07 xtgmf]k; gsfdko{dkora fmtok 21/12/2023 oa dlb dlkmy fltfu dkog,n v'{dkoxq d7v'csj '-kf0A ol6 ' I5j omu 3 ma fltotlb dlk 16j g,n v'ly ' gzqj kvk7k g,n v'.\j 9a f[5 ody o9P' lqj 'mh kpxu gdqj k8voIa [xu .\j pq d]tfa [my fltfu dkog,n v'{dkoxq d7v' .sh 7totra d[h ko{okp[h ko g,n v'\nj o ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າເມື່ອບໍ່ດົນມານີ້: ເມືອງໝື່ນ ແຂວງວຽງຈັນ ຈັດຝຶກອົບ ຮົມທິດສະດີການເມືອງ-ການປົກ ຄອງໃຫ້ຄະນະພັກບ້ານ, ນາຍບ້ານ ໂດຍການເຂົ້າຮ່ວມຂອງທ່ານສອນໄຊ ຫລວງອາໄພ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ມີທ່ານ ຫຸມພັນ ເມືອງແສນ ຫົວໜ້າໂຮງຮຽນ ການເມືອງ ແລະ ການປົກຄອງ ແຂວງ ວຽງຈັນ, ມີກຳມະການພັກເມືອງ, ຫົວ ໜ້າຫ້ອງການພ້ອມຄະນະພັກບ້ານ, ນາຍບ້ານ ແລະ ຄູອາຈານເຂົ້າຮ່ວມ. ອາຈານ ນາງ ດາວອນ ກອງສະ ຫວັດ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງ ນີ້ມີບ້ານທີ່ເຂົ້າຮຽນ 20 ບ້ານ, ນັກຝຶກ ອົບຮົມ ການເມືອງ-ການປົກຄອງ ທັງ ໝົດມີ 22 ສະຫາຍ, ຍິງ 5 ສະຫາຍ, ເຊິ່ງແມ່ນຄະນະພັກບ້ານ, ນາຍບ້ານ ຂອງແຕ່ລະບ້ານທົ່ວເມືອງ. ສຳລັບ ຫລັກສູດການຮຽນການສອນແມ່ນໃຊ້ ເວລາ 10 ວັນ, ການຮຽນມີ 3 ຫລັກ ສູດຄື: ທິດທາງລວມ ປະກອບມີ 04 ບົດ, ວຽກພັກ ປະກອບມີ 07 ບົດ, ວຽກ ງານການບໍລິຫານ ແລະ ການປົກຄອງ ປະກອບມີ 08 ບົດ. ໂອກາດນີ້, ທ່ານ ສອນໄຊ ຫລວງ ອາໄພ ໄດ້ຊີ້ນຳໃຫ້ນັກຝຶກອົບຮົມການ ເມືອງ-ການປົກຄອງທຸກຄົນ ຈົ່ງເອົາ ໃຈໃສ່ຕັ້ງໃຈຖອດຖອນເອົາບົດຮຽນ ໃຫ້ໄດ້ຮັບຜົນດີ ເພື່ອໃຫ້ມີຄຸນນະພາບ ສາມາດຕອບສະໜອງໜ້າວຽກງານ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມື່ອບໍ່ດົນມາ ນີ້ນັກສຶກສາທິດ ສະດີການເມືອງການປົກຄອງແຫ່ງຊາດຂັ້ນສູງ ລະ ບົບ 9 ເດືອນ ຮຸ່ນທີ 3 ໄດ້ທັດສະນະ ສຶກສາຢູ່ ເມືອງສິງ ແຂວງຫລວງນໍ້າ ທາ, ເຊິ່ງນໍາພາ ໂດຍທ່ານ ແສງທອງ ພຸດທະວົງ ຫົວໜ້າຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ໂດຍການຕ້ອນຮັບຂອງທ່ານ ຈັນພິພັກ ກອງຈໍາປາ ກໍາມະການພັກ ແຂວງເລ ຂາພັກເມືອງ ເຈົ້າເມືອງໆສິງ ພ້ອມ ດ້ວຍຄະນະ. ໂອກາດດັ່ງກ່າວ, ທ່ານ ຈັນພິພັກ ກອງຈໍາປາ ໄດ້ລາຍງານວ່າ: ເມືອງ ສິງຕັ້ງຢູ່ທິດຕາວັນຕົກສຽງເໜືອຂອງ ແຂວງຫລວງນໍ້າທາ ມີເນື້ອທີ່ທັງໝົດ 1.897 ກິໂລຕາແມັດ, ມີດ່ານທອງຖີ່ນ 1 ແຫ່ງ ຄືດ່ານປາງໄຮແລະ ມີດ່ານປະ ເພນີ 1 ແຫ່ງ ຄື ບ້ານມອມ ເມືອງສີງ ມີພົນລະເມືອງທັງໝົດ 44.147 ຄົນ ປະກອບ 93 ບ້ານ 14 ຊົນເຜົ່າ. ດ້ານ ການເມືອງແນວຄິດສະມາຊິກພັກ, ພະ ນັກງານ-ລັດຖະກອນ, ສອງກໍາລັງປະ ກອບອາວຸດ-ຜູ້ປະກອບການ, ນັກຮຽນ- ນັກສຶກສາ ແລະ ປະຊົນບັນດາເຜົົ່າ ຍັງ ສືບຕໍ່ຮັກສາໄດ້ສະຖຽນນະພາບທາງ ດ້ານການເມືອງ ສັງຄົມມີຄວາມສະ ຫງົບໂດຍພື້ນຖານ ພ້ອມນີ້ອົງຄະນະ ພັກເມືອງ ແລະ ປະຊາຊົນເມືອງສິງ ໄດ້ ຂະຫຍາຍເສດຖະກິດຢ່າງຕໍ່ເນື່ອງປະ ມານ 7,4% ຕໍ່ປີລວມຍອດ ຈີດີພີ ໃນປີ 2023 ຄາດວ່າຈະປະຕິບັດ ໄດ້ 1.145 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນປະຕິ ບັດໄດ້ 2.072 ໂດລາສະຫະລັດ, ເກັບ ລາຍຮັບ 11 ເດືອນຜ່ານມາບັນລຸໄດ້ 9,47 ຕື້ກັບ ເທົ່າກັບ 78% ຂອງແຜ່ນ ການປີ, ໃນປີ 2022 ເມືອງສິງ ສາ ມາດເກັບລາຍຮັບໄດ້ທັງໝົດ 3,5 ຕື້ ກີບ ພົ້ນເດັ່ນກວ່າໝູ່ແມ່ນຂະບວນການ ປູກຢາງພາລາ ເຊິ່ງມີເນື້ອທີ່ທັງໝົດ 11.423 ເຮັກຕາ ສ້າງລາຍຮັບໃຫ້ປະ ຊາຊົນໄດ້ 142 ຕື້ກີບ ພ້ອມນີ້ຍັງມີການ ປູກອ້ອຍຂາຍເປັນສິນຄ້າຕາມລະດູ ການ 2022-2023 ມີເນື້ອທີ່ທັງໝົດ 5.909 ເຮັກຕາສ້າງລາຍຮັບໃຫ້ປະຊາ ຊົນໄດ້ປະມານ 410,4 ຕື້ກີບ. ນອກ ຈາກນີ້, ຍັງໄດ້ປູກໝາກກ້ຽງຫວານຢູ່ ບ້ານແສນແອ່ນ ແລະ ໄດ້ເຮັດທົດລອງ ປູກກ້ວຍ ເປັນສິນຄ້າຕົວແບບຕາມທິດ 3 ສ້າງຂອງພັກຕື່ມອີກ. ໃນໂອກາດດຽວກັນ, ຄະນະນັກ ສຶກສາທິດສະດີການເມືອງ-ການປົກ ຄອງແຫ່ງຊາດ ຍັງໄດ້ນໍາເອົາເຄື່ອງກິ ລາຈໍານວນໜຶ່ງມາມອບໃຫ້ເມືອງສິງ ລວມມູນຄ່າ 6 ລ້ານກີບ ຕາງໜ້າມອບ ໂດຍທ່ານ ແສງທອງ ພຸດທະວົງ ແລະ ຕາງໜ້າຮັບໂດຍ ຈັນພິພັກ ກອງຈໍາ ປາ. ຂ່າວ: ກີ່ງແກ້ວ ຂປລ. ແຫລ່ງຂ່າວຈາກ ແຂວງຜົ້ງ ສາລີ ໃຫ້ຮູ້ວ່າ: ບ້ານແສນເງິນ ເມືອງ ໃໝ່ ແຂວງຜົ້ງສາລີ ຈັດບຸນກິນຈຽງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງ ເຜົ່າອ າຄ າ ໃນວັ ນທີ 19 ທັນວາ 2023 ໂດຍມອີ າດີ ດກ ານນຳແຂວງ, ການນ ຳ ເມືອງພ້ອມດ້ວຍນັກທຸລະກິດ, ພໍ່ຄ້າ- ຊາວຂາຍ ແລະ ພໍ່ແມ່ປະຊາຊົນບ້ານ ອ້ອມຂ້າງເຂົ້າຮ່ວມຢ່າງຄຶກຄື້ນ. ງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ແມ່ນບຸນປະຈຳປີຂອງເຜົ່າອາຄ າ, ເປັນ ສັນຍະລັກແຫ່ງຄວາມສາມັກຄີ, ຄວາມ ຜູກໝັ້ນໃນວົງສາຄະນາຍາດຂອງປະ ຊາຊົນເຜົ່າອາຄ າທີ່ຢູ່ຫ່າງໄກໄດ້ມາພົບ ປະສ້າງສັນແລະ ເພື່ອເຮັດພິທີກຳລະນຶກ ເຖິງບັນພະບູລຸດຂອງວົງສາຄະນະຍາດ ຕົນ ເຊິ່ງເຈົ້າກົກເຈົ້າເຫລົ່າໄດ້ນຳພາ ເຜົ່າອາຄາ ຈັດບຸນກິ ນຈຽງ ທີ່ຍິ່ງໃຫຍ່ ຂຶ້ນມາແຕ່ດົນນານ ແລະ ມີຄວາມໝາຍ ເພື່ອເປັນບ່ອນອີງໃຫ້ແຜນພັດທະນາ ເສດຖະກິດ-ສັງຄົມຂອງປະຊາຊົນອາ ຄາກໍຄືຂອງເມືອງວາງອອກໃຫ້ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນທຸກຊັ້ນ ຄົນ ມີວຽກເຮັດງານທຳ ອັນແນ່ນອນ, ສ້າງລາຍຮັບເຂົ້າສູ່ຄອບຄົວ ໃຫ້ນັບມື້ ຫລາຍຂຶ້ນເພື່ອຫລຸດພົ້ນອອກຈາກ ຄອບຄົວທຸກຍາກກາຍເປັນຄອບຄົວ ຮັ່ງມີເທື່ອລະກ້າວ ແລະ ສ້າງຄວາມ ສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ໜັກແໜ້ນ, ພ້ອມກັນປົກ ປັກຮັກສາຮີດຄອງປະເພນີແລະວັດທະ ນະທຳ ອັນດີງາມຂອງຊາດໄວ້ໃຫ້ຍືນ ຍົງຄູ່ກັບອາຄ າ ຕະຫລອດໄປ. ໂອກາດນີ້,ທ່ານຕືຮື ນາຍບ້ ານແ ສນ ເງິນ ກໍໄດ້ກ່າວອວຍພອນປີໃໝ່ໃຫ້ປະ ຊາຊົນ ໂດຍສະເພາະ ກໍແມ່ນເຜົ່າອາຄ າ ຈົ່ງມີສຸຂະພາບແຂງແຮງ, ອາຍຸໝັ້ນຍືນ ນານ, ເປັນຫລັກແຫລ່ງໃນການເຕົ້າ ໂຮມຄວາມສາມັກຄີປອງດອງປະຊາ ຊົນ ໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອ ພ້ອມກັນປົກປັກຮັກສາ, ສ້າງສາພັດທະ ນາປະເທດຊາດ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດ ຢັ້ງ, ຂໍອວຍພອນໄຊໃຫ້ບຸນກິນຈຽງຂອງ ພີ່ນ້ອງອາຄາ ຈົ່ງເປັນບຸນແຫ່ງຄວາມ ເບີກບານມ່ວນຊື່ນ, ເປັນບຸນແຫ່ງຄວາມ ສຸກສົມຫວັງ. ຂ່າວ-ພາບ: ວັນວິໄລ pq d]tfa [7;k,I6 h rN o4kodko9q fmt[Po7v[7q ; .o7;k,Ia [zy f-v[ 0v'0tc|'rkp.o ໜ້າພະແນກພາຍໃນແຂວງວຽງ ຈັນ, ທ່ານ ປໍຢ່າງ ວື່ຈົ່ງຊື່ ຫົວໜ້າ ຫ້ອງການພາຍ ໃນເມືອງທຸລະຄົມ ພ້ອມດ້ວຍພະນັກງານ-ລັດຖະກອນ ຫ້ອງການພາຍໃນ, ນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມສີ ໂພບຸດດີ ວິຊາການ ພະແນກທະບຽນຄອບຄົວ ກະຊວງ ພາຍໃນ ໄດ້ນໍາສະເໜີເອກະສານ ຄວາມຮູ້ພື້ນຖານການຈົດທະບຽນ ຄອບຄົວວ່າ: ການຈົດທະບຽນຄອບ ຄົວ ແມ່ນການບັນທຶກຢ່າງຕໍ່ເນື່ອງ, ຖາວອນແບບບັງຄັບ ແລະ ທົ່ວເຖິງ, ການເກີດຂຶ້ນ ແລະ ລັກສະນະຂອງ ເຫດການສໍາຄັນ ໃນຊີວິດ ຕາມຂໍ້ກໍາ ນົດ ຫລື ກົດລະບຽບໂດຍສອດຄ່ອງ ກັບກົດໝາຍຂອງແຕ່ລະປະເທດ, ເຫດການສໍາຄັນໃນຊີວິດ ລວມມີ: ການເກີດ, ການເສຍຊີວິດໃນທ້ອງ ແມ່, ການແຕ່ງດອງ, ການຢ່າຮ້າງ, ການຮັບເອົາເດັກເປັນລູກລ້ຽງ, ການໄດ້ສິດ ແລະ ການຮັບຮູ້ຕາມ ກົດໝາຍ; ການຈົດທະບຽນການ ເກີດ; ການຈົດທະບຽນແຕ່ງດອງ; ການຈົດທະບຽນຢ່າຮ້າງ; ການຈົດ ທະບຽນປ່ຽນຊື່ ຫລື ນາມສະກຸນ. ເນື້ອໃນຂອງວຽກງານຈົດທະບຽນ ຄອບຄົວ ມີເນື້ອໃນສໍາຄັນ, ເປັນປະ ໂຫຍດ ແລະ ເປັນບົດຮຽນທີ່ດີໃຫ້ ໜ່ວຍງານກ່ຽວຂ້ອງ ແລະ ໃຫ້ອົງ ການປົກຄອງບ້ານ ໃນເວລາປະຕິ ບັດວຽກງານຕົວຈິງ. ໂອກາດນີ້, ທ່ານ ບຸນເລີດ ສີຫາ ປັນຍາ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າ ຮ່ວມຈົ່ງຕັ້ງໃຈຟັງ, ຈົດກ່າຍ, ເຊີດ ຊູຄວາມຮັບຜິດຊອບເປັນຜູ້ຟັງທີ່ດີ, ຕັ້ງຄໍາຖາມສິ່ງທີ່ບໍ່ເຂົ້າໃຈ, ສົນທະ ນາແລກປ່ຽນບົດ ຮຽນຊຶ່ງກັນ ແລະ ກັນ, ນໍາເອົາຜົນສໍາເລັດກອງປະຊຸມ ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ປະຕິບັດໃຫ້ມີຜົນສໍາເລັດຕາມເວ ລາກໍານົດໄວ້. ຂ່າວ: ເມືອງທຸລະຄົມ ຂອງຕົນ. ຂ່າວ-ພາບ: ວັນນາ ຄວາມສຳຄັນທີ່ສ່ອງແສງເຖິງຮີດຄອງ ປະເພນີ, ວັດທະນະທຳອັນ ດີງາມຂອງ ຊົນເຜົ່າລາວ ໂດຍສະເພາະແມ່ນເຜົ່າ ອາຄ າ ທີ່ມີເອກະລັກສະເພາະຂອງເຜົ່າ ເຊັ່ນ: ການຂັບລຳ, ຕີໝາກຂ່າງ. ການ ຈັດງານຄັ້ງນີ້ແມ່ນ ເພື່ອສະຫລຸບ ຜົນສຳເລັດການຈັດຕັ້ງປະຕິບັດວຽກ ງານຮອບດ້ານໃນໄລຍະ 1 ປີຜ່ານມາ ຂອງປະຊາຊົນເຜົ່າອາຄາ ພ້ອມທັງ ວາງທິດທາງແຜນການໃສ່ຊຸມປີຕໍ່ໄປ, ຂປລ. ແຫລ່ງຂ່າວຈາກ ເມືອງ ທຸລະຄົມ ໃຫ້ຮູ້ວ່າ: ຝຶກອົບຮົມ ຄວາມຮູ້ພື້ນຖານ ກ່ຽວກັບການຈົດ ທະບຽນຄອບຄົວໃນຄວາມຮັບຜິດ ຊອບຂອງຂະແໜງພາຍໃນ ໃຫ້ ໜ່ວຍງານກ່ຽວຂ້ອງ ແລະ ໃຫ້ອົງ ການປົກຄອງບ້ານ ທົ່ວເມືອງທຸລະ ຄົມ ແຂວງວຽງຈັນ ໄດ້ຈັດຂຶ້ນເມື່ອ ບໍ່ດົນມານີ້ ໂດຍການເປັນປະທານ ຮ່ວມຂອງ ທ່ານ ບຸນເລີດ ສີຫາປັນ ຍາ ປະທານຄະນະກວດກາພັກ ເມືອງທຸລະຄົມ, ທ່ານ ເດດວິໄລ ອໍລະບູນ ຮອງຫົວໜ້າກົມຄຸ້ມຄອງ ພົນລະເມືອງ ກະຊວງພາຍໃນ ແລະ ທ່ານ ຄໍາຫລ້າ ແສງວົງ ຮອງຫົວ
RkJQdWJsaXNoZXIy MTc3MTYxMQ==