07 xtgmf]k; gsfdko{dkora fmtok 15/12/2023 4;m w-lq ,[6 o Ij ;,,n da [ mr] g[u d9j kpg'y ogfn vozj ko]t[q [mtok7ko g,n v'm5 ]t7q , xtdkf 2 [h ko gxa o[h kora fmtok fh kocI''ko c]t lts;a ffu dkola '7q , g,n v']t7vogra ' 9a f-j ;'gIn vxtgrou lts]v';a ole7a o0v'ra d{0v'-kf g9Q kc0;'9exkla d 8h voIa [ xtmkol6 odk' ltstra oc,j py ']k; c]t vq 'dko9a f8A 'lkdq o g,n v']v' les];fcs]j 'mj v'mj P;]j v'gIn v lkpoE,t{oE]v' ຂປລ. ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກຕ້ອນຮັບທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານ ສູນກາງສະຫະພັນແມ່ຍິງລາວພ້ອມ ດ້ວຍ ທ່ານ ເຄນອິຈິ ໂຄບະຢະຊິ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ລາວ ແລະ ທ່ານ ບັກຕິອໍ ຄາດິໂຣບ ຕາງໜ້າອົງການສະຫະປະຊາ ຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈຳ ສປປ ລາວ ໃນ ວັນທີ 13 ທັນວາ 2023 ທີ່ຫ້ອງວ່າ ການແຂວງຈຳປາສັກ ໃນໂອກາດ ມາເຄື່ອນໄຫວວຽກງານທີ່ແຂວງ ຈຳປາສັກ. ໂອກາດນີ້, ທ່ານ ວິໄລວົງ ບຸດ ດາຄໍາ ເຈົ້າແຂວງຈຳປາສັກ ໄດ້ສະ ແດງການຕ້ອນຮັບ ແລະ ສະແດງ ຄວາມຂອບໃຈຕໍ່ປະທານສູນກາງ ສະຫະພັນແມ່ຍິງລາວ ທີ່ໄດ້ເປັນ ຫ່ວງເປັນໃຍ ໃນການຊີ້ນໍາຢ່າງ ໃກ້ຊິດຕໍ່ແຂວງຈຳປາສັກ ກໍຄືສະ ຫະພັນແມ່ຍິງແຂວງຈໍາປາສັກ ເວົ້າ ສະເພາະການຍາດແຍ່ງເອົາການ ຊ່ວຍເຫລືອດ້ານທຶນຮອນຈາກຕ່າງ ປະເທດ, ສ້າງສູນຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍ ເພື່ອໃຫ້ເປັນສະ ຖານທີ່ສະເພາະ ບໍລິການໃຫ້ຄໍາປຶກ ສາແກ່ແມ່ຍິງ ແລະ ເດັກນ້ອຍ ທີ່ໄດ້ ຮັບຜົນກະທົບຈາກການໃຊ້ຄວາມ ຮຸນແຮງແນໃສ່ສ້າງຄວາມເຂັ້ມ ແຂງໃຫ້ເຂົາເຈົ້າ ສາມາດປະກອບ ອາຊີບ ແລະ ສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດດ້ວຍຕົນເອງ ແລະ ເພິ່ງຕົນເອງໄດ້. ພ້ອມທັງ ສະ ແດງຄວາມຂອບໃຈ ຕໍ່ເອກອັກຄະ ລັດຖະທູດ ຍີ່ປຸ່ນ ປະຈໍາລາວ ແລະ ຕາງໜ້າອົງການ UNFPA ປະຈຳ ສປປລາວທີ່ໄດ້ໃຫ້ການຊ່ວຍເຫລືອ ແຂວງຈຳປາສັກ ແລະ ເຮັດໃຫ້ເກີດ ມີສູນຊ່ວຍເຫລືອແມ່ຍິງ ແລະ ເດັກ ຢູ່ແຫ່ງນີ້. ໂອກາດນີ້, ທ່ານ ນາງ ອາລີ ວົງ ຂປລ. ແຫລ່ງຂ່າວໄຊສົມບູນ ໃຫ້ຮູ້ວ່າ: ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງໄຊສົມບູນ ເຊັນສັນ ຍາກັບທະນາຄານພັດທະນາລາວ (ທພລ) ສາຂາແຂວງໄຊສົມບູນ ກ່ຽວກັບການໃຫ້ບໍລິການໂອນເງິນ ເດືອນຜ່ານລະບົບທພລໃນວັນທີ13 ທັນວ່າ 2023 ທີ່ແຂວງໄຊສົມບູນ ຕາງໜ້າເຊັນໂດຍທ່ານ ອຸເດືອນ ໄຊຍະວົງ ຫົວໜ້າທະນາຄານພັດ ທະນາລາວສາຂາແຂວງໄຊສົມບູນ ແລະ ທ່ານ ທົງສະວັນ ໂພສະລາດ ຫົວໜ້າພະແນກຖວທແຂວງໄຊສົມ ບູນ ພ້ອມດ້ວຍພະນັກງານທີ່ກ່ຽວ ຂປລ. ແຫລ່ງຂ່າວຈາກເມືແງທຸລະ ຄົມ ໃຫ້ຮູ້ວ່າ: ເມືອງທຸລະຄົມ ແຂວງ ວຽງຈັນປະກາດຮັບຮອງເອົາບ້ານເກິນ ເໜືອ ແລະ ບ້ານໂພນແຮ່ ເປັນບ້ານພັດ ທະນາດ້ານແຮງງານ ແລະ ສະຫວັດດີ ການສັງຄົມໃນວັນທີ13ທັນວາ2023 ທີ່ຫ້ອງວ່າການເມືອງ ເມືອງທຸລະຄົມ ໂດຍການເຂົ້າຮ່ວມ ເປັນປະທານ ຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າ ເມືອງໆທຸລະຄົມ, ທ່ານ ຄໍາປະສົງ ສອນອາໄພ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ ພ້ອມດ້ວຍອຳນາດ ການປົກຄອງ ແລະ ພໍ່ແມ່ປະຊາຊົນທັງ ສອງບ້ານເຂົ້າຮ່ວມ. ທ່ານ ໄມ ໄຊຍະວົງ ຫົວໜ້າຫ້ອງ ການແຮງງານແລະສະຫວັດດີການສັງ ຄົມ ເມືອງທຸລະຄົມ ໄດ້ ຍົກໃຫ້ເຫັນສະ ພາບການກະກຽມ, ການແຕ່ງຕັ້ງຄະ ນະຮັບຜິດຊອບ, ການລົງເກັບກໍາຂໍ້ມູນ ແລະ ປະເມີນບ້ານເກິນເໜືອ ແລະ ບ້ານ ໂພນແຮ່ ໃນໄລຍະຜ່ານມາ, ໂດຍຖືເອົາ ນິຕິກໍາກ່ຽວຂ້ອງເປັນບ່ອນອີງຈັດຕັ້ງ ເຄື່ອນໄຫວ ເປັນຕົ້ນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງຂອງລັດ ຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ສະບັບເລກທີ 2196/ຮສສລົງວັນທີ20ມິຖຸນາ2018 ວ່າດ້ວຍການສ້າງບ້ານພັດທະນາ ດ້ານ ແຮງງານ ແລະ ສະຫວັດດີການສັງຄົມ, ແຈ້ງການຂອງພະແນກແຮງງານແລະ ສະຫວັດດີການສັງຄົມ ແຂວງວຽງຈັນ ເລກທີ 790/ຮສສ.ວຈ ລົງວັນທີ 17 ຕຸລາ 2023. ບ້ານເກິນເໜືອ ແລະ ບ້ານໂພນແຮ່ ຈັດເຂົ້າໃນບ້ານທີ່ຂຶ້ນກັບກຸ່ມເທສະ ບານເມືອງ, ເຊິ່ງທັງ 2 ບ້ານ ມີ 698 ຫລັງຄາ, ມີ 689 ຄອບຄົວ, ມີ 50 ໜ່ວຍສາມັກຄີ, ມີພົນລະເມືອງ 3.456 ຄົນ, ຍິງ 1835 ຄົນ, ປະຊາຊົນສວນ ຫລາຍຍັງຢຶດຖືອາຊີບເຮັດນາ, ປູກຝັງ, ລ້ຽງສັດ, ບໍລິການຄ້າຂາຍ, ເປັນພະນັກ ງານໃນສາຂາອາຊີບຕ່າງໆ ແລະ ກໍາ ມະກອນໂຮງງານຈໍານວນໜຶ່ງ, ປະຊາ ຊົນມີມູນເຊື້ອຮັກຊາດ, ຮັກບ້ານເກີດ ເມືອງນອນ, ດຸໝັ່ນ, ຮັກການອອກແຮງ ງານເພີ່ມພູນຜະລິດຜົນ. ໂດຍຜ່ານການ ຈັດຕັ້ງປະຕິບັດວຽກງານສ້າງບ້ານພັດ ທະນາດ້ານແຮງງານ ແລະ ສະຫວັດດີ ການສັງຄົມ ປະກອບດ້ວຍ 4 ບາດກ້າວ ຂອງນິຕິກໍາລະບຸໄວ້. ສຳລັບການຮັບ ຮອງເອົາຄອບຄົວ, ບ້ານພັດທະນາ ດ້ານແຮງງານ ແລະ ສະຫວັດດີການ ສັງຄົມ. ທັງ 2 ບ້ານ ມີທັງໝົດ 677 ຄອບຄົວ, ໃນນັ້ນ ບ້ານເກິນເໜືອ 350 ຄອບຄົວ, ບ້ານ ໂພນແຮ່ 327 ຄອບ ຄົວ. ຂ່າວ: ເມືອງທຸລະຄົມ ໜໍ່ບຸນທໍາ ໄດ້ສະແດງຄວາມຂອບ ໃຈຕໍ່ການ ຕ້ອນຮັບ, ພ້ອມທັງກ່າວ ຈຸດປະສົງການລົງເຄື່ອນໄຫວວຽກ ງານ ທີ່ແຂວງຈໍາປາສັກ ໃນເທື່ອນີ້ ແມ່ນຈະໄດ້ຮ່ວມໃນພິທີເປີດການ ນໍາໃຊ້ສູນຊ່ວຍຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງແຂວງ ຈໍາປາສັກ ໂດຍການສະໜັບສະ ໜູນ ຈາກ UNFPA ແລະ ລັດຖະ ບານຍີ່ປຸ່ນ ໃນມູນຄ່າການກໍ່ສ້າງ ທັງໝົດ 80 ພັນໂດລາສະຫະລັດ. ສູນດັ່ງກ່າວ ສ້າງຂຶ້ນເພື່ອໃຫ້ເປັນ ສະຖານທີ່ສະເພາະບໍລິການໃຫ້ຄໍາ ປຶກສາແກ່ແມ່ຍິງ ແລະ ເດັກນ້ອຍ ທີ່ ໄດ້ຮັບຜົນກະທົບຈາກການໃຊ້ຄວາມ ຮຸນແຮງໄດ້ພັກເຊົາຊົ່ວຄາວ, ໄດ້ຮັບ ການປົກປ້ອງຊ່ວຍເຫລືອທີ່ຈໍາເປັນ ທາງດ້ານສັງຄົມແລະ ຂະບວນການ ຍຸຕິທຳ ແນໃສ່ສ້າງຄວາມເຂັ້ມແຂງ ທາງດ້ານຈິດໃຈໃຫ້ເຂົາເຈົ້າສາມາດ ປະກອບອາຊີບ ແລະ ສ້າງຄວາມ ເຂັ້ມແຂງທາງດ້ານເສດຖະກິດດ້ວຍ ຕົນເອງ ແລະ ເພິ່ງຕົນເອງໄດ້. ພ້ອມກັນນັ້ນ, ປະທານສູນກາງ ສະຫະພັນແມ່ຍິງລາວ ຍັງໄດ້ສະ ແດງຄວາມຂອບໃຈມາຍັງທ່ານ ເຈົ້າແຂວງແລະການນຳແຂວງຈຳ ປາສັກ ທີ່ໄດ້ຊຸກຍູ້ຊີ້ນຳວຽກງານ ສະຫະພັນແມ່ຍິງລາວ ແລະ ສະໜັບ ສະໜູນການສະໜອງເນື້ອທີ່ດິນປຸກ ສ້າງ ແລະ ເອື້ອຍອໍານວຍຄວາມ ສະດວກໃຫ້ໂຄງການດັ່ງກ່າວເປັນ ຢ່າງດີ. ຂ່າວ: ທັດຊະນະ ຂ້ອງທັງສອງຝ່າຍເຂົ້າຮ່ວມ. ຈຸດປະສົງ ເພື່ອເປັນການສະ ໜອງ ການບໍລິການເບີກຈ່າຍໂອນ ເງິນເດືອນ ແລະ ເງິນຊ່ວຍເຫລືອ ອື່ນໆຜ່ານລະບົບທະນາຄານພັດທະ ນາລາວ ສາຂາແຂວງໄຊສົມບູນ ໃຫ້ພະນັກງານທີ່ຂຶ້ນກັບພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງໄຊສົມບູນທັງເປັນ ຊ່ອງທາງໃນການອໍານວຍຄວາມ ສະດວກໃຫ້ພະນັກງານ ເຂົ້າເຖິງບັນ ດາຜະລິດຕະພັນການບໍລິການຂອງ ທະນະຄານ ເປັນຕົ້ນ ບັດ ATM, LDB Trust, SMS Alert ແລະ ຜະລິດຕະພັນອີເລັກໂຕຣນິກອື່ນໆ ຂອງທະນາຄານເພື່ອໃຊ້ຖອນເງິນ ສົດ ແລະດໍາເນີນທຸລະກິດທາງດ້ານ ການເງິນຕ່າງໆ. ສໍາລັບການກໍານົດ ເວລາຂອງສັນຍາແມ່ນໃນໄລຍະ 5 ປີ ນັບແຕ່ມື້ທີ່ທັງສອງຝ່າຍໄດ້ລົງ ລາຍເຊັນເປັນຕົ້ນໄປ. ຂ່າວ-ພາບ: ຕູດ ຄໍາພໍໃຈ ຂປລ. ເມືອງລະຄອນເພັງແຂວງ ສາລະວັນ ຈັດຊ່ວງເຮືອປະເພນີ ປະຈຳປີ 2023 ເພື່ອເປັນການສະ ເຫລີມສະຫລອງ ວັນຊາດ ທີ 2 ທັນ ວາ ຄົບຮອບ 48 ປີ ແລະ ວັນຄ້າຍ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 103 ປີ ໂດຍຕິດພັນກັບ ເທສະການຊ່ວງເຮືອວັງແຄນຄໍາ ຢູ່ບ້ານລະຄອນສີ ເມືອງລະຄອນ ເພັງ ໃນລະຫວ່າງ ວັນທີ 11-15 ທັນວາ 2023. ທ່ານ ທອງດີ ຈັນທະວົງ ເຈົ້າ ເມືອງລະຄອນເພັງໃຫ້ສໍາພາດຕໍ່ນັກ ຂ່າວສໍານັກຂ່າວສານປະເທດລາວ ໃນວັນທີ 12 ທັນວາ 2023 ນີ້ວ່າ: ການຈັດແຂ່ງຂັນຊ່ວງເຮືອປີນີ້, ຈຸດ ຂ່າວ: ວີລະວັນ; ພາບ: ຂັນໄຊ ປະສົງກໍເພື່ອສ້າງຂະບວນການໂອ ກາດວັນສໍາຄັນຂອງພັກຂອງຊາດ ແລະ ເພື່ອຊຸກຍູ້ສົ່ງເສີມການຊື້- ຂາຍ ໃຫ້ເປັນຂະບວນຟົດຟື້ນ ແລະ ເປັນການສົ່ງເສີມການທ່ອງທ່ຽວ ໃຫ້ພໍ່ແມ່ປະຊາຊົນໄດ້ພົບປະເຊິ່ງ ກັນແລະກັນ,ທັງເປັນການເຕົ້າໂຮມ ຄວາມສາມັກຄີປະຊາຊົນບັນດາເຜົ່າ ໃຫ້ແໜ້ນແຟ້ນ ພາຍຫລັງສໍາເລັດ ການເກັບກ່ຽວຜົນຜະລິດລະດູຝົນ ເຊິ່ງປີນີ້ໄດ້ເຊີນເອົາບັນດາເມືອງ ຂອງປະເທດເພື່ອນບ້ານ ທີ່ມີຊາຍ ແດນຕິດກັບເມືອງລະຄອນເພັງ, ພ້ອມທັງເຊີນບັດດາເມືອງອ້ອມ ຂ້າງ ແລະ ອະດີດການນໍາຂອງ ແຂວງ ໂດຍມີເຮືອຊ່ວງປະເພດ 12 ສີພາຍ ແລະ 8 ສີພາຍ 18 ລໍາ ມາຈາກ10ບ້ານພາຍໃນເມືອງເຂົ້າ ຮ່ວມແຂ່ງຂັນ. ພາຍໃນງານ, ຍັງມີຮ້ານວາງ ສະແດງ-ຂາຍສິນຄ້າ ເປັນຕົ້ນ ສິນ ຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫລື ໂອດັອບ ພາຍໃນເມືອງ ຕື່ມອີກ. ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມືອງລອງ ແຂວງຫລວງນໍ້າທາ ເປີດຂະບວນການ ສໍາຫລວດແຫລ່ງທ່ອງທ່ຽວ ລ່ອງເຮືອ ສາຍນໍ້າມະ-ນໍ້າລອງ ຮອດນໍ້າຂອງ ບ້ານຊຽງກົກໃໝ່ ຮ່ວມກັບບໍລິສັດ ອຸດົມຊັບວິສະວະກໍາກໍ່ສ້າງ ແລະ ກະສິ ກໍາຈໍາກັດ ໃນລະຫວ່າງວັນທີ 5-10 ທັນວາ 2023 ເພື່ອເປັນການສໍາຫລວດ ຕາມແຜນຍຸດທະສາດ, ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວເມືອງລອງ 5 ປີ ແຕ່ປີ 2020-2025 ແລະ ຕາມແຜນ ກິດຈະກໍາ ໃນການຈັດປີທ່ອງທ່ຽວ ລາວ 2024 ຢູ່ເມືອງລອງ ທັງເປັນ ການພັດທະນາການທ່ອງທ່ຽວ ເມືອງ ລອງ ໃຫ້ມີຫລາກຫລາຍ, ສ້າງກິດຈະ ກໍາທີ່ໜ້າສົນໃຈ ແລະ ເປັນໃບໜ້າໃໝ່ ໃຫ້ແກ່ເມືອງລອງ ພ້ອມທັງເປັນການ ປົກປັກຮັກສາແຫລ່ງທ່ອງທ່ຽວທາງ ດ້ານທໍາມະຊາດ ແລະ ວັດທະນະທໍາ ຕິດພັນກັບການປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມທາງນໍ້າ, ເປັນການ ປູກຈິດສໍານຶກໃຫ້ປະຊາຊົນເຂົ້າໃຈ ຕໍ່ ວຽກງານທ່ອງທ່ຽວ ແລະ ດຶງດູດນັກ ທ່ອງທ່ຽວ ໃຫ້ເຂົ້າມາທ່ອງທ່ຽວເມືອງ ລອງ ໃຫ້ນັບມື້ນັບຫລາຍຂຶ້ນ. ທ່ານ ເພັດສະຫວັນ ຈິດດາລາ ຮອງເລຂາພັກເມືອງ ໄດ້ຍົກໃຫ້ເຫັນ ເຖິງຄວາມໝາຍຄວາມສໍາຄັນ ໃນ ການສໍາຫລວດແຫລ່ງທ່ອງທ່ຽວ ເພື່ອ ເປັນບ່ອນອີງໃຫ້ແກ່ການພັດທະນາ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ເພື່ອ ຮອງຮັບແຂກພາຍໃນ ແລະ ຕ່າງປະ ເທດ ທີ່ຈະເຂົ້າມາທ່ອງທ່ຽວເມືອງ ລອງນັບມື້ນັບເພີ່ມຂຶ້ນ ທັງເປັນການ ສ້າງລາຍຮັບທາງກົງ ແລະ ທາງອ້ອມ ໃຫ້ປະຊາຊົນຜູ້ທີ່ເຂົ້າຮ່ວມກິດຈະກໍາ ພ້ອມທັງເນັ້ນໜັກໃຫ້ຄະນະລົງສໍາ ຫລວດແຫລ່ງທ່ອງທ່ຽວຄັ້ງນີ້ ຈົ່ງເອົາ ໃຈໃສ່ປະຕິບັດໜ້າທີ່ໃນການລ່ອງເຮືອ ສໍາຫລວດຕາມຫລັກວິຊາການ ເພື່ອ ເປັນຂໍ້ມູນນໍາມາວິໄຈ ແລະ ພັດທະນາ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວໃນ ອະນາຄົດ. ການລົງສໍາຫລວດໃນຄັ້ງນ້ີ ໄດ້ລົງ ສໍາຫລວດແຫລ່ງທ່ອງທ່ຽວ ລ່ອງເຮືອ ກາຍັກ ຕາມສອງສາຍນໍ້າຄື: ນໍ້າລອງ ແລະ ນໍ້າມະ ຈໍານວນ 3 ຈຸດ ຈາກ ບ້ານ ທາດ ຫາທ່າວັດບ້ານຫລວງຜາຄໍາ, ທ່າວັດບ້ານຫລວງຜາຄໍາ ຫາປາກນໍ້າ ມະ ປ່ອງໃສ່ນໍ້າຂອງ ບ້ານຊຽງກົກໃໝ່ ແລະລ່ອງເຮືອກາຍັກຈາກເຂື່ອນໄຟຟ້າ ນໍ້າລອງ 2 ຫາປາກນໍ້າລອງ. ຂ່າວ: ສົມພອນ
RkJQdWJsaXNoZXIy MTc3MTYxMQ==