5773

lkov;prvo;a o-kf lkmk]tot]a f g7a o1k 7q [Iv[ 60 xu z6h 8k'|h kvq 'dkovksko c]t dkodtglf xt9e]k;7q o.\j pn j o9q f\kpc8j '8A ' s];'oEmk dP,gxu fxu mj v'mj P; 2024 Ij ;,da [[5 oot,a fltdkortmkfs];'oEmk lxx ]k;{vq flt8ik]u lq omtok fh koly fmy ,to5 f 7A 'mu 8 c0;'-P'0;k' 4n gvq k;Pd3r-tokdko ra fmtok-a [rtpkdvo,to5 f g-a o[q f[a omb d7;k,g0Q k.9dkocdh w0[a osk ]tg[u f[+ ma oc8d muj 8q d7h k'16j c0;'zQ 'lk]u gxu f/b dvq [Iq ,;Pd75 h ,7v' sh v'dko.sh rtoa d'ko{oa dIq [ lld .sh 7;k,le7a o ;Pdxh v'da odko.-h 7;k, I5 ocI'.olt4kodkolb dlk Ill gru j ,7;k,Ia [zy f-v[ .odko]b []h k'dko.-h 7;k, I5 ocI'8+ c,j py ' c]t gfa d gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 21.12.2023 ປີທີ 22 ສະບັບທີ 5.832 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ ຂປລ. ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ (ຮວຜທ) ເປີດ ຝຶກອົບຮົມວຽກງານຄຸ້ມຄອງຫ້ອງ ການໃຫ້ແກ່ບັນດາ ພະນັກງານນັກ ຮົບທົ່ວໂຮງຮຽນ ໃນວັນທີ19 ທັນ ວາ 2023 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງໂຮງ ຮຽນວັດທະນະທຳຊົນເຜົ່າກອງ ທັບ, ມີຄະນະຊີ້ນຳລວມ, ຄູຝືກສອນ ຈາກຫ້ອງວ່າການກະຊວງປ້ອງກັນ ປະເທດ, ມີຄະນະຫ້ອງ, ວິຊາການ, ຊ່ວຍວຽກ ແຕ່ລະຫ້ອງຂອງໂຮງ ຮຽນວັດທະນະທຳຊົນເຜົ່າກອງທັບ ພາດວ່າ: ວຽກງານໂພຊະນາການ ແມ່ນວຽກງານໜຶ່ງທີ່ສຳຄັນໃນການ ພັດທະນາຊັບພະຍາກອນມະນຸດ ຂອງແຂວງຊຽງຂວາງ. ດັ່ງນັ້ນ, ການນຳແຂວງຊຽງຂວາງ ໄດ້ແຕ່ງ ຕັ້ງຄະນະຮັບຜິດຊອບ ເຊິ່ງປະກອບ ມີບັນດາພາກສ່ວນກ່ຽວຂ້ອງ ໂດຍ ສະເພາະກອງເລຂາແມ່ນຂະແໜງ ສາທາລະນະສຸກທີ່ເປັນຄະນະຮັບ ຜິດຊອບດັ່ງກ່າວ, ມີພາລະບົດບາດ ໃນການໃຫ້ຄວາມຮູ້ກ່ຽວກັບວຽກ ງານໂພຊະນາການ ໃຫ້ແກ່ພໍ່ແມ່ປະ ຊາຊົນ ໂດຍສະເພາະແມ່ນແມ່ ແລະ ຂປລ. ພິທີເຊັນບົດບັນທຶກຄວາມ ເຂົ້າໃຈ ລະຫວ່າງ ຫ້ອງການຄະນະ ກໍາມະການຄຸ້ມຄອງແຫ່ງຊາດ ເພື່ອ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງຢູ່ລາວ ແລະ ອົງການ ເພື່ອ ມະນຸດສະທໍາ ແລະ ການມີສ່ວນ ຮ່ວມປະຈໍາລາວ ສຳລັບໂຄງການ ຊ່ວຍເຫລືອ ຜູ້ຖືກເຄາະຮ້າຍແບບ ເຊື່ອມສານແລະສົ່ງເສີມຄວາມປອດ ໄພຈາກລະເບີດບໍ່ທັນແຕກທີ່ຕົກ ຄ້າງຢູ່ແຂວງຜົ້ງສາລີ ຈັດຂຶ້ນໃນ ວັນທີ 19 ທັນວາ 2023 ຢູ່ນະຄອນ ຫລວງວຽງຈັນ ຝ່າຍລາວ ນໍາໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກໍາມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນ ຂປລ. ກອງປະຊຸມສົນທະນາ ດ້ານສິດທິມະນຸດ ລະຫວ່າງ ສປປ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ລາວ ແລະ ອົດສະຕຣາລີ ຄັ້ງທີ 8 ເຂົ້າຮ່ວມ. ຊຸດອົບຮົມຄັ້ງນີ້, ຈັດຂຶ້ນເພື່ອ ເປັນການຍົກສູງລະດັບຄວາມຮູ້, ຄວາມສາມາດທາງດ້ານວຽກງານ ວິຊາສະເພາະໃຫ້ພະນັກງານ-ນັກ ຮົບ,ກຳແໜ້ນພື້ນຖານທາງທິດສະດີ, ລະບຽບຫລັກການ, ວິທີສ້າງຮ່າງ ເອກະສານທາງລັດຖະການຂອງ ວຽກງານຄຸ້ມຄອງຫ້ອງການຂາ ເຂົ້າ-ຂາອອກ ແລະສຳເນົາເອກະ ສານຕ່າງໆ; ເຮັດໃຫ້ພະນັກງານນັກຮົບ ໂດຍສະເພາະຜູ້ຮັບຜິດຊອບ ວຽກງານສະຫລຸບ-ສັງຮວມ ແລະ ຂປລ. ປະຊວງສຶກສາທີການ ແລະ ກິລາ(ສສກ) ໄດ້ໃຫ້ຄວາມສໍາ ຄັນຂອງວຽກງານປ້ອງກັນການ ໃຊ້ຄວາມຮຸນແຮງໃນສະຖານການ ສຶກສາ ໂດຍໄດ້ກໍານົດໃນວິໄສທັດ ແລະ ຈຸດໝາຍລວມເພື່ອຄວາມສະ ເໝີພາບຍິງ-ຊາຍ ຂອງຂະແໜງ ການສຶກສາ ແລະ ກິລາ ຕາມເປົ້າ ໝາຍທີ 2 ຂອງການພັດທະນາແບບ ຍືນຍົງ ຮອດປີ 2030. ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ, ປະທານຄະນະກໍາ ມາທິການເພື່ອຄວາມກ້າວໜ້າຂອງ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ.ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ, ປະ ທານຄະນະກຳມະການວຽກງານ ໂພຊະນາການຂັ້ນແຂວງ ໃຫ້ສຳ ຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ລາວ, ຝ່າຍຜູ້ໃຫ້ທຶນ ນໍາໂດຍທ່ານ ເຣເນຍ ຄາຣາໄບ ຫົວໜ້າອົງການ ເພື່ອມະນຸດສະທໍາ ແລະ ການມີສ່ວນ ຮ່ວມປະຈໍາລາວ, ມີຜູ້ຕາງໜ້າຈາກ ກົມນະໂຍບາຍຜູ້ມີຜົນງານ, ຜູ້ຕາງ ໜ້າຈາກຫ້ອງວ່າການແຂວງຜົ້ງ ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໄດ້ສົ່ງສານອວຍພອນເຖິງ ທ່ານ ວິນລ້ຽມ ຣຸດໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຄັນຢາ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ເຄັນຢາ ຄົບຮອບ 60 ປີ. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາ ລະນະລັດ ເຄັນຢາ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສາຍພົວພັນການ ທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາ ທາລະນະລັດ ເຄັນຢາ ຄົບຮອບ 15 ປີ, ໃນນາມປະຊາຊົນ ລາວທຸກຖ້ວນ ໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນ ດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະ ຊາຊົນ ແຫ່ງ ເຄັນຢາ ເພື່ອນມິດ. ຂ້າພະເຈົ້າຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະ ຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະ ນະລັດ ເຄັນຢາ ແລະ ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ຂປລ. ໃນວັນທີ 20 ທັນວາ 2023, ທີ່ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ຄະຢອງ ມີ ຄິມ (KyungMee Kim) ເພື່ອມາເປັນ ຜູ້ຕາງໜ້າ ອົງການອາຫານ ແລະ ການກະ ເສດ ຫລື FAO ຄົນໃໝ່ ປະຈໍາ ສປປ ລາວ. ໂອກາດນີ້, ທ່ານ ໂພໄຊ ໄຂຄໍາ ພິທູນ ໄດ້ສະແດງຄວາມຍິນດີຕ້ອນ ຮັບຜູ້ຕາງໜ້າຄົນໃໝ່ອົງການ FAO ປະຈໍາ ສປປ ລາວ ພ້ອມທັງ ສະແດງຄວາມຂອບໃຈ ແລະ ຕີລາ ຄາສູງຕໍ່ການຮ່ວມມືທີ່ດີ ແລະ ການ ສະໜັບສະໜູນອັນລ້ຳຄ່າຂອງອົງ ການFAOຢູ່ສປປລາວຕະຫລອດ ໄລຍະຜ່ານມາ. ທ່ານຮອງລັດຖະ ມົນຕີ ກະຊວງການຕ່າງປະເທດຍັງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍ ໃຕ້ການນໍາພາຂອງ ຜູ້ຕາງໜ້າຄົນ ໃໝ່, ອົງການ FAO ປະຈໍາ ສປປ ລາວ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປລາວໃນວຽກງານການພັດທະ ນາ ທີ່ສອດຄ່ອງກັບວຽກງານບຸລິ ມະສິດຕ່າງໆຂອງລັດຖະບານດັ່ງທີ່ ຂປລ. ທ່ານ ປະເດີມພອນ ສົນ ທະນີ ຮອງລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ(ຮສສ) ໄດ້ມີຄຳເຫັນໃນ ໂອກາດວັນສາກົນ ເພື່ອລຶບລ້າງ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເມື່ອບໍ່ດົນນີ້ວ່າ: ຄະນະ ພັກ, ຄະນະນໍາກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະຍັງ ສືບຕໍ່ຍົກສູງຄວາມຮັບຜິດຊອບ ry mu ,v[{Ia []k';a o ;a ootdec,j oE0v' 7A 'mu 12 9a f0B o16j lxx ]k;  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 6

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/12/2023 xtgmf]k; ຮສສ ເພີ່ມຄວາມ... ແຂວງຊຽງຂວາງ... ພິທີມອບ-ຮັບລາງວັນ... ສານອວຍພອນ... ສສກ ໃຫ້ຄວາມສຳຄັນ... ຜູ້ຕາງໜ້າ... ຂປລ. ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວຈັດ ພິທີມອບ-ຮັບລາງວັນ ວັນນະກຳແມ່ ນ້ຳຂອງ ຄັ້ງທີ 12 ປະຈຳປີ 2021 ໃຫ້ກັບນັກປະພັນ, ນັກກະວີ ຈາກ ສປປ ລາວ, ກຳປູເຈຍ, ສປ ຈີນ, ມຽນມາ, ລາຊະອານາຈັກໄທ ແລະ ສສ ຫວຽດນາມ ປະເທດລະ 2 ທ່ານ ໃນວັນທີ 20 ທັນວາ 2023 ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງ ຂ່າວ,ວັດທະນະທຳແລະທ່ອງທ່ຽວ, ທ່ານ ທອງໃບ ໂພທິສານ ປະທານ ສະມາຄົມນັກປະພັນລາວ ແລະ ບັນ ດານັກປະພັນທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າຮ່ວມ. ໃນນັ້ນ, ນັກປະ ພັນລາວທີ່ໄດ້ຮັບລາງວັນ 2 ທ່ານ ຄື: ທ່ານ ຄຳສີ ຈັນທະວີທອງ ບົດເລື່ອງ “ຫວນຄືນເສັ້ນທາງຊີວິດ” ແລະ ທ່ານ ແຫຍງ ພິລາກອນ ບົດເລື່ອງ “ອາວທະຫານ”. ທ່ານ ໂພສີ ແກ້ວມະນີວົງ ໄດ້ມີ ຄຳ ເຫັນວ່າ: ພິທີມອບ-ຮັບລາງວັນ ຄັ້ງນີ້, ມີຄວາມໝາຍ, ຄວາມສຳຄັນ ແຫ່ງມິດຕະພາບ ແລະ ການຮ່ວມ ມືອັນເຂັ້ມແຂງ ລະຫວ່າງ ນັກຂຽນ, ນັກປະພັນຂອງບັນດາປະເທດລຸ່ມ ແມ່ນໍ້າຂອງ ທີ່ປະກອບມີ ສປປ ລາວ, ກຳປູເຈຍ, ສປ ຈີນ, ມຽນ ມາ,ລາຊະອານາຈັກໄທ ແລະ ສສ ຫວຽດນາມ ກາຍເປັນສັນຍະລັກ ແຫ່ງການຮ່ວມມືທາງດ້ານການປະ ດິດແຕ່ງວັນນະຄະດີ, ລາງວັນແມ່ ນໍ້າຂອງ ໄດ້ກາຍເປັນເວທີອັນຊົງ ກຽດຢ່າງສູງ ໃນພາກພື້ນລຸ່ມແມ່ນໍ້າ ຂອງ, ພວກເຮົາຮູ້ດີແລ້ວວ່າເປັນປະ ເທດ ເພື່ອນມິດ ແລະ ເພື່ອນບ້ານໃກ້ ຄຽງກັນ ມີພຽງສາຍພູຜາ, ສາຍ ນໍ້າລຳທານເປັນເສັ້ນສາຍສຳພັນ ຂັ້ນລະຫວ່າງກາງ. ແຕ່ໃດໆມາປະ ເທດພວກເຮົາ ລ້ວນແຕ່ມີຮາກເຫງົ້າ ທາງວັນນະຄະດີ ແລະ ແບ່ງປັນສິ່ງ ທີ່ຄ້າຍຄືກັນໃຫ້ກັນ ແລະ ກັນເປັນ ການຮ່ວມມືທີ່ດີລະຫວ່າງສອງຊາດ ພວກເຮົາທີ່ມີຢູ່ແລ້ວນັ້ນ ຈະສືບຕໍ່ໄດ້ ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະ ຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ທ່ານ ແລະ ປະຊາຊົນ ເຄັນຢາ ເພື່ອນ ມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງ ສານອວຍພອນເຖິງທ່ານອານເຟຣດ ມູຕົວ ລັດຖະມົນຕີກະຊວງການຕ່າງ ປະເທດ ແລະ ການຍົກຍ້າຍຖິ່ນຖານ ແຫ່ງ ສາທາລະນະລັດ ເຄັນຢາ ເນື່ອງໃນໂອກາດວັນຊາດ ແຫ່ງສາ ທາລະນະລັດ ເຄັນຢາ ຄົບຮອບ 60 ປີ ເຊັ່ນດຽວກັນ. ໄດ້ກໍານົດໄວ້ຢູ່ໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດ ໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະ ຕິບັດບັນດາກິດຈະກໍາ ແລະ ໂຄງ ການຕ່າງໆ ກໍຄືແຜນຍຸດທະສາດ ການຮ່ວມມື ລະຫວ່າງ ລັດຖະ ບານ ສປປ ລາວ ແລະ ອົງການ FAO (2022-2026) ເຊິ່ງມີມູນຄ່າປະ ມານ 33 ລ້ານ ໂດລາສະຫະລັດ. ພ້ອມນີ້, ທ່ານກໍໄດ້ຮຽກຮ້ອງໃຫ້ອົງ ການ FAOປະຈໍາ ສປປ ລາວ ສືບຕໍ່ ປະກອບສ່ວນ ແລະ ສະໜັບສະໜູນ ຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດບຸລິມະສິດ ການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດທະນາແບບ ຍືນຍົງ ແລະ ວາລະການພັດທະນາ ອື່ນໆຂອງສາກົນ ລວມເຖິງການ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນອະນາ ຄົດ. ລັດຖະບານ ສປປ ລາວ ຈະສືບ ຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມ ມືກັບອົງການດັ່ງກ່າວຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດບັນດາແຜນ ວຽກຢູ່ ສປປ ລາວ ພ້ອມທັງອວຍ ພອນໃຫ້ຜູ້ຕາງໜ້າຄົນໃໝ່ຈົ່ງປະ ສົບຜົນສໍາເລັດໃນການປະຕິບັດໜ້າ ທີ່ຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້. ພ້ອມກັນນີ້, ທ່ານ ນາງ KIM Kyung Mee, ຜູ້ຕາງໜ້າຄົນໃໝ່ ອົງການ FAO ປະຈໍາ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນຂອງທ່ານຮອງ ລັດຖະມົນຕີ ກະຊວງການຕ່າງປະ ເທດ ແລະ ສະແດງຄວາມຍິນດີທີ່ ລັດຖະບານແຫ່ງ ສປປ ລາວ ໄດ້ອະ ນຸມັດຮັບເອົາທ່ານເພື່ອມາປະຕິບັດ ໜ້າທີ່ອັນສຳຄັນຢູ່ ສປປ ລາວ. ພ້ອມນັ້ນ, ທ່ານຍັງໄດ້ໃຫ້ຄໍາໝັ້ນສັນ ຍາວ່າຕົນເອງ ກໍຄື ອົງການ FAO ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະ ວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນງານຕ່າງໆ ຕາມພາລະບົດ ບາດຂອງອົງການເພື່ອສະໜັບສະ ໜູນບັນດາບຸລິມະສິດດ້ານການພັດ ທະນາຂອງສປປລາວຢ່າງຕັ້ງໜ້າ. ອົງການອາຫານ ແລະ ການກະ ເສດ (FAO) ແມ່ນອົງການຈັດຕັ້ງ ສາກົນທີ່ເປັນເຄືອຂ່າຍໜຶ່ງຂອງ ອົງການ ສປຊ ທີ່ຖືກສ້າງຕັ້ງຂຶ້ນ ໃນ ປີ1945ແລະ ໄດ້ສ້າງຕັ້ງຫ້ອງການ ປະຈຳສປປລາວໃນປິ1980,ມີໜ້າ ທີ່ໃຫ້ການຊ່ວຍເຫລືອດ້ານວິຊາ ການເຊັ່ນ: ຊ່ຽວຊານຂະແໜງປູກ ຝັງ, ປ່າໄມ້, ການປະມົງ ແລະ ສັດ ລ້ຽງ, ນັກໂພຊະນາການ, ນັກວິທະ ຍາສາດສັງຄົມ, ນັກເສດຖະສາດ, ນັກສະຖິຕິ ແລະ ນັກວິຊາການດ້ານ ອື່ນໆ ເພື່ອໃຫ້ການສະໜັບສະໜູນ ດ້ານການພັດທະນາ ໃຫ້ແກ່ບັນດາ ປະເທດໃນທົ່ວໂລກ ໂດຍໄດ້ໃຫ້ ການຊ່ວຍເຫລືອປະຊາຊົນຫລາຍ ລ້ານຄົນໃນ 130 ກວ່າປະເທດ. ສ່ວນໃຫຍ່. ລາງວັນ ວັນນະກຳແມ່ນ້ຳຂອງ ເປັນໂຄງການຮ່ວມມືຂອງບັນດາ ປະເທດ ທີ່ມີແມ່ນໍ້າຂອງໄຫລຜ່ານ ໂດຍໄດ້ເລີ່ມມາແຕ່ປີ 2006. ຈາກ ນັ້ນ, ກໍໄດ້້ມີການຂະຫຍາຍຕົວໂດຍ ມີເປົ້າໝາຍແນໃສ່ເສີມສ້າງສັນຕິ ພາບ, ມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຂອງບັນດາປະ ເທດລຸ່ມແມ່ນໍ້າຂອງ ໂດຍຜ່ານວັນ ນະກຳອັນອຸດົມຮັ່ງມີ ແລະ ຫລາກ ຫລາຍ, ແລກປ່ຽນ, ຮຽນຮູ້ເຂົ້າເຖິງ ຜົນງານການປະພັນອັນດີເດັ່ນ ສ້າງ ສັນ ເພື່ອຮັບເອົາສິ່ງຍອດຍິ່ງຂອງຂົງ ເຂດ, ພາກພື້ນ ແລະ ສາກົນ. ຂ່າວ: ກິດຕາ, ພາບ: ເກດສະໜາ ແມ່ຍິງ, ແມ່ ແລະ ເດັກ ກະຊວງ ສຶກ ສາທິການ ແລະ ກິລາໄດ້ໃຫ້ສຳພາດ ໃນໂອກາດລະນຶກວັນສາກົນເພື່ອ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ເມື່ອບໍ່ດົນນີ້ວ່າ: ເປົ້າໝາຍ ທີ 2 ຂອງການພັດທະນາ ແບບຍືນ ຍົງ ຮອດປີ 2030 ທີ່ໄດ້ລະບຸໄວ້ວ່າ “ກໍາຈັດທຸກຮູບແບບຂອງການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ”, ຍຸດທະສາດເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານ ແມ່ ແລະ ເດັກ ໄລຍະ 10 ປີ(2016-2025) ແລະ ໄດ້ກໍານົດແຜນດໍາເນີນງານ ເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່-ເດັກຂອງຂະ ແໜງ ສຶກສາ ແລະ ກິລາ 5 ປີ ຄັ້ງທີ IV(2021-2025) ເຊິ່ງປະກອບມີ 4 ແຜນງານ ແລະ 37 ວຽກ ຈຸດສຸມ. ໃນນັ້ນ, ແຜນງານທີ1, ຄາດໝາຍ 2 ໄດ້ລະບຸເຖິງການໂຄສະນາເຜີຍແຜ່, ການປູກຈິດສໍານຶກ ແລະ ສ້າງຂະ ບວນການການປ້ອງກັນ ແລະ ລຶບ ລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ. ນອກຈາກ ນັ້ນ, ຂະແໜງສຶກສາທິການ ແລະ ກິລາ ໄດ້ມີຄວາມຮັບຜິດຊອບຕໍ່ກົດ ໝາຍວ່າດ້ວຍການຕ້ານການຄ້າມະ ນຸດ ສະບັບເລກທີ 73/ສພຊ ມາດຕາ 68 , ປະກອບມີ 4 ໜ້າວຽກຫລັກ ຄື: ຮັບຜິດຊອບສ້າງເງື່ອນໄຂໃຫ້ ພົນລະເມືອງລາວ ໄດ້ຮັບການສຶກ ສາຂັ້ນພື້ນຖານຢ່າງທົ່ວເຖິງ ໂດຍ ສະເພາະແມ່ຍິງແລະເດັກນ້ອຍຢູ່ເຂດ ຊົນນະບົດຫ່າງໄກສອກຫລີກ; ຊີ້ນໍາ, ຄຸ້ມຄອງ, ແນະນໍາ, ຕິດຕາມ, ກວດ ກາສະຖານການສຶກສາເພື່ອປ້ອງ ກັນນັກຮຽນ, ນັກສຶກສາຢູ່ພາຍໃນ ແລະ ຕ່າງປະເທດ ບໍ່ໃຫ້ຕົກເປັນ ເຫຍື່ອຫລືຜູ້ຖືກເຄາະຮ້າຍຂອງການ ຄ້າມະນຸດ; ສັບຊ້ອນເອົາວຽກງານ ຕ້ານການຄ້າມະນຸດເຂົ້າໃນການ ສິດສອນ; ສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ຜູ້ຖືກເຄາະຮ້າຍ ໄດ້ສືບຕໍ່ເຂົ້າຮຽນໃນລະບົບການ ສຶກສາຊັ້ນຕ່າງໆໂດຍບໍ່ເສຍຄ່າ. ຜ່ານການຈັດຕັ້ງປະຕິບັດແຜນ ດໍາເນີນງານດັ່ງກ່າວ, ໄດ້ມີຜົນສໍາ ເລັດທີ່ພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ແມ່ນສໍາເລັດການຈັດຝຶກອົບຮົມໃຫ້ ແກ່ບັນດາຄູອາຈານຢູ່ພາຍໃນ 4 ມະຫາວິທະຍາໄລໃນຫົວຂໍ້ຕ່າງໆ ເຊັ່ນ:ການລຶບລ້າງທຸກຮູບການຈຳ ແນກ, ການຢຸດຕິການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກ; ປັບປຸງ ຫລັກສູດເພື່ອສອດແຊກເນື້ອໃນກ່ຽວ ກັບການຢຸດຕິການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກ ເຂົ້າໃນໂຮງ ຮຽນຊັ້ນປະຖົມບຳລຸງ ແລະ ມັດທະ ຍົມສຶກສາ; ຈັດພິມແຜ່ນໂຄສະນາ ຫົວຂໍ້ກ່ຽວກັບຄວາມຮຸນແຮງບົນ ພື້ນຖານດ້ານເພດພາຍ ໃນໂຮງຮຽນ ແລະ ການຢຸດຕິການໃຊ້ຄວາມຮຸນ ແຮງ ເພື່ອແຈກຢາຍໃຫ້ສະຖານການ ສຶກສາທົ່ວປະເທດ; ຈັດກິດຈະກໍາ ປູກຈິດສໍານຶກກ່ຽວກັບການປ້ອງ ກັນ ແລະ ລຶບລ້າງຄວາມຮຸນແຮງ ຕໍ່ ແມ່ຍິງ ແລະ ຄວາມຮ ຸນແຮງຕໍ່ເດັກ ໃນສະຖານການສຶກສາ; ສ້າງຄູຝຶກ ບົດບາດຍິງ-ຊາຍ (ຂັ້ນສູນກາງ) ເພື່ອເຜີຍແຜ່ວຽກງານການປ້ອງ ກັນ ແລະ ແກ້ໄຂຄວາມຮຸນແຮງໃນ ສະຖານການສຶກສາ; ສໍາເລັດອອກ ແຈ້ງການເຖິງທຸກການຈັດຕັ້ງ, ສະ ຖານການສຶກສາ ແລະ ກິລາທຸກ ຂັ້ນໃນທົ່ວປະເທດ ກ່ຽວກັບການ ປ້ອງກັນ ແລະ ຕ້ານການຄ້າມະນຸດ ໃນທົ່ວຂະແໜງການສຶກສາທິການ ແລະ ກິລາ; ສໍາເລັດການແຊກຊ້ອນ ເອົາເນື້ອໃນວຽກງານຕ້ານການຄ້າ ມະນຸດ ເຂົ້າໃນຫລັກສູດການຮຽນການສອນ ສາຍສາມັນສຶກສາ ມ1ມ7; ສໍາເລັດການຈັດພິມປື້ມການ ຕ້ານການຄ້າມະນຸດ; ສໍາເລັດການ ຈັດຝຶກອົບຮົມຄູສອນກ່ຽວກັບການ ນໍາໃຊ້ປື້ມຄູ່ມືການຕ້ານການຄ້າ ມະນຸດຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ມ ປາຍພ້ອມທັງດໍາເນີນການ ຮຽນ-ການສອນນັບແຕ່ສົກຮຽນ 2021-2022 ເປັນຕົ້ນມາໂດຍເລີ່ມ ຈາກ ແຂວງຫລວງນໍ້າທາ ເປັນ ແຂວງທໍາອິດ. ເພື່ອສືບຕໍ່ປະຕິບັດວຽກງານ ດັ່ງກ່າວ, ຂະແໜງການສຶກສາ ແລະ ກິລາ ໄດ້ກໍານົດແຜນຈຸດສຸມໃນຕໍ່ ໜ້າ ດັ່ງນີ້: ເພີ່ມທະວີ ການປູກຈິດສໍາ ນຶກໃຫ້ຄວາມຮູ້ພື້ນຖານກ່ຽວກັບ ການຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກ ໃຫ້ຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ, ນັກຮຽນ, ນັກສຶກສາ ນັບແຕ່ຊັ້ນການສຶກສາ ກ່ອນໄວຮຽນຈົນຮອດການສຶກສາ ຊັ້ນສູງ; ຈັດຕັ້ງເຜີຍແຜ່ຂໍ້ມູນກ່ຽວກັບ ການປ້ອງກັນ ແລະ ລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ ໃຫ້ສະຖາບັນ ການສຶກສາຕ່າງໆໃນຂອບເຂດທົ່ວ ປະເທດ; ຈັດພິມເອກະສານແນະ ນໍາກ່ຽວກັບການປົກປ້ອງ ແລະ ການຮັກສາຄວມປອດໄພ ສໍາລັບ ເດັກ, ສ້າງວິດີໂອກ່ຽວກັບການໃຫ້ ຄວາມຊ່ວຍເຫລືອເບື້ອງຕົ້ນດ້ານ ຈິດຕະວິທະຍາ, ສຸຂະພາບຈິດ ແລະ ຈິດຕະສັງຄົມ ເພື່ອສະໜັບສະໜູນ ວຽກງານການປ້ອງກັນ ແລະ ແກ້ ໄຂຄວາມຮຸນແຮງໃນໂຮງຮຽນ;ສືບ ຕໍ່ປັບປຸງ ແລະ ສອດແຊກເນື້ອໃນ ກ່ຽວກັບການຢຸດຕິການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ບົດບາດ ຍິງ-ຊາຍເຂົ້າໃນຫລັກສູດທຸກຊັ້ນທຸກ ສາຍ; ສືບຕໍ່ປຸກລະດົມແຫລ່ງທຶນ ຈາກພາກສ່ວນຕ່າງໆ ເພື່ອມາສະ ໜັບສະໜູນຮັບໃຊ້ການເຄື່ອນໄຫວ ວຽກງານຕ້ານການຄ້າມະນຸດ ເຊັ່ນ: ຈັດພິມ ແລະ ຈັດຝຶກອົບຮົມກ່ຽວກັບ ການນໍາໃຊ້ປື້ມອ່ານເສີມ ແລະ ຄູ່ມືແນະນໍາການສອນຕ້ານການຄ້າ ສາລີ, ຮອງເຈົ້າເມືອງຂວາ ແລະ ເມືອງໃໝ່ແຂວງຜົ້ງສາລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການເຊັນບົດບັນທຶກຄວາມເຂົ້າ ໃຈໃນຄັ້ງນີ້, ກໍເພື່ອສົ່ງເສີມປະສິດທິ ພາບວຽກງານແກ້ໄຂບັນຫາລະເບີດ ບໍທັນແຕກຜ່ານການຈັດຕັ້ງປະຕິ ບັດແບບເຊື່ອມສານ ຢູ່ແຂວງຜົ້ງ ສາລີແລະປະກອບສ່ວນເຂົ້າໃນການ ພັດທະນາແບບຍືນຍົງສົ່ງເສີມເສດ ຖະກິດແບບມີສ່ວນຮ່ວມ ແລະ ສົ່ງເສີມການດໍາລົງຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນລາວ. ທ່ານ ໂຈມແຍງ ແພງທອງ ສະຫວັດ ຫົວໜ້າຫ້ອງການຄະນະ ກໍາມະການຄຸ້ມຄອງ ແຫ່ງຊາດເພື່ອ ແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວ ໃຫ້ຮູ້ວ່າ: ລາວເປັນ ປະເທດໜື່ງທີ່ໄດ້ຮັບຜົນກະທົບຈາກ ລະເບີດບໍ່ທັນແຕກໜັກກວ່າປະເທດ ອື່ນໆ ຖ້າທຽບໃສ່ຈໍານວນປະຊາ ກອນ ເນື່ອງຈາກໃນລະຫວ່າງສົງ ຄາມອິນດູຈີນ ແຕ່ປີ 1964-1973 ໄດ້ມີເຮືອບິນ ນໍາເອົາລະເບີດມາຖິ້ມ ໃສ່ດິນແດນຂອງລາວ ຈໍານວນ 580.000ຖ້ຽວ, ຕະຫລອດເວລາ9 ປີ ແລະ ມີລະເບີດຖິ້ມ ໃສ່ 270 ລ້ານ ໜ່ວຍ. ໃນນັ້ນ, ບົມໃຫຍ່ປະມານ 4 ລ້ານໜ່ວຍ, ຄາດວ່າ 30% ຍັງເປັນ ລະເບີດຕົກຄ້າງ ເຊິ່ງເປັນໄພອັນຕະ ລາຍ ແລະ ສົ່ງຜົນກະທົບຢ່າງໜັກ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການສ້າງສາພັດທະນາປະເທດ ຊາດ. ໃນນັ້ນ ແຂວງຜົ້ງສາລີກໍແມ່ນ ແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກ ໄພພິບັດນີ້. ນັບແຕ່ປີ 1975 ມາຮອດປັດຈຸ ບັນ, ປະຊາຊົນລາວ ໄດ້ຮັບເຄາຮ້າຍ ຈາກລູກລະເບີດເຫລົ່ານີ້ ປະມານ 19.250 ຄົນ, ມີຜູ້ໄດ້ຮັບບາດເຈັບ 9.347 ຄົນ, ເສຍຊີວິດ 9.797 ຄົນ, ນັບແຕ່ປີ 2008 ມາຮອດປັດຈຸບັນ, ແຂວງຜົ້ງສາລີ ມີອຸບັດເຫດເກີດ ຂຶ້ນຍ້ອນລະເບີດຕົກຄ້າງ 25 ກໍລະ ນີ, ມີຜູ້ຖືກເຄາະຮ້າຍທັງໝົດ 31 ຄົນ, ໄດ້ຮັບບາດເຈັບ 15 ຄົນ ແລະ ເສຍຊີວິດ 16 ຄົນ. ໂຄງການຊ່ວຍເຫລືອ ຜູ້ຖືກເຄາະ ຮ້າຍແບບເຊື່ອມສານ ແລະ ສົ່ງເສີມ ຄວາມປອດໄພຈາກລະເບີດບໍ່ທັນ ແຕກ ທີ່ຕົກຄ້າງຢູ່ແຂວງຜົ້ງສາລີ ໄດ້ຮັບທຶນສະໜັບສະໜູນ ຈາກກະ ຊວງການຕ່າງປະເທດນອກແວ ໃນ ມູນຄ່າ 618.750 ເອິໂຣ, ໄລຍະເວ ລາຈັດຕັ້ງປະຕິບັດນັບແຕ່ນີ້ໄປຈົນ ຮອດວັນທີ 31 ທັນວາ 2024. ເດັກ ໃຫ້ຮູ້ຈັກວິທີການຮັກສາສຸຂະ ພາບ, ການເຂົ້າເຖິງການບໍລິການ ດ້ານສາທາລະນະສຸກ, ການລ້ຽງ ລູກດ້ວຍນົມແມ່, ການໃຫ້ອາຫານ ເສີມສຳລັບເດັກ, ການປຸງແຕ່ງອາ ຫານ, ການຝາກທ້ອງ, ການຮັກສາ ສຸຂະພາບຫລັງເກີດລູກ ແລະ ອື່ນໆ ໃຫ້ມີລັກສະນະກວ້າງຂວາງຜ່ານສື່ ມວນຊົນ. ສຳລັບເດັກ ແມ່ນໄດ້ເອົາໃຈໃສ່ ເປັນພິເສດ ຕົ້ນຕໍແມ່ນ ການສັກຢາ ກັນພະຍາດ, ການໃຫ້ວິຕາມິນ, ການ ໃຫ້ອາຫານເສີມ, ການໃຫ້ອາຫານ ທ່ຽງໃນໂຮງຮຽນ ລວມທັງການ ຮັກສາສຸຂະພາບຕາມລະດູການ ເປັນບຸລິມະສິດ ໃຫ້ແກ່ເດັກນ້ອຍ. ຈາກນັ້ນແມ່ນການເຂົ້າເຖິງການສຶກ ສາ ໂດຍພໍ່ແມ່ຜູ້ປົກຄອງກໍໄດ້ໃຫ້ ຄວາມເອົາໃຈໃສ່ໃນການເຂົ້າເຖິງ ການສຶກສາຮ່ຳຮຽນຂອງເຂົາເຈົ້າ ເຫລົ່ານັ້ນ. ຜ່ານການຈັດຕັ້ງປະຕິ ບັດວຽກງານໂພຊະນາການໃນໄລ ຍະຜ່ານມາທາງແຂວງໄດ້ປະສານ ສົມທົບກັບພາກສ່ວນຕ່າງໆມີການ ຈັດຕັ້ງຄະນະຮັບຜິດຊອບຢູ່ຂັ້ນ ແຂວງ, ຂັ້ນເມືອງແລະນຳໃຊ້ງົບປະ ມານຈຳນວນໜຶ່ງ ສະໜອງເຂົ້າໃນ ວຽກງານດັ່ງກ່າວ ເປັນຕົ້ນ ວຽກ ງານໂຄສະນາ, ວຽກງານສົ່ງເສີມສຸ ຂະພາບ, ການຝາກທ້ອງ, ການເຂົ້າ ເຖິງການບໍລິການດ້ານສາທາລະ ນະສຸກ, ການເກີດລູກແບບບໍ່ເສຍຄ່າ ແລະ ອື່ນໆ. ສິ່ງເຫລົ່ານີ້ແມ່ນແຮງ ຈູງໃຈໃຫ້ພໍ່ແມ່ປະຊາຊົນ ເຂົ້າມາໃຊ້ ບໍລິການຢູ່ໂຮງໝໍ. ສຳລັບເດັກແມ່ນ ມີນະໂຍບາຍໃນເຂດຫ່າງໄກສອກ ຫລີກ ກໍຄືໂຄງການອາຫານທ່ຽງ ເຮັດໃຫ້ການພັດທະນາຮ່າງກາຍ ຂອງເຂົາເຈົ້າແມ່ນດີຂຶ້ນ ເຊິ່ງຕົວເລກ ການເຂົ້າເຖິງການບໍລິການດ້ານສາ ທາລະນະສຸກ ເຊັ່ນ: ການ ຝາກທ້ອງ, ການໃຫ້ຄວາມຮູ້ແກ່ໄວຈະເລີນພັນ ຂອງແມ່ຍິງ ຕາມໂຕຊີ້ວັດຂອງພະ ແນກສາທາລະນະສຸກເຫັນໄດ້ວ່າ ເພີ່ມຂຶ້ນ. ຢ່າງໃດກໍຕາມ ກໍປະຕິເສດບໍ່ໄດ້ ຂອງຕົນ ໃນການລຶບລ້າງການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໂດຍສະເພາະແມ່ນ “ການປ້ອງກັນ ການໃຊ້ຄວາມຮຸນແຮງໃນສະຖານ ທີ່ເຮັດວຽກ ແລະ ການຊ່ວຍເຫລືອ ດ້ານສັງຄົມ ສົງເຄາະ ໃຫ້ກັບຜູ້ຖືກ ເຄາະຮ້າຍຈາກຄວາມຮຸນແຮງ” ເຊິ່ງເປັນວຽກງານໜຶ່ງທີ່ມີຄວາມ ສໍາຄັນຫລາຍທີ່ໄດ້ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດແຜນ ດຳເນີນງານແຫ່ງຊາດ ເພື່ອປ້ອງ ກັນ ແລະ ລຶບລ້າງຄວາມຮຸນແຮງ ຕໍ່ ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ II (2021-2025). ໃນໄລຍະຜ່ານມາ, ພວກເຮົາໄດ້ ມີຄວາມພະຍາຍາມເຄື່ອນໄຫວວຽກ ງານ ປ້ອງກັນການໃຊ້ຄວາມຮຸນ ແຮງໃນສະຖານທີ່ເຮັດວຽກ ເປັນ ຕົ້ນ ການເຮັດໜ້າທີ່ໃນການຊຸກຍູ້ ແລະ ສົ່ງເສີມໃຫ້ແຮງງານເຄື່ອນ ຍ້າຍແບບຖືກຕ້ອງຕາມກົດໝາຍ ໄປພ້ອມໆກັບວຽກປົກປ້ອງ ແລະ ຊ່ວຍເຫລືອແມ່ຍິງ ແລະ ເດັກ ໂດຍ ສະເພາະແມ່ນ ແມ່ຍິງ ແລະ ເດັກທີ່ ດ້ອຍໂອກາດ ແລະ ມີສະຖານະທຸກ ຍາກຂາດເຂີນ ຢູ່ເຂດຫ່າງໄກສອກ ຫລີກ ລ້ວນແລ້ວແຕ່ມີຄວາມຕ້ອງ ການທາງດ້ານສະຫວັດດີການ, ດ້ານການມີວຽກເຮັດງານທໍາ ແລະ ມີອາຊີບ ສາມາດກຸ້ມຕົນເອງ ແລະ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ເພື່ອການດໍາລົງຊີວິດທີ່ດີໃນສັງຄົມ ແລະ ຊຸມຊົນ ລວມທັງຫລຸດຜ່ອນ ຄວາມສ່ຽງໃນການຖືກຄ້າມະນຸດ, ຖືກຂູດຮີດແຮງງານ ແລະ ຖືກເອົາ ລັດເອົົາປຽບດ້ານຕ່າງໆ ທີ່ເປັນຜົນ ກະທົບທາງດ້ານສຸຂະພາບ, ຮ່າງ ກາຍ ແລະ ທາງດ້ານຈິດໃຈຂອງແມ່ ຍິງ ແລະ ເດັກ ໃນສັງຄົມ. ທ່ານ ປະເດີມພອນ ສົນທະນີ ຍັງໄດ້ກ່າວອີກວ່າ: ໃນຕໍ່ໜ້າພວກ ເຮົາຈະຍັງສືບຕໍ່ເປັນເອກະພາບກັນ ຕັດສິນໃຈລົງທຶນເຂົ້າໃສ່ການສ້າງ ຂະບວນການປູກຈິດສໍານຶກໃຫ້ທົ່ວ ປວງຊົນຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວ ເຖິງ, ການສ້າງວຽກເຮັດງານທໍາ ໃຫ້ປະຊາຊົນຫລາຍຂຶ້ນ, ການສ້າງ ຂີດຄວາມສາມາດ ແລະ ຄວາມເຂັ້ມ ແຂງໃຫ້ພະນັກງານ-ລັດຖະກອນ ກ່ຽວຂ້ອງໃນແຕ່ລະຂັ້ນຈາກສູນ ກາງລົງເຖິງທ້ອງຖິ່ນ, ພ້ອມທັງປັບ ປຸງຂອດປະສານງານ ເພື່ອຮັບປະ ກັນເຮັດໃຫ້ການບັນລຸເປົ້າໝາຍການ ຫລຸດຜ່ອນ ແລະ ລຶບລ້າງການນໍາໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຢ່າງມີປະສິດທິຜົນ. ເຖິງຄວາມຫຍຸ້ງຍາກ ໂດຍສະເພາະ ເສັ້ນທາງຄົມມະນາຄົມ ເຮັດໃຫ້ ການເຂົ້າເຖິງການບໍລິການດ້ານສາ ທາລະນະສຸກຂອງພໍ່ແມ່ປະຊາຊົນ ແລະການລົງໃຫ້ບໍລິການຢູ່ທ້ອງຖິ່ນ ຕ່າງໆ ຂອງຄະນະແພດໝໍ ມີຄວາມ ລຳບາກ ໂດຍສະເພາະໃນໄລຍະລະ ດູຝົນ, ລະດັບການສຶກສາຂອງແມ່ ຍັງຈຳກັດ ເຮັດໃຫ້ຄວາມເຂົ້າໃຈ ດ້ານຕ່າງໆຍັງບໍ່ສູງ, ສ່ວນເດັກແມ່ນ ການສັກຢາກັນພະຍາດມີຄວາມ ຫຍຸ້ງຍາກ ເຊິ່ງເກີດຈາກຄວາມ ເຂົ້າໃຈຜິດຂອງພໍ່ແມ່ຜູ້ປົກຄອງ. ເຖິງແມ່ນວ່າການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວຈະປະພົບກັບ ຄວາມຫຍຸ້ງຍາກແຕ່ທາງແຂວງຈະ ໄດ້ສືບຕໍ່ປະຕິບັດເພື່ອໃຫ້ບັນລຸ ຕາມຕົວເລກເປົ້າໝາຍສະຫັດສະ ວັດທີ່ສະພາ ແຫ່ງຊາດຮັບຮອງໄວ້. ຂ່າວ-ພາບ: ມະໄລລັກ ເຊັນບົດບັນທຶກ... ມະນຸດ; ສ້າງເຄື່ອງມື ແລະ ລົງຕິດ ຕາມ-ປະເມີນຜົນກ່ຽວກັບການນໍາ ເອົາເນື້ອໃນການຕ້ານການຄ້າມະ ນຸດເຂົ້າໃນຫລັກສູດ.

dv'ma [xt-k-q o]k; g8u [.spj g0A ,c0' fh kog8a doy d c]t ;y -kltgrkt xtgmf]k; 3 21/12/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ ບົດສະເໜີ ໂດຍ: ສົມຄິດ ພູມມີຈິດ ໂດຍ: ຄ້ອງໃໝ່ (ເນື່ອງໃນໂຄກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ວັນທີ 20/01/1949-20/01/2024) ra fmtok;a fmtotme 7P'76 j glf4tdy f 0uj F sh vp c]t 3mo * ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/01/1949-20/01/ 2024) ສະຫາຍ ພັນໂທ ອານົງສີ ແກ້ວຄໍາພັນ ຫົວໜ້າການເມືອງ ສູນສື່ສານກອງທັບຮັບໃຊ້ການນໍາ ແລະ ພາກລັດບໍລິຫານ ໄດ້ໃຫ້ສໍາ ພາດຕໍ່ສື່ມວນຊົນກອງທັບວ່າ: ຂ້າ ພະເຈົ້າມີຄວາມຮູ້ສຶກພາກພູມໃຈ ແລະ ມີຄວາມເອກອ້າງທະນົງໃຈ, ຕະຫລອດໄລຍະ 75 ປີ ແຫ່ງການ ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວຂອງກອງທັບປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກປະ ຊາຊົນປະຕິວັດລາວ ສາມາດນໍາພາ ເອົາໄຊຊະນະມາສູ່ປະເທດເຮົາ ຍ້ອນມີການນໍາອັນສະຫລາດສ່ອງ ໃສຂອງພັກປະຊາຊົນປະຕິວັດລາວ ປະຊາຊົນລາວ ທຸກຖ້ວນໜ້າມີ ຄວາມຮົ່ມເຢັນຜາສຸກ ປະເທດ ຊາດໄດ້ຮັບການພັດທະນາ ແລະ ຮຸ່ງເຮືອງສີວິໄລ. ສໍາລັບສູນສື່ ສານກອງທັບຮັບໃຊ້ການນຳ ແລະ ພາກລັດບໍລິຫານ ແມ່ນກົມກອງວິ ຊາສະເພາະໜຶ່ງທຽບເທົ່າກອງພັນ ໃຫຍ່ຢູ່ພາຍໃຕ້ການຊີ້ນໍາໂດຍກົງ ຮອບດ້ານຂອງກົມໃຫຍ່ເສນາທິ ການກອງທັບ ດ້ານວິຊາສະເພາະ ຂຶ້ນກັບກົມສື່ສານ, ວຽກງານການ ເມືອງຂຶ້ນກັບຫ້ອງການກົມໃຫຍ່ * ຄໍາສັບຈໍານວນຫລວງຫລາຍ ໄດ້ຜ່ານຂະບວນວິວັດແຫ່ງການພັດ ທະນາຕາມແຕ່ລະໄລຍະຂອງປະຫ ວັດສາດ ກໍ່ຄືຕາມຄວາມຮຽກຮ້ອງ ຕ້ອງການຂອງການພັດທະນາເສດ ຖະກິດ-ສັງຄົມ ເພື່ອໃຫ້ການຄົບຄ້າ ສະມາຄົມມີຄວາມສະດວກສະບາຍ ສະທ້ອນຄວາມຕ້ອງການ, ອາລົມ ຈິດ, ຄວາມນຶກຄິດຂອງຄົນ. ພຶດຕິ ກໍາຕົວຈິງການໃຊ້ພາສາໃນແຕ່ລະ ໄລຍະຂອງການພັດທະນາອາດຈະ ແຕກຕ່າງກັນ ເຊິ່ງໂດຍພື້ນຖານກໍ່ ປະຕິບັດຕາມມູນເຊື້ອອັນດີງາມທີ່ມີ ຫລັກການປາກເວົ້າ ແລະ ຂີດຂຽນ ທີ່ໄດ້ຖືກກໍານົົດຂຶ້ນມາແຕ່ຫົວທີ. ບົດນີ້ ຂໍນໍາເອົາບາງຄໍາສັບມາສຶກ ສານໍາກັນອີກ ຄືຄໍາ ຂີ່ ແລະ ຫ້ອຍ . “ຫ້ອຍ” ເປັນຄໍາກິລິຍາ ຫລື ກໍາ ມະ ໝາຍເຖິງ ເອົາສາຍ ຫລື ງວງ ຄ້ອງແຂວນໄວ້, ແຂວນໄວ້ເຊັ່ນ: ຂອງຊາດໜຶ່ງໆ. ວັດທະນະທໍາ ແມ່ນບັນດາຄຸນຄ່າທາງດ້ານວັດຖຸ ແລະ ຈິດໃຈ ທີ່ມວນມະນຸດປະດິດ ສ້າງຂຶ້ນໃນຂະບວນວິວັດແຕ່ລະໄລ ຍະປະຫວັດສາດແຫ່ງການກໍາເນີດ, ຄົງຕົວ ແລະ ຂະຫຍາຍຕົວຂອງ ສັງຄົມມະນຸດ. ພັກປະຊາຊົນປະຕິວັດລາວຂອງ ພວກເຮົາ ຍາມໃດກໍ່ໄດ້ໃຫ້ຄວາມ ສໍາຄັນ ແລະ ເອົາໃຈໃສ່ວຽກ ງານ ວັດທະນະທໍາ ໂດຍຖືວ່າວັດທະນະ ທໍາແມ່ນຄຸນລັກສະນະແລະ ເປັນປັດ ໄຈພື້ນຖານຂອງການດໍາລົງຄົງຕົວ ຂອງຊາດ, ແມ່ນກໍາລັງດັນ ແລະ ຈຸດໝາຍຂອງການພັດທະນາສັງ ຄົມຕາມທິດສັງຄົມນິຍົມ. ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງ ຊົນລາວບັນດາເຜົ່າ ເຄີຍໃຫ້ທິດຊີ້ ນໍາຕໍ່ການພັດທະນາວັດທະນະທໍາ ໃນໄລຍະໃໝ່ວ່າ:“ຈະຕ້ອງດັດແປງ ແກ້ໄຂຈິດສໍານຶກກ່ຽວກັບການຖື ເບົາວຽກງານວັດທະນະທໍາ, ສິລະ ປະວັນນະຄະດີ ທີ່ຄິດວ່າມີແຕ່ສຸມ ໃສ່ຂະຫຍາຍເສດຖະກິດເທົ່ານັ້ນກໍ່ ສາມາດແກ້ໄຂທຸກບັນຫາໄດ້, ຫາກ ບໍ່ເຫັນທີ່ຕັ້ງ ແລະ ບົດບາດອັນໃຫຍ່ ຫລວງຂອງວຽກງານວັດທະນະ ທໍາ, ສິລະປະວັນນະຄະດີ ເຊິ່ງເປັນ ພາກສ່ວນທີ່ສໍາຄັນຂອງການປະ ຕິວັດທາງດ້ານແນວຄິດ ແລະ ວັດ ທະນະທໍາ...”. ບັນຫານໍາມາແລກປ່ຽນຄໍາເຫັນ ນໍາບັນດາທ່ານແມ່ນການພັດທະນາ ວັດທະນະທໍາທີ່ຍາມໃດກໍ່ຄຽງຄູ່ກັບ ເສດຖະກິດ, ອັນໝາຍວ່າບໍ່ອາດປ່ອຍ ປະວັດທະນະທໍາ ໄປສຸມໃສ່ພັດທະ ນາເສດຖະກິດເຂັ້ມແຂງແລ້ວ ຈຶ່ງ ອວ່າຍມາພັດທະນາດ້ານວັດທະນະ ທໍາ ເຊິ່ງຄວາມຕ້ອງການອັນພາວະວິ ໄສໃນຂະບວນການພັດທະນາແມ່ນບໍ່ ອາດເຮັດຄືແນວນັ້ນ. ຜ່ານມາເຫັນ ວ່າການພັດທະນາແມ່ນໄດ້ໄປຄຽງ ຄູ່ກັນຢ່າງສົມເຫດສົມຜົນເປັນພື້ນ ຖານສໍາຄັນໃນຂະບວນການພັດທະ ນາລວມ ແລະ ມີຜົນສໍາເລັດເປັນໜ້າ ພໍໃຈ ດັ່ງໄດ້ສະເໜີ ເບື້ອງຕົ້ນມູນເຊື້ອ ວັດທະນະທໍາອັນດີງາມໄດ້ຮັບການ ສືບທອດ, ອະນຸລັກຮັກສາ ແລະ ສົ່ງ ເສີມເປັນຢ່າງດີ, ໃນຂະນະດຽວກັນ ກໍ່ໄດ້ສ້າງວັດທະນະທໍາໃໝ່ທີ່ກ້າວ ໜ້າຕອບສະໜອງຄວາມຕ້ອງການ ຂອງການພັດທະນາເປັນຕົ້ນ ການ ສ້າງຄອບຄົວວັດທະນະທໍາ, ບ້ານ ວັດທະນະທໍາ...