5776

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/12/2023 xtgmf]k; ລາຍນາກລາວ ຖືກຮັບຮອງ... ເຜີຍແຜ່ການເປັນ... ສ້າງຂີດຄວາມສາມາດ... ຄະນະຜູ້ແທນພັກ ປປ ລາວ... ປະທານປະເທດ ໂອ້ລົມ.. ສະໄໝ ຂອງສະພາແຫ່ງຊາດ ຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ແລະ ໄດ້ມອບໝາຍຄວາມ ຮັບຜິດຊອບໃຫ້ກັນ ເພື່ອຈັດຕັ້ງປະຕິ ບັດຢ່າງລະອຽດ, ຄົບຖ້ວນ ແລະຈະ ແຈ້ງແລ້ວ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ ເອົາໃຈໃສ່ບາງບັນຫາສໍາຄັນດັ່ງນີ້: ກ່ຽວກັບການປະຕິບັດບົດບາດດ້ານ ນິຕິບັດຍັດ: ການສ້າງ ແລະ ປັບປຸງ ກົດໝາຍ ກໍຄື ນິຕິກຳທີ່ສໍາຄັນຂອງ ທ້ອງຖິ່ນແມ່ນພົວພັນກັບຫລາຍພາກ ສ່ວນໃນອົງການລັດຢູ່ຂັ້ນສູນກາງ, ຂັ້ນແຂວງ; ຜ່ານມາເຖິງວ່າໄດ້ມີ ຄວາມເອົາໃຈໃສ່ ໂດຍພິຈາລະນາ, ຮັບຮອງເອົາກົດໝາຍໄດ້ຫລາຍສະ ບັບ (ຮອດປັດຈຸບັນມີຫລາຍກວ່າ 160 ສະບັບ), ສະພາປະຊາຊົນຂັ້ນ ແຂວງກໍໄດ້ພິຈາລະນາ, ຮັບຮອງ ເອົານິຕິກຳທີ່ສໍາຄັນຂອງທ້ອງຖິ່ນ ໄດ້ຫລາຍສະບັບ ຊຶ່ງເປັນພື້ນຖານ ດ້ານນິຕິກຳໃຫ້ແກ່ການຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍໃຫ້ມີຄຸນນະພາບ ສູງ; ກ່ຽວກັບບົດບາດການຕົກລົງ ບັນຫາສໍາຄັນພື້ນຖານຂອງຊາດ, ຂອງທ້ອງຖິ່ນ, ອີງໃສ່ຄວາມເລັ່ງ ທວງຂອງສະພາບການ ກໍຄື ຄວາມ ຮຽກຮ້ອງຕ້ອງການຍົກລະດັບການ ພັດທະນາປະເທດຊາດ ໃນເງື່ອນ ໄຂໃໝ່ນີ້, ສະພາຕ້ອງເພີ່ມທະວີບົດ ບາດເປັນໃຈກາງ, ເປັນເຈົ້າການສົມ ທົບກັບບັນດາອົງການໃນລະບົບ ການເມືອງປຶກສາຫາລື,ຄົ້ນຄວ້າບັນ ຫາ ແລະ ມີຄວາມເປັນເອກະພາບ ແຕ່ຫົວທີ, ບັນຫາສໍາຄັນແມ່ນການ ຜັນຂະຫຍາຍເນື້ອໃນຈິດໃຈຂອງ ແນວທາງ, ແຜນນະໂຍບາຍຂອງ ພັກ, ທິດຊີ້ນຳຂອງສູນກາງພັກ, ຂອງກົມການເມືອງສູນກາງພັກ, ຂອງຄະນະພັກທ້ອງຖິ່ນໃຫ້ເປັນອັນ ລະອຽດ ແນໃສ່ຍົກສູງຄຸນນະພາບ ໃນການຄົ້ນຄວ້າ, ພິຈາລະນາບັນ ຫາພື້ນຖານສຳຄັນຂອງຊາດ ແລະ ຂອງທ້ອງຖິ່ນ ໃຫ້ຖືກທິດ, ວ່ອງໄວ ແລະ ທັນກັບສະພາບການ, ອັນໃດ ໄປຕາມຂັ້ນຕອນກົດໝາຍ, ອັນໃດ ທີ່ເປັນບັນຫາເລັ່ງດ່ວນທີ່ຕ້ອງໄດ້ ແກ້ໄຂດ້ວຍລັກສະນະຮີບດ່ວນ. ສໍາລັບບົດບາດການຕິດຕາມ, ກວດກາ: ສະພາແຫ່ງຊາດ ແລະ ສະ ພາປະຊາຊົນ ຂັ້ນແຂວງສົມທົບກັບ ອົງການກວດກາ, ອົງການກວດ ສອບ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເພີ່ມທະວີ ການຕິດຕາມ, ກວດກາການເຄົາ ລົບ, ປະຕິບັດລັດຖະທຳມະນູນ,ກົດ ໝາຍ ຂອງບັນດາອົງການລັດຊອກ ໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ ເພື່ອຊຸກ ຍູ້ສົ່ງເສີມ ແລະ ເສີມຂະຫຍາຍສູ່ ລວງເລິກຢ່າງກວ້າງຂວາງ, ພ້ອມ ນັ້ນ ກໍແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ ຖືກຕ້ອງ ແລະ ແທດກັບຕົວຈິງໂດຍ ສະເພາະແມ່ນສູ້ຊົນໃຫ້ຜົນການຕິດ ຕາມ, ກວດກາໄດ້ຮັບການແກ້ໄຂ ຢ່າງຈິງຈັງແລະທັນການ. ພວກເຮົາ ຕ້ອງສົມທົບແໜ້ນທັງສອງດ້ານ ລະຫວ່າງ “ການຕໍານິ” ກັບ “ການ ສະເໜີທາງອອກ” ໄປພ້ອມໆກັນ ຢ່າງສ້າງສັນ. ຕໍ່ກັບການປະຕິບັດ ປ່ຽນແປງໃໝ່ດ້ານຈິນຕະນາການ ກ່ຽວກັບເນື້ອໃນການສືບຕໍ່ບູລະນະ ລັດປະຊາທິປະໄຕ ປະຊາຊົນ, ປັບ ປຸງແບບແຜນ, ກົນໄກປະສານງານ ຂອງບັນດາອົງການອຳລັດດ້ວຍກັນ ກໍຄືການເສີມຂະຫຍາຍປະຊາທິ ປະໄຕ ໃນລະບົບສະພາຂອງພວກ ເຮົານັ້ນ ຢາກຂໍໃຫ້ທົບທວນກ່ຽວກັບ ລັກສະນະລວມຂອງສະພາຂອງປະ ເທດຕ່າງໆໃນໂລກທີ່ມີລະບອບການ ເມືອງການປົກຄອງແຕກຕ່າງກັນ ນັ້ນວ່າ: ລະບົບອຳນາດລັດຂອງປະ ເທດໃດກໍຕາມປະກອບດ້ວຍລັດຖະ ສະພາ, ສະພາແຫ່ງຊາດ, ສະພາປະ ຊາຊົນຂັ້ນແຂວງ, ທ້ອງຖິ່ນ; ບາງ ປະເທດມີສອງສະພາຄືສະພາສູງ ແລະ ສະພາຕໍ່າທີ່ມີການແບ່ງງານ, ແບ່ງພາລະບົດບາດ ເພື່ອເຮັດໜ້າທີ່ ສ້າງກົດໝາຍ, ຮັບຮອງກົດໝາຍ, ຕິດຕາມ ແລະ ກວດກາອົງການບໍ ລິຫານ ແລະ ຕຸລາການ ໃນການປະ ຕິບັດກົດໝາຍ; ສະເໜີບັນດາທ່ານ ສືບຕໍ່ຄົ້ນຄວ້າ ແລະ ນໍາພາຊີ້ນໍາການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສະພາແຫ່ງຊາດ, ສະພາປະຊາຊົນ ຂັ້ນແຂວງ ທັງໃນສະເພາະໜ້າ ແລະ ຍາວນານ; ສຸມໃສ່ສ້າງພື້ນຖານແລະ ກະກຽມບັນດາເງື່ອນໄຂໃຫ້ແກ່ການ ຍູ້ແຮງການຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ຂອງພັກສູ່ລວງ ເລິກ; ພາລະບົດບາດສຳຄັນຕົ້ນຕໍອັນໜຶ່ງ ໃນທ້າຍສະໄໝຂອງສະພາແຫ່ງ ຊາດ ຊຸດທີ 9 ແມ່ນການປັບປຸງລັດ ຖະທຳມະນູນ, ກົມການເມືອງສູນ ກາງພັກໄດ້ຕົກລົງໃຫ້ສະພາແຫ່ງ ຊາດ ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນ ຄວ້າ, ປັບປຸງລັດຖະທຳມະນູນ, ກົດ ໝາຍການປົກຄອງທ້ອງຖິ່ນ ແລະ ກົດໝາຍກ່ຽວຂ້ອງອື່ນໆ ເພື່ອຮອງ ຮັບການຜັນຂະຫຍາຍແຜນນະໂຍ ບາຍໃຫຍ່ຂອງພັກໃນການປັບປຸງ ລະບຽບ, ກົນໄກ, ຂອດຂັ້ນການນໍາ ພາຂອງຄະນະພັກ ແລະ ການຄຸ້ມ ຄອງບໍລິຫານຂອງລັດ, ຂອງອົງ ການປົກຄອງທ້ອງຖິ່ນ ເຊັ່ນ: ການບໍ່ ຄວບຕຳແໜ່ງອັນໃດ ແລະ ສາ ມາດຄວບຕຳແໜ່ງໃດ ສໍາລັບຜູ້ເປັນ ເລຂາ ຄະນະພັກ ຂອງການນໍາຂັ້ນ ແຂວງ, ນະຄອນຫລວງວຽງຈັນ, ເມືອງ, ນະຄອນ; ການຄົ້ນຄວ້າ ແລະ ສ້າງໃຫ້ຂັ້ນແຂວງ ຫລື ນະຄອນຂຶ້ນ ກັບສູນກາງໂດຍກົງ; ການສ້າງ ຕັ້ງຕາແສງຄືນໃໝ່ ຊຶ່ງເປັນຂັ້ນປົກ ຄອງລັດລຸ່ມສຸດ ຂອງປະເທດເຮົາ ຫລື ໃນຕໍ່ໜ້ານີ້ ຍັງຕ້ອງສືບຕໍ່ຄົ້ນ ຄວ້າຄວາມສາມາດ ຫລື ຄວາມເປັນ ໄປໄດ້ມີຄວາມຈຳເປັນ ຫລື ບໍ່ຈຳ ເປັນໃນການສ້າງຕັ້ງສະພາປະຊາ ຊົນຂັ້ນເມືອງ ຫລື ຈະເອົາການບູລະ ນະສະພາຂັ້ນແຂວງໃຫ້ສົມບູນເສຍ ກ່ອນ; ເພີ່ມທະວີຄວາມສາມັກຄີເປັນ ເອກະພາບ, ຄວາມຮັບຜິດຊອບການ ເມືອງ ຂອງສະມາຊິກສະພາແຫ່ງ ຊາດ ແລະ ຜູ້ທີ່ເຮັດວຽກງານໃນອົງ ການນິຕິບັນຍັດ; ສືບຕໍ່ເພີ່ມທະວີ ການພົວພັນຮ່ວມມືກັບລັດຖະສະພາ ຂອງປະເທດເພື່ອນມິດ ແລະ ການ ເຊື່ອມໂຍງກັບລັດຖະສະພາສາກົນ ຢ່າງເປັນເຈົ້າການ, ບົນພື້ນຖານ ແນວທາງການຕ່າງປະເທດເອກະ ລາດ, ມິດຕະພາບ ແລະ ການຮ່ວມ ມືເພື່ອພັດທະນາ; ສະພາແຫ່ງຊາດ ສືບຕໍ່ຕັ້ງໜ້າເຄື່ອນໄຫວພົວພັນ ວຽກງານລັດຖະສະພາ ໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍຕິດພັນ ກັບການເຄື່ອນໄຫວການທູດປ້ອງ ກັນເຫດ ແລະ ບຸກທະລຸເພື່ອພາລະ ກິດປົກປັກຮັກສາແລະພັດທະນາປະ ເທດຊາດ, ຕ້ອງຕິດພັນກັບການຍູ້ ແຮງການພົວພັນຮ່ວມມື ແລະ ເອົາ ໃຈໃສ່ວຽກງານອື່ນໆ. ໃນກອງປະຊຸມ, ທ່ານນາງ ສູນທອນໄຊຍະຈັກຮອງປະທານສະ ພາແຫ່ງຊາດ ໄດ້ລາຍງານໂດຍຫຍໍ້ ວ່າ: ກອງປະຊຸມຄັ້ງນີ້,ຈຸດປະສົງ ຕົ້ນຕໍ ຄື: ເພື່ອສະຫລຸບຕີລາຄາການ ເຄື່ອນໄຫວວຽກງານຂອງສະພາ ແຫ່ງຊາດ ຊຸດທີ IX ແລະສະພາປະ ຊາຊົນຂັ້ນແຂວງ ຊຸດທີ II ໄລຍະກາງ ສະໄໝຂອງແຜນການ5ປີ(20212025) ແລະ ກຳນົດທິດທາງແຜນ ການເຄື່ອນໄຫວວຽກງານແຕ່ນີ້ ຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III; ປຶກສາຫາລື, ແລກປ່ຽນບົດຮຽນ ລະ ຫວ່າງສະພາແຫ່ງຊາດ,ສະພາປະ ຊາຊົນຂັ້ນແຂວງກັບບັນດາອົງການ ຈັດຕັ້ງຂອງພັກ-ລັດ, ແນວລາວ ສ້າງຊາດ ແລະ ອົງການຈັດຕັ້ງມະ ຫາຊົນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ເປັນການໂຄສະນາເຜີຍແຜ່ພາລະ ບົດບາດ, ສິດແລະໜ້າທີ່ຂອງສະພາ ແຫ່ງຊາດ, ສະພາປະຊາຊົນຂັ້ນ ແຂວງໃຫ້ບັນດາອົງການຈັດຕັ້ງທຸກ ພາກສ່ວນ ແລະ ສັງຄົມໄດ້ຮັບຮູ້, ມີ ຄວາມເຂົ້າໃຈຫລາຍຂຶ້ນ. ກອງປະຊຸມໄດ້ຮັບຟັງການລາຍ ງານຂອງຕາງໜ້າຄະນະປະຈຳສະ ພາແຫ່ງຊາດ ຊຶ່ງໄດ້ຕີລາຄາຄືນ ການເຄື່ອນໄຫວວຽກງານຂອງສະ ພາແຫ່ງຊາດ ແລະ ສະພາປະຊາ ຊົນຂັ້ນແຂວງ ແຕ່ປີ 2021-2023 ເປັນຕົ້ນ ດ້ານວຽກການເມືອງ-ແນວ ຄິດ; ດ້ານການປະຕິບັດໜ້າທີ່ການ ເມືອງ (ດ້ານນິຕິບັນຍັດ ແລະ ນິຕິ ກຳຂອງທ້ອງຖິ່ນ, ດ້ານການຕົກລົງ ບັນຫາສໍາຄັນພື້ນຖານຂອງຊາດ ແລະ ຂອງທ້ອງຖິ່ນ ແລະ ດ້ານການ ຕິດຕາມກວດກາ); ວຽກງານການ ຕ່າງປະເທດ; ວຽກງານການສ້າງ ຄວາມເຂັ້ມແຂງ, ວຽກງານພົວພັນ ປະສານງານ ແລະ ທິດທາງແຜນ ການທ້າຍສະໄໝ ຈົນຮອດກອງປະ ຊຸມຄັ້ງປະຖົມມະລືກຂອງສະພາ ແຫ່ງຊາດ ຊຸດທີ X ແລະ ອື່ນໆ. ຂ່າວ-ພາບ: ໜັງສືພິມປະຊາຊົນ ຫລ່ຽມຄໍາ ໃນວັນທີ 22 ທັນວາ ຜ່ານມາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ ແກ້ວ ໂດຍມີທ່ານ ຈ້າວເຫວີຍ ປະ ທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄໍາ, ທ່ານ ຫວາງເອີ້ປາວ ປະທານກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ, ຄະນະຄຸ້ມຄອງ ເຂດເສດຖະກິດພິເສດສາມຫລ່ຽມ ຄໍາ, ຕາງໜ້າຄະນະນໍາຂອງແຂວງ ບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ສົມພອນ ສຸທໍາ ຫົວໜ້າຄະນະຄຸ້ມ ຄອງເຂດເສດຖະກິດພິເສດສາມ ຫລ່ຽມຄໍາ ໄດ້ລາຍງານສະພາບ ລວມການພັດທະນາເຂດເສດຖະກິດ ພິເສດສາມຫລ່ຽມຄຳແມ່ນມີຄວາມ ຄືບໜ້າຕາມທີ່ກໍານົດໄວ້ໃນສັນຍາ ສະບັບປີ 2007 ແລະ ສະບັບປັບປຸງ ປີ2014 ເຮັດໃຫ້ເຂດຊົນນະບົດຫ່າງ ໄກສອກຫລີກໃນເມື່ອກ່ອນກາຍ ເປັນເຂດການຄ້າ, ການບໍລິການ ແລະ ການທ່ອງທ່ຽວໃນປັດຈຸບັນ, ປະກອບສ່ວນສຳຄັນໃນການພັດທະ ນາເສດຖະກິດ-ສັງຄົມໃນທາງກົງ ແລະ ທາງອ້ອມຂອງ ແຂວງບໍ່ແກ້ວ ກໍຄືຂອງ ສປປ ລາວ ໂດຍສະເພາະ ການລົງທຶນ, ປັດຈຸບັນໄດ້ມີບໍລິສັດ ເຂົ້າມາລົງທຶນທັງໝົດ 290 ບໍລິ ສັດ(ຂະແໜງການຄ້າ 90 ບໍລິສັດ, ການບໍລິການ 184 ບໍລິສັດ, ອຸດສາ ຫະກຳ 10 ບໍລິສັດ ແລະ ກະສິກໍາ 6 ບໍລິສັດ). ນອກນັ້ນ, ຍັງມີຫົວໜ່ວຍ ວິສາຫະກິດຂະໜາດນ້ອຍຈຳນວນ 1.846 ຫ້າງຮ້ານ ເຊິ່ງບັນດາວິສາ ຫະກິດຢູ່ພາຍໃນເຂດມີມູນຄ່າການ ລົງທຶນທັງໝົດ 1,2 ຕື້ກວ່າໂດລາ, ທຶນຈົດທະບຽນ 1,3 ຕື້ກວ່າໂດລາ; ມີພົນລະເມືອງທີ່ອາໄສຢູ່ພາຍໃນ ເຂດທັງໝົດ 60.359 ຄົນ, ໃນນັ້ນ, ເປັນພົນລະເມືອງລາວ18.514 ຄົນ, ແຮງງານຕ່າງປະເທດ 41.845 ຄົນ, ສ່ວນໃຫຍ່ແມ່ນເຂົ້າມາກໍ່ສ້າງ ພື້ນຖານໂຄງລ່າງ ຍ້ອນການສະ ໜອງແຮງງານລາວມີຂໍ້ຈຳກັດ;ໄດ້ ເກັບພັນທະຈາກອາກອນມອບເໝົາ ທັງໝົດ 446 ຕື້ກວ່າກີບ, ສຳລັບໄລ ຍະ 10 ເດືອນ ຂອງປີ 2023 ສາ ມາດເກັບພັນທະໄດ້ 96 ຕື້ກວ່າກີບ. ຄຽງຄູ່ກັບການມອບພັນທະເຂົ້າງົບ ປະມານຂອງລັດ, ເຂດເສດຖະກິດພິ ເສດສາມຫລ່ຽມຄຳ ຍັງໄດ້ສຸມໃສ່ ກໍ່ສ້າງພື້ນຖານໂຄງລ່າງຢູ່ພາຍໃນ ເຂດ ເປັນຕົ້ນ: ການກໍ່ສ້າງເສັ້ນທາງ ເບຕົງແຕ່ບ້ານນໍ້າເກິ່ງຫາບ້ານມອມ, ການກໍ່ສ້າງໂຄງການປ້ອງກັນຕາ ຝັ່ງເຈື່ອນ, ການກໍ່ສ້າງສະໜາມບິນ ສາກົນ, ການກໍ່ສ້າງໂຮງແຮມ 5 ດາວ, ຮ້ານອາຫານ, ຮ້ານຄ້າ ແລະ ພື້ນຖານໂຄງລ່າງອື່ນໆພາຍໃນເຂດ. ຈາກນັ້ນ, ຜູ້ອໍານວນການກຸ່ມບໍລິ ສັດດອກງິ້ວຄໍາ ຈໍາກັດ ຍັງໄດ້ລາຍ ງານຈຸດປະສົງ, ວິໄສທັດໃນການພັດ ທະນາເຂດເສດຖະກິດພິເສດສາມ ຫລ່ຽມຄໍາ ໃຫ້ມີຄວາມສີວິໄລ, ຄົບ ວົງຈອນ, ບັນດາສິ່ງອໍານວຍຄວາມ ສະດວກ, ສິ່ງທີ່ຍັງຄົງຄ້າງ ແລະ ບັນ ດາທິດທາງແຜນການໃນຕໍ່ໜ້າ. ໂອກາດນີ້, ທ່ານ ຄໍາພັນ ພົມມະ ທັດ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາຜົນສຳເລັດທີ່ທາງເຂດ ເສດຖະກິດພິເສດສາມຫລ່ຽມຄໍາ ຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມ ນີ້, ຍັງຮຽກຮ້ອງມາຍັງສະພາບໍລິ ຫານຂອງເຂດ, ທຸກພາກສ່ວນທີ່ ກ່ຽວຂ້ອງສືບຕໍ່ຍົກສູງການພັດທະ ນາເຂດເສດຖະກິດພິເສດສາມ ຫລ່ຽມຄໍາ, ໃຫ້ເພີ່ມການຄຸ້ມຄອງ ຕາມລະບຽບກົດໝາຍຍິ່ງຂຶ້ນ, ສົ່ງ ເສີ່ມແຕ່ລະດ້ານຢ່າງຈະແຈ້ງ, ບັນ ດານິຕິກໍາ, ລະບຽບການທີ່ໄດ້ຕົກລົງ ເປັນເອກະພາບກັນແລ້ວຕ້ອງໄດ້ ພ້ອມກັນຈັດຕັ້ງປະຕິບັດ, ຄຸ້ມຄອງ ຊວງທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າ ຈາກສູນຄົ້ນຄວ້າແມ່ນໍ້າຂອງສາກົນ ສປ ຈີນ ກໍຄືຜູ້ເຮັດວຽກຕິດພັນກັບ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ (Mekong-Lancang Cooperation) ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເປັນຄັ້ງທຳອິດ ເພື່ອປຶກສາຫາລື ແລະ ແລກປ່ຽນ ຄໍາຄິດເຫັນກ່ຽວກັບການຈັດຕັ້ງປະ ຕິບັດການຮ່ວມມືໃນຂອບການຮ່ວມ ມື MLC ໃນໄລຍະຜ່ານມາໂດຍສະ ເພາະບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ທິດທາງການ ຮ່ວມມືໃນຕໍ່ໜ້າ.ນອກນັ້ນ,ຍັງມີການ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງ ບັນດາເຄືອຂ່າຍຄັງປັນຍາ ຂອງ ສປປ ລາວ ເພື່ອຍົກລະດັບການຮ່ວມ ມືພາຍໃນໃຫ້ມີປະສິດທິພາບສູງ ກວ່າເກົ່າ ເພື່ອກ້າວໄປສູ່ການສ້າງ ແຫລ່ງຂໍ້ມູນຂ່າວສານ ແລະ ຈຸດ ປະສານງານຂອງບັນດາຂະແໜງ ການຄົ້ນຄວ້າຕ່າງໆຂອງລາວ ໃຫ້ມີ ຄວາມເຂັ້ມແຂງທາງດ້ານການວິ ເຄາະ, ວິໄຈບັນຫາເຄັ່ງຮ້ອນຕ່າງໆ ທັງເປັນການຕອບສະໜອງຂໍ້ມູນ ແລະ ເປັນບ່ອນອີງໃຫ້ແກ່ການຄົ້ນ ຄວ້າຍຸດທະສາດ, ການຮ່ວມມືສາ ກົນ ໃຫ້ແກ່ພາກສ່ວນຂະແໜງການ ຕ່າງໆໃນອະນາຄົດ. ກອງປະຊຸມ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດ ຟື້ນ ແລະ ມີການແລກປ່ຽນຄໍາເຫັນ ຢ່າງກົງໄປກົງມາແລະສ້າງສັນເພື່ອ ປະກອບສ່ວນຍົກລະດັບ ແລະ ສ້າງ ຄວາມເຂັ້ມແຂງ ໃຫ້ແກ່ບັນດານັກ ຄົ້ນຄວ້າ ກໍຄືເຄືອຂ່າຍຄັງປັນຍາ ຂອງ ສປປ ລາວ ໃຫ້ສາມາດກ້າວ ໄປສູ່ລະດັບສາກົນ. ສູນຄົ້ນຄວ້າແມ່ນໍ້າຂອງສາກົນ (GCMS) ແມ່ນກົນໄກການຮ່ວມ ມືໃນຂອບການທູດຊ່ອງທາງທີ II ແລະ ເປັນເຄືອຂ່າຍຄັງປັນຍາຂອງ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ເຮັດ ໜ້າທີ່ຕອບສະໜອງຂໍ້ມູນຂ່າວສານ, ການຄົ້ນຄວ້າບັນຫາຕ່າງໆກ່ຽວ ກັບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ພ້ອມ ກັນນັ້ນ, ການຮ່ວມມືໃນຂອບ GCMSເປັນກົນໄກຫລັກອັນສໍາຄັນ ໃຫ້ແກ່ການຮ່ວມມືແມ່ນໍ້າຂອງແມ່ນໍ້າລ້ານຊ້າງ (MLC) ໃນຂອບ ການຮ່ວມມືພາກລັດຖະບານ. ສູນ GCMS ແມ່ນຖືກສ້າງຕັ້ງຂຶ້ນຕາມ ການສະເໜີຂອງຝ່າຍຈີນ ໃນກອງ ປະຊຸມລັດຖະມົນຕີການຕ່າງປະເທດ ຄັ້ງທີ 2, ຈັດຂຶ້ນທີ່ພະນົມເປັນ, ກໍາ ປູເຈຍ ໃນປີ 2016, ປະກອບມີສະ ມາຊິກທັງໝົດ 6 ປະເທດ ຄື: ຈີນ, ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ. ຄະນະບໍລິຫານງານ ພັກກອມມູນິດ ຍີ່ປຸ່ນ ພ້ອມຄະນະໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 2224 ທັນວາ 2023. ການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະ ພາບການພົ້ນເດັ່ນ ແລະ ການເຄື່ອນ ໄຫວຂອງແຕ່ລະພັກໃນໄລຍະຜ່ານ ມາ, ປຶກສາຫາລື ແລະ ເປັນເອກະ ພາບກັນກ່ຽວກັບທິດທາງການຮ່ວມ ມືໃນຕໍ່ໜ້າ ໂດຍສະເພາະການເພີ່ມ ທະວີການຮ່ວມມື ແລະ ແລກປ່ຽນ ການຢ້ຽມຢາມໄປມາຫາສູ່ກັນລະ ຫວ່າງ ສອງພັກ ເພື່ອປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ 2 ພັກ, ທັງເປັນການປະ ກອບສ່ວນເຂົ້າໃນພາລະກິດເສີມ ສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນ ພາກພື້ນ ແລະ ໃນໂລກ. ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດ ເຫັນກ່ຽວກັບສະພາບພາກພື້ນ ແລະ ສາກົນຈໍານວນໜຶ່ງ ທີ່ສອງຝ່າຍມີ ຄວາມສົນໃຈຮ່ວມກັນ. ສອງຝ່າຍ ຍິນດີສືບຕໍ່ເພີ່ມທະວີ ການພົວພັນຮ່ວມມື ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ລະຫວ່າງ ສອງພັກ ໂດຍສະເໜີໃຫ້ມີການຄົ້ນຄວ້າສ້າງ ຕັ້ງກົນໄກການແລກປ່ຽນແລະການ ຮ່ວມມືລະຫວ່າງ ສອງພັກ ເພື່ອປະ ກອບສ່ວນເຂົ້າໃນການຊຸກຍູ້ການ ພົວພັນຮ່ວມມື ລະຫວ່າງ ສອງປະ ເທດ ຍີ່ປຸ່ນ-ລາວ, ລາວ-ຍີ່ປຸ່ນ ໃຫ້ໄດ້ ຮັບການພັດທະນາຍິ່ງໆຂຶ້ນເພື່ອນໍາ ເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາ ຊົນສອງຊາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ ຫລາຍຂຶ້ນ. ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອອັດ ຊ່ອງຫວ່າງສິ່ງທີ່ບໍ່ດີ, ຫລີກເວັ້ນຂໍ້ ຖົກຖຽງແລະຫາງສຽງຈາກສັງຄົມ, ຕ້ອງມີການປະສານງານກັນລະ ຫວ່າງການຈັດຕັ້ງຂອງລັດກັບຜູ້ລົງ ທຶນ ໃນການຫາທາງອອກທີ່ຖືກ ຕ້ອງ, ສອດຄ່ອງກັບພາລະບົດບາດ, ລະບຽບກົດໝາຍ; ສະເໜີໃຫ້ພາກ ສ່ວນກ່ຽວຂ້ອງຂອງລັດ ແລະ ຜູ້ປະ ກອບການມີການຕິດຕາມ, ກວດກາ ຄືນບັນດາໜ້າວຽກທີ່ ກໍານົດໃນ ແຜນພັດທະນາເປັນແຕ່ລະໄລຍະ, ຫັນການຝຶກອົບຮົມສ້າງວິຊາຊີບ ເພື່ອສົ່ງເສີມແຮງງານພາຍໃນ, ຕ້ອງ ມີການສະຫລຸບຖອດຖອນບົດຮຽນ, ສືບຕໍ່ສ້າງປັດໄຈໃໝ່ໃນການປັບ ປຸງການຄຸ້ມຄອງຂອງລັດ ຕໍ່ໂຄງ ການລົງທຶນຕ່າງໆ ແລະ ພ້ອມກັນ ນໍາເອົາບັນດາບົດຮຽນຜົນສໍາເລັດ ໄປຜັນຂະຫຍາຍເຂົ້າໃນວຽກງານ ຕົວຈິງ ຂອງຕົນຢ່າງມີປະສິດທິຜົນ ສູງຂຶ້ນກວ່າເກົ່າ. ຂ່າວ-ພາບ: ກວດກາສູນກາງພັກ ອາຊຽນ ຂອງ ສປປ ລາວ. ການເຜີຍແຜ່ຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການບັນຍາຍກ່ຽວກັບ ເປົ້າໝາຍໃນການເປັນປະທານອາ ຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄຳຂວັນ: “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ”ແລະບັນດາບຸລິມະສິດປີ່ນ ອ້ອມຄຳຂວັນພາຍໃຕ້ 3 ເສົາຄໍ້າປະ ຊາຄົມອາຊຽນຄື: ເສົາຄໍ້າປະຊາ ຄົມການເມືອງ-ຄວາມໝັ້ນຄົງອາ ຊຽນ, ເສົາຄໍ້າປະຊາຄົມເສດຖະກິດ ອາຊຽນ ແລະ ເສົາຄໍ້າປະຊາຄົມວັດ ທະນະທໍາ-ສັງຄົມອາຊຽນ. ພ້ອມ ນີ້, ທ່ານປະທານຍັງໄດ້ຍົກໃຫ້ເຫັນ ບົດບາດອັນສໍາຄັນຂອງ ສປປ ລາວ ໃນການເປັນປະທານກອງປະຊຸມ ລະດັບຕ່າງໆ ໂດຍສະເພາະລະດັບ ຜູ້ນໍາຂອງປະເທດສະມາຊິກອາຊຽນ ແລະ ລະຫວ່າງ ອາຊຽນ ແລະ ຄູ່ເຈ ລະຈາ ເຊິ່ງ ສປປ ລາວ ຈະໄດ້ນໍາພາ ແລະ ເຮັດວຽກຮ່ວມກັບປະເທດສະ ມາຊິກອາຊຽນ ໃນການປຶກສາຫາ ລືການຮ່ວມມືໃນຂົງເຂດຕ່າງໆ ລວມທັງການຮັບຮອງບັນດາເອກະ ສານສໍາຄັນ ແລະ ການຈັດຕັ້ງປະ ຕິບັດບັນດາກິດຈະກຳ ພາຍໃຕ້ກົນ ໄກການຮ່ວມມືອາຊຽນ ເພື່ອນໍາຜົນ ປະໂຫຍດສູງສຸດມາສູ່ອາຊຽນ ໂດຍ ສະເພາະແມ່ນ ສປປ ລາວ. ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ ໃນວັນທີ 23 ກໍລະກົດ 1997, ຕະຫລອດໄລຍະ26ປີຂອງ ການເປັນສະມາຊິກອາຊຽນ, ສປປ ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານອາຊຽນ ກໍຄື ການ ສ້າງປະຊາຄົມອາຊຽນ. ໃນນີ້, ສປປ ລາວ ໄດ້ສໍາເລັດການເປັນປະທານ ອາຊຽນ ມາແລ້ວ 2 ຄັ້ງຄື: ຄັ້ງທຳ ອິດ ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016. ສໍາລັບການເປັນປະ ທານ ອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ຈະເລີ່ມແຕ່ວັນທີ 1 ມັງກອນ ເຖິງວັນທີ 31 ທັນວາ 2024. ໃນໂອກາດນີ້, ທ່ານສະເຫລີມໄຊ ກົມມະສິດ ໄດ້ຮຽກຮ້ອງໃຫ້ທຸກພາກ ສ່ວນໃນສັງຄົມ ໂດຍສະເພາະບັນ ດາແຂວງພາກເໜືອ ທັງພາກລັດ, ພາກເອກະຊົນ ແລະ ປະຊາຊົນນັບ ແຕ່ສູນກາງຈົນຮອດທ້ອງຖິ່ນ ພ້ອມ ກັນເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ ການເປັນປະທານອາຊຽນຂອງ ສປປ ລາວ ສາມາດບັນລຸຈຸດປະສົງ ແລະເປົ້າໝາຍທີ່ວາງອອກ,ລວມທັງ ການເປັນເຈົ້າພາບທີ່ດີເພື່ອດຶງດູດ ນັກທ່ອງທ່ຽວ ສຳລັບປີທ່ອງທ່ຽວ ລາວ 2024. ຂ່າວ-ພາບ: ກະຊວງການຕ່າງປະເທດ ໜ້າກົມມໍລະດົົກ ກະຊວງຖະແຫລງ ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໃຫ້ຮູ້ ໃນວັນທີ 22 ທັນວາ 2023 ວ່າ: ລາຍນາກເປັນ ລາຍທີ່ໂດດເດັ່ນອັນດັບໜຶ່ງໃນຜ້າ ແພລາວ ທີ່ຖືກປະດິດຄິດສ້າງຂຶ້ນ ດ້ວຍຈິດສຳນຶກຢ່າແຢງແຝງບູຊາ, ມີສິລະປະອັນປານີດລາຍ ແລະ ຜູກ ພັນກັບຊີວິດການເປັນຢູ່ຂອງຊຸມຊົນ ເຊື້ອຊາດລາວຢ່າງແຍກບໍ່ອອກ. ດັ່ງ ນັ້ນ, ພາຍຫລັງທີ່ “ ສຽງແຄນເຊື້ອ ຊາດລາວ” ໄດ້ຖືກຮັບຮອງໃຫ້ເປັນ ບັນຊີມໍລະດົກ ວັດທະນະທໍາທີ່ບໍ່ເປັນ ວັດຖຸທີ່ເປັນຕົວແທນຂອງມວນມະ ນຸດ ໂດຍອົງການອຸຍແນັສໂກ ໃນປີ 2017. ລັດຖະບານ ສປປ ລາວ ກໍຄື ກະຊວງຖະແຫລງຂ່າວ ວັດທະນະ ທຳ ແລະ ທ່ອງທ່ຽວ ໄດ້ສືບຕໍ່ສະເໜີ ເອົາ “ຫັດຖະກຳພື້ນເມືອງພູມປັນຍາ ການຕໍ່າລາຍນາກ ຂອງຊຸມຊົນເຊື້ອ ຊາດລາວ” ຕໍ່ອົງການອຸຍແນັສໂກ ເພື່ອຮັບຮອງເຂົ້າເປັນມໍລະດົກໂລກ ທາງດ້ານວັດທະນະທຳໂດຍໄດ້ ມອບໃຫ້ກົມມໍຣະດົກ ປະສານສົມ ທົບກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ທັງພາກລັດ ແລະ ເອກະຊົນດຳເນີນ ການສຶກສາຄົ້ນຄວ້າ ແລະ ປະກອບ ເອກະສານຄຳຮ້ອງເຖິງອົງການ ອຸຍແນສໂກ ນັບຕັ້ງແຕ່ປີ 2018. ມາຮອດ ວັນທີ 31 ມີນາ 2022, ຄະ ນະຮັບຜິດຊອບກໍໄດ້ສຳເລັດເອກະ ສານຄຳຮ້ອງ ແລະ ນຳສົ່ງເຖິງສູນມໍ ລະດົກໂລກຢ່າງເປັນທາງການ. ໃນກອງປະຊຸມໃຫຍ່ຂອງຄະນະ ກຳມະການລະຫວ່າງ ລັດຖະບານ ວ່າດ້ວຍການປົກປ້ອງມໍລະດົກວັດ ທະນະທຳ ທີ່ບໍ່ເປັນວັດຖຸ ຄັ້ງທີ 18 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-8 ທັນວາ 2023 ທີ່ເມືອງຄາຊານ, ສາທາລະນະລັດບັນສະວານາ. ຄະ ນະກຳມະການລະຫວ່າງລັດຖະ ບານວ່າດ້ວຍການປົກປ້ອງມໍລະດົກ ວັດທະນະທໍາ ທີ່ບໍ່ເປັນວັດຖຸ ຈາກ 24 ປະເທດ ທີ່ເປັນຕົວແທນໃຫ້ແກ່ ບັນດາປະເທດພາຄີຂອງສົນທິສັນ ຍາດັ່ງກ່າວໄດ້ຮັບຮອງເອົາ “ຫັດຖະ ກຳພື້ນເມືອງພູມປັນຍາການຕໍ່າລາຍ ນາກ ຂອງຊຸມຊົນເຊື້ອຊາດລາວ” ເຂົ້າເປັນມໍລະດົກວັດທະນະທຳ ທີ່ບໍ່ ເປັນວັດຖຸທີ່ເປັນຕົວແທນຂອງມວນ ມະນຸດຢ່າງເປັນທາງການ. ການຮັບຮອງໃຫ້ເປັນມໍລະດົກ ວັດທະນະທຳ ທີ່ບໍ່ເປັນວັດຖຸທີ່ເປັນ ຕົວແທນຂອງມວນມະນຸດໂລກແມ່ນ ມີຄວາມໝາຍ ແລະ ຄວາມສຳຄັນ ຕໍ່ການອະນຸລັກ, ປົກປັກຮັກສາມໍລະ ດົກອັນລໍ້າຄ່າຂອງຊາດໃຫ້ມີຄວາມ ຍືນຍົງ ທັງເປັນປະກອບສ່ວນເຂົ້າ ໃນການສົ່ງເສີມວຽກງານເສດຖະ ກິດຂອງຊາດ, ເປັນການຕໍ່ຍອດໃຫ້ ແກ່ຜະລິດຕະພັນຫັດຖະກຳ ຂອງ ລາວ ໃຫ້ມີບາດກ້າວຂະຫຍາຍຕົວ ອັນໃໝ່ແລະ ເປັນທີ່ຮັບຮູ້ຈາກສາກົນ ຫລາຍຂຶ້ນ. ສະນັ້ນ, ພາຍຫລັງການ ຮັບຮອງເອົາ “ຫັດຖະກຳພື້ນເມືອງ ພູມປັນຍາການຕໍ່າລາຍນາກ ຂອງ ຊຸມຊົນເຊື້ອຊາດລາວ” ເຂົ້າໃນບັນ ຊີມໍລະດົກວັດທະນະທໍາ ທີ່ບໍ່ເປັນວັດ ຖຸທີ່ເປັນຕົວແທນຂອງມວນມະນຸດ ຈາກອົງການອຸຍແນັສໂກ ຢ່າງເປັນ ທາງການ; ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍໄດ້ ມີແຜນການທີ່ຈະຈັດພິທີຖະແຫລງ ການຢ່າງເປັນທາງການຂຶ້ນໃນ ເດືອນມັງກອນ2024 ແລະກະກຽມ ຈັດພິທີສະເຫລີມສະຫລອງໃຫຍ່ ພາຍຫລັງໄດ້ຮັບໃບຢັ້ງຢືນຢ່າງເປັນ ທາງການຈາກອົງການອຸຍແນັສໂກ ໃນໄວໆນີ້. ຂ່າວ: ກິດຕາ; ພາບ: ເກດສະໜາ ປະທານກວດກາ ພັກ-ລັດ... ຂປລ.ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ ລາດບັງຫລວງຂັ້ນສູນກາງພ້ອມ ດ້ວຍຄະນະ ໄດ້ພົບປະແລກປ່ຽນບົດ ຮຽນ ແລະ ເຮັດວຽກຮ່ວມກັບຄະນະ ຄຸ້ມຄອງເຂດເສດຖະກິດພິເສດສາມ

RkJQdWJsaXNoZXIy MTc3MTYxMQ==