5776

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 26/12/2023 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ.ເມື່ອມໍ່ໆມານີ້, ທີ່ ຫ້ອງວ່າ ການແຂວງຜົ້ງສາລີ,ທ່ານອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ຫົວໜ້າກອງເລຂາຄະ ນະສະເພາະກິດ19/ກມ ສພ ແລະ ທ່ານ ຄຳຜອຍ ວັນນະສານ ເຈົ້າ ແຂວງໆຜົ້ງສາລີ ໄດ້ໃຫ້ກຽດພົບປະ ໂອ້ລົມຕໍ່ພະນັກງານ-ລັດຖະກອນທີ່ ເຮັດວຽກເສນາທິການຮັບໃຊ້ການ ນຳແຂວງ, ບັນດາພະແນກການ, ບັນດາເມືອງ ແລະ ບັນດາຫ້ອງການ ພາຍໃນເມືອງບຸນເໜືອ. ໃນໂອກາດນີ້, ທ່ານ ອູ່ຄຳ ຕຸລາ ພັນ ຫົວໜ້າຫ້ອງວ່າການແຂວງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະ ພາບພົ້ນເດັ່ນ ໃນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມ ຂອງແຂວງ ປະຈຳປີ 2023 ເຫັນວ່າ: ເສດຖະກິດຂອງແຂວງສືບ ຕໍ່ຂະຫຍາຍຕົວ ໃນລະດັບ 8,11%, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 18 ລ້ານກວ່າກີບ, ການເກັບລາຍຮັບ ເຂົ້າງົບປະມານປະຕິບັດໄດ້ 87,34 ຕື້ກີບ ເທົ່າກັບ 110% ຂອງແຜນ ການ, ແຜນລາຍຈ່າຍປະຕິບັດໄດ້ 358,03 ຕື້ກີບ ເທົ່າກັບ 102,1% ຂອງແຜນການ, ອັດຕາການຊົົມ ໃຊ້ໄຟຟ້າກວມ 70,23% ຂອງ ຈໍານວນຄົວເຮືອນໃນທົ່ວແຂວງ, ລະບົບສັນຍານໂທລະສັບ ແລະ ສັນ ຍານອິນເຕີເນັດ ກວມ 61,34% ຂອງຈໍານວນບ້ານໃນທົ່ວແຂວງ; ໄດ້ ສືບຕໍ່ສຸມໃສ່ຊຸກຍູ້ການຜະລິດກະ ສິກໍາເປັນສິນຄ້າ ເຊິ່ງໃນ11 ເດືອນ ຜ່ານມາປະຕິບັດໄດ້ 318.583 ໂຕນ, ມູນຄ່າລວມ 535 ກວ່າຕື້ ກີບ ເຊິ່ງສ່ວນໃຫຍ່ແມ່ນປະເພດ ສິນຄ້າທີ່ມີຕະຫລາດຮອງຮັບແລ້ວ ເປັນຕົ້ນຊາ, ຢາງພາລາ, ກາເຟ, ອ້ອຍ, ກ້ວຍ, ໝາກແໜ່ງ, ໝາກຂ່າ, ໃບຢາສູບ. ການຜະລິດສິນຄ້າ (ODOP) ພາຍໃນແຂວງທີ່ໄດ້ ຮັບຮອງແລ້ວ ຈໍານວນ 27 ຫົວ ໜ່ວຍ, ລວມມີ 118 ຜະລິດຕະ ພັນ; ໄດ້ຊຸກຍູ້ສົ່ງເສີມຫົວໜ່ວຍ MSME ເ ຂົ້າ ເ ຖິງແຫລ່ງທຶນ ອັດຕາດອກເບ້ຍຕໍ່າໄດ້ 2 ຫົວ ໜ່ວຍ. ອັນພົ້ນເດັ່ນໃນປີຜ່ານມາ ແມ່ນການສົ່ງຊາບ້ານກໍ ເຂົ້າປະ sq ;|h k slop rq [xt3vh ]q , rtoa d'koglokmy dkoc0;'zq Q 'lk]u ກວດງານຊີມຊາໂລກ ຢູ່ປະເທດ ຝຣັ່ງ ໂດຍສະມາຄົມສົ່ງເສີມຖິ່ນ ກໍາເນີດເຊິ່ງໄດ້ຮັບ 4 ລາງວັນຄື: ຫລຽນຄຳ 1 ຫລຽນ, ຫລຽນເງິນ 1 ຫລຽນ, ຫລຽນທອງແດງ 1 ຫລຽນ ແລະ ລາງວັນພິເສດ. ໃນໂອກາດດຽວກັນ, ທ່ານເຈົ້າ ແຂວງຜົ້ງສາລີ ແລະ ທ່ານລັດ ຖະມົນຕີ, ຫົວໜ້າ ຫສນຍ ໄດ້ມີຄຳ ເຫັນເຈາະຈີ້ມ ແລະ ສະເໜີ ຜູ້ຕາງ ໜ້າບັນດາເມືອງ ແລະ ພະແນກ ການ ມີຄຳເຫັນແລກປ່ຽນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານເສ ນາທິການຮັບໃຊ້ການນຳ ກໍຄືການ ເຄື່ອນໄຫວວຽກງານຕົວຈິງໃນ ການຈັດຕັ້ງຂອງຕົນ. ຫລັງຈາກ ນັ້ນ, ທ່ານ ໂຈມ ຂະທຸມພົມ ຫົວໜ້າ ກົມ, ເລຂາປະຈຳທ່ານນາຍົກລັດ ຖະມົນຕີ ກໍໄດ້ນຳສະເໜີແລກປ່ຽນ ຂໍ້ມູນ ແລະ ບົດຮຽນຕົວຈິງ ໃນການ ເປັນເສນາທິການຮັບໃຊ້ການນຳ ຢູ່ ຫສນຍ ລວມທັງລະບຽບການ ແລະ ກົນໄກການເຮັດວຽກຂອງ ຫສນຍ; ລະບຽບການ ແລະ ກົນ ໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX. ໃນຕອນທ້າຍ, ທ່ານລັດຖະມົນ ຕີ, ຫົວໜ້າ ຫສນຍ ກໍໄດ້ມີຄຳເຫັນ ສັງລວມບັນດາຄຳຄິດເຫັນ ແລະ ຕອບຂໍ້ສະເໜີຂອງຜູ້ເຂົ້າຮ່ວມ, ພ້ອມທັງແລກປ່ຽນຄຳຄິດເຫັນໃນ ການປັບປຸງແກ້ໄຂວຽກງານຄົງ ຄ້າງຕ່າງໆ ໃນໄລຍະຜ່ານມາ ຕາມ ທິດຫັນປ່ຽນຢ່າງແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານເວົ້າລວມ, ເວົ້າ ສະເພາະ ໄດ້ຜັນຂະຫຍາຍ ເປັນ 3 ຫັນ ຂອງ ຫສນຍ. ນອກນັ້ນ ຍັງສະ ເໜີພາກສ່ວນກ່ຽວຂ້ອງຂອງແຂວງ ພິຈາລະນາຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອອັນດີງາມຂອງແຂວງໃນ ໄລຍະຜ່ານມາ ໃຫ້ກາຍເປັນທ່າ ແຮງໃນການພັດທະນາແຂວງທີ່ພົ້ນ ເດັ່ນຫລາຍຂຶ້ນ; ຕັ້ງໜ້າປັບປຸງ ການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕິດພັນກັບການກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ; ພ້ອມກັນຄົ້ນຄວ້າຜັນຂະ ຫຍາຍທິດການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານເພື່ອ ແກ້ໄຂຂໍ້ຄົງຄ້າງ ໃນຂົງເຂດວຽກ ງານທີ່ຢູ່ໃນຄວາມຮັບຜິດຊອບຂອງ ພາກສ່ວນຕົນ; ສືບຕໍ່ເອົາໃຈໃສ່ລົງ ຊຸກຍູ້ການຜະລິດ, ການປູກ-ການ ລ້ຽງ ເພື່ອໃຫ້ສາມາດສະໜອງພາຍ ໃນໃຫ້ຫລາຍຂຶ້ນ, ຫລຸດຜ່ອນການ ນຳເຂົ້າ ແລະ ສາມາດສົ່ງອອກໃຫ້ ໄດ້ຫລາຍ ໂດຍສົ່ງວິຊາການລົງໄປ ຊ່ວຍເປັນປະຈຳຕື່ມ ສິ່ງທີ່ສາມາດ ຫຸ້ມຫໍ່ສ້າງມູນຄ່າເພີ່ມໄດ້, ການປຸງ ແຕ່ງເປັນສິນຄ້າ ກໍໃຫ້ນຳພາເຮັດ ລວມທັງການຊອກຕະຫລາດ, ການ ອຳນວຍຄວາມສະດວກສົ່ງອອກ ເພາະພືດກະສິກຳແມ່ນຮັກສາດົນບໍ່ ໄດ້; ພ້ອມກັນສ້າງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ; ສືບຕໍ່ແກ້ໄຂແນວຄິດ ທີ່ຍັງມີລັກ ສະນະກົດໜ່ວງຖ່ວງດຶງການພັດທະ ນາ; ປັບປຸງກົນໄກການປະສານ ງານ, ແບບແຜນໃນການນຳພາ, ແບບແຜນໃນການເຮັດວຽກ, ແບບ ແຜນການດຳລົງຊີວິດ ຂອງພະນັກ ງານ-ລັດຖະກອນ ແລະ ປະຊາຊົນ ເພື່ອພ້ອມກັນກ້າວໜ້າໃນວຽກງານ ກໍຄື ການແກ້ໄຂຊີວິດການເປັນຢູ່ ໃຫ້ ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ຈະເລີນຮັ່ງມີຂຶ້ນເປັນກ້າວໆ. ຂ່າວ-ພາບ: ກົມປະຊາສຳພັນ ຊຽງຂວາງ... ໜັງສືພິມປະຊາຊົນ... ສືພິມປະຊາຊົນ ຈະໄດ້ປັບປຸງເວັບໄຊ ລວມເຖິງລະບົບໄອຊີທີ ແລະ ຍົກລະ ດັບນັກຂ່າວ, ນັກວິຊາການໄອຊີທີໃຫ້ ໜັງສືພິມປະຊາຊົນ ໄດ້ຍົກສູງຄຸນນະ ພາບດ້ານເນື້ອໃນ ແລະ ຮູບແບບ, ຮູບ ຮ່າງໜ້າຕາເວັບໄຊ ໃຫ້ມີຄວາມທັນສະ ໄໝແລະດຶງດູດຜູ້ອ່ານ,ຜູ້ຊົມເວັບໄຊອັນ ເປັນການຍົກສູງຄວາມອາດສາມາດ ໃນການເຜີຍແຜ່ແນວທາງນະໂຍບາຍ ຂອງພັກ, ຂອງລັດ ແລະ ສິ່ງຕັ້ງໜ້າອັນ ໃໝ່ໆຂອງປະຊາຊົນລາວ ບັນດາເຜົ່າ ແລະ ອື່ນໆ ຕາມທິດຊີ້ນໍາຂອງພັກ. ໜັງສືພິມ ປະຊາຊົນ ແລະ ໜັງສືພິມ ເຍິນເຢິນ ໄດ້ຈັດພິທີພົບປະສອງຝ່າຍ ໃນວັນທີ 25 ທັນວານີ້ ທີ່ສຳນັກງານ ໃຫຍ່ໜັງສືພິມປະຊາຊົນ, ນະຄອນ ຫລວງວຽງຈັນ ເຊິ່ງຝ່າຍລາວ ນໍາໂດຍ ສະຫາຍ ວັນໄຊ ຕະວິນຍານ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະ ຊາຊົນ ພ້ອມດ້ວຍຄະນະ ແລະ ຝ່າຍ ຫວຽດນາມ ນໍາໂດຍ ສະຫາຍ ດິງ ຍື ຮວານ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເຍິນເຢິນ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24-29 ທັນ ວາ 2023 ນີ້. ການພົບປະຄັ້ງນີ້, ສອງຝ່າຍໄດ້ ລາຍງານໂດຍຫຍໍ້ກ່ຽວກັບສະພາບ ການເຄື່ອນໄຫວວຽກງານໜັງສືພິມ ຂອງແຕ່ລະຝ່າຍໃຫ້ກັນຊາບ ພ້ອມທັງ ໄດ້ທົບທວນຕີລາຄາຜົນການພົວພັນ ຮ່ວມມືກັນໃນໄລຍະຜ່ານມາໂດຍສະ ເພາະແມ່ນໄລຍະອັນໃກ້ນີ້ ທີ່ໄດ້ຍົກສູງ ການຮ່ວມມືໃຫ້ແໜ້ນແຟ້ນຂຶ້ນ ກໍຄືການ ຮ່ວມມືໃນການຊ່ວຍປັບປຸງເວັບໄຊ, ລະບົບໄອຊີທີ ເພື່ອໃຫ້ໜັງສືພິມປະຊາ ຊົນ ໄດ້ສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງການປ່ຽນແປງໃໝ່ເຂົ້າສູ່ລວງ ເລິກ, ສ້າງການຫັນປ່ຽນທີ່ແຮງແຂງ, ເລິກເຊິ່ງ ແລະ ຮອບດ້ານຕອບສະໜອງ ໄດ້ທັນກັບຍຸກສະໄໝ ແຫ່ງການປະ ຕິວັດອຸດສາຫະກຳ 4.0, ຫັນເປັນທັນ ສະໄໝ, ຫັນເປັນດີຈິຕອນໃຫ້ເປັນລະບົບ ຈະແຈ້ງ ແລະ ໜັກແໜ້ນຕາມທິດທາງ ການນໍາພາຂອງ ພັກປະຊາຊົນ ປະຕິວັດ ລາວ ປະກອບສ່ວນໃນການສ້າງການ ຫັນປ່ຽນຢ່າງແຂງແຮງ ໃນວຽກງານ ໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່. ໂອກາດນີ້, ສະຫາຍ ວັນໄຊ ຕະວິນ ຍານ ໄດ້ກ່າວຕ້ອນຮັບແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະດັ່ງກ່າວໃນຄັ້ງ ນີ້ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມ ຮັກແພງອັນສະໜິດສະໜົມ, ການພົວ ພັນຮ່ວມມືທີ່ ມີມາແຕ່ດົນນານໃຫ້ແຕກ ທ່ຽວທີ່ເຂົ້າມາທ່ຽວແຂວງຊຽງ ຂວາງ ຕ້ອງຮັບປະກັນໃຫ້ມີອາຫານ ທີ່ດີ, ທີ່ແຊບ ແລະ ມີພຽງພໍ ໂດຍສະ ເພາະ ຜະລິດເຂົ້າພຽງ ພໍຕໍ່ຜູ້ບໍລິໂພກ, ມີຊີ້ນ ໄຂ່, ໄກ່ ແລະ ພືດຜັກ. ທ່ານ ສົມສະໝອນ ສຸລິຈັນ ຫົວ ໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ ໄດ້ລາຍງານໃນ ວັນທີ 19 ທັນວາ 2023 ວ່າ: ພະ ແນກກະສິກຳແລະ ປ່າໄມ້ ຮັບຜິດ ຊອບຢູ່ 5 ແຜນງານໂດຍສະເພາະ ແມ່ນແຜນງານສະບຽງອານຫານ ແລະ ໂພຊະນາການ, ແຜນງານຜະ ລິດກະສິກຳເປັນສິນຄ້າ, ແຜນງານ ຄຸ້ມຄອງປ່າໄມ້ແບບຍືນຍົງ, ພັດທະ ນາຊົນນະບົດ ແລະ ລຶບລ້າງຄວາມ ທຸກຍາກ, ການປຸງແຕ່ງກະສິກຳ. ປັດຈຸບັນແຂວງຊຽງຂວາງມີການ ຜະລິດເຂົ້າໄດ້ 2 ລະດູ, ທັງລະດູຝົນ ແລະ ລະດູແລ້ງ, ມີເນື້ອທີ່ປູກເຂົ້າ ທັງໝົດ 21.000 ເຮັກຕາ, ມີຟາມ ລ້ຽງ ສັດ 74 ຟາມ, ມີ 280.000 ໂຕ, ເປັດ ໄກ່ມີ1.500.000 ໂຕ ເຊິ່ງ ເຫັນໄດ້ວ່າອາຫານແມ່ນມີຄວາມ ຫລາກຫລາຍ ແລະ ມີພຽງພໍ. ນອກ ຈາກສັດລ້ຽງແລ້ວຍັງມີພືດປ່າ ແລະ ສັດນ້ຳຕາມແມ່ນ້ຳທຳມະຊາດ. ພາຍ ຫລັງທີ່ມີການອານຸລັກເຫັນໄດ້ວ່າ ພືດຜັກ, ເຫັດ, ສະໝູນໄພ, ເຄື່ອງປ່າ ຂອງດົງມີທ່າອ່ຽງເພີ່ມຂຶ້ນ. ຄະນະ ກອງເລຂາຮັບຜິດຊອບວຽກງານ ໂພຊະນາການ ໄດ້ສ້າງຕັ້ງຂຶ້ນເປັນ ໄລຍະເວລາ 10 ປີ, ປະກອບມີພະ ແນກແຜນການຮ່ວມມືກັບຂະແໜງ ສາທາລະນະສຸກ, ຂະແໜງສຶກສາ, ຂະແໜງແຜນການ ເຊິ່ງໃນຕໍ່ໜ້າ ໄດ້ມີແຜນຈະສະເໜີເອົາການສະ ໜັບສະໜູນທຶນຊ່ວຍເລືອຈາກອົງ ການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ. ແຂວງຊຽງຂວາງ ປະກອບມີ 4 ໂຄງການຫລັກ ກ່ຽວກັບວຽກ ງານໂພຊະນາການ ເຊັ່ນ: ກະສິກຳ ເພື່ອໂພຊະນາການ ເຊິ່ງເລີ່ມມາແຕ່ 2016 ຈົນເຖິງປັດຈຸບັນ ໂດຍໄດ້ສຳ ເລັດແລ້ວໄລຍະທີໜຶ່ງ ຢູ່ເມືອງຄຳ ແລະ ເມືອງໜອງແຮດ, ປັດຈຸບັນ ໄດ້ຮັບທຶນຕໍ່ອີກ 7 ປີຕໍ່ໜ້າ ໂດຍຈະ ຈັດຕັ້ງປະຕິບັດຢູ່ ເມືອງໜອງແຮດ, ແລະ ເມືອງໝອກ; ໂຄງການສະໜັບ ສະໜູນ ຈາກທະນາຄານໂລກດ້ານ ໂພຊະນາການຢູ່ຊົນນະບົດຫລືເອີ້ນ ວ່າ ລປຊ, ໂຄງການນີ້ແມ່ນຈ່າຍເງິນ ໃຫ້ຜູ້ທີ່ມີເງື່ອນໄຂ ກໍຄືແມ່ຍິງຖືພາ ແລະ ມີລູກນ້ອຍ ແຕ່ 2 ປີລົງມາ ເຊິ່ງ ໄດ້ຈັດຕັ້ງຢູ່ເມືອງຄຳ ແລະ ເມືອງ ໜອງແຮດ; ກອງທຶນຫລຸດຜ່ອນ ຄວາມທຸກຍາກ ຫລື ທລຍ ເພື່ອຊ່ວຍ ປັບປຸງຊີວິດການເປັນຢູ່ ແລະ ຊ່ວຍ ປັບປຸງດ້ານໂພຊະນາການ, ອຳນວຍ ຄວາມສະດວກໃນຫມູ່ບ້ານ, ຊ່ວຍ ແນະນຳໃຫ້ຂໍ້ມູນກ່ຽວກັບວຽກງານ ໂພຊະນາການ; ກອງທຶນຊ່ວຍເຫລືອ ເຊິ່ງກັນ ແລະກັນ ໂດຍການນຳເອົາ ພືດກະສິກຳມາຜະລິດເປັນອາຫານ ເດັ່ນກວ່າໝູ່ແມ່ນການສ້າງລາຍຮັບ ຂອງກຸ່ມທ້ອນເງິນ ເຊິ່ງໄດ້ເອົານົມ ແບ້ມາເປັນອາຫານ ໂດຍໄດ້ສົ່ງວິຊາ ການໄປຝຶກອົບຮົມທີ່ຟາມນົມແຂວງ ຫລວງພະບາງ. ຜ່ານການຈັດຕັ້ງ ປະຕິບັດບັນດາໂຄງການດັ່ງກ່າວໄດ້ ພົບຄວາມຫຍຸ້ງຍາກໃນວຽກງານ ໂພຊະນາການ ເປັນຕົ້ນ ແມ່ນການ ແຈກຢາຍອາຫານໃນເຂດຫ່າງໄກ ສອກຫລີກບໍ່ມີຕະຫລາດ, ບໍ່ມີໄຟຟ້າ, ການສະໜອງຂໍ້ມູນຂ່າວສານດ້ານ ໂພຊະນາການກໍມີຄວາມຫຍຸ້ງຍາກ ເພາະບາງພື້ນບໍ່ມີສັນຍານໂທລະ ສັບ, ອີກຢ່າງພື້ນທີ່ເຮັດການຜະລິດ ກໍຢູ່ໄກ. ຢ່າງໃດກໍຕາມ ພາຍຫລັງທີ່ມີ ໂຄງການເຫລົ່ານີ້ ເຫັນໄດ້ວ່າຂະ ບວນການຜະລິດຂອງປະຊາຊົນມີ ທ່າແຮງທີ່ດີຂຶ້ນ, ຜູ້ຊາຍໄດ້ມີການ ຊ່ວຍວຽກເຮືອນແກ່ແມ່ຍິງ,ອາຫານ ການກິນຂອງເຂົາເຈົ້າກໍມີຄວາມ ຫລາກຫລາຍ, ມີໝູ່ບ້ານຕົວແບບ ເຮັດພືດຜັກສວນຄົວ ແລະ ໄດ້ນຳ ພາປະຊາຊົນມາເບິ່ງເອົາແບບຢ່າງ. ທາງໂຄງການຍັງໄດ້ລົງໄປໃຫ້ຄຳ ແນະນຳຜູ້ຊາຍຕ້ອງໃຫ້ມີສ່ວນຮ່ວມ ໃນການຊ່ວຍກັນ ເພື່ອຊອກຫາອາ ຫານໃນຄົວເຮືອນໃຫ້ໄດ້ເພີ່ມ, ທັງ ໃຫ້ການແນະນຳກ່ຽວກັບການລົງ ທຶນໃສ່ມະນຸດ ກໍຄືເດັກນ້ອຍແມ່ນຈະ ໄດ້ມີຜົນດີໃນອະນາຄົດໂດຍສະ ເພາະເດັກລຸ່ມ 2 ປີ ແມ່ນຕ້ອງໄດ້ເອົາ ໃຈໃສ່ເປັນພິເສດ. ນອກຈາກນັ້ນ, ຍັງມີໂຄງການ ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ການໃຫ້ອາຫານທ່ຽງແກ່ ເດັກນ້ອຍ ເຊິ່ງໄດ້ປະຕິບັດເລີ່ມຕົ້ນ ຢູ່ໃນເມືອງໜອງແຮດ ແລະ ໄດ້ສືບ ຕໍ່ຂະຫຍາຍໄປເມືອງພູກູດ ແລະ ເມືອງໝອກ. ໃນໄລຍະຜ່ານມາ ແຂວງຊຽງຂວາງ ມີເດັກນ້ອຍຂາດ ສານອາຫານສູງສົມຄວນໃນເມືອງ ຄຳ ແລະ ເມືອງໜອງແຮດ, ຫລັງ ຈາກທີ່ດຳເນີນໂຄງການ ໄດ້ 4-5 ປີ ເຫັນໄດ້ວ່າການຂາດສານອາຫານ ແມ່ນຫລຸດລົງ. ກະຊວງ ຖວທ... ນາງ ສວນສະຫວັນ ວິຍະເກດ ໄດ້ ຍົກໃຫ້ເຫັນເຖິງເນື້ອໃນສຳຄັນຂອງ ເອກະສານຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການ ກະກຽມ ແລະ ດຳເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ, ຄຳແນະນຳຄະ ນະຈັດຕັ້ງສູນກາງພັກ, ການຈັດຕັ້ງ ປະຕິບັດຄໍາສັ່ງວ່າດ້ວຍການກະ ກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເອກະສານ ຄຳແນະ ນໍາຄະນະກວດກາສູນກາງພັກ ກ່ຽວ ກັບການກະກຽມ ແລະ ດໍາເນີນຊີ ວິດການເມືອງທ້າຍສະໄໝກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກ, ຮັບຟັງ ການເຜີຍແຜ່ເອກະສານມະຕິກອງ ປະຊຸມຄົບຄະນະບໍລິຫານງານສູນ ກາງພັກຄັ້ງທີ7ສະໄໝ11 ເພື່ອເຮັດ ໃຫ້ຄະນະພັກ, ສະມາຊິກພັກ-ພະນັກ ງານພາຍໃນກະຊວງເຂົ້າໃຈຄວາມ ໝາຍ, ຄວາມສໍາຄັນ ແລະ ກໍາແໜ້ນ ເນື້ອໃນຈິດໃຈຂອງການດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກປະ ຊາຊົນປະຕິວັດລາວ. ພ້ອມນີ້, ສະ ຫາຍ ນາງ ສວນສະຫວັນ ວິຍະເກດ ຍັງເນັ້ນໜັກເຖິງຄວາມສໍາຄັນ ຂອງ ການດໍາເນີນກອງປະຊຸມດັ່ງກ່າວ ເຊິ່ງແມ່ນການຄັດເລືອກເອົາຜູ້ນໍາ ພາທີ່ມີຄວາມຮູ້, ຄວາມສາມາດ, ມີ ທັດສະນະຮັບໃຊ້ຊາດ, ຮັບໃຊ້ປະຊາ ຊົນເຂົ້າໃນຄະນະພັກແຕ່ລະຂັ້ນທັງ ເປັນການບຸກທະລຸສ້າງການຫັນ ປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານໃນໄລຍະ ໃໝ່ ແລະ ສ້າງຄວາມເຊື່ອໝັ້ນຂອງ ພະນັກງານ-ສະມາຊິກພັກ ກໍຄືມະ ຫາຊົນຕໍ່ການນໍາພາ ຂອງຄະນະພັກ ແຕ່ລະຂັ້ນ. ໃນວາລະການປະຊຸມຂອງພາກ ບ່າຍ, ສະຫາຍ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງ, ຮອງລັດ ຖະມົນຕີ ກະຊວງຖະແຫລງຂ່າວວັດ ທະນະທໍາ ແລະ ທ່ອງທ່ຽວ ກໍໄດ້ ຫວນຄືນມູນເຊື້ອວັນຊາດທີ 2 ທັນ ວາ ຄົບຮອບ 48 ປີ, ວັນເກີດປະ ທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ເພື່ອໂຄສະນາ, ສຶກສາອົບ ຮົມໃຫ້ແກ່ສະມາຊິກພັກ-ພະນັກ ງານໃນທົ່ວກະຊວງມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເອກອ້າງທະ ນົງໃຈຕໍ່ມູນເຊື້ອປະຫວັດສາດ, ຜົນ ງານການສ້າງສາພັດທະນາປະເທດ ຊາດກໍຄືຜົນງານ ແລະ ຄຸນງາມ ຄວາມດີອັນໃຫຍ່ຫລວງຂອງປະ ທານ ໄກສອນ ພົມວິຫານ ທີ່ມີຕໍ່ປະ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ເທດຊາດ ແລະ ການປະຕິວັດ, ເສີມ ຂະຫຍາຍມູນເຊື້ອແຫ່ງຄວາມສາ ມັກຄີເປັນປຶກແຜ່ນແໜ້ນໜາຂອງ ບັນດາຊົນເຜົ່າ, ຊັ້ນຄົນ, ເພດ, ໄວເພື່ອ ຮໍ່າຮຽນເອົາຄຸນສົມບັດສິນທຳປະ ຕິວັດ, ຄຸນງາມຄວາມດີແລະ ການອຸ ທິດປັນຍາອັນໃຫຍ່ຫລວງຂອງພະ ນັກງານປະຕິວັດອາວຸໂສທີ່ໄດ້ບຸກ ເບິີກເສັ້ນທາງການປະຕິວັດໃນເມື່ອ ກ່ອນ ເພື່ອສ້າງຂະບວນການສຶກ ສາອົບຮົມນໍ້າໃຈບຸກບືນຫ້າວຫັນປະ ຕິບັດ ພາຍໃຕ້ການນຳພາຂອງພັກ ແລະ ຜົນສຳເລັດຂອງວຽກງານ ຕ່າງໆທີ່ປະເທດຊາດຍາດມາໄດ້ ແຕ່ ອະດີດເຖິງປັດຈຸບັນໃຫ້ເຕັມໄປດ້ວຍ ຄວາມໝ າຍ ແລະ ເນື້ອໃນເລິກເຊິ່ງ. ຂ່າວ: ກິດຕາ, ພາບ:ຂັນໄຊ ດອກອອກຜົນຍິ່ງໆຂຶ້ນ, ເປັນການເສີມ ຂະຫຍາຍມູນເຊື້ອຄວາມສາມັກຄີອັນ ດີງາມ, ການພົວພັນແບບພິເສດລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ ໝັ້ນຄົງທະນົງແກ່ນຕະຫລອດໄປ. ພ້ອມດຽວກັນນີ້, ສະຫາຍຍັງໄດ້ກ່າວ ສະແດງຄວາມຂອບໃຈມາຍັງໜັງສື ພິມ ເຍິນເຢິນ ທີ່ໄດ້ໃຫ້ການຊ່ວຍເຫລືອ ໜັງສືພິມປະຊາຊົນ ມາໂດຍຕະຫລອດ. ນັບແຕ່ການຝຶກອົບຮົມດ້ານວິຊາການ, ການສະໜອງດ້ານພື້ນຖານວັດຖຸເຕັກ ນິກແລະ ສິ່ງສຳຄັນ ເມື່ອບໍ່ດົນມານີ້ກໍໄດ້ ສົ່ງຊ່ຽວຊານ-ວິຊາການ ມາສຳຫລວດ ຕີລາຄາ ເພື່ອສ້າງແຜນ ແລະ ຊ່ວຍ ປັບປຸງລະບົບເວັບໄຊ ໃຫ້ກັບໜັງສືພິມ ຈົນກ້າວມາສູ່ການພົບປະສອງຝ່າຍ ເພື່ອທົບທວນຕີລາຄາແຜນການເຄື່ອນ ໄຫວວຽກດັ່ງກ່າວ ແລະ ໄດ້ມີການລົງ ນາມໃນບົດບັນທຶກຊ່ວຍຈໍາໃນມື້ນີ້. ສະຫາຍ ດິງ ຍື ຮວານ ກໍໄດ້ຕີລາ ຄາສູງຕໍ່ການພົວພັນຮ່ວມມືຂອງສອງ ຝ່າຍທີ່ນັບມື້ນັບຮັດແໜ້ນ ແລະ ແໜ້ນ ແຟ້ນຂຶ້ນຫລາຍກວ່າເກົ່າ ພ້ອມທັງສະ ແດງຄວາມຍິນດີໃນການຮ່ວມມື, ການ ສະໜັບສະໜູນດ້ານຕ່າງໆຕາມທີ່ໄດ້ຕົກ ລົງເຫັນດີເປັນເອກະພາບກັນຂອງສອງ ຝ່າຍ. ພ້ອມນັ້ນ, ສະຫາຍ ກໍໄດ້ກ່າວ ບາງເນື້ອໃນທີ່ມີຄວາມໝາຍເລິກເຊິ່ງ ວ່າ: “ໜັງສືພິມ ເຍິນເຢິນ ຫວຽດນາມ ກໍຄືໜັງສືພິມປະຊາຊົນ ຫວຽດນາມ ແລະ ໜັງສືພິມ ປະຊາຊົນລາວ ກໍຄືໜັງ ສືພິມ ເຍິນເຢິນລາວ”. ພ້ອມດຽວກັນນີ້, ຝ່າຍຫວຽດນາມ ກໍໄດ້ລາຍງານກ່ຽວ ກັບຄວາມຄືບໜ້າຂອງແຜນການປັບ ປຸງເວັບໄຊຂອງ ໜັງສືພິມປະຊາຊົນ ໂດຍແມ່ນ ສະຫາຍ ເລ ຟານ ແອັງ ຫົວ ໜ້າພະແນກເຕັກນິກໜັງສືພິມ ເຍິນ ເຢິນ ພ້ອມດ້ວຍວິຊາການຂອງພະແນກ ໄດ້ໃຫ້ຮູ້ວ່າ: ຜ່ານການສຳຫລວດເວັບ ໄຊຂອງສຳນັກສື່ຕ່າງໆໃນ ສປປ ລາວ, ສອງຝ່າຍພວກເຮົາໄດ້ມີຄວາມເປັນ ເອກະພາບໃນໄລຍະເດືອນເມສາຜ່ານ ມາ ເຊິ່ງໄດ້ມີຫລາຍຂໍ້ສັງເກດໂດຍລວມ ທັງດ້ານສະພາບການ ແລະ ພື້ນຖານ ໂຄງລ່າງ. ເມື່ອພວກເຮົາປັບປຸງສຳເລັດ ແລ້ວ ເມື່ອໜັງສືພິມປະຊາຊົນໄດ້ ເລີ່ມ ນໍາໃຊ້ແມ່ນຈະເປັນການນໍາໃຊ້ລະບົບ ຊ໊ອບແວຣ ທີ່ທັນສະໄໝທີ່ສຸດເມື່ອທຽບ ກັບບັນດາອົງການສື່ມວນຊົນຂອງ ລາວ. ລະບົບດັ່ງກ່າວ, ມີລັກສະນະເປີດ ກວ້າງ ແລະ ຂະຫຍາຍຕົວໃນອະນາ ຄົດ ເພື່ອຕອບສະໜອງດ້ານສື່ມວນຊົນ ທີ່ທັນສະໄໝແລະ ດ້ານຂໍ້ມູນຕ່າງໆເຊິ່ງ ລະບົບນີ້ແມ່ນລະບົບCMS(Content Management System). ສຳລັບ ແຜນການຕໍ່ໜ້າ, ກໍໄດ້ມີການຄາດຄະ ເນວ່າໃນເດືອນມັງກອນ 2024 ທີ່ຈະ ມາເຖິງຈະເລີ່ມກະກຽມດ້ານຮາດ ແວຣ, ຕິດຕັ້ງດ້ານໂຄງລ່າງ, ຕິດຕັ້ງເວັບ ໄຊລະບົບເບຕາ; ເດືອນກຸມພາຈະມີ ການກວດກາການລົງມືໃຊ້ງານ ແລະ ການຮັກສາຄວາມລັບ, ການຜັນຂະ ຫຍາຍດ້ານການແນະນໍາການນໍາໃຊ້ ກັບທີ່ ແລະ ຕິດຕັ້ງເວັບໄຊຢ່າງເປັນ ທາງການ. ເພື່ອບັນລຸເປົ້າໝາຍໃນການປັບ ປຸງເວັບໄຊ ຂອງໜັງສືພິມປະຊາຊົນ, ພາຍຫລັງການພົບປະສອງຝ່າຍສະ ຫາຍ ວັນໄຊ ຕະວິນຍານ ແລະ ສະຫາຍ ດິງ ຍື ຮວານ ໄດ້ລົງນາມໃນບົດບັນທຶກ ຊ່ວຍຈໍາ ໂດຍໜັງສືພິມ ເຍິນເຢິນ ເປັນທີ່ ປຶກສາ,ຈະໄດ້ສ້າງແລະມອບ-ຮັບພາຍ ຫລັງສໍາເລັດບັນດາໜ້າວຽກທີ່ສອງ ຝ່າຍເປັນເອກະພາບ ແລະ ເຫັນດີປະຕິ ບັດຢ່າງຄົບຖ້ວນ ຂອງບັນດາເນື້ອໃນ ທີ່ລະບຸໃນບົດບັນທຶກ ໂດຍສະເພາະ ແມ່ນເຫັນດີເປັນເອກະພາບກ່ຽວກັບໜ້າ ເວັບໄຊໃໝ່.

RkJQdWJsaXNoZXIy MTc3MTYxMQ==