07 xtgmf]k; gsfdko{dkora fmtok 26/12/2023 c0;'sq ;ra oxtdkf gxa oc0;'15 f8y 4j kp-t-kp ;a ';P' dP,7;k,rh v, 8h voIa [xu mj v'mj P;]k; 2024 w-pt[6 ]u [a o]5 7kf\kpczora fmtok glf4tdy f0tspkp8q ; 5% ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ເມືອງວັງວຽງ ແຂວງວຽງຈັນ ກຽມຄວາມພ້ອມ ຫລາຍດ້ານ ຕ້ອນຮັບປີທ່ອງທ່ຽວ ລາວ 2024ທີ່ຈະມາເຖິງນີ້ ເປັນຕົ້ນ ການປັບປຸງ ແລະ ຟື້ນຟູສະຖານທີ່ ທ່ອງທ່ຽວ, ການບໍລິການອາຫານ, ເຮືອນພັກ-ໂຮງແຮມ ແລະ ສິ່ງອຳ ນວຍຄວາມສະດວກອື່ນໆ ເພື່ອຮອງ ຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງມາທ່ອງ ທ່ຽວພາຍໃນເມືອງວັງວຽງ. ທ່ານ ອັດສະຍາໄສ ມະນີວັນ ຫົວໜ້າຫ້ອງການຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງວັງວຽງ ໄດ້ໃຫ້ສຳພາດຕໍ່ທີມ ງານຂ່າວໃນວັນທີ22ທັນວາ2023 ກ່ຽວກັບການມີສ່ວນຮ່ວມສ້າງ ຂະບວນການຕ້ອນຮັບປີທ່ອງທ່ຽວ ລາວ 2024 ນີ້ວ່າ: ຫ້ອງການ ຖວທ ເມືອງວັງວຽງ ໄດ້ເປັນເຈົ້າການ ໂດຍຖືເອົາການແຂ່ງຂັນປະຕິບັດ ວຽກງານວິຊາສະເພາະ, ຄຽງຄູ່ ກັບການໂຄສະນາແນວທາງຂອງ ພັກ, ນະໂຍບາຍຂອງລັດ, ເກັບກໍາ ການເຄື່ອນໄຫວຂອງພາກສ່ວນຕ່າ ງໆຢູ່ພາຍໃນເມືອງ ເພື່ອຂຽນຂ່າວ, ອອກຂ່າວໃຫ້ສັງຄົມ, ພໍ່ແມ່ປະຊາ ຊົນຊັ້ນຄົນຮັບຮູ້ຂໍ້ມູນຂ່າວສານສຳ ຄັນຕ່າງໆ, ສົມທົບກັບກໍາລັງປ້ອງ ກັນຄວາມສະຫງົບເມືອງ ແລະ ພາກ ສ່ວນກ່ຽວຂ້ອງເພື່ອຈັດສັນຄວາມ ເປັນລະບຽບຮຽບຮ້ອຍຄວາມສະ ອາດຈົບງາມພາຍໃນເມືອງ, ສືບຕໍ່ ແຜນຈັດສັນທາງຂຶ້ນທາງລ່ອງ ເພື່ອ ເຮັດໃຫ້ການສັນຈອນ ແລະ ການ ເຂົ້າອອກຂອງລົດນັກທ່ອງທ່ຽວ ໃຫ້ມີຄວາມສະດວກສະບາຍ, ຫລຸດ ຜ່ອນຄວາມແອອັດພາຍໃນຕົວ ເມືອງ ໄດ້ຈັດສັນລົດນໍາສົ່ງນັກທ່ອງ ທ່ຽວຢູ່ຕາມສະຖານນີລົດໄຟ ເພື່ອ ບໍລິການຮັບສົ່ງນັກທ່ອງທ່ຽວໄປສູ່ ຈຸດໝາຍປາຍທາງຂອງການທ່ອງ ທ່ຽວ, ເຊິ່ງປັດຈຸບັນມີບໍລິສັດທ່ອງ ທ່ຽວ 24 ບໍລິສັດ ແລະ 3 ສາຂາບໍ ລິສັດ, ມີລົດນໍາທ່ຽວປະເພດລົດບັດ, ລົດຕູ້, ລົດກະບະຕິດຫລັງຄາ ຈຳ ນວນ 200 ກວ່າຄັນ. ນອກນີ້, ຍັງມີ ປະເພດລົດບັກກີ່, ລົດຈັກ, ລົດຖີບ, ເຮືອນໍາທ່ຽວ, ເຮືອແພ, ເຮືອກາຍັກ, ເຮືອຈັກຫ່າງຍາວ, ກົງເບັງ, ມີພາ ລາມໍເຕີ ແລະ ບອນລູນ ໄວ້ບໍລິການ ນັກທ່ອງທ່ຽວຢ່າງພຽງພໍ. ພ້ອມ ກັນນີ້, ຍັງຕິດຕາມການບໍລິການ ຂອງບັນດາຮ້ານອາຫານ, ຮ້ານບັນ ເທີງ, ເຮືອນພັກ, ສະຖານທີ່ທ່ອງ ທ່ຽວ ໃຫ້ດໍາເນີນທຸລະກິດພາຍໃຕ້ ລະບຽບກົດໝາຍ, ຄວບຄຸມ, ຈໍາກັດ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂະ ແໜງການທ່ອງທ່ຽວ; ສົ່ງເສີມຜູ້ປະ ກອບການປັບປຸງຂອດບໍລິການ ໃຫ້ ມີຄວາມວ່ອງໄວ, ສະອາດ, ລາຄາ ໃຊ້ບໍລິການທີ່ສົມເຫດສົມຜົນບໍ່ເອົາ ປຽບລູກຄ້າ ແນະນໍາຫົວໜ່ວຍທຸລະ ກິດໃຫ້ມີຄວາມສາມັກຄີ, ຄ້າຂາຍ ຮ່ວມກັນແບບມີສ່ວນຮ່ວມ ແລະ ກະຈາຍລາຍໄດ້ ເຊິ່ງກັນ ແລະ ກັນ; ຄຸ້ມຄອງເວລາເປີດ, ປິດບໍ່ໃຫ້ກາຍ ໂມງເວລາ; ສືບຕໍ່ຕິດປ້າຍລະບຸຂໍ້ ຫ້າມບັນດາຮ້ານອາຫານ, ຮ້ານກິນ ດື່ມໃຫ້ທົ່ວເຖິງ; ສົ່ງເສີມປະຊາຊົນ ບັນດາເຜົ່າຊາວເມືອງ ອະນຸລັກຮັກ ສາວັດທະນະທໍາຮີດຄອງປະເພນີ ຂອງຊາດ, ຂອງທ້ອງຖິ່ນ, ສົ່ງເສີມ ວັດທະນະທໍາຮີດຄອງປະເພນີທີ່ຕັ້ງ ໜ້າ, ປະດິດສ້າງ, ຄ່ອຍໆປະປ່ອຍຮີດ ຄອງປະເພນີລັກສະນະງົມງວາຍທີ່ ກົດໜ່ວງຖ່ວງດຶງ ແລະ ອື່ນໆ. ທ່ານ ອັດສະຍາໄສ ມະນີວັນ ກ່າວວ່າ: ເພື່ອເປັນການຕ້ອນຮັບ ການທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ຫ້ອງການຖະແຫລງຂ່າວ, ວັດທະ ນະທໍາ ເເລະ ທ່ອງທ່ຽວ ຍັງໄດ້ເອົາ ໃຈໃສ່ເປັນເຈົ້າການປະສານສົມທົບ ກັບບັນດາຂະເເໜງການທີ່ກ່ຽວ ຂ້ອງພາກລັດ, ພາກທຸລະກິດ ໄດ້ກຳ ນົດແຜນຈັດຕັ້ງປະຕິບັດກິດຈະກຳ ຕິດພັນກັບແຜນການເຄື່ອນໄຫວ ຂອງແຂວງ ແລະ ແຜນກິດຈະກຳ ຂອງຂັ້ນສູນກາງຄື: ຂັ້ນສູນກາງກຳ ນົດມີ14ກິດຈະກຳ,ໃນນັ້ນຂັ້ນແຂວງ ມີ 6 ກິດຈະກຳ ແລະ ເມືອງວັງວຽງ ມີ 8 ກິດຈະກຳຄື: ບຸນກິນຈຽງ, ບຸນ ເກຣີ ຈະຈັດຂຶ້ນລະຫວ່າງ ເດືອນມັງ ກອນ 2024; ກິດຈະກຳງານກິລາ ມາລາທອນວັງວຽງເທຣວຈະ ຈັດ ຂຶ້ນລະຫວ່າງເດືອນກຸມພາ 2024; ງານແຫ່ນາງສັງຂານ ປີໃໝ່ລາວ ຈະຈັດຂຶ້ນລະຫວ່າງ ເດືອນເມສາ 2024; ກິດຈະກຳບຸນບັ້ງໄຟຈະຈັດ ຂຶ້ນລະຫວ່າງມີຖຸນາ 2024; ງານ ແຫ່ທຽນພັນສາ ຈັດຂຶ້ນລະຫວ່າງ ເດືອນສິງຫາ 2024; ງານກິລາ ແລ່ນວິບາກວັງວຽງ ເອັກສະເຣດ ຈັດຂຶ້ນລະຫວ່າງ ເດືອນສິງຫາ 2024; ງານເທສະການໝາກກ້ຽງ ຫວານຈະຈັດຂຶ້ນ ລະຫວ່າງເດືອນ ພະຈິກ-ທັນວາ 2024; ງານເທສະ ການຄອນເສີດວັງວຽງ ເຟຣດຕີໂບ ຈັດຂຶ້ນລະຫວ່າງເດືອນພະຈິກເດືອນທັນວາ 2024 ທັງໝົດນີ້ ແມ່ນບາງເນື້ອໃນຈິດໃຈຂອງການ ກະກຽມຄວາມພ້ອມຂອງເມືອງວັງ ວຽງໃນການເປີດປີທ່ອງທ່ຽວລາວ 2024 ແລະ ເພື່ອເປັນສ້າງຂະບວນ ການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະ ເທດ ແລະ ພາຍໃນແຂວງຕະຫລອດ ຮອດຂັ້ນເມືອງ ຕາມສະພາບທ່າ ແຮງຂອງການທ່ອງທ່ຽວຂອງຕົນ. ປັດຈຸບັນທົ່ວເມືອງມີໂຮງແຮມ 43 ແຫ່ງ, ເຮືອນພັກ 117 ແຫ່ງ, ຣີສອດ 18 ແຫ່ງ, ວິນລາ 6 ແຫ່ງ, ບັງກາໂລ12ແຫ່ງ, ລວມສະຖານທີ່ ພັກແຮມ 196 ແຫ່ງ, ມີຕຽງນອນ ທັງໝົດ6.000ກວ່າຕຽງ, ສາມາດບໍ ລິການຕ້ອນຮັບນັກທ່ອງທ່ຽວທີ່ມາ ພັກເຊົາໄດ້ເຖິງ 13.000 ກວ່າຄົນຕໍ່ ວັນ ໃນນັ້ນມີລະດັບໂຮງແຮມ5ດາວ 1ຫົວໜ່ວຍ, 4 ດາວ 1 ຫົວໜ່ວຍ, 2 ດາວ1ຫົວໜ່ວຍແລະລາງວັນມາດ ຕະຖານໂຮງແຮມຂຽວອາຊຽນ 6 ຫົວໜ່ວຍ, ລາງວັນມາດຕະຖານ ເຮືອນພັກແຮມ ປະຊາຊົນ 1 ຫົວ ໜ່ວຍ, ມີຮ້ານອາຫານ, ຮ້ານກິນ ດື່ມ 160 ຫົວໜ່ວຍ ແລະ ທົ່ວເມືອງ ວັງວຽງ ມີສະຖານທີ່ທ່ອງທ່ຽວທີ່ ໄດ້ຂຶ້ນບັນຊີແລ້ວ ທັງໝົດ 37 ແຫ່ງ ໃນນີ້ເປັນຖ້ຳ 24 ແຫ່ງ, ຈຸດຊົມວິວ 6 ແຫ່ງ, ນ້ຳຕົກຕາດ 6 ແຫ່ງ ແລະ ອ່າງນ້ຳທຳມະຊາດ 1 ແຫ່ງ, ນອກ ນີ້, ຍັງມີບັນດາກິດຈະກຳການທ່ອງ ທ່ຽວຄື: ກຸ່ມບໍລິການເຮືອກາຍັກ, ກຸ່ມບໍລິການກົງເບັງ, ກຸ່ມບໍລິການ ເຮືອຈັກຫາງຍາວ, ບໍລິການຂີ່ສະ ລິງ, ບໍລິການປີນຜາ, ກິດຈະກຳ ທ່ອງ ທ່ຽວທາງອາກາດປະກອບມີ ຂີ່ບອນລູນ, ຂີ່ພາລາມໍເຕີອັນທີ່ໂດດ ເດັ່ນເປັນທີ່ນິຍົມຂອງນັກທ່ອງ ທ່ຽວ. ພ້ອມນີ້ໄດ້ປະສານສົມທົບກັບ ອົງການປົກຄອງບ້ານ, ຜູ້ປະກອບ ການສະຖານທີທ່ອງທ່ຽວປັບປຸງ ເສັ້ນທາງເຂົ້າເຖິງ, ປ້າຍຊີ້ບອກ, ຂໍ້ ມູນ ແຫລ່ງທ່ອງທ່ຽວ, ຫ້ອງນ້ຳສະ ອາດ,ຮ້ານສະດວກຊື້,ຮ້ານອາຫານ ໃຫ້ເປັນທີ່ປະທັບໃຈ ແລະ ໄດ້ມາດ ຕະຖານ. ປັດຈຸບັນ ສາມາດປະເມີນ ແລະຮັບຮອງເປັນແຫລ່ງທ່ອງທ່ຽວ ປະຊາຊົນມີສ່ວນຮ່ວມຕາມມາດຕະ ຖານອາຊຽນ1ແຫ່ງ, ລາງວັນການ ພັດທະນາແຫລ່ງທ່ອງທ່ຽວດີເດັ່ນ ຍືນຍົງ 3 ແຫ່ງ, ລາງວັນຮ້ານອາ ຫານສະອາດປອດໄພ3ແຫ່ງ, ຫ້ອງ ນໍ້າສາທາລະນະສະອາດອາຊຽນ 1 ແຫ່ງ. ທ່ານ ອັດສະຍາໄສ ມະນີວັນ ຫົວໜ້າຫ້ອງການ ຖວທ ເມືອງວັງ ວຽງ ຍັງໃຫ້ຮູ້ອີກວ່າ: ວຽກງານຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນປັດໄຈສໍາຄັນຍູ້ແຮງ ເສດຖະກິດຂອງຊາດ, ແກ້ໄຂວຽກ ເຮັດງານທໍາ ເປັນວຽກບຸລິມະສິດ ໜຶ່ງຊຶ່ງພັກ ແລະ ລັດຖະບານ ເອົາ ໃຈໃສ່ຊີ້ນໍາຕິດຕາມໃກ້ສິດ, ໂຄສະ ນາ ແລະ ສົ່ງເສີມເລື້ອຍມາ ເພື່ອຂຸດ ຄົ້ນລາຍໄດ້ຈາກການທ່ອງທ່ຽວ ໄປ ພ້ອມວຽກສໍາຄັນອື່ນໆ ພັດທະນາ ເສດຖະກິດ-ສັງຄົມໃຫ້ກ້າວຂຶ້ນ ຕາມຈຸດໝາຍທີ່ວາງໄວ້; ວຽກງານ ທ່ອງທ່ຽວສາມາດສ້າງຊື່ສຽງໃຫ້ ກັບປະເທດຊາດ, ເຮັດໃຫ້ພາກພື້ນ, ສາກົນ ຮັບຮູ້ ສປປ ລາວຫລາຍຂຶ້ນ, ປະເທດລາວມີຄວາມງາມຂອງສະ ຖານທີ່ທ່ອງທ່ຽວທໍາມະຊາດ, ປະ ຫວັດສາດ ແລະ ວັດທະນະທໍາ ຫລາຍແຫ່ງທີ່ມີຊື່ສຽງທີ່ບໍ່ໜ້ອຍ ໜ້າຊາດອື່ນ. ການຖ່າຍຊະຊາຍສຳເລັດ ຜ່ານການ ປະເມີນຜົນຕົວຈິງເຫັນວ່າຄົບຖ້ວນ ຕາມມາດຖານ ແລະ ເງື່ອນໄຂ ເພື່ອຮັບ ຮອງເປັນແຂວງຢຸດຕິການຖ່າຍຊະ ຊາຍ. ຄຽງຄູ່ກັນນີ້ກໍຍັງມີຂໍ້ຄົງຄ້າງທີ່ ຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າເປັນ ຕົ້ນ ຄະນະກຳມະການຮັບຜິດຊອບຂັ້ນ ບ້ານ ເຖິງວ່າໄດ້ຮັບການຝຶກອົບຮົມ ແລະ ແຕ່ງຕັ້ງແລ້ວກໍຕາມແຕ່ຍັງມີບາງ ບ້ານບໍ່ທັນໄດ້ເຄື່ອນໄຫວຕາມສິດ, ໜ້າ ທີ່ ແລະ ພາລະບົດບາດຂອງຕົນຢ່າງ ເຕັມເມັດເຕັມໜ່ວຍ ເຮັດໃຫ້ການຊີ້ນໍາ ຊ່ວຍເຫລືອປະຊາຊົນຍັງບໍ່ທັນໄດ້ດີ, ຄວາມເປັນເຈົ້າການຂອງອໍານາດການ ປົກຄອງ ແລະ ປະຊາຊົນບັນດາເຜົ່າຈໍາ ນວນໜຶ່ງໃນການສ້າງຂະບວນການ ອະນາໄມສາມສະອາດ, ການຮັກສາ ສິ່ງແວດລ້ອມ ແລະ ຄວາມຕື່ນຕົວເປັນ ເຈົ້າການໃນ ຮັກສາສຸຂະພາບ ໃນຊຸມ ຊົນຕົນເອງຍັງເຮັດບໍ່ທັນໄດ້ດີ ແລະ ຊິ ວິດການເປັນຢູ່ແບບທໍາມະຊາດບໍ່ທັນ ຖືກຫລັກສຸຂະອະນາໄມ. ສຳລັບທິດ ທາງແຜນການໃນຕໍ່ໜ້າຈະສືບຕໍ່ລົງ ໂຄສະນາວຽກງານສຸຂະສຶກສາໃຫ້ແກ່ ປະຊາຊົນບັນດາເຜົ່າຮັບຮູ້ແລະ ເຂົ້າໃຈ ຢ່າງທົ່ວເຖິງ ໂດຍຖືເອົາການປ້ອງກັນ ພະຍາດ ແລະ ສົ່ງເສີມສຸຂະພາບເປັນ ຕົ້ນຕໍ, ການປິ່ນປົວເປັນສຳຄັນ ແລະ ຍຸດທະສາດຕາມ 8 ແຜນງານ ຂອງ ກະຊວງສາທາລະນະສຸກ ວາງອອກ ຢ່າງເປັນຮູບປະທຳ, ສືບຕໍ່ປັບປຸງຕາ ໜ່າງສາທາລະນະສຸກແຕ່ລະຂັ້ນ ໃຫ້ມີ ຄວາມເຂັ້ມແຂງ ເພື່ອຮັບປະກັນການ ບໍລິການສຸຂະພາບໃຫ້ປະຊາຊົນຕາມ ນະໂຍບາຍ 5 ດີ 1 ພໍໃຈຂອງກະຊວງ ສາທາລະນະສຸກວາງອອກ ເພື່ອຮັກ ສານາມມະຍົດແຂວງຫົວພັນ ເປັນ ແຂວງຢຸດຕິການຖ່າຍຊະຊາຍ ໃຫ້ມີ ຄວາມຍືນຍົງຕະຫລອດໄປ. ໂອກາດນີ້ກໍໄດ້ຜ່ານຂໍ້ຕົກລົງ ຂອງ ລັດຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 4032 ລົງວັນທີ 11 ທັນວາ 2023 ວ່າດ້ວຍການຢັ້ງຢືນ ແລະ ຮັບຮອງເອົາແຂວງຫົວພັນ ເປັນ ແຂວງຢຸດຕິການຖ່າຍຊະຊາຍແຂວງທີ 4 ຂອງ ສປປ ລາວ ເປັນກຽດມອບໃບ ຢັ້ງຢືນໂດຍທ່ານ ດຣ ບຸນແສງ ພູມມະ ໄລສິດ ແລະ ຕາງໜ້າຮັບໂດຍ ທ່ານ ຄຳແພງ ໄຊສົມແພງ. ພ້ອມນີ້ຍັງໄດ້ ມອບໃບຍ້ອງຍໍໃຫ້ກົມກອງ, ບຸກຄົນທີ່ ມີຜົນງານດີເດັ່ນຕາມລຳດັບ. ຂ່າວ: ໄມຄຳ, ພາບ:ສີອຳພອນ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ໃນໄລຍະ 1 ປີ ຜ່ານມາ, ແຂວງໄຊຍະບູລີ ສາມາດ ຮັກສາໄດ້ສະຖຽນລະພາບທາງ ດ້ານການເງິນຮັບປະກັນບໍ່ໃຫ້ເກີດ ວິກິດທີ່ສົ່ງຜົນກະທົບຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ບັນດາ ຄາດໝາຍສູ້ຊົນຂອງຂະແໜງການ ຂັ້ນຕ່າງໆໄດ້ບັນລຸຕາມແຜນທີ່ວາງ ໄວ້, ເສດຖະກິດຂະຫຍາຍຕົວໃນລະ ດັບ 5%, ລວມຍອດຜະລິດຕະພັນ ພາຍໃນປະຕິບັດໄດ້ 14.963 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 2.081 ໂດລາ, ຮອດປັດຈຸບັນຈັດເກັບລາຍຮັບເຂົ້າ ງົບປະມານໄດ້ທັງໜົດ1.674ຕື້ກີບ, ເທົ່າກັບ 108,7%, ຄຸ້ມຄອງລາຍ ຈ່າຍ ໄດ້ທັງໝົດ 591,14 ຕື້ກີບ, ເທົ່າກັບ118,40%ຂອງແຜນການ ເບື້ອງຕົ້ນ, ຂໍ້ມູນດັ່ງກ່າວ ໄດ້ລາຍ ງານໃນກອງປະຊຸມ ອົງການປົກ ຄອງແຂວງໄຊຍະບູລີ ເປີດກວ້າງ ຄັ້ງທີ II ປະຈໍາປີ 2023 ໃນວັນທີ 22 ທັນວາ 2023. ສຳລັບການລົງທຶນທົ່ວສັງຄົມ ມີ ທັງໝົດ 3.554 ຕື້ກີບ ໃນນີ້, ການ ຂປລ. ແຫລ່ງຂ່າວຈາກ ແຂວງຫົວ ພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ປະກາດ ເປັນແຂວງຢຸດຕິການຖ່າຍຊະຊາຍ ຢ່າງເປັນທາງການ ໃນວັນທີ22ທັນວາ 2023 ທີ່ສະໜາມກິລາແຂວງ ເພື່ອແນ ໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າພາຍ ໃນແຂວງຫົວພັນ ໄດ້ມີການຫັນປ່ຽນ ການດໍາລົງຊີວິດແບບທຳມະຊາດ ຄອງ ເດີມ ໄປສູ່ການດຳລົງຊີວິດທີ່ຖືກຫລັກ ອະນາໄມ 3 ສະອາດ ເພື່ອຮັບປະກັນໃຫ້ ສຸຂະພາບຂອງປະຊາຊົນບັນດາ ເຜົ່າມີ ສຸຂະພາບດີຂຶ້ນ, ເພື່ອປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ນັບມື້ກ້າວ ສູ່ຄວາມຈະ ເລີນ. ເຂົ້າຮ່ວມພີທິຄັ້ງນີ້ ໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງໆ ຫົວ ພັນ, ມີບັນດາການນຳຈາກ 17 ແຂວງ ທົ່ວປະເທດ ພ້ອມດ້ວຍມວນຊົນ ເທສະ ບານເມືອງຊຳເໜືອເຂົ້າຮ່ວມ. ທ່ານ ດຣ ວິລະພອນ ພົມວົງສີ ຫົວ ໜ້າພະແນກສາທາລະນະສຸກ ແຂວງ ຫົວພັນ ໄດ້ລາຍງານການຈັດຕັ້ງປະຕິ ບັດການສ້າງແຂວງຫົວພັນເປັນແຂວງ ຢຸດຕິການຖ່າຍຊະຊາຍປະຈຳປີ2023 ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມ, ຂັ້ນ ຕອນ ແລະ ຜົນສຳເລັດຂອງການຈັດ ຕັ້ງປະຕິບັດ ວຽກງານສົ່ງເສີມການຊົມ ໃຊ້ວິດຖ່າຍໂດຍເລີ່ມຈາກບ້ານ ແລະ ເມືອງ.