xtgmf]k; 6 26/12/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d l;ovk]y lk gxu f9e|j kp\kdw,h xvflkory f ໂດຍ: ມາລີດາ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກ ຍາກ ແລະ ສົ່ງເສີມພາກອຸດສາຫະກໍາ ທ່ອງທ່ຽວໃຫ້ມີບັນຍາກາດຟົດຟື້ນ ຢ່າງບໍ່ຢຸດຢັ້ງນັ້ນ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງໄດ້ໃຫ້ສໍາ ພາດຕໍ່ຄະນະນັກຂ່າວສໍານັກຂ່າວສານ ປະເທດລາວໃນວັນທີ 6 ທັນວາ 2023 ນີ້ວ່າ: ເພື່ອສ້າງຜົນງານຂໍ່ານັບຮັບ ຕ້ອນສອງເຫດການ ແລະ ວັນສໍາຄັນ ຂອງພັກ-ຊາດນັ້ນ ບັນດາຄະນະນໍາ ແຂວງເຊກອງ, ອໍານາດປົກຄອງ ແລະ ປະຊາຊົນລາວບັນດາເຜົ່າພາຍໃນ ແຂວງໄດ້ມີຄວາມພ້ອມເປັນເອກະ ພາບສູງ ໂດຍໄດ້ເນັ້ນໃຫ້ເອົາໃຈໃສ່ປັບ ປຸງແບບແຜນນໍາພາ-ວິທີເຮັດວຽກ, ກໍ່ສ້າງ, ປັບປຸງພັກໃຫ້ມີຄຸນນະພາບ ແລະ ກໍ່ສ້າງພະນັກງານໃຫ້ມີຄວາມຮູ້ ຄວາມສາມາດ, ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິ ວັດ, ມີນໍ້າໃຈເສຍສະຫລະເອື້ອເຟື້ອເພື່ອ ແຜ່ ແລະ ເຮັດສໍາເລັດໜ້າທີ່ໄດ້ມອບ ໝາຍດ້ວຍຄຸນນະພາບສູງ. ທ່ານເຈົ້າແຂວງເຊກອງ ຍັງໄດ້ ກ່າວບາງເນື້ອໃນສໍາຄັນທີ່ເປັນບັນຫາ ຮີບດ່ວນວ່າ: ງານທ່ອງທ່ຽວປີ 2024 ຈະມາເຖິງນີ້ເຫັນວ່າຄະນະພັກ, ຄະນະ ນໍາແຂວງເຊກອງໄດ້ຕົກລົງຖືເອົາບຸນ ປະເພນີເສົາຫລັກເມືອງເປັນງານເປີດ ປີທ່ອງທ່ຽວແຂວງເຊກອງຢ່າງເປັນ ທາງການໂດຍຈະຈັດຂຶ້ນໃນລະຫວ່າງ ວັນທີ 21-25 ມັງກອນ 2024 ແຕ່ບັນ ດາກິດຈະກໍາປິ່ນອອ້ມແລະການໂຄສະ ນາໃຫ້ວຽກງານດັ່ງກ່າວນັ້ນ ໄດ້ເລີ່ມ ມີການເຄື່ອນໄຫວແລ້ວ. ພ້ອມດຽວກັນ ນີ້, ກ່ອນຈະຮອດມື້ເປີດປີທ່ອງທ່ຽວ ຂອງແຂວງພວກເຮົາໄດ້ເປີດງານທ່ອງ ທ່ຽວເມືອງທ່າແຕງນີ້ກ່ອນແລ້ວ (18- 23 ທັນວາ 2023 ນີ້), ສະເພາະເປີດ ງານທ່ອງທ່ຽວຂອງເມືອງທ່າແຕງ ໄດ້ ມີການວາງສະແດງສິນຄ້າທີ່ເປັນຜະ ລິດຕະພັນພາຍໃນທ່ອງຖິ່ນ, ງານປະ ກວດຜະລິດຕະພັນທ້ອງຖິ່ນ, ການສະ ແດງຂະບວນຕີຄ້ອງຂອງປະຊາຊົນ ບ້ານກະດອນ(ຊົນເຜົ່າກະຕູ້), ກິດຈະກໍາ ວັດທະນະທໍາຕ່າງໆໂດຍເນັ້ນການທ່ອງ ທ່ຽວໃນເມືອງທ່າແຕງນີ້ໃຫ້ເປັນການ ທ່ອງທ່ຽວທໍາມະຊາດ, ທ່ອງທ່ຽວວັດ ທະນະທໍາບັນດາເຜົ່າ, ທ່ອງທ່ຽວກະສິ ກໍາ, ຈຸດພົ້ນເດັ່ນແມ່ນຢູ່ທ່າແຕງຟາມລີ ສອດ ເຊິ່ງໄດ້ເປີດສະໜາມກອ໊ຟແຫ່ງ ໃໝ່9ຂຸມ, ແວ່ທ່ຽວຊົມສວນສີໜຸກ, ປັດ ຈຸບັນນີ້ພວມຈະເປີດແຫລ່ງທ່ອງທ່ຽວ ຕາດໄຟໄໝ້ ເຊິ່ງກຸ່ມບໍລິສັດນໍ້າກັດຢໍລະ ປາເຂົ້າມາພັດທະນາ ໂດຍເນັ້ນການ ທ່ອງທ່ຽວອະນຸລັກປ່າ, ວັດທະນະທໍາ, ຍ່າງເລາະປ່າ,ກະສິກໍາແລະອື່ນໆຫລັງ ຈາກນັ້ນ ຕົ້ນເດືອນມັງກອນຈະກ້າວ ເຂົ້າສູ່ການທ່ອງທ່ຽວຂອງແຂວງ. ຄວາມຈິງພວກເຮົາກໍມີ 4 ເມືອງ ເນື່ອງຈາກບັນດາກິດຈະກໍາຂອງແຕ່ ລະເມືອງຈະແຕກຕ່າງກັນແນ່ນອນ. ຕໍ່ມາຕົ້ນເດືອນມັງກອນ ຈະເປີດປີທ່ອງ ທ່ຽວແຂວງ, ສະເພາະການເປີດບຸນ ປະເພນີເສົາຫລັກເມືອງເປັນງານເປີດ ປີທ່ອງທ່ຽວແຂວງເຊກອງ ໃນລະ ຫວ່າງວັນທີ 21-25 ມັງກອນ 2024 ໃນນັ້ນມີຫລາຍກິດຈະກໍາສໍາຄັນເຊັ່ນ: ງານສະແດງສິນຄ້າ, ຫັດຖະກໍາຕໍ່າ ໂດຍ: ເກີດຂວັນໃຈ ມາລີຈັນສີ g-dv' xtdkflts]v'[5 oglq ks]a dg,n v' c]t gxu fxu mj v'mj P; 21-25 ,a 'dvo 2024 *ສວນອາລິສາແມ່ນໜຶ່ງໃນສວນ ກະສິກໍາຕົວແບບທີ່ຜະລິດ ແລະ ຈໍາ ໜ່າຍໝາກໄມ້ປອດສານພິດປະເພດ ໝາກເມລອນ, ໝາກເລັ່ນຂອງປະ ຊາຊົນ ບ້ານໂຄກໃຫຍ່ ເມືອງໄຊທາ ນີນະຄອນຫລວງວຽງຈັນ ຜູ້ທີ່ມີຮັກ ໃນອາຊີບກະສິກໍາ ເຖິງຈະເຮັດອາ ຊີບ ເປັນພະນັກງານແຕ່ບໍ່ໄດ້ປະອາ ຊີບກະສິກໍາ ໂດຍການໝູນໃຊ້ ພື້ນທີ່ ສວນໃກ້ບ້ານ ໃຫ້ເກີດປະໂຫຍດກໍ ຄືການສ້າງລາຍຮັບເຂົ້າຄອບຄົວ ໄດ້ 100 ລ້ານກີບຕໍ່ປີ. ທ່ານ ມອນ ແສງສະຫວ່າງ ໄດ້ ໃຫ້ສຳພາດວ່າ: ປັດຈຸບັນອາຍຸ 39 ປີ ຢູ່ບ້ານໂຄກໃຫຍ່ ເມືອງໄຊທານີ ນະຄອນຫລວງວຽງຈັນ. ເປັນພະ ນັກງານລັດ ຢູ່ສະຖາບັນພັດທະນາ ການບໍລິຫານການສຶກສາ ຂອງ ກະຊວງສຶກສາທິການ ແລະ ກິລາ. ຕົນເອງມີຄວາມຮັກ-ມັກໃນດ້ານ ກະສິກຳປູກຝັງຢູ່ແລ້ວ ຊຶ່ງມີພື້ນ ຖານ, ມີສາຍເລືອດມາແຕ່ພໍ່ເຖົ້າ, ແມ່ເຖົ້າ ກໍເລີຍເຮັດໃຫ້ຕົນເອງຕັດ ສິນໃຈລົງມືປູກໝາກອາງຸ່ນ ໃນປີີ 2015-2016 ລອງຜິດລອງຖືກ, ແຕ່ສຸດທ້າຍບໍ່ເຫັນຜົນຕອບຮັບ ແຕ່ບໍ່ໄດ້ຍອມແພ້. ໄດ້ສຶກສາການ ໝາກເມລອນ ເພາະເຄີຍກິນໝາກ ໄມ້ຊະນິດນີ້ທີ່ນໍາເຂົ້າມາຈາກປະ ເທດເພື່ອນບ້ານ ລົດດຊາດຫວານ, ກອບນອກນຸ້ມໃນ ແລະ ມີຊັບພະຄຸນ ຕໍ່ສຸຂະພາບຮ່າງກາຍຫລາຍຢ່າງ ຈຶ່ງຫັນມາປູກໝາກເມລອນ ແລະ ເຫັນຄວາມໄປໄດ້ຈຶ່ງຕັດສິນໃຈໄປ ຝຶກອົບຮົມ ຢູ່ປະເທດໄທ ເປັນເວລາ 2 ປີທ່ຽວໄປສະເພາະວັນພັກລັດຖະ ການ (ວັນເສົາ, ວັນອາທິດ) ດ້ວຍ ທຶນຮອນທີ່ຕົນເອງເກັບທ້ອນມາໃນ ປີ2017ເລີ່ມລົງມືປູກ1ໂຮງເຮືອນ ແບບຈິງຈັງ, ລົງທຶນໃນເບື້ອງຕົ້ນ ແມ່ນ 30 ລ້ານກວ່າກີບ ແລະ ໄດ້ຂະ ຫຍາຍເນື້ອທີ່ອອກຕື່ມໃນປັດຈຸບັນມີ ເນື້ອທີ່ທັງໝົດ 1 ໄລ່, 6 ໂຮງເຮືອນ, ປູກໝາກເມລອນ ມີ 2 ສາຍ ພັນຄື: (ສາຍພັນສຸບາລີ ແລະ ສາຍພັນບາ ລະມີ), ປູກໝາກເລັ່ນ (ສາຍພັນ ໂຮນລັງ), ປູກໝາກໂມບໍ່ມີແກ່ນໃຈ ແດງ (ສາຍພັນແຮັບປີພີມມີລີ), ໝາກເມລອນ ປີໜຶ່ງສາມາດປູກໄດ້ 3 ງວດ, 400 ກິໂລຕໍ່ງວດຕໍ່ໂຮງ ເຮືອນ, ຈຸດພິເສດຂອງໝາກເມລອນ ສວນລິສາ ເຮົາເນັ້ນການປູກແບບ ທຳມະຊາດປອດສານເຄມີ, ລົດ ຊາດຫວານ, ກອບນອກນຸ້ມໃນ. ສໍາ ລັບວິທີປູກ ແລະ ບົວລະບັດຮັກສາ ຕ້ອງປູກໃນໂຮງເຮືອນເທົ່ານັ້ນ, ການເບິ່ງແຍງເປັນຕົ້ນແມ່ນໃສ່ຝຸ່ນ 2 ຊະນິດຄື: ຝຸ່ນຄອກທີ່ຜະລິດເອງ, ຝຸ່ນ AB ສາມມື້ໃສ່ເທື່ອໜຶ່ງ. ໝາກ ເມລອນມ່ນຂາຍໃນລາຄາ40.000 ກີບ/ກິໂລ, ໝາກເລັ່ນ 60.000 ກີບ/ກິໂລ, ລາຍຮັບສະເລ່ຍ 100 ກວ່າລ້ານກີບຕໍ່ປີ ຊຶ່ງການຈຳໜ່າຍ ແມ່ນມີຕົວແທນມາຮັບຊື້ກັບທີ່ເລີຍ, ຂາຍແບບອັອບລາຍແລະແບບອອນ ລາຍ ຊຶ່ງມີຊື່ ເພສວ່າ: ສວນລິສາ. ນອກຈາກເຮັດສວນປູກໝາກເມ ລອນ ແລ້ວທຸກໆປີຍັງໃຊ້ເວລາວ່າງ ສ້າງກິດຈະກຳຄອບຄົວຊ່ວຍເຫລືອ ສັງຄົມຄື: ເຄື່ອງອຸປະກອນການ ຮຽນປຶ້ມຂຽນ, ບິກ, ສໍ ແລະ ເຄື່ອງ ນຸ່ງຫົ່ມຈຳນວນຕາມທ່າແຮງທີ່ມີ ໃຫ້ໂຮງຮຽນຢູ່ເມືອງກາສີ, ແຂວງ ວຽງຈັນ. ທ່ານ ມອນ ແສງສະຫວ່າງ ໃຫ້ຮູ້ຕືມອີກວ່າ: ການໃຊ້ເວລາວ່າງ ຈາກມື້ພັກ ລັດຖະການ ກໍຄື ວັນເສົາ, ວັນອາທິດ ເຊື່ອວ່າທຸກຄົນເຮັດໄດ້ ຖ້າມີໃຈຮັກໃນອາຊີບເສີມນັ້ນໆ. ສໍາລັບແຜນໃນຕໍ່ໜ້າ ຈະສືບ ຕໍ່ອະນຸລັກສວນລິສາຕໍ່ໄປເລື້ອຍໆ ແລະ ຖ້າມີໂອກາດກໍຈະຂະຫຍາຍ ໂຮງເຮືອນອອກເພີ່ມເຕີມ. ແຜ່ນ, ປະກວດອາຫານພື້ນເມືອງ, ການ ປະກວດອາພອນເພດບັນດາເຜົ່າ, ສະ ແດງກ້ອນກໍາລັງ 3 ກ້ອນກໍາລັງໃຫຍ່ ເຊິ່ງຈະມີຜູ້ເຂົ້າຮ່ວມ 300 ຄົນ ໃນນັ້ນ ມີຂະບວນແຄນຂະບວນຄ້ອງການນຸ່ງ ຖືຊຸດຊົນເຜົ່າແລະອື່ນໆ. ແຕ່ອັນຫລັກໆ ການທ່ອງທ່ຽວພາຍໃນແຂວງເຊກອງ ຄື: ທ່ອງທ່ຽວທໍາມະຊາດ (ຕາດແຝດ, ຕາດຫົວຄົນ, ຕາດໄຟໄໝ້…), ທົ່ງນືງ, ຜະລິດຕະພັນກະສິກໍາ, ສວນໂສມ, ເຮືອນຊົນເຜົ່າ-ບ້ານຊົນເຜົ່າ-ການນຸ່ງ ຖືແບບຊົນເຜົ່າ ປັດຈຸບັນນີ້ ຄະນະນໍາ ພັກກໍຄືອໍານາດປົກຄອງເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນໄດ້ພ້ອມກັນປະ ດັບປະດາຕົວເມືອງ, ທໍາຄວາມສະ ອາດ, ກະກຽມອາຫານການກິນ, ຢູ່ອາ ໄສເຮືອນພັກ-ໂຮງແຮມ, ສິ່ງອໍານວຍ ຄວາມສະດວກໂດຍສະເພາະເລັງປັບ ປຸງພື້ນຖານຖໂຄງລ່າງໃຫ້ມີຄວາມສະ ດວກສະບາຍຂຶ້ນກວ່າເກົ່າໃນບາງຈຸດ ໂດຍສະເພາະໄດ້ພວກເຮົາໄດ້ມີຄວາມ ເອົາໃຈໃສ່ຢ່າງຮີບຮ້ອນປັບປຸງອັນ ເປັນເອກະລັກ ແລະ ທ່າແຮງເມືອງ ດາກຈຶງໃຫ້ພົ້ນເດັ່ນໃນທ້ອງຖິ່ນ, ທ່ອງ ທ່ຽວດ້ານປະຫວັດສາດ ເຊິ່ງພວມ ປັບ ປຸງ ແລະ ກໍ່ສ້າງຈຸດເລີ່ມຕົ້ນເຂດປະຕິ ວັດລາວໃຕ້ໃນເມືອງດາກຈຶກອັນສືບ ເນື່ອງຈາກວ່າປີໜ້າເປັນວັນເກີດປະ ທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ສະນັ້ນການດໍາລົງຊີວິດ ແລະ ການ ເຄື່ອນໄຫວປະຕິວັດທີ່ມີຜົນໂດດເດັ່ນ ຂອງທ່ານ ຄໍາໄຕ ສີພັນດອນ ອະດີດປະ ທານປະເທດແຫ່ງ ສປປ ລາວ ຈະຕອ້ງ ໄດ້ຍົກໃຫ້ເຫັນຜົນງານແລະຄຸນງາມ ຄວາມດີຂອງເພີ່ນຕໍ່ປະເທດຊາດດ້ວຍ ເຫດນັ້ນ ເມື່ອບໍ່ດົນມານີ້ຄະນະນໍາ ແຂວງກໍໄດ້ລົງສຳຫລວດຖານທີ່ໝັ້ນ ການປະຕິວັດລາວໃຕ້ ເຊິ່ງພະນັກງານ ປະຕິວັດຮຸ່ນກ່ອນໄດ້ອາໄສເປັນບ່ອນ ເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ແລະ ນຳພາຂະບວນການຕໍ່ສູ້ກູ້ຊາດ ຢູ່ ພາກໃຕ້ຂອງລາວ ໃນເມື່ອກ່ອນ ເພື່ອ ຕ້ານສັດຕູຮຸກຮານໃນຊຸມປີ 1946- 1947 ໂດຍມີປະທານ ຄຳໄຕ ສີພັນ ດອນ ອະດີດປະທານພັກ, ອາດີດປະ ທານປະເທດແຫ່ງ ສປປ ລາວເປັນຜູ້ ບັນຊາ ນີ້ເຫັນວ່າງານເປີດປີທ່ອງທ່ຽວ ຂອງແຂວງຈິ່ງ ໄດ້ຈັດຂຶ້ນໃຫ້ຕິດພັນ ກັນ ແລະ ສອດຄ່ອງກັບວັນສໍາຄັນຂອງ ຊາດ, ຂອງບັນພະບູລຸດໂດຍສະເພາະ ການສະເຫລີມສະຫລອງວັນເກີດ ຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໃນວັນທີ 8 ກຸມພາ 2024 ທີ່ ຈະມາເຖິງນີ້. ດັ່ງທີ່ຮູ້ນໍາວ່າ: ທ່ານ ຄໍາໄຕ ສີພັນ ດອນ ອະດີດປະທານພັກ, ປະທານປະ ເທດເພີ່ນໄດ້ມາເຄື່ອນໄຫວໃນໄລຍະທໍາ ອິດຂອງການປະຕິວັດແມ່ນຢູ່ແຂວງ ເຊກອງໃນບ້ານດາກປໍາ ເມືອງດາກ ຈຶງ, ຈາກຈຸດເລີ່ມຕົ້ນນັ້ນເຫັນພວກເຮົາ ພ້ອມຄະນະນໍາຂັ້ນເທີງ, ແຂວງ ແລະ ອໍານາດການປົກຄອງທີ່ກ່ຽວຂ້ອງ ໄດ້ ເຫັນດີເປັນເອກະພາບສູງຕົກລົງສ້າງ ເຮືອນຈໍາລອງຂອງເພີ່ນ ແລະ ມາຮອດ ປັດຈຸບັນີ້ໄດ້ເລີ່ມກໍ່ສ້າງຈະມີເຮືອນຈໍາ ລອງປະກອບມີເຮືອນທະຫາລາວ-ທະ ຫານຫວຽດນາມ, ອະນຸລັກຕົ້ນໄມ້ປະ ເພດໝາກກ້ຽງຍັງຫລົງເຫລືອຢູ່, ມີນໍ້າ ສ້າງເປັນບ່ອນນໍ້າໄຫລອອກມາຕະ ຫລອດປີ ແລະ ອື່ນໆຄາດວ່າຈະໃຫ້ສໍາ ເລັດກ່ອນການສະເຫລີມສະຫລອງວັນ ເກີດຂອງເພີ່ນ ແລະ ການເປີດປີທ່ອງ ທ່ຽວແຂວງຂອງພວກເຮົາ. ຕາມຂໍ້ມູນຂອງພະແນກຖະແຫລງ ຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງເຊກອງ ໄດ້ລາຍງານຫວ່າງບໍ່ ດົນມານີ້ວ່າ: ມາຮອດເດືອນພະຈິກ ຂອງ ປີ2023ນີ້ແຂວງເຊກອງສາມາດ ດຶງດູດນັກທ່ອງທ່ຽວເຂົ້າມາພາຍໃນ ແຂວງເຖິງ 48.000 ຄົນໃນ ນັ້ນແຂກ ພາຍໃນ 29.000 ຄົນ, ແຂກຕ່າງປະ ເທດ 18.000 ຄົນ, ສ້າງຮັບໄດ້ຢ່າງ ໜ້ອຍ 2 ລ້ານກວ່າໂດລາ, ຄາດວ່າປີ 2024 ຈະສູ້ດຶງດູດນັກທ່ອງທ່ຽວໃຫ້ ໄດ້ເຖິງ 50.000 ກວ່າຄົນ. ເພື່ອຂໍ່ານັບ ຮັບຕ້ອນປີທ່ອງທ່ຽວໃຫ້ມີບັນຍາກາດ ຄຶກຄື້ນນັ້ນທາງແຂວງເອງມີຄວາມ ພ້ອມຮອບດ້ານແລ້ວໂດຍສະເພາະ ການຫ້າງຫາກະກຽມດ້ານຕ່າງໆເຊັ່ນ: ແຂວງພວມສຸມໃສ່ສ້າງພັດທະນາ ເປັນ ແຫລ່ງທ່ອງທ່ຽວທາງດ້ານປະຫວັດ ສາດ, ວັດທະນະທໍາແມ່ນເຮືອນຊົງ ດອກເຫັດ ຂອງບ້ານດາກໂດມ, ດາກ ຕະອອກນ້ອຍ ແລະ ສະຖານທີ່ທ່ອງ ທ່ຽວດ້ານອື່ນໆ, ຈາກນັ້ນພູມສັນຖານ ທີ່ໂດດເດັ່ນຂອງເມືອງ ທີ່ມີພູສູງຈິ່ງມີ ໂຄງການຜະລິດກະແສໄຟຟ້າຈາກພະ ລັງງານລົມຂະໜາດໃຫຍ່ ທີ່ພວມຕິດ ຕັ້ງຢູ່ໃນປັດຈຸບັນ ໃນທົ່ວເມືອງຈຳນວນ 110 ຕົ້ນ ແລະ ມີ 23 ຕົ້ນ ຢູ່ເຂດເມືອງ ຊານໄຊ ແຂວງອັດຕະປື (ນີ້ເປັນທ່າ ແຮງທີ່ພິເສດ ແລະ ໂດດເດັ່ນ ຂອງ ແຂວງເຊກອງ ກໍ່ຄືຂອງ ສປປ ລາວ ) ຈະກາຍເປັນແຫລ່ງທ່ອງທ່ຽວສໍາຄັນ; ພິເສດທີ່ສຸດ ແມ່ນເມືອງດາກຈຶງມີຊາຍ ແດນຕິດຈອດກັບເມືອງນາມຢາງແຂວງ ກວາງນາມ ສສ ຫວຽດນາມ ແລະ ໄດ້ ຮັບການຍົກລະດັບເປັນດ່ານສາກົນ ເຊິ່ງເປັນທ່າແຮງໃຫ້ແກ່ການຄົມມະ ນາຄົມ-ຂົນສົ່ງສິນຄ້າຈາກປະເທດໄທ ຜ່ານລາວ ອອກສູ່ທ່າກຳປັ່ນໃຫຍ່ຢູ່ນະ ຄອນດານັ່ງ ສສ ຫວຽດນາມ ແລະ ກໍ່ເປັນທ່າແຮງດ້ານການທ່ອງທ່ຽວ ຂອງແຂວງ ທີ່ນັກທ່ອງທ່ຽວສາກົນ ສາມາດເຂົ້າ-ອອກໄດ້; ປັດຈຸບັນແຂວງ ເຊກອງ ມີແຫລ່ງທ່ອງທ່ຽວ ທັງໝົດ 42 ແຫ່ງແຫລ່ງທ່ອງທ່ຽວທໍາມະຊາດ ມີ 22 ແຫລ່ງ, ແຫລ່ງທ່ອງທ່ຽວວັດທະ ນະທໍາມີ7ແຫ່ງ, ແຫລ່ງທ່ອງທ່ຽວປະ ຫວັດສາດມີ9ແຫ່ງ, ແຫລ່ງທ່ອງທ່ຽວ ກະສິກໍາ ມີ 4 ແຫ່ງ.ໃນນີ້ໄດ້ສໍາຫລວດ ຂື້ນບັນຊີແຫລ່ງທ່ອງທ່ຽວຂອງແຂວງ ແລ້ວ ພ້ອມດຽວກັນນັ້ນໄດ້ສະເໜີຂະ ແໜງການທີ່ກຽວຂ້ອງອອກໃບຢັ້ງຢືນ ທີ່ດິນເຂດສະຫງວນແຫລ່ງທ່ອງທ່ຽວ ໄດ້ຈໍານວນ 3 ແຫ່ງ, ແຂວງເຊກອງ ມີ ດ່ານສາກົນ 1 ແຫ່ງ, ດ່ານທ້ອງຖິ່ນ 2 ແຫ່ງ ແລະ ດ່ານປະເພນີ 1 ແຫ່ງ, ທົ່ວ ແຂວງເຊກອງ ມີໂຮງແຮມ 8 ແຫ່ງ, ເຮືອນພັກ 33 ແຫ່ງ, ຮ້ານອາຫານ 19 ແຫ່ງ, ຮ້ານບັນເທີງ 2 ແຫ່ງ; ບັນດາ ກິດຈະກໍາ ທີ່ໂດດເດັ່ນທີ່ນອນໃນກິດຈະ ກໍາການເປີດປີທ່ອງທ່ຽວຂອງແຂວງ ເພື່ອເປັນການດຶງດູດນັກທ່ອງທ່ຽວ ເຂົ້າມາໃນໄລຍະປີທ່ອງທ່ຽວລາວ 2024 ນີ້ລວມມີ: ກິດຈະກໍາງານບຸນ ຊ່ວງເຮືອປະຈໍາປີ, ງານບຸນປະເພນີ 10 ເຜົ່າ ເສົາຫລັກເມືອງ ແລະ ອື່ນໆ. ດັ່ງທີ່ຮູ້ນໍາກັນ, ແຂວງເຊກອງ ເປັນ ແຂວງນ້ອຍ, ນອນໃນບັນດາແຂວງ ພາກໃຕ້ຂອງສປປລາວ, ມີປະຊາກອນ ເກືອບ 2 ແສນຄົນ ແລະ ມີຊາຍແດນ ຕິດກັບແຂວງສາລະວັນ ທາງທິດເໜືອ, ຕິດກັບແຂວງຈຳປາສັກ ທາງທິດຕາ ເວັນຕົກ, ຕິດກັບແຂວງອັດຕະປື ທາງ ທິດໃຕ້ ແລະ ຕິດກັບຫວຽດນາມ ທາງ ທິດຕາເວັນອອກ ເຊິ່ງເປັນແຂວງທີ່ມີ ມູນເຊື້ອດີງາມດ້ານປະຫວັດແຫ່ງການ ປະຕິວັດຊາດ, ຮີດຄອງປະເພນີດີງາມ ທີ່ເປັນເອກະລັກ, ມີຊັບພະຍາກອນທໍາ ມະຊາດອຸດສົມບູນ, ມີການດໍາລົງຊີວິດ ຂອງປະຊາຊົນບັນດາເຜົ່າທີ່ຫລາກ ຫລາຍ ແລະ ອື່ນໆ. ແຂວງເຊກອງ ມີເນື້ອທີ່ທັງໝົດ 7.600 ກວ່າກິໂລຕາແມັດ ຊຶ່ງເປັນ ແຂວງທີ່ມີພື້ນທີ່ໃຫຍ່ ເປັນອັນດັບທີ 15 ຂອງປະເທດ, ໃນນັ້ນເນື້ອທີ່ເຂດພູ ດອຍ ກວມເອົາ 65%, ເໝາະແກ່ການ ປູກຕົ້ນໄມ້ອຸດສາຫະກຳ ແລະ ລ້ຽງສັດ; ເຂດພູພຽງ 30%(ເປັນສ່ວນໜຶ່ງຂອງ ພູພຽງບໍລິເວນ) ເໝາະແກ່ການປູກກາ ເຟ, ພືດຜັກ, ຕົ້ນໄມ້ໃຫ້ໝາກ ແລະ ອື່ນໆ ແລະ ມີເນື້ອທີ່ເຂດທົ່ງພຽງ ກວມ 5% ເໝາະແກ່ການປູກເຂົ້າ ຊຶ່ງປະກອບ ດ້ວຍ4 ເມືອງຄື: ເມືອງລະມາມ, ເມືອງ ທ່າແຕງ, ເມືອງກາລືມ ແລະ ເມືອງ ດາກຈຶງ. ນອກຈາກນັ້ນແຂວງດັ່ງກ່າວຍັງ ມີຫລາຍຊົນເຜົ່າ ຄື: ຕຣຽງ, ຮາຣັກ, ຊົນກະຕູ, ກຣຽງ (ແງະ), ຢຣຸ (ລະ ເວນ), ຊ່ວຍ, ຕະໂອ້ຍ, ລະວີ, ແຢະ, ຊົນລາວ ແລະ ອື່ນໆ. ເຖິງແນວໃດກໍດີໃນໂອກາດທີ່ສປປ ລາວ ຫ້າງຫາກະກຽມຂໍ່ານັບຮັບຕ້ອນ ການເປີດປີທ່ອງທ່ຽວລາວ ແລະ ເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ໃຫ້ມີຄວາມໝາຍສໍາຄັນ ເພື່ອ *** ຕໍ່ຈາກໜ້າ 1 ***
RkJQdWJsaXNoZXIy MTc3MTYxMQ==