5773

xtgmf]k; 6 21/12/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d g7n j v'-q ogzq j kc]oc8o wfh Ia [dk\kp3vfa v[c]h ; s];'oEmk dP,gxu fxu mj v'mj P;]k; 2024 Ij ;,da [[5 oot,a fltdkortmkfs];'oEmk ຂປລ. ແຂວງຫລວງນ້ຳທາ ກຽມ ເປີດປີທ່ອງທ່ຽວລາວຢ່າງເປັນທາງ ການຮ່ວມກັບບຸນນະມັດສະການພະ ທາດຫລວງນໍ້າທາ ຕິດພັນກັບບັນດາ ກິດຈະກໍາບຸນປະເພນີ ຂອງປະຊາຊົນ ບັນດາເຜົ່າພາຍໃນແຂວງ ໃນວັນທີ 26 ທັນວາ 2023 ທີ່ຈະມາເຖິງນີ້ ໂດຍສຸມ ໃສ່ພັດທະນາການທ່ອງທ່ຽວທາງທໍາ ມະຊາດ, ວັດທະນະທໍາ ແລະ ປະຫວັດ ສາດພາຍໃຕ້ຄໍາຂວັນ“ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາ ມະຊາດ ແລະ ປະຫວັດສາດ” ເພື່ອດຶງ ດູດນັກທ່ອງທ່ຽວເຂົ້າມາບໍ່ໃຫ້ຫລຸດ 1.181.775 ເທື່ອຄົນ, ສ້າງລາຍຮັບ ເຂົ້າແຂວງໃຫ້ໄດ້ປະມານ46.765.291 ລ້ານໂດລາສະຫະລັດ. ທ່ານ ສີສຸພັນ ທໍາປັນຍາ ຫົວໜ້າ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫລວງນໍ້າທາ ໂດຍ: ມຸນຕີ ທັງເປັນຮອງຫົວໜ້າຄະນະຊີ້ນໍາການ ຈັດປີທ່ອງທ່ຽວລາວ 2024 ໄດ້ໃຫ້ ສຳພາດເມື່ອບໍ່ດົນນີ້ວ່າ: ການຈັດກິດ ຈະກຳ ແລະ ຂະບວນການເປີດປີທ່ອງ ທ່ຽວ 2024 ຂອງແຂວງຫລວງນໍ້າ ທາ ກໍເພື່ອສົ່ງເສີມການທ່ອງທ່ຽວ, ການປົກປັກຮັກສາທໍາມະຊາດ ອັນ ສວຍສົດງົດງາມ, ອະນຸລັກ, ສົ່ງເສີມ ວັດທະນະທໍາທີ່ເປັນເອກະລັກ ແລະ ຮີດຄອງປະເພນອັນດີງາມຂອງປະ ຊາຊົນບັນດາເຜົ່າ ຢູ່ບັນດາເມືອງທົ່ວ ແຂວງຫລວງນໍ້າທາ. ນອກນີ້, ຍັງ ເປັນການສ້າງຜະລິດຕະພັນທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ, ຍົກລະດັບ ຄຸນນະພາບການບໍລິການ, ໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານເຂົ້າເຖິງກຸ່ມ ຕະຫລາດເປົ້າໝາຍ, ເຊື່ອມໂຍງກັບບັນ ດາເມືອງ, ແຂວງແລະປະເທດໃກ້ຄຽງ. ເພື່ອສົ່ງເສີມກິດຈະກໍາບຸນປະເພນີ, ເທສະການ, ນິທັດສະການຕ່າງໆຢູ່ຂັ້ນ ແຂວງ, ເມືອງ, ບ້ານ ເເລະ ການມີສ່ວນ ຮ່ວມຂອງທຸກພາກສ່ວນ ທັງເປັນການ ສົ່ງເສີມການທ່ອງທ່ຽວພາຍໃນ ແລະ ດຶງດູດນັກທ່ອງທ່ຽວສາກົນ ໂດຍສະ ເພາະນັກທ່ອງທ່ຽວ ສປ ຈີນ ເຂົ້າມາ ທ່ຽວຢູ່ແຂວງຫລວງນໍ້າທາ ນັບມື້ນັບ ຫລາຍຂຶ້ນແນ່ໃສ່ສ້າງວຽກເຮັດງານ ທໍາໃຫ້ແກ່ສັງຄົມ ແລະ ສ້າງລາຍຮັບ ເງິນຕາເຂົ້າສູ່ປະເທດ ກໍຄືແຂວງ ຫລວງນໍ້າທາ. ທ່ານ ສີສຸພັນ ທໍາປັນຍາ ກ່າວວ່າ: ການຈັດກິດຈະກຳ ເປີດປີທ່ອງທ່ຽວ ລາວ 2024 ນີ້ຈະບໍ່ໄດ້ຈັດເປັນງານສະ ເພາະແຕ່ຈະເປັນການສົ່ງເສີມການ ພັດທະນາໂຄງລ່າງພື້ນຖານຂະໜາດ ນ້ອຍ, ການຕະຫລາດການທ່ອງທ່ຽວ, ຍົກລະດັບຄຸນນະພາບການບໍລິການ ແລະ ຊຸກຍູ້ການຈັດບຸນປະເພນີຂອງປະ ຊາຊົນບັນດາເຜົ່າ ທີ່ເຄີຍຈັດຕັ້ງຜ່ານ ມາ, ເຊິ່ງປະກອບມີ 15 ກິດຈະກໍາ ໃນ ນີ້, ກິດຈະກໍາລະດັບຊາດມີ 1 ກິດຈະ ກໍາ , ລະດັບແຂວງ 5 ກິດຈະກໍາ ແລະ ລະດັບ ເມືອງ 9 ກິດຈະກໍາ ເປັນຕົ້ນກິດ ຈະກໍາລະດັບຊາດ: ແມ່ນບຸນນະມັດສະ ການພະທາດຫລວງຈຽງຕືງ (ເມືອງ ສິງ)ຈັດຂຶ້ນໃນວັນທີ15ພະຈິກ2024, ເມືອງຫລວງນໍ້າທາ: ມີ 5 ກິດຈະກໍາ, ໃນນັ້ນ, ລະດັບແຂວງ 4 ກິດຈະກໍາ ແລະ ລະດັບເມືອງ 1 ກິດຈະກໍາຄື: ບຸນເຜົ່າໄຕດໍາ 4 ບ້ານເຂດທົ່ງດີ ໃນວັນ ທີ 16 -17 ກຸມພາ 2024; ເທສະການ ດົນຕີຫລວງນໍ້າທາ ໃນວັນທີ 22 -24 ກຸມພາ 2024, ບຸນນະມັດສະການພະ ທາດປຸມປຸກ ໃນວັນທີ 24 ກຸມພາ 2024; ບຸນຊ່ວງ ເຮືອປະຈໍາປີ 2024 ໃນວັນທີ 17 ຕຸລາ 2024 ແລະ ບຸນນະ ມັດສະການພະທາດຫລວງນໍ້າທາ ໃນວັນທີ15ທັນວາ2024. ເມືອງສິງ: ມີ3ກິດຈະກໍາ,ນອກຈາກກິດຈະກໍາລະ ດັບຊາດແລ້ວ ຍັງມີກິດຈະກໍາລະດັບ ເມືອງ 2 ກິດຈະກໍາ ຄື: ບຸນປາງ ເມືອງຈັດຂຶ້ນໃນວັນທີ 23 ມັງກອນ 2024 ແລະ ບຸນບັ້ງໄຟ ຫລື ບຸນປອຍ ໃນວັນທີ28 ເມສາ 2024. ເມືອງວຽງ ພູຄາ: ມີ 2 ກິດຈະກໍາ ເປັນກິດຈະກໍາ ລະດັບເມືອງ ຄື: ບຸນກິນຈຽງເຜົ່າຢັ້ງ ໃນວັນທີ 28 - 30 ມັງກອນ 2024 ແລະ ບຸນຊ່ວງເຮືອປະຈໍາປີ 2024 ໃນ ວັນທີ 29 - 30 ຕຸລາ 2024. ເມືອງ ລອງ: ມີ 2 ກິດຈະກໍາຄື: ບຸນປາງ ເມືອງ ຈັດຂຶ້ນໃນລະຫວ່າງ ເດືອນມັງ ກອນ-ກຸມພາ 2024 ແລະ ບຸນກິນຈຽງ ເຜົ່າອາຄ່າທົ່ວເມືອງລອງ ໃນເດືອນ ທັນວາ 2024. ເມືອງນາແລ: ມີ 2 ກິດຈະກໍາຄື: ບຸນຊ່ວງເຮືອປະຈໍາປີ 2024 ໃນວັນທີ 29 ຕຸລາ 2024 ແລະ ບຸນເກຣີ ຫລື ບຸນປົດນືມ ເມືອງນາແລ ໃນວັນທີ 31 ທັນວາ 2024. ນອກນີ້, ເຂດພັດທະນາບໍ່ເຕ່ນແດນງາມ ມີ 1 ກິດຈະກໍາ ເປັນກິດຈະກໍາ ລະດັບແຂວງ ຄື: ບຸນປີໃໝ່ລາວຈັດຂຶ້ນໃນວັນທີ່ 1416 ເມສາ 2024. ໂອກາດນີ້, ທ່ານ ສີສຸພັນ ທໍາປັນຍາ ຍັງໄດ້ຮຽກຮ້ອງມາຍັງທຸກອົງການ ຈັດຕັ້ງຂອງພັກ-ລັດ ແລະ ທົ່ວສັງຄົມ ຈົ່ງພ້ອມກັນສະໜັບສະໜູນ ແລະ ຕັ້ງ ໜ້າເຂົ້າຮ່ວມກິດຈະກໍາຕ່າງໆ ພ້ອມ ທັງຊຸກຍູ້ ແລະ ສົ່ງເສີມຂະບວນການ ໃຫ້ມີບັນຍາກາດຟົດຟື້ນ ແລະ ຕໍ່ເນື່ອງ ຕະຫລອດປີ. * ຫັດຖະ​ກໍາຕໍ່າ​ແຜ່ນ ​ແມ່ນມໍ ລະດົກທ​ າງພູມ​ປັນຍາ ຂອງເອື້ອຍ​ ນ້ອງ​ແມ່ຍິງ​ລາວ ທີ່​ມີ​ມູນ​ເຊື້ອ​ອັນ​ ດີງາມ​ມາ​ແຕ່​ຮຸ່ນ​ປູ່ຍ່າ​ຕາ​ຍາຍ ທີ່​ ມອບ​ໃຫ້ລູກ​ຫລານ ​ເພື່ອ​ສືບ​ທອດ​ ປະ​ເພ​ນີ້​ອັນ​ດີງາມ​ແບບ​ນີ້​ໃຫ້​ຄຽງ ຄູ່ກັ​ ບແ​ ມ່ຍິງລ​ າວ ຈົນມ​ າຮອດປັດຈຸ ບັນ ປະເ​ທດຊ​ າດບ້​ ານເ​ມືອງມີ​ ກ​ ານ​ ພັດທະນາມໍລະດົກທ​ າງພູ​ ມປັ​ ນຍາທີ່​ ​ ປະຊາຊົນຜະລິດ​ຂຶ້ນ​ເພື່ອ​ສ້າງ​ລາຍ​ ຮັບເ​ຂົ້າຄ​ ອບຄົວ ກໍ​ ໄ​ ດ້ຮັ​ ບກ​ ານຊຸ​ ກຍູ້​ ສົ່ງເ​ສີມຈ​ າກພັ​ ກ-ລັດຖະບານ​ໂ​ ດຍ​ ການ​ມອບກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ໂອ ດັອບ) ​ໃຫ້​ກັບກຸ່ມ​ຫັດຖະ​ກໍາ ​ແລະ ງານ​ສີ​ມີ​ຂອງ​ປະຊາຊົນໃນ​ທົ່ວປະ​ ເທດລວມ​ເຖິງ ​ສູນສົ່ງເສີມຫັດຖະ ກໍາເຮືອນຫູກມິຖຸນາ ບ້ານວຽງເໜືອ ແລະ ກຸ່ມຖັກ ແສ່ວເຄື່ອງຊົນເຜົ່າ ແລນແຕນ ບ້ານຕາຫວ່ານ ເມືອງ ຫລວງນໍ້າທາ ແຂວງຫລວງນ້ຳທາ 3 ເມືອງພາຍ ໃນແຂວງທີ່ເຂົ້າຮ່ວມ ຕໍ່າຫູກໃຫ້ເຮືອນຫູກມິຖຸນາ ຜະລິດ ຕະພັນລວມມີ17ລາຍການ: ສິ້ນໄຕ ດໍາໄໝມ້ອນສົດ, ສິ້ນໄຕ ເຄືອຝ້າຍ ຕໍາໄໝ, ສິ້ນໄຕດໍາຝ້າຍຕໍ່າຝ້າຍ, ສິ້ນ ໝີ່ລ້ວນ, ສິ້ນເຜົ່າຍວນ, ສິ້ນເຜົ່າລື້, ສິ້ນເຜົ່າຂະມຸ, ແພເສື້ອ, ຜ້າປູໂຕະ, ຜ້າບ່ຽງ, ຜ້າປ່ຽວ, ຜ້າຂັ້ນເຟື້ອງ, ຜ້າ ປູໄຕດໍາ, ຖົງໄຕດໍາ, ຜ້າເຊັດມື, ຜ້າຂັນລາຍ ແລະ ຜ້າຮອງຈານ. ຕະຫລາດ ແມ່ນຂາຍພາຍໃນ ແລະ ຕ່າງປະເທດ ສາມາດສ້າງລາຍຮັບ ໄດ້ 100 ກວ່າລ້ານກີບຕໍ່ປີ. ທ່ານ ນາງ ມະໄລຄໍາ ດັ່ງວັນຄໍາ ຫົວໜ້າກຸ່ມຖັກແສ່ວເຜົ່າແລນແຕນ ບ້ານຕາຫວ່ານ ໄດ້ໃຫ້ຮູ້ວ່າ: ບ້ານ ຕາຫວ່ານມີ 202 ຫລັງຄາ, ມີ 249 ຄອບຄົວ, ມີພົນລະເມືອງ 1.339 ຄົນ, ຍິງ 647 ຄົນ, ປະ ກອບມີ 8 ຊົນເຜົ່າ ຢູ່ຮ່ວມກັນ, ຊົນ ເຜົ່າແລນແຕນ ມີປະຫວັດຄວາມ ເປັນມາທີ່ຍາວນານປະຊາຊົນມີ ຄວາມມັກຮັກໃນການຜະລິດຫັດ ຖະກໍາຕິດພັນກັບການດໍາລົງຊີວິດ ເປັນຕົ້ນແມ່ນການຖັກແສ່ວ, ເຄື່ອງ ນຸ່ງຫົ່ມ, ອຸປະກອນການຂີດຂຽນ, ເຄືື່ອງມືທໍາການຜະລິດເພື່ອຮັບໃຊ້ ຊີວິດປະຈໍາວັນ. ປັດຈຸບັນກຸ່ມຖັກ ແສ່ວເຜົ່າແລນແຕນ ບ້ານຕາຫວ່ານ ມີສະມາຊິກ ທັງໝົດ 35 ຄົນ, ຍິງ 35 ຄົນ ມີເງິນທຶນ ທັງໝົດ 50 ລ້ານ ກີບ ຜະລິດຕະພັນລວມມີ 8 ລາຍ ການ: ຖົງ, ຜ້າຮອງຈອກ, ພວງກະ ແຈ, ໜ້າໝອນ, ເຈ້ຍໜໍ່ໄມ້, ແຜ່ນ ທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ໂອ ດັອບ) ​ໃນອາທິດ​ຜ່ານ​ມາ​ນີ້. ທ່ານ ນາງ ແອ່ງ ພົມມະຈັນ ຫົວ ໜ້າກຸ່ມສູນສົ່ງເສີມຫັດຖະກໍາເຮືອນ ຫູກມິຖຸນາ ໄດ້ກ່າວວ່າ: ໃນປີ2015 ສູນສົ່ງເສີມຫັດຖະກໍາເຮືອນຫູກ ມິຖຸນາ ໄດ້ລົງທຶນຈັດຊື້ອຸປະກອນ ເຮັດຫູກ ຈໍານວນ 5 ແສນກວ່າກີບ ຜະລິດໄດ້ສິ້ນ 2 ຜືນ ສາມາດສ້າງ ລາຍຮັບໄດ້ 1,6 ລ້ານກີບ ຕໍ່ມາກໍໄດ້ ຂະຫຍາຍກີ່ຕໍ່າຫູກເພີ່ມຂຶ້ນເລື້ອຍໆ ມາ​ໃນປີ 2022 ໄດ້ສ້າງຕັ້ງເຮືອນ 1 ຫລັງ ເພື່ອເປັນບ່ອນວາງສະແດງ ຜະລິດຕະພັນແລະໄດ້ເປີດສູນເຮືອນ ຫູກມິຖຸນາຢ່າງເປັນທາງການ ມາ ຮອດປັດຈຸບັນ ມີ 51 ກີ່, ມີ 6 ບ້ານ, ແພ, ແພບ່ຽງແລະຊຸດເຄື່ອງຊົນເຜົ່າ ແລນແຕນ. ຕະຫລາດຈໍາໜ່າຍຂາຍ ແມ່ນພາຍໃນເມືອງ ແລະ ແຂວງ ຫລວງນໍ້າທາ ໃນເທສະການ, ງານ ວາງສະແດງສິນຄ້າ ແລະ ບຸນຕ່າງໆ ພ້ອມນັ້ນຍັງໄດ້ສົ່ງອອກຂາຍຕ່າງ ແຂວງຕື່ມອີກ ສາມາດສ້າງລາຍ ຮັບໄດ້ 50 ລ້ານກວ່າກີບຕໍ່ປີ.

RkJQdWJsaXNoZXIy MTc3MTYxMQ==