5774

xtgmf]k; 4 3]d c]t gsfdko 22/12/2023 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lt,k-y dra d 8h v'8A '|h kgxa oc[[1j k'/b d/q o s]+ s]v,75 omkfdkog,n v'{75 olq ,[a fly omext8y ;a f ຂປລ. ການຝຶກຝົນຄຸນທາດການ ເມືອງ ແລະ ຄຸນສົມບັດສິນທໍາປະຕິ ວັດແມ່ນໜ້າທີ່ຂອງພະນັກງານ, ສະມາຊິກພັກທຸກຄົນ ຕ້ອງຕັ້ງໜ້າ ເປັນແບບຢ່າງຝຶກຝົນຫລໍ່ຫລອມຄຸນ ທາດການເມືອງ, ຄຸນສົມບັດສິນ ທໍາປະຕິວັດເພາະເປັນມາດຖານ ແຖວໜ້າ, ແມ່ນຄວາມຈໍາເປັນອັນ ຮີບດ່ວນ ຂອງພັກເຮົາ ແລະ ເປັນພື້ນ ຖານທີ່ຂາດບໍ່ໄດ້ ເພື່ອສ້າງພັກ ໃຫ້ມີ ຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ສະນັ້ນ, ພະນັກງານ, ສະມາຊິກພັກ ໂດຍສະເພາະແມ່ນພະ ນັກງານນໍາພາແຕ່ລະຂັ້ນ ຕ້ອງຕັ້ງ ໜ້າ ແລະ ເພີ່ມທະວີຄວາມເປັນແບບ ຢ່າງໃນການຝຶກຝົນຫລໍ່ຫລອມ, ຍົກ ສູງນໍ້າໃຈຮັບຜິດຊອບຕໍ່ພັກ,ຕໍ່ປະ ເທດຊາດ ແລະ ປະຊາຊົນ, ຮັບໃຊ້ ຊາດຮັບໃຊ້ປະຊາຊົນຢ່າງສຸດໃຈ. ເພື່ອຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດອັນໜັກ ແໜ້ນ ພະນັກງານ, ສະມາຊິກພັກ ຕ້ອງເອົາໃຈໃສ່ບາງວິທີການຕົ້ນຕໍ ຄື: ອອກແຮງງຄົ້ນຄວ້າຮໍ່າຮຽນ ລັດທິມາກ-ເລນິນ ເປັນປະຈຳ, ເອົາ ໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກຳ ແໜ້ນແນວທາງ, ແຜນນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ. ເອົາໃຈໃສ່ຮໍ່າຮຽນຍົກລະດັບ ຄວາມຮູ້ດ້ານຕ່າງໆໃຫ້ສູງຂຶ້ນຢ່າງ ບໍ່ຢຸດຢັ້ງ; ເຂົ້າຮ່ວມດຳເນີນຊີວິດ, ສຳຫລວດກວດກາເປັນປົກກະຕິ ແລະ ເຂັ້ມງວດເພື່ອຊອກໃຫ້ເຫັນ ດ້ານຕັ້ງໜ້າ ແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍ. ພ້ອມກັນນັ້ນ, ຕ້ອງຊອກໃຫ້ເຫັນຈຸດອ່ອນ, ຂໍ້ຄົງ ຄ້າງ ເພື່ອມີວິທີການປັບປຸງແກ້ໄຂ ຢ່າງເດັດຂາດ ແລະ ທັນການ; ເອົາ ໃຈໃສ່ປັບປຸງທັດສະນະມະຫາຊົນ ໃຫ້ໜັກແໜ້ນ ດ້ວຍການຕັ້ງໜ້າເຂົ້າ ຮ່ວມຂະບວນການຂອງມະຫາຊົນ ໂດຍຖືເອົາຂະບວນການມະຫາຊົນ ເປັນບ່ອນຝຶກຝົນຫລໍ່ຫລອມຕົນເອງ ແລະຖືເອົາມະຫາຊົນເປັນຜູ້ສ້າງພັກ. ສະມາຊິກພັກຕ້ອງດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານຕິດ ແທດກັບມະຫາຊົນ, ສະແດງຄວາມ ເຄົາລົບນັບຖືມະຫາຊົນ, ເຂົ້າໃຈ ຄວາມທຸກ-ສຸກ, ຄວາມຂັດຂ້ອງ ໝອງໃຈແລະຄວາມມຸ່ງມາດປາຖະ ໜາຂອງມະຫາຊົນ; ສະມາຊິກພັກ ຕັ້ງໜ້າຊອກຫາທຸກວິທີທາງ ເພື່ອ ນຳພາມະຫາຊົນຈັດຕັ້ງປະຕິບັດ ແນວທາງ, ແຜນນະໂຍບາຍຂອງ ພັກ ກໍຄື ປະຕິບັດໃຫ້ບັນລຸຈຸດໝາຍ ແຫ່ງຄວາມມຸ່ງມາດປາຖະໜາຂອງ ມະຫາຊົນ. ພ້ອມທັງເອົາໃຈໃສ່ປັບປຸງທັດ ສະນະຫລັກໝັ້ນຊົນຊັ້ນໃຫ້ໜັກແໜ້ນ ແລະ ຍົກສູງສະຕິລະວັງຕົວຢູ່ສະ ເໝີ ເພື່ອບໍ່ໃຫ້ມີຊ່ອງຫວ່າງໃຫ້ສັດ ຕູສວຍໃຊ້ເພື່ອມ້າງເພທຳລາຍພວກ ເຮົາ; ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງ ພັກໃຫ້ປອດໃສ, ເຂັ້ມແຂງ, ໜັກ ແໜ້ນຮອບດ້ານ; ກໍ່ສ້າງອົງການປົກ ຄອງໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ; ບັນຫາ ທີ່ເປັນພື້ນຖານກວ່າໝູ່ ແມ່ນພະນັກ ງານ, ສະມາຊິກພັກທຸກສະຫາຍ ຕ້ອງມີຄວາມຕັດສິນໃຈສູງໃນການ ຝຶກຝົນຫລໍ່ຫລອມຕົນເອງ ໂດຍເລີ່ມ ຈາກການຍົກສູງຄວາມຮັບຜິດຊອບ ຕໍ່ວຽກງານທີ່ໄດ້ຮັບມອບໝາຍແລະ ເຂັ້ມງວດຕໍ່ຕົນເອງ, ກ້າຫານຫັນ ປ່ຽນດ້ວຍຕົນເອງ, ຍິນດີຮັບເອົາຄຳ ຕິຊົມຈາກຄົນອື່ນດ້ວຍຄວາມຈິງໃຈ ແລະ ເອົາໃຈໃສ່ຕ້ານລັດທິເອກະຊົນ, ແນວຄິດຂີ້ຄ້ານມັກງ່າຍ, ແນວຄິດ ຄັບແຄບ ແລະ ອວດອົ່ງທະນົງຕົວ. ແຈ້ງຂ່າວມໍລະນະກໍາ * ຂ້າພະເຈົ້າ ນາງ ມຸກພະສິດ ກະຕິຍະ ຂໍແຈ້ງ ຂ່າວມໍລະນະກໍາມາຍັງຍາດຕິພີ່ນ້ອງ ເພື່ອນມິດ ສະຫາຍທີ່ຢູ່ໃກ້ ແລະ ຢູ່ໄກ ຊາບວ່າທ່ານ ພູມີ ກະຕິຍະ ຕົວແທນຈໍາໜ່າຍຜະລິດຕະພັນຂ່າວສານ ປະເທດລາວ ຜູ້ເປັນອ້າຍຂອງຂ້າພະເຈົ້າໄດ້ເຖິງ ແກ່ມໍລະນະກໍາແລ້ວ ໃນວັນທີ 17/12/ 2023 ເວ ລາ 10:00 ໂມງ ດ້ວຍພະຍາດຂອງຜູ້ກ່ຽວເອງ, ປະຈຸບັນສົບໄດ້ບຳເພັນກຸສົນຢູ່ເຮືອນຂອງຜູ້ກ່ຽວ ເອງ ທີ່ບ້ານ ກົກເດືອ ນະຄອນ ປາກເຊ ແຂວງຈຳປາສັກ. ສໍາລັບວັນຊາປະນະກິດສົບ ຈະຈັດຂຶ້ນໃນວັນພະຫັດ ທີ 21/12/2023; ເວລາ 14:00 ໂມງ. - ວັນເສົາ ທີ 23/12/2023 ເປັນມື້ຫ້າງຫາກະກຽມໄຊຍະທານກອງບຸນ. - ວັນອາທິດ ທີ 24/12/ 2023 ເປັນມື້ຕັກບາດ. ສາທາລະນະສຸກ... ຫລາຍເຫດການສຳຄັນ... ການປະຕິບັດ... ຢູ່ສະຖານທີ່ໃຫ້ບໍລິການ ແລະ ມາ ກວດຫລັງເກີດລູກ. ຄຽງຄູ່ກັນນີ້, ກໍເອົາໃຈໃສ່ຕໍ່ວຽກງານສັກຢາກັນ ພະຍາດ ໂດຍສະເພາະໃນເດັກລຸ່ມ 1 ປີ ແລະ ໄວຈະເລີນພັນ, ເອົາໃຈໃສ່ ຕິດຕາມການຈະເລີນເຕີບໂຕ, ການ ໃຫ້ວິຕາມິນ, ໃຫ້ຢາຂ້າແມ່ທ້ອງຂອງ ເດັກລຸ່ມ 5 ປີ. ທັງໄດ້ເຮັດວຽກງານ ການບໍລິການ ແບບເຊື່ອມສານລົງ ຕິດຕາມບ້ານ, ລວມທັງການກວດ ທ້ອງແມ່ຍິງຖືພາ. ຜ່ານການຈັດຕັ້ງປະຕິບັດໃນ ໄລຍະ 1 ປີທີ່ຜ່ານມາ, ເຫັນໄດ້ວ່າໃນ 10 ຕົວຊີ້ວັດທີ່ຕິດພັນກັບວຽກງານ ຂອງແມ່ ແລະ ເດັກນັ້ນ, 9 ຕົວຊີ້ ວັດ ແມ່ນບັນລຸຕາມຄາດໝາຍ ໂດຍ ສະເພາະຕົວຊີ້ວັດກ່ຽວກັບນ້ຳໜັກ, ລວງສູງຂອງເດັກ ລຸ່ມ 5 ປີ ບໍ່ໄດ້ ມາດຕະຖານ ແມ່ນໄດ້ບັນລຸຕາມ ຄາດໝາຍ, ອັດຕາການຕາຍຂອງ ເດັກລຸ່ມ 1 ປີແລະ ເດັກລຸ່ມ 5 ປີແລະ ອັດຕາການຕາຍຂອງແມ່ກໍບັນລຸ ຄາດໝາຍໃນປີນີ້, ຍັງເຫລືອພຽງອັດ ຕາການສັກວັກຊິນ ເທົ່ານັ້ນທີ່ຍັງ ບໍ່ບັນລຸຕາມຄາດໝາຍ, ເຖິງວ່າອັດ ຕາການສັກວັກຊິນຈະບໍ່ບັນລຸຄາດ ໝາຍ ແຕ່ເຫັນໄດ້ວ່າອັດຕາການສັກ ຢາກັນພະຍາດແມ່ນມີຄວາມຄືບ ໜ້າຖ້າທຽບໃສ່ປີທີ່ຜ່ານມາ. ແຂວງຊຽງຂວາງ ມີທັງໝົດ 7 ເມືອງ. ໃນນັ້ນ, ມີແຕ່ 4 ເມືອງຄື: ເມືອງຄຳ, ເມືອງໜອງແຮດ, ເມືອງ ພູກູດແລະເມືອງຜາໄຊທີ່ໄດ້ຮັບການ ຈັດຕັ້ງປະຕິບັດວຽກງານສຸຂະພາບ ຈະເລີນພັນ. ໃນປີ 2022-2023, ອັດຕາການຂາດສານອາຫານໃນ ເດັກລຸ່ມ 5 ປີດີຂຶ້ນ, ອັດຕາການຕາຍ ຂອງແມ່ແລະເດັກຫລຸດລົງ, ການ ເຂົ້າເຖິງການບໍລິການທີ່ມີແພດ ຊ່ວຍແມ່ນເພີ່ມຂຶ້ນ, ໃນປີ 2022 ປີທ່ອງທ່ຽວລາວ2024ພາຍໃຕ້ຄຳ ຂວັນ “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ” ແລະ ສັນຍະ ລັກ “ຊ້າງເຜືອກງວງກ້ຽວແຄນ ລາວ” ເປັນເຫດການໜຶ່ງທີ່ມີຄວາມ ໝາຍຄວາມສຳຄັນ ພາຍຫລັງທີ່ ຊຸມປີຜ່ານມາຂະແໜງທ່ອງທ່ຽວ ໄດ້ຖືກຜົນກະທົບຢ່າງໜັກໜ່ວງ ຈາກການລະບາດຂອງພະຍາດໂຄ ວິດ -19 ໂດຍຖືເອົາການເປີດປີທ່ອງ ທ່ຽວ ລາວ 2024 ເປັນບັ້ນໂຄສະນາ ວັດທະນະທຳ, ຮີດຄອງປະເພນີອັນ ດີງາມຂອງຊາດໃຫ້ຊາວໂລກໄດ້ ຮັບຮູ້, ໄດ້ສຳຜັດຢ່າງກວ້າງຂວາງ, ປະທັບໃຈ ແລະ ສະບາຍອົກສະບາຍ ໃຈຄືກັນກັບຢູ່ບ້ານເມືອງຂອງເພີ່ນ ເອງ ເພື່ອໃຫ້ນັກທ່ອງທ່ຽວທີ່ໄດ້ ມາ ສປປ ລາວ ແລ້ວຮູ້ສຶກຄິດຮອດ ແລະ ຢາກກັບມາທ່ຽວ ສປປ ລາວ ອີກ ໂດຍ ໄດ້ກຳນົດເອົາ 79 ກິດຈະ ກໍາ. ໃນນີ້, ມີ 14 ກິດຈະກຳລະດັບ ຊາດ ເເລະ 65 ກິດຈະກໍາລະດັບ ແຂວງ ເພື່ອສ້າງຂະບວນການໃຫ້ ຟົດຟື້ນໃນຂອບເຂດທົ່ວປະເທດ ກໍຄື ພາຍໃນເເຂວງ ຕະຫລອດຮອດຂັ້ນ ເມືອງ ຕາມສະພາບທ່າເເຮງຂອງ ການທ່ອງທ່ຽວຂອງຕົນ. ການເປີດ ປີທ່ອງທ່ຽວ 2024 ນີ້, ນອກຈາກ ຈະເປັນການສົ່ງເສີມການທ່ອງ ທ່ຽວແລ້ວ ຍັງເປັນການອະນຸລັກວັດ ທະນະທໍາ, ຮີດຄອງປະເພນີອັນ ດີງາມ, ການເຜີຍເເຜ່ປະຫວັດສາດ ອັນຍາວນານ, ການປົກປັກຮັກສາ ທຳມະຊາດໃຫ້ມີຄວາມຍືນຍົງ ຂອງ ສປປ ລາວ ເຮົາອີກດ້ວຍ. ພ້ອມນັ້ນ, ຍັງເປັນການສ້າງຄວາມຄຶກຄື້ນ ເພື່ອກະຕຸ້ນເສດຖະກິດທາງກົງ, ທາງອ້ອມ ແລະ ການມີສ່ວນຮ່ວມ ຂອງທຸກພາກສ່ວນ. ຫັດຖະກໍາພື້ນເມືອງພູມປັນຍາ ການຕໍ່າລາຍນາກ ຂອງຊຸມຊົນເຊື້ອ ຊາດລາວ” ຖືກຮັບຮອງເຂົ້າໃນບັນ ຊີມໍລະດົກວັດທະນະທໍາທີ່ບໍ່ເປັນວັດ ຖຸ: ກອງປະຊຸມໃຫຍ່ຂອງຄະນະກໍາ ມະການ ລະຫວ່າງລັດຖະບານວ່າ ດ້ວຍການປົກປ້ອງມໍລະດົກວັດທະ ນະທໍາທີ່ບໍ່ເປັນວັດຖຸ ຄັ້ງທີ 18 ທີ່ຈັດ ຂຶ້ນໃນລະຫວ່າງວັນທີ 05-08 ທັນວາ 2023 ທີ່ເມືອງຄາຊານ ສາທາລະນະລັດ ບົດສະວານາ ໄດ້ມີ ການປະກາດ ແລະ ມີການຮັບຮອງ ບັນຊີມໍລະດົກວັດທະນະທໍາ ທີ່ບໍ່ເປັນ ວັດຖຸທີ່ຈໍາເປັນຕ້ອງການປົກປ້ອງ ຢ່າງຮີບດ່ວນ 6 ລາຍການ; ບັນຊີມໍ ລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດ ມີ 45 ລາຍການ ແລະ ມໍລະດົກວັດ ທະ ນະທໍາທີ່ບໍ່ເປັນວັດຖຸ ທີ່ມີການຂຶ້ນ ທະບຽນການປົກປັກຮັກສາໄດ້ດີ ມີ 4 ໂຄງການ. ໃນນັ້ນ, “ຫັດຖະ ກໍາພື້ນເມືອງພູມປັນຍາການຕໍ່າ ລາຍນາກ ຂອງຊຸມຊົນເຊື້ອຊາດ ລາວ” ກໍແມ່ນຫົວຂໍ້ໜຶ່ງທີ່ທາງຄະ ນະນໍາມະການ ໄດ້ມີການຄົ້ນຄວ້າ, ພິຈາລະນາແລະໄດ້ຖືກຮັບຮອງເຂົ້າ ໃນບັນຊີມໍລະດົກວັດທະນະທໍາທີ່ບໍ່ ເປັນວັດຖຸ ທີ່ເປັນຕົວແທນຂອງມວນ ມະນຸດ (ມໍລະດົກໂລກ) ເຊິ່ງສິລະ ປະຫັດຖະກຳລາຍນາກ ທີ່ໄດ້ນຳສະ ເໜີໃນກອງປະຊຸມໃນຄັ້ງນີ້ມີທັງ ໝົດ 28 ລາຍ. ປັດຈຸບັນ, ຄະນະຮັບ ຜິດຊອບຂອງ ສປປ ລາວ ກຳລັງ ຮວບຮວມຂໍ້ມູນລາຍງານລັດຖະ ບານ ເພື່ອກຽມປະກາດການຮັບ 4 ແຂວງ ເພື່ອກ້າວໄປເປັນແຂວງກຸ້ມ ຕົນເອງໃນຕໍ່ໜ້າ. ຜ່ານການຈັດຕັ້ງປະຕິ ບັດສາມາດເກັບລາຍຮັບ ໄດ້ທັງໝົດ 3.448 ຕື້ກີບ ເທົ່າກັບ 144% ຂອງ ແຜນການປີ, ທຽບໄລຍະດຽວກັນຂອງ ປີຜ່ານມາ ເພີ່ມຂຶ້ນ 35% ເປັນເງິນ 896 ຕື້ກີບ. ທ່ານ ບຸນປອນ ວັນນະຈິດ ຮອງລັດ ຖະມົນຕີກະຊວງການເງິນໄດ້ໃຫ້ຮູ້ ເມື່ອບໍ່ດົນນີ້ວ່າ: ໃນປີ 2023 ໄດ້ປັບ ປຸງກົນໄກຄຸ້ມຄອງລາຍຮັບ ໂດຍສະ ເພາະການຫັນເອົາຫົວໜ່ວຍທຸລະກິດທີ່ ຢູ່ນອກລະບົບ ເຂົ້າສູ່ລະບົບການຄຸ້ມ ຄອງຂໍ້ມູນຂ່າວສານຂອງຂະແໜງ ການເງິນສາມາດບັນລຸໄດ້ 100% ຕາມມະຕິຂອງສະພາຮັບຮອງ; ໄດ້ຊຸກ ຍູ້ບັນດາຫົວໜ່ວຍທຸລະກິດ ເຂົ້າສູ່ລະ ບົບອາກອນມູນຄ່າເພີ່ມໄດ້ 70% ຂອງ ຫົວໜ່ວຍທີ່ມີເງື່ອນໄຂ, ພ້ອມທັງຊຸກຍູ້ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ຮອງຢ່າງເປັນທາງການ. ຫາລື ຮັບຮອງເອກະສານຄຳ ຮ້ອງສະເໜີ ອຸທິຍານແຫ່ງຊາດຫີນ ໜາມໜໍ່ເປັນມໍລະດົກໂລກຮ່ວມຊາຍ ແດນ: ໃນຕົ້ນປີ 2023 ນີ້, ຄະນະກຳ ມະການລະດັບຊາດ ເພື່ອມໍລະດົກ ໂລກ, ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ຈັດກອງ ປະຊຸມຄະນະກຳມະການລະດັບ ຊາດ ເພື່ອມໍລະດົກໂລກວາລະ “ຮັບ ຮອງເອົາເອກະສານຄຳຮ້ອງສະ ເໜີອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ ຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດ ຟອງຫຍາ ແກບາງ ມໍລະດົກໂລກ ຂອງ ສສ ຫວຽດນາມ” ເພື່ອຮັບຟັງການລາຍ ງານຜົນສໍາເລັດ ຂອງຂະບວນການ ກະກຽມເອກະສານຄຳຮ້ອງສະເໜີ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດ ແຫ່ງທຳອິດ ຂອງ ສປປ ລາວ ແລະ ເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນ ແບບເຊື່ອມຕໍ່ກັບອຸທິ ຍານແຫ່ງຊາດ ຟອງຫຍາ ແກບາງ ມໍລະດົກໂລກ ທາງທໍາມະຊາດຂອງ ສສ ຫວຽດນາມ; ຜົນສຳເລັດຂອງ ການຈັດຕັ້ງຂະບວນການ “ຄວາມ ມີອິດສະຫລະ, ການຮັບຮູ້ກ່ອນລ່ວງ ໜ້າ ແລະ ເຫັນດີຢ່າງສະໝັກໃຈ” ຂອງປະຊາຊົນ 10 ບ້ານອ້ອມຮອບ ອຸທິຍານແຫ່ງຊາດ ຫີນໜາມໜໍ່. ຜ່ານຂອບການຮ່ວມມື ພາຍໃຕ້ການ ຈັດຕັ້ງປະຕິບັດສົນທິສັນຍາມໍລະ ດົກໂລກ 1972 ຂອງອົງການອຸຍ ແນັສໂກ ທີ່ ສປປ ລາວ ລົງນາມເຂົ້າ ຮ່ວມເປັນລັດພາຄີ ໃນປີ 1987 ແລະ ມາເຖິງປັດຈຸບັນ, ສປປ ລາວ ມີມໍລະດົກໂລກທາງດ້ານວັດທະ ນະທຳ ທີ່ເປັນຮູບປະທຳເພີ່ມຂຶ້ນເປັນ 3ແຫ່ງຄື: ນະຄອນປະຫວັດສາດຫລ ວງພະບາງ, ວັດພູ ພ້ອມດ້ວຍພູມີທັດ ວັດທະນະທຳ ຈຳປາສັກ ແລະ ທົ່ງ ໄຫຫີນ ແຂວງຊຽງຂວາງ. ນອກ ຈາກນີ້, ພາຍໃຕ້ສົນທິສັນຍາ 2003 ວ່າດ້ວຍການປົກປ້ອງມໍລະດົກ ທີ່ ເປັນນາມມະທໍາ ຂອງອົງການອຸຍ ແນັສໂກ ໃນທ້າຍປີ 2017 ສປປ ລາວ ກໍໄດ້ຂຶ້ນທະບຽນສຽງແຄນ ເຊື້ອຊາດລາວ ເຂົ້າຢູ່ໃນບັນຊີຕົວ ແທນແຫ່ງມໍລະດົກວັດທະນະທຳ ນາມມະທຳ ຂອງມວນມະນຸດສະຍະ ຊາດ ແລະ ໃນມໍ່ມານີ້, ຫັດຖະກໍາພື້ນ ເມືອງພູມປັນຍາການຕໍ່າ ລາຍນາກ ຂອງຊຸມຊົນເຊື້ອຊາດ ລາວ” ຖືກຮັບ ຮອງເຂົ້າໃນບັນຊີມໍລະດົກວັດທະ ນະທໍາທີ່ບໍ່ເປັນວັດຖຸ. ນັ້ນເປັນຜົນ ງານ ແລະ ຜົນສຳເລັດເບື້ອງຕົ້ນ ສະທ້ອນໃຫ້ເຫັນຄວາມພະຍາຍາມ ແລະ ພັນທະສັນຍາຂອງລັດຖະບານ ສປປ ລາວ ຕໍ່ວົງຄະນາຍາດສາກົນ ໃນການປົກປ້ອງ ແລະ ສົ່ງເສີມຄຸນ ຄ່າມໍລະດົກຂອງຊາດ. ສະຫລຸບຜົນ ການປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ: ກອງປະຊຸມ ສະຫລຸບຜົນການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໃນໄລຍະ3 ປີ (2021-2023) ແລະ ທິດທາງ ແຜນການຮອດປີ 2025 ຈັດຂຶ້ນ ໃນວັນ ທີ 13 ທັນວາ 2023 ໂດຍ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍາ ມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງ ປກສ ໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະຜ່ານມາ, ລັດຖະ ບານ ໄດ້ຖືເອົາການແກ້ໄຂບັນຫາຢາ ເສບຕິດເປັນວຽກໜຶ່ງທີ່ສໍາຄັນ ແນ ໃສ່ເຮັດໃຫ້ປະຊາຊົນໃນທົ່ວສັງຄົມ ປອດໄພຈາກບັນຫາ ຢາເສບຕິດ ເພື່ອເຮັດໃຫ້ປະຊາຊົນລາວເຮົາ ມີຄວາມຜາສຸກຢູ່ດີກິນດີ; ກະຊວງ ປ້ອງກັນຄວາມສະຫງົບໄດ້ເປັນເຈົ້າ ການເພີ່ມທະວີ, ຍົກລະດັບການ ນໍາພາ-ຊີ້ນໍາ ການເຄື່ອນໄຫວພາລະ ບົດບາດເປັນໃຈກາງໃນການປະ ສານສົມທົບກັບບັນດາກະຊວງອົງການ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງ ຜັນຂະຫຍາຍວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫ າຢາເສບ ຕິດ ໄປຕາມ 3 ຫລັກການຄື: ເດັດຂາດ, ໂປ່ງໄສ, ມືອາຊີບ, ໄປຕາມຄໍາ ຂວັນທີ່ວ່າ: ອັດ3ທາງ, ມ້າງ3 ເປົ້າ, ເປັນເຈົ້າ 3 ຫລັກ ແລະ ໄປຕາມ 6 ວຽກຈຸດສຸມຂອງວາລະແຫ່ງຊາດ. ຜ່ານການເຄື່ອນໄຫວຕົວຈິງ ແຕ່ ເດືອນກໍລະກົດ2021-ພະຈິກ2023 ສາມາດແກ້ໄຂຄະດີຢາເສບຕິດ ໄດ້ທັງໝົດ 11.558 ເລື່ອງ, ຈັບ ຜູ້ຖືກຫາໄດ້ 17.074 ຄົນ, ຍິງ 1.913 ຄົນ ເປັນຄົນຕ່າງປະເທດ 346 ຄົນ, ຍິງ 24 ຄົນ, ຢືດຢາບ້າ ໄດ້ 330.751.984 ເມັດ, ຢາບ້າ ເປັນຝຸ່ນ 59,52 ກິໂລກຣາມນໍ້າໜັກ ລວມ 33.134,71 ກິໂລກຣາມ, ຢາໄອສ໌ 8.712,72 ກິໂລກຣາມ, ເຮໂຣອິນ 800,86 ກິໂລກຣາມ, ກັນຊາ 21.566,41 ກິໂລກຣາມ, ຢາຝິ່ນ 386,39 ກິໂລກຣາມ, ຢາອີ 8.575 ເມັດ ກັບ 31 ກິໂລ ກຣາມ, ແປ້ງຝຸ່ນປະສົມຢາເສບຕິດ 51.169,52 ກິໂລກຣາມ, ເຄຕາມິນ 2.977,53 ກິໂລກຣາມ, ໂຄເຄນ 3 ກິໂລກຣາມ, ຄາເຟອິນ 168 ກຣາມ, ນໍ້າຢາສານເຄມີ 10,84 ກຣາມ ແລະ ນໍ້າກົດ 9.400 ລິດ, ຢຶດລົດ ໃຫຍ່ໄດ້ 384 ຄັນ, ລົດຈັກ 1.932 ຄັນ, ເຮືອ 6 ລຳ, ອາວຸດປືນ 73 ກະບອກ, ລູກປືນ 1.496 ລູກ, ໝາກແຕກ 1 ໜ່ວຍ ແລະ ຍັງ ສາມາດແກ້ໄຂຈຸດມົ້ວສຸມຮ້ານບັນ ເທີງຢູ່ບັນດາຕົວເມືອງໃຫຍ່ອີກ ຫລາຍແຫ່ງ. ດ້ານການບຳບັດປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດໄດ້ມີ ຜູ້ຕິດຢາເສບຕິດເຂົ້າມາປິ່ນປົວຢູ່ ສູນບຳບັດປິ່ນປົວ ແລະ ຟື້ນຟູສຸ ຂະ ພາບຜູ້ຕິດຢາເສບຕິດ 13 ແຫ່ງ ມີ ທັງໝົດ12.275ຄົນ, ຍິງ459ຄົນ. ໃນນີ້, ປິ່ນປົວດີແລ້ວກັບຄືນບ້ານມີ ທັງໝົດ 9.396 ຄົນ ຍິງ 374 ຄົນ, ຍັງສືບຕໍ່ປິ່ນປົວ 2.879 ຄົນ, ຍິງ 85 ຄົນ). ປັດຈຸບັນ, ກຳລັງປັບປຸງ 3 ສູນປິ່ນປົວຜູ້ຕິດຢາເສບຕິດ ຄື: ສູນບຳບັດປິ່ນປົວຜູ້ຕິດຢາເສບຕິດ ແຂວງຜົ້ງສາລີ, ຊຽງຂວາງ ແລະ ແຂວງສະຫວັນນະເຂດ, ກຳລັງກໍ່ ສ້າງເພີ່ມອີກ 2 ແຫ່ງຄື: ສູນບຳບັດ ປິ່ນປົວຜູ້ຕິດຢາເສບຕິດ ແຂວງເຊ ກອງ ແລະ ສູນບໍາບັດປິ່ນປົວຜູ້ຕິດ ຢາເສບຕິດແຂວງວຽງຈັນ. ເປີດນໍາໃຊ້ລະບົບຊອບແວປະ ຕິບັດການຄວາມປອດໄພໄຊເບີ (SOC): ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ໄດ້ ມອບ-ຮັບ ແລະ ເປີດນໍາໃຊ້ລະ ບົບຊອບແວ ປະຕິບັດການຄວາມ ປອດໄພໄຊເບີ ແລະ ລະບົບການ ຮຽນອອນລາຍແບບເປີດກວ້າງ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມ ເຊິ່ງລະບົບຊອບແວປະ ຕິບັດການຄວາມປອດໄພໄຊເບີ ປະ ກອບມີ: ລະ ບົບສູນກາງຕິດຕາມ ຄວາມປອດໄພຂໍ້ມູນຂ່າວສານ, ລະ ບົບຕິດຕາມ ແລະ ປ້ອງກັນເວັບໄຊ, ລະບົບຕິດຕາມ, ກວດຈັບຄອມພິວ ເຕີຜູ້ນໍາໃຊ້, ລະບົບປ້ອງກັນຄວາມ ປອດໄພເຄືອຂ່າຍຄອມພິວເຕີ ແລະ ລະບົບຄວບຄຸມການເຂົ້າເຖິງເຄືອ ຂ່າຍ. ສອງລະບົບດັ່ງກ່າວໄດ້ຖືກ ຕິດຕັ້ງ ຢູ່ສູນປະຕິບັດການຄວາມ ປອດໄພໄຊເບີແຫ່ງຊາດ ແລະ ລະ ບົບການຮຽນອອນລາຍແບບເປີດ ກວ້າງ ໂດຍຮັບການຊ່ວຍເຫລືອ ຈາກກະຊວງຖະແຫລງຂ່າວ ແລະ ການສື່ສານ ກໍຄື ລັດຖະບານ ສສ ຫວຽດນາມ. ທັງສອງລະບົບນີ້, ມີ ຄຸນປະໂຫຍດຢ່າງໃຫຍ່ຫລວງມາສູ່ ພັກ ແລະ ລັດຖະບານ ກໍຄື ປະຊາຊົນ ລາວບັນດາເຜົ່າ ໃນການເຝົ້າລະວັງ ຄວາມປອດໄພໃນລະບົບເຄືອຂ່າຍ ອິນເຕີເນັດຕະຫລອດ 24 ຊົ່ວໂມງ ແລະ ການເປີດກວ້າງໃຫ້ນັກຮຽນ, ນັກສຶກສາ, ພະນັກງານ ແລະ ປະຊາ ຊົນ ສາມາດຄົ້ນຄວ້າຂໍ້ມູນການຮຽນ ໂດຍຜ່ານລະບົບອອນລາຍ ເປັນຕົ້ນ ຫລັກສູດການຫັນເປັນດີຈິຕອນ, ຫລັກສູດຄວາມຮູ້ດ້ານວິຊາສະເພາະ ແລະ ຫລັກສູດທັກສະທົ່ວໄປ. ນ້ຳໜັກ ບໍ່ໄດ້ມາດຕະຖານຂອງ ເດັກລຸ່ມ5 ປີລົງມາມີ 18% ແລະ ປີ 2023 ມີພຽງແຕ່ 14%. ແນວໃດກໍດີ, ປະຊາຊົນໃນເຂດ ຫ່າງໄກສອກຫລີກ ຢູ່ແຂວງຊຽງ ຂວາງ ຈໍານວນໜຶ່ງຍັງພົບຄວາມ ຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນ ຂ່າວສານດ້ານໂພຊະນາການໂດຍ ສະເພາະແມ່ນເສັ້ນທາງເຂົ້າເຖິງ ບ້ານ ໃນລະດູຝົນແມ່ນບໍ່ສາມາດໄປ ໄດ້, ປະຊາຊົນຈຳນວນໜຶ່ງຍັງບໍ່ມີ ສ່ວນຮ່ວມໃນການຈັດຕັ້ງປະຕິບັດ ວຽກງານແມ່ ແລະ ເດັກ, ຍ້ອນຍັງ ບໍ່ທັນເຂົ້າໃຈເຖິງຄວາມສຳຄັນຂອງ ການຮັກສາສຸຂະພາບ, ປະຊາຊົນຈຳ ນວນໜຶ່ງໄປເຮັດວຽກຢູ່ໄຮ່ຢູ່ສວນ ກໍບໍ່ໄດ້ມາພົບແພດໝໍ ແລະ ວຽກ ງານສຸຂະສຶກສາ ຢູ່ໃນຂັ້ນເມືອງ ຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ, ງົບ ປະມານໃນການຈັດຕັ້ງປະຕິບັດກໍ ມີຈຳກັດ. ຂ່າວ-ພາບ: ມະໄລລັກ ບັນດາຫົວໜ່ວຍທຸລະກິດເຂົ້າສູ່ລະບົບ ການຖືບັນຊີ ແລະ ຕິດຕັ້ງເຄື່ອງບັນທຶກ ການຂາຍເຊື່ອມຕໍ່ກັບລະບົບຂອງຂະ ແໜງການເງິນ. ນອກຈາກນີ້, ຍັງໄດ້ ສໍາເລັດການຜັນຂະຫຍາຍ ແລະ ນໍາໃຊ້ ລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບ ສ່ວຍສາອາກອນ ໃນຂອບເຂດທົ່ວປະ ເທດ ແລະ 6 ຈຸດ ເຂດເສດຖະກິດພິ ເສດ; ພ້ອມທັງ ຍົກລະດັບລະບົບແຈ້ງ ພາສີປະຕູດຽວແຫ່ງຊາດ ແລະ ລະບົບ ການແຈ້ງພາສີລວມສູນ ມາເປັນລະ ບົບແຈ້ງພາສີແບບເອເລັກໂຕຣນິກ (NSWA+) ເຊື່ອມຕໍ່ຫາຂະແໜງ ການທີ່ກ່ຽວຂ້ອງ, ຜັນຂະຫຍາຍນໍາ ໃຊ້ແລ້ວຢູ່ 12 ດ່ານພາສີສາກົນ ແລະ ພວມດໍາເນີນຝຶກອົບຮົມການນໍາໃຊ້ ໃຫ້ 13 ດ່ານພາສີສາກົນ ທີ່ເຫລືອໃຫ້ສໍາ ເລັດໃນປີ 2023; ປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດການເກັບ ກຳ, ເຕົ້າໂຮມ ແລະ ເກັບກູ້ຊັບສິນທີ່ຖືກ ຮິບຕາມຄຳຕັດສິນຂອງສານ ເປັນຕົ້ນ ພາຫະນະ, ເຄື່ອງຈັກ, ທີ່ດິນ ແລະ ສິ່ງ ປຸກສ້າງ, ໄມ້, ວັດຖຸມີຄ່າ, ເງິນສົດ ແລະ ຊັບສິນອື່ນໆ 742 ລາຍການລວມ ມູນຄ່າ ປະມານ 43 ຕື້ກີບ. ໃນນີ້, ເປັນ ເງິນສົດພຽງແຕ່ 3 ຕື້ກວ່າກີບ; ສໍາເລັດ ຊຸກຍູ້ບໍລິສັດ ໂຕໂຍຕາລາວ ຈໍາກັດ ແລະ ບໍລິສັດ ປີໂຕຣເທດ ນໍາເຂົ້າ-ສົ່ງ ອອກຈຳກັດ ທີ່ມີມາດຖານ, ເງື່ອນໄຂ ເຂົ້າຮ່ວມແຜນງານຜູ້ປະກອບການ ມາດຕະຖານ AEO ຕາມກົດໝາຍວ່າ ດ້ວຍພາສີ ແລະ ສັນຍາ, ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ຄາດວ່າຈະ ໄດ້ຮັບຮອງອີກ 2 ບໍລິສັດ ໃນທ້າຍປີ 2023. ຜ່ານການຈັດຕັ້ງປະຕິບັດຮອດວັນ ທີ 12 ທັນວາ 2023 ສາມາດເກັບລາຍ ຮັບໄດ້ 39.377 ຕື້ກີບ ເທົ່າກັບ102% ຂອງແຜນການປີຫລື ເທົ່າກັບ16,82% ຂອງ GDP, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 34%ເປັນ ເງິນປະມານ 9.904 ຕື້ກີບ. ໃນນັ້ນ, ລາຍຮັບພາຍໃນ38.088 ຕື້ກີບເທົ່າກັບ 109 ຂອງແຜນການປີ (ບໍ່ລວມການ ປະຕິບັດນະໂຍບາຍຫລຸດອາກອນຊົມ ໃຊ້ ແລະ ອາກອນມູນຄ່າເພີ່ມນໍ້າມັນ ເຊື້ອໄຟຊ່ວຍໜູນສັງຄົມ 3.493 ຕື້ກີບ, ກວມ 10% ຂອງແຜນລາຍຮັບພາຍ ໃນ). ສາເຫດທີ່ລາຍຮັບເພີ່ມຂຶ້ນ ຕົ້ນຕໍ ແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດບັນ ດາມາດຕະການຕາມມະຕິສະພາແຫ່ງ ຊາດ, ຜັນຂະຫຍາຍວາລະແຫ່ງຊາດ ກໍຄືຄຳສັ່ງເລກທີ18/ນຍແລະຄຸ້ມຄອງ ເກັບລາຍຮັບໄປສູ່ທັນສະໄໝ. ນອກ ນັ້ນ, ການເກັບລາຍຮັບເປັນເງິນຕາຕ່າງ ປະເທດເພິ່ມຂຶ້ນ ປະມານ 49% ເປັນ ເງິນ 2.552 ຕື້ກີບ ກວມ 33%. ສໍາລັບ ລາຍຮັບເພີ່ມຂຶ້ນຈາກອັດຕາແລກ ປ່ຽນທຽບໃສ່ເວລາສ້າງແຜນເປັນເງິນ ປະມານ 700 ກ່ວາຕື້ກີບ ກວມປະ ມານ 2,3%. ຂ່າວ: ກິດຕາ, ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==