5774

xtgmf]k; 6 22/12/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ oa [4vps]a 'gxa og9Q krk[vk-Po ໂດຍ: ເກີດຂວັນໃຈ ມາລີຈັນສີ mj v'mj P;rk.sh glf4tdy f]k;7j vp2N o8q ; * ສປປ ລາວແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນທີ່ມີທ່າ ອ່ຽງເສດຖະກິດໂດຍລວມພວມຟື້ນ ຕົວຂຶ້ນຢ່າງຕໍ່ເນື່ອງພາຍຫລັງລັດຖະ ບານເປີດປະເທດນັບແຕ່ຕົ້ນປີ 2022 ເຖິງປັດຈຸບັນ ເຊິ່ງປັດໄຈສໍາຄັນທີ່ຊ່ວຍ ໃຫ້ລາວໄດ້ຮັບແຮງຍູ້ໜູນນັ້ນແມ່ນ ເກີດມາຈາກພາກອຸດສາຫະກໍາທ່ອງ ທ່ຽວ, ການບໍລິການຄົມມະນາຄົມຂົນ ສົ່ງລະຫວ່າງປະເທດ ແລະ ການເປີດ ໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ ນັ້ນເອງ. ອີງຕາມບົດລາຍງານຂອງທະນາ ຄານໂລກເປີດເຜີຍອັນສືບເນື່ອງຈາກ ນະໂຍບາຍການເງິນເຮັດໃຫ້ສະເຖຍ ລະພາບດ້ານເສດຖະກິດມະຫາພາກ * ນັບຖອຍຫລັງບໍ່ເຖິງເດືອນກໍກ້າວ ເຂົ້າສູ່ປີໃໝ່ 2024 ຖືວ່າເປັນອີກປີໜຶ່ງ ທີ່ມີຄວາມໝາຍສໍາຄັນຂອງ ສປປ ລາວເຮົາ ແລະ ປ່ວງຊົນລາວທັງຊາດ ຂະນະທີ່ຫລາຍເຫດການສໍາຄັນທີ່ ສປປ ລາວ ພວມຫ້າງຫາກະກຽມຕ້ອນ ຮັບນັ້ນແມ່ນການເປີດປີທ່ອງທ່ຽວ, ເປັນເຈົ້າພາບກອງປະຊຸມອາຊຽນ, ການເປີດຂົວມິດຕະພາບ ລາວ-ໄທ ແຫ່ງທີ 5, ການສະເຫລີມສະຫລອງ ວັນສໍາຄັນຂອງຊາດ ແລະ ອື່ນໆ. ດັ່ງທີ່ຮູ້ນໍາກັນ, ອາຊຽນ ສ້າງຕັ້ງ ຂຶ້ນໃນປີ 1967 ແລະ ປັດຈຸບັນມິສະມາ ຊິກ 10 ປະທດຄື: ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ແຕ່ສະເພາະ ສປປ ລາວ ເຮົາເອງໄດ້ເປັນສະມາຊິກ ອາ ຊຽນໃນປີ 1997. ຕໍ່ກັບການຫ້າງຫາກະກຽມວຽກ ສໍາຄັນເຫລົ່ານັ້ນໃຫ້ມີຄວາມພ້ອມ ແລະ ຮັບປະກັນຄວາມສໍາເລັດສູງນັ້ນ, ຫລ້າສຸດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການເປັນ ປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ແກ່ບັນດາພະນັກງານ ຫລັກ ແຫລ່ງ ແລະ ພະນັກງານກ່ຽວຂ້ອງ ຂອງບັນດາແຂວງພາກກາງ ແລະ ສະແດງໃຫ້ເຫັນວ່າໃນປີ 2023 ເສດ ຖະກິດຂອງລາວ ໄດ້ຄ່ອຍຟື້ນຕົວເປັນ ກ້າວໆພາຍຫລັງການລະບາດພະຍາດ ຂອງໂຄວິດ-19 ໃນປີ2020 ໂດຍຄາດ ຄະເນການເຕີບໂຕຂອງ GDP ເທົ່າ ກັບ 3,7% ເພີ່ມຂຶ້ນຈາກ 2,7% ໃນປີ 2022. ການເຕີບໂຕດັ່ງກ່າວສ່ວນໃຫຍ່ ແມ່ນໄດ້ຮັບການຊຸກຍູ້ຈາກຂະແໜງ ການທ່ອງທ່ຽວ, ການຂົນສົ່ງ ແລະ ໂລຈິສຕິກທີ່ມີການຂະຫຍາຍຕົວ ແລະ ການລົງທຶນຂອງຕ່າງປະເທດທີ່ສູງ ຂຶ້ນແຕ່ວ່າອັດຕາການເຕີບໂຕກໍຍັງຕ່ຳ ກວ່າອັດຕາທີ່ຄາດການໄວ້ກ່ອນໜ້ານີ້. ໃນຂະນະທີ່ເສັ້ນທາງລົດ ໄຟລາວຈີນແລະ ເຂດບໍລິການຂົນສົ່ງຕາມຊາຍ ແດນໄດ້ອຳນວຍຄວາມສະດວກໃຫ້ແກ່ ການເດີນທາງແລະການຄ້າ,ດ້ວຍກິດຈະ ກຳອຸດສາຫະກຳທີ່ສະໜັບສະໜູນຈາກ ການສົ່ງອອກຊັບພະຍາກອນທຳມະ ຊາດ ເຮັດໃຫ້ການຟື້ນຕົວຂອງເສດຖະ ທ່ຽວສາກົນ ເຊິ່ງລາວຍັງສືບຕໍ່ເດີນໄປ ໃນເສັ້ນທາງຟື້ນຟູ, ປັດຈຸບັນ, ປະເທດ ລາວກໍມີທ່າອ່ຽງທີ່ຊຸກຍູ້ຫລາຍຮູບ ຫລາຍສີໂດຍສະເພາະການບໍລິການ ສາຍການບິນຕ່າງປະເທດແລະປະເທດ ຄູ່ຮ່ວມງານແມ່ນເລີ່ມຕົ້ນການສ້າງ ຕັ້ງສາຍການບິນໂດຍກົງ. ຫວ່າງບໍ່ດົນມານີ້, ການບິນລາວ ແລະ Vietjet, ສາຍການບິນລາຄາ ຖືກຂອງຫວຽດນາມໄດ້ມີການຮ່ວມມື ຢ່າງເປັນທາງການເພື່ອໃຫ້ບໍລິການ ເສັ້ນທາງການບິນໂດຍກົງລະຫວ່າງ ນະຄອນຫລວງວຽງຈັນ, ລາວ ແລະ ນະຄອນໂຮ່ຈີມິງ, ຫວຽດນາມ ພາຍ ໃນເດືອນກຸມພາ 2024. ພ້ອມດຽວກັນນີ້, ບໍລິສັດການບິນ ການບິນທີ່ມີສຳນັກງານຢູ່ລັດເຊຍ ໄດ້ ເປີດການບິນໂດຍກົງມາຍັງນະຄອນ ຫລວງຂອງລາວລະຫວ່າງບາງກອກ ແລະ Vladivostok ຕາມລຳດັບ. ພ້ອມດຽວກັນນັ້ນ, ລັດຖະບານ ລາວຍັງຕັ້ງໜ້າປັບປຸງຍົກລະດັບພື້ນ ຖານໂຄງລ່າງໃຫ້ມີການເຊື່ອມໂຍງ ເຊື່ອມຈອດກັນຫລາຍຂຶ້ນລະຫວ່າງປະ ເທດ, ຊຸກຍູ້ການປັບປຸງທີ່ພັກໂຮງແຮມ, ຊັບພະຍາກອນການທ່ອງທ່ຽວ, ຜະລິດ ຕະພັນ, ການຂົນສົ່ງ ແລະ ເຄື່ອງມືການ ແພດ, ໃຫ້ບຸລິມະສິດດ້ານຄຸນນະພາບ, ຄວາມປອດໄພ, ຄວາມເພິ່ງພໍໃຈຂອງ ນັກທ່ອງທ່ຽວ. ດັ່ງທີ່ຮູ້ນໍາກັນ, ໃນເຄິ່ງປີທຳອິດ ຂອງປີ2023, ປະເທດເຮົາໄດ້ຕ້ອນຮັບ ນັກທ່ອງທ່ຽວ 1,6 ລ້ານເທື່ອຄົນ, ເປັນ ຂີດໝາຍສະແດງໃຫ້ເຫັນວ່າ, ປະເທດ ເຮົາພວມເປັນທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ລັດຖະ ບານໄດ້ວາງເປົ້າໝາຍໄວ້ວ່າພາຍໃນ ປີ 2024 ນີ້ຈະສູ້ຊົນດຶງດູດນັກທ່ອງ ທ່ຽວໃຫ້ 2.4 ລ້ານຄົນ ແລະ ສ້າງ ລາຍຮັບໄດ້ 401 ລ້ານໂດລາ. ຫລ້າສຸດ ກະຊວງຖະແຫລ່ງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ລາຍ ງານຫວ່າງບໍ່ດົນມານີ້ວ່າ: ພຽງ 9 ເດືອນ ຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະ ເທດຫລາຍກວ່າ 2,4 ລ້ານຄົນ ເຂົ້າມາ ທ່ຽວໃນລາວ, ເພີ່ມຂຶ້ນ 285% ເມື່ອ ທຽບໃສ່ໄລຍະດຽວກັນຂອງປີ 2022. ອີງຕາມຕົວເລກສະຖິຕິດັ່ງກ່າວ ສະແດງໃຫ້ເຫັນວ່າ ນັກທ່ອງທ່ຽວມາ ຈາກບັນດາປະເທດອາຊຽນຫຼາຍກວ່າ 1.6 ລ້ານຄົນ, ໃນຂະນະທີ່ 636,687 ຄົນມາຈາກພາກພື້ນອາຊີປາຊີຟິກ, ເອີຣົບ 142,845 ຄົນ ແລະ ສະຫະລັດ 54,686 ຄົນ. ພາກໃຕ້ ຂອງ ສປປ ລາວ ໃນວັນທີ 12 ທັນວາ 2023 ທີ່ສຳນັກງານຫ້ອງວ່າ ການ ແຂວງຈໍາປາສັກ. ໃຫ້ກຽດກ່າວ ເປີດ ແລະ ເປັນປະທານບັນຍາຍ ໃນ ກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ, ຮອງປະທານ, ຜູ້ປະ ຈໍາການຄະນະຊີ້ນໍາລະດັບຊາດ ເພື່ອ ກະກຽມ ແລະ ດຳເນີນການເປັນປະ ທານອາຊຽນ ຂອງ ສປປ ລາວ ໂດຍມີ ຜູ້ເຂົ້າຮ່ວມທີ່ເປັນພະນັກງານຫລັກ ແຫລ່ງຈາກບັນດາແຂວງພາກກາງ ແລະ ພາກໃຕ້ ແລະ ນັກສຶກສາ ມະຫາວິ ທະຍາໄລຈຳປາສັກ ຈໍານວນ 170 ກວ່າທ່ານ. ຈຸດປະສົງຂອງກອງປະຊຸມເຜີຍ ແຜ່ຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍໄດ້ ເນັ້ນເຖິງຄວາມໝາຍຄວາມສໍາຄັນໃນ ການເປັນປະທານອາຊຽນ ກໍຄືການຄັດ ເລືອກເອົາຄຳຂວັນ ແລະ ບູລິມະສິດ ພາຍໃຕ້ການເປັນປະທານ ຂອງ ສປປ ລາວ, ລວມທັງການກຽມຄວາມພ້ອມ ໃນດ້ານຕ່າງໆ ເພື່ອຮັບປະກັນຜົນສໍາ ເລັດຂອງການເປັນເຈົ້າພາບ ແລະ ປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ກ່ຽວກັບຄວາມ ໝາຍຄວາມສຳຄັນ ແລະ ເປົ້າໝາຍໃນ ການເປັນປະທານອາຊ ຽນ ຂອງ ສປປ ລາວ ໃນປີ 2024, ລວມທັງຄຳຂວັນ ການເປັນປະທານອາຊຽນຂອງ ສປປ ລາວ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ແລະ ບັນດາບູລິມະສິດປີ່ນອ້ອມການສົ່ງ ເສີມການເຊື່ອມຈອດ ແລະ ການສົ່ງ ເສີມຄວາມເຂັ້ມແຂງ ກໍຄື ພາຍໃຕ້ 3 ເສົາຄໍ້າອາຊຽນຄື: ເສົາຄໍ້າປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາສັງຄົມອາຊຽນ. ພ້ອມນີ້, ທ່ານປະທານ ຍັງໄດ້ຍົກໃຫ້ເຫັນບົດບາດອັນສໍາຄັນ ຂອງ ສປປ ລາວ ໃນການເປັນປະທານ ກອງປະຊຸມທີ່ສໍາຄັນໃນລະດັບຕ່າງໆ ໂດຍສະເພາະລະດັບຜູ້ນໍາຂອງປະ ເທດສະມາຊິກອາຊຽນ ແລະ ກອງປະ ຊຸມລະດັບຜູ້ນຳ ລະຫວ່າງ ອາຊຽນ ແລະ ຄູ່ເຈລະຈາ ຊຶ່ງ ສປປ ລາວ ຈະໄດ້ ນໍາພາ ແລະ ເຮັດວຽກຮ່ວມກັບປະເທດ ສະມາຊິກອາຊຽນ ໃນການປຶກສາຫາ ລືການຮ່ວມມືໃນຂົງເຂດຕ່າງໆ ແລະ ການຮັບຮອງບັນດາເອກະສານອາ ຊຽນທີ່ສໍາຄັນ ແລະ ການຈັດຕັ້ງປະຕິ ບັດບັນດາກິດຈະກຳພາຍໃຕ້ຂອບການ ຮ່ວມມືອາຊຽນ ເພື່ອນໍາຜົນປະໂຫຍດ ສູງສຸດມາສູ່ອາຊຽນ ເວົ້າລວມເວົ້າສະ ເພາະແມ່ນ ສປປ ລາວ. ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ ໃນວັນທີ 23 ກໍລະກົດ 1997. ໃນໄລຍະຜ່ານມາ ສປປ ລາວ ເຄີຍໄດ້ ຮັບກຽດເປັນປະທານອາຊຽນມາແລ້ວ 2 ຄັ້ງຄື: ຄັ້ງທຳອິດ ໃນປີ 20042005 ແລະ ຄັ້ງທີ 2 ໃນປີ 2016. ສຳ ລັບການເປັນປະທານ ອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນຄັ້ງນີ້ ແມ່ນຈະເລີ່ມ ແຕ່ ວັນທີ 1 ມັງກອນ ເຖິງ ວັນທີ 31 ທັນວາ 2024. ການດຳເນີນການເປັນ ປະທານອາຊຽນຂອງ ສປປ ລາວ ໃນ ປີ 2024 ແມ່ນຮຽກຮ້ອງໃຫ້ທຸກພາກ ສ່ວນໃນສັງຄົມລາວທັງພາກລັດ, ພາກ ເອກະຊົນ ແລະ ພໍ່ແມ່ປະຊາຊົນ ນັບ ແຕ່ສູນກາງຈົນຮອດທ້ອງຖິ່ນ ພ້ອມ ກັນເປັນເຈົ້າພາບທີ່ດີ ເພື່ອໃຫ້ການເປັນ ປະທານອາຊຽນ ຂອງ ສປປ ລາວ ສາ ມາດບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ ວາງອອກ. ໃນໂອກາດການລົງເຄື່ອນໄຫວ ເຮັດວຽກຢູ່ຈຳປາສັກຄັ້ງນີ້, ທ່ານ ສະ ເຫລີມໄຊ ກົມມະສິດ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ, ໃນຖານະເປັນຫົວໜ້າ ຄະນະກຳມະການອຳນວຍຄວາມສະ ດວກທາງດ້ານການຄ້າ ແລະ ການຂົນ ສົ່ງຂັ້ນສູນກາງ, ໄດ້ເຮັດວຽກກັບຂະ ແໜງການກ່ຽວຂ້ອງຈາກສູນກາງ ແລະ ແຂວງຈຳປາສັກ ເພື່ອຊຸກຍູ້ ແລະ ປຶກສາຫາລື ກ່ຽວກັບການບໍລິການທ່າ ບົກດ່ານວັງເຕົ່າ ໃຫ້ມີຄວາມສະດວກ ແລະ ສອດຄ່ອງກັບລະບຽບໃນການ ອຳນວຍຄວາມສະດວກຂອງທ່າບົກ ແລະ ໄດ້ຢ້ຽມຊົມຈຸດຄ່ຽນຖ່າຍສິນຄ້າ ກະສິກຳ. ນອກຈາກນີ້, ຍັງໄດ້ເຄື່ອນ ໄຫວຢ້ຽມຢາມ ພື້ນຖານການຜະລິດ ຂອງແຂວງຈຳປາສັກ ໂດຍສະເພາະ ແມ່ນການສົົ່ງເສີມການປູກຝັງ ແລະ ລ້ຽງສັດໃຫ້ເປັນສິນຄ້າສົ່ງອອກໄປ ຕ່າງປະເທດ ເພື່ອປະກອບສ່ວນໃນ ການສ້າງວຽກເຮັດງານທຳໃຫ້ປະຊາ ຊົນໃນທ້ອງຖິ່ນແລະປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄືຂອງປະເທດຊາດ ໃຫ້ ມີຄວາມເຂັ້ມແຂງເທືອລະກ້າວ. ໃນປີ 2024 ນີ້, ສປປ ລາວ ພວມ ຢືນຢູ່ທ່າມກາງສິ່ງທ້າຍທາຍຢ່າງ ຫລາຍພວມຜະເຊີນໂດຍສະເພາະການ ພັດທະນາເສດຖະກິດ-ສັງຄົມ, ການ ແກ້ໄຂຄວາມທຸກຍາກ ແລະ ການສູ້ຊົນ ຍາດເອົາຜົນສໍາເລັດໃຫ້ຢ່າງຫລວງ ກວ່າປີ 2023 ຜ່າມາ ເຊິ່ງນັ້ນໄດ້ຕັ້ງ ເປົ້າໝາຍໄວ້ວ່າພາກອຸດສາຫະກໍາ ທ່ອງທ່ຽວຄື: ແຫລ່ງລາຍຮັບຕົ້ນໆ ຂອງປະເທດ ແລະ ຈະສູ້ຊົນດຶງດູດນັກ ທ່ອງທ່ຽວໃຫ້ໄດ້ບໍ່ຕໍ່າກວ່າ 3 ລ້ານຄົນ, ກັບລາຍຮັບເຂົ້າປະເທດ 300 ລ້ານ ໂດລາ. ກິດມະຫາພາກຄ່ອຍດີຂຶ້ນ ໃນນັ້ນການ ຟື້ນຟູການທ່ອງທ່ຽວແມ່ນຄວາມພ້ອມ ຂອງການເຄື່ອນໄຫວ ແລະ ການທ່ອງ Thai Airways ຂອງໄທ ແລະ Ural Airlinesຂອງລັດເຊຍ ເຊິ່ງເປັນສາຍ

RkJQdWJsaXNoZXIy MTc3MTYxMQ==