ທົ່ວແຂວງມີ54.369ຄົວເຮືອນ ໃນນີ້, ຄົວເຮືອນທີ່ມີວິດຖ່າຍເປັນຂອງ ຕົນເອງ 52.669 ຄົວເຮືອນ ເທົ່າກັບ 96.8%, ຄົວເຮືອນທີ່ຍັງໃຊ້ວິດຖ່າຍ ຮ່ວມນໍາພີ່ນ້ອງມີທັງໝົດ 636 ຄົວ ເຮືອນ ເທົ່າກັບ 1,16%, ໂຮງຮຽນປະ ຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມ ປາຍ ຈຳນວນ 644 ແຫ່ງມີວິດຖ່າຍ ຊົມໃຊ້ 100% ພ້ອມນີ້ 10 ເມືອງທົ່ວ ແຂວງກໍໄດ້ຮັບຮອງເປັນເມືອງຢຸດຕິ ລົງທຶນຂອງລັດ 102,78 ຕື້ກີບ, ທຶນຊ່ວຍເຫລືອທາງການເພື່ອການ ພັດທະນາ 45 ໂຄງການ, ການລົງ ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ2.107,52ຕື້ກີບ,ການ ຜະລິດກະສິກຳ ເຫັນວ່າເປັນຂະ ບວນການດີສາມາດຄໍ້າປະກັນສະ ບຽງອາຫານໄດ້ຢ່າງພຽງພໍ, ການ ຜະລິດສິນຄ້າກະສິກຳສົ່ງອອກມີປະ ລິມານເພີ່ມຂຶ້ນ, 1 ປີຜ່ານມາຜະລິດ ເຂົ້າໃນເນື້ອທີ່ທັງໝົດ48.924 ເຮັກ ຕາ, ຜົນຜະລິດໄດ້ທັງໝົດ203.000 ກວ່າໂຕນ, ຜະລິດພືດ ເປັນສິນຄ້າ ໃນ ເນື້ອທີ່ 148.571,59 ເຮັກຕາ, ຜົນຜະລິດ ໄດ້ 2,6 ລ້ານກວ່າໂຕນ, ພືດທີ່ພົ້ນເດັ່ນແມ່ນມັນຕົ້ນ ມີເນື້ອ ທີ່ 81.653,34 ເຮັກຕາ ປັດຈຸບັນ ເກັບກູ້ສໍາເລັດແລ້ວ 52%; ຜະ ລິດພືດສະບຽງອາຫານໃນ ເນື້ອທີ່ 21.011,54 ເຮັກຕາ, ຜົນຜະລິດ ໄດ້187.000ກວ່າໂຕນ;ການລ້ຽງ ສັດຂອງປະຊາຊົນໄດ້ຫັນມາລ້ຽງ ຈາກການປ່ອຍຕາມທໍາມະຊາດມາ ລ້ຽງໃສ່ຄັງຫຍ້າ, ເປັນຟາມ, ເຊິ່ງມີ ເນື້ອທີ່ປູກຫຍ້າທັງ ໝົດ 30.137,5 ເຮັກຕາ, ຝູງສັດລ້ຽງຂະຫຍາຍຕົວ 6,59%, ສ່ວນວຽກງານອື່ນໆກໍໄດ້ ຮັບການພັດທະນາ ແລະ ຂະຫຍາຍ ຕົວເຊັ່ນດຽວກັນ. ໃນກອງປະຊຸມ, ບັນດາຜູ້ເຂົ້າ ຮ່ວມ ຍັງໄດ້ພ້ອມກັນຄົ້ນຄວ້າປຶກ ສາຫາລືເນື້ອໃນສຳຄັນຄື: ສະຫລຸບ ຕີລາຄາກ່ຽວກັບການຈັດຕັ້ງປະຕິ ບັດວຽກງານທີ່ພົ້ນເດັ່ນຂອງອົງ ການປົກຄອງແຂວງໄຊຍະບູລີ ປະ ຈຳປີ 2023 ແລະ ທິດທາງແຜນ ວຽກຈຸດສຸມ ປີ 2024 ແລະ ການ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ-ການເງິນ, ບັນຫາເງິນ ເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນ ຕິດພັນກັບການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ ຕື່ມ ອີກ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
RkJQdWJsaXNoZXIy MTc3MTYxMQ==