ສ້າງວັດທະນະທໍາ ໃຫ້ມີລັກສະນະຊາດ, ກ້າວໜ້າ ແລະ ລັກສະນະມະຫາຊົນ. ພາຍຫລັງມໍລະດົກອັນລໍ້າຄ່າ ຂອງຊາດ ໄດ້ຖືກຮັບຮອງເປັນມໍລະ ດົກໂລກ, ບັນຫາທີ່ຖືກຕັ້ງຂຶ້ນນອກ ຈາກຄວາມພາກພູມໃຈໄລຍະຫົວທີ ແລ້ວ ຕໍ່ໄປຈະຮ່ວມກັນປົກປັກຮັກ ສາ ແລະ ສົ່ງເສີມແນວໃດ ເພື່ອໃຫ້ ມໍລະດົກອັນລໍ້າຄ່ານີ້ ມີດອກມີຜົນ ຂະຫຍາຍຄຸນຄ່າທາງຈິດໃຈ ແລະ ກາຍເປັນເສດຖະກິດ? ຕົວຢ່າງ ລາຍນາກ ເຊິ່ງເປັນສິ່ງຍອດຍິ່ງ ພູມປັນຍາຂອງຄົນລາວບູຮານທີ່ ໄດ້ຮັບການສືບທອດກັນມາຫລາຍ ເຊັ່ນຄົນນີ້ ຈະເສີມຂະຫຍາຍໃຫ້ເກີດ ຄຸນຄ່າ ມໍລະດົກທີ່ໃຊ້ໂດຍບໍ່ມີມື້ບົກ ແຫ້ງ? ນັ້ນແມ່ນອີກໜຶ່ງບັ້ງເລກທີ່ ລັດ ແລະ ປະຊາຊົນລາວທຸກຖ້ວນ ໜ້າຕ້ອງຮ່ວມແຮງຮ່ວມໃຈກັນ ເຮັດໃຫ້ລາຍນາກຍືນຍົງ ໂດຍມີການ ເສີມຂະຫຍາຍຢ່າງສອດຄ່ອງກັບ ການພັດທະນາ ໃຫ້ເກີດຄຸນຄ່າແຕກ ອອກຢ່າງບໍ່ຢຸດຢັ້ງ. ທໍາອິດແຕ່ຫົວທີ ຄວນມີການຈັດຕັ້ງສະເຫລີມສະ ຫລອງສ້າງຄວາມຍິນດີທົ່ວປວງ ຊົນ ໂດຍຖືເອົາເນື້ອໃນເປັນສໍາຄັນ, ຈາກນັ້ນສົ່ງເສີມຫັດຖະກໍາ-ງານສິ ລະປະຝີມືຢ່າງເປັນຮູບປະທໍາ ໃຫ້ມີ ຂະບວນຟົດຟື້ນ, ສົ່ງເສີມສ້າງອາ ຊີບ, ທົ່ວສັງຄົມຊຸກຍູ້ອຸດໜູນແຂງ ແຮງ, ມີຂະບວນການຕ່າງໆໃຫ້ຕິດ ພັນຜົນງານຫັດຖະກໍາ-ສິລະປະ ຫ້ອຍເຄື່ອງນຸ່ງ (ຫ້ອຍເສື້ອ, ຫ້ອຍ ໂສ້ງ, ຫ້ອຍໝວກ...), ຫ້ອຍຖົງ, ຫ້ອຍໂຖດອກໄມ້...”ຫ້ອຍ” ແມ່ນ ເຮັດໃຫ້ສິ່ງ ຂອງທີ່ເອົາໄປຫ້ອຍນັ້ນ ຢູ່ກ້ອງສິ່ງຖືກຫ້ອຍ ເຊິ່ງສິ່ງຂອງ ທີ່ຖືກນໍາເອົາໄປຫ້ອຍ ຈະຢ່ອນຢູ່ ວ່າງອາກາດ. ສ່ວນອາການຂອງ ຄົນທີ່ເອົາມືເບື້ອງໜຶ່ງຫລືສອງ ເບື້ອງຈັບງ່າໄມ້, ຮາວ...ທີ່ສູງກວ່າ ຫົວ ຂາຫວິດໜ້າດິນ, ອາການນັ້ນກໍ່ ວ່າ ຫ້ອຍໂຕ. ກໍລະນີໝາກໄມ້, ລວມ ທັງຜັກມີໝາກຄືໝາກໂຕ່ນ... ເວລາ ຢູ່ເທິງຄ້າງ ໝາກຂອງມັນຢ່ອນ ໂຕ້ນເຕ້ນກໍ່ວ່າໝາກໂຕ່ນຫ້ອຍໂຕ້ນ ເຕ້ນ ຫລື ..ຫ້ອຍໂອ້ນໂຕ້ນ ເອ້ນເຕ້ນ. ໃນພາສາລາວເຮົາຍັງມີສໍານວນ ທີ່ບອກເຖິງອາການຂອງ ຄົນທີ່ຕິດ ຕາມເປັນຫ່ວງນໍາ, ມັກໄປນໍາສະ ເໝີເອີ້ນ “ຕິດຕ້ອຍຫ້ອຍຕາມ”. “ຂີ່” ຄໍາກິລິຍາ ໝາຍເຖິງ ນັ່ງ ຢູ່ທາງເທິງ, ເຕັງ, ນັ່ງເອົາຂາຢ່ອນ ລົງ ຈະເປັນທ່າຂາຄາບ ຫລື ບ່ຽງ ກໍ່ດີ ເອີ້ນວ່າ ຂີ່ ເຊັ່ນ: ຂີ່ມ້າ, ຂີ່ຊ້າງ, ຂີ່ຄວາຍ, ຂີ່ງົວ, ຂີ່ຂອນໄມ້, ລູກຊາຍ ນ້ອຍຂີ່ຫລັງພໍ່... ເຖິງຢ່າງໃດກໍ່ດີ ໃນການໃຊ້ບາງເທື່ອກໍ່ມີລັກສະນະ ຖືເອົາມະໂນພາບໃນຄວາມໝາຍທີ່ ສະເໜີມາ ແຕ່ພຶດຕິກໍາຕົວຈິງພັດ ບໍ່ແມ່ນແນວນັ້ນ ເຊັ່ນເຮົາໃຊ້ວ່າ ຂີ່ເຮືອບິນ, ຂີ່ລົດ, ຂີ່ເຮືອ...ເຊິ່ງບໍ່ ແມ່ນອາການທີ່ເຮົາເອົາຂາຄາບຢູ່ ເຮືອບິນ, ລົດ ຫລື ເຮືອ, ແຕ່ແມ່ນໄດ້ ນັ່ງ, ຢືນ (ຂີ່ລົດເມປີ້ຍືນຄືບາງຄົນ ເວົ້າຊວນຫວນ) ຢູ່ໃນນັ້ນ ເຊິ່ງອາດ ໝາຍເອົາ ຫລື ມະໂນພາບຈາກອາ ການທີ່ຢູ່ເທິງ, ໃນວັດຖຸທີ່ມີລັກສະ ນະເປັນທ່ອນຍາວ, ກົມ...ດັ່ງຂອນ ໄມ້, ຫລັງສັດ...ນອກນັ້ນ, ຄໍາ “ຂີ່” ຍັງຖືກນໍາໄປສ້າງເປັນສໍານວນ ບົ່ງບອກເຖິງອາການຢູ່ເທິງ-ເອົາ ປຽບຜູ້ອື່ນ ດັ່ງຄໍາວ່າ ກົດຂີ່ຂົ່ມເຫັງ, ຂີ່ຄໍຜູ້ອື່ນ... “ໂຫນ” ເປັນຄໍານາມ (ມີເຄົ້າ ມາຈາກພາສາປາລີ) ໝາຍເຖິງ ໝໍທວາຍ, ໝໍດູ, ໝໍໂຫຮາ ຫລື ໝໍຫູຮາ ກໍ່ວ່າ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ລາຍນາກ ແລະ ລາຍອື່ນໆເອກະລັກ ຂອງລາວເຮົາ ປະດິດສ້າງຂະຫຍາຍ ໄປເລື້ອຍໆໃຫ້ນັບມື້ອຸດົມຮັ່ງມີດ້ວຍ ມໍລະດົກວັດທະນະທໍາລໍ້າຄ່າ. ການພັດທະນາວັດທະນະທໍາ ຄຽງຄູ່ ໄປພ້ອມກັນການພັດທະນາ ເສດຖະກິດ ແມ່ນຄວາມຕ້ອງການບໍ່ ວ່າເວລາໃດໝົດ. ວັດທະນະທໍາຍອດ ຍິ່ງສາມາດເຮັດໃຫ້ເປັນເສດຖະກິດ ມີຢ່າງຫລວງຫລາຍ ເຊິ່ງຕ້ອງການ ໃຫ້ພວກເຮົາຕ້ອງຂຸດຄົ້ນໃຫ້ເລິກ ເຊິ່ງ ເພື່ອນໍາມາຜັນຂະຫຍາຍໃຫ້ ເກີດມີລາຍຮັບກາຍເປັນທ່າແຮງ ເສດຖະກິດອີກຊ່ອງທາງ, ບໍ່ຖືເບົາ ລົງທຶນພັດທະນາວັດທະນະທໍາ. * ເປັນຄວາມພາກພູມໃຈຂອງ ຄົນລາວພວກເຮົາອີກເທື່ອໜຶ່ງ ທີ່ ລາຍນາກຂອງລາວໄດ້ຖືກຮັບຮອງ ເຂົ້າໃນບັນຊີມໍລະດົກໂລກດ້ານວັດ ທະນະທໍານາມມະທໍາວ່າງຕົ້ນເດືອນ ທັນວາຫາກໍ່ຜ່ານມາໃໝ່ໆໝາດໆ ເຊິ່ງເປັນ 1 ໃນຈໍານວນທັງໝົດ 23 ບັນຊີມໍລະດົກໂລກໃໝ່. ມາຮອດ ປັດຈຸບັນມໍລະດົກທາງດ້ານວັດທະ ນະທໍາຂອງຊາດລາວເຮົາ ໄດ້ຖືກ ຮັບຮອງໂດຍອົງການ ອຸຍເນສໂກ ຂຶ້ນທະບຽນເປັນມໍລະດົກໂລກ ແລ້ວມີ ນະຄອນຫລວງພະບາງ (ແຂວງຫລວງພະບາງ), ຜາສາດ ຫີນວັດພູ(ແຂວງຈໍາປາສັກ), ສຽງ ແຄນຄົນເຊື້ອຊາດລາວ, ແຫລ່ງໄຫ ຫີນ(ຊຽງຂວາງ)ແລະ ລາຍນາກ. ບົດນີ້ຈະບໍ່ລົງເລິກເລື່ອງມໍລະດົກ ລາວມໍລະດົກໂລກ, ແຕ່ນໍາເອົາບາງ ຄໍາເຫັນແລະທິດຊີ້ນໍາກ່ຽວກັບການ ພັດທະນາວັດທະນະທໍາ-ສັງຄົມ ເຊິ່ງໄປຄຽງຄູ່ສະເໝີກັບການພັດ ທະນາເສດຖະກິດ. ເມື່ອເວົ້າເຖິງວັດທະນະທໍາ, ຜູ້ນໍາເຮົາເຄີຍກ່າວເອົາໄວ້ວ່າ ເສຍ ວັດທະນະທໍາແມ່ນເສຍຊາດ, ນັ້ນ ສະທ້ອນເຖິງຄວາມສໍາຄັນຂອງ ວັດທະນະທໍາ ຕໍ່ການດໍາລົງຄົງຕົວ ເສນາທິການກອງທັບ, ມີບົດບາດ ເປັນເສນາທິການໃຫ້ແກ່ກົມໃຫຍ່ ເສນາທິການ ກະຊວງປ້ອງກັນ ປະເທດ, ອົງການຈັດຕັ້ງພັກ- ລັດ ແລະ ພົວພັນບັນດາອົງການ, ກະ ຊວງ, ອໍານາດການປົກຄອງທ້ອງ ຖິ່ນ, ອົງການຈັດຕັ້ງສາກົນຢູ່ພາຍ ໃນ ແລະ ຕ່າງປະເທດ. ມີພາລະ ບົດບາດໜ້າທີ່ຄື: ຄົ້ນຄວ້າເຊື່ອມ ຊຶມ ແລະ ຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ມະຕິ, ຄໍາສັ່ງ ບົດແນະນໍາ ແລະ ເອກະສານອື່ນໆ ທີ່ພົວພັນເຖີງ ວຽກງານສູນສື່ສານ ກອງທັບຮັບໃຊ້ການນຳ ແລະ ພາກ ລັດບໍລິຫານ, ຮັບປະກັນວຽກງານ ຕິດຕັ້ງຂະຫຍາຍລະບົບວິຊາສະ ເພາະສື່ສານໂທລະຄົມໃຫ້ການນໍາ ພັກ-ລັດ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ສັງຄົມ ທົ່ວໄປ, ຮັບປະກັນການສະໜອງ ການບໍລິການສາຍສົ່ງຮັບໃຊ້ການ ນຳພັກ-ລັດ, ປກຊ, ປກສ ແລະ ສັງຄົມທົ່ວໄປເພື່ອພັດທະນາລະບົບ ເຄື່ອຂ່າຍພັດທະນາກົມກອງປັບ ປຸງກໍ່ສ້າງກົມກອງໃຫ້ມີຄວາມເຕີບ ໃຫຍ່ໜັກແໜ້ນ ແລະ ເຂັ້ມແຂງເທື່ອ ລະກ້າວ. ນອກຈາກນີ້ ກໍປະຕິບັດ ໜ້າທີ່ອື່ນໆຕາມການມອບໝາຍ ຂອງຂັ້ນເທິງ ກໍຄືກະຊວງປ້ອງກັນ ປະເທດ. ເພື່ອຮັບປະກັນໃຫ້ວຽກງານ ສື່ສານກອງທັບຮັບໃຊ້ການນຳແລະ ພາກລັດບໍລິຫານ ເນື່ອງໃນໂອກາດ ກະກຽມສະເຫລີມສະຫລອງ ວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຈະມາເຖິງນີ້ໃຫ້ ມີຜົນສໍາເລັດ ແລະ ມີປະສິດທິຜົນ ສູງ ກົມກອງຂອງພວກເຮົາໄດ້ມີ ການຫ້າງຫາກະກຽມວຽກງານ ຮັບປະກັນຫລາຍດ້ານເຊັ່ນ: ໄດ້ສຸມ ໃສ່ຊີ້ນໍາບັນດາສຳນັກງານໃຫຍ່, ກອງພັນ, ກອງຮ້ອຍ ແລະ ບັນດາ ໝວດໝູ່ລົງພົວພັນພໍ່ ແມ່ປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນໂຄ ສະນາໃຫ້ເຂົາເຈົ້າຮັບຮູ້ກ່ຽວກັບ ແລວຄອງສາຍໄຍແກ້ວໃຕ້ດິນທີ່ມີ ການຕິດພັນກັບເສັ້ນທາງ, ຕິດພັນ ກັບດິນສາທາລະນະ, ດິນສ່ວນບຸກ ຄົນ ເພື່ອຮັບປະກັນບໍ່ໃຫ້ມີການເປ່ ເພເສຍຫາຍ ຄະນະພັກ-ຄະນະບັນ ຊາຂອງພວກເຮົາໄດ້ເອົາໃຈໃສ່ລົງ ເຮັດວຽກງານຮອບດ້ານນໍາກອງ ພັນນ້ອຍ, ກອງຮ້ອຍເພື່ອເກັບກຳ ເອົາບັນຫາຕ່າງໆມາປັບປຸງແກ້ໄຂ ໃຫ້ ທັນກັບສະພາບການ, ຈັດຕັ້ງລະ ບົບປະຈຳການຢູ່ກອງພັນໃຫຍ່ມີປະ ຈຳການບັນຊາ, ປະຈຳການມໍນິເຕີ, ປະຈຳການລົດບໍລິຫານ, ມີປະຈຳ ການກອງພັນ, ກອງຮ້ອຍ, ໝວດ ແຕ່ລະຈຸດມີ 2 ສະຫາຍ ເຮັດໜ້າທີ່ ປະຈໍາການຢູ່ບັນດາຈຸດໃຫ້ບໍລິການ ຮັບປະກັນທາງດ້ານລະບົບສື່ສານ ໃຫ້ດໍາເນີນການຕະຫລອດ 24 ຊົ່ວ ໂມງ, ປະຈໍາການແຕ່ລະພາກສ່ວນ ແມ່ນໄດ້ສະຫລຸບສະພາບແລະ ປະຕິ ບັດການສ່ອງແສງລາຍງານໃຫ້ ຂັ້ນເທິງຢ່າງເປັນປົກກະຕິໃນແຕ່ ລະວັນ, ຈັດຕັ້ງກໍາລັງພ້ອມພາຫະ ນະ, ອາວຸດກະສຸນ, ອຸປະກອນເຕັກ ນິກ ແລະ ເຄື່ອງມືຮັບໃຊ້ຢູ່ບັນດາ ຈຸດທີ່ມີຄວາມສ່ຽງຕ່າງໆ ຈໍານວນ 34 ຈຸດໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນວຽກງານກຽມພ້ອມ ສູ້ຮົບ ແລະ ສ້ອມແປງແກ້ໄຂສາຍ ໄຍແກ້ວຂາດ, ຕິດຕາມການຂະ ຫຍາຍທາງ, ການສ້ອມແປງທາງ, ການຂະຫຍາຍທໍ່ນໍ້າປະປາ ການຂະ ຫຍາຍລະບົບໄຟຟ້າ ແລະ ອື່ນໆ. ສະຫາຍ ພັນໂທ ອານົງສີ ແກ້ວ ຄໍາພັນ ໄດ້ຍົກໃຫ້ເຫັນວ່າ: ກົມກອງ ຂອງພວກເຮົາ ແມ່ນມີບັນດາສູນ ສະຖານີໃຫ້ບໍລິການຢູ່ກະແຈກກະ ຈາຍໃນທົ່ວປະເທດສະນັ້ນມັນເປັນ ໜ້າທີ່ອັນທ້າທາຍໃຫ້ພວກເຮົາໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານ, ແຕ່ເຫັນວ່າການປະຕິບັດໜ້າ ທີ່ທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານວຽກງານ ວິຊາສະເພາະ, ວຽກງານຮັບປະກັນ ແລະ ວຽກງານປ້ອງກັນ-ກວດກາ, ກໍຄືວຽກງານຮັບປະກັນສື່ສານ ປກຊ-ປກສ ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງ ກະຊວງປ້ອງກັນປະເທດ ວາງອອກ ໄລຍະຜ່ານມາເຫັນວ່າປະຕິບັດ ໄດ້ດີມີຜົນສໍາເລັດ ຕາມແຜນການ ທີ່ວາງໄວ້, ກົມກອງຂອງພວກເຮົາ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ພະນັກງານນັກຮົບຮັບຮູ້, ໂດຍການຈັດຕັ້ງ ເຊື່ອມຊຶມເນື້ອໃນຈິດໃຈມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະ ຕິກອງປະຊຸມໃຫຍ່ຄັ້ງທີ V ຂອງ ອົງຄະນະພັກກະຊວງ, ມະຕິກອງ ປະຊຸມໃຫຍ່ຄັ້ງທີ VI ຂອງ ອົງຄະ ນະພັກອົງການກົມໃຫຍ່ຈັດຕັ້ງ ເຜີຍແຜ່, ຈັດຕັ້ງໂຄສະນາປາຖະກະ ຖາວັນຕ່າງໆຂອງຊາດ, ຂອງພັກ ຂອງກະຊວງປ້ອງກັນປະເທດ, ວັນ ສ້າງຕັ້ງເຫລົ່າຮົບສື່ສານ ຄົບຮອບ 68 ປີ, ໄດ້ຈັດຕັ້ງສ່ອງແສງປະຈໍາ ເດືອນເປັນປົກກະຕິ ແລະ ໄດ້ຮັບ ນາມມະຍົດໜ່ວຍພັກປອດໃສເຂັ້ມ ແຂງໜັກແໜ້ນ 6 ໜ່ວຍ. ສຳລັບ ແຜນການຕໍ່ໜ້າທີ່ຈະສຸມໃສ່ກໍ່ສ້າງ ຮາກຖານການເມືອງ ແລະ ກໍ່ສ້າງ ແນວຫລັງຍຸດທະສາດ ໂດຍການ ລົງຮາກຖານການເມືອງຮ່ວມກັບ ອໍານາດການປົກຄອງບ້ານ ເພື່ອ ກໍາໄດ້ທຸກສະພາບການເຄື່ອນໄຫວ, ແຜນງານເຮັດໃຫ້ສະພາບມີຄວາມ ສະຫງົບປ້ອງກັນພາຍໃນຕ້ອງລົງ ເຄື່ອນໄຫວຕິດຕາມກວດກາຢ່າງ ໃກ້ຊິດເພື່ອສະກັດກັ້ນທຸກປະກົດ ການຫຍໍ້ທໍ້, ສ້າງແຜນງານກຽມ ພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ ໂດຍການຈັດຕັ້ງກໍາລັງປະຈໍາການ ໃຫ້ຄົບຊຸດເຂົ້າໃສ່ທຸກໜ້າທີ່ວິຊາ ສະເພາະສາມາດອອກປະຕິບັດ ໜ້າທີ່ໄດ້ທຸກເວລາ ເມື່ອມີສະພາບ ເກີດຂຶ້ນ, ພ້ອມນັ້ນກໍ່ສ້າງແຜນອົບ ຮົມຫັດແອບເຄື່ອນໄຫວວິຊາສະ ເພາະ, ສ້າງຂະບວນການຕ່າງໆທີ່ ຂັ້ນເທິງ ແລະ ກົມກອງຈັດຂຶ້ນ.

RkJQdWJsaXNoZXIy MTc3MTYxMQ==