ ແລະ ສໍາ ເລັດຜົນຕາມຄາດໝາຍ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການ ສືບຕໍ່ຊຸກຍູ້ສົ່ງເສີມຂະແໜງການ ກ່ຽວຂ້ອງຂອງສອງປະເທດ ເສີມ ຂະຫຍາຍການຮ່ວມມືໃນຂະແໜງ ການທີ່ສອງຝ່າຍທີ່ມີທ່າແຮງຮ່ວມ ກັນ ເປັນຕົ້ນແມ່ນ ການຊຸກຍູ້ສົ່ງເສີມ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ທີ່ສອງຝ່າຍໄດ້ເຫັນດີຮ່ວມກັນໃນ ໄລຍະຜ່ານມາ ໃຫ້ມີບາດກ້າວຂະ ຫຍາຍ ຕົວ ແລະ ປະກົດຜົນເປັນຈິງ ເທື່ອລະກ້າວ ໂດຍສະເພາະການ ຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການສົ່ງເສີມການ ໄປມາຫາສູ່ຂອງປະຊາຊົນສອງ ຊາດ, ລວມທັງການຊຸກຍູ້ສົ່ງເສີມ ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຂອງສອງປະ ເທດ ລາວ ແລະ ຕີມໍ-ແລັດສະເຕ ໃນ ອະນາຄົດອັນໃກ້ນີ້. ໃນໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງ ຄວາມຂອບໃຈມາຍັງລັດຖະບານ ແລະປະຊາຊົນຕີມໍ-ແລັດສະເຕທີ່ໄດ້ ໃຫ້ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ແລະ ຢືນຢັນການສະໜັບສະໜູນ ສປປ ລາວ ສໍາລັບການເປັນປະທານອາ ຊຽນ 2024 ແລະ ການຈັດປີທ່ອງ ທ່ຽວລາວ 2024; ສອງຝ່າຍຍັງ ໄດ້ເຫັນດີເປັນເອກະພາບໃນການ ສືບຕໍ່ປະສານສົມທົບ ແລະ ເຮັດວຽກ ຮ່ວມກັນຢ່າງໃກ້ຊິດໃນຂອບການ ຮ່ວມມືອາຊຽນ ເພື່ອສັນຕິພາບ, ການຮ່ວມມືແລະ ການພັດທະນາໃນ ຂົງເຂດພາກພື້ນ ແລະ ສາກົນ,ໂດຍ ສະເພາະການສະໜັບສະໜູນຕີມໍ- ແລັດສະເຕເຂົ້າເປັນສະມາຊິກອາ ຊຽນ, ລວມທັງການແລກປ່ຽນບົດ ຮຽນ ແລະ ປະສົບການ ຂອງ ສປປ ລາວ ໃຫ້ແກ່ຝ່າຍ ຕີມໍ-ແລັດສະເຕ ໃນການເຂົ້າເປັນສະມາຊິກອາຊຽນ ແລະ ກ້າວໄປສູ່ການເປັນສະມາຊິກ ຂອງຄອບຄົວອາຊຽນຢ່າງສົມບູນ. ທ່ານ ສະເຫລີມໄຊ ກົມມະສິດ ຍັງ ໄດ້ອວຍພອນໃຫ້ ທ່ານນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ ເດີນທາງ ກັບຄືນປະເທດດ້ວຍຄວາມສະຫວັດ ດີພາບ ແລະ ປະສົບຜົນສໍາເລັດໃນ ການປະຕິບັດໜ້າທີ່ໃໝ່ຂອງຕົນໃນ ຕໍ່ໜ້າ. ໃນຂະນະດຽວກັນ, ທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ ໄດ້ຢືນຢັນຄໍາໝາຍໝັ້ນຂອງຕົນໃນ ການສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍ ຕີມໍ- ແລັດສະເຕ ແລະ ສປປ ລາວ ໃຫ້ມີ ບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ເພື່ອ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ ຕີມໍ-ແລັດສະເຕ ແລະ ລາວ ໃນຕໍ່ໜ້າ. ການສິ້ນສຸດໜ້າທີ່ການເປັນເລຂາ ການນໍາ. ພ້ອມດຽວກັນນີ້, ຜູ້ເຂົ້າ ຮ່ວມກອງປະຊຸມຍັງໄດ້ຮັບຟັງການ ບັນຍາຍກ່ຽວກັບຄວາມຮັບຜິດ ຊອບ, ຂອບເຂດສິດ ແລະ ກົນໄກແກ້ ໄຂວຽກ ຂອງລັດຖະບານ; ການ ກະກຽມ ແລະ ດຳເນີນກອງປະຊຸມ ລັດຖະບານ, ກອງປະຊຸມນາຍົກ- ຮອງນາຍົກລັດຖະມົນຕີ; ການກະ ກຽມເຄື່ອນໄຫວວຽກຢູ່ພາຍໃນ ແລະ ຕ່າງປະເທດ; ການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ ແລະ ທິດຊີ້ນຳ ຂອງລັດຖະ ບານ, ນາຍົກລັດຖະມົນຕີ ແລະ ຮອງ ນາຍົກລັດຖະມົນຕີ; ລະບອບການ ລາຍງານ ຂອງຂະແໜງການ ແລະ ທ້ອງຖິ່ນ ຕໍ່ລັດຖະບານ ແລະ ອື່ນໆ. ພາຍຫລັງການບັນຍາຍ ແລະ ນຳ ສະເໜີດັ່ງກ່າວ, ຜູ້ເຂົ້າຮ່ວມກອງປະ ຊຸມຍັງໄດ້ມີການແລກປ່ຽນຄວາມ ຄິດເຫັນຖາມ-ຕອບ ເຮັດໃຫ້ກອງປະ ຊຸມມີບັນຍາກາດຟົດຟື້ນດີ ແລະ ເນື້ອໃນເລິກເຊິ່ງຫລາຍຂຶ້ນ. ໃນໂອກາດກ່າວປິດກອງປະ ຊຸມ, ທ່ານ ອາລຸນໄຊ ສູນນະລາດ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມ ສຳຄັນຂອງວຽກງານເສນາທິການ ແລະ ເລຂານຸການການນຳ, ພ້ອມທັງ ມີຄຳເຫັນສັງລວມເນື້ອໃນໃນການ ບັນຍາຍ ແລະ ແລກປ່ຽນຄຳຄິດເຫັນ ຂອງຜູ້ເຂົ້າຮ່ວມບັນຍາຍ ແລະ ຮັບຟັງ. ພ້ອມນີ້, ທ່ານໄດ້ສະເໜີຜູ້ ເຂົ້າຮ່ວມນຳເອົາບົດຮຽນ ແລະ ປະ ສົບການທີ່ຖອດຖອນໄດ້ຈາກກອງ ປະຊຸມຄັ້ງນີ້ນໍາໄປຄົ້ນຄວ້າແລະໝູນ ໃຊ້ເຂົ້າໃນວຽກງານຕົວຈິງໃຫ້ແທດ ເໝາະ, ເກີດດອກອອກຜົນ, ເປັນປະ ໂຫຍດຕໍ່ປະເທດຊາດ ແລະ ປະຊາ ຊົນຢ່າງແທ້ຈິງ. ຂ່າວ: ກົມປະຊາສຳພັນ ຫສນຍ ພາບ: ຂັນໄຊ ໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດ ຮ່ວມກັນ ຂອງປະຊາຊົນສອງຊາດ ພວກເຮົາ ກໍຄືເພື່ອສັນຕິພາບ, ສະ ຖຽນລະພານ ແລະ ການຮ່ວມມືເພື່ອ ການພັດທະນາໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍ ພອນໄຊມາຍັງທ່ານ ຈົ່ງມີພະລານາ ໄມສົມບູນ, ມີຄວາມຜາສຸກ ແລະ ປະ ສົບຜົນສຳເລັດ ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີກຽດສູງ ສົ່ງຂອງທ່ານ. ແຂວງ ຈາກແຂວງທີ່ມີຊາຍແດນຕິດ ຈອດກັນເຂົ້າຮ່ວມ. ກອງປະຊຸມແມ່ນໄດ້ຈັດຂຶ້ນໃນ ແຕ່ລະປີ ເພື່ອທົບທວນຄືນການຈັດ ຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງ ບົດບັນທຶກກອງປະຊຸມສາມັນປະ ຈໍາປີ ຄະນະຜູ້ແທນຊາຍແດນລາວຫວຽດນາມຄັ້ງທີXXXII ແລະການ ປະຕິບັດສັນຍາວ່າດ້ວຍລະບຽບ ການຄຸ້ມຄອງຊາຍແດນ ແລະ ດ່ານ ຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ທີ່ໄດ້ລົງນາມ ຮ່ວມກັນໃນປີ 2016. ການປະຕິບັດວຽກງານຊາຍ ແດນໃນໄລຍະໜຶ່ງປີຜ່ານມາເຫັນ ວ່າບັນດາເຈົ້າໜ້າທີ່ຊາຍແດນນັບ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໄດ້ ປະຕິບັດໜ້າທີ່ວຽກງານຂອງຕົນ ດ້ວຍຄວາມຕັ້ງໜ້າ ແລະ ມີຄວາມ ຮັບຜິດຊອບສູງ; ເປັນເຈົ້າການຫ້າວ ຫັນປະກອບສ່ວນສໍາຄັນເຂົ້າໃນ ວຽກງານຄຸ້ມຄອງຊາຍແດນ, ຮັບ ປະກັນຄວາມໝັ້ນຄົງ, ຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍຢູ່ຕາມບໍລິເວນຊາຍແດນລະ ຫວ່າງ ສອງປະເທດ ເຊິ່ງໄດ້ເປັນ ການປະກອບສ່ວນໃນການເພີ່ມທະ ວີຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ດົນນານ ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລາວ-ຫວຽດ ນາມ; ສ້າງໃຫ້ບໍລິເວນຊາຍແດນ ຂອງ ລາວ-ຫວຽດນາມ ເປັນຊາຍ ແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ. ພ້ອມກັນນີ້, ສອງຝ່າຍຍັງໄດ້ ເປັນເອກະພາບກັນໃນການວາງທິດ ທາງແຜນການເຄື່ອນໄຫວໃນຕໍ່ໜ້າ ເພື່ອປະຕິບັດວຽກງານຊາຍແດນ ໃຫ້ມີປະສິດທິພາບເພີ່ມຂື້ນເລື້ອຍໆ, ເປັນຕົ້ນແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ ຊາຍແດນ ຂອງສູນກາງ ແລະ ທ້ອງ ຖິ່ນທັງສອງປະເທດສືບຕໍ່ເອົາໃຈ ໃສ່ໃນການກວດກາລາດຕະເວນ ຮ່ວມກັນສອງຟາກຊາຍແດນເປັນ ປະຈຳ, ຍົກສູງວຽກງານການຄຸ້ມ ຄອງຊາຍແດນ, ຫລັກໝາຍຊາຍ ແດນແລະດ່ານຊາຍແດນ;ປັບປຸງປົວ ແປງຫລັກໝາຍທີ່ຖືກເປ່ເພຍ້ອນ ໄພທຳມະຊາດ ແລະ ຍ້ອນກຸ່ມຄົນທີ່ ບໍ່ຫວັງດີທຳລາຍ; ເພີ່ມທະວີເອົາໃຈ ໃສ່ວຽກງານການໂຄສະນາເຜີຍແຜ່ ນະໂຍບາຍ ແລະ ກົດໝາຍຊາຍແດນ ໃຫ້ແກ່ບັນດາພໍ່ແມ່ປະຊາຊົນ, ນາຍ ບ້ານ ແລະ ເຖົ້າແກ່ແນວໂຮມຜູ້ຊົງ ຄຸນວຸທິທີ່ດຳລົງຊີວິດຢູ່ບໍລິເວນສອງ ຟາກຊາຍແດນ ລາວ-ຫວຽດນາມ ໃຫ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຈະ ແຈ້ງຕໍ່ລະບຽບກົດໝາຍຊາຍແດນ ແລະ ມີສ່ວນຮ່ວມເປັນເຈົ້າການປົກ ປັກຮັກສາເສັ້ນຊາຍແດນ ແລະ ຫລັກ ໝາຍຊາຍແດນ, ຕ້ານ ແລະ ສະກັດ ກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະ ເກີດຂຶ້ນສຸມໃສ່ການພັດທະນາພື້ນ ຖານໂຄງລ່າງທາງດ້ານເສດຖະກິດ, ການຄ້າຊາຍແດນ, ການສົ່ງອອກນໍາເຂົ້າສິນຄ້າຜ່ານແດນ, ສ້າງເງື່ອນ ໄຂອໍານວຍຄວາມສະດວກໃຫ້ປະ ຊາຊົນຢູ່ລຽບຕາມຊາຍແດນມີການ ພັດທະນາ, ຄ້າຂາຍ, ໄປມາຫາສູ່ແລະ ທຳມາຫາກິນຮ່ວມກັນ. ກອງປະຊຸມໄດ້ອັດລົງດ້ວຍຜົນ ສຳເລັດຢ່າງຈົບງາມໃນທ່າມກາງ ບັນຍາກາດອັນສະຫງ່າລາສີ ແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຖານ ເພື່ອນມິດສະຫາຍອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ທີ່ນັບ ມື້ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ, ແຕກດອກອອກຜົນ ແລະ ຂະຫຍາຍ ຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ໃຫ້ທ່ານ ອາລຸນແກ້ວ ກິດຕິຄຸນ ອະ ດີດລັດຖະມົນຕີ ປະຈຳຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ (ຫສນຍ)ທີ່ມີຜົນງານການປະກອບ ສ່ວນຢ່າງພົ້ນເດັ່ນໃນການຊຸກຍູ້ ເສີມຂະຫຍາຍສາຍພົວພັນສອງ ຝ່າຍ ແລະ ສົ່ງເສີມມິດຕະພາບ ລະ ຫວ່າງ ຍີ່ປຸ່ນ ແລະ ສປປ ລາວຕະ ຫລອດມາ. ພິທີມອບຫລຽນກຽດຕິຄຸນດັ່ງ ກ່າວ ຈັດຂຶ້ນເມື່ອບໍ່ດົນຜ່ານມາຢູ່ ເຮືອນພັກທູດຍີ່ປຸ່ນ, ນະຄອນຫລວງ ວຽງຈັນ, ຕາງໜ້າໃຫ້ລັດຖະບານ ຍີ່ປຸ່ນ ມອບໂດຍ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາ ຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໂດຍມີ ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງ ສຶກສາທິການແລະກິລາ,ປະທານສະ ມາຄົມມິດຕະພາບລາວ-ຍີ່ປຸ່ນ, ພ້ອມ ດ້ວຍຄອບຄົວ, ມີຜູ້ຕາງໜ້າຈາກ ສະມາຄົມຄົນຍີ່ປຸ່ນ ທີ່ຢູ່ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ພ້ອມນີ້, ທ່ານທູດຍັງໄດ້ສະແດງ ຄວາມຍິນດີກັບ ທ່ານ ອາລຸນແກ້ວ ກິດຕິຄຸນ ແລະ ໄດ້ສະແດງຄວາມ ຂອບອົກຂອບໃຈຕໍ່ກັບການປະກອບ ສ່ວນຢ່າງພົ້ນເດັ່ນດັ່ງກ່າວ. ຫລັງຈາກປະຕິບັດໜ້າທີ່ເປັນ ນັກການທູດປະຈຳສະຫະປະຊາ ຊາດ ເປັນເວລາຍາວນານ, ທ່ານ ອາລຸນແກ້ວ ກໍໄດ້ດຳລົງຕຳແໜ່ງ ເປັນຜູ້ຊ່ວຍທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີກະຊວງການຕ່າງ ປະເທດ (ໃນເວລານັ້ນ) ນັບແຕ່ປີ 2007 ເຖິງ 2011. ທ່ານ ອາລຸນແກ້ວ ໄດ້ມີ ຄວາມພະຍາຍາມໃນການຄຸ້ມຄອງ ການປະສານງານລະຫວ່າງກົມ ກອງທີ່ກ່ຽວຂ້ອງພາຍໃນປະເທດ ເພື່ອໃຫ້ກອບການຮ່ວມມືຫລາຍ ດ້ານທີ່ເປັນສັນຍະລັກຂອງສາຍພົວ ພັນສອງປະເທດ ເຊັ່ນ: ການຍົກເວັ້ນ ວີຊາ ສຳລັບຄົນຍີ່ປຸ່ນ ແລະ ຂໍ້ຕົກລົງ ວ່າດ້ວຍການລົງທຶນ ຍີ່ປຸ່ນ-ລາວໃຫ້ ປາກົດຜົນເປັນຈິງ. ການຈັດຕັ້ງປະຕິ ບັດວຽກເຫລົ່ານີ້ໄດ້ເກີດດອກອອກ ຜົນ ແລະ ເຮັດໃຫ້ການແລກປ່ຽນ ລະຫວ່າງຄົນສູ່ຄົນແລະການພົວພັນ ດ້ານເສດຖະກິດຂອງສອງປະເທດ ເຕີບໃຫຍ່ຂະຫຍາຍຕົວຢ່າງຫລວງ ຫລາຍ ໂດຍຜ່ານການເພີ່ມຂຶ້ນຂອງ ຈຳນວນນັກທ່ອງທ່ຽວຍີ່ປຸ່ນ ທີ່ມາ ຢ້ຽມຢາມປະເທດລາວ ແລະ ການ ເພີ່ມຂຶ້ນຂອງບໍລິສັດຍີ່ປຸ່ນ ທີ່ມາລົງ ທຶນໃນປະເທດລາວ. ນັບແຕ່ປີ 2011-2016, ໃນຖາ ນະຮອງລັດຖະມົນຕີກະຊວງການ ຕ່າງປະເທດ ທີ່ຮັບຜິດຊອບການພົວ ພັນສອງຝ່າຍລາວ-ຍີ່ປຸ່ນ, ທ່ານ ອາລຸນແກ້ວ ໄດ້ສະໜັບສະໜູນໃຫ້ມີ ການໄປມາຫາສູ່ຢ່າງຟົດຟື້ນລະ ຫວ່າງການນຳຂັ້ນສູງຂອງສອງປະ ເທດ ລວມທັງໝົດເຖິງ 20 ກວ່າຄັ້ງ. ນອກນັ້ນ, ໄລຍະທີ່ ສປປ ລາວ ເປັນ ເຈົ້າພາບຈັດກອງປະຊຸມອາຊຽນ ໃນ ປີ 2016, ໃນຖານະຜູ້ນຳຂອງກອງ ປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM) ປະຈຳລາວ, ທ່ານໄດ້ສັງ ລວມຮ່າງຖະແຫລງການຂອງຜູ້ນຳ ທີ່ກ່ຽວຂ້ອງກັບອາຊຽນ ດ້ວຍທັກ ສະດ້ານການທູດສູງ ແລະ ຄວາມ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຍີ່ປຸ່ນ, ພ້ອມນັ້ນ ທ່ານຍັງໄດ້ປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວ ພັນ ລະຫວ່າງ ສອງປະເທດ ແລະ ການຮ່ວມມືລະຫວ່າງ ຍີ່ປຸ່ນ-ອາ ຊຽນ ອີກດ້ວຍ. ທ່ານຍັງໄດ້ດຳລົງຕຳແໜ່ງລັດ ຖະມົນຕີ ປະຈຳຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ນັບແຕ່ປີ 2016 ເຖິງ 2020, ໃນລະຫວ່າງ ການໄປຢ້ຽມຢາມປະເທດຍີ່ປຸ່ນ ຂອງທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ (ໃນເວລານັ້ນ) 5 ຄັ້ງ, ລວມເຖິງການໄປຢ້ຽມຢາມຄັ້ງທຳ ອິດໃນປີ 2016, ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ຕິດຕາມຊ່ວຍເຫລືອ ທ່ານນາຍົກລັດຖະມົນຕີ ປະສານ ງານຮ່ວມມືກັບຝ່າຍລັດຖະບານ ລາວ ເຮັດໃຫ້ການຢ້ຽມຢາມ ເຄື່ອນ ໄຫວວຽກງານຢູ່ຍີ່ປຸ່ນແຕ່ລະຄັ້ງປະ ສົບຜົນສຳເລັດຢ່າງຈົບງາມ. ໃນປີ ດຽວກັນນັ້ນ, ໄລຍະທີ່ທ່ານ ຄິຊິດະ ລັດຖະມົນຕີກະຊວງການຕ່າງປະ ເທດ (ໃນເວລານັ້ນ) ມາຢ້ຽມຢາມ ສປປ ລາວ, ທ່ານ ອາລຸນແກ້ວ ກິດ ຕິຄຸນ ກໍໄດ້ສະໜັບສະໜູນການປະ ສານງານເພື່ອໃຫ້ທ່ານລັດຖະມົນຕີ ຄິຊິດະ ໄດ້ພົບປະກັບຝ່າຍລັດຖະ ບານລາວ, ມີສ່ວນຮ່ວມເຮັດໃຫ້ການ ເດີນທາງມາຢ້ຽມຢາມໃນຄັ້ງນັ້ນ ສົມບູນຍິ່ງຂຶ້ນ ແລະ ໄດ້ປະກອບ ສ່ວນອັນໃຫຍ່ຫລວງໃນການຮັດ ແໜ້ນສາຍພົວພັນລະຫວ່າງສອງ ປະເທດ. ກົນໄກການເຮັດວຽກຂອງລັດຖະ ບານຊຸດທີ IX. ທັງນີ້, ກໍເພື່ອຍາດ ແຍ່ງເອົາບົດຮຽນ ແລະ ຄໍາເຫັນ ແນະນໍາ ຈາກບັນດາທ່ານທີ່ມີປະສົບ ການຕົວຈິງ ໃນການຈັດຕັ້ງປະຕິບັດ ວຽກງານເສນາທິການ ແລະ ເລຂາ ນຸການການນຳຂັ້ນສູງຂອງພັກແລະ ລັດ ໃນໄລຍະຜ່ານມາ, ທັງເປັນການ ສ້າງເງື່ອນໄຂໃຫ້ຜູ້ເຂົ້າຮ່ວມ ກໍຄື ຜູ້ ເຮັດວຽກເສນາທິການ ແລະ ເລຂາ ນຸການການນຳຢູ່ສູນກາງແລະທ້ອງ ຖິ່ນທີ່ໄດ້ຕິດຕາມການນຳຂອງຕົນ ມາເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2023 ທີ່ຈະ ຈັດຂຶ້ນ ໃນວັນທີ 26-27 ທັນວານີ້ ໄດ້ມີໂອກາດແລກປ່ຽນບົດຮຽນ ແລະຄໍາຄິດເຫັນຕ່າງໆ ເຊິ່ງກັນແລະ ກັນ ເຊິ່ງທັງໝົດນັ້ນ ແນໃສ່ຍົກສູງ ຄວາມສາມາດ, ປະສິດທິພາບ ແລະ ປະສິດທິຜົນຂອງວຽກງານເສນາ ທິການ ແລະ ເລຂານຸການ ການນຳ ໃຫ້ສູງຂຶ້ນກວ່າເກົ່າ. ສໍາລັບການບັນຍາຍຂອງບັນ ດາທ່ານ, ໃນຄັ້ງນີ້ແມ່ນໄດ້ຍົກໃຫ້ ເຫັນປັດໄຈພື້ນຖານຂອງການເປັນ ເລຂານຸການການນໍາທີ່ດີ ເປັນຕົ້ນ ຕ້ອງມີທັດສະນະການເມືອງໜັກ ແໜ້ນ, ມີຄວາມຮູ້ພື້ນຖານກ່ຽວກັບ ລັດທິມາກ-ເລນິນ, ເປັນຄົນຊື່ສັດບໍ ລິສຸດ, ມີຄວາມຈົງຮັກພັກດີຕໍ່ການ ນໍາ ແລະ ປະເທດຊາດ ພ້ອມທັງມີ ຄວາມຮູ້, ຄວາມສາມາດໃນວຽກ ງານທີ່ຕົນເອງຮັບຜິດຊອບ; ໄດ້ຍົກ ໃຫ້ເຫັນຄຸນລັກສະນະຂອງເລຂາ ການນໍາຢູ່ສູນກາງ ແລະ ທ້ອງຖິ່ນ, ລວມທັງວິທີສັງລວມບັນຫາຕ່າງໆ ເພື່ອສະເໜີທັດສະນະໃນການແກ້ ໄຂບັນຫາຕ່າງໆຢ່າງພາວະວິໄສ, ຖືກຕ້ອງ ແລະ ສອດຄ່ອງກັບຄວາມ ເປັນຈິງ; ໄດ້ຍົກໃຫ້ເຫັນພຶດຕິກໍາຕົວ ຈິງ ທີ່ກາຍເປັນບົດຮຽນອັນດີເດັ່ນ ໃນການເປັນເສນາທິການ ແລະ ເລ ຂານຸການການນຳໃນໄລຍະຜ່ານມາ ຂອງບັນດາເລຂານຸການການນຳ ຈຳນວນໜຶ່ງ; ຈຸດປະສົງຂອງຂໍ້ກໍາ ນົດວ່າດ້ວຍເລຂານຸການຂອງການ ນໍາ; ມາດຕະຖານເລຂານຸການ ການ ນໍາ;ລະບອບແບບແຜນວິທີເຮັດວຽກ ແລະ ລະບອບປະຊຸມ-ປະສານງານ; ນະໂຍບາຍຕໍ່ເລຂາການນໍາ; ຂໍ້ຫ້າມ ຂອງເລຂານຸການການນໍາ ແລະ ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກໍາມະ ການສູນກາງພັກ, ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ປະ ທານຄະນະກຳມະການໄອຍະການ ປະຊາຊົນສູງສຸດ, ມີບັນດາຮອງປະ ທານຄະນະກຳມະການໄອຍະການ ປະຊາຊົນສູງສຸດ, ບັນດາຄະນະກຳ ມະການໄອຍະການປະຊາຊົນສູງ ສຸດເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັ ງການລາຍ ງານແລະປະກອບຄໍາເຫັນໃສ່ຫລາຍ ບັນຫາສໍາຄັນ ເຊິ່ງເປັນບັນຫາຍຸດ ທະສາດຂອງອົງການໄອຍະການ ປະຊາຊົນ ເປັນຕົ້ນ ການສ້າງຕັ້ງອົງ ການໄອຍະການປະຊາຊົນເຂດປະ ຈໍາເມືອງເພີ່ມຕື່ມຈໍານວນໜຶ່ງ; ການ ສ້າງຕັ້ງກົມໃໝ່ 