xtgmf]k; 3 26/12/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ຕໍ່ຈາກສະບັບກ່ອນ *** ບົດສະເໜີ ໂດຍ: ຄຳພັນ ເຜີຍຍະວົງ r6 ,.9muj wfh .dh -y f8y fcmf c]t Ia [.-h xtmko 7ew8 lu ra ofvo (ເນື່ອງໃນໂອກາດວັນເກີດ ຄົບຮອບ 100 ປີ, ວັນທີ 8 ກຸມພາ 1924-8 ກຸມພາ 2024) ຈາກແບບແຜນດໍາລົງຊີວິດດັ່ງກ່າວ ໄດ້ເຮັດໃຫ້ເກີດເຫດການຫຍໍ້ທໍ້ສວຍ ໃຊ້ໜ້າທີ່ຕໍາແໜ່ງ ເພື່ອສໍ້ລາດບັງ ຫລວງຫາຜົນປະໂຫຍດສ່ວນຕົວ ແລະ ເຮັດໃຫ້ບົດບາດອິດທິພົນຂອງ ພັກເຊື່ອມເສຍ. ບັນຫາດັ່ງກ່າວພະ ນັກງານ ແລະ ສະມາຊິກພັກແຕ່ລະ ຄົນຕ້ອງເປັນເຈົ້າການຝຶກຜົນຫລໍ່ ຫລອມຕົນເອງເປັນປະຈໍາ. ປະທານ ຄໍາໄຕ ສີພັນດອນ ບໍ່ ພຽງແຕ່ເປັນຜູ້ນໍາທີ່ມີຄວາມສາມາດ ສູງສົ່ງຮອບດ້ານ, ມີທັດສະນະ ແລະ ວິໄສທັດກວ້າງຂວາງ, ເລິກເຊິ່ງ ແລະ ຍາວໄກເປັນຜູ້ໃຫ້ທິດຊີ້ນໍາທາງ ຍຸດທະສາດ, ແນວທາງນະໂຍບາຍ ໃຫຍ່ໆຂອງພັກແລະຂອງຊາດ ເທົ່າ ນັ້ນ ແຕ່ເພິ່ນຍັງລົງເລິກຊີ້ນໍາບັນຫາ ລະອຽດ ແລະ ເຮັດຕົວຈິງ ກ່ຽວກັບ ການຄົ້ນຄວ້າທົດລອງບັນຫາຕ່າງໆ ເປັນຕົ້ນແມ່ນການປູກຝັງແລະລ້ຽງ ສັດ, ການປະມົງ ແລະ ປ່າໄມ້, ການ ອອກແບບ,ການກໍ່ສ້າງ,ການບໍລິການ ແລະ ອື່ນໆດ້ວຍສີມືຂອງເພິ່ນເອງ. ປະທານເຄີຍເນັ້ນເລື້ອຍວ່າ: ປະ ເທດເຮົາມີທ່າແຮງທາງດ້ານຊັບພະ ຍາກອນທໍາມະຊາດອັນອຸດົມສົມ ບູນ ແລະ ຮັ່ງມີເຊັ່ນ: ດິນ, ນໍ້າ, ປ່າ ໄມ້ແລະແຮ່ທາດ... ການຂຸດຄົ້ນແຮ່ ທາດມັນມີມື້ໝົດໄດ້, ສ່ວນການນໍາ ໃຊ້ດິນ, ນໍ້າ ແລະ ປ່າໄມ້ ຖ້າຮູ້ໃຊ້ມັນ ຈະບໍ່ມີມື້ໝົດຈັກເທື່ອ. ໃນລຸ້ນປັດຈຸ ບັນ ຄວນນໍາໃຊ້ຊັບພະຍາກອນອັນ ອຸດົມຮັ່ງມີເທີງ ໜ້າດິນນີ້ກ່ອນ ເພື່ອ ສ້າງຮັ່ງຄູນມີໃຫ້ປະເທດຊາດ, ສ່ວນ ແຮ່ທາດຢູ່ໃຕ້ດິນຄວນຮັກສາໃຫ້ ລຸ້ນລູກ, ລຸ້ນຫລານ; ລຸ້ນເຫລນຕໍ່ໆ ໄປນໍາໃຊ້ຕາມຫລັງ. ໃນໂອກາດໂອ້ ລົມຕໍ່ຄະນະພັກແຂວງຈໍາປາສັກປີ 2000 ປະທານເນັ້ນວ່າ: ແຂວງຈໍາ ປາສັກ ເປັນແຂວງທີ່ອຸດົມສົມບູນ ບັນຫາສໍາຄັນແມ່ນຕ້ອງມີສະຕິລະ ວັງຕົວສູງ, ບໍ່ຄວນເຜີຕົວ. ປະທານ ມີຄວາມສະດຸ້ງໄວໃນການເຄື່ອນ ໄຫວໄປມາ, ຖ້າມີບັນຫາຜິດປົກກະ ຕິໃດໜຶ່ງ, ປະທານກໍ່ເປັນເຈົ້າການ ປ່ຽນແຜນເຄື່ອນໄຫວທັນທີທັນໃດ. ປະທານຍາມໃດກໍ່ແນະນໍາໃຫ້ເອົາ ໃຈໃສ່ຕໍ່ວຽກງານຮັກສາຄວາມລັບ, ເປັນຕົ້ນແມ່ນບັນດາເອກະສານລັບ, ເອກະສານສໍາຄັນ, ຄວາມລັບຂອງ ກອງປະຊຸມ ແລະ ຕະຫລອດຮອດ ການເຄື່ອນໄຫວອື່ນໆຂອງການ ນໍາ. ປະທານເຄີຍຕິຕຽນເລື້ອຍໆ, ການຮົ່ວໄຫລຂອງຄວາມລັບຕໍ່ບັນ ຫາຕ່າງໆ ທີ່ປຶກສາໃນກອງປະ ຊຸມ ກົມການເມືອງ, ກອງປະຊຸມສູນ ກາງ ແລະ ກອງປະຊຸມລັດຖະບານ ໃນສັງຄົມ ປັດຈຸປັນ. ປະທານມີແບບແຜນດໍາລົງຊີ ວິດປະຈໍາວັນທີ່ລຽບງາຍ, ປະຢັດ, ຊື່ສັດແລະບໍລິສຸດປອດໄສ. ປະທານ ເຄີຍຕັກເຕືອນການນໍາແຕ່ລະຂັ້ນ, ກໍ່ຄືພະນັກງານ ແລະ ສາມາຊິກພັກ ເລື້ອຍໆໃຫ້ເອົາໃຈໃສ່ເປັນແບບ ຢ່າງດໍາລົງຊີວິດທີ່ປອດໄສຈົບງາມ ມີຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ ແລະ ເຄົາລົບນັບຖືຮີດຄອງປະເພນີ ຂອງຊາດ. ພ້ອມກັນນັ້ນ ເພິ່ນກໍ່ໄດ້ຕິ ຕຽນພະນັກງານການນໍາຈໍານວນ ໜຶ່ງທີ່ແບບແຜນດໍາລົງຊີວິດຫລິ້ນ ກິນຟູມເຟືອຍ, ບໍ່ເປັນແບບຢ່າງ. ໄດ້ເອົາໃຈໃສ່ການນໍາໃຊ້ວິທະຍາ ສາດ-ເຕັກນິກ ເພື່ອເຮັດໃຫ້ການຜະ ລິດມີປະສິດທິພາບສູງ. ປະທານ ຄໍາໄຕ ສີພັນດອນ ຍາມ ໃດກໍ່ໃກ້ຊິດຕິດແທດກັບຮາກຖານ ປະຊາຊົນ, ປະທານເຄື່ອນໄຫວຢ້ຽມ ຢາມຫລາຍແຂວງຫລາຍທ້ອງຖິ່ນ, ເປັນຕົ້ນແມ່ນໃນໄລຍະອອກພັກ ຜ່ອນບໍານານ ປະທານເຄື່ອນໄຫວ ຢ້ຽມຢາມຫລາຍບ່ອນ ເພື່ອເບິ່ງສະ ພາບຕົວຈິງຢູ່ຮາກຖານ. ໃນນັ້ນ ປະ ທານໄດ້ພົບເຫັນຢູ່ຫລາຍບ່ອນສະ ພາບການສຶກສາພົບຄວາມຫຍຸ້ງ ຍາກລໍາບາກ. ມີບາງບ່ອນນັກຮຽນ ລົ້ນຫ້ອງຮຽນ, ບໍ່ມີບ່ອນສຶກສາຮໍ່າ ຮຽນ, ດ້ວຍຄວາມເປັນຫ່ວງເປັນ ໄຍດັ່ງກ່າວ, ປະທານໄດ້ຊ່ວຍສ້າງ ໂຮງຮຽນຈໍານວນໜຶ່ງ ໂດຍທີ່ເພິ່ນ ເປັນຜູ້ອອກແບບ ແລະ ຊີ້ນໍາການ ກໍ່ສ້າງເອງຢ່າງເປັນລະບົບຄົບຊຸດ. ການກໍ່ສ້າງໂຮງຮຽນແຕ່ລະແຫ່ງ ບໍ່ພຽງແຕ່ໃຊ້ເງິນໜ້ອຍເທົ່ານັ້ນ ແຕ່ ຍັງດໍາເນີນກໍ່ສ້າງສໍາເລັດໄວເຊັ່ນ: ໂຮງຮຽນປະຖົມສົມບູນຢູ່ເມືອງ ໂຂງ, ເມືອງປາກຊ່ອງແຂວງຈໍາປາ ສັກ, ເມືອງນໍ້າບາກ ແຂວງຫລວງພະ ບາງ. ປະທານເຄີຍຕໍານິຕໍ່ການນໍາໃຊ້ ງົບປະມານຢ່າງຫລວງຫລາຍ ເພື່ອ ສ້າງໂຮງຮຽນຫລັງນ້ອຍໆ ແບບບໍ່ ສົມເຫດສົມຜົນ ແລະ ໃຊ້ທັງເວລາ ເປັນປີຈຶ່ງສ້າງສໍາເລັດ. ປະທານແນະ ນໍາຂະແໜງການກ່ຽວຂ້ອງຕ້ອງ ເອົາໃຈໃສ່ກວດກາຄືນ ເພື່ອນໍາໃຊ້ ງົບປະມານໃຫ້ມີປະສິດທິຜົນສູງ. ນອກຈາກກິດຈະກໍາປູກຝັງແລະ ລ້ຽງສັດການກໍ່ສ້າງພື້ນຖານກິດ ຈະກໍາໂຄງລ່າງ, ເປັນຕົ້ນແມ່ນໂຮງ ຮຽນໂຮງໝໍ ກິດຈະກໍາອື່ນໆ ເພື່ອ ຊ່ວຍເມືອງ ແລະ ບ້ານທຸກຍາກ, ເຂດຫ່າງໄກສອກຫລີກ, ປະທານ ຍັງຊ່ວຍສ້າງຫລາຍກິດຈະກໍາ ດ້ານ ການບໍລິການຢູ່ແຂວງຈໍາປາສັກ ເປັນຕົ້ນແມ່ນການອອກແບບ ແລະ ຕໍ່ເຮືອໃຫຍ່ສາມາດບັນທຸກຄົນ ໂດຍ ສານເຖິງ 500ຄົນ, ການອອກແບບ ແລະ ກໍ່ສ້າງເຮືອນຊານ, ເສັ້ນທາງ ແລະ ຊົນລະປະທານຫລາຍແຫ່ງ. ໃນໄລຍະພັກຜ່ອນບໍານານ ຢູ່ເມືອງ ໂຂງ ແລະ ເມືອງປາກຊ່ອງ ເຖິງອາ ຍຸສູງ ແຕ່ປະທານຍາມໃດກໍ່ເສຍສະ ລະທຸກສິ່ງທຸກຢ່າງ, ອຸທິດສະຕິປັນ ຍາ ແລະກໍາລັງວັງຊາຢ່າງບໍ່ຮູ້ອິດຮູ້ ເມື່ອຍ ສ້າງຫລາຍກິດຈະກໍາທີ່ສໍາ ຄັນທີ່ເປັນໜໍ່ແໜງໃຫ້ແຂວງຈໍາປາ ສັກກໍ່ຄືທົ່ວປະ ເທດໄດ້ໄປຖອດຖອນ ບົດຮຽນແລະເພື່ອໄປສືບຕໍ່ຂະຫຍາຍ ກວ້າງຂວາງອອກໃນທົ່ວປະເທດ. ບັນດາຜົນງານ ແລະ ບົດຮຽນ ຂອງປະທານປະທານ ຄໍາໄຕ ສີພັນ ດອນ ໄດ້ກາຍເປັນແວ່ນແຍງອັນປະ ເສີດ ໃຫ້ບັນດາກະຊວງ-ອົງການ, ທ້ອງຖິ່ນຕ່າງໆ ກໍຄືພະນັກງານ, ສະ ມາຊິກພັກ ແລະ ປະຊາຊົນຊັ້ນຄົນ ຕ່າງໆໃນທົ່ວປະເທດໄດ້ສຶກສາຄົ້ນ ຄວ້າຮໍ່າຮຽນ ແລະ ຫັນໃຫ້ເປັນຂະ ບວນການຈັດຕັ້ງປະຕິບັດຕົວຈິງໃນ ຊີວິດ ແລະ ສັງຄົມ. ໂດຍ: ກ່າ ຄຸດທະວົງສັກ sa o,kx6 drn f\6 o;P' lh k']kpIa [ 90 ]h kodu [8+ xu * ຜົນຮ້າຍພະຍາດໂຄວິດລະ ບາດ, ເງິນເຟີ້, ນໍ້າມັນເຊື້ອໄຟແພງ ເຊິ່ງໄດ້ສົ່ງຜົນກະທົບເຮັດໃຫ້ຄ່າຄອງ ຊີບເໜັງຕີງແຮງ ແລະ ທຸກຊັ້ນຄົນ ຕ່າງກໍປັບໂຕເອງເພື່ອຄວາມຢູ່ລອດ ແນວໃດກໍດີການສ້າງເສດຖະກິດ ຄອບຄົວແມ່ນອີກທາງອອກໜຶ່ງ ເພື່ອແກ້ໄຂຄວາມທຸກຍາກ ເຮັດໃຫ້ ສະ ມາຊິກທຸກຄົນມີຢູ່ມີກິນ, ມີລາຍ ຮັບ ໂດຍອີງໃສ່ຄວາມສາມາດທ່າ ແຮງ ແ ລະ ເງື່ອນໄຂ ແ ລະ ຄວາມດຸ ໝັ່ນຂະຫຍັນພຽນຂອງແ ຕ່ລ ະຄ ອບ ຄົວ ເໝືອນດັ່ງຄອບຄົວຂອງ ທ່ານ ເມືອງປາກລາຍ ແຂວງໄຊຍະບູລີ, ເປັນຕົວແບບ ໃນການປູກພຶດໝູນ ວຽນເພື່ອຂາຍເປັນສິນຄ້າສາມາດ ສ້າງລາຍຮັບເຂົ້າຄອບຄົວໄດ້ 90 ລ້ານກີບຕໍ່ປີ. ທ່ານ ໂສມງາມ ເລີດວິໄລ ໃຫ້ຮູ້ ວ່າ: ໃນໄລຍະຜ່ານມາໄດ້ປູກພືດ ເປັນສິນຄ້າ ຄື ປູກແຕ່ສາລີ ດ້ວຍຮູບ ແບບການໄຖດິນ ແລະ ນຳໃຊ້ຢາຂ້າ ຫຍ້າ ເພື່ອກະກຽມດິນປູກພືດດັ່ງ ກ່າວໃນພື້ນທີ່ເກົ່າຕໍ່ກັນຫລາຍປີ ແ ຕ່ ບໍໍ່ມີການປັບປຸງດິນ, ບໍ່ມີການໃສ່ ຝຸ່ນ, ບໍ່ມີການປູກພືດໝູນວຽນ, ຈຶ່ງ ເຮັດໃຫ້ດິນເຊື່ອມຄຸນນະພາບລົງ ຈຶ່ງເຮັດໃຫ້ຜົນຜະລິດສາລີຫລຸດ ລົງເລື້ອຍໆໃນແຕ່ລະປີ. ມາຮອດປີ 2000 ໄດ້ມີໂຄງການນິເວດກະສິ ກໍາ ລົງຈັດຕັ້ງປະຕິບັດກິດຈະກໍາສົ່ງ ເສີມການປູກສາລີແບບບໍ່ໄຖດິນ, ຮັກສາເສດພືດປົກຄຸ້ມໜ້າດິນ, ໂດຍມີການປູກພືດປະສົມປະສານ, ປູກພືດໝູນວຽນ ແລະ ປູກພືດຕໍ່ ເນື່ອງ, ເຊິ່ງຄອບຄົວຂອງຕົນເອງ ກໍ່ເປັນຄອບຄົວໜື່ງທີ່ໄດ້ເຂົ້າຮ່ວມ ເປັນສະມາຊິກກຸ່ມຂອງໂຄງການ ດັ່ງກ່າວ, ໂດຍໄດ້ຮັບການຝຶກອົບ ຮົມຮຽນຮູ້ທາງດ້ານເຕັກນິກຕ່າງໆ ແລ້ວນຳມາຈັດຕັ້ງປະຕິບັດຕົວຈິງ ໃນພື້ນທີ່ຂອງຕົນເອງ. ໃນເນື້ອທີ່ປູກ ພືດທັງໝົດ 3,50 ເຮັກຕາ, ໄດ້ ແບ່ງອອກເປັນ 2 ຕອນຄື: ຕອນທີ1: ເນື້ອທີ່ 2,50 ເຮັກຕາ, ໄດ້ປູກສາລີ ປະສົມ ແລະ ຕໍ່ເນື່ອງກັບຖົ່ວແດງ, ຖົ່ວດິນ. ເມື່ອປູກສາລີໄດ້ 75 ຫາ 80 ວັນແລ້ວສັງເກດເບີ່ງສາລີກາບ ເຫລືອງ, ກໍໄດ້ອານາໄມພື້ນທີ່, ຖາງ ຫຍ້າຢູ່ຕາມວ່າງສາລີ ຈາກນັ້ນເອົາ ຖົ່ວແດງມາປູກສັບຫວ່າງສາລີ (ນີ້ ແມ່ນເຕັກນີກ: ປູກປະສົມປະສານ) ເມື່ອສາລີມີອາຍຸ 120 ວັນ, ກໍ່ເກັບ ໄປດ້ວຍຊັບພະຍາກອນທໍາມະຊາດ, ດິນ, ນໍ້າ ແລະ ປ່າໄມ້ ໂດຍສະເພາະ ເມືອງປາກຊ່ອງ, ເຊິ່ງມີຊື່ສຽງມາ ແຕ່ບູຮານນະການວ່າ ເປັນເມືອງ ແຜ່ນດິນຄໍາ, ແຕ່ເປັນຫຍັງຫລາຍ ທົດສະວັດມາແລ້ວ, ປະຊາຊົນປາກ ຊ່ອງຍັງທຸກຍາກ. ແຂວງຕ້ອງເອົາ ໃຈໃສ່ຂຸດຄົ້ນທ່າແຮງດັ່ງກ່າວ ເພື່ອ ສ້າງຄວາມຢູ່ດີກິນດີ ແລະ ຮັ່ງມີໃຫ້ ປະຊາຊົນ. ປະທານບໍ່ພຽງແຕ່ເປັນ ຜູ້ຊີ້ນໍາເທົ່ານັ້ນ, ແຕ່ເພິ່ນຍັງເປັນຜູ້ ພາເຮັດຕົວຈິງໃນຫລາຍໆກິດຈະ ການທີ່ກາຍເປັນໜໍ່ແໜງຕົວແບບ. ໃນແຕ່ລະຕົວແບບແມ່ນຕິດພັນກັບ ເງື່ອນໄຂທ່າແຮງ ແລະ ມູນເຊື້ອທີ່ ປະຊາຊົນເຄີຍເຮັດ, ແຕ່ໃນນັ້ນ ເພິ່ນ ໂສມງາມ ເລີດວິໄລ, ອາຍຸ 60 ປີ, ປັດຈຸບັນ ຢູ່ບ້ານບວມເລົາ ຜາແກ້ວ ກູ້ສາລີອອກ, ອານາໄມພື້ນທີ່ ແລ້ວ ເອົາຖົ່ວແດງ ຫລື ຖົ່ວດິນມາປູກ ໃສ່, ສ່ວນຕອນດິນທີ່ 2: ມີເນື້ອທີ່ 1,50 ເຮັກຕາ, ໄດ້ແບ່ງເປັນ 2 ແປງ: ແປງທີ1 ປູກສາລີປະສົມ ກັບ ຖົ່ວແດງ ແລະ ແປງທີ 2 ປູກມັນຕົ້ນ: ປີຕໍ່ໄປ ແປງທີ່ປູກສາລີ ປະສົມກັບ ຖົ່ວແດງແມ່ນ ເອົາມັນຕົ້ນມາປູກໃສ່ ແລະ ແປງທີ່ປູກມັນຕົ້ນປີຜ່ານມາ ແມ່ນເອົາສາລີແລະຖົ່ວແດງມາປູກ ໃສ່ ໜູນວຽນກັນໄປເລື້ອຍໆໃນ ແຕ່ ລະປີໆ ຈາກການປະຕິບັດຕາມເຕັກ ນິກດັ່ງກ່າວ ເຫັນວ່າດິນມີຄວາມ ອຸດົມສົມບູນຂື້ນ, ເພາະພືດຕະກູນ ຖົ່ວເປັນພືດທີ່ສາມາດປັບປຸງດິນ ໃນ ຕົວມັນເອງ ເຊິ່ງການເຮັດເຕັກນິກ ແບບນີ້ ກໍ່ບໍ່ຈຳເປັນຕ້ອງຊື້ຝຸ່ນເຄມີ ເຂົ້າມານຳໃຊ້ໃນການຜະລິດ. ທ່ານ ໂສມງາມ ເລີດວິໄລ ໄດ້ ກ່າວ ຕຶ່ມອີກວ່າ: ມາຮອດປັດຈຸບັນ ດິນປູກພືດຂອງຕົນແມ່ນໄດ້ປູກແບບ ໝູນວຽນພືດເປັນ 2 ຊະນິດຄື: ສາລີ ແລະ ມັນຕົ້ນແລ້ວເອົາຖົ່ວແດງ, ຖົ່ວ ດິນມາປູກຕໍ່ເນື່ອງ, ປີໜຶ່ງໄດ້ຜົນຜະ ລິດສາລີ 7,5 ໂຕນ ຕໍ່ 1 ເຮັກຕາ, ຂາຍເປັນເງິນໄດ້:10ກວ່າລ້ານກີບ, ຖົ່ວແດງໄດ້ 2,5 ໂຕນຕໍ່ 1 ເຮັກຕາ ຂາຍໄດ້ 45ລ້ານກີບ ແລະ ມັນຕົ້ນ ໄດ້ 36 ໂຕນ ຕໍ່ 1 ເຮັກຕາ ຂາຍໄດ້: 54 ລ້ານກີບ, ລວມແລ້ວຄອບຄົວ ຂອງຂ້າພະເຈົ້າປີໜຶ່ງ ມີລາຍຮັບ 90 ລ້ານກີບຕໍ່ປີ. ເມື່ອມີຜົນໄດ້ຮັບ ດີຄືແນວນັ້ນ ແລະ ດິນມີຄວາມອຸດົມ ສົມບູນໄປເລື້ອຍໆ, ປັດຈຸບັນເຕັກນິກ ການປູກພືດແບບປະສົມປະສານ, ໝູນວຽນ ແລະ ປູກພືດຕໍ່ເນື່ອງ, ມີ ຫລາຍຄອບ ຄົວນຳເອົາບົດຮຽນໄປ ຈັດຕັ້ງປະຕິບັດຢ່າງກ້ວາງ ຂວາງ ໃນເຂດພັດທະນາຜາແກ້ວ-ປ່າໄລ່ ແລະ ເຂດອື່ນໆຂອງເມືອງ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==