2ກົມແລະ ພະແນກ ກ່ຽວຂ້ອງ; ການສັ່ງຟ້ອງຂຶ້ນສານ ໂດຍກົງ; ຜົນການສອບເສັງພະນັກ ງານໄອຍະການປະຊາຊົນ ແລະ ຜູ້ ຊ່ວຍ; ການຍ້ອງຍໍຜົນງານປະຈໍາປີ 2023 ທົ່ວລະບົບອົງການໄອຍະ ການ ແລະ ນອກຈາກນັ້ນ, ກໍໄດ້ປຶກ ສາຫາລືບັນຫາປິ່ນອ້ອມອື່ນອີກຈໍາ ນວນໜຶ່ງ. ໃນວາລະດັ່ງກ່າວ ທ່ານປະ ທານ, ຮອງປະທານ ແລະ ບັນດາ ຄະນະກໍາມະການໄອຍະການປະຊາ ຊົນສູງສຸດໄດ້ສຸມໃສ່ຄົ້ນຄວ້າ ແລະ ປຶກສາຫາລືປະກອບຄໍາຄິດຄໍາເຫັນ ຢ່າງຟົດຟື້ນ ເພື່ອເຮັດໃຫ້ອົງການ ໄອຍະການປະຊາຊົນນັບມື້ເຕີບໃຫຍ່ ເຂັ້ມແຂງ, ໄດ້ຮັບການພັດທະນາ ຮອບດ້ານແລະ ຮັບປະກັນການປະຕິ ບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ຕາມກົດໝາຍ, ເຮັດໃຫ້ກົດໝາຍ ໄດ້ຮັບການຄົບລົບ ແລະ ປະຕິບັດ ຢ່າງຖືກຕ້ອງ ແລະ ເປັນເອກະພາບ ແນໃສ່ປົກປ້ອງຜົນປະໂຫຍດຂອງ ລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງພົນລະເມືອງ, ປະ ກອບສ່ວນເຂົ້າໃນການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ຕາມທິດທາງກ້າວໜ້າ ແລະ ທັນສະໄໝ. ໃນໂອກາດດັ່ງກ່າວ, ທ່ານປະ ທານກອງປະຊຸມໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນໜັກໃຫ້ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ຕ້ອງ ເພີ່ມທະວີຄວາມເອົາໃຈໃສ່ໃນການ ຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນ ເນື້ອໃນຈິດໃຈຜົນຂອງກອງປະຊຸມ ແລະ ບັນດາແຜນວຽກຈຸດສຸມໃນປີ 2024 ຢ່າງເລິກເຊິ່ງ, ຫັນເປັນອັນ ລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ ປະກົດຜົນເປັນຈິງ. ນອກນັ້ນ, ກໍຕ້ອງ ເພີ່ມທະວີໃນການນຳພາ-ຊີ້ນຳຂອງ ຄະນະກຳມະການໄອຍະການປະຊາ ຊົນສູງສຸດຢ່າງມີຈຸດສຸມແທດເຖິງ ຕໍ່ການປະຕິບັດໜ້າທີ່ວຽກງານຂອງ ສະມາຊິກພັກແລະ ພະນັກງານ, ເອົາ ໃຈໃສ່ຕິດຕາມ, ຊຸກຍູ້ບັນດາວຽກ ງານປິ່ນອ້ອມ, ສິ່ງເອື້ອອຳນວຍ ຄວາມສະດວກໃຫ້ແກ່ການເຄື່ອນ ໄຫວວຽກງານໃຫ້ດີແລະທັນເວລາ. ຂ່າວ:ຈະເລີນສິນ ກອງປະຊຸມສະໄໝສາມັນເທ່ືອ...

RkJQdWJsaXNoZXIy MTc3MTYxMQ==